xtgmf]k; 3 03/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me gIa fvk-u [glu , lh k']kpIa [ 400 ]h kodu [8+ xu ໃນພິທີໄວ້ອາໄລປະທານ ໂຮ່ຈີ່ ມິງ ທີ່ຈັດຂຶ້ນໃນວັນທີ 5/9/1969 ທີ່ ຊຳເໜືອ, ເຂດປົດປ່ອຍລາວ, ເລ ຂາທິການໃຫຍ່ພັກປະຊາຊົນລາວ ໄດ້ກ່າວວ່າ: “ຕໍ່ກັບການປະຕິວັດ ລາວ ຂອງພວກເຮົາ, ສະຫາຍ ໂຮ່ ຈີ່ມິງ ໄດ້ໃຫ້ຄວາມເອົາໃຈໃສ່ຊີ້ ນໍາຢ່າງຕໍ່ເນື່ອງແກ່ຄະນະພັກກອມ ມູນິດ ອິນດູຈີນ ຢູ່ລາວ ໃນເມື່ອ ກ່ອນ, ເຊັ່ນດຽວກັນກັບພັກປະຊາ ຊົນລາວ ພາຍຫລັງທີ່ພັກໄດ້ຖືກ ສ້າງຕັ້ງຂຶ້ນ. ປະທານ ໂຮ່ຈີ່ມິງ ໄດ້ຊ່ວຍເຫລືອພວກເຮົາໂດຍກົງ ດ້ວຍແນວຄິດສໍາຄັນກ່ຽວກັບຍຸດ ທະສາດ, ຍຸດທະວິທີ, ກ່ຽວກັບວິທີ ການເຄື່ອນໄຫວ. ຍ້ອນແນວນັ້ນ, ໃນສະພາບທີ່ຫຍຸ້ງຍາກລໍາບາກ ທີ່ສຸດ, ພັກໄດ້ພະຍາຍາມລະດົມ ມະຫາຊົນ, ຈັດຕັ້ງ ແລະ ນໍາພາປະ ຊາຊົນລາວ ລຸກຂຶ້ນເຮັດການປະຕິ ວັດເດືອນສິງຫາປະສົບຜົນສໍາເລັດ ຍາດເອົາອໍານາດມາເປັນຂອງຕົນ, ປະກາດເອກະລາດຂອງລາວ ໃນ ວັນທີ 12/10/1945”. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ xtmko 3Ij 9uj ,y ' c]t lkprq ;ra o lk,a d7u c[[ry glf s;Pfok,{]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນເກີດຂອງປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/2025)ື່ີັີ່ີ່ິົີ ບົດໂດຍ: ທ່ານເອກອັກຄະລັດຖະທູດ ົ່ັັູ ຫງວຽນ ມິນເຕີມິີ ສືບທອດມໍລະດົກອັນລໍ້າຄ່າ ຂອງປະທານ ໂຮ່ຈີ່ມິງ, ເສີມຂະ ຫຍາຍຈິດໃຈມູນເຊື້ອທີ່ໄດ້ສ້າງຂຶ້ນ ຈາກຫລາຍເຊັ່ນຄົນ, ນັບຕັ້ງແຕ່ ສອງປະເທດໄດ້ຮັບການປົດປ່ອຍ ຢ່າງສົມບູນ, ສາຍພົວພັນສອງ ປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ ແໜ້ນແຟ້ນ, ຮອບດ້ານຍິ່ງຂຶ້ນ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ແກ້ໄຂຜົນ ຮ້າຍທີ່ຮ້າຍແຮງຂອງສົງຄາມ; ສ້າງສາປະເທດຊາດໃຫ້ມີສັນຕິ ພາບ, ເອກະລາດ, ປະຊາທິປະໄຕ ດ້ວຍພື້ນຖານເສດຖະກິດ, ວັດທະ ນະທໍາ, ວິທະຍາສາດທີ່ພັດທະນາ; ຮັກສາຄວາມໝັ້ນຄົງ-ປ້ອງກັນ ຊາດ; ທໍາລາຍແຜນການປິດລ້ອມ, ບັງຄັບ, ທໍາລາຍຂອງບັນດາກໍາລັງ ສັດຕູ. ວັນທີ 18/7/1977, ສົນທິ ສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ ໄດ້ຖືກລົງນາມ, ເປັນພື້ນຖານທາງດ້ານກົດໝາຍ ທີ່ສໍາຄັນ, ໝາຍບາດກ້າວການ ພັດທະນາໃໝ່ຂອງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ສາມັກຄີ ພິເສດ ແລະ ຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງປະເທດ, ແນໃສ່ຂຸດຄົ້ນ ທ່າແຮງ, ຈຸດແຂງເພື່ອຮັບປະກັນ ພາລະກິດການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ. ສອງພັກ ແລະ ປະຊາຊົນສອງ ປະເທດໄດ້ພະຍາຍາມຢ່າງບໍ່ຢຸດ ຢັ້ງເພື່ອຍົກສາຍພົວພັນພິເສດ ຫວຽດ-ລາວ ຂຶ້ນສູ່ລະດັບໃໝ່, ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພື່ອສັນຕິ ພາບ, ສະຖຽນລະພາບ, ມິດຕະພາບ ແລະ ຮ່ວມມືໃນພາກພື້ນ ແລະ ໃນ ໂລກ. ຕາມການເວລາ, ສາຍພົວພັນ “ພິເສດ” ຫວຽດ-ລາວ ທີ່ປະທານ ໂຮ່ຈີ່ມິງ ໄດ້ສ້າງຕັ້ງ ແລະ ເສີມສ້າງ ຢ່າງພິຖີພິຖັນ ໄດ້ຮັບການເພີ່ມທະ ວີ ແລະ ພັດທະນາຢ່າງເລິກເຊິ່ງ, ມີປະສິດທິພາບ, ກາຍເປັນແຮງຂັບ ເຄື່ອນສາຍພົວພັນຮ່ວມມືຮອບ ດ້ານລະຫວ່າງສອງປະເທດ. ໂດຍ ສະເພາະນັບຕັ້ງແຕ່ສອງປະເທດ ໄດ້ດໍາເນີນພາລະກິດປ່ຽນແປງໃໝ່ ດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍຫລາຍຢ່າງ, ແຕ່ດ້ວຍມູນ ເຊື້ອອັນດີງາມຂອງສາຍພົວພັນ “ພິ ເສດ”ແລະພາຍໃຕ້ການນໍາພາຂອງ ພັກກອມມູນິດຫວຽດນາມແລະພັກ ປະຊາຊົນປະຕິວັດລາວ, ສາຍພົວ ພັນລະຫວ່າງສອງປະເທດນັບມື້ນັບ ໄດ້ຮັບການເພີ່ມທະວີ, ຂະຫຍາຍ ຕົວ ແລະ ໄດ້ຮັບໄຊຊະນະອັນຍິ່ງ ໃຫຍ່. ນັ້ນກໍ່ແມ່ນຜົນສໍາເລັດທີ່ໄດ້ ຖືກສັງລວມມາຈາກປະຫວັດສາດ, ຈາກພາລະກິດທີ່ສອງພັກ, ສອງ ຊາດໄດ້ຮ່ວມແຮງຮ່ວມໃຈ, ຮ່ວມ ສຸກຮ່ວມທຸກຜ່ານບັນດາໄລຍະທີ່ ເຕັມໄປດ້ວຍຄວາມຫຍຸ້ງຍາກ, ລໍາ ບາກຂອງການຕໍ່ສູ້ເພື່ອເອກະລາດ ແລະ ປົດປ່ອຍປະເທດຊາດ. ກ້າວເຂົ້າສູ່ໄລຍະໃໝ່, ໃນສະ ພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງວ່ອງໄວ ແລະ ສັບສົນ, ມີການປ່ຽນແປງຫລາຍ ຢ່າງ, ມີຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍຫລາຍຢ່າງເນື່ອງຈາກຜົນ ກະທົບຂອງສະພາບການໂລກ ແລະ ພາກພື້ນ, ແຕ່ດ້ວຍມູນເຊື້ອອັນດີ ງາມຂອງສາຍພົວພັນພິເສດ ແລະ ພາຍໃຕ້ການນໍາພາຂອງພັກ ປະຊາ ຊົນປະຕິວັດລາວ ແລະ ພັກກອມມູ ນິດ ຫວຽດນາມ, ສາຍພົວພັນລະ ຫວ່າງສອງປະເທດນັບມື້ນັບໄດ້ຮັບ ການເພີ່ມທະວີ, ພັດທະນາຢ່າງເລິກ ເຊິ່ງ ແລະ ແນ່ນອນຈະໄດ້ຮັບໄຊຊະ ນະອັນຍິ່ງໃຫຍ່ກວ່າເກົ່າ, ເປັນຈິງ ແລະ ມີປະສິດທິພາບສູງກວ່າ, ປະ ກອບສ່ວນຢ່າງແທ້ຈິງໃນການເສີມ ສ້າງສາຍພົວພັນມິດຕະພາບຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ໃຫ້ ຂຽວສົດງົດງາມຕະຫລອດໄປ, ຢູ່ ຄູ່ຟ້າດິນຄືຄຳກອນອັນອະມະຕະ ຂອງປະທານ ໂຮ່ຈີ່ມິງ ທີ່ວ່າ: “ຮັກຫອມກັນໝາຍໝັ້ນ ຫລາຍ ສັນພູກໍປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງຂັ້ນກໍດຸ່ງໄປ, ສອງ ຊາດລາວ- ຫວຽດ ໄດ້ຝັງຄວາມ ຮັກຢູ່ໃນໃຈ, ຮົ່ງຮາທັງແມ່ຂອງ ບໍ່ ເລິກປຸນປານໄດ້”ແລະ ປະທານ ໄກ ສອນ ພົມວິຫານ ກໍ່ໄດ້ຢືນຢັນວ່າ: ພູອາດຈະເຈື່ອນແມ່ນໍ້າອາດຈະ ບົກແຫ້ງ ແຕ່ສາຍໃຈ ລາວ-ຫວຽດ ນາມ ຈະໝັ້ນຄົງຂະໜົງແກ່ນຍິ່ງ ກວ່າພູ ຍິ່ງກວ່າແມ່ນໍ້າ. ປີ 2025 ແມ່ນປີທີ່ຈະມີຫລາຍ ເຫດການສໍາຄັນທາງປະຫວັດສາດ ຂອງສອງພັກ, ສອງປະເທດ ຫວຽດ ນາມ - ລາວ: ສະເຫລີມສະຫລອງ 95 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 70 ປີ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດ ລາວ, 135 ປີ ວັນເກີດປະທານ ໂຮ່ຈີ່ມິງ, 105 ປີ ວັນເກີດຂອງປະທານ ໄກສອນ ພົມວິຫານ, 50 ປີ ວັນປົດປ່ອຍພາກ ໃຕ້ທ້ອນໂຮມປະເທດຊາດ, 80 ປີ ວັນຊາດ ຫວຽດນາມ, 50 ປີ ວັນ ຊາດລາວ, ທັງສອງປະເທດກໍາລັງ ກະກຽມຢ່າງຕັ້ງໜ້າກອງປະຊຸມ ໃຫຍ່ຂອງແຕ່ລະພັກໃນຕົ້ນປີ 2026. ການສະເຫລີມສະຫລອງ ວັນ ເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ ແມ່ນໂອກາດທີ່ປະຊາຊົນ ທົ່ວທຸກພາກຂອງ ຫວຽດນາມ ແລະ ບັນດາເພື່ອນມິດຫ້າທະວີບ ຈະຈັດຕັ້ງສະເຫລີມສະຫລອງວັນ ເກີດຂອງລຸງໂຮ່ ເພື່ອຮ່ວມກັນທົບ ທວນບົດຮຽນອັນລໍ້າຄ່າ. ໃນເວລາເຕັມໄປດ້ວຍຄວາມ ຊາບຊື້ງນີ້, ພວກເຮົາຂໍສະແດງ ຄວາມຮັກແພງ ແລະ ຂອບໃຈຢ່າງ ສຸດຊຶ້ງຕໍ່ຄຸນງາມຄວາມດີອັນມະ ຫາສານຂອງປະທານ ໂຮ່ຈີ່ມິງ ຜູ້ ຍິ່ງໃຫຍ່, ຜູ້ນໍາທີ່ສະຫລາດປາດ ເປື່ອງຂອງພັກ ແລະ ຊາດ, ນັກປາດ ວັດທະນະທໍາໂລກ, ນັກຮົບທີ່ດີເດັ່ນ ຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ ດ້ວຍຄວາມ ປາດຖະໜາອັນແຮງກ້າທີ່ຈະທ້ອນ ໂຮມປະເທດຊາດ. ທ່ານໄດ້ຮ່ວມ ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ຮັກແພງ, ບັນດານັກປະຕິວັດຫລາຍເຊັ່ນຄົນ, ບັນດາວິລະຊົນນັກຮົບທີ່ໄດ້ເສຍ ສະລະເລືອດເນື້ອເພື່ອພາລະກິດ ປະຕິວັດຂອງສອງປະເທດ, ເພື່ອ ໃຫ້ສອງປະເທດ ຫວຽດນາມ ແລະ ລາວ ຂອງພວກເຮົາມີເອກະລາດ, ເສລີພາບ, ເອກະພາບ, ປະຊາຊົນ ໄດ້ມີຊີວິດຢູ່ໃນຄວາມສະຫງົບສຸກ ໃນປັດຈຸບັນນີ້. * ວັນທີ 1 ມິຖຸນາ ເປັນວັນເດັກ ນ້ອຍສາກົນ ແລະ ຢຸດຕິການໃຊ້ ຄວາມຮຸນແຮງຕໍ່ເດັກ. ສຳລັບ ສປປ ລາວ ພວກເຮົາ ຍັງໄດ້ກຳນົດ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ເຊິ່ງທົ່ວປະເທດໄດ້ພ້ອມ ກັນສະເຫລີມສະຫລອງວັນສຳຄັນ ດັ່ງກ່າວ ເພື່ອສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈ ໃສ່ຂອງພັກ-ລັດ ໃນການສົ່ງເສີມ ການພັດທະນາແບບຍືນຍົງ ຜ່ານ ການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການ ສອນໃຫ້ເດັກເຂົ້າໃຈຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຄວາມຮັບ ຜິດຊອບຕໍ່ສັງຄົມ. ສະນັ້ນ, ພັກແລະ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ໃນ ການຄຸ້ມຄອງ, ພັດທະນາ ແລະ ສົ່ງ ເສີມວຽກງານແມ່ ແລະ ເດັກ ໃນ ຂອບເຂດທົ່ວປະເທດດ້ວຍການສົ່ງ ເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ, ພັດ ທະນາເດັກຢ່າງຮອບດ້ານຕາມ ແນວທາງນະໂຍບາຍ ຂອງພັກ-ລັດ. ວັນເດັກສາກົນ ວັນທີ 1 ມິຖຸ ນາ ໄດ້ເລີ່ມຕົ້ນຂຶ້້ນໃນກອງປະຊຸມ ໂລກພາຍໃຕ້ຫົວຂໍ້: ເພື່ອຄວາມ ຢູ່ດີກິນດີຂອງ ເ ດັກ (wo r l d conference wellbeing for children) ຊຶ່ງຈັດຂຶ້ນທີ່ນະຄອນ ເຈນີິວາ, ປະເທດສະວິດ ຈຸດປະສົງ ເພື່ອສົ່ງເສີມສິດທິເດັກ ແລະ ຄຸ້ມ rh v,da ogvq k.9.lj lqj 'glu , c]tra fmtokgfa d]k;.om5 dfh ko ຄອງຄວາມປອດໄພຂອງເດັກ, ຕໍ່ມາໃນປີ 1950 ວັນທີ 1 ມິິຖຸນາ ໄດ້ຖືກກໍານົດໃຫ້ເປັນວັນເດັກສາ ກົນ ຊຶ່ງຫລາຍປະເທດໄດ້ມີການ ຈັດຕັ້ງສະເຫລີມສະຫລອງວັນ ດັ່ງກ່າວ ເພື່ອສະແດງເຖິງຄວາມ ເອົາໃຈໃສ່ຕໍ່ສິດທິຂອງເດັກ, ການ ມີສ່ວນຮ່ວມ, ການສ້າງຄວາມເຂັ້ມ ແຂງແລະຄວາມເປັນຢູ່ທີ່ດີໃຫ້ເດັກ, ເປີດໂອກາດ ແລະ ສະໜັບສະໜູນ ໃຫ້ເດັກ ໄດ້ມີໂອກາດສະແດງພອນ ສະຫວັນ, ທ່າແຮງບົ່ມຊ້ອນ, ຂີດ ຄວາມສາມາດ ແລະ ການຮັບຟັງ ສຽງຂອງເດັກອີກດ້ວຍການສະ ເຫລີມສະຫລອງວັນດັ່ງກ່າວ ຍັງ ເປັນການໂຄສະນາປູກຈິດສຳນຶກ ໃຫ້ຄອບຄົວບຸກຄົນສໍາຄັນ ແລະ ສັງຄົມຮັບຮູ້ໄດ້ທັດສະນະ, ແນວ ຄວາມຄິດ ແລະ ບັນຫາທີ່ເປັນຜົນ ກະທົບກັບເດັັກ, ທັງເປັນການເຕືອນ ຄືນອີກຄັ້ງ ເຖິງຄວາມສໍາຄັນຂອງ ການລົງທຶນໃສ່ເດັກ, ການສ້າງສະ ພາບແວດລ້ອມທີ່ເປັນມິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ເດັກ ທາງດ້ານການສຶກສາ, ການຮັກສາ ສຸຂະພາບ, ໂພຊະນາການ, ສຸຂະ ອະນາໄມ, ຂໍ້ມູນຂ່າວສານ ແລະ ການປົກປ້ອງເດັກຈາກທຸກຮູບແບບ ຂອງຄວາມຮຸນແຮງ, ການກະທໍາ ສິ່ງລາມົກອະນາຈານຕໍ່ເດັກ, ການ ລ່ວງລະເມີດ, ການຂູດຮີດທາງ ເພດຜ່ານສື່ອອນລາຍ ແລະ ການ ກະທຳອື່ນໆ ທີ່ສົ່ງຜົນກະທົບຕໍ່ເດັກ ໃນທາງກົງແລະທາງອ້ອມ ເພື່ອຮັບ ປະກັນໃຫ້ເດັກທຸກຄົນມີອະນາຄົດ ສົດໃສ, ຊີວິດມີຄຸນນະພາບ, ມີຄຸນ ຄ່າຕໍ່ສັງຄົມ ແລະ ປະເທດຊາດ. ຜ່ານມາ, ບັນດາການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາ ການຈັດຕັ້ງ ແລະ ຫົວໜ່ວຍທຸລະ ກິດທັງພາກລັດ ແລະ ເອກະຊົນ ຕະ ຫລອດເຖິງປະຊາຊົນບັນດາເຜົ່າ ທຸກທົ່ວໜ້າພ້ອມກັນຍົກສູງຄວາມ ຮັບຜິດຊອບຂອງຕົນ ແລະ ເພີ່ມທະ ວີອອກແຮງຈັດຕັ້ງປະຕິບັດພັນທະ ສາກົນ, ກົດໝາຍພາຍໃນ ແລະ ບັນດານິຕິກໍາລຸ່ມກົດໝາຍ, ຍຸດທະ ສາດແຫ່ງຊາດ, ແຜນດໍາເນີນງານ ແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກ ງານແມ່ ແລະ ເດັກ ເພື່ອຮັບປະກັນ ຄວາມຢູ່ລອດ, ການປົກປ້ອງ, ການ ມີສ່ວນຮ່ວມ ແລະ ການພັດທະນາ ຜູ້ທີ່ເປັນລູກຫລານຂອງພວກເຮົາ ໃນມື້ນີ້ ໃຫ້ເປັນໄວເດັກທີ່ເຕັມໄປ ດ້ວຍຄວາມສຸກ, ສຸຂະພາບແຂງ ແຮງ, ຄວາມອົບອຸ່ນຈາກພໍ່ແມ່, ການຈັດຕັ້ງ ແລະ ສັງຄົມ. ແນໃສ່ ການພັດທະນາເດັກໃຫ້ກາຍເປັນ ຊັບພະຍາກອນມະນຸດທີ່ມີຄຸນນະ ພາບ, ມີຄວາມຮັບຜິດຊອບສູງ,ມີ ຄວາມຮູ້, ຄວາມສາມາດ ເພື່ອເຮັດ ໜ້າທີ່ເປັນຜູ້ສືບທອດປະຕິບັດສອງ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ ກ້າວໄປສູ່ເສັ້ນທາງຫັນເປັນອຸດສາ ຫະກໍາ ແລະ ທັນສະໄໝ. ເຖິງຢ່າງໃດກໍດີ, ເດັກນ້ອຍ ໃນ ວັນນີ້ ຈະເປັນຜູ້ໃຫຍ່ໃນວັນໜ້າ, ຈະ ເປັນຜູ້ທີ່ສືບທອດພາລະກິດຂອງ ຊາດ. ສະນັ້ນສິ່ງສຳຄັນທີ່ສຸດຄື: ພໍ່ແມ່, ຜູ້ປົກຄອງ, ຄູ-ອາຈານ, (ໃນ ກໍລະນີທີ່ເດັກນ້ອຍຫາກຢູ່ໃນໄວ ຮຽນ) ຕໍ່ມາແມ່ນບຸກຄົນທີ່ສຳຄັນ ໃດໜຶ່ງທີ່ຢູ່ໃນຄອບຄົວ, ເພາະບຸກ ຄົນເຫລົ່ານັ້ນຈະໃຫ້ຄໍາຕັກເຕືອນ, ສັ່ງສອນ ແລະ ໃຫ້ຄວາມອົບອຸ່ນ, ເອົາໃຈໃສ່ຕິດຕາມທຸກການເຄື່ອນ ໄຫວຂອງເດັກ ແລະ ໃຫ້ອະໄພເວ ລາເດັກເຮັດຜິດພາດ; ພ້ອມທັງສ້າງ ເດັກເຫລົ່ານັ້ນດ້ວຍຄວາມຮັກ, ຄວາມເອັນດູແລະປູກຝັງຈິດສຳນຶກ ໃຫ້ເດັກນ້ອຍທຸກຄົນຮຽນຮູ້ຈາກ ການສຶກສາ, ການເປັນແບບຢ່າງທີ່ດີ ໃຫ້ລູກຕົນ ໂດຍຕ້ອງໝັ່ນສັ່ງສອນ, ຕັກເຕືອນ ບໍ່ປ່ອຍຕາມໃຈຈົນເກີນໄປ ແລະ ສັ່ງສອນລູກໃຫ້ຮູ້ຈັກການໃຊ້ ຊີວິດທີ່ມີຄຸນຄ່າ, ໃຫ້ລູກຮູ້ຈຳແນກ ອັນໃດດີ ແລະ ອັນໃດບໍ່ດີ, ແຕ່ວ່າ ໃນເມື່ອລູກຫາກກະທໍາຜິດ ກໍຕ້ອງ ສັ່ງສອນດ້ວຍຄວາມຈິງໃຈ, ເວົ້າ ຢ່າງມີເຫດມີຜົນ ເພື່ອໃຫ້ມີີຄວາມ ຈື່ຈຳ ແລະ ບໍ່ໃຫ້ເດັກກະທຳຜິດອີກ, ເພາະການສືກສາອົບຮົມ, ບົ່ມສອນ ລູກ ຢູ່ເລື້ອຍໆ ກໍ່ຈະເຮັດໃຫ້ເຂົາເຈົ້າ ມີຄວາມເຂົ້າໃຈເທື່ອລະໜ້ອຍ. * ສະຫາຍ ຄໍາເກິ່ງ ວັນນາຈັນ ສະມາຊິກຊາວໜຸ່ມຕົວແບບໃນ ການບໍລິການພິມປ້າຍ ແລະ ຂາຍ ເຄື່ອງກິລາ ສັງກັດຢູ່ໜ່ວຍຊາວໜຸ່ມ ພະແນກແຜນການ ແລະ ການລົງ ທຶນ ແຂວງໄຊສົມບູນ ໄດ້ຂຶ້ນປະ ກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ແຂວງໄຊສົມບູນ ຄັ້ງທີ III ທີ່ໄດ້ໄຂຂຶ້ນຫວ່າງບໍ່ດົນມາ ນີ້ວ່າ: ຈຸດລິເລີ່ມໃນການສ້າງອາ ຊີບເສີມ ແມ່ນເນື່ອງມາຈາກຄວາມ ຫຍຸ້ງຍາກທາງດ້ານການເງິນ ອາໄສແຕ່ເງິນເດືອນໃຊ້ຈ່າຍບາງ ເດືອນກໍບໍ່ພຽງພໍ ຈຶ່ງໄດ້ຕັດສິນໃຈ ມີແນວຄິດລິເລີມ ແລະ ຊອກຮູ້ຮໍ່າ ຮຽນ ໂດຍໄດ້ອາໄສມື້ລາພັກປະຈຳ ປີ ໄປຮຽນພິມກາເສື້ອນໍາອ້າຍຮັກ ຢູ່ນະຄອນຫລວງວຽງຈັນ. ຫລັງ ຈາກນັ້ນ ມາຮອດປີ 2018 ຈຶ່ງໄດ້ ລົງທຶນເລີ່ມເຮັດການບໍລິການພິມ ປ້າຍ ແລະ ຂາຍເຄື່ອງກິລາ ເຮັດ ດ້ວຍຕົນເອງ ໂດຍໃນເບື້ອງຕົ້ນ ລົງທຶນປະມານ 15.000.000 ກີບ (ບໍລິການພິມກາເສື້ອ ແລະ ພິມບັດ ເຊີນ) ໂດຍເຮັດຢູ່ຫ້ອງແຖວ (ຍັງ ບໍ່ທັນມີໜ້າຮ້ານ) ຜ່ານການເຮັດ ຕົວຈິງ ເຫັນວ່າໄດ້ຮັບການຕອບ ຮັບຈາກລູກຄ້າເປັນຢ່າງດີ ແລະ ມີ ແນວໂນ້ມເພີ່ມຂຶ້ນທຸກປີ. ມາຮອດປີ 2020 ຈຶ່ງຕັດສິນໃຈ ເຊົ່າຮ້ານ ເພື່ອເປີດຮ້ານເປັນຂອງ ຕົນເອງ ແລະ ໄດ້ຂະຫຍາຍການ ພິມປ້າຍ ໂດຍນຳເອົາເຄື່ອງຈັກພິມ ປ້າຍເຂົ້າມາເພີ່ມຕື່ມອີກ ຊຶ່ງເປັນ ວຽກທີ່ທ້າທາຍຫລາຍ ເພາະຕົນ ເອງບໍ່ມີປະສົບການດ້ານງານປ້າຍ ມາກ່ອນ ຈຶ່ງຈຳເປັນໄດ້ຮຽນຮູ້ໄປ ນໍາ ເຮັດໄປນໍາ, ຮຽນນໍາຈາກຜູ້ ທີ່ມີປະສົບການ, ຮຽນຈາກສື່ສັງ ຄົມອອນລາຍ ຫລື ໂຊຊ່ຽວມີເດຍ (Google,YouTubeແລະອື່ນໆ) ໂດຍນຳໃຊ້ເວລາຫວ່າງຈາກໂມງ ເລີກການ ຊຶ່ງຕ້ອງໄດ້ນອນເດິກ ຕື່ນແຕ່ເຊົ້າເກືອບທຸກໆມື້ ເພາະວ່າ ແຮງງານຫລັກໃນເວລານັ້ນ ແມ່ນ ມີແຕ່ຕົນເອງກັບເມຍ, ສະເລ່ຍລາຍ ຮັບໄລຍະປີ 2020-2022 ໄດ້ ທັງໝົດ ປະມານ 100.000.000- 200.000.000 ກີບຕໍ່ປີ, ຜ່ານ ການບໍລິການດັ່ງກ່າວ ເຫັນວ່າໄດ້ ຮັບການບໍລິການເປັນຢ່າງດີ ຈາກ ເພື່ອນມິດສະຫາຍ ລູກຄ້າທັງພາກ ລັດ ແລະ ເອກະຊົນ ນັບມື້ນັບຫລາຍ ຂຶ້ນ. ຮອດປີ 2024 ໄດ້ຮັບສິນເຊື່ອ ສະໜັບສະໜູນ ຈາກກອງທຶນພັດ ທະນາໄຊສົມບູນຈຳນວນໜຶ່ງ ຈຶ່ງ ໄດ້ນໍາມາພັດທະນາສ້າງຮ້ານເປັນ ຂອງຕົນເອງຖາວອນ 1 ຫລັງ ແລະ ໄດ້ຂະຫຍາຍກິດຈະການບໍລິການ ກິດຈະການໂຕະ, ຕັ້ງ, ເຕັ້ນແລະ ບໍລິ ການຈັດງານຄົບວົງຈອນ ເພີ່ມຕື່ມ ອີກ ຊຶ່ງໄດ້ຈ້າງພະນັກງານເປັນ ລາຍເດືອນ ແລະ ມອບເໝົາເປັນ ງານໄປນໍາ ເພື່ອຫລຸດຜ່ອນເວລາ ເຮັດວຽກຂອງຕົນເອງ ແລະ ຮັບປະ ກັນບໍ່ໃຫ້ຂາດຕົກບົກຜ່ອງໃນໜ້າ ທີ່ວຽກງານທີ່ພັກ-ລັດຂັ້ນເທິງມອບ ໝາຍໃຫ້ ສະເລ່ຍລາຍຮັບປີຜ່ານມາ ໄດ້ປະມານ 400.000,000 ກີບ/ປີ ແລະ ຄາດວ່າໃນປີ 2025 ນີ້ ຈະບັນ ລຸໄດ້ປະມານ 500.000,000 ກີບ. ສະຫາຍ ຄຳເກິ່ງ ວັນນາຈັນ ກ່າວ. ສະຫາຍ ຄຳເກິ່ງ ວັນນາຈັນ ຍັງ ໃຫ້ຮູ້ຕື່ມອີກວ່າ : ຈາກຄວາມດຸໜັ້ນ, ອົດທົນ, ບຸກບືນສ້າງອາຊີບເສີມໃນ ໄລຍະ 7 ປີຜ່ານມາ ເຫັນວ່າຊີວິດ ການເປັນຢູ່ຂອງຄອບຄົວຄ່ອຍໆ ດີຂຶ້ນເທື່ອລະກ້າວ, ມີເງິນເກັບໄວ້ ໃຊ້ຈ່າຍໃນຍາມຈໍາເປັນ, ສາມາດຊື້ ດິນໄດ້ 1 ຕອນ, ລົດບັນທຸກນ້ອຍຮຸນ ໄດ 1 ຄັນ, ມີຮ້ານຖາວອນ 1 ຫລັງ. ສໍາລັບແຜນການໃນຕໍ່ໜ້າ ແມ່ນຈະ ໄດ້ສືບຕໍ່ປັບປຸງ ແລະ ຂະຫຍາຍ ກິດຈະການຂອງຕົນໃຫ້ເຕີບໃຫຍ່ ແລະ ວ່ອງໄວກວ່າເກົ່າ. ຜົນສຳເລັດທັງໝົດນັ້ນ ແມ່ນ ຍ້ອນມີແນວທາງ-ນະໂຍບາຍອັນ ຖືກຕ້ອງຂອງພັກ-ລັດ ເວົ້າລວມ ເວົ້າສະເພາະກໍ່ແມ່ນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ເປັນແຮງຜັກດັນ ໃຫ້ເກີດມີຄວາມຄິດລິເລີ່ມໃນການ ສ້າງວຽກເຮັດງານທໍາ, ບວກກັບ ຄວາມດຸໝັ່ນຂະຫຍັນພຽນ, ຄວາມ ຕັດສິນໃຈສູງຂອງຕົນເອງ ແລະ ຄອບຄົວ, ອົດທົນ ແລະ ຊອກຮູ້ຮໍ່າ ຮຽນພັດທະນາຕົນເອງເລື້ອຍໆ ໃນ ແຕ່ລະດ້ານ ຈຶ່ງເຮັດໃຫ້ກິດຈະການ ຂອງຕົນມີລາຍຮັບ, ໝັ້ນຄົງ ແລະ ເຕີບໃຫຍ່ ເຮັດໃຫ້ຊີວິດການເປັນຢູ່ ນັບມື້ນັບດີຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==