7041

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີດ xtgmf]k; 6 03/06/2025 glf4tdy f{la '7q , -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ (ຄັດຈາກປຶ້ມບັນດາຊົນເຜົ່າັ ດຶ້ ມັ ນົ ນົ່ າ ໃນສປປ ລາວ) 7;k,gxa o,k0v'-q ogzqj kp;o Ih koc,j 8y d 0kpg[h pw,h 75 ootrk[fu ,u va f8kdko]vf8kpl6 ' * ປັດຈຸບັນຊົນເຜົ່າຍວນ ຢູ່ ສປປ ລາວ ຕັ້ງຖິ່ນຖານພູມລຳເນົາ ຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງໄຊຍະບູລີ, ຫລວງພະບາງ, ບໍ່ແກ້ວ, ອຸດົມໄຊ ແລະ ຜົ້ງສາລີ. ຊົນເຜົ່າຍວນມີປະຫວັດຄວາມເປັນ ມາຄ້າຍຄືກັບກັນຊົນເຜົ່າໃນໝວດ ພາສາ ລາວ-ໄຕ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ຫລື ພາກຕາເວັນອອກສຽງໃຕ້ຂອງປະ ເທດຈີນ ເຂົ້າສູ່ດິນແດນພາກເໜືອ ຂອງລາວເຮົາໃນລະຫວ່າງສະຕະ ວັດທີ XIII ເປັນຕົ້ນມາ. ສຳລັບການເອີ້ນຊື່: “ຍວນ, ໄທ ຍວນ, ໄຕຍວນ, ໂຍນ, ໄຕໂຍນ, ໄທໂຍນ”, ນີ້ຈາກຫລັກຖານທາງ ປະຫວັດສາດ ແລະ ພຶດຕິກຳບາງ ຢ່າງໃນປັດຈຸບັນໄດ້ສັນນິຖານວ່າ: ເປັນການເອີ້ນຊື່ຄົນອື່ນທີ່ມາຈາກ ຊື່ຂອງອານາຈັກ “ໂຍນົກ” ອີກ ຄໍາໜຶ່ງວ່າ: “ຍວນ” ແມ່ນມາຈາກ ໄມ້ທຳຍົນ ຫລື ໄມ້ກັນຜີ ທີ່ເຂົາເຈົ້າ ຕອກໄວ້ຢູ່ເທິງປະຕູເບື້ອງເທິງ. ຊົນ ເຜົ່າຍວນ ປະກອບມີສອງແຊງຄື: ກະລອມ ແລະ ງ້ຽວ. ຊົນເຜົ່າຍວນ ມັກຕັ້ງຖິ່ນຖານ ບ້ານຊ່ອງຢູ່ຕາມເຂດທົ່ງພຽງ ລຽບຕາມແຄມແມ່ນ້ຳລຳເຊທີ່ມີ ເງື່ອນໄຂສະດວກໃນການດຳລົງຊີ ວິດປະຈຳວັນ ໂດຍສະເພາະແມ່ນ ບ່ອນທີ່ມີເງື່ອນໄຂເຮັດນາ. ຊົນ ເຜົ່າຍວນ ເຂົາເຈົ້າຈະປຸກເຮືອນ ແບບເຮືອນຮ້ານ, ໂຄງສ້າງພາຍ ໃນເຮືອນຄ້າຍຄືກັນກັບຊົນເຜົ່າລື້, ການຈັດຫ້ອງແມ່ນອີງຕາມຈຳ ນວນສະມາຊິກຂອງຄອບຄົວ. ຖື ສາສະໜາພຸດຄຽງຄູ່ກັບການເຊື່ອຖື ໃນເລື່ອງໄສຍະສາດ ຫລື ຄວາມ ເຊື່ອໃນເລື່ືອງຜີ. ດັ່ງນັ້ນເຂົາເຈົ້າ ຈະມີຂໍ້ຫ້າມ ແລະ ການຄະລຳໃນ ເຮືອນຄື: ຫ້າມບໍ່ໃຫ້ຄົນນອກເຂົ້າ ຫ້ອງນອນ ແລະ ນັ່ງເບາະຮອງນັ່ງ ຂອງຜູ້ເປັນເຈົ້າຂອງເຮືອນ. ສ່ວນເຄ່ືອງນຸ່ງຫົ່ມເອ້ຢ້ອງນັ້ນ ສ່ວນຫລາຍເຂົາເຈົ້າມັກຖັັກແສ່ວ ແລະ ອອກແບບທີ່ເປັນເອກະລັກ ຂອງຕົນໂດຍສະເພາະແມ່ນ ສິ້ນ, ເສື້ອຂອງແມ່ຍິງ, ແຕ່ໃນປັດຈຸບັນ ເຄື່ອງນຸ່ງ ແລະ ວັດທະນະທຳການ ແຕ່ງກາຍທີ່ເປັນເອກະລັກຂອງ ເຂົາເຈົ້າຈະບໍ່ປາກົດໃຫ້ເຫັນຢ່າງ ຊັດເຈນ, ນອກຈາກໃນເວລາມີພິທີ ຫລື ງານບຸນຕ່າງໆເທົ່ານັ້ນ. ຊົນເຜົ່າຍວນ ມີຮີດຄອງປະເພ ນີ, ຄວາມເຊື່ອຖື ແລະ ວັດທະນະ ທຳມີລັກສະນະຄ້າຍຄືກັນກັບຊົນ ເຜົ່າໃນໝວດພາສາລາວ-ໄຕ ເຊິ່ງ ເຂົາເຈົ້າມີຄວາມເຊື່ອ ແລະ ນັບຖື ສາສະໜາພຸດ. ພ້ອມກັນນັ້ນ, ກໍຍັງ ຖືຜີເຊັ່ນ: ຜີພໍ່ແມ່, ຜີປ່າ ແລະ ອື່ນໆ. ຊົນເຜົ່ານີ້ຈະມີງານບຸນຄ້າຍຄືກັບ ຊົນເຜົ່າອື່ນໆເຊັ່ນ: ບຸນປີໃໝ່, ບູນ ກິນເຕດທີ່ຈະໄດ້ຈັດຂຶ້ນໃນໄລຍະ ເກັບກ່ຽວເຂົ້າແລ້ວ. ຊົນເຜົ່າຍວນມີພາສາປາກເວົ້າ ທີ່ເປັນເອກະລັກຂອງຕົນ ຊຶ່ງຈັດ ຢູ່ໃນໝວດພາສາລາວ-ໄຕ, ສຽງ ສຳນຽງປາກຄ້າຍຄືກັບຊົນເຜົ່າລື້ ແລະ ອີກດ້ານໜຶ່ງເຂົາເຈົ້າກໍມີຕົວ ໜັງສືຂຽນ (ໜັງສືທຳ) ຄ້າຍຄື ກັນກັບໜັງສືຂຽນຂອງຊົນເຜົ່າລື້. * ທຸລະກິດຮ້ານຂາຍເບ້ຍໄມ້ ເປັນ ອີກທຸລະກິດໜຶ່ງ ທີ່ມີການເຕີບໃຫຍ່ ຂະຫຍາຍໂຕຢ່າງກວ້າງຂວາງ ເພື່ອຕອບໂຈດຄວາມຕ້ອງການ ຂອງຄົນໃນເມືອງ ທີ່ມັກຕົບແຕ່ງ ອາຄານບ້ານເຮືອນ, ສໍານັກງານ ຫ້ອງການ ໃຫ້ມີຄວາມສວຍງາມ. ຂະນະດຽວກັນ ການປູກໄມ້ກິນ ໝາກດ້ວຍການສຽບຍອດ, ຕໍ່ກິ່ງກໍ ໄດ້ຮັບຄວາມນິຍົມຫລາຍເພາະປູກ ແລ້ວໄດ້ກິນໄວ ບໍ່ໃຊ້ເວລາດົນແຕ່ ຜົນຜະລິດດີ ດ້ວຍເຫດນີ້ ປະຊາຊົນ ຈຶ່ງນິຍົມປູກ ເພື່ອເປັນສິນຄ້າ ໃນ ການສ້າງເສດຖະກິດຄອບຄົວ ດັ່ງ ນັ້ນ, ເມື່ອຄວາມຕ້ອງການຂອງ ສັງຄົມເພີ່ມຂຶ້ນ ກໍເປັນຜົນດີຕໍ່ຜູ້ປະ ກອບການທີ່ເຮັດອາຊີບ ຂາຍເບ້ຍ ໄມ້ ເໝືອນທ່ານ ນາງ ວຽງມະນີ ສີອໍານວຍ ເຈົ້າຂອງສວນກ້າເບ້ຍ ໄມ້ແມ່ຕິກ ທີ່ສ້າງລາຍຮັບໄດ້ຫລາຍ ລ້ານກີບຕໍ່ເດືອນຈາກການຂາຍ ເບ້ຍໄມ້ປະດັບ ແລະ ໄມ້ກິນໝາກ. ທ່ານ ນາງ ວຽງມະນີ ສີອໍາ ນວຍ ເຈົ້າຂອງສວນກ້າເບ້ຍໄມ້ແມ່ ຕິກເວົ້າສູ່ຟັງວ່າ: ຈຸດເລີ່ມຕົ້ນທີ່ໄດ້ ມາເຮັດອາຊີບນີ້ຍ້ອນຄວາມມັກ ແລະ ໄດ້ມີໂອກາດ ໄປຊ່ວຍວຽກ ໃນຮ້ານຂາຍເບ້ຍໄມ້ນໍາພີ່ນ້ອງ ຫລາຍປີ ກໍໄດ້ສຶກສາ ລາຍລະອຽດ ຕ່າງໆພໍສົມຄວນ ຫລັງຈາກມີປະ ສົບການແລ້ວຈຶ່ງມາກ້າເບ້ຍໄມ້ເອງ ເທື່ອລະເລັກລະໜ້ອຍ ເມື່ອມີຕົ້ນໄມ້ ຈຳນວນຫລາຍແລ້ວກໍໄດ້ນໍາໄປ ຂາຍຢູ່ໄອເຕັກ ປະມານ 3 ປີ ແລະ ຕໍ່ມາກໍໄດ້ມາຂາຍຢູ່ຕໍ່ໜ້າປໍ້ານໍ້າມັນ ພຣັດ ບ້ານຈອມມະນີ ໃນປີ 2020 ເປັນຕົ້ນມາ. ສໍາລັບຕົ້ນໄມ້ພາຍໃນ ຮ້ານ ກໍມີ ຫລາກຫລາຍຊະນິດ ຈາກຫລາຍບ່ອນ ທັງຄົນລາວເຮົາ ຜະລິດເອງ ແລະ ນຳເຂົ້າມາຈາກ ປະເທດເພື່ອນບ້ານກໍມີ. ນອກຈາກ ນີ້, ກໍມີການຂະຫຍາຍພັນ ເບ້ຍໄມ້ທີ່ ມີຢູ່ໃນຮ້ານ ແລະ ຕົ້ນໄມ້ຊະນິດໃດ ບໍ່ມີກໍ່ຊື້ເຂົ້າມາຕື່ມໃຫ້ສວນມີຄວາມ ຫລາກຫລາຍ. ສໍາລັບປະເພດເບ້ຍ ໄມ້ຫລັກໆ ກໍຈະມີໄມ້ປະດັບ ແລະ ໄມ້ກິນໝາກ ແບບກ້າແກ່ນ ແລະ ສຽບຍອດ, ຕໍ່ກິ່ງ ແລະ ອື່ນໆ ໂດຍ ລາຄາຂາຍ ຈະຂຶ້ນຢູ່ກັບພັນເບ້ຍໄມ້, ຄວາມສູງ ແລະ ຄວາມໃຫຍ່ອີກ ດ້ວຍ. ສ່ວນເບ້ຍໄມ້ທີ່ຄົນນິຍົມປູກ ໃນປັດຈຸບັນ ແມ່ນຕົ້ນໄມ້ກິນໝາກ ໄດ້ແກ່: ໝາກເງາະ,ຖົ່ວລຽນ, ອາ ໄວກາໂດ້ , ຕົ້ນອາບິວສາຍພັນໄຕ້ ຫວັນ ແລະ ອື່ນໆອີກຫລາຍຊະນິດ. ທ່ານນາງ ວຽງມະນີ ເວົ້າຕື່ມ ວ່າ: ການເຮັດອາຊີບນີ້ບໍ່ແມ່ນເລື່ອງ ງ່າຍ ຕ້ອງມີຄວາມມັກຄວາມອົດ ທົນດຸໝັ້ນ ຈຶ່ງເຮັດໄດ້ ເພາະການ ເບິ່ງແຍ່ງຕົ້ນໄມ້ຈໍານວນຫລາຍ ໃຫ້ ມີຄວາມສວຍງາມ ເວລາລູກຄ້າ ເບິ່ງແລ້ວຢາກຊື້ ມັນຕ້ອງໄດ້ເອົາໃຈ ໃສ່ແທ້ໆ ຄືຂ້າພະເຈົ້າເຮັດເອງຄົນ ດຽວໄລຍະນີ້ຫາຄົນຊ່ວຍວຽກບໍ່ໄດ້ ເພາະແຮງງານສ່ວນຫລາຍ ແມ່ນ ໄປເຮັດວຽກຢູ່ປະເທດເພື່ອນບ້ານ ເຊິ່ງໄລຍະຜ່ານມາກໍ່ມີຄົນມາເຮັດ ນໍາ ແຕ່ເຂົາເຈົ້າບໍ່ອົດທົນຄືເຮົາ ແລະ ການເບິ່ງແຍງ ກໍ່ເອົາໃຈໃສ່ກໍ ບ່ໍຄືເຮົາ ໂດຍສະເພາະແມ່ນການຫົດ ນໍ້າ ເພາະຖ້າຫົດບໍ່ພໍມັນກໍຈະຕາຍ. ເຖິງແນວໃດກໍດີ, ຍ້ອນຄວາມມັກ ແລະຄວາມເອົາໃຈໃສ່ແທ້ໆຈຶ່ງເຮັດ ໃຫ້ຕົ້ນໄມ້ໃນສວນຂອງຂ້າພະເຈົ້າ ມີການຈະເລີນເຕີບໃຫຍ່ທີ່ສົມບູນ ເມື່ອນໍາໄປປູກແລ້ວຮັບຮອງວ່າ ອັດຕາການລອດຕາຍສູງ. ສໍາລັບ ວັນປູກຕົ້ນໄມ້ປີນີ້ແມ່ນບໍ່ຄຶກຄື້ນ ປານໃດ ເນື່ອງຈາກວ່າປັດຈຸບັນ ມີ ຫລາຍຮ້ານທີ່ຂາຍເບ້ຍໄມ້ແບບນີ້. ເອົາເປັນວ່າ ທ່ານໃດທີ່ມີແຜນ ຕົບແຕ່ງອາຄານບ້ານເຮືອນ ຫລື ປູກໄມ້ກິນໝາກກໍໍສາມາດເຂົ້າມາ ເບິ່ງທີ່ສວນໄດ້ຕັ້ງຢູ່ບ້ານໂພນຕ້ອງ ຈອມມະນີ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ຫລື ຕິດຕໍ່ໄດ້ ທີ່ເບີ 02055901908.

RkJQdWJsaXNoZXIy MTc3MTYxMQ==