7044

06/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ sq ;|h k vvxl 8h voIa [ m6 fs;Pfok, g0Q krq [xt1h P,1k, ຂປລ. ໃນວັນທີ 3 ມິຖຸນາ 2025 ຜ່ານມາ, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ ປະຊາຊົນ ປະຕິວັດລາວ(ຄຕພ) ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີນເກີ້ມຕູ້ ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ໃນໂອກາດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ. ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ນໍາພາ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເປັນ ຄັ້ງທໍາອິດໃນຖານະຕໍາແໜ່ງຮັກສາ ການຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ ຕາມການເຊື້ອເຊີນ ຂອງສະຫາຍ ບຸຍແທງເຊີນ ກໍາມະ ການສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດຫວຽດນາມ, ພ້ອມທັງ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສະຫາຍ ເຈີນເກີ້ມຕູ້ ທີ່ໄດ້ໃຫ້ການ ຕ້ອນຮັບເຊິ່ງເຕັມໄປດ້ວຍຄວາມ ອົບອຸ່ນ, ສະໜິດສະໜົມ, ຄວາມສາ ມັກຄີພິເສດຖານສະຫາຍອ້າຍນ້ອງ, ພ້ອມທັງນໍາເອົາຄວາມຢື້ຢາມຖາມ ຂ່າວຂອງສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມາຍັງສະຫາຍ ເຈີນເກີ້ມຕູ້ ແລະ ແຈ້ງໃຫ້ຊາບກ່ຽວ ກັບໝາກຜົນຂອງການພົບປະສອງ ຝ່າຍລະຫວ່າງຄະນະພົວພັນຕ່າງ ປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການ ຕ່າງປະເທດຫວຽດນາມ ເຊິ່ງເປັນ ການພົບປະທາງການຄັ້ງທຳອິດ ພາຍຫລັງທີ່ຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຢຸດຕິການເຄື່ອນ ໄຫວແລະ ໂຮມເຂົ້າກັບກະຊວງການ ຕ່າງປະເທດຫວຽດນາມ. ສະຫາຍ ເຈີນເກີ້ມຕູ້ ກໍໄດ້ຕີລາ ຄາສູງຕໍ່ການຢ້ຽມ ສສ ຫວຽດນາມ ຂອງສະຫາຍ ບຸນເຫລືອ ບັນດາ 7totz6h cmo 78r g0Q k1h P,0+ koa [z6h xt9edko 7totg]0kmy dkol6 odk'ra ddv,,6 oy fs;Pfok, ນຸວົງ ພ້ອມຄະນະ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການພົບປະສອງ ຝ່າຍ ເຊິ່ງຈະເປັນການປະກອບ ສ່ວນເຂົ້າໃນການເພີ່ມທະວີສາຍ ພົວພັນພິເສດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງ ພັກ ແລະ ກະຊວງການຕ່າງປະເທດ ຫວຽດນາມ; ຕີລາຄາສູງຕໍ່ຜົນສໍາ ເລັດທີ່ພັກ, ລັດ ປະຊາຊົນລາວ ຍາດ ມາໄດ້ໃນການດໍາເນີນການປ່ຽນ ແປງໃໝ່ ຕະຫລອດໄລຍະຜ່ານ ມາ; ສະແດງຄວາມເຫັນໃຈ ແລະ ຂໍແບ່ງປັນຄວາມຫຍຸ້ງຍາກທີ່ ສປປ ລາວ ພວມຜະເຊີນໜ້າຢູ່ ແລະ ຫວັງ ຢ່າງຍິ່ງວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ຂອງຕົນ ແລະ ສາມາດແກ້ໄຂຄວາມ ຫຍຸ້ງຍາກຕ່າງໆ, ປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສໍາ ເລັດຜົນ, ສືບຕໍ່ດໍາເນີນກອງປະຊຸມ ໃຫຍ່ຂັ້ນຕ່າງໆ ເພື່ອກ້າວໄປສູ່ການ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ. ພ້ອມນັ້ນ, ກໍໄດ້ ຊີ້ນໍາໃຫ້ຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດ ຫວຽດນາມ ເພີ່ມທະວີການປະສານ ສົມທົບຢ່າງແໜ້ນແຟ້ນໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງແຕ່ລະພັກ, ແຕ່ລະປະເທດ, ພິເສດແມ່ນໝາກຜົນຂອງການຢ້ຽມ ຢາມຂອງບັນດາສະຫາຍການນໍາ ຂອງທັງສອງປະເທດ; ແລກປ່ຽນ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເປັນປະຈໍາກ່ຽວກັບວຽກງານກໍ່ສ້າງ ພັກ ເພື່ອກະກຽມດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ຄັ້ງທີXIV ຂອງ ພັກກອມມູນິດຫວຽດນາມ ໃຫ້ສໍາ ເລັດຜົນ; ກະກຽມໃຫ້ແກ່ການພົບປະ ລະຫວ່າງການນໍາຂັ້ນສູງຂອງສອງ ພັກໃນທ້າຍປີ 2025 ຢູ່ລາວ ກໍຄື ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງການນໍາຂັ້ນສູງຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ, ພ້ອມ ທັງສະແດງຄວາມຫວັງວ່າສອງຝ່າຍ ຈະປະສານສົມທົບກັນຢ່າງແໜ້ນ ແຟ້ນໃນການຈັດຕັ້ງປະຕິບັດບັນດາ ໜ້າທີ່ວຽກງານທີ່ ພັກ, ລັດ ຂອງ ທັງສອງປະເທດມອບໝາຍໃຫ້ສໍາ ເລັດຜົນເປັນຢ່າງດີ. ໃນຕອນບ່າຍວັນດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ພ້ອມຄະນະກໍໄດ້ສືບຕໍ່ຢ້ຽມຢາມ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ເຊິ່ງໄດ້ພົບປະກັບສະຫາຍ ຫງວຽນຢຸຍບັກຮອງຫົວໜ້າຜູ້ປະຈໍາ ການສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ແລະ ສົນທະນາກັບ ບັນດາ ພະນັກງານການນໍາ, ອາຈານສອນ, ນັກສຶກສາລາວ ແລະ ຫວຽດນາມ ກ່ຽວກັບສາຍພົວພັນພິເສດ ລາວຫວຽດນາມ, ຫວຽດນາມ-ລາວ. ພ້ອມກັນນັ້ນ, ກໍໄດ້ຢ້ຽມຢາມແຂວງ ຫ້າຍເຢືອງ ໂດຍໄດ້ພົບປະກັບສະ ຫາຍ ເຈີນດຶກຖັງ ກໍາມະການສູນ ກາງພັກ, ເລຂາພັກແຂວງຫ້າຍ ເຢືອງ ພ້ອມດ້ວຍຄະນະພັກ, ຄະນະ ນໍາ, ອົງການຂອງພັກ ແລະ ພະແນກ ການຂອງແຂວງຫ້າຍເຢືອງ, ພ້ອມ ທັງໄປຢ້ຽມຢາມບາງພື້ນຖານການ ຜະລິດ ແລະ ສະຖານທີ່ທາງວັດ ທະນະນໍາຂອງແຂວງຫ້າຍເຢືອງ ຕື່ມອີກ. ຂ່າວ-ພາບ: ຄຕພ ຂປລ. ໃນວັນທີ4 ມິຖຸນາ 2025, ສະຫາຍ ໄຊຊະນະ ໂຄດພູທອນ ຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງສະຫາຍຫງວຽນມິງ ເຕິມ ເອກ ອັກຄະຣາຊະທູດ ແຫ່ງ ສສ ຫວຽດ ນາມ ປະຈໍາ ສປປ ລາວ ໂດຍມີຄະ ນະທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການ ເຂົ້າມາຢ້ຽຢາມ ແລະ ພົບປະໃນຄັ້ງ ນີ້, ເຊິ່ງມີຄວາມໝາຍສຳຄັນປະກອບ ສ່ວນເຂົ້າໃນການຍົກສູງສາຍພົວພັນ ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ໃນທຸກຂົງເຂດວຽກງານໂດຍສະ ເພາະໃນຂົງເຂດວຽກງານໄອຍະ ການປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການ ພັດທະນາ, ກ້າວເຂົ້າສູ່ລວງເລິກ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບ ແລະ ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ຫວຽດນາມ-ລາວ, ພ້ອມທັງຢືນຢັນ ທີ່ຈະສືບຕໍ່ຮັກສາມູນເຊື້ອອັນດີ ງາມທີ່ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກໄດ້ ກໍ່ຕັ້ງ, ຈະຖືເອົາວຽກງານການຮ່ວມ ມືລາວ-ຫວຽດນາມ ເປັນອັນສຳຄັນ, ໃນຖານະເປັນເສນາທິການໃຫ້ແກ່ ລັດຖະບານຫວຽດນາມ ຈະໃຫ້ການ ຊ່ວຍເຫລືອຢ່າງຮອບດ້ານ ໂດຍ ສະເພາະການແລກປ່ຽນບົດຮຽນ ລະຫວ່າງອົງການໄອຍະການປະ ຊາຊົນ ແຫ່ງ ສສ ຫວຽດນາມ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ເຊັ່ນ: ການຈັດຝຶກອົບຮົມ ແລກປ່ຽນບົດຮຽນຈາກຊຽວຊານ ສສ ຫວຽດນາມ ບາງບັນຫາທີ່ພົ້ນ ເດັ່ນເປັນຕົ້ົນການດຳເນີນຄະດີອາ ຊະຍາກໍາທາງດ້ານຄອມພິວເຕີ, ການແກ້ໄຂບັນຫາຢາເສບຕິດ, ການ ຮ່ວມມືທາງດ້ານຍຸຕິທຳໃນບັນຫາ ອາຍາ ແລະ ອື່ນໆ ແນໃສ່ພັດທະ ນາຂົງເຂດໄອຍະການໃຫ້ຫັນສູ່ທັນ ສະໄໝ. ຂ່າວ: ອອປສ ຫາລືພັດທະນາ...ືັ ສະຫລຸບການປະຕິບັດ...ຸິັ ຂປລ. ກົມຊົນລະປະທານກະ ຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານພັດທະນາອາຊີ(ADB) ແລະ ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ຈັດກອງປະຊຸມເພື່ອປຶກ ສາຫາລືກັບຄູ່ຮ່ວມພັດທະນາໃນ ຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ໃນວັນທີ 5 ມິຖຸນາ 2025 ໂດຍການເປັນ ປະທານຮ່ວມຂອງທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງ ແຊນນີ ແຄັມເບລ ຫົວໜ້າ ຫ້ອງການ ADB ປະຈໍາ ສປປ ລາວ ມີບັນດາຫົວໜ້າກົມ, ຮອງກົມ ພ້ອມ ດ້ວຍຜູ້ຕາງໜ້າຈາກຂະແໜງການ ອົງການໄອຍະການປະຊາຊົນສູງ ສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ໂດຍການເປັນ ປະທານຂອງທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ, ມີຜູ້ຕາງ ໜ້າບັນດາກົມຈາກອົງການໄອຍະ ການປະຊາຊົນສູງສຸດ, ອົງການໄອ ຍະການປະຊາຊົນພາກເໜືອ, ພາກ ກາງ, ພາກໃຕ້, ອົງການໄອຍະການ ປະຊາຊົນແຂວງວຽງຈັນ ແລະ ອົງ ການອະນຸລັກສັດປ່າ ປະຈຳ ສປປ ລາວ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ງານໂດຍສັງເຂບກ່ຽວກັບຜົນການ ຈັດຕັ້ງປະຕິບັດກິດຈະກໍາວຽກງານ ໂຄງການສະໜັບສະໜູນສະກັດກັ້ນ ການຂາຍສັດປ່າທີ່ຜິດກົດໝາຍຢູ່ ສປປ ລາວ ໄລຍະທີ I ເຊິ່ງຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 3 ປີ ຜ່ານມາ (2022-2024). ພ້ອມ ທັງປຶກສາຫາລືແລກ, ປ່ຽນບົດຮຽນ ແລະ ຖອດຖອນບົດຮຽນໃນການ ຈັດຕັ້ງປະຕິບັດບັນດາກິດຈະກຳ ວຽກງານໂຄງການກັບບັນດາຜູ້ ເຂົ້າຮ່ວມກອງປະຊຸມ ເພື່ອປະກອບ ຄຳຄິດເຫັນໃສ່ຮ່າງແຜນການສືບ ຕໍ່ກິດຈະກຳໂຄງການໄລຍະທີ II (2025-2030) ລະຫວ່າງອົງ ການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຄໍາ ພະຈັນ ວົງສະນະ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນໜຶ່ງໃນ ກົນໄກການປະສານງານທີ່ສໍາຄັນ ລະຫວ່າງຂະແໜງການຍ່ອຍດ້ານ ຊົນລະປະທານ ແລະ ອົງການຄູ່ ຮ່ວມພັດທະນາ, ພາກທຸລະກິດ, ອົງການຕົວແທນຊາວກະສິກໍາ, ຂະແໜງການຍ່ອຍຕ່າງໆພາຍໃຕ້ ຂະແໜງການຫລັກດ້ານກະສິກໍາ ແລະ ພັດທະນາຊົນນະບົດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການ ຮ່ວມຊຸກຍູ້ສົ່ງເສີມການພັດທະນາ ຊົນລະປະທານ ເຊິ່ງຜູ້ເຂົ້າຮ່ວມໄດ້ ສຸມໃສ່ປຶກສາຫາລືກ່ຽວກັບການ ພັດທະນາຊົນລະປະທານ ໂດຍ ເນັ້ນກ່ຽວກັບໂອກາດ ແລະ ທ່າ ແຮງໃນການໝູນໃຊ້ລະບົບຂໍ້ມູນ ຂ່າວສານທາງດ້ານພູມສາດ (Geographical Information Systems ຫລື GIS) ເພື່ອເພີ່ມ ທະວີໃນການຄຸ້ມຄອງ ແລະ ການ ພັດທະນາລະບົບຊົນລະປະທານ. ຢ່າງໃດກໍຕາມ ສປປ ລາວ ມີຄວາມ ຈຳເປັນໃນການສືບຕໍ່ພັດທະນາ ແລະ ປັບປຸງການຄຸ້ມຄອງລະບົບຊົນລະ ປະທານເພື່ອສະໜອງ ແລະ ນໍາໃຊ້ ນໍ້າຊົນລະປະທານໃຫ້ມີປະສິດທິ ພາບ, ພ້ອມທັງການຂະຫຍາຍເນື້ອ ທີ່ຊົນລະປະທານ. ເຖິງແມ່ນວ່າໄດ້ ມີການປັບປຸງຊົນລະປະທານແລ້ວ ກໍຕາມ, ແຕ່ຄວາມຄືບໜ້າໃນການ ຂະຫຍາຍເນື້ອທີ່ຊົນລະປະທານ ແລະ ການເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງແມ່ນ ຍັງເປັນບັນຫາ. ການນຳໃຊ້ເຕັກໂນ ໂລຊີ GIS ໃນການພັດທະນາ ແລະ ການຄຸ້ມຄອງຊົນລະປະທານ ໂດຍ ສະເພາະການຄຸ້ມຄອງຖານຂໍ້ມູນ ແມ່ນມີຄວາມສຳຄັນ ແລະ ຈຳເປັນ. ທ່ານ ນາງ ແຊນນີ ແຄັມເບລ ໄດ້ ກ່າວວ່າ: ກອງປະຊຸມປຶກສາຫາລື ຄັ້ງນີ້ ແມ່ນເວທີຮວບຮວມຂໍ້ມູນ ອັນສຳຄັນຈາກບັນດາຜູ້ເຮັດວຽກ ຕົວຈິງ, ຜູ້ສ້າງນະໂຍບາຍ ແລະ ຄູ່ ຮ່ວມພັດທະນາກ່ຽວກັບການນໍາເຕັກ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສະເໜີ ຮ່າງແຜນງານເລີ່ມຕົ້ນການສ້າງ ຜູ້ນຳດ້ານວຽກງານອາຊະຍາກຳ ສັດປ່າ. ໂອກາດດັ່ງກ່າວ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ໄດ້ສະແດງ ຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງການຮ່ວມມືຂອງ ສອງອົງການໃນໄລຍະຜ່ານມາໃນ ການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງ ປະຊຸມແມ່ນໄດ້ເອົາໃຈໃສ່ຢ່າງຕັັ້ງ ໜ້າໃນການປຶກສາຫາລື, ແລກປ່ຽນ ຄໍາຄິດເຫັນເຊິ່ງກັນ ແລະ ກັນ ຢ່າງ ກົງໄປກົງມາ. ນອກນັັ້ນ, ຍັງໄດ້ມີ ຄໍາເຫັນຕໍ່ແຜນງານເລີ່ມຕົ້ນການ ສ້າງຜູ້ນໍາດ້ານວຽກງານອາຊະຍາ ກໍາສັດປ່າ ເພື່ອເຮັດໃຫ້ການຄັບເຄື່ອນ ວຽກງານດັ່ງກ່າວ ໄປສູ່ບາດກ້າວ ໃໝ່ທີ່ດີ ເຊິ່ງໝາກຜົນທັງໝົດທີ່ໄດ້ຮັບ ຈາກກອງປະຊຸມແມ່ນເປັນພື້ນຖານ ທີ່ໜັກແໜ້ນໃຫ້ແກ່ບັນດາທ່ານໃນ ຄະນະຮັບຜິດຊອບ ກໍຄື ຄະນະປະ ສານງານໂຄງການທັງສອງຝ່າຍ ຈະໄດ້ນໍາໄປຄົ້ນຄິດ, ຕຶກຕອງ ເພື່ອ ປະກອບເນື້ອໃນໃສ່ບົດບັນທຶກທີ່ ຈະລົງນາມຮ່ວມກັນໃນໄລຍະທີ II (2025-2030) ໃຫ້ມີເນື້ອໃນສົມ ບູນ, ເລິກເຊິ່ງ, ຈະແຈ້ງສາມາດ ນໍາໄປຈັດຕັັ້ງປະຕິບັດໄດ້ຢ່າງມີປະ ສິດທິຜົນເພື່ອເປັນການປັບປຸງການ ເຄື່ອນໄຫວຂອງການຈັດຕັັ້ງປະຕິບັດ ວຽກງານໃນຕໍ່ໜ້າໃຫ້ດີກວ່າເກົ່າ. ຂ່າວ-ພາບ: ອອປສ ໂນໂລຊີ GIS ຂັ້ນສູງມາໃຊ້ ແລະ ໃຊ້ຢ່າງມີປະສິດທິຜົນເພື່ອປັບປຸງ ການພັດທະນາ ແລະ ການຄຸ້ມຄອງ ຊົນລະປະທານ. ໃນຂະນະທີ່ພວກ ເຮົາພວມເຮັດວຽກຮ່ວມກັນ ເພື່ອ ປັບປຸງການຄຸ້ມຄອງນໍ້າ, ຊຸກຍູ້ການ ຜະລິດກະສິກໍາ ແລະ ເພີ່ມທະວີຄວາມ ທົນທານຕໍ່ສະພາບດິນຟ້າອາກາດ, GIS ຈະເປັນເຄື່ອງມືອັນສຳຄັນໃຫ້ ແກ່ພວກເຮົາໃນການວາງແຜນ, ການຄຸ້ມຄອງ, ການຕິດຕາມ ແລະ ບໍາລຸງຮັກສາລະບົບຊົນລະປະທານ ໄດ້ດີຂຶ້ນ. ການໝູນໃຊ້GIS ໄດ້ໃຫ້ໂອກາດ ສະເພາະເພື່ອເສີມສ້າງຄວາມເຂັ້ມ ແຂງໃຫ້ກັບຂະແໜງຊົນລະປະທານ, ເພີ່ມທະວີຄວາມເຂັ້ມແຂງໃຫ້ຜູ້ຕັດ ສິນໃຈດ້ວຍຂໍ້ມູນ, ເພີ່ມປະສິດທິພາບ ການດໍາເນີນງານ ແລະ ການບໍາລຸງ ຮັກສາ, ພ້ອມທັງເປັນການປັບປຸງ ຄຸນນະພາບຊີວິດການເປັນຢູ່ຂອງ ຊາວກະສິກອນ. ອີງຕາມບົດລາຍງານຂອງ ກົມຊົນລະປະທານ ໃຫ້ຮູ້ວ່າ: ໃນ ປີ 2024 ເນື້ອທີ່ຊົນລະປະທານມີ ທັງໝົດ 5 ແສນກວ່າເຮັກຕາ. ໃນ ນັ້ນ, ລວມມີເນື້ອທີ່ຊົນລະປະທານໃນ ລະດູຝົນ 3 ແສນກວ່າເຮັກຕາ ແລະ ລະດູແລ້ງ ເກືອບ 2 ແສນເຮັກຕາ ເຊິ່ງບັນລຸໄດ້ເກີນແຜນການທີ່ໄດ້ ວາງໄວ້ຈົນຮອດປີ 2025 ໃນເນື້ອທີ່ ເກືອບ 5 ແສນເຮັກຕາ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==