lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/06/2025 xtgmf]k; ຝຶກອົບຮົມຮຽນຮູ້... ກອງປະຊຸມພົບປະລະດັບສູງ... ຮອງປະທານປະເທດ... ຫວນຄືນວັນຜ່າວົງປິດລ້ອມ... ຍົກສູງຄຸນນະພາບ... ]a f4t,q o8u dt-;'dko8j k'xtgmf 8h voIa [[a ofkm6 f8j k'xtgmf xt9e]k; ຂປລ. ໃນວັນທີ 2 ມິຖຸນາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ ຈາໂລສະລາຟ ອົກທ໌ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະໂລວັກ ປະ ຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ບາງກອກ, ໃນໂອກາດສໍາເລັດການ ປະຕິບັດໜ້າທີ່ການທູດ. ໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ທ່ານເອກອັກຄະລັດຖະທູດ ໃນການປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງ ສປປ ລາວ ແລະ ສ ສະໂລວັກ ໃຫ້ມີການຂະຫຍາຍ ຕົວ ແລະ ໄດ້ຮັບການພັດທະນາ ຍິ່ງໆຂຶ້ນຕະຫລອດໄລຍະເວລາ ເກືອບ 2 ປີ ທີ່ທ່ານເອກອັກຄະ ລັດຖະທູດປະຕິບັດໜ້າທີ່ທີ່ໄດ້ຮັບ ມອບໝາຍນັບຕັ້ງແຕ່ວັນທີ 30 ມິຖຸນາ 2023 ເປັນຕົ້ນມາ. ພ້ອມ ນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືຂອງສອງປະເທດ ຕະຫລອດໄລຍະ 6 ທົດສະວັດຜ່ານ ມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົົວພັນການທູດນໍາກັນໃນວັນທີ 5 ກັນຍາ 1962, ສອງຝ່າຍຍັງໄດ້ ສະເໜີສືບຕໍ່ປຶກສາຫາລືກ່ຽວກັບ ທິດທາງການເສີມຂະຫຍາຍການ ຮ່ວມມືສອງຝ່າຍໃນຕໍ່ໜ້າເປັນຕົ້ນ ແມ່ນຂົງເຂດເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວ ລວມທັງການ ສະໜັບສະໜູນເຊິ່ງກັນ ແລະ ກັນທັງ ໃນຂອບຫລາຍຝ່າຍໃນເວທີພາກພື້ນ ແລະ ສາກົນ. ໃນຕອນບ່າຍວັນດຽວກັນ, ທ່ານ ລັດຖະມົນຕີທອງສະຫວັນພົມວິຫານ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກ ການລາເຮີ(Mark Gallagher) ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ແລະ ທ່ານ ນາງ ຊີວ-ແລັງ ຊູອອກ (Siv-Leng CHHUOR) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຝຣັ່ງ ປະຈໍາ ສປປ ລາວ ຕາມດຳລັບ ເຊິ່ງທ່ານ ລັດຖະມົນຕີໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນມາຍັງທ່ານທູດ ທັງສອງພ້ອມທັງຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ອີຢູ ສປປ ລາວ ກັບ ຝຣັ່ງ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ ແລະ ສປປ ລາວ ກັບ ສ ຝຣັ່ງ ໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ເອກອັກຄະ ລັດຖະທູດທັງສອງທ່ານຕ່າງກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ, ສະແດງຄວາມຊົມ ເຊີຍຕໍ່ທ່ານລັດຖະມົນຕີ ທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມ ສາມາດໃນການເປັນຂົວຕໍ່ປະກອບ ສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງ ອີຢູ- ລາວ ແລະ ຝຣັ່ງ-ລາວ ໂດຍສະ ເພາະແມ່ນແລກປ່ຽນການຢ້ຽມ ຢາມ, ການພົວພັນຮ່ວມມືໃນດ້ານ ຕ່າງໆໃຫ້ແຕກດອກອອກຜົນຂຶ້ນໄປ ເລື້ອຍໆເປັນຕົ້ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ອື່ນໆທີ່ສອງຝ່າຍມີທ່າແຮງ ຮ່ວມກັນ. ສປປ ລາວ ແລະ ອີຢູ ສ້າງຕັ້ງ ສາຍພົວພັນການທູດຮ່ວມກັນໃນ ວັນທີ 21 ພະຈິກ 1975 ແລະ ສ້າງ ຕັ້ງສາຍພົວພັນການທູດຮ່ວມກັບ ຝຣັ່ງ ໃນວັນທີ 22 ຕຸລາ 1953. ຂ່າວ-ພາບ: ກຕທ ທີ່ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງ ໜ້າໃນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍການພົວພັນ ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວສາທາລະນະລັດ ອາຣັບ ເອຢິບ ທີ່ ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆ ຂຶ້ນ. ພ້ອມນີ້, ທ່ານຮອງປະທານ ປະເທດ ຍັງໄດ້ອອຍພອນໃຫ້ທ່ານ ທູດຈົ່ງເດີນທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ ແລະ ປະສົບ ຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດ ຂອງທ່ານ. ທ່ານ ນາງ ອາມານ ອັບເດວ ຄາເດີ ເອວມໍຊີ ຊາລາມາ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານຮອງ ປະທານປະເທດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ແລະ ສະແດງຄວາມ ຂອບໃຈຕໍ່ການຈັດຕັ້ງທຸກພາກສ່ວນ ຂອງລາວທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກ ຢ່າງຕະຫລອດໄລຍະການປະຕິບັດ ໜ້າທີ່ ຈົນໄດ້ຮັບຜົນສຳເລັດໃນການ ປະຕິບັດໜ້າທີ່ໃນຄັ້ງນີ້. ສປປລາວແລະສາທາລະນະ ລັດ ອາຣັບ ເອຢິບ ໄດ້ສ້າງຕັ້ງສາຍ ພົວພັນການທູດນຳກັນຕັ້ງແຕ່ປີ 1976 ເຖິງວ່າການແລກປ່ຽນຢ້ຽມ ຢາມຂອງຄະນະຜູ້ແທນຊັ້ນສູງ ແລະ ຂັ້ນຕ່າງໆໃນຊຸມປີຜ່ານມາຍັງບໍ່ ທັນມີຫລາຍແຕ່ສອງປະເທດ ໄດ້ ມີການແລກປ່ຽນສານອວຍພອນ, ສານຊົມເຊີຍເຊິ່ງກັນ ແລະ ກັນນໍາ ກັນ. ຜ່ານມາເອຢິບ ເຄີຍຊ່ວຍເຫລືອ ພັດທະນາຊັບພະຍາກອນມະນຸດ ເຊິ່ງ ໃນປີ 2013 ຜ່ານມາ ມີຄົນລາວ ໄປສຶກສາດ້ານກະສິກຳຢູ່ເອຢິບຈຳ ນວນໜຶ່ງ. ຈາກຂະແໜງການຄ້າ, ພະລັງງານ, ບໍ່ແຮ່, ຂົນສົ່ງ, ການລົງທຶນ, ອຸດ ສາຫະກໍາ, ທະນາຄານ, ກະສິກຳ, ອາຫານ ແລະ ການທ່ອງທ່ຽວ ເດີນທາງຕິດຕາມຄະນະທາງການ ຂອງທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາໃນໂອກາດເດີນ ທາງຢ້ຽມຢາມມາເລເຊຍ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງ. ໃນໂອກາດດັ່ງກ່າວ, ສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ໄດ້ຮ່ວມກັບສະພາທຸລະກິດ ມາເລເຊຍ ປະຈໍາ ສປປ ລາວ, ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກໍາມາເລເຊຍ ເຊິ່ງໄດ້ຮັບ ການສະໜັບສະໜູນຈັດງານໂດຍ ກະຊວງອຸດສາຫະກຳ ແລະ ການ ຄ້າ, ກະຊວງແຜນການ ແລະ ການ ລົງທຶນ, ບໍລິສັດ Mega Frist ໄດ້ ຮ່ວມກັນຈັດກອງປະຊຸມພົບປະລະ ດັບສູງທຸລະກິດ ລາວ-ມາເລເຊຍ ໃນຮູບແບບງານລ້ຽງໃນວັນທີ 27 ພຶດສະພາ 2025, ທີ່ໂຮງແຮມ JW Marriott, ກົວລາລໍາເປີ, ປະເທດ ມາເລເຊຍ ໃຫ້ກຽດກ່າວເປີດກອງປະຊຸມດັ່ງ ກ່າວໂດຍທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດ ນຳພາ-ບັນຊາຫລັກແຫລ່ງອ້ອມຂ້າງ ກະຊວງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກ ໃຫ້ເຫັນມູນເຊື້ອວິລະກໍາວັນຜ່າວົງ ປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ແລະ ວັນວິລະກໍາໂຕນຄຸກຢ່າງ ມະຫັດສະຈັນຂອງບັນດາຜູ້ນໍາຂອງ ພັກ ແລະ ແນວລາວຮັກຊາດ ແມ່ນ ໄຊຊະນະອັນໃຫຍ່ຫລວງຂອງກໍາ ລັງປະກອບອາວຸດພາຍໃຕ້ການ ນໍາພາຂອງພັກ, ເປັນເຫດການປະ ຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນ ບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ; ສະແດງໃຫ້ເຫັນ ເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມ ຈົງຮັກພັກດີ, ຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນ ໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກລວງຂອງສັດຕູ, ນໍ້າໃຈສູ້ຮົບ ພິລະອາດຫານ ແລະ ໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ ແກ່ຂະບວນການປະຕິວັດ ເພື່ອຕີເອົາ ຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື. ນີ້, ແມ່ນການສ້າງເງື່ອນໄຂໃຫ້ແກ່ ສະມາຊິກສະພາແຫ່ງຊາດ ໄດ້ຮັບ ຟັງການລາຍງານ, ການຊີ້ແຈງອະທິບາຍຂອງຄະນະຮັບຜິດຊອບ ກໍຄື ບັນດາກະຊວງ, ອົງການ ແລະ ບັນດາສະມາຊິກສະພາແຫ່ງຊາດ ຈະໄດ້ປຶກສາຫາລືແລກປ່ຽນຄຳຄິດ ເຫັນ ແລະ ສ້າງຄວາມເຂົ້າໃຈເປັນ ເອກະພາບຕໍ່ບັນດາເນື້ອໃນຮ່າງບົດ ລາຍງານ ແລະ ຮ່າງກົດໝາຍທີ່ ຈະນໍາເຂົ້າພິຈາລະນາໃນກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ທັງ ສາມາດຮັບປະກັນການປະຕິບັດພາ ລະບົດບາດຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມ ກົດໝາຍທີ່ກຳນົດໄວ້ ເຊິ່ງຜູ້ເຂົ້າຮ່ວມ ຈະໄດ້ສຸມໃສ່ຄົ້ນຄ້ວາ, ແລກປ່ຽນ ຄໍາຄິດຄໍາເຫັນ ເພື່ອສ້າງຄວາມ ເຂົ້າໃຈ ແລະ ເປັນເອກະພາບສູງ ຕໍ່ບັນດາເນື້ອໃນຕົ້ນຕໍເປັນຕົ້ນບົດ ລາຍງານກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ບົດ ສູບນໍ້າຜະລິດໄຟຟ້າໝູນວຽນ ແລະ ໄຟຟ້າພະລັງງານລົມ. ພ້ອມນີ້, ຍັງ ໄດ້ເນັ້ນກ່ຽວກັບການກໍ່ສ້າງ ແລະ ດໍາເນີນງານຂອງເຂື່ອນໄຟຟ້ານໍ້າ ລີກ 1-2, ເຂື່ອນໄຟຟ້ານໍ້າງຽບ 2, ເຂື່ອນໄຟຟ້ານໍ້າກົງ 1 ທີ່ບໍລິສັດຈີນ ມີສ່ວນຮ່ວມໃນການກໍ່ສ້າງຢູ່ໃນ ສປປ ລາວ ໂດຍອີງໃສ່ສະພາບຕົວ ຈິງຂອງໂຄງການ, ພ້ອມທັງອະທິ ບາຍລະອຽດເຖິງທິດສະດີການພັດ ທະນາເຕັກໂນໂລຊີເຂື່ອນໄຟຟ້າ, ພະລັງງານສີຂຽວ ມີຜົນດີແນວໃດ ສາຫະກຳແຫ່ງຊາດລາວ ແລະ ໃຫ້ ກຽດກ່າວມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຝ່າຍມາເລເຊຍກ່າວຕ້ອນຮັບໂດຍ ທ່ານ Mac Ngan Boon ປະທານ ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກຳມາເລເຊຍ. ນອກ ນີ້, ພາຍໃນງານຍັງມີຜູ້ເຂົ້າຮ່ວມ ຈາກພາກລັດ ຂອງລາວ ແລະ ມາເລເຊຍ ກໍຄື ທ່ານລັດຖະມົນຕີ ຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການ ຄ້າ, ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ, ຮອງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ, ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ, ບັນດາ ກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸລະກິດຈາກ ລາວ ແລະ ມາເລເຊຍ ເຂົ້າຮ່ວມ. ຈຸດປະສົງຫລັກຂອງກອງປະ ຊຸມ, ແມ່ນເພື່ອເປັນໂອກາດໃນການ ຮັດແໜ້ນສາຍພົວພັນດ້ານການ ຄ້າ, ດຶງດູດການລົງທຶນ ແລະ ການ ຄ້າຂາຍລະຫວ່າງສອງປະເທດ. ພ້ອມກັນນັ້ນ, ຍັງເປັນການເປີດໂອ ກາດໃຫ້ນັກທຸລະກິດທັງສອງປະ ເທດໄດ້ມີໂອກາດພົບປະແລກປ່ຽນ ກັນໃນຂະແໜງການຄ້າ, ພະລັງງານ ສະອາດ, ບໍ່ແຮ່, ອຸດສາຫະກຳ, ການ ບໍລິການ, ອາຫານຮາລານ, ການ ຂົນສົ່ງ, ກະສິກໍາ, ທ່ອງທ່ຽວດີຈິຕອນ ແລະ ອື່ນໆ. ພ້ອມກັນນີ້, ຍັງເປັນເວທີໃຫ້ແກ່ ບັນດານັກລົງທຶນຈາກມາເລເຊຍ ທີ່ ມີຄວາມສົນໃຈຢາກມາລົງທຶນໃນ ສປປ ລາວ ໄດ້ຮັບຮູ້ກ່ຽວກັບໂອກາດ ແລະ ນະໂຍບາຍການລົງທຶນຢູ່ສປປ ລາວ ຕື່ມອີກ. ພ້ອມດຽວກັນນັ້ນ, ຍັງເຮັດໃຫ້ ກຳລັງປະຕິວັດ ກໍຄື ກໍາລັງປະກອບ ອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງ, ການ ໂຕນຄຸກຢ່າງມະຫັດສະຈັນຂອງ ບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດ ຢ່າງປອດໄພ, ຍ້ອນການນໍາພາ ອັນສະຫລາດສ່ອງໃສ ແລະ ປີຊາ ສາມາດຂອງປະທານ ໄກສອນ ພົມວິຫານ; ຍ້ອນນໍ້າໃຈຮັກຊາດ ອັນ ແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີ ຄວາມກ້າຫານ, ຕັດສິນໃຈຕໍ່ສູ້, ຍອມ ເສຍສະລະມີຄວາມປີຊາສາມາດ ຂົນຂວາຍ, ສຶກສາອົບຮົມສາລະວັດ ທະຫານ, ເຮັດໃຫ້ສັດຕູກາຍເປັນ ມິດສະຫາຍຮ່ວມຕາຍນໍາກັນ; ຍ້ອນ ສາລະວັດທະຫານມີນໍ້າໃຈຮັກຊາດ ອັນດູດດຶ່ມ, ເບື່ອໜ່າຍຕໍ່ອໍານາດປົກ ຄອງຫຸ່ນປະຕິການ, ເຂົາເຈົ້າຍາມ ໃດກໍມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງ ຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກ ແລ້ວປ້ອງກັນ ແລະ ພາທາງໃຫ້ຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກຄຸກໂພນເຄັງ ໄປສູ່ ເຂດທີ່ໝັ້ນຢ່າງປອດໄພ. ການປະຖະກະຖາໃນຄັ້ງນີ້, ກໍ ເພື່ອສຶກສາອົບຮົມໃຫ້ຄະນະພັກຄະນະບັນຊາ, ນາຍ ແລະ ພົນຕຳ ຫລວດ ອ້ອມຂ້າງກະຊວງປ້ອງກັນ ຄວາມສະຫງົບ ເຊື່ອມຊຶມກຳແໜ້ນ ມູນເຊື້ອສອງວັນດັ່ງກ່າວ ເພື່ອນຳມາ ເປັນພື້ນຖານ, ເປັນບ່ອນອີງໃຫ້ແກ່ ການຝຶກຝົນຫລໍ່ຫລອມຕົນເອງໃຫ້ ມີຄຸນທາດການເມືອງ, ມີຄຸນສົມບັດ ສິນທຳປະຕິວັດສົມກັບເປັນນາຍຕໍາ ຫລວດຮຸ່ນສືບທອດທີ່ດີຂອງກຳລັງ ປ້ອງກັນຄວາມສະຫງົບ ແລະ ຂອງ ກົມກອງ ເຮັດສຳເລັດໜ້າທີ່ນຳພາບັນຊາວຽກງານທີ່ໄດ້ຮັບການມອບ ໝາຍ ເພື່ອປະກອບສ່ວນສຳຄັນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄວາມເປັນເອກະລາດ, ອຳນາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະ ຫລອດໄປ. ຂ່າວ: ແຕັນ, ພາບ: ແກ້ວລະຄອນ ລາຍງານກ່ຽວກັບການທາບທາມ ຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາ ນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟ ຟ້ານ້ຳຕົກ; ບົດລາຍງານກ່ຽວກັບ ການໃຫ້ນະໂຍບາຍພິເສດໂຄງການ ກໍ່ສ້າງ, ສ້ອມແປງເສັ້ນທາງໃນ ໄລຍະໃໝ່; ບົດລາຍງານກ່ຽວກັບ ຜົນການວິເຄາະບົດບາດການເປັນ ຕົວແທນຂອງແມ່ຍິງ ແລະ ຄວາມ ສະເໝີພາບຍິງ-ຊາຍ ໃນສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ. ພ້ອມນີ້, ຍັງຈະໄດ້ປະກອບ ຄໍາເຫັນຕໍ່ບັນດາຮ່າງກົດໝາຍ 6 ສະບັບ (ໃນຈຳນວນ 11 ສະບັບ) ທີ່ ຈະນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IXຄື: ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພໄຊເບີ, ຮ່າງ ກົດໝາຍວ່າດ້ວຍການປູກຝັງ, ຮ່າງ ກົດໝາຍວ່າດ້ວຍສາມັນສຶກສາ, ຮ່າງກົດໝາຍວ່າດ້ວຍປ້າຍ, ຮ່າງ ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ຮ່າງກົດໝາຍວ່າດ້ວຍການ ປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍສານປະຊາຊົນ. ພ້ອມນັ້ນ, ຍັງຈະໄດ້ສຸມໃສ່ຄົ້ນ ຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນ ເອກະພາບຕໍ່ບົດລາຍງານການປັບ ປຸງກົດໝາຍ ຈໍານວນ 3 ສະບັບຂອງ ສະພາແຫ່ງຊາດ ຄື: ຮ່າງກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ຮ່າງ ກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ ແລະ ຮ່າງກົດໝາຍວ່າ ດ້ວຍການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງພາຍຫລັງທີ່ມີການປັບປຸງ ແລະ ຮັບຮອງເອົາລັດຖະທໍາມະນູນ ສະບັບປີ2025. ພ້ອມນີ້, ຍັງໄດ້ເປັນ ເອກະພາບຕໍ່ບົດລາຍງານກ່ຽວກັບ ຜົນການວິເຄາະບົດບາດການເປັນ ຕົວແທນຂອງແມ່ຍິງ ແລະ ຄວາມ ສະເໝີພາບຍິງ-ຊາຍ ໃນສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ. ການດໍາເນີນກອງປະຊຸມຍົກສູງ ຄຸນນະພາບທາງດ້ານເນື້ອໃນໄດ້ ເປັນກົນໄກຂອງສະພາແຫ່ງຊາດ ກ່ອນຈະດຳເນີນກອງປະຊຸມສະໄໝ ສາມັນທຸກໆຄັ້ງ. ທັງນີ້, ກໍເພື່ອແນ ໃສ່ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາເນື້ອໃນເອກະສານທີ່ ຈະລາຍງານຕໍ່ກອງປະຊຸມໃຫ້ມີຄຸນ ນະພາບ, ຮັບປະກັນການປະຕິບັດ ພາລະບົດບາດຂອງສະພາແຫ່ງຊາດ ແລະ ອື່ນໆ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຕໍ່ການພັດທະນາ ແລະ ວິທີການປົກ ປ້ອງລະບົບນິເວດຕ່າງໆ. ໃນພິທີ, ຜູ້ຕາງໜ້າຈາກຝ່າຍລາວ ແລະ ຈີນ ໄດ້ເນັ້ນເຖິງຄວາມສໍາຄັນຕໍ່ ການຮ່ວມມືດ້ານການສຶກສາ ແລະ ການພັດທະນາສີຂຽວ, ເຊິ່ງການ ບັນຍາຍໃນຄັ້ງນີ້ຈະຖ່າຍທອດແນວ ຄິດກ່ຽວກັບການພັດທະນາພະລັງ ງານສີຂຽວ ໃຫ້ແກ່ຊາວໜຸ່ມລາວ ກໍຄືນັກສຶກສາລາວ ສາມາດແບ່ງປັນ ເຕັກໂນໂລຊີທີ່ກ່ຽວຂ້ອງ ແລະ ໝາກ ຜົນມາໃຊ້ໃນຕົວຈິງ. ນອກຈາກນັ້ນ, ນັກວິສະວະກອນຈາກທັງສອງປະ ເທດຍັງໄດ້ແບ່ງປັນປະສົບການ ກັບ ບັນດານັກສຶກສາ, ແນະນໍາຂັ້ນຕອນ ການກໍ່ສ້າງ ແລະ ບໍລິຫານດໍາເນີນ ງານຂອງເຂື່ອນໄຟຟ້າຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==