08 xtgmf]k; gsfdko{dkora fmtok a 03/06/2025 ປີ 2025 ເປັນປີຄົບຮອບ 30 ປີ ແຫ່ງສາຍ ພົວພັນການທູດ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ເພື່ອເປັນການສະເຫລີມສະຫລອງວັນດັ່ງ ກ່າວ ແມ່ນຈະໄດ້ຈັດຫລາຍກິດຈະກຳຂຶ້ນຢູ່ ສູນ ການຄ້າລາວໄອເຕັກ(ຕຶກເກົ່າ)ນະຄອນຫລວງ ວຽງຈັນ ເພື່ອຍົກໃຫ້ເຫັນຜົນສຳເລັດໃນການຮ່ວມ ມືດ້ານກະສິກຳຂອງສອງຝ່າຍ ແລະ ໂອກາດໃນ ອະນາຄົດ ເຊິ່ງກິດຈະກຳດັ່ງກ່າວ ຈະນໍາເອົາບັນດາ ພາກສ່ວນກ່ຽວຂ້ອງທີ່ສໍາຄັນລວມມີ ກະຊວງກະສິ ກໍາ ແລະ ປ່າໄມ້ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ອົງການສົ່ງເສີມການຄ້າ ແລະ ການ ລົງທຶນຂອງ ສ ເກົາຫຼີ (KOTRA) ບໍລິສັດຊຸມຊົນ ຊົນນະບົດເກົາຫຼີ (Korea Rural Community Corporation) ອົງການຈັດຕັ້ງທີ່ບໍ່ຂຶ້ນກັບ ລັດຖະບານ (NGO) ຕ່າງໆຂອງເກົາຫຼີ ແລະ 14 ບ້ານ ຈາກສາມແຂວງຂອງລາວ. ຈຸດປະສົງຕົ້ນຕໍແມ່ນເພື່ອສົ່ງເສີມການພັດທະນາ ກະສິກໍາແບບຍືນຍົງ ເສີມສ້າງຄວາມ ອາດສາມາດ ຂອງຊຸມຊົນ ສະໜັບສະໜູນການສ້າງລາຍຮັບໃນ ລະດັບທ້ອງຖິ່ນ ແລະ ເສີມຂະຫຍາຍການຮ່ວມມື ດ້ານການຄ້າ ຂອງລາວ-ເກົາຫຼີ ໂດຍ ເປັນຂົວຕໍ່ ໃຫ້ຜູ້ຜະລິດກະສິກໍາອາຫານ ເກົາຫຼີ ແລະ ຜູ້ຈໍາ ໜ່າຍຂອງລາວໄດ້ພົບປະກັນໂດຍກົງ ເພື່ອແນະນໍາ ຜະລິດຕະພັນ ເກົາຫຼີທີ່ມີຄຸນນະພາບສູງໃຫ້ເຂົ້າເຖິງສູ່ ຕະຫລາດທ້ອງຖິ່ນໃນລາວ ຜ່ານການສົ່ງເສີມດ້ານ ການຕະຫລາດ ແລະ ການຈັບຄູ່ທຸລະກິດ. ກອງປະຊຸມສຳມະນາ ດ້ານກະສິກຳ ແລະ ການ ພັດທະນາຊົນນະບົດ ຈະຈັດຂຶ້ນໃນວັນທີ 5 ມີຖຸນາ ພາຍໃຕ້ຫົວຂໍ້: ການຮ່ວມມືພັດທະນາກະສິກຳ ແລະ ຊົນນະບົດ ລະຫວ່າງ ສ ເກົາຫຼີ ແລະ ລາວ: ສະພາບ ປັດຈຸບັນ ແລະ ອະນາຄົດ. ກອງປະຊຸມສຳມະນາຄັ້ງນີ້ຈະນຳສະເໜີຂໍ້ ປະຕິບັດທີ່ດີທີ່ສຸດຂອງທັງສອງປະເທດ ແລະ ລາຍ ງານເຖິງຄວາມຄືບໜ້າ ແລະ ລະດັບຄາດໝາຍ ຂອງການຮ່ວມມື ລະຫວ່າງ ສ ເກົາຫຼີ - ລາວ ຈຸດ ເດັ່ນຂອງກອງປະຊຸມສຳມະນາແມ່ນການມອບ ໂອນແຜນດຳເນີນງານນະໂຍບາຍ (PAPs) ຂອງ KOICA ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນຂີດ ໝາຍບາດກ້າວອັນສຳຄັນໃນການຈັດຕັ້ງປະຕິບັດ ນະໂຍບາຍ. ງານວາງສະແດງສິນຄ້າ ແລະ ຜະລິດຕະພັັນ ກະສິກຳລາວ-ເກົາຫຼີ 2025 ຈະຈັດຂຶ້ນທີ່ສູນການ ຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງ ວຽງຈັນ ໃນລະຫວ່າງວັນທີ 6-7 ມິຖຸນາ 2025. ງານຕະຫລາດນັດກະສິກຳລາວ-ເກົາຫຼີ ຈັດ ຂຶ້ນໂດຍການຮ່ວມມືຂອງອົງການ KOICA ແລະ KOTRA ເປັນເວທີໜຶ່ງເພື່ອສະແດງໃຫ້ເຫັນຄວາມ ຄືບໜ້າໃນການພັດທະນາຊົນນະບົດ ແລະ ສົ່ງເສີມ ຜະລິດຕະພັນອາຫານເກົາຫຼີ ໂດຍຜ່ານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນຂອງສອງ ປະເທດ. ພາຍໃນງານຈະມີນຳສະເໜີບັນດາຜະລິດຕະພັນ ເຊີນເຂົ້າຮ່ວມງານວາງສະແດງສິນຄ້າ ແລະຜະລິດຕະພັນກະສິກຳລາວ-ເກົາຫລີ 2025 ສະຫລອງສາຍພົວພັນການທູດ ແລະ ການຮ່ວມມືດ້ານກະສິກຳ 30 ປີ ອາຫານທ້ອງຖິ່ນໃນ 14 ໝູ່ບ້ານຂອງລາວ ທີ່ໄດ້ຮັບ ການສົ່ງເສີມ ແລະ ພັດທະນາ ພາຍໃຕ້ໂຄງການ ການ ສ້າງແຜນດຳເນີນງານການສ້າງລາຍຮັບຊົນນະບົດ ໃນເຂດພາກເໜືອ ແລະ ພາກກາງຂອງ ສປປ ລາວ (2021 – 2025) ໂດຍທຶນສະໜັບສະໜູນຈາກ KOICA ແລະ ຮ່ວມກັນຈັດຕັ້ງປະຕິບັດ ລະຫວ່າງ ສະຖາບັນຍຸດທະສາດການພັດທະນາເກົາຫຼີ (KDS) ຂອງ ສ ເກາຫຼີ ແລະ ກົມພັດທະນາຊົນນະບົດ, ກະ ຊວງກະສິກໍາ ແລະ ປ່າໄມ້ ຂອງລາວ. ສ່ວນ KOTRA ນຳສະເໜີ 3 ເຂດຫລັກ ຄື: ເຂດວາງສະແດງສິນຄ້າ 24 ບໍລິສັດ ທີ່ຈະນຳ ສິນຄ້າດ້ານກະສິກຳ-ອາຫານກວ່າ 65 ຊະນິດມາ ວາງສະແດງ ແລະ ຈຳໜ່າຍ ເຂດສົ່ງເສີມການຂາຍ ສິນຄ້າ K-Product ມີຜູ້ນຳເຂົ້າສິນຄ້າຈາກ11 ບໍລິ ສັດ ທີ່ວາງສະແດງສິນຄ້າຍອດນິຍົມຈາກ ສ.ເກົາຫລີ ແລະ K-Food Zone ນຳສະເໜີ ແລະ ວາງສະແດງ ອາຫານປະສົມປະສານລາວ-ເກົາຫຼີ (Lao-Korea fusion food) 6 ຮ້ານ ທີ່ປຸງແຕ່ງໂດຍຜູ້ຊະນະການ ແຂ່ງຂັນຈັບຄູ່ອາຫານ ເກົາຫຼີ-ລາວທີ່ຜ່ານມາ ພ້ອມ ໂປຣໂມຊັນພິເສດໃຫ້ລູກຄ້າໄດ້ຮັບບັດສຳລັບຊື້ອາ ຫານມູນຄ່າ 50.000 ກີບ ໃຫ້ແກ່ຜູ້ທີ່ຊື້ຜະລິດຕະພັນ ໃນງານຫລາຍກວ່າ 200.000 ກີບ. ທ່ານ ຊຸງຊູ ໂອ (Mr Sungsoo Oh) ຜູ້ອໍານວຍ ການ KOICA ປະຈໍາ ສປປ ລາວ ກ່າວວ່າ: ເນື່ອງໃນ ໂອກາດວັນສ້າງຕັ້ງສາຍພົວພັນການທູດ ສເກົາຫຼີ- ລາວ ຄົບຮອບ 30 ປີ ງານຕະຫລາດນັດຄັ້ງນີ້ແມ່ນ ໂອກາດອັນມີຄວາມໝາຍເພື່ອສະແດງເຖິງການ ຮ່ວມມືດ້ານກະສິກຳ ແລະ ພັດທະນາຊົນນະບົດຂອງ ສອງປະເທດ ທັງໃນອາດີດ, ປັດຈຸບັນ ແລະ ອະນາຄົດ ທັງເປັນການວາງພື້ນຖານແຜນການໄລຍະຍາວເພື່ອ ກ້າວໄປສູ່ການພັດທະນາກະສິກຳ ແລະ ຊົນນະບົດ (ARD) ໃນລາວ.” ທ່ານ ປັກ ຈຸນກິວ (Mr. Jungwe Park) ຜູ້ອໍາ ນວຍການໃຫຍ່ KOTRA ວຽງຈັນ ກ່າວວ່າ:”ງານ ວາງສະແດງສິນຄ້ານີ້ແມ່ນເປັນຫລາຍກວ່າງານ ວາງສະແດງຜະລິດຕະພັນແຕ່ຍັງເປັນການສະເຫລີມ ສະຫລອງການພົວພັນຄູ່ຮ່ວມມືທີ່ນັບມື້ນັບຂະຫຍາຍ ຕົວ ລະຫວ່າງ ສ ເກົາຫຼີ ແລະ ລາວ ເປັນການວາງສະ ແດງຜະລິດຕະພັນກະສິກຳຂອງເກົາຫຼີ ແລະ ແບ່ງປັນ ວັດທະນະທຳ ເຊັ່ນ: ການສະແດງການປຸງແຕ່ງອາ ຫານທີ່ປະສົມປະສານລະຫວ່າງອາຫານເກົາຫຼີ ແລະ ລາວເຊິ່ງພວກເຮົາແນໃສ່ ການສົ່ງເສີມຄວາມເຂົ້າໃຈ ຂອງສອງຝ່າຍ ແລະ ການຮ່ວມມືໃນໄລຍະຍາວໃນ ຂົງເຂດອາຫານ ແລະ ກະສິກຳ. ງານຕະຫລາດນັດກະສິກຳລາວ-ສ ເກົາຫຼີ 2025 ເປັນສັນຍາລັກແຫ່ງມິດຕະພາບທີ່ຍືນຍົງ ແລະ ການຮ່ວມມືພັດທະນາ ເມື່ອງານວາງສະແດງໄດ້ປິດ ລົງ ມັນບໍ່ພຽງແຕ່ເປັນຄວາມຊົງຈຳເທົ່ານັ້ນ ແຕ່ແມ່ນ ມໍລະດົກແຫ່ງການຮ່ວມມືທີ່ຈະເລີນຮຸ່ງເຮືອງໃນຊຸມປີ ຕໍ່ໜ້າ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຈາກການ ເຕີບໂຕດ້ານກະສິກຳແບບຍືນຍົງ ແລະ ການພົວພັນ ດ້ານເສດຖະກິດທີ່ເຂັ້ມແຂງກວ່າເກົ່າ.
RkJQdWJsaXNoZXIy MTc3MTYxMQ==