7044

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 06/06/2025 xtgmf]k; ສານສະແດງຄວາມຊົມເຊີຍ...ົີ ສານຊົມເຊີຍ ຄົບຮອບ 30 ປີ...ົີົີ ກອງປະຊຸມສະໄໝສາມັນ...ຸັ ເຈລະຈາ... ຫາລືຮ່າງຄຳແນະນຳ...ື່ ສໍາມະນາ...ໍ ຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ດີງາມລະຫວ່າງສອງປະເທດພວກ ເຮົາໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ເກົາຫລີ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໄຊອັນປະເສີດມາຍັງທ່ານຈົ່ງ ມີພະລະນາໄມສົມບູນ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ອັນສູງສົ່ງຂອງທ່ານ. ຂປລ. ໃນວັນທີ 4 ມິຖຸນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງ ກາລີ ຄົນໃໝ່ ປະຈຳ ສປປ ລາວ ໃນ ໂອກາດດຳລົງຕຳແໜ່ງເປັນເອກ ອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການມາປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ ລາຊໂລ ຕາກັກ ເຊິ່ງຈະປະ ກອບສ່ວນເພີ່ມພູນຄູນສ້າງສາຍພົວ ພັນ ແລະ ການຮ່ວມມືໃຫ້ນັບມື້ແໜ້ນ ແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ. ສປປ ລາວ ແລະ ຮົງກາລີ ໄດ້ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ກັນຍາ 1962, ເຊິ່ງ ປັດຈຸບັນມີທ່າຂະຫຍາຍຕົວສະແດງ ອອກໃນການແລກປ່ຽນພົບປະລະ ຫວ່າງການນໍາຂັ້ນສູງຂອງສອງ ປະເທດທີ່ໄດ້ຮັບການເສີມຂະຫຍາຍ ໃນຫລາຍດ້ານໃນໄລຍະຜ່ານມາ ກໍຄື ການຮ່ວມມືດ້ານວັດທະນະທໍາ ແລະ ການສຶກສາ ນັບແຕ່ປີ 1977 ໄດ້ນໍາໃຊ້ມາເຖິງປັດຈຸບັນ ແລະ ໄດ້ ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫລອດມາ, ປະກອບສ່ວນໃນ ການຍົກລະດັບຂຶ້ນເປັນຄູ່ຮ່ວມມື ຍຸດທະສາດ ໃນປີ 2019, ລວມ ເຖິງການເປີດສະຖານເອກອັກຄະ ລັດຖະທູດຮົງກາລີ ປະຈໍາ ສປປ ລາວ ຄືນໃໝ່ ໃນເດືອນມິຖຸນາ ປີ 2024 ທີ່ຜ່ານມາ ເຊິ່ງເປັນຂີດໝາຍ ສໍາຄັນ ແລະ ຢັ້ງຢືນເຖິງນະໂຍບາຍ ]a f4t,q o8u dt-;' 4;m 8h voIa [m6 fIq 'dk]u xt9e]k; 7q o.\j ຂອງລັດຖະບານລາວໃນການສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບກັບຮົງກາ ລີ ກໍຄື ການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດໃຫ້ກ້າວຂຶ້ນ ສູ່ລະດັບໃໝ່. ພ້ອມນີ້, ສອງຝ່າຍໄດ້ເຫັນດີ ເປັນເອກະພາບໃນການສືບຕໍ່ຮ່ວມ ມືຂົງເຂດວັດທະນະທໍາ ແລະ ທ່ອງ ທ່ຽວຂອງສອງປະເທດທີ່ມີທ່າແຮງ ບົ່ມຊ້ອນ ຊຶ່ງທັງສອງຝ່າຍເຫັນດີ ໂດຍພື້ນຖານໃນການຈັດກິດຈະກໍາ ຮ່ວມມືກັນທາງດ້ານວັດທະນະທໍາ ເປັນຕົ້ນບຸນມະໂຫລານຮູບເງົາ, ສ້າງ ປ້າຍລະນຶກເຖິງຄຸນງາມຄວາມດີ ຂອງທ່ານ ທອງຄຳ ອ່ອນມະນີສອນ ອະດີດນັກກາວີເອກ, ອະດີດນັກແຕ່ງ ກາບກອນ, ທັງເປັນຜູ້ທີ່ຕິດພັນກັບ ກາບກອນກາວີເອກຂອງຮົງກາລີ, ກິດຈະກຳສົ່ງເສີມນັກສິລະປິນຮົງ ກາລີ ເພື່ອມາແລກປ່ຽນສິລະປະ-ວັດ ທະນະທຳຢູ່ລາວ. ໂອກາດດຽວກັນ, ທ່ານ ລາຊໂລ ຕາກັກ ກໍໄດ້ສະແດງຄວາມຊົມເຊີຍ ຜົນສຳເລັດຂອງການຈັດຕັ້ງປີທ່ອງ ທ່ຽວ ລາວ 2024 ສາມາດຕ້ອນຮັບ ນັກທ່ອງທ່ຽວມາທ່ຽວ ສປປ ລາວ ໄດ້ 4 ລ້ານກວ່າຄົນ ຊຶ່ງກາຍເປັນ ລາຍຮັບອັນໜຶ່ງທີ່ປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ ຄຽງຄູ່ກັນ ນັ້ນ, ລັດຖະບານຮົງກາລີ ກໍຖືເປັນ ວຽກງານການທ່ອງທ່ຽວເປັນຂະ ແໜງການໜຶ່ງທີ່ສຳຄັນໃນແຕ່ລະ ປີມີນັກທ່ອງທ່ຽວໄປທ່ຽວຮົງກາລີ ຫລາຍກວ່າ 17 ລ້ານເທື່ອຄົນ ຊຶ່ງໃນ ຕໍ່ໜ້າສອງຂະແໜງການທ່ອງທ່ຽວ ລາວ-ຮົງກາລີ ຈະໄດ້ແລກປ່ຽນ ຂໍ້ມູນຂ່າວສານ ກໍຄື ການໂຄສະນາ ສົ່ງເສີມການທ່ອງທ່ຽວ ເພື່ອໃຫ້ ປະຊາຊົນສອງຊາດໄປມາຫາສູ່ ເຊິ່ງກັນ ແລະ ກັນຫລາຍຂຶ້ນກວ່າ ເກົ່າ. ນອກຈາກນີ້, ທ່ານເອກອັກຄະ ລັດຖະທູດຍັງໄດ້ສະແດງຄວາມ ຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມ ທັງຢືນຢັນວ່າຈະສືບຕໍ່ຮ່ວມມືກັບ ທຸກຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ປະຕິບັດໜ້າທີ່ການທູດ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍ ເພື່ອເປັນຂົວຕໍ່ເສີມຂະຫຍາຍມູນ ເຊື້ອສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ຮົງກາລີ-ລາວ, ລາວຮົງກາລີ ກໍຄື ວຽກງານວັດທະນະ ທໍາ ແລະ ທ່ອງທ່ຽວ ໃຫ້ໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວ ຂຶ້ນໄປເລື້ອຍໆໃນອະນາຄົດ ແລະ ຍາວນານ. ພາບ: ເກດສະໜາ ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວ ຈິງ ມາສູ່ປະຊາຊົນສອງຊາດພວກ ເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມືເພື່ອການ ພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ. ການນໍາຂັ້ນສູງ ແຫ່ງ ສ ອາ ແຊັກໄບຊານ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບລະຫວ່າງ ອາ ແຊັກໄບຊານ ແລະ ລາວ ໃນຕະ ຫລອດໄລຍະ 30 ປີ ຜ່ານມາທີ່ໄດ້ ສ້າງກາລະໂອກາດສໍາລັບການ ເພີ່ມທະວີການຮ່ວມມືສອງຝ່າຍໃນ ຫລາຍຂົງເຂດ, ພ້ອມທັງສະແດງ ຄວາມໝາຍໝັ້ນທີ່ຈະເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ກ້າວ ຂຶ້ນສູ່ລະດັບໃໝ່. ຝ່າຍອາແຊັກໄບ ຊານ ສະແດງຄວາມເຊື່ອໝັ້ນວ່າ ພວກເຮົາຈະສືບຕໍ່ໄດ້ຮັບຜົນສໍາເລັດ ພາຍໃຕ້ຄວາມພະຍາຍາມຮ່ວມກັນ ໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງ ອາແຊັກໄບ ຊານ ແລະ ລາວ ໃຫ້ກ້າວເຂົ້າສູ່ ລວງເລິກທັງໃນລະດັບສອງຝ່າຍ ແລະ ຫລາຍຝ່າຍເພື່ອນໍາເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ. ສອງຝ່າຍໄດ້ອວຍພອນໃຫ້ສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງ ລາວ ແລະ ອາ ແຊັກໄບຊານ, ອາແຊັກໄບຊານ ແລະ ລາວ ຈົ່ງສືບຕໍ່ມີຄວາມກ້າວ ໜ້າ ແລະ ຍືນຍົງຕະຫລອດໄປ. ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ບົດລາຍ ງານກ່ຽວກັບການທາບທາມຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030); ບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆໃນການພັດທະ ນາພະລັງງານໄຟຟ້າ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງ ທ່ຽວລາວ ແລະ ທິດທາງແຜນການ ໃນຕໍ່ໜ້າ; ບົດລາຍງານກ່ຽວກັບຜົນ ການສະຫລຸບຕີລາຄາການໂຄສະ ນາເຜີຍແຜ່ກົດໝາຍທົ່ວປະເທດ ແລະ ບົດລາຍງານການໃຫ້ນະໂຍບາຍ ພິເສດໂຄງການກໍ່ສ້າງ-ສ້ອມແປງ ທາງໄລຍະໃໝ່. ຂອງສູນກາງ ແລະ ທ້ອງຖິ່ນສອງ ຝ່າຍເຂົ້າຮ່ວມ. ໂດຍເຫັນໄດ້ບົດບາດຄວາມ ສໍາຄັນຢ່າງສູງຂອງລົດໄຟ ລາວນາພາຍໃຕ້ຫົວ ຂໍ້: “ການຮັກສາ ລະບຽບການຂອງໂລກໃນໄລຍະ ແລະ ພາຍຫລັງສົງຄາມໂລກຄັ້ງທີ 2”. ເພື່ອເປັນການສືບຕໍ່ຜັນຂະຫຍາຍ ແຜນການຮ່ວມມື ແລະ ແລກປ່ຽນ ດ້ານວິຊາການລະຫວ່າງສະຖາບັນ ການຕ່າງປະເທດ ແລະ ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ. ພ້ອມກັນນີ້, ກໍເປັນການ ລະນຶກເຖິງວັນ ຄົບຮອບ 80 ປີ ແຫ່ງ ໄຊຊະນະຂອງ ສປ ຈີນ ໃນການຕ້ານ ການຮຸກຮານຈາກພາຍນອກ ແລະ ສົງຄາມໂລກຕ້ານລັດທິຟາຊິດ ແລະ ເພື່ອເປັນການແລກປ່ຽນຄວາມຄິດ ເຫັນ ແລະ ຖອດຖອນບົດຮຽນຈາກ ອະດີດນໍາມາປັບໃຊ້ໃຫ້ເຂົ້າກັບສະ ພາບການຂອງໂລກໃນປັດຈຸບັນ. ໂອກາດນີ້, ທ່ານ ໄມທອງ ທໍາມະ ວົງສາ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ສະເເດງຄວາມ ການສຶກສາ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ການສອນເປັນບຸ ລິມະສິດອັນດັບຕົ້ນຂອງກະຊວງ ສຶກສາທິການ ແລະ ກິລາ, ຄຳແນະ ນຳການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງໄດ້ຖືກພັດທະນາຂຶ້ນ ໂດຍ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ ແຜນງານບີຄວາເຊິ່ງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຂອງ ສສກ ເພື່ອເສີມຂະຫຍາຍການສ້າງລະບົບ ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງໃນທົ່ວປະເທດສຳລັບຄູສອນ ໃນຂັ້ນໂຮງຮຽນປະຖົມສຶກສາ. ຄຳ ແນະນຳໄດ້ໃຫ້ຂໍ້ມູນເພື່ອຂັບເຄື່ອນ ລະບົບການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ, ໃນນີ້ລວມມມີ ພາລະ ບົດບາດ ແລະ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນທີ່ເປັນຜູ້ມີ ສ່ວນຮ່ວມທີ່ສຳຄັນ. ໃນຫລາຍປີຜ່ານມາ, ສສກ ແລະ ກົມສ້າງຄູ ໄດ້ມີຄວາມກ້າວໜ້າທີ່ ໂດດເດັ່ນໃນການສ້າງ ແລະ ປະຕິບັດ ລະບົບການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ເຊິ່ງ ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງຄຳ ຄິດເຫັນເພື່ອປັບປຸງຄຳແນະນຳໃຫ້ ເໝາະສົມກັບຈຸດປະສົງ, ເພື່ອໃຫ້ການ ສະໜັບສະໜູນແກ່ຜູ້ທີ່ມີສ່ວນຮ່ວມ ໃນລະບົບການພັດທະນາວິຊາຊີບ ຄູແບບຕໍ່ເນື່ອງໃຫ້ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ມີຄວາມ ຮັບຜິດຊອບຕາມພາລະບົດບາດຂອງ ຕົນຢ່າງເປັນລະບົບ. ໃນໄລຍະຜ່ານ ມາກະຊວງສຶກສາທິການ ແລະ ກິລາ ໄດ້ມີນິຕິກຳທີ່ກ່ຽວຂ້ອງກັບການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ວຽກງານສ້າງ ແລະ ປັບປຸງ ກົດໝາຍມີ 10 ສະບັບ. ໃນນີ້, ຮ່າງ ກົດໝາຍສ້າງໃໝ່ 5 ສະບັບ ຄື: ກົດໝາຍວ່າດ້ວຍຄວາມປອດໄພ ໄຊເບີ, ກົດໝາຍວ່າດ້ວຍສັງຄົມ ສົງເຄາະ, ກົດໝາຍວ່າດ້ວຍພະ ນັກງານໄອຍະການປະຊາຊົນ, ກົດ ໝາຍວ່າດ້ວຍສາມັນສຶກສາ ແລະ ກົດໝາຍວ່າດ້ວຍການປູກຝັງ. ສ່ວນ ຮ່າງກົດໝາຍປັບປຸງ 5 ສະບັບ ຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດ ຕະພັນການແພດ, ກົດໝາຍວ່າດ້ວຍ ອາກອນລາຍໄດ້, ກົດໝາຍວ່າດ້ວຍ ປ້າຍ, ກົດໝາຍວ່າດ້ວຍສານປະຊາ ຊົນສູງສຸດ ແລະ ກົດໝາຍວ່າດ້ວຍ ຊົນລະປະທານ. ຂົງເຂດວຽກງານສະພາແຫ່ງ ຊາດ ມີ 2 ບົດ ຄື: ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານແຕ່ກອງ ປະຊຸມສະໄໝສາມັນເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການ ຮອດກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດ ທີ IX; ບົດລາຍງານກ່ຽວກັບການ ທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (20262030) ຂອງສະພາແຫ່ງຊາດ ຊຸດທີ X. ສ່ວນມະຕິກອງປະຊຸມສະພາ ແຫ່ງຊາດ ປະກອບມີ 17 ສະບັບ, ໃນນີ້ ມະຕິຮັບຮອງເອົາວຽກງານ ລັດຖະບານ 6 ສະບັບ ຄື: ມະຕິວ່າ ດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນ ທ້າຍປີ 2025; ມະຕິວ່າດ້ວຍການ ຮັບຮອງເອົາບົດລາຍງານການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 6 ເດືອນ ຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານການ ຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆໃນການພັດ ທະນາພະລັງງານໄຟຟ້າ; ມະຕິວ່າ ດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ ແລະ ທິດທາງແຜນການໃນ ຕໍ່ໜ້າ; ມະຕິວ່າດ້ວຍການຮັບຮອງ ເອົາບົດລາຍງານກ່ຽວກັບຜົນການ ສະຫລຸບຕີລາຄາການໂຄສະນາເຜີຍ ແຜ່ກົດໝາຍທົ່ວປະເທດ; ມະຕິວ່າ ດ້ວຍການຮັບຮອງເອົາບົດລາຍງານ ການໃຫ້ນະໂຍບາຍພິເສດໂຄງການ ກໍ່ສ້າງ-ສ້ອມແປງທາງໄລຍະໃໝ່. ສ່ວນມະຕິຮັບຮອງເອົາວຽກງານ ສະພາແຫ່ງຊາດ ມີ 1 ສະບັບ ຄື: ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອ ທີ 8 ຫາ ເທື່ອທີ 9 ແລະ ທິດທາງ ແຜນການຮອດກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ມະຕິ ວ່າດ້ວຍການຮັບຮອງເອົາຮ່າງກົດ ໝາຍຈໍານວນ 10 ສະບັບ. ຈີນ ໃນການເສີມຂະຫຍາຍຄູ່ຮ່ວມ ຊາຕາກໍາສອງຊາດ ລາວ-ຈີນ, ຍົກລະດັບການເຊື່ອມໂຍງ-ເຊື່ອມ ຈອດພື້ນຖານໂຄງລ່າງ ແລະ ການ ອໍານວຍຄວາມສະດວກໃນການ ຜ່ານດ່ານຂອງຜູ້ໂດຍສານຢູ່ຄູ່ດ່ານ ສາກົນທາງລົດໄຟ ລາວ-ຈີນ, ສົົ່ງ ເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປມາຫາສູ່ກັນ ຂອງປະຊາຊົນທັງສອງຊາດ. ສອງ ຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັັ້ງປະຕິບັດວຽກງານ ກວດກາ “ປະຕູດຽວ, ຄັັ້ງດຽວ” ສະເພາະຂົນສົົ່ງຜູ້ໂດຍສານຢູ່ຄູ່ ດ່ານສາກົນທາງລົດໄຟ ລາວ-ຈີນ ໂດຍອີງໃສ່ສົນທິສັນຍາລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການ ຄຸ້ມຄອງດ່ານຊາຍແດນສະບັບລົງ ວັນທີ 23 ສິງຫາ 2011 ແລະ ວ່າ ດ້ວຍການຂົນສົົ່ງທາງລົດໄຟຂ້າມ ຊາຍແດນສະບັບລົງວັນທີ30 ພະຈິກ 2021, ທັງສອງຝ່າຍຈຶ່ງໄດ້ສ້າງ ສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ ປຶກສາຫາລືແລກປ່ຽນຄວາມຄິດ ເຫັນນຳກັນແລ້ວ ຈຶ່ງໄດ້ຮ່ວມກັນຈັດ ກອງປະຊຸມຄັ້ງນີ້ເພື່ອເປັນເອກະພາບ ກັນດ້ານເນື້ອໃນຂັ້ນພື້ນຖານແລ້ວຈະ ໄດ້ນຳສະເໜີລາຍງານລັດຖະບານ ຂອງຕົນພິຈາລະນາຕາມຂັ້ນຕອນ ແລະ ຈະໄດ້ລົງນາມຮ່ວມກັນໃນ ເວລາອັນໃກ້ນີ້, ຊຶ່ງສັນຍາສະບັບ ດັ່ງກ່າວ ປະກອບ ມີ 6 ພາກ, 22 ມາດຕາ. ພາຍຫລັງສອງຝ່າຍໄດ້ລົງນາມ ໃນສັນຍາດັ່ງກ່າວແລ້ວ, ຈະເປັນ ການປະກອບສ່ວນສຳຄັນໃນການ ອໍານວຍຄວາມສະດວກໃນການ ບໍລິການ, ຊຸກຍູ້ສົ່ງເສີມການແລກ ປ່ຽນ ຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງ ພາກເໜືອ ກໍຄື ໃນປະເທດລາວ ໃຫ້ ມີການຂະຫຍາຍຕົວ ໂດຍສະເພາະ ເປັນປະເທດເຊື່ອມໂຍງພາກພື້ນກັບ ປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງ ເອື້ອອຳນວຍຄວາມສະດວກໃຫ້ ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີ ສາມສາມາດແຈ້ງໜັງສືເດີນທາງ ເຂົ້າ-ອອກຜ່ານດ່ານສາກົນບໍ່ເຕັນ-ບໍ່ ຫານ ມີຄວາມສະດວກວ່ອງໄວກວ່າ ແຕ່ກ່ອນ. ຂ່າວ-ພາບ: ກຕທ ຊົມເຊີຍ ແລະ ຕີລາຄາສູງຕໍ່ກອງ ປະຊຸມທີ່ມີຄວາມໝາຍຄວາມສໍາ ຄັນໂດຍສະເພາະຕໍ່ກັບ ລາວ-ຈີນ ທີ່ທັງສອງຝ່າຍລ້ວນແຕ່ໄດ້ຜ່ານ ປະຫວັດສາດດ້ານການຕໍ່ສູ້ມາຢ່າງ ຍາວນານ, ທັງເປັນໂອກາດອັນດີ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງສະຖາບັນການຕ່າງປະ ເທດ ແລະ ສະຖານເອກອັກຄະລັດຖະ ທູດ ແຫ່ງ ສປຈີນປະຈໍາ ສປປລາວ, ທັງເປັນເວທີປຶກສາຫາລື ແລະ ຊຸກຍູ້ ໂຄງການຮ່ວມມືທີ່ສອງຝ່າຍໄດ້ ຈັດຕັ້ງປະຕິບັດຮ່ວມກັນ ແລະ ໄດ້ ສະເໜີຄໍາຄິດເຫັນຕໍ່ກັບທິດທາງ ແຜນການຮ່ວມມືໃນຕໍ່ໜ້າ. ການສໍາມະນາຄັ້ງນີ້, ໄດ້ຕີລາຄາ ສະພາບການຂອງໂລກໃນດ້ານ ຕ່າງໆ ໂດຍສະເພາະອິດທິພົນຂອງ ບັນດາປະເທດມະຫາອໍານາດທີ່ສົ່ງ ຜົນໃຫ້ມີການຈັດລະບຽບຂອງໂລກ ຄືນໃໝ່ ທັງໃນໄລຍະສົງຄາມໂລກ ແລະ ຫລັງສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາ. ພ້ອມກັນນັ້ນ, ກໍໄດ້ແລກ ປ່ຽນບົດຮຽນ ແລະ ທັດສະນະຂອງ ສອງຝ່າຍຕໍ່ກັບສະພາບການຂອງ ໂລກທີ່ກໍາລັງປ່ຽນແປງ ແລະ ຢູ່ໃນ ຄວາມບໍ່ແນ່ນອນຕັ້ງແຕ່ອະດີດຈົນ ເຖິງປັດຈຸບັນ. ນອກຈາກນີ້, ຍັງໄດ້ ຮັບຟັງການແລກປ່ຽນຄຳຄິດຄຳ ເຫັນຈາກຜູ້ເຂົ້າຮ່ວມ ທີ່ມີປະສົບການ ຈາກຫລາຍພາກສ່ວນ. ກອງປະຊຸມໄດ້ປິດລົງດ້ວຍຜົນ ສຳເລັດອັນຈົບງາມ ໂດຍຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ຈາກກອງປະຊຸມໃນຄັ້ງນີ້ ໄປຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນ ໜ້າທີ່ວຽກງານຂອງຕົນ. ພາບ: ກິດຕາ ຫລາຍສະບັບ ເຊິ່ງກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຈະເຮັດວຽກຮ່ວມ ກັນເພື່ອທົບທວນຄຳແນະນຳການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງທີ່ ພັດທະນາຂຶ້ນ. ທັງນີ້, ກໍເພື່ອໃຫ້ມີ ຄວາມເປັນເອກະພາບໃນການປັບ ປຸງຄຳແນະນຳໃຫ້ສົມບູນຂຶ້ນ ເພື່ອ ສົ່ງເສີມຄຸນນະພາບການສອນ ແລະ ການຝຶກອົບຮົມຄູ. ກົມສ້າງຄູ ຈະເຮັດວຽກຢ່າງ ໃກ້ຊິດຮ່ວມກັບແຜນງານບີຄວາ ເພື່ອທົດລອງລະບົບໃໝ່ການພັດ ທະນາວິຊາຊີບຄູແບບຕົວເນື່ອງ ຢູ່ໃນ 30 ເມືອງເປົ້າໝາຍ ໂດຍມີ ຈຸດປະສົງເພື່ອສະໜອງການຊ່ວຍ ເຫລືອຄູທີ່ເຂັ້ມແຂງ ແລະ ຍືນຍົງ ໃນຂັ້ນໂຮງຮຽນ, ພ້ອມທັງຈະມີ ການຕິດຕາມຜົນໄດ້ຮັບ, ສຶກສາຄົ້ນ ຄວ້າຜົນໄດ້ຮັບ, ຈາກນັ້ນກໍຈະຂະ ຫຍາຍລະບົບໄປຫາເຂດອື່ນໆໃນ ທົ່ວປະເທດ ແລະ ກຽມຄວາມພ້ອມ ເພື່ອການຈັດຕັ້ງປະຕິບັດວຽກດັ່ງ ກ່າວໃຫ້ປາກົດຜົນເປັນຈິງ. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົດສະຕຣາ ລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຄຸນນະພາບການສອນແມ່ນໝາກ ຫົວໃຈຂອງລະບົບການສຶກສາທີ່ເຂັ້ມ ແຂງ, ພວກເຮົາພູມໃຈທີ່ໄດ້ໃຫ້ການ ສະໜັບສະໜູນການສ້າງຄວາມເຂັ້ມ ແຂງໃຫ້ແກ່ການພັດທະນາວິຊາຊີບ ຄູແບບຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ ຄູໄດ້ຮຽນຮູ້ຜ່ານຄຳແນະນຳການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຄຳແນະນຳເຫລົ່ານີ້ ແມ່ນເປັນຄາດ ໝາຍສຳລັບການພັດທະນາຄູ. ຂະ ແໜງການສຶກສາແມ່ນກຳລັງຜະ ເຊີນກັບຄວາມທ້າທາຍທີ່ສຳຄັນຄື ການຂາດແຄນຄູສອນ ເຮັດໃຫ້ການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງມີ ຄວາມສຳຄັນກວ່າເກົ່າ. ດ້ວຍການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ເຊິ່ງຮັບປະກັນວ່າຄູໃນປັດຈຸບັນ ໄດ້ຮັບການຊ່ວຍເຫລືອທີ່ເຂົາເຈົ້າ ຕ້ອງການເພື່ອມີປະສິດທິພາບໃນ ການສອນໃນຫ້ອງຮຽນ. ຄຳແນະນຳການພັດທະນາວິ ຊາຊີບຄູແບບຕໍ່ເນື່ອງສະບັບປັບ ປຸງ, ແມ່ນໝາກຜົນການຮ່ວມມື ຂອງບັນດາພາກສ່ວນທີ່ມີສ່ວນ ກ່ຽວຂ້ອງ, ຈະເປັນເອກະສານສະ ບັບສົມບູນ ເພື່ອຂໍອະນຸມັດ ແລະ ນຳໃຊ້ໃນຂອບເຂດທົ່ວປະເທດ ພາຍໃນເດືອນທັນວາ 2025, ເປັນ ເອກະສານທີ່ຈະໃຫ້ຂໍ້ມູນແກ່ບັນດາ ພາກສ່ວນທີ່ມີຄວາມກ່ຽວຂ້ອງ ໃນລະບົບການພັດທະນາວິຊາຊີບ ຄູແບບຕໍ່ເນື່ອງໄດ້ມີຂໍ້ມູນທີ່ສຳຄັນ ແລະ ມີຄຳແນະນຳທີ່ເຂົາເຈົ້າຕ້ອງ ການເພື່ອການຈັດຕັ້ງປະຕິບັດໃຫ້ປະ ສົບຜົນສຳເລັດ.

RkJQdWJsaXNoZXIy MTc3MTYxMQ==