glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ¢້ານ້າາ§É່ ອÁÇ່ äນÈ ¦ÃÅ ນÅ Á່ອÁ່£ ໂດຍ: ເກີດຂວັນໃຈ ມາລີຈັນສີ xtgmf]k; 6 04/06/2025 glf4tdy f{la '7q , decr'g,n v'9u o lt4komuj mj v'mj P;pvfoy pq , c]t gxa olyj ',tsa flt9a o0v'3]d 37'dkoIj ;,,n mj Pomqj ' 9t-5 dp6h dkosa ogxa o fu 9y 8vo 0v']k; ma oltw\gruj ,0B o .ມື້ນີ້ ຄໍລຳ hທ່ອງທ່ຽວແດນ ໄກi ຂໍພາທ່ານ ຜູ້ອ່ານມາເບິ່ງ ໜຶ່ງ ໃນສິ່ງມະຫັດສະຈັນຂອງໂລກທີ່ຢູ່ໃກ້ ສປປ ລາວ ເຮົາ ນັ້ນກໍ່ຄື ກຳແພງເມືອງ ຈີນ ຫລື ກຳແພງຍັກ. ສະຖານທີ່ ທ່ອງ ທ່ຽວແຫ່ງນີ້ ຂຶ້ນຊື່ເປັນແຫລ່ງທ່ອງ ທ່ຽວຍອດນິຍົມທີ່ສຸດ ຂອງ ສປ ຈີນ, ຈາກຊັນຫາຍກວນ, ແຂວງເຫີເປີຍ, ກຳ ແພງເມືອງຈີນ (5he Great Wall) ສ້າງຂຶ້ນຕາມສະພາບພູມສັນຖານຂອງ ພູຜາສູງຊັນ, ຕ່ຳສູງສະຫລັບຊັບຊ້ອນ ກັນໄປໜ່ວຍຕໍ່ໜ່ວຍໄປທາງທິດຕາເວັນ ຕົກ, ຜ່ານຫລາຍແຂວງ, ຫລາຍເມືອງ ເປັນທາງຍາວ ຫລາຍກວ່າ 6.700 ກິ ໂລແມັດ ກ່ອນສິ້ນສຸດທີ່ເຈຍຢູກວນ, ແຂວງການຊູ. ການກໍ່ສ້າງກຳແພງ ເມືອງຈີນ ໄດ້ເລີ່ມຂຶ້ນໃນ 770-476 ປີກ່ອນ ຄ.ສ ແລະ ສະໄໝສົງຄາມ ລັດ (Warring States QerioE, 475-221 ປີກ່ອນ ຄ.ສ) ໃນລາຊະ ວົງໂຈວຕາເວັນອອກ. ໃນເວລານັ້ນ, ລັດ ຕ່າງໆໄດ້ສ້າງກຳແພງເພື່ອປ້ອງກັນ ດິນແດນຂອງຕົນເອງ. ຫລັງຈາກຈີນຊີ ຫວງ (2in Shi HVang) ປະສົບຜົນ ສຳເລັດໃນການຍຶດອຳນາດລັດອື່ນໆ, ພະອົງໄດ້ສ້າງຕັ້ງລາຊະວົງສິນຂຶ້ນ mj v'mj P;cfowd © ¨Áອ ¤¤ Å ¤ນ¤¤ນÅ ານÊ §¤¨ Ã່າ Å Á¤ນ¤Á¦ ¨Ã¤ Á່ອÁ່£ າ Ãາ ້£Ê ¦¨§É ອÇ ນ ເປັນລາຊະວົງທຳອິດທີ່ມີການປົກຄອງ ແບບລວມສູນໃນປະຫວັດສາດຈີນ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ປະເທດ ແລະ ປ້ອງກັນການຮຸກຮານ ຈາກສັດຕູທາງພາກເໜືອ, ພະອົງ ໄດ້ເຊື່ອມຈອດ ແລະ ຂະຫຍາຍກຳ ແພງ ຈຶ່ງເຮັດໃຫ້ເກີດມີກຳແພງຍາວ 5.000 ກິໂລແມັດ (2in Great Wall). ຕໍ່ມາລາຊະວົງຕ່າງໆ ນັບແຕ່ ລາຊະວົງ ຮັນ (Han, 206 ປີກ່ອນ ຄ.ສ-ຄ.ສ220)ຈົນເຖິງລາຊະວົງໝິງ (Ming, 1368-1644) ໄດ້ສືບຕໍ່ກໍ່ ສ້າງ ແລະ ປັບປຸງກຳແພງນີ້ ໂດຍໄດ້ ຂະຫຍາຍອອກໄປອີກ ຈົນເຮັດໃຫ້ປັດ ຈຸບັນມີຄວາມຍາວທັງໝົດ 21.196 ກວ່າກິໂລແມັດ. ກຳແພງເມືອງຈີນ ປະກອບມີກຳ ແພງ, ເສັ້ນທາງ, ຫໍຍາມ, ພາສາດ ແລະ ປ້ອມປາການ. ຕົວກຳແພງສ້າງຈາກ ກ້ອນຫີນຕັດເປັນປ່ຽງ. ກຳແພງແບ່ງ ອອກເປັນຫລາຍສ່ວນ ແລະ ສ່ວນທີ່ຢູ່ ຊານຮາຍກວນ, ຈິນຊານລິງ, ມູທຽນ ຢູ, ປາຕາລິງ ແລະ ເຈຍຢູກວນ ແມ່ນ ສ່ວນທີ່ມີຊື່ສຽງທີ່ສຸດ ເຊິ່ງກຳແພງ ເມືອງຈີນ ທີ່ພວກເຮົາເຫັນໃນປັດຈຸບັນ ສ່ວນໃຫຍ່ແມ່ນສ້າງໃນສະໄໝ ລາຊະ ວົງໝິງ. ສ່ວນທີ່ສົມບູນ ແລະ ງາມທີ່ ສຸດແມ່ນຢູ່ ປາຕາລິງ, ປັກກິ່ງ, ຕັ້ງ ຢູ່ນອກ ຈູຢົງກວນ (JVZonggVan 1ass), ສ້າງຈາກດິນຈີ່ສີຟ້າໃຫຍ່, ມີ ຄວາມສູງສະເລ່ຍ 7,8 ແມັດ, ກວ້າງ ພໍທີ່ຈະຂີ່ມ້າ 5-6 ໂຕ ໄປພ້ອມກັນໄດ້. ທຸກໆໄລຍະຈະມີປະຕູໂຂງຕໍ່ໆກັນໄປ ຈົນຮອດຈອມກຳແພງ, ຕາມຝາກຳ ແພງຈະມີຮູສອດແນມ, ວ່າງສຳລັບ ໂຈມຕີສັດຕູ. ນອກຈາກນີ້, ຍັງມີຫໍ ເຕືອນໄພ ຢູ່ເປັນແຕ່ລະໄລຍະເພື່ອສົ່ງ ສັນຍານການທະຫານ ເຊິ່ງທັງໝົດນີ້ ສະແດງໃຫ້ເຫັນເຖິງບົດບາດສຳຄັນ ຂອງກຳແພງເມືອງຈີນ ໃນການປ້ອງ ກັນໄພຈາກສັດຕູ. ນັກທ່ອງທ່ຽວຫລາຍຄົນມັກຈະເວົ້າ ຕິດປາກວ່າ hເຈົ້າຍັງບໍ່ແມ່ນຄົນເກັ່ງ ຈົນກວ່າຈະໄດ້ປີນກຳແພງເມືອງຈີນi. ກຳແພງເມືອງຈີນຖືກຮັບເປັນມໍ ລະດົກໂລກທາງດ້ານວັດທະນະທຳ ໃນ ປີ 1987. ມາຮອດປັດຈຸບັນ ກຳແພງ ເມືອງຈີນ ໄດ້ຮັບການພັດທະນາ ກໍຄື ການປັບປຸງສິ່ງໃໝ່ໆ ເກີດຂຶ້ນຫລາຍ ຢ່າງ ເຮັດໃຫ້ມີຄວາມສວຍງາມ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳ ຄັນທາງດ້ານປະຫວັດສາດທີ່ສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ ເຮັດໃຫ້ ໃນແຕ່ລະປີຈະມີນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ໄປຢ້ຽມ ຢາມກຳແພງເມືອງຈີນ ເຖິງ 10 ລ້ານ ຄົນ ສະເພາະສ່ວນທີ່ເປັນທີ່ນິຍົມທີ່ສຸດ ຄື ສ່ວນ ປາຕາຫລິງ ມີເຖິງໜຶ່ງແສນ ຄົນຕໍ່ມື້. ສະນັ້ນ, ເມື່ອທ່ານໃດມີໂອກາດ ໄດ້ໄປທ່ອງທ່ຽວປະເທດຈີນ ຂໍເຊີນ ຊວນທ່ານໄປສຳຜັດກັບບັນຍາກາດ ທິວທັດທຳມາຊາດທີ່ສວຍງາມ ຂອງ ກຳແພງເມືອງຈີນ,ພູຜາສູງຊັນ, ຕ່ຳສູງ ສະຫລັບຊັບຊ້ອນກັນໄປ ແລະ ຮັບຮອງ ວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ. ສປປ ລາວຈະກ້າວຂ້າມຜ່ານ ການນໍາໃຊ້ໂທລະສັບມືຖືດ້ວຍລະບົບ ສັນຍານສາຍໄຍແກ້ວ ຫລື ສາຍກາບ ມາເປັນລະບົບສັນຍານມືຖືຈາກດາວ ທຽມໂດຍກົງ ເຊິ່ງຄາດວ່າມັນຈະ ເປັນສິ່ງທ້າທາຍໃໝ່ໆ ແລະ ຫັນເປັນ ສັງຄົມດີຈິຕອນທັນສະໄໝເພີ່ມຂຶ້ນ, ລັດຖະບານໄດ້ວາງວິໄສທັດການຫັນ ອຸດສາຫະກໍາທັນສະໄໝ, ພັດທະນາ ເສດຖະກິດດີຈິຕອນ ແລະ ການພັດທະ ນາສີຂຽວຍືນຍົງໄລຍະຕໍ່ໜ້າ. ຫລ້າສຸດ ບໍລິສັດ ອີທີແອລ ຈໍາ ກັດ ແລະ ຈາຍນາທີລີຄອມ (China 5elecoN) ສາຂາການສື່ສານຜ່ານ ດາວທຽມ ໄດ້ຈັດພິທີເປີດໂຕການ ບໍລິການສື່ສານຜ່ານດາວທຽມ ທ່ຽນ ທົ່ງ ຢ່າງເປັນທາງການທີ່ນະຄອນ ຫລວງວຽງຈັນໃນວັນທີ 16 ພຶດສະພາ 2025 ຜ່ານມານີ້ ເຊິ່ງຖືວ່າເປັນຄັ້ງ ທໍາອິດທີ່ໂທລະສັບມືຖືໃນປະເທດລາວ ຈະສາມາດເຊື່ອມຕໍ່ກັບດາວທຽມໂດຍ ກົງບໍ່ຕ້ອງໃຊ້ອຸປະກອນເພີ່ມຕື່ມດ້ວຍ ລະບົບເຕັກໂນໂລຊີທັນສະໄໝທີ່ສຸດ. ການຮ່ວມມືຄັ້ງນີ້ເປັນຂີດໝາຍສໍາຄັນ ໃນການຫັນປ່ຽນເປັນດີຈິຕອນຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ລາວ ກາຍເປັນໜຶ່ງໃນສະມາຊິກອາຊຽນໄດ້ ນໍາເອົາລະບົບແບບນີ້ມາໃຊ້ຢ່າງເປັນ ທາງການ ແລະ ຢືນຢັນເຖິງຄວາມ ຕັ້ງໃຈຂອງລັດຖະບານເພື່ອການຫັນ ປ່ຽນເປັນດີຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາ ເສດຖະກິດດີຈິຕອນໄລຍະ 20 ປີ (2021-2040). ນອກຈາກນັ້ນ, ໃນອະນາຄົດ ພວກ ເຮົາອາດຈະບໍ່ເຫັນສາຍໄຍແກ້ວ ຫລື ສາຍໂທລະຄົມຕາມເສົາໄຟຟ້າ, ຕາມ ອາຄານ ແລະ ສະຖານທີ່ສໍາຄັນອື່ນໆ ອີກຕໍ່ໄປ ເຊິ່ງການໃຊ້ໂທລະສັບມື ຖືຜ່ານສັນຍານດາວທຽມໂດຍກົງ ນັ້ນຈະຊ່ວຍຫລຸດຕົ້ນທຶນໃນການຊື້ ສາຍໄຍແກ້ວ, ເສົາຕັ້ງສັນຍານ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງ. ທ່ານ ສົມພອນ ສີຫາລາດ, ຫົວໜ້າ ກົມຄື້ນຄວາມຖີ່ ໄດ້ກ່າວລະຫວ່າງພິທີ ເປີດນໍາໃຊ້ລະບົບອິນເຕີເນັດຜ່ານດາວ ທຽມວ່າ hການຮ່ວມມືນີ້ເປັນຂີດໝາຍ ສໍາຄັນໃນການຫັນປ່ຽນເປັນດີຈິຕອນ ຂອງ ສປປ ລາວ, ສອດຄ່ອງກັບວິໄສ ທັດການພັດທະນາເສດຖະກິດດີຈິ ຕອນໄລຍະ 20 ປີ (2021-2040) ແລະ ມຸ່ງໝັ້ນທີ່ຈະສ້າງອະນາຄົດທີ່ທຸກ ຄົນສາມາດເຊື່ອມຕໍ່ກັນໄດ້ໂດຍຫລຸດ ຜ່ອນຂໍ້ຈຳກັດ.iການບໍລິການດາວທຽມ ທ່ຽນທົ່ງ ຈະຊ່ວຍປັບປຸງການເຊື່ອມຕໍ່ ໃນເຂດຫ່າງໄກສອກຫລີກທີ່ຂາດສັນ ຍານພາກພື້ນດິນ, ສະໜັບສະໜູນການ ພັດທະນາເສດຖະກິດ-ສັງຄົມ, ການ ປ້ອງກັນຊາດ, ການຮັບມືໄພພິບັດ ແລະ ອື່ນໆ. ການຮ່ວມມືລະຫວ່າງອີທີແອວ (E5L) ແລະ China 5elecoN ໄດ້ ຮັບການຊີ້ນໍາຈາກສອງລັດຖະບານ ພາຍໃຕ້ຂໍ້ລິເລີ່່ມ hໜຶ່ງແລວ ໜຶ່ງເສັ້ນ ທາງi ຂອງ ສປຈີນ, ເຊິ່ງເປັນພື້ນຖານ ຄວາມສໍາເລັດຂອງໂຄງການນີ້. ໃນໂອກາດດຽວກັນນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນວ່າ: ປັດຈຸບັນນີ້, ວຽກ ງານໄປສະນີ ແລະ ໂທລະຄົມມະນາ ຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກໂນ ໂລຊີ ແລະ ນະວັດຕະກຳໃໝ່ໆ ເປັນ ຕົ້ນ: ການຄ້າເອເລັກໂຕຣນິກ, ລະບົບ ໂລຈິສຕິກ ທັນສະໄໝ, ເຮືອບິນບໍ່ມີຄົນ ຂັບ (Drone), ເຕັກໂນໂລຊີການ ສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນ ຜູກພັນ (Blockchain), ປັນຍາ ປະດິດ (AI), ຖານຂໍ້ມູນມະຫາສານ (Big Data), ລະບົບ CloVE CoNQVting, ຫຸ່ນຍົນ ແລະ ລົດ ອັດຕະໂນມັດ (AVto MoCile anE RoCotics), ການພິມສາມມິຕິ (3D 1rinting) ແລະ ເຕັກໂນໂລຊີ ດີຈິຕອນ ອື່ນໆ. ບັນດາຫົວໜ່ວຍທຸລະກິດໃນ ຂົງເຂດເຫລົ່ານັ້ນ ສາມາດສ້າງລາຍ ຮັບໄດ້ ໃນປີ 2025 ຈໍານວນ 5.800 ຕື້ກວ່າກີບ; ຂະຫຍາຍສາຍກາບ-ສາຍ ໄຍແສງໄດ້ທັງໝົດ 97.000 ກວ່າ ກິໂລແມັດ, ຂະຫຍາຍສັນຍານໂທລະ ສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85 , 4G ຄວບຄຸມໄດ້ 76 ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ ຕົ້ນປີ 2024 ເປັນຕົ້ນມາ ຄາດວ່າໃນ ປີ 2026 ຈະຄວບຄຸມໄດ້ 17 ຂອງ ຕົວເມືອງໃຫຍ່ຢູ່ພາຍໃນແຂວງ; ການ ນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີ ທັງໝົດ 7 ລ້ານກວ່າເລກໝາຍ. ເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກ ໂຕຣນິກ, ທຸລະກິດ Start-UQ, ຜູ້ ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ການສຶກ ສາທາງໄກ, ການແພດທາງໄກ, ການ ຜະລິດອຸດສາຫະກຳໃນຍຸກດີຈິຕອນ ແລະ ການຖ່າຍທອດເຕັກໂນໂລຊີ ດີ ຈິຕອນ ທີ່ກ້າວໜ້າຂອງໂລກ ເຂົ້າມາ ປະເທດເຮົາເພື່ອປະກອບສ່ວນຈັດຕັ້ງ ຜັນຂະຫຍາຍ ແນວທາງນະໂຍບາຍ ຂອງພັກ-ລັດ ແລະ ແຜນພັດທະນາ ການຫັນເປັນດີຈິຕອນບົນ 3 ເສົາຄໍ້າ ຄື: ສ້າງການບໍລິຫານ ແລະ ການບໍລິ ການຂອງລັດແບບດີຈິຕອນ, ສ້າງເສດ ຖະກິດດີຈິຕອນ ແລະ ສ້າງສັງຄົມດີຈິ ຕອນໃຫ້ປາກົດຜົນເປັນຈິງໃນປະເທດ ເຮົາ. ສະນັ້ນພວກເຮົາຈິ່ງມີຄວາມຈໍາ ເປັນຕ້ອງຮ່ວມມືກັບປະເທດເພື່ອນ ມິດ ແລະ ຄູ່ຮ່ວມມືສາກົນຢ່າງຕັ້ງໜ້າ ໂດຍສະເພາະ ສປ ຈີນ ພາຍໃຕ້ຄູ່ຮ່ວມ ຊາຕາກໍາດຽວກັນລະຫວ່າງສອງ ພັກ-ສອງລັດລາວ-ຈີນ, ເພື່ອຫລຸດ ຊ່ອງວ່າງດ້ານການພັດທະນາເຕັກໂນ ໂລຊີ ດີຈິຕອນ ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ແລະ ກ້າວໄປ ຫາຄວາມເລີນຮຸ່ງເຮືອງ, ປະຊາຊົນ ກິນອິ່ມນຸ່ງອຸ່ນ, ມີຄວາມສະຫງົບສຸກ ແລະ ກ້າວໜ້າໄປພ້ອມໆກັນ. ອີງຕາມເວບໄຊດາຕ້າຣີຟອດຕັລ (Data ReQortal) ໄດ້ລາຍງານ ວ່າ: ສປປ ລາວ ກຳລັງກ້າວເຂົ້າສູ່ ຍຸກດີຈິຕອນຢ່າງວ່ອງໄວ ແລະ ໃນ ປີ 2025 ນີ້, ລາວ ມີຈຳນວນຜູ້ໃຊ້ ອິນເຕີເນັດ ແລະ ສື່ສັງຄົມອອນລາຍ (Social NeEia) ເພີ່ມຂຶ້ນຢ່າງ ຕໍ່ເນື່ອງ, ໂດຍມີຈຳນວນຜູ້ໃຊ້ອິນເຕີ ເນັດເພີ່ມຂຶ້ນ 1,4 ເທົ່າກັບເກືອບ 5 ລ້ານຄົນ ໃນນັ້ນມີຜູ້ໃຊ້ສື່ສັງຄົມອອນ (Social NeEia) ເພີ່ມຂຶ້ນ 13 ເທົ່າກັບກວ່າ 4 ລ້ານຄົນ. ເຖິງວ່າຈະມີຜູ້ໃຊ້ອິນເຕີເນັດເກືອບ 5 ລ້ານຄົນ ທົ່ວປະເທດລາວ ແຕ່ກໍຍັງ ກວມເອົາອັດຕາສ່ວນພຽງ 63,6 ເທົ່ານັ້ນຈາກປະຊາກອນທັງໝົດ. ໃນ ຂະນະທີ່ມີຜູ້ໃຊ້ສື່ສັງຄົມອອນລາຍ (Social NeEia) ກວມເອົາ 54,3 ນອກຈາກນີ້, ຈຳນວນຜູ້ໃຊ້ໂທລະສັບ ມືຖືຍັງເພີ່ມຂຶ້ນ 0,9 ຄິດເປັນ 6,78 ລ້ານຄົນ ເຮັດໃຫ້ມີຜູ້ໃຊ້ໂທລະສັບມືຖື ກວມເອົາ 86,7 ຂອງປະຊາກອນ. ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນ ວ່າ: ເຖິງວ່າອັດຕາເຂົ້າເຖິງອິນເຕີເນັດ ຈະສູງຂຶ້ນ ແຕ່ຍັງມີຊ່ອງວ່າງໃນການ ເຂົ້າເຖິງເຕັກໂນໂລຊີ ໂດຍສະເພາະ ເຂດຊົນນະບົດໃນ ສປປ ລາວ ທີ່ຍັງມີ ປະຊາກອນອາໄສຢູ່ກວມເອົາ 60,8 ຂອງປະຊາກອນທັງໝົດ. ການຂະ ຫຍາຍຕົວຂອງອິນເຕີເນັດ ແລະ ສື່ ສັງຄົມອອນລາຍ (Social NeEia) ໃນ ສປປ ລາວ ສະແດງໃຫ້ເຫັນເຖິງ ການພັດທະນາ ແລະ ການເຂົ້າເຖິງ ເຕັກໂນໂລຊີທີ່ເພີ່ມຂຶ້ນໃນທຸກໆປີ ແຕ່ ຍັງມີຄວາມທ້າທາຍໃນການຂະຫຍາຍ ໄປສູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ ທຸກຄົນໄດ້ຮັບຜົນປະໂຫຍດຈາກການ ເຊື່ອມໂຍງເຊື່ອມຕໍ່ທີ່ດີຂຶ້ນ. ການເປີດ ໂຕໃຫ້ບໍລິການດາວທຽມ ທ່ຽນທົ່ງ ຄັ້ງນີ້ ບໍ່ພຽງແຕ່ເປັນການປະກາດ ຄວາມກ້າວໜ້າທາງເຕັກໂນໂລຊີເທົ່າ ນັ້ນ, ແຕ່ຍັງເປັນຄຳໝັ້ນສັນຍາທີ່ຈະ ຫລຸດຜ່ອນຊ່ອງວ່າງດ້ານການເຊື່ອມ ຕໍ່, ສ້າງສັງຄົມດີຈິຕອນ ທົ່ວເຖິງ ແລະ ຍືນຍົງ. ດ້ວຍບໍລິການນີ້, ສປປ ລາວ ກຳລັງກ້າວເຂົ້າສູ່ອະນາຄົດທີ່ ທຸກຄົນສາມາດເຊື່ອມຕໍ່ກັນໄດ້ຢ່າງ ບໍ່ມີຂອບເຂດ, ສ້າງທ່າແຮງໃໝ່ໃຫ້ແກ່ ປະຊາຊົນ ແລະ ປະເທດຊາດ. ການນໍາເອົາລະບົບທີ່ວ່ານັ້ນເຂົ້າ ມານໍາໃຊ້ໃນສປປລາວ ເຊິ່ງສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ-ລັດ ຖະບານໃນການຫັນເປັນອຸດສາຫະກໍາ ທັນສະໄໝ, ການຫັນເປັນສັງຄົມດີຈິ ຕອນແລະການພັດທະນາສີຂຽວຍືນຍົງ ຢ່າງແທ້ຈິງ. ໄລຍະຜ່ານມາ ດັ່ງທີ່ພວກ ເຮົາໄດ້ຟັງ ແລະ ຮັບຮູ້ເຂົ້າໃຈເລື້ອຍໆ ວ່າ: ປັດສະຍາຊີວິດຂອງມະນຸດເຮົາທີ່ ເພີ່ງພາໄສ 4 ປັດໄຈພື້ນຖານນັ້ນ (ເຄື່ອງນຸ່ງຫົ່ມ, ອາຫານ, ຢາປິ່ນປົວພະ ຍາດ ແລະ ທີ່ຢູ່ອາໄສ) ໃນເມື່ອກ່ອນ ອາດບໍ່ພຽງພໍກັບຄວາມຕ້ອງການຍຸກ ໂລກາພິວັດອີກຕໍ່ໄປ ເມື່ອສັງຄົມມະນຸດ ຍັງມີຄວາມຈໍາເປັນຕ້ອງການເພີ່ມປັດ ໄຈທີ 5 ທີ່ເປັນຫົວຈັກຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ- ສາກົນຢ່າງຮອບດ້ານ ຈາກເຕັກໂນໂລ ຊີຂັ້ນສູງເໝືອນກັບຄໍາເວົ້າຂອງຊາວ ບູຮານທີ່ວ່າ hຍຸກຫູແກ້ວຕາທິບi ຈະ ເກີດຂຶ້ນໃນສະຕະວັດທີ 21 ນີ້ຢ່າງ ຫລີກລ່ຽງບໍ່ໄດ້ຢ່າງແນ່ນອນ.
RkJQdWJsaXNoZXIy MTc3MTYxMQ==