7042

04/06/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ gzu pczj 7;k,I6h dj P;da [ v5 ostr6 ,g7nj v'xA o9n -j k ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບສູນແລກປ່ຽນ ວັດທະນະທໍາຈີນກັບຕ່າງປະເທດ ເຜີຍແຜ່ຄວາມຮູ້ກ່ຽວກັບອຸນຫະພູມ ເຄື່ອງປັ້ນຈືຊ່າ hກິດຈະກໍາສໍາຜັດ ວັດທະນະທໍາຈີນໃນບຸນຕ່ວນຫວູi ໃນວັນທີ 30 ພຶດສະພາ 2025 ເຊິ່ງ ປະກອບມີຫລາຍກິດຈະກໍາຄື: ການ ປາຖະກະຖາສິລະປະເຄື່ອງປັ້ນຈື ຊ່າ, ວາງສະແດງ ແລະ ສາທິດການ ເຮັດເຄື່ອງປັ້ນຈືຊ່າ, ສະແດງສິລະປະ ການຊົງຊາ ແລະ ຊິມເຂົ້າຕົ້ມຈີນ. ທ່ານ ເກີເທົາ ປະທານບໍລິສັດ ສິລະປະວັດທະນະທໍາເກີເຊິງເທົາ ຈ່ວງ ເມືອງອີ້ຊິ້ງ ແຂວງຈຽງຊູ ຈໍາ ກັດ ໄດ້ຍົກໃຫ້ເຫັນຄວາມເປັນມາ ຂອງເຄື່ອງປັ້ນດິນເຜົາຈືຊ່າໂດຍ ຫຍໍ້ ເຊິ່ງເປັນເຄື່ອງປັ້ນດິນເຜົາ, ເປັນ ຫລັກໄຊທີ່ສໍາຄັນໃນການສໍາຫລວດ ພູມປັນຍາຂອງມະນຸດ, ຍັງເປັນສັກ ຂີພິຍານຂອງການເດີນທາງຄັ້ງຍິ່ງ ໃຫຍ່ຂອງມະນຸດຈາກຄວາມບໍ່ຮູ້ສູ່ອະ ລິຍະທໍາ. ໃນປະຫວັດສາດອັນຍາວ ນານຂອງອະລິຍະທໍາຈີນ, ສິລະປະ ເຄື່ອງປັ້ນດິນເຜົາປຽບດັ່ງໄຂ່ມຸກທີ່ ເປັ່ງປະກາຍສ່ອງສະຫວ່າງໃຫ້ກັບ ເສັ້ນທາງແຫ່ງປະຫວັດສາດ ແລະ ກາຍເປັນຂົວແຫ່ງການແລກປ່ຽນ ວັດທະນະທໍາຈີນ ກັບຕ່າງປະເທດ; ເຄື່ອງປັ້ນດິນເຜົາຈືຊ່າ, ເປັນດັ່ງດອກ ໄມ້ແຫ່ງສິລະປະເຄື່ອງປັ້ນດິນເຜົາ ຂອງຈີນ ເປັນສົມບັດອັນລໍ້າຄ່າຂອງ ມໍລະດົກວັດທະນະທໍານາມມະທໍາ ຈີນ ໂດຍມີຊື່ສຽງໃນດ້ານດິນແຮ່ດິບ ທີ່ຫາຍາກ, ງານສີມືທີ່ປານີດ ແລະ ຮູບແບບສິລະປະທີ່ສະຫງ່າງາາມ, ດ້ວຍສັນຍະລັກທາງວັດທະນະທໍາ ອັນລໍ້າຄ່ານີ້, ເຮັດໃຫ້ໄດ້ຮັບຄວາມ ນິຍົມຈາກນັກສະສົມທົ່ວໂລກກິດຈະ ກໍາຄັ້ງນີ້, ປະກອບມີ ນິທັດສະການ ຜົນງານເຄື່ອງປັ້ນດິນເຜົາຈືຊ່າ, ການ ປາຖະກະຖາສິລະປະເຄື່ອງປັ້ນຈືຊ່າ ຫົວຂໍ້ hອຸນຫະພູມຂອງເຄື່ອງປັ້ນຈື ຊ່າi, ສາທິດວິທີການເຮັດເຄື່ອງປັ້ນ ຈືຊ່າ ແລະ ສໍາຜັດປະສົບການແບບ ໂຕ້ຕອບ, ການສະແດງສິລະປະການ ຊົງຊາຂອງຈີນ ແລະ ການແລກປ່ຽນ ແບບໂຕ້ຕອບຈາກການແຊມຸມມອງ ແລະ ຫລັກການການສ້າງສັນຜົນ ງານ, ຈຸດພິເສດຂອງຄວາມງາມ, ສັນຍະລັກທາງວັດທະນະທໍາ ແລະ ການເຊື່ອມໂຍງຂອງການດໍາລົງ ຊີວິດໃນສະໄໝໃໝ່ ສະແດງໃຫ້ປະ ຊາຊົນຊາວລາວ ໄດ້ເຫັນແກ່ນແທ້ ຂອງວັດທະນະທໍາຈືຊ່າຢ່າງຮອບ ດ້ານ, ເຜີຍແຜ່ແນວຄິດດ້ານຄວາມ ງາມທາງສິລະປະຈືຊ່າອັນໂດດເດັ່ນ, ຖ່າຍທອດປະຫວັດສາດ ແລະ ອະ ລິຍະທໍາຂອງຈືຊ່າ ເພື່ອສະແດງໃຫ້ ເຫັນເຖິງມົນສະເໜ່ອັນເປັນເອກະລັກ ພິເສດຂອງວັດທະນະທໍາເຄື່ອງປັ້ນ ດິນເຜົາຂອງຈີນ. ຂ່າວ: ກິດຕາ; ພາບ: ເກດສະໜາ ,v[{Ia [lyj 'glfgs]n v0v'mtskovkg,]y dk muj skplk[l6 o.oxk'lq '7k,16j ]k; ຂປລ. ພິທີມອບ-ຮັບສິ່ງເສດ ເຫລືອຂອງທະຫານອາເມລິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ລາວ ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ຢູ່ ສະໜາມບິນສາກົນປາກເຊ ນະຄອນ ປາກເຊ ແຂວງຈໍາປາສັກ, ຕາງໜ້າ ໃຫ້ລັດຖະບານລາວ ມອບໂດຍທ່ານ ເອກະພາບ ພັນທະວົງ ຫົວໜ້າກົມ ເອີຣົບ-ອາເມລິກາ ກະຊວງການ ຕ່າງປະເທດ ແລະ ຮັບໂດຍທ່ານ ນາງ ມິດແຊວ ເອົ້າລໍ (Michelle OVtlaX), ຮອງທູດ, ອຸປະທູດ ຊົ່ວຄາວ, ສະຖານທູດສະຫະລັດອາ ເມລິກາ ປະຈໍາ ສປປ ລາວ ໂດຍມີ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ໄດ້ຄົ້ນພົບຈາກການ ປະຕິບັດງານຮ່ວມພາກສະໜາມ ຂອງຄະນະວິຊາການ ລາວ-ອາ ເມລິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ຄັ້ງທີ 4 ປະຈໍາສົກ ປີ 2024-2025 ຢູ່ເຂດເມືອງດາກ ຈຶງ ແຂວງເຊກອງ. ບົນຈິດໃຈແຫ່ງ ການປະຕິບັດນະໂຍບາຍມະນຸດສະ ທໍາອັນສະເໝີຕົ້ນສະເໝີປາຍຂອງ ລັດຖະບານ ແຫ່ງ ສປປ ລາວ ທີ່ມີ ຕໍ່ລັດຖະບານສະຫະລັດອາເມລິກາ ກໍຄື ຄອບຄົວ ແລະ ຍາດພີ່ນ້ອງ ຂອງທະຫານອາເມລິກາ ຜູ້ທີ່ຫາຍ ສາບສູນໃນປາງສົງຄາມຢູ່ລາວ, ຕະຫລອດໄລຍະ 40 ປີ ແຫ່ງການ ຮ່ວມມືລະຫວ່າງຄະນະວິຊາການ ຝ່າຍລາວ ແລະ ຄະນະວິຊາການ ຝ່າຍອາເມລິກາ ດໍາເນີນການສໍາ ຫລວດ ແລະ ຂຸດຄົ້ນເພື່ອຊອກຄົ້ນຫາ ຮ່ອງຮອຍ ແລະ ສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ ແຕ່ເໜືອ ເຖິງໃຕ້ ໃນຂອບເຂດທົ່ວປະເທດ ແມ່ນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເຈົ້າໜ້າທີ່ ກ່ຽວຂ້ອງຂັ້ນທ້ອງຖິ່ນ ກໍຄື ພໍ່ແມ່ ປະຊາຊົນໃນຂົງເຂດທີ່ດໍາເນີນການ ສໍາຫລວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາ ມາດຕົວຈິງຂອງຕົນ. ດັ່ງນັ້ນ, ຈຶ່ງ ເຮັດໃຫ້ການຮ່ວມມືສອງຝ່າຍດ້ານ ວຽກງານດັ່ງກ່າວ ໄດ້ຮັບຜົນສໍາເລັດ ຢ່າງໜ້າເພິ່ງພໍໃຈຕະຫລອດມາ ແລະ ເປັນອີກປັດໄຈສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນ ດ້ານຕ່າງໆລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງໆຂຶ້ນ. ຜ່ານການປະຕິບັດງານຮ່ວມ ສອງຝ່າຍ ລາວ-ອາເມລິກາ ໃນ ໄລຍະຜ່ານມາສາມາດຄົ້ນພົບສິ່ງ ເສດເຫລືອຂອງທະຫານອາເມລິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍ ອາເມລິກາແລ້ວ 290 ຄົນ ໃນຈໍາ ນວນຜູ້ຫາຍສາບສູນທັງໝົດ 576 ຄົນ ຫລື ຫລາຍກວ່າ 50 ເຊິ່ງຍັງ ອີກ 286 ຄົນ ທີ່ຈໍາເປັນຈະຕ້ອງໄດ້ ສືບຕໍ່ມີການສໍາຫລວດ ແລະ ຂຸດຄົ້ນ ຕໍ່ໄປ. ຂ່າວ-ພາບ: ກຕທ ສຶກສາຄວາມເປັນໄປໄດ້... ຍົກລະດັບວຽກງານ ປກຊ-... ບ້ານຊ່ວຍເຫລືອເດັກນ້ອຍ... ຂປລ . ພິທີເ ຊັນບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການສຶກສາ ຄວາມເປັນໄປໄດ້ໂຄງການຮ່ວມມື ພັດທະນາ ແລະ ໃຫ້ບໍລິການລະບົບ ໂຄງລ່າງພື້ນຖານປັນຍາປະດິດ ໂດຍ ນຳໃຊ້ພະລັງງານສີຂຽວລະຫວ່າງ ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກ ໂນໂລຊີ ແລະ ການສື່ສານກັບບໍລິ ສັດຊີລີຄອນເທັກພາກ(ລາວ) ຈໍາ ກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2025 ຜ່ານມາ ໂດຍ ການລົງນາມລະຫວ່າງທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າສູນ ຂໍ້ມູນແຫ່ງຊາດ ແລະ ທ່ານ ກະບິນ ສົມພົງໄຊຍາກຸນ ຜູ້ອຳນວຍການ ບໍລິສັດຊີລີຄອນເທັກພາກ(ລາວ) ໂດຍມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ຂປລ. ບ້ານຊ່ວຍເຫລືອເດັກ ນ້ອຍເອັສໂອເອັສລາວ (SOS) ຈັດງານສະເຫລີມສະຫລອງວັນ ເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ, ພ້ອມທັງເປັນການລະດົມ ທຶນເພື່ອຊ່ວຍເຫລືອເດັກນ້ອຍເອັສໂອ ເອັສ ລາວ ໃນວັນທີ 30 ພຶດສະພາ 2025 ຜ່ານມາ ໂດຍມີທ່ານ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ, ປະທານກິດຕິ ມະສັກຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫລືອເດັກນ້ອຍ SOS, ມີລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ບັນດາຫົວໜ້າກົມ, ຕາງ ໜ້າພາກສວ່ນກຽ່ວຂ້ອງພາກລັດ ແລະ ເອກະຊົນ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ແລະ ຮັບຊົມ ຮ້ອງເພງ, ຂັບລຳ ແລະ ຟ້ອນລວມ ໝູ່ຍິງ-ຊາຍ ຈາກນ້ອງນັກຮຽນ, ໂອກາດນີ້, ທ່ານ ນາງ ນາລີ ສີສຸລິດ ໄດ້ມີຄໍາເຫັນວ່າ: ການຈັດ ງານສະເຫລີມສະຫລອງວັນເດັກ ນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງ ຊາດ ແລະ ກິດຈະກໍາລະດົມທຶນ ຊ່ວຍເຫລືອເດັກນ້ອຍ SOS ລາວ ກໍຄື ເດັກດ້ອຍໂອກາດໃນຂອບເຂດ ທົ່ວປະເທດແມ່ນມີຄວາມໝາຍສໍາ ຄັນ; ວັນເດັກນ້ອຍສາກົນເປັນວັນໜຶ່ງ ທີ່ມີຄວາມໝາຍສໍາຄັນພິເສດສໍາລັບ ເດັກທຸກຄົນ, ເດັກໃນມື້ນີ້ຈະກາຍເປັນ ຜູ້ໃຫຍ່ໃນມື້ໜ້າຖ້າຫາກເດັກໄດ້ຮັບ ການເບິ່ງແຍງດູແລ ແລະ ສຶກສາອົບ ກະຊວງ ຖວທ... ຄູອາຈານ ແລະ ພະນັກງານນໍາພາຄຸ້ມຄອງທີ່ມາຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮັກສາການຫົວໜ້າການ ທະຫານ, ວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ ໄດ້ຜ່ານ ແຜນການເປີດຊຸດບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາຄຸ້ມຄອງຂອງສູນກາງແລະທ້ອງຖິ່ນ ໃນຄັ້ງນີ້, ເຊິ່ງເປັນການສືບຕໍ່ຈັດຕັ້ງ ຜັນຂະຫຍາຍ ກໍຄື ການປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານໃນໄລຍະໃໝ່ ຕາມມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງ ອອກໃຫ້ປະກົດຜົນເປັນຈິງ, ເພື່ອ ແນໃສ່ເຮັດໃຫ້ພະນັກງານກຳໄດ້ ເນື້ອໃນພື້ນຖານທາງດ້ານທິດສະດີ, ຫລັກການກ່ຽວກັບຍຸດທະສາດປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ຂົງເຂດ ວຽກງານອື່ນໆ ທີ່ມີການພົວພັນເຖິງ ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ເມືອງ ວັງວຽງ ແຂວງວຽງຈັນ. ພ້ອມທັງ ຢ້ຽມຊົມກິດຈະກຳການທ່ອງທ່ຽວ ຂອງປະຊາຊົນບ້ານນາດ້ວງ ເພື່ອ ຊຸກຍູ້ກິດຈະກຳການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມຢູ່ບ້ານ ດັ່ງກ່າວ. ການປູກຕົ້ນໄມ້ຄັ້ງນີ້, ເປັນຂີດ ໝາຍອັນສໍາຄັນສະແດງໃຫ້ເຫັນເຖິງ ຄວາມສາມັກຄີ, ຄວາມເປັນຈິດໜຶ່ງ ໃຈດຽວຂອງພາກສ່ວນທີ່ກ່ຽວຂ້ອງ ຈາກພາກລັດ, ພາກທຸລະກິດ ແລະ ປະຊາຊົນທ້ອງຖິ່ນໃນການຊຸກຍູ້ ສົ່ງເສີມ ແລະ ການສະໜັບສະໜູນ ຊຸມຊົນບ້ານນາດ້ວງ ແລະ ບ້ານໃກ້ ຄຽງປົກປັກຮັກສາຊັບພະຍາກອນ ທໍາມະຊາດ, ປະກອບສ່ວນເຂົ້າໃນ ການພັດທະນາການທ່ອງທ່ຽວ. ການທີ່ມີຜືນປ່າທີ່ອຸດົມສົມບູນ, ມີ ຕົ້ນໄມ້ໃຫຍ່ທີ່ດົກໜາ, ມີອາກາດທີ່ ສົດຊື່ນບໍລິສຸດ ແລະ ມີນໍ້າຕົກຕາດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ກໍາແໜ້ນທັດສະນະ ແລະ ປະຕິບັດກົນໄກພັກນຳພາລັດ ຄຸ້ມຄອງທາງດ້ານວຽກງານ ປກຊປກສ ຕິດພັນກັບການພັດທະນາເສດ ຖະກິດ-ສັງຄົມ, ການປະຕິບັດມະຕິ 3 ສ້າງຂອງກົມການເມືອງສູນກາງ ພັກ ເພື່ອເປັນການຍົກສູງຄວາມ ຮັບຜິດຊອບຄວາມເປັນເຈົ້າການ, ເອກະລາດ, ປະດິດສ້າງໃນການຄົ້ນ ຄວ້າຮໍ່າຮຽນທິດສະດີຫລັກການ, ສົມທຽບບົດຮຽນພຶດຕິກໍາຕົວຈິງ ຂອງອົງການ, ກົມກອງທ້ອງຖິ່ນທັງ ເປັນການປັບປຸງທັດສະນະ, ແນວ ທາງການພັດທະນາປະເທດຊາດ ໃຫ້ສອດຄ່ອງກັບຈຸດພິເສດຂອງ ອົງການ, ເນື້ອໃນອົບຮົມຄັ້ງນີ້ປະ ກອບມີ: ກຸ່ມເນື້ອໃນອົບຮົມຈຸດໜັກ ລວມມີ 17 ບົດ, ກຸ່ມເນື້ອໃນອົບຮົມ ເພີ່ມເຕີມຈໍານວນໜຶ່ງ, ຂຽນບົດ ເກັບກ່ຽວ, ເຊິ່ງໄລຍະເວລາການຝຶກ ອົບຮົມ 64 ວັນ. ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານຄູອາຈານ, ນັກສຶກສາທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທີ່ໄດ້ເອົາໃຈໃສ່ກະກຽມ ຄວາມພ້ອມໃນທຸກດ້ານເຮັດໃຫ້ການ ເປີດຊຸດບຳລຸງວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃນ ຄັ້ງນີ້ ທັນຕາມເວລາທີ່ໄດ້ກຳນົດໄວ້. ພ້ອມທັງຮຽກຮ້ອງໃຫ້ບັນດານັກຝຶກ ອົບຮົມຕ້ອງເຊື່ອມຊຶມກຳແໜ້ນໜ້າທີ່ ການເມືອງຂອງຕົນເອງ, ເອົາໃຈໃສ່ ຮັກສາທັດສະນະ, ບົດບາດ, ຕັ້ງໜ້າ ຄົ້ນຄວ້າຮ່ຳຮຽນ, ຖືເອົາໂອກາດນີ້ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງສູນກາງ, ທ້ອງຖິ່ນ, ສົມທຽບຢ່າງເລິກເຊິ່ງ ລະຫວ່າງ ທິດສະດີກັບພຶດຕິກຳ ແລະ ໃຫ້ ສາມາດຖອດຖອນໄດ້ບົດຮຽນທີ່ມີ ຄຸນຄ່າ, ໃນເວລາຮໍ່າຮຽນຕ້ອງປະຕິ ບັດຂໍ້ກຳນົດ-ກົດລະບຽບຂອງກອງ ທັບ ໂດຍສະເພາະວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ວາງອອກໃຫ້ເຂັ້ມງວດ, ສາມາດ ກຳແໜ້ນເນື້ອໃນບົດຮຽນເພື່ອນຳ ໃຊ້ເຂົ້າໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຢູ່ໃນຂອບ ເຂດທີ່ຕົນຮັບຜິດຊອບໃຫ້ມີປະສິດທິ ຜົນສູງ. ຂ່າວ: ໄພນາລິນ ຮົມບົ່ມສອນທີ່ດີຈະສາມາດເປັນກໍາ ລັງແຮງປະກອບສ່ວນເຂົ້າໃນການ ພັດທະນາປະເທດຊາດ ໃຫ້ມີຄວາມ ຈະເລີນກ້າວໜ້າໃນອະນາຄົດ. ຍ້ອນ ເຫັນໄດ້ຄວາມສໍາຄັນດັ່ງກ່າວ, ບັນ ດາປະຊາຊາດໃນທົ່ວໂລກ ຈຶ່ງພ້ອມ ກັນຈັດງານສະເຫລີມສະຫລອງວັນ ເດັກນ້ອຍຂຶ້ນໃນແຕ່ລະປີ. ພັກ-ລັດຖະບານແຫ່ງ ສປປ ລາວ ເວລາໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານການ ພັດທະນາສຸຂະພາບ ແລະ ການສຶກ ສາສໍາລັບເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ເດັກ, ຮັບປະກັນສິດທິພື້ນຖານຂອງ ເດັກ ດ້ວຍການສ້າງທຸກເງື່ອນໄຂໃຫ້ ເດັກໄດ້ຮັບການພັດທະ ນາຢ່າງຮອບ ດ້ານແນໃສ່ເຮັດໃຫ້ເດັກມີຄວາມ ສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ, ມີຄຸນສົມບັດ, ຄວາມຮູ້ ແລະ ຄວາມສາມາດ, ເປັນ ອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ. ໂຄງການບ້ານຊ່ວຍເຫລືອເດັກ ນ້ອຍ SOS ລາວ ເປັນໜຶ່ງໃນ ໂຄງການອັນລໍ້າຄ່າທີ່ທາງອົງການ SOS ສາກົນ ໄດ້ມອບໃຫ້ແກ່ລັດ ຖະບານເປັນຜູ້ດູແລເດັກນ້ອຍທີ່ຂາດ ການເບິ່ງແຍງ, ລ້ຽງດູຈາກພໍ່ແມ່ ແລະ ເດັກທີ່ມີຄວາມສ່ຽງທີ່ຈະສູນ ເສຍການເບິ່ງແຍງຈາກຜູ້ປົກຄອງ ໃຫ້ໄດ້ຮັບການຊ່ວຍເຫລືອ, ມີທີ່ຢູ່ ອາໄສ, ມີສຸຂະພາບທີ່ດີ, ເຕີບໃຫຍ່ໃນ ສະພາບແວດລ້ອມທີ່ປອດໄພ. ຂໍ້ມູນ-ພາບ: ຂ່າວສານ ຮສສ ແລະ ການສື່ສານ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ. ການເຊັນບົດບັນທຶກຮ່ວມມືໃນ ຄັ້ງນີ້, ສອງຝ່າຍຈະໄດ້ຮ່ວມມືກັນ ສ້າງສູນປັນຍາປະດິດ ເພື່ອເຮັດ ເປັນໂຄງການທົດລອງ (1i lot 1roKect), ພັດທະນາ ແລະ ໃຫ້ ບໍລິການລະບົບໂຄງລ່າງພື້ນຖານ ປັນຍາປະດິດ (ArtiGicial Intelli gence InGrastrVctVre) ໂດຍ ນໍາແຫລ່ງພະລັງງານໄຟຟ້າສະອາດ ແລະ ຮ່ວມກັນສຶກສາສຳຫລວດ ຄວາມເປັນໄປໄດ້ໃນການສ້າງເຂດ ເສດຖະກິດພິເສດດ້ານປັນຍາປະດິດ (AI SQecial EconoNic ;one) ໃນພື້ນທີ່ຫລາຍກວ່າ 150 ເຮັກ ຕາ ໃນຂອບເຂດນະຄອນຫລວງ ວຽງຈັນ ເພື່ອດຶງດູດການລົງທຶນ, ພັດທະນາດ້ານໂຄງລ່າງພື້ນຖານ ແລະ AI ທີ່ຈະນໍາໃຊ້ພະລັງງານໄຟ ຟ້າສະອາດ. ທັງນີ້, ກໍເພື່ອແນໃສ່ ຊຸກຍູ້ສົ່ງເສີມໃນການພັດທະນາດ້ານ AI ແລະ ສົ່ງເສີມການຫັນເປັນດີຈິ ຕອນຂອງ ສປປ ລາວ ໃຫ້ມີຄວາມ ເຂັ້ມແຂງ. ພາບ: ອ່າຍຄຳ ແກ້ງຍຸຍ ທີ່ສວຍງາມແຫ່ງນີ້ ຍ້ອນ ການປົກປັກຮັກສາຂອງປະຊາຊົນ ບ້ານນາດ້ວງ ແລະ ບ້ານໃກ້ຄຽງ ເຊິ່ງຊັບພະຍາກອນດັ່ງກ່າວ, ຈະນໍາ ຜົນປະໂຫຍດມາໃຫ້ປະຊາຊົນຢ່າງ ບໍ່ມີວັນບົກແຫ້ງ. ຍ້ອນເຫັນໄດ້ທ່າແຮງດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງ ຖວທ ໄດ້ພະຍາຍາມຂົນ ຂວາຍແຫລ່ງທຶນ ເພື່ອຊ່ວຍປັບປຸງ ເສັ້ນທາງເຂົ້າເຖິງໄລຍະ 6 ກິໂລແມັດ ແລະ ປັບປຸງເຂດບໍລິການພາຍໃນ ບໍລິເວນນໍ້າຕົກຕາດແກ້ງຍຸຍ ໃຫ້ມີ ຄວາມສະດວກ, ສະອາດ, ປອດ ໄພ ແລະ ສວຍງາມແນໃສ່ໃຫ້ເປັນ ສະຖານທີ່ເພື່ອມາພັກຜ່ອນ, ເປັນ ແຫລ່ງຮຽນຮູ້ທາງທໍາມະຊາດ ໃຫ້ແກ່ຄົນໃນທ້ອງຖິ່ນ ແລະ ນັກ ທ່ອງທ່ຽວ. ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງ ນີ້, ມີທັງໝົດ 235 ຕົ້ນ ເຊິ່ງປະກອບ ມີ: ຕົ້ນບາລະມີ, ຕົ້ນຫໍາງົວ, ຕົ້ນ ດອກປິບ, ຕົ້ນໝາກຂຽວ, ຕົ້ນເຟີນ, ຕົ້ນຝາງແດງ ແລະ ປູກຫຍ້າ ເພື່ອ ເພີ່ມພື້ນທີ່ສີຂຽວຈໍານວນໜຶ່ງ ໂດຍ ການສະໜັບສະໜູນຈາກໂຄງການ ພັດທະນາໂຄງລ່າງພື້ນຖານ ເພື່ອ ສົ່ງເສີມການທ່ອງທ່ຽວອະນຸພາກພື້ນ ແມ່ນໍ້າຂອງໄລຍະ 2.

RkJQdWJsaXNoZXIy MTc3MTYxMQ==