7045

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 09/06/2025 xtgmf]k; ນາຍົກລັດຖະມົນຕີ...ົັົີ ເທເບຕົງເຊື່ອມຕໍ່ຂົວ...ົື່ໍ່ົ ສານຂອງທ່ານນາຍົກ...່ົ ຂປລ. ພິທີເທເບຕົງເຊື່ອມຕໍ່ຂົວ ຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນ ໃນວັນທີ 6 ມິຖຸນາ 2025 ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີບັນ ດາການນຳຂັ້ນສູງ, ຄະນະນໍາກະ ຊວງ, ແຂວງ, ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຈາກສູນກາງ ຂປລ. ອາທິດຜ່ານມາ, ທີ່ກະ ຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມລານີລຸຍສ໌ບາໂລ (Melanie Louise Barlow) ເອກອັກຄະຣາຊະທູດ ແຫ່ງ ສະຫະ ຣາຊະອານາຈັກອັງກິດ ແລະ ອຽກ ລັງເໜືອ ປະຈໍາ ສປປ ລາວ ເຂົ້າ ຢ້ຽມຂໍ່ານັບ ເຊິ່ງເປັນຄັ້ງທໍາອິດ ພາຍຫລັງທີ່ທ່ານລັດຖະມົນຕີ ໄດ້ ຮັບການແຕ່ງຕັ້ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ປີ 2025 ແມ່ນຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສອງຝ່າຍໄດ້ມີ ການຈັດກິດຈະກໍາຮ່ວມກັນ, ພ້ອມ ທັງມີແຜນການຈັດງານສະເຫລີມ ສະຫລອງວັນສໍາຄັນດັ່ງກ່າວ ໃນ ທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນໃນວັນທີ 5 ກັນຍາ 1955 ການພົວພັນຮ່ວມມືລະຫວ່າງສອງ ປະເທດແມ່ນມີທ່າກ້າວຂະຫຍາຍ ຕົວດີຂຶ້ນ. ສປປ ລາວ ແລະ ສ ອັງ ກິດ ໄດ້ມີການຮ່ວມມືທີ່ດີທັງໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງ ການເກັບກູ້ລະເບີດທີ່ບໍ່ທັນແຕກ. ຄຽງຄູ່ກັນນັ້ນ, ກໍຍັງໃຫ້ການຊ່ວຍ ເຫລືອໃນການຈັດຝຶກອົບຮົມສຳລັບ ຂະແໜງການຕ່າງໆ ເຊິ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການ ສ້າງສາພັດທະນາ ສປປ ລາວ. ນອກ ນັ້ນ, ທັງສອງຝ່າຍຍັງໄດ້ມີການ ແລກປ່ຽນການຢ້ຽມຢາມຂອງຄະ ນະຜູ້ແທນລະຫວ່າງກະຊວງຂະ ແໜງການຂອງສອງປະເທດຢ່າງ ເປັນປົກກະຕິ. ໃນດຽວກັນ, ທີ່ກະຊວງການ ຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກ ອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ໄດ້ສະແດງຄວາມຍິນດີຕ້ອນ ຮັບທ່ານທູດຮົງກາຣີ ພ້ອມດ້ວຍຄະ ນະ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນຮົງກາຣີ ຕະຫລອດໄລຍະຜ່ານມາ. ນອກນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການ ພົວພັນ ແລະ ການຮ່ວມມືອັນດີທີ່ມີ ມູນເຊື້ອມາແຕ່ດົນນານລະຫວ່າງ ສປປ ລາວ ກັບ ຮົງກາຣີບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດ, ພ້ອມ ທັງສະແດງຄວາມຍິນດີທີ່ຈະສືບຕໍ່ ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ຮົງກາຣີ ໃຫ້ນັບມື້ນັບແຕກ ດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ທ່ານທູດ ຮົງກາຣີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມ ທັງສະແດງຄວາມຢືນຢັນທີ່ຈະເຮັດ ສຸດຄວາມສາມາດໃນການເປັນຂົວ ຕໍ່ປະກອບສ່ວນເຂົ້າໃນການສືບຕໍ່ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໂດຍສະເພາະແມ່ນການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ, ການພົວພັນຮ່ວມມືໃນດ້ານຕ່າງໆທີ່ ສອງຝ່າຍມີທ່າແຮງຮ່ວມກັນເປັນຕົ້ນ ດ້ານການສຶກສາ, ກະສິກຳ, ການ ທ່ອງທ່ຽວ ແລະ ອຶ່ນໆ. ພ້ອມກັນນີ້, ສອງຝ່າຍເຫັນດີສືບຕໍ່ສຶກສາຄວາມ ເປັນໄປໄດ້ເພື່ອເສີມຂະຫຍາຍການ ຮ່ວມມືດ້ານເສດຖະກິດ ແລະ ການ ຄ້າໃຫ້ຫລາຍຂຶ້ນກວ່າເກົ່າ. ສປປ ລາວ ສ້າງຕັ້ງສາຍພົວພັນ ການທູດກັບ ຮົງກາຣີ ໃນວັນທີ 12 ກັນຍາ 1962. ]a f4t,q o8u dt-;'dko8j k'xtgmf 8h voIa [[a ofkm6 f8j k'xtgmf g0Q k1h P,0+ koa [ ວັນສິ່ງແວດລ້ອມໂລກແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫລີມສະ ຫລອງວັນດັ່ງກ່າວ ເພື່ອເປັນການ ປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນ ເຫັນຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຮ່ວມກັນ ແກ້ໄຂບັນຫາໂລກຮ້ອນຂຶ້ນອັນ ເນື່ອງມາຈາກການປ່ຽນແປງດິນ ຟ້າອາກາດ ແລະ ຮ່ວມແຮງຮ່ວມ ໃຈກັນຫລຸດຜ່ອນການນຳໃຊ້ປລາ ສຕິກ ແລະ ແກ້ໄຂບັນຫາຕ່າງໆທີ່ ຕິດພັນກັບສິ່ງແວດລ້ອມທີ່ເປັນໄພ ຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນາໆພັນ. ສໍາລັບປີນີ້ ສາທາລະ ນະລັດ ເກົາຫລີ ຈະເປັນເຈົ້າພາບ ຈັດງານສະເຫລີມສະຫລອງວັນ ສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນ ທີ່ວ່າ “ການຫລຸດຜ່ອນມົນລະພິດ ປລາສຕິກໃນທົ່ວໂລກ”. ສໍາລັບ ສປປ ລາວ ພວກເຮົາກໍໄດ້ ຮ່ວມກັບປະເທດຕ່າງໆໃນທົ່ວໂລກ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ເພື່ອຢືນຢັນເຖິງຄວາມ ເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານລາວ ໃນການປົກ ປັກຮັກສາສິ່ງແວດລ້ອມ, ຮ່ວມກັນ ແກ້ໄຂບັນຫາສິ່ງແວດລ້ອມທີ່ເຊື່ອມ ໂຊມສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດຂອງມວນມະນຸດ ແລະ ສິ່ງທີ່ມີຊີວິດຢູ່ໃນໂລກ; ເພື່ອ ປ້ອງກັນໄພພິບັດ ແລະ ປັບຕົວເຂົ້າ ກັບສະພາບການປ່ຽນແປງດິນຟ້າ ອາກາດ ເຊິ່ງໃນປີນີ້, ສປປ ລາວ ໄດ້ ກໍານົດຄໍາຂວັນວັນສິ່ງແວດລ້ອມ ຄື “ຫລຸດຜ່ອນມົນລະພິດທາງປລາສ ຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໄສ”. ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, ປັດຈຸບັນ, ປະຊາກອນໂລກໃນ ທຸກພາກພື້ນກໍາລັງຜະເຊີນໜ້າ ກັບສິ່ງທ້າທາຍນາໆປະການອັນ ເນື່ອງມາຈາກການເຊື່ອມໂຊມ ຂອງສິ່ງແວດລ້ອມ, ການສູນເສຍ ຄວາມຫລາກຫລາຍທາງດ້ານຊີ ວະນາໆພັນ ແລະ ການປ່ຽນແປງ ຂອງສະພາບດິນຟ້າອາກາດເປັນ ຕົ້ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນ ອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງ ມາຈາກການຂະຫຍາຍຕົວຢ່າງໄວ ວາຂອງເສດຖະກິດໂລກ ໃນຊຸມປີ ຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນທີ່ຜະລິດ ແລະ ຫຸ້ມຫໍ່ດ້ວຍປລາສຕິກ ເພີ່ມຂຶ້ນ ໂດຍສະເພາະໃນບັນດາປະເທດທີ່ ກຳລັງພັດທະນາລວມທັງ ສປປ ລາວ ເຊິ່ງເປັນການສ້າງຂີ້ເຫຍື້ອສິ່ງ ເສດເຫລືອທີ່ເປັນພິດເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບ ຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫລ້າສຸດ ເຫັນວ່າການນຳໃຊ້ ປລາສຕິກໃນ ທົ່ວໂລກໄດ້ມີການເພີ່ມຂຶ້ນຫລາຍ ເທົ່າຕົວຈາກ 6,8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024, ໃນນັ້ນ ມີພຽງແຕ່ 9% ຖືກ ນຳມາໃຊ້ຄືນໃໝ່, 12% ແມ່ນນຳ ໄປຈູດເຜົາ ແລະ 79% ແມ່ນຖືກນໍາ ໄປຝັງດິນໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍ ໂດຍ ບໍ່ມີການກໍາຈັດຢ່າງຖືກວິທີ. ສິ່ງເສດ ເຫລືອຈາກປລາສຕິກ ມີການຍ່ອຍ ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນຕະຫລອດໄປ. ໂອກາດດຽວກັນ, ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງ, ໄດ້ ແຈ້ງຈຸດປະສົງຂອງການເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້ໃຫ້ທ່ານນາຍົກລັດຖະມົນຕີ ຮັບ ຊາບໂດຍສະເພາະແມ່ນການປຶກສາ ຫາລືການປະຕິບັດວຽກງານດ້ານ ການກະກຽມສ້າງຕັ້ງສະມາຄົມ ນັກກົດໝາຍແຫ່ງ ສປປ ລາວ ເພື່ອ ກະກຽມສະເໜີເຂົ້າເປັນສະມາຊິກ ສະມາຄົມນັກກົດໝາຍອາຊຽນ. ຂ່າວ: ກິດຕາ; ພາບ: ເກດສະໜາ ສະຫລາຍຍາກ ເຊິ່ງໂດຍທົ່ວໄປຈະ ໃຊ້ເວລາປະມານ 400-450 ປີ. ບັນ ຫາຂີ້ເຫຍື້ອປລາສຕິກ ສ່ວນໃຫຍ່ທີ່ ຖືກຖິ້ມລົງນໍ້າ, ດິນແລະ ການຈູດເຜົາ ໄດ້ກໍໃຫ້ເກີດມົນລະພິດທາງອາກາດ, ດິນ ແລະ ນໍ້າ ນັບມື້ນັບຫລາຍ ແລະ ຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ ສຸຂະພາບຂອງສິ່ງທີ່ມີຊີວິດ ໂດຍ ສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍ ພິດທໍາລາຍຊັ້ນບັນຍາກາດເຮັດໃຫ້ ເກີດພາວະໂລກຮ້ອນດັ່ງທີ່ພວກເຮົາ ພວມຜະເຊີນນໍາກັນດັ່ງທຸກມື້ນີ້. ປະຊາຊົນລາວສ່ວນຫລາຍ ຍັງມີຄວາມຊິນເຄີຍໃນການນຳ ໃຊ້ປລາສຕິກ ເຂົ້າໃນການດຳລົງ ລົງຊີວິດປະຈຳວັນນັບມື້ມີຈຳນວນ ເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວ ຕ່າງໆແຕ່ການຄຸ້ມຄອງ, ການນໍາ ກັບມາໃຊ້ຄືນ ແລະ ການທໍາລາຍ ຢ່າງຖືກວິທີຍັງເຮັດບໍ່ທັນໄດ້ດີເທົ່າທີ່ ຄວນ. ໃນສະພາບການດັ່ງທີ່ກ່າວ ມານີ້, ລັດຖະບານກໍໄດ້ພະຍາຍາມ ຂົນຂວາຍຫລາຍວິທີທາງ ເພື່ອກໍາ ຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກ ວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ ເກີດປະໂຫຍດສູງສຸດ ເພື່ອຫລຸດຜ່ອນ ບັນຫາສິ່ງແວດລ້ອມ. ຕໍ່ສະພາບການ ດັ່ງກ່າວ, ລັດຖະບານມີຄວາມມຸ່ງ ໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ, ກໍານົດຄາດໝາຍ ໃນແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX, ສ້າງແຜນ ດໍາເນີນງານແຫ່ງຊາດ ກ່ຽວກັບ ການຄຸ້ມຄອງປລາສຕິກຂອງ ສປປ ລາວ ປີ 2024-2030 ໄປພ້ອມກັບ ການຜັນຂະຫຍາຍມາເປັນລະບຽບ ການ, ຄູ່ມືແນະນໍາເພື່ອຄວບຄຸມ, ຫລຸດຜ່ອນ ແລະ ກໍາຈັດຢ່າງຖືກ ວິທີ. ພ້ອມກັນນັ້ນ, ກໍໄດ້ເຊື່ອມສານ ວຽກງານສິ່ງແວດລ້ອມເຂົ້າໃນແຜນ ພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນການສຶກສາ, ພື້ນຖານໂຄງ ລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການ ຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະ ພິດປລາສຕິກ ແລະ ຟື້ນຟູສະພາບ ແວດລ້ອມຢູ່ ສປປ ລາວ. ນອກຈາກ ນັ້ນ, ກໍມີຫລາຍໂຄງການໄດ້ຮັບ ການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມ ພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງ ການຈັດຕັ້ງສັງຄົມເພື່ອປູກຈິດສໍາ ນຶກໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມ ແຂງໃນການຄຸ້ມຄອງ ແລະ ຫລຸດ ຜ່ອນມົນລະພິດຈາກປລາສຕິກ ກໍຄື ການປະກອບສ່ວນແກ້ໄຂຮ່ວມກັນ ກັບປະຊາຄົມໂລກ ໄປພ້ອມກັບການ ສົ່ງເສີມການພັດທະນາເສດຖະກິດ ໝູນວຽນ, ເສດຖະກິດສີຂຽວ ແລະ ຍຶນຍົງ ເຊິ່ງເປັນລະບົບເສດຖະກິດ ເພື່ອຫລຸດຜ່ອນສິ່ງເສດເຫລືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະ ໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນ ຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າເສດຖະ ກິດ-ສັງຄົມທີ່ຈະເລີນຮຸ່ງເຮືອງກັບ ການມີສິ່ງແວດລ້ອມທີ່ດີແມ່ນຄວາມ ມຸ່ງມາດປາຖະໜາອັນແຮງກ້າຂອງ ປະຊາຄົມໂລກ ແລະ ປະຊາຊົນລາວ ທັງຊາດ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ,ປະຊາຊົນລາວເຮົາມີປະ ເພນີ- ວັດທະນາທຳອັນເປັນມູນເຊື້ອ ອັນດີງາມໃນການດໍາລົງຊີວິດທີ່ຕິດ ພັນກັບທໍາມະຊາດ ແລະ ວັດສະດຸ ໃນທຳມະຊາດນໍາໃຊ້ເຂົ້າໃນການປຸງ ແຕ່ງອາຫານ, ຢາປົວພະຍາດ, ເຄື່ອງ ໃຊ້ປະຈໍາວັນເປັນຕົ້ນຜະລິດຕະພັນ ທາງເລືອກຈາກໃບໄມ້, ຕົ້ນໄມ້. ສະ ນັ້ນ, ເນື່ອງໃນໂອກາດວັນສິ່ງແວດ ລ້ອມປີນີ້, ຂ້າພະເຈົ້າຮຽກຮ້ອງໃຫ້ ພວກເຮົາພ້ອມໃຈກັນກັບຄືນມານຳ ໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າ ຂອງຊາດລາວເຮົາ ເພື່ອເປັນການ ສົ່ງເສີມຜະລິດຕະພັນທີ່ເປັນມິດກັບ ສິ່ງແວດລ້ອມ ໂດຍຫັນມານໍາໃຊ້ຜະ ລິດຕະພັນທາງເລືອກທີ່ບໍ່ທຳລາຍ ສິ່ງແວດລ້ອມ, ເພື່ອເຮັດໃຫ້ການ ປະຕິບັດຄາດໝາຍການຫລຸດຜ່ອນ ນຳໃຊ້ປລາສຕິກໄດ້ຮັບການຈັດຕັ້ງ ປະຕິບັດ ແລະ ຮຽກຮ້ອງໃຫ້ທຸກຄົນ ໃນທົ່ວສັງຄົມລາວເປັນເຈົ້າການໃນ ການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ແລະ ປະຕິບັດ 3ຫລັກການຄື: ຫລຸດປະລິມານການ ນໍາໃຊ້; ນໍາກັບມາໃຊ້ຄືນ ແລະ ນໍາໄປ ຜະລິດຄືນໃໝ່. ໄປພ້ອມກັບການປະ ຕິບັດກົດໝາຍ, ລະບຽບການຢ່າງ ເຂັ້ມງວດ ເພື່ອສ້າງປະເທດລາວໃຫ້ ກາຍເປັນປະເທດທີ່ຂຽວສະອາດ ງາມຕາ. ທ້າຍນີ້, ຂໍອວຍພອນໃຫ້ການ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ໃນປີນີ້ພາຍໃຕ້ຄໍາຂວັນ “ຫລຸດຜ່ອນມົນລະພິດທາງປລາ ສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໄສ” ຈົ່ງເປັນຂະບວນຟົດ ຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ. ແລະ ທ້ອງຖິ່ນຂອງສອງປະເທດ ເຂົ້າຮ່ວມ. ໃນພິທີ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໃຫ້ ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມ ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໜຶ່ງໃນໂຄງການ ທີ່ເປັນສັນຍະລັກແຫ່ງການຮ່ວມມື ລະຫວ່າງສອງຊາດ, ສອງລັດ ກໍຄື ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກ ໄທ ໃນການນໍາໃຊ້ທ່າແຮງທີ່ຕັ້ງ ຍຸດທະສາດອັນສໍາຄັນຂອງສອງ ປະເທດຮ່ວມກັນພາຍໃຕ້ອະນຸພາກ ພື້ນລຸ່ມແມ່ນໍ້າຂອງ ຫລື ອາຊີຕາເວັນ ອອກສຽງໃຕ້ ເພື່ອໃຫ້ເກີດການ ເຊື່ອມໂຍງ-ເຊື່ອມຈອດທັງລະດັບ ພາກພື້ນ ແລະ ສາກົນ ໂດຍແນ ໃສ່ສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ແກ່ການສົ່ງເສີມທາງ ດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ໂດຍສະເພາະແມ່ນ ການໄປມາຫາສູ່ກັນຂອງປະຊາຊົນ ລະຫວ່າງສອງຊາດ ລາວ-ໄທ, ໄທ-ລາວ. ພ້ອມນີ້, ໂຄງການດັ່ງ ກ່າວ ຍັງເປັນໂຄງການໜຶ່ງສຳຄັນ ທີ່ນອນຢູ່ໃນແຜນປະຕິບັດງານວ່າ ດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ. ໂຄງການ ດັ່ງກ່າວ ຍັງເປັນໂຄງການໜຶ່ງທີ່ ຊ່ວຍປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຕອບສະໜອງໃຫ້ ໄປຕາມຍຸດທະສາດການພັດທະນາ ພື້ນຖານໂຄງລ່າງເພື່ອຫັນປະເທດ ລາວ ຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດຂອງພາກ ພື້ນ ແລະ ສາກົນ. ທ່ານ ສີສຸພັນ ຈັນສະຫວັດ ຮອງ ຫົວໜ້າກົມຂົວທາງກະຊວງໂຍທາ ທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມ ຍາວທັງໝົດ 1.350 ແມັດ, ເບື້ອງ ລາວ ມີລວງຍາວ 535 ແມັດ ແລະ ເບື້ອງໄທ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາ ຈອນ, ມີດອນກາງທາງ ແລະ ມີ ທາງຄົນຍ່າງສອງເບື້ອງ, ໂຄງສ້າງ ຂອງຂົວຊ່ວງເທິງບົກເປັນປະເພດ ຂົວເບຕົງອັດແຮງ ແລະ ໂຄງສ້າງ ຂົວຊ່ວງກາງນໍ້າເປັນປະເພດຂົວ ແຂວນ ຄຶງດ້ວຍສາຍກາບ, ຕໍ່ມາໃນ ເດືອນພະຈິກ 2020 ໄດ້ເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນບໍລິສັດນະພາກໍ່ສ້າງ ຈໍາກັດ,ໃນມູນຄ່າສັນຍາທັງໝົດ 420,5 ລ້ານກວ່າບາດ, ໄລຍະ ເວລາການກໍ່ສ້າງ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງ ເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ກວດຄົນເຂົ້າ-ອອກເມືອງ ແລະ ສິ່ງ ອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນບໍລິສັດສະຫລວງກໍ່ສ້າງ ຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດວິສະວະກໍາກໍ່ສ້າງ ສາກົນ ທັນສະໄໝຈໍາກັດຜູ້ດຽວ (ປະເທດ ລາວ), ໃນມູນຄ່າ 866 ລ້ານບາດ, ໃນໄລຍະເວລາການກໍ່ສ້າງ 30 ເດືອນ, ການກໍ່ສ້າງໄດ້ເລີ່ມລົງມືໃນ ຕົ້ນເດືອນມັງກອນ 2021 ເຊິ່ງໜ້າ ວຽກສ່ວນໃຫຍ່ ໄດ້ກໍ່ສ້າງສຳເລັດ ໃນທ້າຍເດືອນພຶດສະພາ 2025 ທີ່ ຜ່ານມາ. ໂຄງການດັ່ງກ່າວ, ແມ່ນໄດ້ ຮັບການສະໜັບສະໜູນທຶນກູ້ຢືມ ດອກເບ້ຍຜ່ອນຜັນ(ດອກເບ້ຍຕໍ່າ) ຈາກສຳນັກງານຄວາມຮ່ວມມື ເພື່ອການພັດທະນາເສດຖະກິດກັບ ປະເທດເພື່ອນບ້ານ (NEDA) ແຫ່ງ ຣາຊະອານາຈັກໄທ ໃນມູນຄ່າ 1.380 ລ້ານກວ່າບາດ ເຊິ່ງເຫັນ ວ່າເປັນການຊ່ວຍເຫລືອທີ່ມີຄຸນຄ່າ ແລະ ມີປະສິດທິຜົນສູງເປັນການ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ດຶງດູດການ ລົງທຶນ ແລະ ການທ່ອງທ່ຽວຂອງ ລາວໃນເວລາດຽວກັນຍັງເຮັດໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນ ປາກົດຜົນເປັນຈິງ. ມາຮອດປັດຈຸບັນ, ສັນຍາການກໍ່່ ສ້າງຂົວຂ້າມນໍ້າຂອງເບື້ອງ ສປປ ລາວ ຄວາມຍາວ 535 ແມັດ, ມີ ຄວາມຄືບໜ້າທັງໝົດ 98,4%, ສ່ວນສັນຍາການກໍ່ສ້າງທາງເຊື່ອມ ຕໍ່ເຂົ້າຂົວຄວາມຍາວ 2.775 ແມັດ ແລະ ອາຄານດ່ານກວດຄົນເຂົ້າອອກເມືອງ ລວມທັງສິ່ງອໍານວຍ ຄວາມສະດວກຕ່າງໆ ໄດ້ສໍາເລັດ ແລ້ວ 100%, ຄາດວ່າຂົວແຫ່ງນີ້ ຈະໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2025 ທີ່ຈະມາເຖິງນີ້. ຜົນສໍາເລັດຂອງໂຄງການດັ່ງກ່າວ, ແມ່ນໝາກຜົນຕົວຈິງທີ່ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງ ຊາດ ລາວ-ໄທ ພວມໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດດຽວກັນສອງຝ່າຍ ລາວ-ໄທ ຍັງໄດ້ຮ່ວມລົງນາມຂໍ້ ຕົກລົງວ່າດ້ວຍກຳມະສິດການນຳ ໃຊ້ການບໍລິຫານ ແລະ ການບູລະນະ ຮັກສາຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຕື່ມອີກ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==