7044

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 06/06/2025 glf4tdy f{la '7q , ໂດຍ: ສີອຳພອນີ ອ sq ;ra o dP,xtg,u o7n o,kf4ko g,n v';P'w- g,n v'mj v'mj P;ltvkfvk-Po * ມາດຕະຖານເມືອງທ່ອງທ່ຽວ ສະອາດອາຊຽນ ແມ່ນໜຶ່ງໃນ 7 ມາດຕະຖານ ການທ່ອງທ່ຽວອາ ຊຽນ ທີ່ໄດ້ຮັບຮອງ ໂດຍບັນດາ ລັດຖະມົນຕີທ່ອງທ່ຽວອາຊຽນ 10 ປະເທດ. ດັ່ງນັ້ນ, ເພື່ອເຮັດ ໃຫ້ການພັດທະນາ ແລະ ຄຸ້ມຄອງ ການທ່ອງທ່ຽວມີຄວາມຍືນຍົງ ຕ້ອງມີມາດຕາການຕ່າງໆ ເພື່ອ ເປັນເຄື່ອງມືໃນການຮັບໃຊ້ໃຫ້ແກ່ ວຽກງານດັ່ງກ່າວ. ມາດຕະຖານ ເມືອງທ່ອງທ່ຽວ ສະອາດອາຊຽນ ກໍຖືເປັນໜຶ່ງໃນເຄື່ອງມື ໃນການ ຊ່ວຍປັບປຸງຄຸນນະພາບການທ່ອງ ທ່ຽວ ຢູ່ບັນດາຕົວເມືອງຕ່າງໆ ພາຍໃນປະເທດໃຫ້ດີຂຶ້ນ ທັງເປັນ ການເພີ່ມຄວາມສາມາດ ໃນການ ແຂ່ງຂັນດ້ານການຕະຫລາດ, ປັບ ປຸງຊີວິດການເປັນຢູ່ຂອງປະຊາ ຊົນ, ປະກອບສ່ວນຊ່ວຍຮັກສາ ສິ່ງແວດລ້ອມ ແລະ ເປັນໂອກາດ ອັນດີ ໃນການສົ່ງເສີມ ເມືອງທ່ອງ ທ່ຽວຂອງແຕ່ລະປະເທດ ໃຫ້ເປັນ ປະຕູເຂົ້າທີ່ສໍາຄັນ ເພື່ອຕ້ອນຮັບ ນັກທ່ອງທ່ຽວເຂົ້າສູ່ປະເທດຂອງ ຕົນເວົ້າລວມ, ເວົ້າສະເພາະກໍຄື ແຂວງຫົວພັນໃຫ້ນັບມື້ເພີ່ມຂຶ້ນຢ່າງ ຕໍ່ເນື່ອງ. ທ່ານ ພູວັນ ເພັດມີໄຊ ຮອງ ຫົວໜ້າພະແນກ ຖວທ ແຂວງຫົວ ພັນກ່າວວ່າ: ໄດ້ຍົກໃຫ້ເຫັນປະ ຫວັດຄວາມເປັນມາຂອງການປະ ເມີນ ມາດຖານເມືອງທ່ອງທ່ຽວ ສະອາດອາຊຽນ ແລະ ບັນດາ ເງື່ອນໄຂ ໃນການຈັດຕັ້ງການປະ ເມີນຄືນ, ຂັ້ນຕອນ ແລະ ວິທີການ ຈັດຕັ້ງປະຕິບັດປະເມີນຄືນມາດ ຖານເມືອງທ່ອງທ່ຽວສະອາດອາ ຊຽນ, ເຊິ່ງການສ້າງເມືອງວຽງໄຊ ເປັນເມືອງທ່ອງທ່ຽວສະອາດອາ ຊຽນ ໄດ້ເລີ່ມແຕ່ປີ 2019 ເປັນ ຕົ້ນມາ ໂດຍໄດ້ເຜີຍແຜ່ມາດຖານ ການທ່ອງທ່ຽວ ສະອາດອາຊຽນ ແລະ ການປະເມີນເບື້ອງຕົ້ນ ໂດຍ ກົມພັດທະນາການທ່ອງທ່ຽວ ກະ ຊວງ ຖວທ ໃນຄັ້ງນັ້ນແມ່ນຍັງ 69 ກິດຈະກຳ ທີ່ເມືອງວຽງໄຊ ຈະ ຕ້ອງໄດ້ຮັບການປັບປຸງ ແລະ ຈັດ ຕັ້ງປະຕິບັດໃຫ້ສຳເລັດ ເພື່ອປະເມີນ 7 ຕົວຊີ້ວັດຫລັກ, 28 ຕົວຊີ້ວັດ ຍ່ອຍ ແລະ 108 ມາດຕະຖານ. ໃນ ປີ 2021 ຄະນະຮັບຜິດຊອບຂັ້ນ ແຂວງ ແລະ ຂັ້ນເມືອງວຽງໄຊ ໄດ້ລົງພື້ນທີ່ເກັບກຳຂໍ້ມູນທີ່ນອນ ຢູ່ໃນມາດຖານ, ຕົວຊີ້ວັດ ແລະ ເງື່ອນໄຂ ເຫັນວ່າສາມາດບັນລຸ ໄດ້ 79,62% ສາມາດສະເໜີໄປ ຍັງຄະນະຮັບຜິດຊອບຂັ້ນສູນກາງ ເມືອງວຽງໄຊໄດ້ຖືກຄັດເລືອກເປັນ ເມືອງທ່ອງທ່ຽວສະອາດອາຊຽນ ໃນປີ 2022 ພິທີມອບລາງວັນ ດັ່ງກ່າວ ໄດ້ຈັດຂຶ້ນທີ່ປະເທດກຳປູ ເຈຍ, ແຂວງຫົວພັນ ໄດ້ຈັດພິທີຮັບ ລາງວັນດັ່ງກ່າວ ຢູ່ຖ້ຳຊ້າງລອດ ເມືອງວຽງໄຊ ໃນວັນທີ 17 ກຸມພາ 2022 ຜ່ານມາ. ນັບແຕ່ປີ 2022 ພາກສ່ວນ ທີ່ກ່ຽວຂ້ອງ ກໍໄດ້ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ກິດຈະກຳທີ່ຍັງຄ້າງຄາ ຢູ່ເມືອງ ວຽງໄຊ ເພື່ອກະກຽມໃນການປະ ເມີນຄືນ ແລະ ສະເໝີສະມັກຮັບ ລາງວັນຄັ້ງຕໍ່ໄປໃນປີ 2026 ໂດຍ ຈະໄດ້ປະເມີນຈາກຕົວຊີ້ວັດຫລັກ 7 ຕົວຊີ້ວັດຫລັກ, 28 ຕົວຊີ້ວັດ ຍ່ອຍ ແລະ 108 ມາດຕະຖານ ຄື: ການຄຸ້ມຄອງສິ່ງແວດລ້ອມ ມີ 28 ມາດຕະຖານ, ຄວາມສະອາດ 16 ມາດຕະຖານ, ການກຳຈັດສິ່ງເສດ ເຫລືອ 20 ມາດຕະຖານ, ການປູກ ຈິດສຳນຶກການຮັກສາສິ່ງແວດ ລ້ອມ ແລະ ຄວາມສະອາດ 9 ມາດ ຕະຖານ, ພື້ນທີ່ສີຂຽວ 5 ມາດ ຕະຖານ, ຄວາມປອດໄພດ້ານສຸຂະ ພາບ, ຄວາມສະຫງົບໃນເມືອງ 12 ມາດຕະຖານ, ໂຄງລ່າງພື້ນ ຖານ ແລະ ສິ່ງອໍານວຍຄວາມສະ ດວກດ້ານການທ່ອງທ່ຽວ 18 ມາດຕະຖານ. ພ້ອມນີ້, ທ່ານ ພຸດພັນ ແກ້ວ ວົງໄຊ ຍັງໄດ້ຮຽກຮ້ອງໃຫ້ຄະນະ ຮັບຜິດຊອບ ທີ່ໄດ້ຮັບການຕົກລົງ ແຕ່ງຕັ້ງ ພ້ອມກັນຈັດຕັ້ງປະຕິບັດ ເຮັດການປະເມີນຄືນ ເມືອງວຽງ ໄຊເປັນເມືອງທ່ອງທ່ຽວສະອາດ ອາຊຽນ ໃຫ້ຮັບປະກັນທາງດ້ານ ຄຸນນະພາບ, ຮັບປະກັນໃຫ້ມີຄວາມ ຊັດເຈນ ແລະ ຖືກຕ້ອງຕາມຄວາມ ເປັນຈິງ ເພື່ອເຮັດໃຫ້ການປະເມີນ ຄືນ ໃຫ້ໄດ້ຮັບຜົນສຳເລັດ. ກອງປະ ຊຸມກະກຽມການປະເມີນຄືນມາດ ຖານເມືອງວຽງໄຊ ເມືອງທ່ອງ ທ່ຽວສະອາດອາຊຽນ ໂດຍການ ເປັນປະທານຂອງທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວ ພັນ, ມີການນຳເມືອງວຽງໄຊ, ຫົວ ໜ້າ-ຮອງຫົວໜ້າພະແນກການທີ່ ກ່ຽວຂ້ອງ, ເມືອງວຽງໄຊ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ. * ອາທິດຜ່ານມາສະມາຄົມຫັດ ຖະກໍາລາວ, ລາວແຟຊັນວີກ, ໂຮງ ແຮມສຸພັດຕາ ໄດ້ຮ່ວມຈັດງານ ລາວແຟຊັນວີກ2025, ທີ່ໂຮງແຮມ ສຸພັດຕາ, ນະຄອນຫລວງວຽງຈັນ. ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ປານີ ໄຊຍະວົງ ຜູ້ອໍານວຍການ ແຟນຊັນວີກ, ທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະ ກໍາລາວ, ບັນດາທູຕານຸທູດ, ແຂກ ຖືກເຊີນພ້ອມດ້ວຍນັກອອກແບບ ນັກເດີນແບບ. ທ່ານ ນາງປານີ ໄຊຍະວົງ ໄດ້ ກ່າວວ່າ: ໃນຄ່ຳຄືນນີ້ ໄດ້ມີການສະ ແດງຜົນງານຈາກນັກອອກແບບ ຊັ້ນນຳຂອງລາວຈາກ 13 ຫ້ອງ ເສື້ອ ທີ່ໄດ້ນໍາການອອກແບບສະສົມ ]k;c2-a o3- 2025 9a f0B ogrnj vlqj 'glu ,czj ocr]k; ຊິ້ນພິເສດ ໂດຍການນຳໃຊ້ແຜ່ນແພ ລາວ ຈາກຜູ້ຜະລິດແຜ່ນແພທ້ອງ ຖິ່ນ ແລະ ສະມາຊິກ ຂອງສະມາຄົມ ຫັດຖະກຳລາວ. ເປົ້າໝາຍງານ ດັ່ງກ່າວ ແມ່ນເພື່ອເພີ່ມຄຸນຄ່າໃຫ້ ແກ່ແຜ່ນແພລາວ, ສົ່ງເສີມວັດທະ ນະທຳການຕ່ຳແຜ່ນ ແລະ ຜະລິດ ແຜ່ນແພທ້ອງຖິ່ນ, ພ້ອມນັ້ນ ຍັງ ເປັນການເສີມສ້າງເຄືອຂ່າຍທຸລະ ກິດ, ສ້າງລາຍຮັບໃຫ້ແກ່ຊຸມຊົນ ແລະ ນຳເອົາແຜ່ນແພລາວ ກ້າວສູ່ ຕະຫລາດແຟຊັນຂອງໂລກ. ນອກຈາກນັ້ນ, ການຈັດງານ ດັ່ງກ່າວ ກໍ່ເພື່ອຫາທຶນຮອນສະໜັບ ສະໜູນ ໂຄງການສົ່ງເສີມນັກອອກ ແບບໜຸ່ມນ້ອຍຂອງລາວ ໂດຍການ ໃຫ້ນັກຮຽນດີເດັ່ນ 5 ຄົນ ຂອງໂຄງ ການ ໄປສຶກສາ ແລະ ຝຶກອົບຮົມ ໃນ ແຕ່ລະປີ ຢູ່ບັນດາສະຖາບັນແຟຊັນ ທີ່ມີຊື່ສຽງຂອງໂລກ ເຊັ່ນ ເອັດໂມດ (ESMODParis)ທີ່ປະເທດຝຣັ່ງ, ນາຝາ (NAFA) ທີ່ສິງກະໂປ, ວິ ທະຍາໄລລອນດອນອອກແບບແລະ ແຟຊັນ (London College of Designs & Fashion) ທີ່ຮ່າ ໂນ້ຍ, ສະຖາບັນແຟຊັນ ຂອງຟີລິບ ປິນ (Fashion Institute of Philippines) ທີ່ມະນີລາ ແລະ ຫ້ອງເສື້ອຊັ້ນນຳ ທີ່ບາງກອກ. ທ່ານ ນາງປານີ ໄຊຍະວົງ ໄດ້ ກ່າວຕື່ມວ່າ: ໂຄງການສົ່ງເສີມ ນັກ ອອກແບບໜຸ່ມນ້ອຍຂອງລາວ ເປັນ ໂຄງການທີ່ບໍ່ມີຜົນກຳໄລ ຂອງ ລາວແຟຊັນວີກ, ສ້າງຕັ້ງຂຶ້ນ ເພື່ອ ພັດທະນາຊັບພະຍາກອນໃຫ້ມີ ປະສິດທິພາບ ໃນວົງການແຟຊັນ ຂອງລາວ ເພື່ອເປີດໂອກາດໃຫ້ແກ່ ໄວໜຸ່ມລາວທີ່ມີພອນສະຫວັນ ໄດ້ ໄປຮ່ຳຮຽນ ແລະ ຝຶກອົບຮົມ ດ້ານ ແຟຊັນ ໂດຍມີການຮ່ວມມືຢ່າງໃກ້ ຊິດ ກັບບັນດາສະຖາບັນແຟຊັນ ທີ່ມີຊື່ສຽງຕ່າງໆຂອງໂລກ ແລະ ອົງການຈັດຕັ້ງຂອງລັດຖະບານ ຂອງສາກົນ ເປັນຕົ້ນແມ່ນ ສະຖານ ທູດຝຣັ່ງປະຈຳລາວ, ສະຖາບັນ Campus France ປະຈຳລາວ, ສະຖານທູດສິງກະໂປປະຈໍາລາວ, ສະຖານທູດຟິລິປີນປະຈໍາລາວ ແລະ ອີກຫລາຍໆພາກສ່ວນ. ໃນ ປີນີ້ກໍພໍດີຄົບຮອບ 12 ປີແຫ່ງການ ກໍ່ຕັ້ງ, ລາວແຟຊັນວີກ ໄດ້ສ້າງນັກ ອອກແບບລາວ ທີ່ມີຊື່ສຽງ ກວ່າ 40 ຄົນ ຜູ້ທີ່ເປັນອະນາຄົດ ອັນສົດ ໃສ ຂອງວົງການແຟຊັນຂອງລາວ.

RkJQdWJsaXNoZXIy MTc3MTYxMQ==