03/06/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ mk']q fw2 ]k;{9u o 0q olqj 'ly o7h ks]kpd;j k 60 ]h ko38o ຂປລ. ນັບແຕ່ເລີ່ມເປີດນຳໃຊ້ ການຂົນສົ່ງສິນຄ້າທາງລົດໄຟລາວຈີນ ເປັນຕົ້ນມາໄດ້ມີທ່າແຮງການ ເຕີບໂຕຢ່າງໄວວາ. ມາຮອດວັນທີ 22 ພຶດສະພາ 2025 ທາງລົດໄຟ ລາວ-ຈີນຂົນສົ່ງສິນຄ້າໄດ້ຫລາຍ ກວ່າ 60 ລ້ານໂຕນ ແລະ ການ ຂົນສົ່ງສິນຄ້າຂ້າມຊາຍແດນເກີນ 13,9ລ້ານໂຕນ ເຊິ່ງສະແດງໃຫ້ເຫັນ ວ່າເສັ້ນທາງສາຍນີ້ແມ່ນ “ເສັ້ນທາງ ທອງຄໍາ ແລະ ເປັນເສັ້ນທາງແຫ່ງ ຍຸດທະສາດ. ທ່ານ Zhang Hongyun ນັກ ວິສະວະກອນພະແນກຈັດການໂຄງ ການກໍ່ສ້າງກຸ່ມບໍລີສັດທາງລົດໄຟ ຈີນ-ບໍ່ເຕັນ-ນະຄອນຫລວງວຽງຈັນ ຊ່ວງ ສັນຍາທີ FJSGII ໄດ້ໃຫ້ຮູ້ ວ່າ: ໄລຍະຜ່ານມາ, ສະຖານີລົດ ໄຟຫລວງພະບາງ ກໍໄດ້ຂົນສົ່ງສິນ ຄ້າຢ່າງແໜ້ນໜາ, ທັງກາງເວັນ ແລະ ກາງຄືນເປັນຕົ້ນແມ່ນໝາກ ກ້ວຍ, ຖົ່ວລຽນ ແລະ ໝາກໄມ້ຊະ ນິດອື່ນໆ. ສະເພາະປີ2025 ນີ້, ທາງ ລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າຢ່າງ ບໍ່ຢຸດຢັ້ງ, ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 22 ພຶດສະພາ 2025 ໄດ້ ຂົນສົ່ງສິນຄ້າຫລາຍກວ່າ 9,9 ລ້ານ ໂຕນ. ໃນນັ້ນ ມີສິນຄ້າຂ້າມຊາຍ ແດນຫລາຍກວ່າ 2,3 ລ້ານໂຕນ. ນັບແຕ່ເລີ່ມເປີດນຳໃຊ້ການຂົນສົ່ງ ທາງລົດໄຟ ລາວ-ຈີນ ເປັນຕົ້ນ ມາພາກສ່ວນທີ່ກ້ຽວຂ້ອງທາງລົດ ໄຟຂອງສອງປະເທດ ໄດ້ເພີ່ມທະ ວີການຈັດຕັ້ງການຂົນສົ່ງສິນຄ້າ, ບັນດາພະແນກການທາງລົດໄຟໄດ້ ປະດິດສ້າງແນວທາງໃໝ່ໃນການ ຂົນສົ່ງສິນຄ້າຂ້າມແດນເຊັ່ນ: ລົດໄຟ ຂົນສົ່ງສິນຄ້າຂ້າມຊາຍແດນສາກົນ, ຜະລິດຕະພັນສິນຄ້າປັບປຸງຄວາມ ສາມາດແລະ ເພີ່ມປະສິດທິພາບການ ຂົນສົ່ງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ລາຍການສິນຄ້າສົດເຊັ່ນ: ໝາກຖົ່ວ ລຽນ ແລະ ໝາກລະມຸດທີ່ນີຍົມຕາມ ທ້ອງຕະຫລາດ. ຜ່ານຂົນສົ່ງສິນຄ້າ ຂ້າມຊາຍແດນທາງລົດໄຟ ລາວຈີນ, ລົດໄຟຂົນສົ່ງໝາກໄມ້ສົດອອກ ໄປປະເທດຈີນ, ຊຸກຍູ້ການພັດທະນາ ການຮ່ວມມືດ້ານເສດຖະກິດ ແລະ ການຄ້າໃນພາກພື້ນຫລາຍຂຶ້ນ. ທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ ກາຍເປັນ “ຊ່ອງທາງສີຂຽວ” ໃຫ້ ໝາກໄມ້ຂອງລາວໄດ້ສົ່ງອອກໄປປະ ເທດຈີນເທົ່ານັ້ນ, ແຕ່ຍັງສ້າງຂົວຂ້າມ ທາງການຄ້າໃຫ້ແກ່ການໄຫລວຽນ ຂອງສອງຝ່າຍອີກດ້ວຍ. ສໍາລັບສິນຄ້າກະສິກຳເຊັ່ນ: ແຮ່ ເຫລັກ, ແປ້ງມັນຕົ້ນ, ຢາງພາລາ ຈາກລາວ ແລະ ໝາກລະມຸດ, ໝາກ ລຳໄຍ ແລະ ໝາກໄມ້ຊະນີດອື່ນໆ ຈາກໄທ ໄດ້ຂົນສົ່ງໄປປະເທດຈີນ ຢ່າງຕໍ່ເນື່ອງ; ຜະລິດຕະພັນຂອງ ຈີນ ເຊັ່ນ: ພືດຜັກ, ມັນຝຣັ່ງ, ແອບ ເປີ້ນ ແລະ ອຸປະກອນໄຟຟ້າທີ່ຜະລິດຢູ່ ປະເທດຈີນແລະ ໄດ້ຂົນສົ່ງຜ່ານທາງ ລົດໄຟ ລາວ-ຈີນ ຂາຍໃຫ້ລາວ ແລະ ປະເທດເພື່ອນບ້ານກວ່າ 3.000 ຊະນິດ, ກວມເອົາຫລາຍຂົງເຂດ. ໃນຕໍ່ໝ້າ, ທາງລົດໄຟ ລາວ-ຈີນ ຈະສືບຕໍ່ລົງເລິກການບໍລິການຂົນ ສົ່ງ, ເລັ່ງສ້າງຮູບແບບທຸລະກິດ ຂົນສົ່ງເຄື່ອງເຢັນ ແລະ ອຸປະກອນ ໄຟຟ້າຂ້າມຊາຍແດນ ເພື່ອຊຸກຍູ້ ການພັດທະນາແບບປະສົມປະສານ “ທາງລົດໄຟ+ ອຸດສາຫະກຳ”. ກະຊວງກະສິກຳ-ປ່າໄມ້...ິ່້ ຄະນະຜູ້ແທນລາວ...ູ້ ສູນວັດທະນະທຳຈີນ...ູັີ ອັດຕາເງິນເຟີ້...ັິີ້ ຂປລ. ໃນວັນທີ 1 ມິຖຸນາ 2025 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການປົກຄອງນະຄອນ ຫລວງວຽງຈັນ ຈັດກິດຈະກຳປູກ ຕົ້ນໄມ້ ເພື່ອສະເຫລີມສະຫລອງວັນ ປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນ ເດັກນ້ອຍສາກົນ 1 ມິຖຸນາ 2025 ຢູ່ປ່າສະຫງວນແຫ່ງຊາດ ພູເຂົາ ຄວາຍເຂດບ້ານເວີນກະເບົາ ເມືອງ ປາກງື່ມ ນະຄອນຫລວງວຽງຈັນ ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ລະບົບການບໍລິການດ້ານສັດຕະວະ ແພດ, ຍົກລະດັບມາດຕະຖານ ແລະ ປັບປຸງວິທີປະຕິບັດຢູ່ໃນປະເທດຂອງ ຕົນ. ພ້ອມນີ້, ກໍໄດ້ສະແດງຄວາມ ຂອບໃຈຕໍ່ອົງການສຸຂະພາບສັດ ສາກົນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາເປັນຕົ້ນ ວຽກງານສ້າງຄວາມເຂັ້ມແຂງໃຫ້ ແກ່ວິຊາການດ້ານສັດຕະວະແພດ ແລະ ສັດຕະວະແພດບ້ານ, ການ ຝຶກອົບຮົມ ແລະ ປັບປຸງຫ້ອງວິໄຈ ພະຍາດສັດ ແລະ ການແລກປ່ຽນ ຂໍ້ມູນຂ່າວສານຂອງການລະບາດ ຂອງພະຍາດສັດຢູ່ພາກພື້ນ ແລະ ທົ່ວໂລກ. ລັດຖະບານລາວຈະສືບຕໍ່ ໃຫ້ການຮ່ວມມືໃນການເຄື່ອນໄຫວ ວຽກງານ ເພື່ອປະກອບສ່ວນເຂົ້າ ໃນການປັບປຸງວຽກງານສຸຂະພາບ ສັດ, ສະຫວັດດີພາບສັດ ແລະ ການ ຄ້າຂາຍສັດທີ່ມີຄວາມປອດໄພຢູ່ໃນ ລະດັບພາກພື້ນ ແລະ ລະດັບໂລກ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງມາຍັງບັນ ດາປະເທດສະມາຊິກໃຫ້ການສະໜັບ ສະໜູນ ແລະ ເພີ່ມທະວີການຮ່ວມມື ກັນເພື່ອບັນລຸຈຸດປະສົງ ແລະ ເປົ້າ ໝາຍທີ່ວາງໄວ້ຮ່ວມກັນ. ໂອກາດດຽວກັນ, ທ່ານລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລະດັບ ສູງລັດຖະມົນຕີ ຂອງບັນດາປະເທດ ສະມະຊິກ ເຊິ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີກະສິກຳຂອງປະ ເທດສະມາຊິກ 23 ປະເທດເຂົ້າຮ່ວມ ເພື່ອແລກປ່ຽນຄວາມຄິດເຫັນ ໂດຍ ໄດ້ເນັ້ນໃສ່ 2 ບັນຫາຕົ້ນຕໍຄື: ຄວາມ ຄາດຫວັງຂອງປະເທດສະມາຊິກຕໍ່ ອົງການສຸຂະພາບສັດສາກົນ ແລະ ແນວທາງທີ່ຈະເຮັດໃຫ້ວຽກງານ ສຸຂະພາບສັດກາຍເປັນອົງປະກອບ ສຳຄັນຂອງວຽກງານສຸຂະພາບ ໂດຍລວມຂອງໂລກ. ໃນກອງປະຊຸມທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ ໃຫຮູ້ກ່ຽວກັບຄວາມຄາດຫວັງຂອງ ສປປ ລາວ 4 ວຽກງານຕົ້ນຕໍ ຄື: ການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການບໍລິການດ້ານສັດຕະ ວະແພດ ໂດຍສະເພາະແມ່ນການ ບໍລິສັດມາຂໍອະນຸຍາດນໍາໃຊ້ເງິນ ຕາຕ່າງປະເທດ ຈໍານວນ 7 ບໍລິສັດ. ໃນນັ້ນ, ບໍລິສັດທີ່ໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ເງິນຕາຕ່າງປະເທດ ມີ 5 ບໍລິສັດ. ທຫລ ໄດ້ອອກໜັງສືຢັ້ງຢືນ ເພື່ອເປີດບັນຊີເງິນຝາກສະເພາະ ກ່ຽວກັບການນໍາເຂົ້າ-ສົ່ງອອກ ໃຫ້ ບໍລິສັດນໍາເຂົ້າ-ສົ່ງອອກຈຳນວນ 5.277 ບໍລິສັດ. ໃນນີ້, ມີ 3.429 ເທື່ອບໍລິສັດໄດ້ເປີດ ແລະ ຫັນບັນຊີ ສະເພາະທັງໝົດ 10.308 ບັນຊີ ຢູ່ 29 ທະນາຄານ. ພ້ອມກັນນີ້, ຍັງ ໄດ້ປະສານສົມທົບກັບເຈົ້າໜ້າທີ່ທີ່ ກ່ຽວຂ້ອງກວດກາກັບທີ່ບັນດາຮ້ານ ຂາຍເຄື່ອງວັດສະດຸກໍ່ສ້າງແລະຮ້ານ ແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸ ຍາດຢູ່ນະຄອນຫລວງວຽງຈັນ. ພ້ອມນີ້, ທຫລ ຍັງສຸມໃສ່ຮັກ ສາສະຖຽນລະພາບທາງດ້ານລາ ຄາ ກໍຄື ອັດຕາເງິນເຟີ້ ໂດຍໄດ້ຄົ້ນ ຄວ້າ ແລະ ນໍາໃຊ້ບັນດາເຄື່ອງມືນະ ໂຍບາຍເງິນຕາ ເພື່ອຄວບຄຸມປະລິ ມານເງິນໃນຂອດຈໍລະຈອນ(M2) ໃຫ້ຢູ່ໃນລະດັບທີ່ແທດເໝາະກັບ ສະພາບເສດຖະກິດ, ສະແດງອອກ ຄື: ສືບຕໍ່ຮັກສາອັດຕາດອກເບ້ຍພື້ນ ຖານຂອງ ທຫລ ສະກຸນເງິນກີບໄລ ຍະບໍ່ເກີນ 7 ວັນ ໄວ້ໃນລະດັບເດີມ ຄື 10% ຕໍ່ປີ, ຮັກສາອັດຕາສ່ວນ ເງິນແຮຝາກບັງຄັບໄວ້ໃນລະດັັບ ເດີມຄື ສະກຸນເງິນກີບລະດັບ 8% ແລະ ສະກຸນເງິນຕາຕ່າງປະເທດຢູ່ ລະດັບ 11%; ຮັກສາໂຄງປະກອບ ເງິນແຮຝາກບັງຄັບສະກຸນເງິນກີບ ທີ່ເປັນພັນທະບັດຢູ່ລະດັບເດີມຄື 10%; ໄດ້ຊຸກຍູ້ຕະຫລາດເປີດໃຫ້ ມີການເຄື່ອນໄຫວຫລາຍຂຶ້ນ ໂດຍ ສືບຕໍ່ການອອກພັນທະບັດ ທຫລ ໄລຍະ7ວັນ,3 ເດືອນແລະ6ເດືອນ ເພື່ອດັດປັບສະພາບຄ່ອງສ່ວນເກີນ ຂອງທະນາຄານທຸລະກິດ ດ້ວຍກົນ ໄກປະມູນເຮັດໃຫ້ຍອດເຫລືອປັດ ຈຸບັນມີທັງໝົດ 7.695,15 ຕື້ກີບ. ຂໍ້ມູນ: ທຫລ ເຜີຍແຜ່ຄວາມຮູ້ກ່ຽວກັບອຸນຫະພູມ ເຄື່ອງປັ້ນຈືຊ່າ ກິດຈະກໍາສໍາຜັດວັດ ທະນະທໍາຈີນໃນບຸນຕ່ວນຫວູ ໃນ ວັນທີ 1 ມິຖຸນາ 2025, ພາຍໃນ ງານປະກອບມີຫລາຍກິດຈະກໍາ ເປັນຕົ້ນການສະແດງສິລະປະຈາກ ນ້ອງໆເຮືອນຮຽນຮູ້ສໍາລັບເດັກ, ການເດີນແບບ, ຟ້ອນ, ເຕັ້ນ, ຮ້ອງ ເພງ ແລະ ລະ ຄອນສັ້ນ. ນອກຈາກ ນີ້, ນ້ອງນັກຮຽນຍັງໄດ້ສຳຜັດກັບ ການປັ້ນດິນເຜົາຈືຊ່າ, ຮັບຊົມການ ວາງສະແດງຜົນງານຈືຊ່າ ແລະ ສະແດງສິລະປະການຊົງຊາ ແລະ ຊິມເຂົ້າຕົ້ມຈີນ. ການຈັດກິດຈະກຳຄັ້ງນີ້, ແນ ໃສ່ເຮັດໃຫ້ນ້ອງນ້ອຍເຍົາວະຊົນ ໄດ້ເຄື່ອນໄຫວກິດຈະກໍາວັນເດັກ ນ້ອຍສາກົນ ເປີດໂອກາດໃນການ ກ້າຄິດ, ກ້າສະແດງອອກ ເຊິ່ງຄໍາ ຂວັນປີນີ້ແມ່ນ “ສ້າງຄວາມເຂັ້ມ ແຂງໃຫ້ເດັກທຸກຄົນ: ສິດເທົ່າທຽມ ກັນ, ອະນາຄົດທີ່ປອດໄພ”, ທັງ ເປັນການຊຸກຍູ້ສົ່ງເສີມເດັກນ້ອຍ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ ຄວບຄຸມພະຍາດສັດຂ້າມແດນເປັນ ຕົ້ນແມ່ນພະຍາດໄຂ້ຫວັດສັດປີກ, ພະຍາດປາກເປື່ອຍລົງເລັບ, ພະຍາດ ອະຫິວາໝູອາຟຣິກາ ແລະ ອື່ນໆ ທີ່ສ້າງຜົນກະທົບອັນໃຫຍ່ຫລວງ ໃຫ້ແກ່ຜູ້ລ້ຽງສັດ; ໃຫ້ຄວາມສໍາ ຄັນຕໍ່ຄວາມເທົ່າທຽມກັນໃນການ ເຂົ້າເຖິງຊັບພະຍາກອນ ແລະ ເຕັກ ໂນໂລຊີ ເພື່ອເຮັດໃຫ້ປະເທດກໍາລັງ ພັດທະນາສາມາດກ້າວໄປທຽບ ທັນກັບມາດຕະຖານສາກົນ ໂດຍບໍ່ ແບກຮັບພາລະໜັກເກີນໄປ; ບັນຈຸ ເອົາວຽກງານສຸຂະພາບໜຶ່ງດຽວ ເຂົ້າໃນແຜນຍຸດທະສາດ ຄັ້ງທີ 8 ຂອງອົງການສຸຂະພາບສັດສາກົນ ໂດຍເຊື່ອມໂຍງວຽກງານສຸຂະພາບ ສັດເຂົ້າກັບວຽກງານສຸຂະພາບຄົນ ແລະ ການປັບຕົວຕໍ່ການປ່ຽນແປງ ດິນຟ້າອາກາດ ເຊິ່ງຈະເປັນຜົນດີຕໍ່ ເສດຖະກິດທີ່ເພິ່ງພາການກະສິກຳ ຂອງ ສປປ ລາວ; ໃຫ້ການສະໜັບ ສະໜູນທາງການເງິນ ແລະ ເຕັກນິກ ວິຊາການໃຫ້ ສປປ ລາວ ໃນການ ປັບປຸງລະບົບການເຝົ້າລະວັງພະ ຍາດສັດ ແລະ ຄວາມສາມາດໃນ ການບົ່ງມະຕິຂອງຫ້ອງວິໄຈໃນການ ກວດພົບພະຍາດແຕ່ຫົວທີແລະ ຕອບ ໂຕ້ຢ່າງມີປະສິດທິພາບ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງວິໄສທັດຄື: ຕ້ອງໄດ້ ສະໜັບສະໜູນໃຫ້ເພີ່ມການລົງທຶນ ໃສ່ພື້ນຖານໂຄງລ່າງ ແລະ ບຸກຄະ ລາກອນດ້ານສັດຕະວະແພດຕາມ ທີ່ໄດ້ກຳນົດໄວ້ໃນຂອບວຽກງານ ດ້ານສຸຂະພາບສັດຂອງພາກພື້ນອາ ຊຽນ; ຕ້ອງໄດ້ສົ່ງເສີມການຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ ເພື່ອແກ້ໄຂບັນຫາການເຂົ້າເຖິງຢາ ວັກຊິນປ້ອງກັນພະຍາດສັດ ແລະ ລະບົບສາງເຢັນໃນການເກັບຮັກສາ ຢາ; ຊຸກຍູ້ໃຫ້ເວທີປະຊຸມຕ່າງໆເປັນ ຕົ້ນເວທີປະຊຸມຂອງສະຫະປະຊາ ຊາດວ່າດ້ວຍມາດຕະຖານຄວາມ ຍືນຍົງ ແລະ ເວທີປະຊຸມລະຫວ່າງ ພາຄີ (COP) ເພື່ອເນັ້ນໜັກເຖິງ ບົດບາດຂອງວຽກງານສຸຂະພາບ ສັດໃນການຫລຸດຜ່ອນຄວາມສ່ຽງ ຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ການສູນເສຍຄວາມຫລາກ ຫລາຍທາງດ້ານຊີວະນາໆພັນ. ຂ່າວ: ຂ່າວສານກະສິກຳປ່າໄມ້ ປ່າໄມ້, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ອົງການທຽບ ເທົ່າ, ຜູ້ຕາງໜ້າຈາກບໍລິສັດ, ຜູ້ປະ ກອບການ, ໂຮງງານ, ອົງການປົກ ຄອງບ້ານ, ພ້ອມດ້ວຍ ພໍ່ແມ່ປະຊາ ຊົນ, ຄູ-ອາຈານ, ນັກຮຽນ, ຊາວ ໜຸ່ມ, ເຍົາວະຊົນເຂົ້າຮ່ວມ. ທ່ານ ທຸມທອນ ວົງວີສຸກ ຮອງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການປູກ ຕົ້ນໄມ້ໃນຄັ້ງນີ້, ເນື້ອທີ່ປະມານ 3 ເຮັກຕາ, ປູກໄມ້ທັງໝົດ 3.000 ກວ່າເບ້ຍ. ໃນນັ້ນ, ປະກອບມີ: ໄມ້ ຍາງ, ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ແຄນ ແລະ ໄມ້ປ່ອງ. ທັງນີ້, ກໍເພື່ອແນໃສ່ ສົ່ງເສີມການປູກຕົ້ນໄມ້ ແລະ ຟື້ນຟູ ປ່າຕາມທິດທາງນະໂຍບາຍຂອງ ພັກ ແລະ ລັດ ທີ່ມີຄາດໝາຍຈະ ເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ ໄດ້ 70%, ທັງເປັນການປູກຈິດສໍາ ນຶກໃຫ້ນ້ອງນ້ອຍເຍົາວະຊົນ ແລະ ຄົນຮຸ່ນໃໝ່ ໄດ້ຮູ້ຈັກຄຸນຄ່າຂອງ ປ່າໄມ້, ມີຄວາມຮັກປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ກໍຄື ລະບົບນິ ເວດທຳມະຊາດທີ່ຍັງມີຄວາມອຸດົມ ສົມບູນຢູ່ໃນ ສປປ ລາວ. ພ້ອມກັນນີ້, ໃນປີ 2025 ກະຊວງກະສິກຳ ແລະ ປາໄມ້ ໄດ້ສົມທົບກັບ ຄະນະພັກ, ອົງການປົກຄອງທ້ອງຖິ່ນໃນຂອບ ເຂດທົ່ວປະເທດກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ຕົນເອງໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການເກັບແກ່ນທັງໝົດ 45.164 ກິໂລ, ກ້າເບ້ຍໃຫ້ໄດ້ 24.332.700 ກວ່າເບ້ຍ ແລະ ການປູກໄມ້ ໃຫ້ໄດ້ 37.000 ກວ່າ ເຮັກຕາ. ພ້ອມນີ້, ຢູ່ບັນດາແຂວງ ແລະ ນະຄອນຫລວງ ມີແຜນການ ຈັດງານວາງສະແດງເບ້ຍໄມ້ ເພື່ອ ເປັນການສົ່ງເສີມການປູກໄມ້ເປັນ ສິນຄ້າ ແລະ ປູກໄມ້ປົກປັກຮັກສາ ສິ່ງແວດລ້ອມໃນພື້ນທີ່ທີ່ເໝາະສົມ. ທ່ານ ທຸມທອນ ວົງວີສຸກ ຍັງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນ ມາຂອງວັນປູກຕົ້ນໄມ້ແຫ່ງຊາດ, ລວມທັງຜົນງານການປູກໄມ້ໃນ ໄລຍະຜ່ານມາ, ການກໍານົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ແມ່ນໄດ້ກຳນົດໃນມະຕິ ຕົກລົງວ່າດ້ວຍການກໍານົດເອົາ ວັນທີ 1 ມິຖຸນາ ເຊິ່ງກົງກັບວັນເດັກ ນ້ອຍສາກົນ ເປັນວັນປູກຕົ້ນໄມ້ ແຫ່ງຊາດຂອງ ສປປ ລາວ ໂດຍ ມີຈຸດປະສົງເພື່ອປູກຈິດສໍານຶກໃຫ້ ແກ່ອະນຸຊົນ ແລະ ເຍົາວະຊົນຂອງ ຊາດ ກໍຄື ລູກຫລານຜູ້ເກີດໃໝ່-ໃຫຍ່ ລຸນໃຫ້ມີສະຕິຮັກ ແລະ ຫວງແຫນ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນ ການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້, ລະບົບນິເວດ ທຳມະຊາດ, ແຫລ່ງນໍ້າ, ຊີວະນາ ນາພັນໃຫ້ກາຍເປັນທ່າແຮງທາງ ດ້ານເສດຖະກິດ, ຈາກການກຳນົດ ວັນປູກຕົ້ນໄມ້ແຫ່ງຊາດ ດັ່ງກ່າວ, ໃນແຕ່ລະປີກໍໄດ້ມີການຈັດພິທີປູກ ຕົ້ນໄມ້ຄຽງຄູ່ກັບການສະເຫລີມສະ ຫລອງວັນເດັກນ້ອຍສາກົນ ຢ່າງ ເປັນຂະບວນຟົດຟື້ນໃນຂອບເຂດ ທົ່ວປະເທດ ໂດຍມີການເຂົ້າຮ່ວມ ຂອງທຸກຊັ້ນຄົນຢູ່ໃນສັງຄົມຢ່າງ ກວ້າງຂວາງ ແລະ ສືບຕໍ່ຢ່າງຕໍ່ ເນື່ອງຕະຫລອດມາ. ຜ່ານການເຄື່ອນໄຫວຕົວຈິງ ໃນໄລຍະຜ່ານມາ, ເຫັນວ່າເນື້ອ ທີ່ປູກໄມ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985. ມາຮອດທ້າຍປີ 2024 ສາມາດສັງລວມເນື້ອທີ່ປູກໄມ້ໃນ ຂອບເຂດທົ່ວປະເທດ ໄດ້ທັງໝົດ ປະມານ 561.738 ເຮັກຕາ. ໃນ ນັ້ນ, ເປັນການລົງທຶນ ຂອງບັນດາ ບໍລິສັດ, ຜູ້ປະກອບການ 70%, ປະຊາຊົນ 28% ແລະ ລັດລົງທຶນ 2% ຕາມລໍາດັບ. ໃນນັ້ນ, ປະກອບ ມີຢາງພາລາ 56,57%, ໄມ້ວິກ 15,31%, ໄມ້ສັກ 9,35%, ໄມ້ ເກດສະໜາ 5,98%, ສ່ວນທີ່ ຍັງເຫລືອ 12,78% ເປັນຊະນິດ ພັນໄມ້ພື້ນເມືອງ ແລະ ອື່ນໆ. ສະ ເພາະປີ 2024 ສາມາດຈັດຕັ້ງ ປະຕິບັດໄດ້ 37.266 ເຮັກຕາ ເທົ່າກັບ 88,72% ຂອງແຜນການ (42.000 ເຮັກຕາ) ປະກອບ ມີຢາງພາລາ 6.164 ເຮັກຕາ, ໄມ້ ວິກ 4.381 ເຮັກຕາ, ໄມ້ສັກ 218 ເຮັກຕາ, ໄມ້ເກດສະໜາ 134 ເຮັກຕາ ແລະ ໄມ້ພື້ນເມືອງອື່ນໆ 10,57 ເຮັກຕາ. ຂ່າວ: ທະນູທອງ; ພາບ: ຂັນໄຊ ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວເປັນຜູ້ ໃຫຍ່ທີ່ມີຄຸນນະພາບ, ເປັນເດັກ ຄໍາຮູ້ຂອງພໍ່ແມ່, ເປັນນັກຮຽນດີ, ຮຽນເກັ່ງຂອງຄູ ແລະ ເປັນພົນ ລະເມືອງທີ່ດີຂອງສັງຄົມ, ເປັນ ກໍາລັງຊັບພະຍາກອນມະນຸດທີ່ມີ ຄວາມເຂັ້ມແຂງຂອງຊາດ ເພື່ອ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ. ຂ່າວ: ກິດຕາ; ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==