7044

ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຄະນະຜູ້ແທນ ແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆ ຈໍາປາສັກ ພ້ອມດ້ວນຄະນະ ເຂົ້າ ພົບປະ ແລະ ຮ່ວມເຮັດວຽກ ກັບ ການນຳນະຄອນຫລວງວຽງຈັນ ໃນວັນທີ 4 ມິຖຸນາ 2025 ໂດຍ ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ ພ້ອມ ຄະນະ. ໃນການພົບປະນີ້, ທ່ານ ອາດສະ ພັງທອງສີພັນດອນໄດ້ກ່າວສະແດງ ການຕ້ອນຮັບ, ພ້ອມນັ້ນ ຫົວໜ້າ ຄະນະຜູ້ແທນ ນະຄອນຫລວງວຽງ ຈັນ ແລະ ແຂວງຈໍາປາສັກ ໄດ້ຜັດ ປ່ຽນກັນ ລາຍງານສະພາບການ ອັນພົ້ນເດັ່ນ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ໂດຍຍົກໃຫ້ເຫັນຜົນງານດ້ານດີ, ເງື່ອນໄຂຂໍ້ສະດວກ ແລະ ຂໍ້ຈຳກັດ ດ້ານຕ່າງໆ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຈຸດປະສົງຂອງການມາ ຢ້ຽມຢາມຄັ້ງນີ້ ກໍເພື່ອເປັນການ ສືບຕໍ່ ແລະ ຍົກລະດັບ ການພົວ ພັນຮ່ວມມື ລະຫວ່າງ ສອງທ້ອງຖິ່ນ ແຂວງຈຳປາສັກ ແລະ ນະຄອນ ຫລວງວຽງຈັນ, ສ້າງໂອກາດສ້າງ ເງື່ອນໄຂໃນການພົວພັນແລກປ່ຽນ ຂອງບັນດາພະແນກການ, ທັງ ເປັນການຊຸກຍູ້ວຽກງານການ ທ່ອງທ່ຽວ. ພ້ອມນີ້, ທັງສອງທ້ອງຖິ່ນ ຍັງໄດ້ພ້ອມກັນສະຫລຸບຕີລາຄາ ສະພາບການຈັດຕັ້ງປະຕິບັດຜ່ານ ມາ, ເຊິ່ງນະຄອນຫລວງວຽງຈັນ ແລະ ແຂວງຈໍາປາສັກ ໄດ້ເຊັນບົດ ບັນທຶກຮ່ວມມື 2 ຄັ້ງ ລວມມີ 6 ຂົງເຂດ ຄື: ຂົງເຂດອຸດສາຫະກຳ ແລະ ການຄ້າ, ຂົງເຂດກະສິກາ ແລະ ປ່າໄມ້, ຂົງເຂດຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຂົງເຂດໂຍທາທິການ ແລະ ຂົນສົ່ງ, ຂົງເຂດການເງິນ ແລະ ເຂດເສດ ຖະກິດພິເສດ. ເພື່ອເປັນການສ້າງ ບາດກ້າວບຸກທະລຸໃນການພັດທະ ນາ ຮັບປະກັນໃຫ້ແກ່ການເຕີບໂຕ ທາງດ້ານເສດຖະກິດດ້ວຍຄວາມ ໝັ້ນທ່ຽງ ແລະ ຕໍ່ເນື່ອງ ຮັບປະກັນ ການພັດທະນາແບບຍືນຍົງ ຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ ໃນໄລຍະໃໝ່ ເຊິ່ງເປັນການ ສ້າງເງື່ອນໄຂພື້ນຖານ ຮັບປະກັນ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ທັງໃນ ໄລຍະສັ້ນ ແລະ ໄລຍະຍາວ ກໍຄືການ ພັດທະນາເສດຖະກິດຕະຫລາດຕາມ ທິດສັງຄົມນິຍົມ ໃຫ້ນັບມື້ເປັນຮູບປະ ທໍາຍິ່ງຂຶ້ນ ດ້ວຍຈິດໃຈບຸກທະລຸ ຍົກ ສູງຄວາມຮັບຜິດຊອບຂອງສອງ ອົງຄະນະພັກ ກໍຄືນະຄອນຫລວງ ວຽງຈັນ ແລະ ແຂວງຈໍາປາສັກ ໃນການສ້າງຄວາມຢູ່ດີກິນດີ ໃຫ້ ປະຊາຊົນ ເຮັດໃຫ້ສັງຄົມມີສະ ຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກ ແໜ້ນ; ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງຈໍາປາສັກ ໄລຍະຜ່ານ ມາ ໃຫ້ເກີດດອກອອກຜົນ ແລະ ມີ ຄວາມແໜ້ນແຟ້ນ ເລິກເຊິ່ງກວ່າເກົ່າ ທັງສ້າງຄວາມເຂັ້ມແຂງລະຫວ່າງ ອົງການປົກຄອງນະຄອນຫລວງ ວຽງຈັນ ແລະ ອົງການປົກຄອງ ແຂວງຈໍາປາສັກ ໄດ້ຕົກລົງເຫັນດີ ເປັນເອກະພາບ ເພີ່ມທະວີການ ຮ່ວມມື ເພື່ອຊຸກຍູ້, ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ໃນວຽກງານແຕ່ລະ ຂົງເຂດເຊັ່ນ: ການຮ່ວມມືຂົງເຂດ ເສດຖະກິດ ແລະ ການຄ້າ: ສອງ ຝ່າຍ ສ້າງເຄືອຂ່າຍການຄ້າ ແລະ ໃຫ້ບຸລິມະສິດ ດ້ວຍການດັດສົມ ສິນຄ້າ ລະຫວ່າງກັນ, ສ້າງເຄືອ ຂ່າຍການຜະລິດສິນຄ້າ, ສອງຝ່າຍ ແລກປ່ຽນບົດຮຽນ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ວຽກງານການ ຄ້າ, ສ້າງເຄືອຂ່າຍທາງດ້ານກະສິ ກໍາ ແນໃສ່ເຮັດໃຫ້ການຜະລິດກະສິ ກໍາ ແລະ ການສະໜອງ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງຈໍາປາສັກ ໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ສາມາດຜະລິດທົດ ແທນກັນໄດ້; ສອງຝ່າຍ ເຫັນດີ ໃຫ້ມີການແລກປ່ຽນ ແລະ ສ້າງ ຄວາມເຂັ້ມແຂງ ວຽກງານການ ຈັດເກັບລາຍຮັບ ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ; ການຮ່ວມມື ຂົງເຂດວັດທະນະທໍາ-ສັງຄົມ ແລະ ບໍລິການ: ສອງຝ່າຍ ຈະ ແລກປ່ຽນບົດຮຽນ ເພື່ອສ້າງ ຄວາມເຂັ້ມແຂງໃນວຽກງານສື່ ມວນຊົນ ລະຫວ່າງກັນ; ແລກປ່ຽນ ບົດຮຽນ ກ່ຽວກັບວຽກງານການ ພັດທະນາ, ການຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ, ການປົກ ປັກຮັກສາວັດຖຸພັນ, ມໍລະດົກທາງ ດ້ານປະຫວັດສາດ ແລະ ວັດທະນະ ທໍາ ເຊິ່ງກັນ ແລະ ກັນ; ການຮ່ວມມື ຂົງເຂດການພັດທະນາພື້ນຖານໂຄງ ລ່າງ ແລະ ການຄົມມະນາຄົມ: ສອງ ຝ່າຍ ເຫັນດີແລກປ່ຽນບົດຮຽນ ດ້ານເຕັກນິກວິຊາການທີ່ທັນສະໄໝ ພ້ອມດ້ວຍການອໍານວຍຄວາມ ສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ລະບົບໂລຈີສຕິກ, ທ່າບົກ ລະຫວ່າງກັນ, ຊຸກຍູ້ກຸ່ມຜູ້ປະກອບ ການລົດຂົນສົ່ງສິນຄ້າ ໃນການສ້າງ ຄູ່ຮ່ວມສັນຍາຂົນສົ່ງສິນຄ້າ ເພື່ອລໍາ ລຽງສິນຄ້າ. ນອກຈາກນັ້ນ, ຍັງ ມີການຮ່ວມມືວຽກງານຂົງເຂດ ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດ ຂະແໜງການອື່ນຕື່ມອີກ. ພ້ອມນີ້, ອົງການປົກຄອງນະ ຄອນຫລວງວຽງຈັນ ແລະ ແຂວງ ຈຳປາສັກ ໄດ້ລົງນາມບົດບັນທຶກ ການຮ່ວມມືກັນ ແລະ ບົດບັນທຶກ ການຮ່ວມມືຂັ້ນພະແນກການ ອີກ 2 ສະບັບ ໃນຂົງເຂດວຽກງານ ກະສິກຳ ແລະ ວຽກງານການ ທ່ອງທ່ຽວຕື່ມອີກ. 07 xtgmf]k; 37ltok c]t [= ]y = dy ko { 06/06/2025 ແກ່ປະຊາຊົນບ້ານຕະລຸຍ ທີ່ປະສົບ ອັກຄີໄພ (ໄຟໄໝ້ເຮືອນ). ສະນັ້ນ, ຄະນະພັກ-ອົງການປົກຄອງເມືອງ ກະລຶມ ກໍຈະນໍາເອົາເງິນຈໍານວນ ດັ່ງກ່າວນີ້, ໄປມອບຕໍ່ໃຫ້ປະຊາຊົນ ເພື່ອໃຫ້ປະຊາຊົນນໍາໃຊ້ເຂົ້າໃນ ການປັບປຸງທີ່ຢູ່ອາໄສ ເຮັດໃຫ້ຊີວິດ ການເປັນຢູ່ຂອງເຂົາເຈົ້າ ກັບຄືນສູ່ ສະພາບປົກກະຕິໂດຍໄວ. ພ້ອມນີ້, ທ່ານ ສາຍຄໍາ ແກ້ວບຸນ ປານ ຍັງໄດ້ອວຍພອນໃຫ້ທ່ານເຈົ້າ ແຂວງ ແລະ ຜ່ານທ່ານເຈົ້າແຂວງ ໄປຍັງຄະນະພັກ-ອົງການປົກຄອງ ແຂວງກວາງນາມ ສສ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະນາ ໄມສົມບູນ ແລະ ອວຍພອນໃຫ້ສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ແຂວງເຊກອງ ແລະ ແຂວງ ກວາງນາມ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໂອກາດເຂົ້າ ຮ່ວມພິທີປະກາດຮັກສາການເຈົ້າ ເມືອງ ແລະ ຮອງເຈົ້າເມືອງກະລຶມ ສະໄໝທີ X ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊ ກອງ ໄດ້ນໍາເອົາເງິນ 144 ລ້ານກີບ ທີ່ໄດ້ຈາກການຊ່ວຍເຫລືອ ຂອງ ຄະນະພັກ-ອົງການປົກຄອງແຂວງ ກວາງນາມ ສສ ຫວຽດນາມ ມອບ ໃຫ້ການນໍາເມືອງກະລຶມ ເພື່ອໄປ ມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ທີ່ ປະສົບອັກຄີໄພ (ໄຟໄໝ້ເຮືອນ) ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ກົມຊັບສິນທາງ ປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ເຜີຍແຜ່ການແບ່ງ ຂັ້ນການຄຸ້ມຄອງ ວຽກງານຊັບສິນ ທາງປັນຍາ ແລະ ຝຶກອົບຮົມດ້ານ ການຮັບຄໍາຮ້ອງຂໍຈົດທະບຽນ ໃຫ້ ພະແນກອຸດສາຫະກຳ ແລະ ການ ຄ້າ (ອຄ) ແຂວງອັດຕະປື ໃນ ວັນທີ 5 ມິຖຸນາ 2025 ທີ່ແຂວງ ອັດຕະປື ໂດຍມີ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະ ຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າ ແຂວງໆອັດຕະປື ພ້ອມດ້ວຍພະ ແນກອຸດສາຫະກຳ ແລະ ການຄ້າ ແຂວງ, ເມືອງ ແລະ ຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ຈັນສຸກ ແສງພະຈັນໄດ້ກ່າວວ່າ: ຊັບສິນທາງ ປັນຍາກໍເປັນເຄື່ອງມືອັນໜຶ່ງທີ່ ສຳຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ ໃຫ້ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ມີຄວາມຈຳເປັນຢ່າງຍິ່ງ ໃນ ການສ້າງຄວາມອາດສາມາດ, ສ້າງຄວາມຊໍານິຊໍານານທາງດ້ານ ວິຊາການ ໃຫ້ແກ່ຂະແໜງການໃນ {lk xt-k-q o[h ko8t]5 p muj xtlq [va d7u wr wfh Ia [g'y o-j ;pgs]n v ໃນວັນທີ 3 ເມສາ 2025 ຜ່ານມາ, ກ່າວຮັບໂດຍທ່ານ ສາຍຄໍາ ແກ້ວ ບຸນປານ ເລຂາຄະນະບໍລິຫານງານ ພັກເມືອງກະລຶມ ແລະ ມີພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ສາຍຄໍາ ແກ້ວບຸນປານ ໄດ້ກ່າວສະແດງ ຄວາມຂອບໃຈມາຍັງທ່ານເຈົ້າ ແຂວງເຊກອງ ກໍຄືຄະນະພັກ-ອົງ ການປົກຄອງແຂວງກວາງນາມ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍ ເຫລືອ, ຖືເປັນການແບ່ງເບົານໍ້າຈິດ, ນໍ້າໃຈ ແລະ ເປັນຂວັນກຳລັງໃຈໃຫ້ ທ້ອງຖິ່ນ, ສົ່ງເສີມຜູ້ປະກອບການ ແລະ ສັງຄົມ ໂດຍສະເພາະ ສ້າງ ຄວາມເຂົ້າໃຈ ແລະ ຄວາມເຂັ້ມ ແຂງທາງດ້ານວິຊາການ ໃຫ້ແກ່ ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບ ການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດ ເຫັນໄດ້ຄວາມສໍາຄັນ ຂອງວຽກງານຊັບສິນທາງປັນຍາ ກໍຄື ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການ ປະດິດສ້າງ ແລະ ປະດິດຄິດແຕ່ງ ທັງເປັນການປົກປ້ອງຜົນປະໂຫຍດ ຂອງຕົນ ເຂົ້າໃນການສ້າງມູນຄ່າ ເພີ່ມຂອງສິນຄ້າ ແລະ ສາມາດ ແຂ່ງຂັນໃນຕະຫລາດໄດ້, ເຊິ່ງຜົນ ງານທີ່ໄດ້ຮັບຈາກການດຳເນີນ ງານໃນທົ່ວປະເທດ, ມີການຍື່ນ ຄໍາຮ້ອງຂໍຈົດທະບຽນ ເຄື່ອງໝາຍ ການຄ້າ ຫລາຍກວ່າ 66.000 ເຄື່ອງໝາຍ, ແບບອຸດສາຫະກຳ ຫລາຍກວ່າ 690 ສະບັບ, ການແຈ້ງ ຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງ ຫລາຍກວ່າ 860 ສະບັບ. ສຳລັບ ຢູ່ແຂວງອັດຕະປື ມີການຍື່ນຄໍາ ຮ້ອງຂໍຈົດທະບຽນເຄື່ອງໝາຍ ການຄ້າ 5 ເຄື່ອງໝາຍ. ສະນັ້ນ, ການຂັບເຄື່ອນວຽກງານສູ່ທ້ອງຖິ່ນ ກະຊວງອຸດສາຫະກຳ ແລະ ການ ຄ້າ, ໄດ້ຖືເອົາວຽກງານການແບ່ງ ຂັ້ນຄຸ້ມຄອງ ລະຫວ່າງ ກົມຊັບສິນ ທາງປັນຍາ ແລະ ບັນດາພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ເປັນໜຶ່ງໃນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນແຜນບຸລິມະສິດ, ຊຶ່ງ ການຝຶກອົບຮົມດັ່ງກ່າວ ແມ່ນໄດ້ ເລີ່ມຈາກນະຄອນຫລວງວຽງຈັນ ເປັນແຂວງຕົວແບບທໍາອິດ, ຈາກ ນັ້ນກໍໄດ້ຂະຫຍາຍໄປຫລາຍແຂວງ ແລະ ອັດຕະປື ເປັນແຂວງທີ່ສິບຫົກ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ເນື້ອໃນທີ່ສຳຄັນ ໂດຍ ສະເພາະຄວາມສໍາຄັນ ແລະ ທິດ ທາງວຽກງານຊັບສິນທາງປັນຍາ ຢູ່ສູນກາງ ແລະ ທ້ອງຖິ່ນ, ຕໍ່ກັບ ວຽກງານອາຊຽນ; ຄວາມຮູ້ພື້ນ ຖານກ່ຽວກັບວຽກງານສິດທິບັດ ແລະ ອານຸສິດທິບັດ; ການຮັບຄໍາ ຮ້ອງຂໍຈົດທະບຽນແບບອຸດສາຫະ ກຳ; ການຮັບຄໍາຮ້ອງຂໍຈົດທະບຽນ ເຄື່ອງໝາຍການຄ້າ; ການແຈ້ງຂໍ້ ມູນລິຂະສິດ ແລະ ສິດກ່ຽວຂ້ອງ ກັບລິຂະສິດ; ຄໍາສະເໜີແກ້ໄຂຂໍ້ ຂັດແຍ່ງຊັບສິນທາງປັນຍາທາງ ດ້ານບໍລິຫານ; ການປ້ອນຂໍ້ມູນ ແລະ ອັບໂຫລດເອກະສານເຂົ້າໃນລະບົບ ທັນສະໄໝ. 9exkla d{ot7vos];';P'9a o gruj ,mt;u dkoIj ;,,n w]pt8+ |h k gzu pczj c[j '0A odko75h ,7v' ;Pd'ko-a [ly o mk'xa opk .sh rtcod v7 c0;'va f8txn ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ງານລ້ຽງຊົມ ເຊີຍຜົນສໍາເລັດການລະດົມທຶນ ເພື່ອ ສ້າງຫ້ອງວາງສະແດງ ແລະ ຂາຍ ສິນຄ້າພູມປັນຍາທ້ອງຖິ່ນແຂວງ ຊຽງຂວາງ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ ພັດຕະຄານແອ່ນຟ້າມາລີວີວ ພາຍ ຫລັງໄດ້ລະດົມທຶນມາແຕ່ ວັນທີ 2 ມິຖຸນາ ໂດຍມີທ່ານ ບຸນຈັນ ສີວົງ ພັນ ເຈົ້າແຂວງໆຊຽງຂວາງ ພ້ອມ ດ້ວຍພະແນກການຂອງແຂວງ, ນັກທຸລະກິດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ, ທ່ານ ສີວິໄລ ແສງຈະ ເລີນ ຮອງເຈົ້າແຂວງໆຊຽງຂວາງ ໄດ້ກ່າວວ່າ: ຈຸດປະສົງການຈັດງານ ໃນຄັ້ງນີ້ ແມ່ນເພື່ອເປັນການລະດົມ ທຶນໃນການປະຕິບັດໂຄງການສົ່ງ ເສີມ ສິນຄ້າພູມປັນຍາຂອງທ້ອງຖິ່ນ ເຊິ່ງໄລຍະຜ່ານມາແຂວງຊຽງ ຂວາງ ໄດ້ລິເລີ່ມຈັດຕັ້ງປະຕິບັດ ດ້ວຍການປະກອບສ່ວນຂອງຄອບ ຄົວການນໍາຂັ້ນສູນກາງ, ຂັ້ນແຂວງ, ພະແນກການຂອງແຂວງ ແລະ ນັກທຸລະກິດ ດ້ວຍການເປີດຫ້ອງ ຂາຍຜະລິດຕະພັນຂອງແຂວງ ເ ຫັນວ່າມີການຂ ະຫຍ າ ຍຕົວ ພໍສົມຄວນ ແຕ່ຍັງຂາດສະຖານທີ່ ຫ້ອງວາງສະແດງຜະລິດຕະພັນ ສິນຄ້າ ຍັງບໍ່ທັນຕອບສະໜອງ ກັບ ຄວາມຮຽກຮ້ອງຕ້ອງການຂອງ ສັງຄົມ. ສະນັ້ນ, ຈຶ່ງໄດ້ຈັດງານມື້ນີ້ ຂຶ້ນ ເພື່ອຂໍການສະໜັບສະໜູນປະ ກອບສ່ວນຈາກທຸກພາກສ່ວນນັກທຸ ລະກິດ, ຄອບຄົວການນໍາຂັ້ນສູນ ກາງ ແລະ ແຂວງ ເຊິ່ງໄດ້ຮັບການ ລະດົມທຶນຈາກພາກສ່ວນຕ່າງໆໃນ ຄັ້ງນີ້ທັງໝົດ 1,33 ຕື້ກວ່າກີບ ເພື່ອ ເປັນການປະກອບສ່ວນໃນການ ສ້າງຫ້ອງວາງສະແດງສິນຄ້າພູມ ປັນຍາທ້ອງຖິ່ນແຂວງຊຽງຂວາງ ທັງເປັນການຊຸກຍູ້ສົ່ງເສີມຜະລິດ ຕະພັນຕ່າງໆ ຂອງທ້ອງຖິ່ນ ແລະ ເປັນການປະກອບສ່ວນໃນການພັດ ທະນາເສດຖະກິດ-ສັງຄົມຂອງ ແຂວງ. ພາຍໃນງານໄດ້ມີການມອບ ເງິນອຸປະຖໍາ, ມອບໃບກຽດຕິຄຸນໃຫ້ ບັນດານັກທຸລະກິດ ແລະ ຄອບຄົວ ການນໍາ ພ້ອມທັງຊົມການສະແດງ ເພື່ອເປັນການຊົມເຊີຍຜົນສໍາເລັດໃນ ການລະດົມທຶນໃນຄັ້ງນີ້. -P'0;k' ]tfq ,mb olh k'sh v';k'ltcf'ly o7h kr6 ,xa opkmh v'4yj o

RkJQdWJsaXNoZXIy MTc3MTYxMQ==