glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xtgmf]k; 6 05/06/2025 glf4tdy f{la '7q , Ih ko8ec-[c7,', ,a f.9]6 d7h k fh ;pxkcfd c]t ;a f45 fy [muj lq f.\j ເມື່ອເວົ້າເຖິງອາຫານປະ ເພດຕໍາຫລາຍຄົນກໍຄິດເຖິງຮ້ານ ປະຈຳຂອງຕົນ ເພາະຕຳແມ່ນອາ ຫານອີກເຍື່ອງໜຶ່ງທີ່ຄົນລາວນິ ຍົມກິນຫລາຍ ບໍ່ວ່າຈະເປັນໄວໜຸ່ມ, ໄວກາງຄົນ ຫລື ໄວເຖົ້າ ກໍຍັງມັກ ກິນ ຫລື ບາງຄົນອາດກິນທຸກມື້ກໍ່ ໄດ້ ແລະ ບາງຄົນຈົນມີຮ້ານປະຈໍາ ແບບວ່າຖ້າມື້ນີ້ຢາກກິນຕໍາ ຕ້ອງ ແມ່ນຮ້ານນີ້ ຈຶ່ງແຊບ ແລະ ຖືກໃຈ ເພາະປັດຈຸບັນ ຮ້ານຕໍາແມ່ນມີ ຫລາຍ ເຊິ່ງແຕ່ລະຮ້ານກໍຈະມີ ເອກະລັກທີ່ແຕກຕ່າງກັນ. ສະນັ້ນ, ມື້ນີ້ຄໍລໍາ “ສົ່ງເສີມທຸລະກິດ” ຈະ ພາທ່ານມາຮູ້ຈັກກັບຮ້ານດັງຕັ້ງ ຢູ່ບ້ານໂພນໂຮງ ເຂດຫາດກ້ຽງ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ນັ້ນຄືຮ້ານຕໍາແຊບແຄມ ງື່ມ ກໍເປັນອີກຮ້ານໜຶ່ງທີ່ມັດໃຈ ລູກຄ້າມາໄດ້ຍາວນານ ດ້ວຍລົດ ຊາດຄວາມແຊບທີ່ມີເອກະລັກ, ນໍ້າ ປາແດກເຂັ້ມຂຸ້ນ, ວັດຖຸດິບທີ່ສົດ ໃໝ່, ການບໍລິການດີ, ວ່ອງໄວ, ສະອາດ, ພ້ອມນັ້ນໃນຮ້ານຍັງມີ ຫລາກຫລາຍລາຍການໃຫ້ເລືອກ ກິນໄດ້ຕາມໃຈ ບໍ່ວ່າຈະເປັນປະເພດ ຕຳ, ປະເພດເຂົ້າ ກໍມີໄວ້ບໍລິການ ລູກຄ້າ ເວົ້າໄດ້ວ່າມາຮ້ານນີ້ຄຸ້ມ ທັງລົດຊາດ, ທັງລາຄາກໍບໍ່ແພງ ແມ່ນສົມເຫດສົມຜົນ ຖ້າທຽບໃສ່ ເສດຖະກິດຄືທຸກວັນນີ້. ນາງສົນທອງນໍສຸວັນ ເຈົ້າຂອງ ຮ້ານຕຳແຊບແຄມງື່ມ ບ້ານໂພນ ໂຮງ ເຂດຫາດກ້ຽງ ເວົ້າສູ່ຟັງວ່າ: ຕົນເອງເປັນຄົນມັກຄ້າຂາຍ ແລະ ໄດ້ຂາຍເຄື່ອງແຫ້ງປະເພດໝາກ ເຜັດ, ຜັກຢູ່ຕະຫລາດ ມາຫລາຍ ປີ ແຕ່ກໍມີຄວາມຫຍຸ້ງຍາກຫລາຍ ຢ່າງ ຈຶ່ງເຊົາຂາຍ, ຫລັງຈາກນັ້ນ ເພື່ອຫາລາຍໄດ້ເສີມ ກໍໄດ້ເລີ່ມ ມາຂາຍຕໍາຢູ່ໃນເຮືອນເນື່ອງຈາກ ວ່າຕົນເອງ ແລະ ຄອບຄົວກໍ່ເປັນ ຄົນມັກກິນຕໍາຢູ່ແລ້ວ, ຖ້າມາພົບ ໜ້າພໍຕາກັນຍາມໃດ ກໍມັກເຮັດ ອາຫານປະເພດຕໍາ ແລະ ແກງໜໍ່ ໄມ້ກິນຊຸມກັນຢູ່ແລ້ວບວກກັບມີ ສະຖານທີ່ເໝາະສົມທາງດ້ານໜ້າ ຕິດແຄມທາງໃຫຍ່, ດ້ານຫລັງຕິດ ແຄມງື່ມ ຈຶ່ງຕັດສິນໃຈເປີດຮ້ານ ຕໍາ ຕັ້ງແຕ່ ປີ 2019 ເປັນຕົ້ນມາ ໄລຍະທຳອິດເຫັນວ່າຜົນຕອບຮັບ ດີ ເພາະແຕ່ລະມື້ກໍມີແຂກເຂົ້າມາ ກິນຕຳເຕັມຮ້ານ ຈຶ່ງໄດ້ຂະຫຍັບຂະ ຫຍາຍຮ້ານໃຫ້ກວ້າງຂວາງກວ່າ ເກົ່າ, ເມື່ອເຫັນວ່າຜົນຕອບຮັບ ຈາກລູກຄ້າດີ ດັ່ງນັ້ນຕົນເອງຈຶ່ງ ຢຶດຖືອາຊີບນີ້ເປັນຕົ້ນມາ ໂດຍຈຸດ ພິເສດຂອງຮ້ານເຮົາ ທີ່ສາມາດ ດຶງດູດລູກຄ້າໄດ້ນັ້ນ ແມ່ນຍ້ອນປາ ແດກແຊບເຂັ້ມຂຸ້ນ ເພາະປາແດກ ແມ່ນຕົ້ມ, ປຸງເອງທຸກຂັ້ນຕອນ ຈຶ່ງໄດ້ປາແດກທີ່ແຊບນົວບໍ່ວ່າຈະ ໃສ່ອາຫານເຍື່ອງໃດກໍແຊບ ໂດຍ ສະເພາະເວລາໃສ່ຕໍາແລ້ວແຊບ ຄົບເຄື່ອງ, ອີກຢ່າງໜຶ່ງຮ້ານເຮົາ ກໍມີລາຍການທີ່ຫລາກຫລາຍໃຫ້ ລູກຄ້າໄດ້ເລືອກກິນ ບໍ່ວ່າຈະເປັນ ອາຫານປະເພດ ກ້ອຍປາເຄີງ, ເຂົ້າ ຜັດ, ກະເທົາ ແລະ ທີ່ຂາດບໍ່ໄດ້ແມ່ນ ແກງໝໍ່ໄມ້,ຕົ້ມເລືອດ, ຕົ້ມແຊບຕີນ ໄກ່ ໃຜມາກໍຕ້ອງສັ່ງອາຫານເຍື່ອງ ນີ້. ແລະ ຜູ້ຂຽນກໍຂໍບອກເລີຍວ່າ ແຊບຫລາຍໂດຍສະເພາະແມ່ນຕົ້ມ ແຊບຕີນໄກ່. ສໍາລັບອາຫານທີ່ໄດ້ ຂາຍດີ ທີ່ຢາກແນະນໍາເລີຍ ກ້ອຍ ປາເຄິງສົດໆໃໝ່ໆໃນແຕ່ລະມື້. ສ່ວນປະເພດຕໍາ ກໍຈະມີ ຕໍາປ່າ, ຕໍາ ເຂົ້າປຸ້ນຫົວຫອຍ, ຕໍາທະເລລວມ, ຕຳໝາກຫຸ່ງ, ຕຳໝີ່, ຕຳຕ່ອນ, ຕຳ ເສັ້ນແກ້ວ ແລະ ຕຳອື່ນໆອີກຫລາຍ ຢ່າງ ເພື່ອຕອບສະໜອງຄວາມ ຕ້ອງການຂອງລູກຄ້າ ເພາະແຕ່ ລະຄົນຈະມີຄວາມມັກຕ່າງກັນ. ນອກຈາກອາຫານແຊບແລ້ວ ບັນ ຍາກາດກໍໍສຳຄັນບອກເລີຍວ່າມາ ນັ່ງກິນອາຫານຢູ່ພາຍໃນຮ້ານຕຳ ແຊບແຄມງື່ນ ຈະໄດ້ສຳຜັດກັບບັນ ຍາກາດເຢັນສະບາຍ, ແນມເຫັນ ສາຍນ້ຳງື່ມ ແລະ ວິຖີຊີວິດຂອງປະ ຊາຊົນເຂດດັ່ງກ່າວໃນການທຳມະ ຫາກິນ ໂດຍສະເພາະແມ່ນການ ລ່ອງເຮືອຫາປາຕາມນ້ຳງື່ມ ເຊ່ິງ ເປັນອີກບັນຍາກາດໜຶ່ງທີ່ຫາເບິ່ງ ໄດ້ຍາກສຳລັບຄົນໃນຕົວເມືອງ ໃຫຍ່ແລະນີ້ກໍເປັນອີກຈຸດໜຶ່ງທີ່ເຮັດ ໃຫ້ແຂກມັກມາຮ້ານຂອງພວກເຮົາ. ນາງ ສົນທອງ ເວົ້າຕື່ມວ່າ: ພາຍຫລັງທີ່ໄດ້ມາເຮັດອາຊີບເປີດ ຮ້ານຂາຍຕໍາແຊບ ເຫັນວ່າຊີວິດ ການເປັນຢູ່ດີຂຶ້ນຫລາຍກວ່າເມື່ອ ກ່ອນ ໂດຍສະເລ່ຍແລ້ວເດືອນໜຶ່ງ ຈະສາມາດສ້າງລາຍຮັບປະມານ 10-20 ລ້ານກີບ ເຊິ່ງຈຸດນີ້ເປັນສິ່ງ ທີ່ດີເນື່ອງຈາກວ່າ ສາມາດຊ່ວຍ ເຫລືອຍາດພີ່ນ້ອງໃຫ້ມີວຽກເຮັດ ງານທໍາ ເພາະຮ້ານເຮົາປະກອບ ກິດຈະການເປັນແບບຄອບຄົວ ມີ ແຕ່ຍາດຕິພີ່ນ້ອງມາຊ່ວຍກັນ ເມື່ອ ມີລາຍຮັບມາກໍແບ່ງປັນເຊິ່ງກັນ ແລະ ກັນ. ສໍາລັບທ່ານໃດທີ່ໄດ້ກາຍໄປ ກາຍມາແຖວບ້ານໂພນໂຮງເຂດ ຫາດກ້ຽງ ຮ້ານຈະຢູ່ແຄມທາງ ໃຫຍ່ ກໍໍບໍ່ຄວນພາດທີ່ຈະມາສໍາຜັດ ຄວາມແຊບເໝືອນດັ່ງຜູ້ຂຽນ ແລະ ທີມງານ ທີ່ໄດ້ມີໂອກາດໄປວຽກ ແຖວນັ້ນຫລັງຈາກແລ້ວວຽກດ້ວຍ ຄວາມອິດເມື່ອຍຈຶ່ງຢາກກິນຕໍາ ແຊບໆ ກັບແປບຊີເຢັນໆ ກ່ອນກັບ ຈຶ່ງພາກັນຊອກຮ້ານຕໍາ ຕາມທາງ ກັບ ແລະ ໄດ້ມາສະດຸດຕາຮ້ານຕໍາ ແຊບແຄມງື່ມ ເລີຍເຂົ້າມາແວ່ກິນ ຈົນຕິດໃຈໃນລົດຊາດ ຂອງຕໍາທີ່ ແຊບຊ້ອຍ ແລະ ຕົ້ມແຊບຕີນໄກ່ ທີ່ລົດຊາດລົງໂຕ ດ້ວຍວັດຖຸດິບທີ່ ສົດໃໝ່ ບອກເລີຍວ່າບໍ່ຄວນພາດ. nj າ¤ອ
RkJQdWJsaXNoZXIy MTc3MTYxMQ==