7043

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/06/2025 xtgmf]k; ກະຊວງການຕ່າງປະເທດ... ຮອງນາຍົກລັດຖະມົນຕີ... ຮອງປະທານ ສນຊ... ຂປລ. ໃນວັນທີ 2 ມິຖຸນາ 2025 ທີ່ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນ ໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/19801/6/2025) ແລະ ວັນເດັກນ້ອຍ ສາກົນ ຄົບຮອບ 101 ປີ (1/6/ 1924-1/6/2025) ເປັນກຽດ ເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ ໂດຍທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ, ມີບັນດາທ່ານຮອງລັດຖະ ມົນຕີ ແລະ ຄະນະກົມ, ພ້ອມດ້ວຍ ພະນັກງານ-ລັດຖະກອນຂອງກະ ຊວງການຕ່າງປະເທດເຂົ້າຮ່ວມ. ການຈັດກິດຈະກໍາປູກຕົ້ນໄມ້ ຂອງກະຊວງການຕ່າງປະເທດ ຄັ້ງນີ້, ເພື່ອເປັນການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ ວັນທີ 1 ມິຖຸນາ 2025, ທັງເປັນການປະຕິບັດຄຳຂວັນ ສ ສີຂຽວ ຂອງນະຄອນຫລວງ ວຽງຈັນທີ່ໄດ້ວາງອອກ, ສ້າງ ສະພາບແວດລ້ອມຢູ່ຂອບເຂດ ນະຄອນຫລວງວຽງຈັນ ກໍຄື ຂອບເຂດທົ່ວປະເທດໃຫ້ເປັນພື້ນ ທີ່ສີຂຽວ, ເຮັດໃຫ້ມີອາກາດທີ່ ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ ທັງເປັນການປູກຈິດສໍານຶກໃຫ້ ແກ່ພະນັກງານ-ລັດຖະກອນໃຫ້ມີ ຈິດໃຈມັກຮັກໃນການປູກຕົ້ນໄມ້ ເພື່ອປົກປັກຮັກສາສິ່ງແວດລ້ອມ ທີ່ດີ. ກິດຈະກຳດັ່ງກ່າວ, ໄດ້ຈັດຂຶ້ນ ທຸກໆປີ ເພື່ອເພີ່ມພື້ນທີ່ສີຂຽວໃຫ້ກັບ ທຳມະຊາດ ແລະ ເພື່ອສະເຫລີມ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ເປັນຂະບວນການຟົດຟື້ນ. ສຳລັບ ປີນີ້, ກະຊວງການຕ່າງປະເທດໄດ້ ປູກຕົ້ນໄມ້ 18 ຕົ້ນ ປະກອບມີຕົ້ນໄມ້ ຮົ່ມ, ຕົ້ນໄມ້ມີດອກ ແລະ ຕົ້ນໄມ້ໃຫ້ ໝາກ ຄື: ຕົ້ນບາລະມີ, ຕົ້ນດອກ ຄູນ, ຕົ້ນໝາກມ່ວງ, ຕົ້ນໝາກອາໂວ ກາໂດ, ຕົ້ນໝາກຜູພັນໜ່ວຍໃຫຍ່, ຕົ້ນໝາກຊົມພູ (ໝາກຈຽງ) ແລະ ຕົ້ນຝາງແດງ. dt-;'dko8j k'xtgmf 9a fdy f9tde x6 d8Q ow,h .o;a ox6 d8Q ow,h csj '-kf ນັບຂອງທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ພ້ອມ ຄະນະໃນໂອກາດທີ່ມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດປະ ຈໍາ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ໂຢເກສວາ ສັງວານ ທີ່ໄດ້ຮັບການ ແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່. ພ້ອມທັງ, ຊົມເຊີຍຕໍ່ການມາປະຕິບັດ ວຽກງານຂອງທ່ານເອກອັກຄະ ລັດຖະທູດ ແລະ ຍັງໄດ້ຕີລາຄາສູງ ໃນການຮ່ວມມືໃນຕໍ່ໜ້າ ເພື່ອເປັນ ການປະກອບສ່ວນເຂົ້າໃນການພັດ ທະນາປະເທດຊາດ ກໍຄື ປະກອບ ສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ອິນເດຍ ໃຫ້ນັບມື້ນັບມີການ ຂະຫຍາຍຕົວ. ໂອກາດນີ້, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄວາມ ຄິດເຫັນໃນດ້ານວຽກງານຕ່າງໆ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນ ເອກະພາບໃນການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຄວາມ ສະຫງົບ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ອວຍພອນໄຊ ໃຫ້ທ່ານ ໂຢເກສວາ ສັງວານ ຈົ່ງ ປະຕິບັດໜ້າທີ່ອັນມີກຽດທີ່ພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດອັນຈົບ ງາມ ແລະ ຂໍອວຍພອນໃຫ້ສາຍ ພົວພັນຮ່ວມມືລະຫວ່າງ ລາວອິນເດຍ ທີ່ມີມາແຕ່ດົນນານຈົງໝັ້ນ ຄົງທະນົງແກ່ນຕະຫລອດໄປ. ໂອກາດດຽວກັນ, ທ່ານ ໂຢເກ ສວາ ສັງວານ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງມາຍັງທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ເຮັດວຽກຮ່ວມກັບ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນຊຸກຍູ້ແລະ ສົ່ງເສີມ ການພົວພັນຮ່ວມມືສອງຝ່າຍໃນ ຂົງເຂດວຽກງານດ້ານຕ່າງໆ ໃຫ້ ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງປະເທດ. ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ ຊຳເໜືອ ເພື່ອຊຸກຍູ້ບາງວຽກເປັນ ຕົ້ນ ໄດ້ເນັ້ນຄືນນິຕິກຳຕ່າງໆກ່ຽວກັບ ການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ເຊິ່ງການສະເຫລີມ ສະຫລອງແມ່ນຕິດພັນກັບ 3 ວັນ ປະຫວັດສາດຂອງພັກ-ຂອງຊາດ ແລະ ຂະບວນກະກຽມດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນ, ທັງໄດ້ຮັບຟັງ ພະນັກງານ, ຄະນະຈັດຕັ້ງສູນກາງ ພັກ ໄດ້ຜ່ານດໍາລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງ ການລາຍງານກ່ຽວກັບການກະ ກຽມສະເຫລີມສະຫລອງວັນສໍາຄັນ ດັ່ງກ່າວ, ຮັບຟັງການແລກປ່ຽນຄໍາ ເຫັນ ແລະ ຄຳສະເໜີຕ່າງໆ. ໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ກໍໄດ້ ລົງພົບປະກໍາມະການແນວລາວ ສ້າງຊາດ ບ້ານຊຽງຄໍ້ ເມືອງຊຽງ ຄໍ້ ໂດຍທ່ານໄດ້ຊີ້ນຳໃຫ້ກຳມະການ ແນວລາວສ້າງຊາດ ທຸກຂັ້ນເຕົ້າ ໂຮມຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ຮັກສາຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງບ້ານ ຂອງເມືອງ, ພ້ອມກັນອະນຸລັກຮັກ ສາທຳມະຊາດ ແລະ ຮ່ອງຮອຍປະ ຫວັດສາດຂອງການປະຕິວັດໄວ້ໃຫ້ ຄົນຮຸ່ນຫລັງໄດ້ຮັບຮູ້-ສືບທອດ. ຈາກ ນັ້ນ, ໄດ້ລົງຊຸກຍູ້ວຽກງານໂຄສະນາ ຂົນຂວາຍ ຢູ່ເມືອງວຽງໄຊ ໂດຍໄດ້ ຊີ້ນໍາກ່ຽວກັບການປັບປຸງຫ້ອງວາງ ສະແດງມູນເຊື້ອຄືນໃໝ່ ເພື່ອສ້າງ ຂະບວນການຕ້ອນຮັບວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຈະມາເຖິງ. ໃນໂອກາດດັ່ງກ່າວ, ທ່ານຮອງ ປະທານສູນກາງແນວລາວສ້າງ ຊາດ ພ້ອມຄະນະ ຍັງໄດ້ໄປທ່ຽວຊົມ ເຂດອະນຸສອນສະຖານຖ້ຳປະຫວັດ ສາດຂອງການປະຕິວັດລາວ ແລະ ຢ້ຽມຢາມເຂດດ່ານສາກົນ ນໍ້າໂສຍນາແມວ, ພ້ອມທັງພົບປະໂອ້ລົມພະ ນັກງານປະຈໍາດ່ານ ຕື່ມອີກ. ຂ່າວ: ພ.ບຸບຜາ; ພາບ: ອະໂນມາ ປະທານປະເທດ... ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມທັງ ຕີລາຄາສູງ ແລະ ສະໜັບສະໜູນ ການຮ່ວມມືລະຫວ່າງສອງອົງການ ຕຸລາການ ລາວ-ມາເລເຊຍ. ສປປ ລາວ ຍາມໃດກໍໃຫ້ຄວາມ ສໍາຄັນຕໍ່ການພົວພັນກັບມາເລເຊຍ ທີ່ເປັນປະເທດໜຶ່ງໃນຄອບຄົວອາ ຊຽນ ທີ່ມີປະຫວັດການພົວພັນ ແລະ ຮ່ວມມືກັບ ສປປ ລາວ ຕະຫລອດ ໄລຍະຜ່ານມາ ແລະ ປີ 2026 ທີ່ຈະ ມາເຖິງນີ້ ແມ່ນເປັນຂີດໝາຍທີ່ສໍາ ຄັນເພາະພວກເຮົາຈະໄດ້ພ້ອມກັນ ສະເຫລີມສະຫລອງວັນຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ມາເລເຊຍ. ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນ ຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງ ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານ ປະເທດຮັບຊາບ ເຊິ່ງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນຄັ້ງນີ້, ເພື່ອເພີ່ມທະວີການ ຮ່ວມມືລະຫວ່າງອົງການຕຸລາການ ອາຊຽນ, ປຶກສາຫາລືການປະຕິບັດ ວຽກງານດ້ານການກະກຽມສ້າງ ຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນ ສະມາຊິກສະມາຄົມນັກກົດໝາຍ ອາຊຽນ. ຂ່າວ: ທະນູທອງ; ພາບ: ຂັນໄຊ ປະເທດ ສະບັບເລກທີ652\ນຍ, ລົງ ວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ຊຶ່ງກ່ອນໜ້າທີ່ທ່ານຈະມາ ຮັບໜ້າທີ່ເປັນຮອງລັດຖະມົນຕີ ໄດ້ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະ ປະຊາຊາດ ທີ່ນິວຢອກ, ສະຫະລັດ ອາເມລິກາ. ພ້ອມນີ້, ກໍໄດ້ຜ່ານດຳ ລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງທ່ານ ນາງ ແສງດາວັນ ວົງໄຊ ເປັນຫົວໜ້າກົມອາຊຽນ ແລະ ປະກາດແຕ່ງຕັ້ງຫົວໜ້າພະແນກ ຈຳນວນ 1 ທ່ານ ແລະ ຮອງຫົວໜ້າ ພະແນກ ຈໍານວນ 5 ທ່ານ, ຍິງ 3 ທ່ານ. ຈາກນັ້ນ, ກໍໄດ້ຈັດພິທີມອບ ສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ໃຫ້ ທ່ານ ແສງມະນີ ດາລາວົງ ຮອງ ຫົວໜ້າກົມພິທີການທູດ ເປັນກົງສຸນ ໃຫຍ່ ແຫ່ງ ສປປ ລາວ ປະຈຳ ຊາງ ຊາ, ສປ ຈີນ ແລະ ທ່ານ ພັນທະວົງ ບຸດທະສະວົງ ຮອງຫົວໜ້າກົມອາຊີ- ປາຊີຟິກ ແລະ ອາຟຣິກາ ເປັນກົງສຸນ ໃຫຍ່ແຫ່ງ ສປປ ລາວ ປະຈຳ ກວາງ ໂຈ, ສປ ຈີນ. ໃນພິທີດັ່ງກ່າວ, ທ່ານ ທອງສະ ຫວັນພົມວິຫານກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ກະຊວງ, ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການ ປະຕິບັດໜ້າທີ່ວຽກງານຂອງຮອງ ລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ ໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ເຮັດໜ້າທີ່ ເປັນສະມາຊິກສະພາເສດຖະກິດສັງຄົມ ສປຊ (ECOSOC) ໃນ ສົກປີ 2023-2025. ນອກນີ້, ໃນປີ 2025 ສປປ ລາວ ຍັງໄດ້ຮັບການ ເລືອກຕັ້ງເປັນສະມາຊິກຄະນະກໍາມະ ການບໍລິຫານງານຂອງອົງການ ອຸຍນີເຊບ (UNICEF) ສໍາລັບສົກ ປີ 2025-2027 ເຊິ່ງເປັນການ ສະແດງໃຫ້ເຫັນເຖິງຜົນສໍາເລັດໃນ ການເຄື່ອນໄຫວວຽກງານການທູດ ຂອງສປປລາວຈົນໄດ້ຮັບຄວາມໄວ້ ເນື້້ອເຊື່ອໃຈຈາກບັນດາປະເທດເພື່ອນ ມິດ ກໍຄື ວົງຄະນະຍາດສາກົນ, ພ້ອມ ທັງໄດ້ຕີລາຄາສູງ ແລະ ສະແດງ ຄວາມຊົມເຊີຍຕໍ່ຫົວໜ້າກົມ ແລະ ຂັ້ນພະແນກທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ ເຊິ່ງເປັນການເພີ່ມທະວີກຳລັງ ແຮງຂັ້ນນຳພາ-ຊີ້ນຳຢູ່ພາຍໃນກະ ຊວງ ແລະ ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການໃນໜ້າທີ່ ການເມືອງ-ການຕ່າງປະເທດໃນ ໄລຍະໃໝ່. ພ້ອມດຽວກັນນັ້ນ, ກໍ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງ ໃໝ່ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມ ເປັນແບບຢ່າງນຳໜ້າດ້ານຄຸນທາດ ການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ແບບແຜນການນຳພາ, ຄວາມເສຍສະລະ ເພື່ອສ່ວນລວມ, ຄວາມສາມັກຄີ ແລະ ຄວາມເປັນ ເອກະພາບ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ເພື່ອປະຕິບັດ ໜ້າທີ່ການເມືອງ ແລະ ການຕ່າງ ປະເທດ ໃຫ້ນັບມື້ນັບກວ້າງຂວາງ ໂດຍສະເພາະແມ່ນການບຸກທະລຸ ການທູດປ້ອງກັນເຫດ ເພື່ອປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ແລະ ການເຄື່ອນໄຫວ ການທູດເສດຖະກິດ ເພື່ອການເຊື່ອມ ໂຍງພາກພື້ນ ແລະ ສາກົນ, ໄປ ພ້ອມໆກັບການສືບຕໍ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝ, ມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກກະ ຊວງການຕ່າງປະເທດຄັ້ງທີ IVທ້າຍ ສະໄໝ ແລະ ມະຕິກອງປະຊຸມດ້ານ ວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ແລະ ສຸມ ໃສ່ກະກຽມໃຫ້ແກ່ການດຳເນີນກອງ ປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະ ພັກກະຊວງການຕ່າງປະເທດທີ່ຈະ ໄຂຂຶ້ນໃນທ້າຍປີ 2025 ນີ້. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==