7043

05/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ສະຫລອງວັນເດັກສາກົນ... ສະສາງລົດລັດ... ສ້າງຄວາມເຂັ້ມແຂງ... ຄຕພ... ຄະນະຊາວໜຸ່ມ... ຂອງລັດ ທີ່ພະນັກງານໄດ້ນຳໃຊ້ ປັດຈຸບັນໃຫ້ຂາດຕົວ, ແກ້ບັນຫາ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ເຊິ່ງບໍ່ນອນໃນການຈັດຕັ້ງຂອງລັດ ແຕ່ນໍາໃຊ້ລົດຂອງລັດ. ຈາກນັ້ນ, ໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການສະສາງ ລົດຂອງລັດ ໃຫ້ພະນັກງານບໍາ ນານຂອງກະຊວງປ້ອງກັນຄວາມ ສະຫງົບ ສະບັບເລກທີ 1408/ກງ, ລົງວັນທີ 7 ພຶດສະພາ 2025 ອະ ນຸມັດໃຫ້ສະສາງລົດຂອງລັດ ໃຫ້ ແກ່ພະນັກງານບໍານານກະຊວງ ປ້ອງກັນຄວາມສະຫງົບ ທີ່ໄດ້ເອົາ ໄປນໍາໃຊ້ໃນໄລຍະຜ່ານມາ ດ້ວຍ ນໍາໂດຍສະຫາຍ ບຸນເຫລືອ ພັນດາ ນຸວົງ ຮັກສາການຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ ເດີນທາງໄປຢ້ຽມຢາມ ແລະ ເຮັດ ວຽກຢູ່ ສສ ຫວຽດນາມ ຕາມການ ເຊື້ອເຊີນຂອງລັດຖະມົນຕີກະຊວງ ການຕ່າງປະເທດ ສສ ຫວຽດນາມ. ໃນວັນທີ2ມິຖຸນາ 2025, ຄະນະ ຜູ້ແທນ ຄຕພ ໄດ້ພົບປະເຮັດວຽກ ສອງຝ່າຍກັບສະຫາຍ ບຸຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດຫວຽດນາມ ເຊິ່ງ ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການ ເຊື້ອເຊີນ ແລະ ການຕ້ອນຮັບອັນ ອົບອຸ່ນ, ສະໜິດສະໜົມທີ່ເຕັມໄປ ດ້ວຍໄມຕີຈິດມິດຕະພາບ, ຄວາມ ສາມັກຄີພິເສດຖານສະຫາຍອ້າຍ ນ້ອງຂອງສະຫາຍ ບຸຍແທງເຊີນ. ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມ ຄັ້ງນີ້, ເຊິ່ງເປັນການຢ້ຽມຢາມທີ່ມີ ຄວາມໝາຍສຳຄັນ ແລະ ເປັນການ ຢ້ຽມຢາມຄັ້ງທໍາອິດໃນຖານະເປັນ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ເປັນ ການພົບປະທາງການຄັ້ງທຳອິດ ລະຫວ່າງຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ກະຊວງການຕ່າງປະ ເທດຫວຽດນາມ ພາຍຫລັງທີ່ຄະ ນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໄດ້ຢຸດຕິ ການເຄື່ອນໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດ ນາມ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະຫວ່າງ ຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ກັບ ກະຊວງ ການຕ່າງປະເທດຫວຽດນາມ ໃຫ້ ນັບມື້ເລິກເຊິ່ງ ແລະ ແໜ້ນແຟ້ນ ຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍຍັງໄດ້ແຈ້ງ ໃຫ້ກັນຊາບສະພາບການຂອງແຕ່ລະ ພັກ, ແຕ່ລະປະເທດ; ແລກປ່ຽນ ທັດສະນະກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍ ໃຫ້ຄວາມສົນໃຈ; ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ຜົນສໍາເລັດທີ່ພັກ, ລັດ ແລະ ປະຊາຊົນ ສອງຊາດ ຍາດມາໄດ້ຕະຫລອດ ໄລຍະທີ່ຜ່ານມາ. ຝ່າຍລາວໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການ ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ທັນການຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ມີໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫລອດໄລຍະ ຜ່ານມາ. ສອງຝ່າຍຕ່າງກໍສະແດງ ປະຕິວັດລາວ ກະຊວງຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 3 ມິຖຸນາ 2025 ນີ້, ຕາງໜ້າມອບໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມ ປປ ລາວ ໂດຍມີ ສະຫາຍ ວັນສີ ກົວມົວ ກໍາມະການສຳຮອງ ສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ມີ ບັນດາສະຫາຍເລຂາ, ຮອງເລຂາ, ກຳມະການໜ່ວຍຊາວໜຸ່ມຮາກຖານ ແລະ ຊາວໜຸ່ມທີ່ຂຶ້ນກັບຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມ ຂ້າງກະຊວງ ຖວທ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມກະຊວງ ຖວທ, ທັງເປັນຮອງຜູ້ອຳນວຍ ການໃຫຍ່ສຳນັກຂ່າວສານປະເທດ ລາວ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ນັບແຕ່ປີ 2021-2024 ແລະ ທິດ ທາງແຜນການ ປີ 2025 ໂດຍ ວຽກງານຂອງຊາວໜຸ່ມໄດ້ຕິດພັນ ກັບວຽກງານວິຊາສະເພາະຢ່າງ ສະໜິດແໜ້ນໄດ້ປະກອບສ່ວນຢ່າງ ຫລວງຫລາຍ ເຂົ້າໃນວຽກງານວິຊາ ສະເພາະຂອງຂະແໜງການຂອງຕົນ ຢ່າງຫ້າວຫັນ ແລະ ມີຜົນສໍາເລັດສູງ. ຜ່ານການປະຕິບັດວຽກງານດ້ວຍ ສໍາມະນາຄັ້ງນີ້, ມີຄວາມສຳຄັນ ຫລາຍ ແລະ ເປັນປະໂຫຍດໃນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດ ສາກົນ. ນອກນີ້, ຍັງເປັນການ ແບ່ງປັນບົດຮຽນໃນການສົ່ງເສີມ ດ້ານທຸລະກິດ-ກຸ່ມຜະລິດ ແລະ ສະຫະກອນ ເຊິ່ງບັນດາວິທະຍາ ກອນໄດ້ນຳເອົາບົດຮຽນ ແລະ ປະ ສົບການຕົວຈິງມາເຜີຍແຜ່ເຮັດໃຫ້ຜູ້ ເຂົ້າຮ່ວມສາມາດຮັບຮູ້ເຂົ້າໃຈງ່າຍ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆໃນການດໍາ ເນີນທຸລະກິດ-ການຜະລິດຕິດພັນກັບ ການອະນຸລັກ ແລະ ປົກປັກຮັກສາ ສິ່ງແວດລ້ອມ. ການສໍາມະນາວິຊາການຄັ້ງນີ້, ເນັ້ນໃສ່ການສົ່ງເສີມການຜະລິດສິນ ຄ້າກະສິກໍາ ໃນຮູບແບບສະຫະກອນ ໂດຍຍົກໃຫ້ເຫັນການເຄື່ອນໄຫວ ຂອງສະຫະກອນຜູ້ປູກພືດຜັກ-ໝາກ ໄມ້ກັນທະນະລັກຈຳກັດ ຈັງຫວັດ ສີສະເກດ; ກຸ່ມກະສິກອນຜູ້ປູກອາ ໂວກາໂດອຸບົນຣາຊະທານີ; ຜູ້ກໍ່ຕັ້ງ ຍີ່ຫໍ້(ແບຣນ)ເຂົ້າສີແສນດາວ ແລະ ໂຄງການສີແສງດາວໝູ່ບ້ານນາ ຢອດຈັງຫວັດຮ້ອຍເອັດ ແລະ ຍົກໃຫ້ ເຫັນວິທີປະຕິບັດທີ່ດີ ແລະ ແນວຄິດ ການພັດທະນາຜະລິດຕະພັນ ແລະ ບໍລິການທ້ອງຖິ່ນ ໂດຍຍົກໃຫ້ເຫັນ ການຄັດສິນຄ້າເຂົ້າວາງຈໍາໜ່າຍໃນ ປໍ້ານໍ້າມັນ ປຕທ; ການກໍ່ຕັ້ງມີກິນ ຟາມ ແລະ ການກໍ່ຕັ້ງແບຣນສະເລ ເຕ (SaMeUe #ranE) ຈັງຫວັດ ຂອນແກ່ນ. ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີຄະນະນໍາກະຊວງ, ຄະນະ ກົມ, ຄະນະພະແນກ, ພະນັກງານລັດຖະກອນ ພ້ອມດ້ວຍລູກ-ຫລານ ຂອງພະນັກງານກະຊວງການຕ່າງ ປະເທດເຂົ້າຮ່ວມ. ໂອກາດນີ້, ທ່ານ ໄມທອງ ທໍາມະ ວົງສາ ໄດ້ຍົກໃຫ້ເຫັນປະຫວັດຄວາມ ຄວາມພາກພູມໃຈທີ່ເຫັນວ່າສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ສືບຕໍ່ມີ ຄວາມໜັກແໜ້ນ ແລະ ກ້າວສູ່ລວງ ເລິກໃນທຸກຂົງເຂດ, ຂະແໜງການ ຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານ ການເມືອງສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນໃນລະດັບສູງ; ການ ຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງ ປະເທດ ນັບມື້ນັບໄດ້ຮັບການເສີມ ຂະຫຍາຍຢ່າງມີປະສິດທິຜົນ; ການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບການຍູ້ແຮງ, ເຊິ່ງ ສະແດງໃຫ້ເຫັນມູນຄ່າການຄ້າສອງ ສົ້ນໃນປີ 2024 ບັນລຸ 2,2 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 33,9 ເມື່ອ ທຽບກັບປີ 2023 ແລະ ໄລຍະ 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 109,3 ເມື່ອທຽບກັບໄລຍະດຽວກັນຂອງ ປີ 2024. ພິເສດສອງຝ່າຍໄດ້ ຮ່ວມກັນເປີດນໍາໃຊ້ທ່າທຽບເຮືອ ເລກ 3 ທ່າເຮືອສາກົນ ລາວ-ຫວຽດ ທີ່ຫວຸ້ງອາງແຂວງຮ່າຕິ່ງ, ເຊິ່ງເປັນ ສັນຍະລັກຂອງສາຍພົວພັນສອງ ປະເທດ, ອັນໄດ້ເປັນການເປີດສັງ ກາດໃໝ່ຂອງການຮ່ວມມືທາງດ້ານ ເສດຖະກິດລະຫວ່າງສອງປະເທດ ແລະ ສ້າງເງື່ອນໄຂໃຫ້ລາວມີທາງ ອອກສູ່ທະເລ; ການຮ່ວມມືດ້ານເຕັກ ໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສານັບມື້ນັບໄດ້ຮັບການເພີ່ມທະ ວີ; ການພົວພັນຮ່ວມມືລະຫວ່າງ ທ້ອງຖິ່ນຂອງສອງປະເທດນັບມື້ ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງປະເທດ. ພ້ອມດຽວກັນນີ້, ສອງຝ່າຍຍັງ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ປະສານສົມທົບຢ່າງສະໜິດ ແໜ້ນລະຫວ່າງສອງຄະນະພົວພັນ ຕ່າງປະເທດຂອງສອງສູນກາງພັກ ລາວ-ຫວຽດນາມ ໃນຕະຫລອດ ໄລຍະຜ່ານມາ. ພ້ອມນັ້ນ, ເພື່ອ ເປັນການສືບຕໍ່ເສີມຂະຫຍາຍມູນ ເຊື້ອການພົວພັນຮ່ວມມືອັນດີງາມ ຂອງສອງອົງການ, ຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການ ຕ່າງປະເທດຫວຽດນາມ ເຫັນດີ ເປັນເອກະພາບໃນການສືບຕໍ່ປະ ສານສົມທົບຢ່າງສະໜິດແໜ້ນໃນ ການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງການຮ່ວມມືຂອງການນໍາ ຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ມີປະສິດທິ ຜົນສູງ, ເຫັນດີເປັນເອກະພາບໃນ ການກະກຽມສ້າງແຜນການຮ່ວມມື ລະຫວ່າງຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ກະຊວງການຕ່າງປະ ເທດຫວຽດນາມ ໄລຍະ 20262030, ເອກະພາບກັນກ່ຽວກັບທິດ ທາງການຮ່ວມມືໃນທ້າຍປີ 2025 ໂດຍສະເພາະການກະກຽມໃຫ້ແກ່ ການເຄື່ອນໄຫວຢ້ຽມຢາມ ເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງຂອງ ສອງຝ່າຍ, ສ້າງບັນດາກົນໄກການ ຮ່ວມມື, ເພີ່ມທະວີການແລກປ່ຽນ ຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ກໍ່ສ້າງພັກ, ການກະກຽມກອງປະຊຸມ ໃຫຍ່ຂອງແຕ່ລະພັກ; ປະສານສົມທົບ ຢ່າງແໜ້ນແຟ້ນໃນການຈັດກິດຈະກໍາ ການເຄື່ອນໄຫວສະເຫລີມສະຫລອງ ວັນສໍາຄັນຕ່າງໆຂອງສອງປະເທດ ແລະ ຍູ້ແຮງການໂຄສະນາສຶກສາ ອົບຮົມກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ. ຂ່າວ-ພາບ: ຄຕພ ເປັນມາຂອງວັນເດັກສາກົນ ແລະ ວັນສົນທິສັນຍາວ່າດ້ວຍສິດທິເດັກ ວັນເດັກໂລກ 20 ພະຈິກ 2025 ນັບ ແຕ່ອະດີດຈົນເຖິງປັດຈຸບັນ, ສະເພາະ ສປປ ລາວ ແມ່ນມີມູນເຊື້ອຈັດຕັ້ງ ສະເຫລີມສະຫລອງວັນເດັກສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດເປັນຕົ້ນມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມ ສຳຄັນຂອງເດັກ ເຊິ່ງປຽບເໝືອນ ໜໍ່ແໜງຂອງຊີວິດໃນມື້ນີ້ ເພື່ອກ້າວ ໄປເປັນອະນາຄົດອັນແຈ່ມໃສຂອງ ປະເທດຊາດໃນມື້ໜ້າ, ເດັກທຸກຄົນ ຕ້ອງໄດ້ຮັບການປົກປ້ອງ ແລະ ດູແລ ເບິ່ງແຍງເປັນພິເສດ, ເດັກມີສິດທິ ເທົ່າທຽມກັນທັງຍິງ ແລະ ຊາຍ ໃນ ທຸກໆດ້ານເປັນຕົ້ນສິດໃນການໄດ້ຮັບ ການສຶກສາ, ສິດໃນການສະແດງ ອອກ ແລະ ອື່ນໆ. ສະນັ້ນ, ຜູ້ປົກຄອງ ທຸກທ່ານຄວນເອົາໃຈໃສ່ເບິ່ງແຍງ ລູກຫລານຂອງຕົນ ພ້ອມໃຈກັນມີ ສະຕິປົກປ້ອງ ແລະ ປ້ອງກັນທຸກ ປາກົດການຫຍໍ້ທໍ້ໃນສັງຄົມທີ່ບໍ່ເພິ່ງ ປາຖະໜາທີ່ອາດເກີດຂຶ້ນຕໍ່ກັບເດັກ. ໃນພິທີດັ່ງກ່າວ, ໄດ້ຮັບຊົມການ ສະແດງສິລະປະ (ຮ້ອງເພງ, ເດີນ ແບບ) ແລະ ຖາມ-ຕອບຄວາມຮູ້ ຮອບຕົວຂອງລູກຫລານພະນັກງານ ພາຍໃນກະຊວງການຕ່າງປະເທດ. ຂ່າວ-ພາບ: ກຕທ ການຂາຍນະໂຍບາຍ ແລະ ໂອນ ກຳມະສິດໃຫ້ຢ່າງຂາດຕົວຈໍານວນ 46 ຄັນ, ມາຕີມູນຄ່າເພື່ອປະກອບ ເອກະສານສັນຍາຊື້-ຂາຍ ພ້ອມທັງ ປົດປ້າຍທະບຽນ (ປ້າຍລັດບໍລິຫານ ອອກ), ປະກອບເອກະສານສະສາງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ພ້ອມນີ້, ຍັງໄດ້ໃຫ້ຮູ້ເຖິງເງື່ອນໄຂ ຂອງພະນັກງານບໍານານທີ່ສະເໜີ ຂໍຫັນກຳມະສິດລົດຂອງລັດແຕ່ລະ ປະເພດ, ການຕີມູນຄ່າ, ການຊຳລະ ເງິນ ແລະ ຖອນຄືນ ລວມທັງຂັ້ນ ຕອນການສະສາງ ແລະ ຂໍ້ຫ້າມ ຕ່າງໆໃຫ້ຜູ້ເຂົ້າຮ່ວມຮັບຟັງຕື່ມອີກ. ຂ່າວ: ໜັງສືພິມຄວາມສະຫງົບ ຄວາມຕື່ນຕົວ, ສະໝັກໃຈ ແລະ ມີ ຄວາມຮັບຜິດຊອບສູງເຮັດໃຫ້ການ ຈັດຕັ້ງ, ບຸກຄົນໃນຖັນແຖວຊາວ ໜຸ່ມກາຍເປັນຕົວແບບຊາວໜຸ່ມ 4 ບຸກສັງກັດໃນກົມ, ກອງຕ່າງໆທົ່ວ ກະຊວງ, ເຮັດໃຫ້ຊາວໜຸ່ມມີຄວາມ ເຂັ້ມແຂງ, ໜັກແໜ້ນ, ມີຄວາມ ສາມັກຄີພາຍໃນແໜ້ນແຟ້ນ, ມີ ແບບແຜນວິທີເຮັດວຽກເປັນຢ່າງດີ, ວ່ອງໄວ ແລະ ມີຄຸນນະພາບ. ຜ່ານ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ນັບແຕ່ປີ 2021-2024 ທີ່ຜ່ານ ມາ, ຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້້ອ ໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງ ຕັ້ງໜ້າ ແລະ ມີຜົນສໍາເລັດບຸກທະລຸ ໃນຫລາຍດ້ານ. ພ້ອມນີ້, ສະຫາຍ ນາງ ສີວັນໄຊ ສີພັນຄໍາ ຍັງໄດ້ຍົກໃຫ້ ເຫັນຜົນງານການຈັດຕັ້ງປະຕິບັດ 9 ມາດຖານ4ບຸກຂອງຄະນະບໍລິຫານ ງານຊາວໜຸ່ມ ຕື່ມອີກ. ໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງ ຄະນະບໍລິຫານງານຊາວໜຸ່ມກະ ຊວງ ຖວທ ທີ່ໄດ້ເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈ ຂໍ້ແຂ່ງຂັນ 4 ບຸກຂອງກະຊວງຢ່າງ ຕັ້ງໜ້າ, ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຄື່ອນໄຫວ ວຽກງານວິຊາສະເພາະ ຂອງຄະນະ ບໍລິຫານການຊາວໜຸ່ມກະຊວງ ຖວທ ຍາດມາໄດ້ໃນໄລຍະຜ່ານ ມາ, ທັງໄດ້ເນັ້ນໃຫ້ຄະນະນໍາ ກໍຄື ສະມາຊິກຊາວໜຸ່ມກະຊວງ ຖວທ ຕ້ອງກໍາໄດ້, ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂໍ້ ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຖື ເປັນສໍາຄັນວຽກງານການສຶກສາ ອົບຮົມການເມືອງແນວຄິດໃຫ້ ຊາວໜຸ່ມລາວ ກໍຄື ໃນຖັນແຖວ ລັດຖະກອນ, ນັກຮຽນ-ນັກສຶກສາ ທີ່ສັງກັດກະຊວງພວກເຮົາໃຫ້ມີ ຄວາມໜັກແໜ້ນທາງດ້ານການ ເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວິຊາສະເພາະຢ່າງ ວິທະຍາສາດ, ມີຄວາມກ້າວໜ້າ, ຊອກຮູ້ຮຽນນໍາຄົນຮຸ່ນກ່ອນໃຫ້ມີ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດອົດທົນ, ມີຄຸນສົມບັດ ສິນທໍາປະຕິວັດຢ່າງໜັກແໜ້ນໃຫ້ ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ; ເອົາໃຈໃສ່ສືບຕໍ່ສູ້ຊົນບຸກບືນ, ຝຶກຝົນ ຫລໍ່ຫລອມຕົນເອງເສີມຂະຫຍາຍ ຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເຄົານົບທໍານຽມຮີດຄອງປະເພນີອັນ ດີງາມຂອງຊາດ, ພະຍາຍາມຊອກ ຫາຄວາມຮູ້ໃໝ່ໆ ເພື່ອພັດທະນາ ຄວາມຮູ້ຄວາມສາມາດຂອງຕົນໃຫ້ ສູງຂຶ້ນເລື້ອຍໆ; ຮູ້ຈັກໝູນໃຊ້ຄວາມ ຮູ້, ຄວາມສາມາດ, ສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນໃຫ້ມີ ປະໂຫຍດສູງສຸດຕໍ່ວຽກງານລວມ ຂອງການພັດທະນາ ແລະ ສ້າງສາ ປະເທດຊາດ, ເປັນແບບຢ່າງທີ່ດີ ນໍາໜ້າໃນການຄົ້ນຄວ້າ-ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເປັນຊາວໜຸ່ມ ທີ່ໜັກແໜ້ນສາມາດກາຍຜູ້ສືບທອດ ທີ່ດີຂອງຊາດໃນອະນາຄົດ; ເອົາໃຈ ໃສ່ການເຕົ້າໂຮມຄວາມສາມັກຄີ ຊາວໜຸ່ມລາວບັນດາເຜົ່າໃຫ້ເປັນ ປຶກແຜ່ນແໜ້ນໜາເພື່ອກາຍເປັນ ກໍາລັງແຮງສັງລວມທີ່ເຂັ້ມແຂງ ປະກອບສ່ວນເຂົ້າໃນວຽກງານປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ພ້ອມນັ້ນ, ກໍຕ້ອງ ສະກັດກັ້ນ, ຕ້ານການຫລິ້ນກິນຟູມ ເຟືອຍ, ມົວເມົານໍາສິ່ງອະບາຍຍະ ມຸກ, ສິ່ງເສບຕິດ, ການພະນັນ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ກໍາລັງ ເປັນໄພຄຸກຄາມຊາວໜຸ່ມ; ເອົາໃຈ ໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ ເຂັ້ມແຂງ; ຊຸກຍູ້ຂະບວນການຂອງ ຊາວໜຸ່ມໃຫ້ກວ້າງຂວາງ ແລະ ມີ ຂະບວນຟົດຟື້ນ, ເສີມຂະຫຍາຍບົດ ບາດປະຈັນບານຂອງຊາວໜຸ່ມ, ເສີມສ້າງຫົວຄິດປະດິດສ້າງຂອງ ຄົນຮຸ່ນໜຸ່ມ, ຍູ້ແຮງຂະບວນການ ຮັກຊາດ ແລະ ພັດທະນາ ໂດຍ ຕິດພັນກັບຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາໃຫ້ເປັນ ຮູບປະທໍາຍິ່ງຂຶ້ນ, ຊາວໜຸ່ມລາວ ຕ້ອງອາດຫານກ້າວຂຶ້ນໆໃຫ້ສົມ ກັບປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງຈົ່ງ ກາຍເປັນສິນໄຊແຫ່ງຍຸກສະໄໝ. ຂ່າວ: ທະນູທອງ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==