xtgmf]k; 3 04/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me Ê ¤§ໜÇ © ¨¤ Å ນ ໂດຍ: ຢ່າຕົ່ງ gru j ,mt;u 7;k,gxa og9Q kdko c]t rh v,da oxq dxa dIa dlkly j 'c;f]h v, .sh wx8k,my fpn opq ' c]t lu 0P; rh v,da olh k'glf4tdy f gvdt]kf gxa og9Q k8q ogv'.ow]pt.\j .sh g0Q kl6 j ];'g]y d ເວົ້າເຖິງຄວາມເປັນເອກະ ລາດເປັນເຈົ້າຕົນເອງ ແມ່ນສຸດທີ່ ສໍາຄັນ. ແຕ່ກ່ອນພວກເຮົາເຮັດການ ປະຕິວັດຊາດ ປະຊາທິປະໄຕ ຕໍ່ສູ້ກັບ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ກໍ່ແມ່ນເພື່ອກອບກູ້ ເອົາຄວາມເປັນເອກະລາດ ຄວາມ ເປັນເຈົ້າຂອງປະເທດຊາດ. ພາຍ ໃຕ້ການນໍາຂອງພັກປະຊາຊົນ ປະ ຕິວັດລາວ, ພວກເຮົາໄດ້ສໍາເລັດ ການປະຕິວັດຊາດ ກອບກູ້ເອົາເອ ກະລາດ, ປະເທດຊາດມີຄວາມເປັນ ເອກະລາດ ປະຊາຊົນລາວບັນດາ ເຜົ່າໄດ້ເປັນເຈົ້າຂອງປະເທດຊາດຜືນແຜ່ນດິນອັນຄົບຖ້ວນໂດຍແທ້ ຈິງ. ນັບແຕ່ມື້ສະຖາປະນາ ສປປ ລາວ ທີ 2 ທັນວາ 1975 ເປັນຕົ້ນ ມາ, ພວກເຮົາເຂົ້າສູ່ໄລຍະ ແຫ່ງ ການປະຕິບັດສອງໜ້າທີ່ຍຸດທະ ສາດໃນການປົກປັກຮັກສາແລະສ້າງ ສາພັດທະນາປະເທດຊາດ ຕາມ ທິດກ້າວສູ່ສັງຄົມນິຍົມເທືຶື່ອລະ ກ້າວ. ການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແມ່ນໄດ້ຜ່ານ ເສັ້ນທາງທີ່ລະອິດລະອ້ຽວ, ມີທັງ ກາລະໂອກາດເອື້ອອໍານວຍ ແລະ ອຸ ປະສັກສິ່ງທ້າທາຍຫລາຍປະການ. ມາຮອດປັດຈຸບັນ, ພ້ອມກັບບັນດາ ຜົນສໍາເລັດໃນທຸກວຽກງານ, ພວກ ເຮົາກໍ່ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍອັນໃນການພັດ ທະນາເສດຖະກິດ-ສັງຄົມ. ສ່ວນໜຶ່ງທີ່ພາໃຫ້ພວກເຮົາບໍ່ ທັນສໍາເລັດບັນດາເປົ້າໝາຍທີ່ວາງ ໄວ້ ແມ່ນຍ້ອນຍັງຄວາມເປັນເຈົ້າ ຕົນເອງ ບາງຄັ້ງຄາວບໍ່ທັນສູງເທົ່າ ທີ່ຄວນ ເຊິ່ງຮຽກຮ້ອງໃຫ້ທົ່ວປວງ ຊົນ ຈົ່ງເພີ່ມທະວີໃຫ້ດີຍິ່ງຂຶ້ນ, ບົດນີ້ຈຶ່ງໄດ້ນໍາເອົາບາງແນວຄິດ ຊີ້ນໍາຂອງການນໍາຂັ້ນສູງ ຂອງ ພວກເຮົາມາສະເໜີ ເພື່ອພ້ອມກັນ ເຂົ້າໃຈໃຫ້ເລິກເຊິ່ງ ແລະ ຈັດຕັ້ງ ຜັນຂະຫຍາຍຢ່າງຖືກທິດ-ປະດິດ ສ້າງ ມີໝາກມີຜົນດ້ວຍຄຸນນະພາບ ໃໝ່. ຕາມທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ໄດ້ໃຫ້ທິດຊີ້ນໍາ ຫລາຍບັນຫາທີ່ສໍາຄັນໃນໄລຍະ ຜ່ານມາ, ໃນນັ້ນ ໄດ້ວາງແນວຄິດ ຊີ້ນໍາກ່ຽວກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ.hເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ຫລື ສອຈi ອັນໝາຍ ເຖິງເສດຖະກິດຂອງປະເທດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກ ລະບົບ, ລະບອບເສດຖະກິດເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າ ຕົນເອງ ຢ່າງມີບາດກ້າວເດີນທີ່ໜັກ ແໜ້ນ... ຢາກເຮັດໄດ້ແນວນັ້ນ, ເລ ຂາທິການໃຫຍ່, ປະທານປະເທດ ໄດ້ມີແນວຄິດຊີ້ນໍາວ່າ: hປະເທດ ເອກະລາດໜຶ່ງ ໂດຍສະເພາະ ສປປ ລາວ ຕ້ອງປະຕິບັດດັ່ງນີ້: 1, ສ້າງ ຄວາມເປັນເຈົ້າຂອງຄວາມຮັບຮູ້ ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດ ໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງ ປະເທດ, ຮູ້ໃຊ້ຊັບພະຍາກອນທີ່ເຮົາ ມີຢ່າງກຸ້ມຄ່າ ແລະ ຮູ້ວາງແຜນໃນ ການຂຸດຄົ້ນຊັບພະຍາກອນຂອງ ຊາດ, ໃຫ້ຄົນລາວເປັນເຈົ້າຫລາຍ ຂຶ້ນ, ໄດ້ເງິນມາຕ້ອງຮູ້ປະຢັດ, ຮູ້ ອົດອອມ, ຮູ້ໃຊ້ຈ່າຍຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມ ອອກມາເລື້ອຍໆ. hສອຈi ບໍ່ໝາຍ ຄວາມວ່າອັນໃດກໍ່ເຮັດເອງ, ອັນໃດ ກໍ່ຕ້ອງໃຫ້ມີເປັນຂອງຕົນເອງ...ໃຜ ຜະລິດຫຍັງຂຶ້ນ, ເຮົາກໍ່ຕ້ອງຜະລິດ ໃຫ້ມີຄືເຂົາທັງໝົດ, ຈະມີຄຸນນະ ພາບ ຫລື ຈະໃຫ້ກາຍເປັນສິນຄ້າ ຫລື ບໍ່... ບໍ່ກ່ຽວ, ຄິດແນວນັ້ນແມ່ນ ຜິດ. 2,hສອຈi ຕ້ອງຮູ້ເຂົາ-ຮູ້ເຮົາ ດີ ແລະ ເລິກເຊິ່ງ, ໝາຍຄວາມວ່າ ຕ້ອງຮູ້ຈັກຕະຫລາດພາຍໃນ ແລະ ຮູ້ການແບ່ງປັນ ຈາກຕະຫລາດສາ ກົນ; ຮູ້ຈັກເຂົ້າເຖິງຕະຫລາດ ແລະ ເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະ ໄໝຈາກໂລກ ແລະ ນໍາໃຊ້ສິ່ງທີ່ເຂົາ ມີແຕ່ເຮົາບໍ່ມີໃຫ້ໄດ້ຢ່າງເໝາະສົມ ແລະ ມີການເລືອກເຟັ້ນ; ຕ້ອງເດັດ ດ່ຽວເອົາເສດຖະກິດເຮົາເຂົ້າສູ່ ການເປັນໂລກາພິວັດ, ເອົາສິນຄ້າ ພາຍໃນອອກສູ່ໂລກ; ໃຊ້ຊັບພະຍາ ກອນຂອງຊາດໃຫ້ອອກມາເປັນ ສິນຄ້າ ເພື່ອໃຫ້ອອກສູ່ຕະຫລາດ ໂລກ ແລະ ເປັນເຈົ້າການນຳເອົາ ຈາກໂລກ (ພາຍນອກ) ມາໃຊ້ພາຍ ໃນຢ່າງມີການຄິດໄລ່-ໄຕ່ຕອງ; ເອົາສິ່ງທີ່ເຮົາມີຢູ່ນີ້ກະທົບໃສ່ໂລກ ພາຍນອກໃຫ້ເກີດອອກມາເປັນ ເງິນ, ເປັນທຶນທີ່ຈັບຕ້ອງໄດ້; ຮູ້ຈັກ ເອົາທຶນ, ເອົາຄວາມຮູ້, ເຕັກໂນ ໂລຊີຈາກພາຍນອກມາກະທົບໃສ່ ຊັບພະຍາກອນຂອງປະເທດເຮົາ ໃຫ້ເກີດເປັນມູນຄ່າເພີ່ມຢ່າງມີ ຄວາມເປັນເຈົ້າ ແລະ ອື່ນໆ. ທັງໝົດເຫລົ່ານີ້, ຢາກໃຫ້ເຂົ້າ ໃຈວ່າ: ພວກເຮົາຮູ້ຫາເງິນດ້ວຍມັນ ສະໝອງຂອງພວກເຮົາ; ຮູ້ຫາເງິນ ດ້ວຍການນຳໃຊ້ຊັບພະຍາກອນ ຢ່າງກຸ້ມຄ່າ; ຫາເງິນໄດ້ ແຕ່ຮັກສາ ໄດ້ຊັບພະຍາກອນທີ່ສາມາດນໍາໃຊ້ ໄດ້ຍາວນານ ແລະ ຍືນຍົງ; ຖ້າເຮັດ ໄດ້ດີ, ຖ້າເຮົາໃຊ້ມັນສະໝອງ ແລະ ສະຕິປັນຍາໃນການຫາເງິນ, ຊັບພະ ຍາກອນທີ່ເຮົາມີ ຈະເພີ່ມມູນຄ່າຂຶ້ນ, ບໍ່ສູນເສຍໄປໃສແຕ່ພັດໄດ້ເງິນມາ. ຍ້ອນວ່າເຮົາໄດ້ເງິນມາຈາກສິ່ງ ໜຶ່ງຈະໄປພັດທະນາສິ່ງອື່ນ ໃຫ້ກັບ ມາມີຄຸນຄ່າໃຫຍ່ກວ່າເກົ່າ, ເປັນປະ ໂຫຍດໃຫ້ການພັດທະນາ ກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ດີກວ່າ ເກົ່າ... ນີ້ຄືເປົ້າໝາຍສຳຄັນຂອງ hສອຈi. ທັງໝົດນັ້ນ ແມ່ນຄົນລາວ ເປັນເຈົ້າຕົນເອງແຫ່ງຄວາມຄິດ, ເຮັດໃຫ້ເກີດມີທຶນຮອນ, ເປັນເຈົ້າ ຂອງສິ່ງທີ່ໄດ້ມາ, ເປັນເຈົ້າແຫ່ງ ການໃຊ້ຈ່າຍຕາມການວາງແຜນ ໄວ້ ເພື່ອຄວາມເຕີບໃຫຍ່ຂະຫຍາຍ ຕົວຂອງປະເທດຊາດ...ຜົນສຸດທ້າຍ ແມ່ນຄົນລາວທຸກໆຄົນຈະໄດ້ຮັບ ຜົນປະໂຫຍດຈາກການພັດທະນາ ຢ່າງຍືນຍົງ. ທິດຊີ້ນໍາດັ່ງກ່າວແມ່ນ ຖືກຕ້ອງທີ່ສຸດ ເຊິ່ງຮຽກຮ້ອງໃຫ້ ທຸກພາກສ່ວນລັດ, ທຸລະກິດເອກະ ຊົນ ແລະ ທົ່ວປວງຊົນຕ້ອງຄົ້ນຄວ້າ ໃຫ້ເລິກ ເພື່ອຄວາມເຂົ້າໃຈຖືກຕ້ອງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ຢ່າງປະດິດສ້າງຕາມສະພາບຈຸດ ພິເສດ-ເງື່ອນໄຂໃນບັນດາດ້ານ ຂອງການພັດທະນາຢ່າງເປັນຮູບ ປະທໍານັບແຕ່ນີ້ເປັນຕົ້ນໄປ ເພື່ອ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. xu oU g,n v']t7vogra ' ,u czox6 dw,h .sh wfh 100 d;j kgIa d8k ເນື່ອງໃນໂອກາດວັນປູກ ຕົ້ນ ໄມ້ແຫ່ງຊາດ 1 ມີຖຸນາ ທຸກ ໆປີ ຫລາຍພາກສ່ວນໃນຂອບເຂດ ທົ່ວປະເທດໄດ້ຮ່ວມກັນປູກຕົ້ນໄມ້ ຫລາຍຊະນິດ ເພື່ອອະນຸລັກປົກປັກ ຮັກສາ ແລະ ຟື້ນຟູປ່າໄມ້ ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ ຢ່າງເປັນຂະບວນການຟົດຟື້ນ. ທ່ານ ຄໍາກອນ ວິໄລສັກ ຫົວ ໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງລະຄອນເພັງ ໃຫ້ສໍາພາດ ຫວ່າງບໍ່ດົນມານີ້ວ່າ: ເພື່ອເຮັດໃຫ້ ເຫລີມສະຫລອງວັນເດັກນ້ອຍສາ ກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງ ຊາດ ຈໍານວນ 300 ເບ້ຍ ໃນເນື້ອທີ່ 3 ເຮັກຕາ ເພາະປູກຕາມສະຖານທີ່ ສາທາລະນະ ໂດຍສະເພາະແມ່ນຢູ່ ເຂດວັດພະບາດນາດູ່. ສຳລັບໃນປີນີ້ ຈະສຸມໃສ່ຊຸກຍູ້ ສົ່ງເສີມໃຫ້ປະຊາຊົນປູກໄມ້ຕາມ ເນື້ອທີ່ເປົ່າວ່າງຂອງຕົນ ເພື່ອເປັນ ເສດຖະກິດ ຈໍານວນ 6 ພັນກວ່າ ເບ້ຍ ໃນເນື້ອທີ່ 100 ກວ່າເຮັກຕາ ພ້ອມທັງກໍານົດຈຸດຟື້ນຟູປ່າໄມ້ ທີ່ນອນໃນປ່າສະຫງວນແຫ່ງຊາດ ພູຊຽງທອງ ແລະ ເຊບັ້ງນວນ 1 ພັນກວ່າເຮັກຕາ ໃຫ້ຖືກຕາມຫລັກ ວິຊາການ ໂດຍມີການວາງແຜນ ປູກເສີມກ້ອງປ່າ ຕິດພັນກັບການ ຕິດຕາມກວດກາຢ່າງເຂັ້ມງວດ, ປັດຈຸບັນ ເມືອງລະຄອນເພັງ ມີເນື້ອ ທີ່ປ່າໄມ້ທີ່ນອນໃນເຂດສະຫງວນ ແຫ່ງຊາດທັງ 2 ແຫ່ງ ເກືອບ 6 ໝື່ນເຮັກຕາ ກວມ 42 ຂອງ ເນື້ອທີ່ທົ່ວເມືອງ ແລະ ມີເນື້ອທີ່ ປ່າໄມ້ນອກ 3 ປະເພດປ່າ ຈໍານວນ 4 ໝື່ນເຮັກຕາ ເຮັດໃຫ້ທົ່ວເມືອງມີ ເນື້ອທີ່ປ່າໄມ້ ເກືອບ 100 ເຮັກຕາ ເທົ່າກັບ 71 . ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສໍາຄັນ ຂອງວຽກງານຄຸ້ມຄອງປົກປັກ ຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ການປົກປັກຮັກສາປ່າໄມ້ ຊຶ່ງໄດ້ ກໍານົດເອົາຫລາຍເຂດໃນທົ່ວປະ ເທດ ເປັນປ່າປ້ອງກັນ ແລະ ປ່າສະ ຫງວນແຫ່ງຊາດ, ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງ ເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກ ສ່ວນໃນສັງຄົມຈົ່ງພ້ອມກັນເປັນ ເຈົ້າການ ໃນການໂຄສະນາປູກຈິດ ສຳນຶກໃຫ້ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນໃຫ້ ເຂົ້າມາມີສ່ວນຮ່ວມໃນການປົກປັກ ຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນ ພູຜາປ່າໄມ້ໃຫ້ຄົງຢູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫລານ ລາວຕະຫລອດໄປ. ໂດຍ: ທິດລານີ ໂຄດໂຍທາ ເມື່ອຮອດວັນທີ 5 ຂອງທຸກໆ ປີ ສປປ ລາວ ໄດ້ຮ່ວມກັບບັນ ດາປະເທດໃນທົ່ວໂລກຈັດພິທີສະ ເຫລີມສະຫລອງວັນສິ່ງແວດລ້ອມ ໂລກ ແລະ ວັນສິ່ງແວດລ້ອມແຫ່ງ ຊາດ ເຊິ່ງປີນີ້ມີຄຳຂວັນ hຫລຸດ ຜ່ອນການໃຊ້ປຣາສຕິກ ເພື່ອສິ່ງ ແວດລ້ອມທີ່ສະອາດ ແລະ ສົດໃສi. ການສະເຫລີມສະຫລອງວັນດັ່ງ ກ່າວດຳເນີນໄປພ້ອມກັບຂະບວນ ການປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ເຊິ່ງໄດ້ຖືເອົາວັນສຳຄັນ ດັ່ງກ່າວ ເພື່ອປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກ ພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງ ສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ, ເປັນການ ເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳ ໃຊ້ຊັບພະຍາກອນທຳມະຊາດ ໄປ ຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມ ຄອງສິ່ງແວດລ້ອມຂອງພວກເຮົາ ໃຫ້ມີສິ່ງແວດລ້ອມທີ່ດີ, ປາສະ ຈາກມົນລະພິດ ເປັນຕົ້ນ ອາກາດ ທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີ ຄວາມຫລາກຫລາຍ,ດິນ,ຊັບພະຍາ ກອນ, ແຮ່ທາດ ທີ່ມີຄວາມອຸດົມສົມ ບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກ ເຊັ່ນຫລານ ແລະ ເພື່ອເປັນການປຸກ ລະດົມບຸກຄົນ, ສົ່ງເສີມປົກປັກຮັກ ສາສິ່ງແວດລ້ອມ, ຮັບຮູ້ເຖິງຜົນປະ ໂຫຍດຄວາມສຳຄັນຂອງປ່າໄມ້ທີ່ ເປັນຊັບພະຍາກອນທຳມະຊາດອັນ ລ້ຳຄ່າ ແລະ ຮຽກຮ້ອງການຈັດຕັ້ງ ທຸກພາກສ່ວນຈົ່ງພ້ອມກັນຮັກສາ ປ່າໄມ້ທຳມະຊາດ ເພື່ອຕ້ານໂລກ ຮ້ອນ ແລະ ຕ້ານອຸທົກກະໄພ, ຮັກ ສາເບ້ຍໄມ້ທີ່ປູກໃຫ້ຈະເລີນເຕີບໂຕ ງອກງາມ, ເອົາໃຈໃສ່ບົວລະບັດຮັກ ສາເບ້ຍໄມ້ບໍ່ໃຫ້ຫ່ຽວແຫ້ງ ແບ່ງ ຄວາມຮັບຜິດຊອບໃນການຄຸ້ມ ຄອງ, ໃສ່ຝຸ່ນພູນດິນ, ຫົດນ້ຳ ແລະ ປູກທົດແທນຕົ້ນໄມ້ທີ່ຕາຍໄປແລ້ວ ເພື່ອເຮັດໃຫ້ສຳນັກງານຫ້ອງການ, ບ້ານມີຄວາມຮົ່ມເຢັນ ເຮັດໃຫ້ທົ່ວ ເມືອງມີຕົ້ນໄມ້, ປ່າໄມ້ຂຽວງາມ, ຫລຸດພາວະໂລກຮ້ອນ ແລະ ຮັກສາ ຄວາມສົມບູນຂອງທຳມະຊາດ. ປັດຈຸບັນ, ສິ່ງແວດລ້ອມທໍາ ມະຊາດກໍາລັງຖືກທໍາລາຍ, ລະ ບົບນິເວດກໍາລັງຊຸດໂຊມລົງຊຶ່ງ ມີສາເຫດມາຈາກສະພາບການ ປ່ຽນແປງຂອງດິນຟ້າອາກາດ ອັນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ປະຊາກອນໂລກ ໃນປັດ ຈຸບັນ ແລະ ອາດຈະສົ່ງຜົນກະທົບ ແກ່ຍາວ ໄປສູ່ຄົນຮຸ່ນຫລັງໃນອະ ນາຄົດ. ສຳລັບປະເທດພວກເຮົາກໍ ເຊັ່ນດຽວກັນແມ່ນກຳລັງຜະເຊີນ ໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມ ທີ່ເກີດຈາກໄຟໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ເຫຍື້ອ ໂດຍສະເພາະ ແມ່ນຂີ້ເຫຍື້ອປລາສຕິກ ທີ່ນັບມື້ ນັບເພີ່ມຂຶ້ນຈາກການຊົມໃຊ້ ແລະ ການຖິ້ມຊະຊາຍຕາມຊຸມຊົນ, ຖະ ໜົນຫົນທາງ, ຕາມຕົວເມືອງໃຫຍ່, ຕົວເມືອງນ້ອຍຍ້ອນການກໍາຈັດ ແລະ ຫລຸດຜ່ອນຍັງເຮັດໄດ້ໜ້ອຍ. ສະນັ້ນ, ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອ ສ້າງໃຫ້ປະເທດລາວ ເປັນປະເທດ ຂຽວສະອາດ ງາມຕາ ໂດຍໃຫ້ມີນິຕິ ກໍາ, ຄູ່ມື, ຄໍາແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງ ຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນ ປະກອບສ່ວນ ແລະ ເຂົ້າຮ່ວມຈັດ ຕັ້ງປະຕິບັດ ໂດຍສະເພາະການ ແກ້ໄຂບັນຫາຂີ້ເຫຍື້ອ ທີ່ນອນໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ກໍ່ຄືການຫລຸດຜ່ອນ ຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ ເຫຍື້ອ ເພື່ອຮອງຮັບສິ່ງເສດເຫລືອ ຈາກການຊົມໃຊ້ທີ່ເພີ່ມຂຶ້ນ ພ້ອມ ທັງສ້າງຕົວເມືອງໃຫ້ສະອາດງາມ ຕາ ປາສະຈາກມົນລະພິດ. ຄາດໝາຍການປົກຫຸ້ມປ່າໄມ້ ກວມ ເອົາ 75 ໃນປີ 2030, ມາໃນ ປີ 2025 ນີ້ ເມືອງລະຄອນເພັງ ມີ ແຜນປູກໄມ້ໃຫ້ໄດ້ 100 ກວ່າເຮັກ ຕາ ແລະ ມີເບ້ຍໄມ້ພ້ອມປູກ 16 ພັນ ກວ່າເບ້ຍ, ສະເພາະແຜນປູກເບ້ຍ ໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ 1 ມີຖຸນາ ຂອງປີນີ້ ເມືອງ ລະຄອນເພັງ ໄດ້ກໍານົດເອົາວັນທີ 4 ມີຖຸນາ 2025 ເປັນມື້ຈັດພິທີສະ
RkJQdWJsaXNoZXIy MTc3MTYxMQ==