02/06/2025 xtgmf]k; 7 37ltok c]t [= ]y = dy ko ລົງນາມຂອບເຂດ...ົ ຜົນກອງປະຊຸມສະໄໝສາມັນ...ົຸັ ປະທານປະເທດ... ລັດຖະມົນຕີ ອິຊິບະ ຊິເງະຣຸ ທີ່ໄດ້ ໃຫ້ກຽດຕ້ອນຮັບຄະນະຜູ້ແທນລາວ ຢ່າງອົບອຸ່ນໃນໂອກາດເດີນທາງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ທີ່ຈັດ ໂດຍສຳນັກໜັງສືພິມນິເກອິ ປະເທດ ຍີ່ປຸ່ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມາແຕ່ດົນນານຂອງສອງ ປະເທດ ລາວ ແລະ ຍີ່ປຸ່ນ ເຊິ່ງໃນປີ 2025 ນີ້ແມ່ນປີແຫ່ງການສະເຫລີມ ສະຫລອງສາຍພົວພັນທາງການ ທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ທີ່ລັດຖະບານ ຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ ແລະ ຮ່ວມມື ຊ່ວຍເຫລືອ ສປປ ລາວ (ນັບແຕ່ ປີ 1965 ເປັນຕົ້ນມາ), ມາຮອດ ປັດຈຸບັນໄດ້ມີອາສາສະໝັກຍີ່ປຸ່ນ ຫລາຍກວ່າ 1.100 ເທື່ອຄົນ ແລະ ຊ່ຽວຊານ 4.500 ເທື່ອຄົນມາ ປະຕິບັດໜ້າທີ່ຢູ່ ສປປ ລາວ; ສອງ ຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2025 ທີ່ຈະມາເຖິງນີ້ ເຊິ່ງຈະເປັນຂີດໝາຍ ທີ່ສໍາຄັນສໍາລັບການພົວພັນ ແລະ ການຮ່ວມມືຂອງສອງປະເທດໃນ ຕໍ່ໜ້າ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ ຕີລາຄາສູງຕໍ່ຜົນສໍາເລັດການຢ້ຽມ ຢ້າມເຮັດວຽກແບບທາງການຢູ່ ປະເທດຍີ່ປຸ່ນ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ມີການຍົກ ລະດັບສາຍພົວພັນທາງການທູດ ລະຫວ່າງສອງປະເທດ ລາວ ແລະ ຍີ່ປຸ່ນ ມາເປັນຄູ່ຮ່ວມຍຸດທະສາດ ຮອບດ້ານໃນທ້າຍເດືອນມັງກອນ 2025 ທີ່ຜ່ານມາ, ລວມທັງເຫັນດີ ເປັນເອກະພາບໃນການສືບຕໍ່ປະສານ ສົມທົບ ແລະ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຜົນ ການຢ້ຽມຢາມດັ່ງກ່າວໃຫ້ເປັນຮູບ ປະທໍາເທື່ອລະກ້າວ ໂດຍສະເພາະ ການສືບຕໍ່ສົ່ງເສີມການຮ່ວມມືດ້ານ ເສດຖະກິດ ກໍຄື ການສົ່ງເສີມພາກ ທຸລະກິດຂອງຍີ່ປຸ່ນ ມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນໃນຊຸມປີຕໍ່ ໜ້າໃນຂະແໜງການທີ່ສອງຝ່າຍມີ ທ່າແຮງ. ທ່ານປະທານປະເທດ ທອງລຸນ ສີສຸລິດໄດ້ສະແດງຄວາມຂອບໃຈມາ ຍັງລັດຖະບານຍີ່ປຸ່ນ ແລະ ປະຊາຊົນ ຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາອັນໄດ້ ເຮັດໃຫ້ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີຜົນສໍາເລັດເປັນແຕ່ ລະໄລຍະເປັນຕົ້ນແມ່ນການຊ່ວຍ ພັດທະນາຊັບພະຍາກອນມະນຸດ ໃນຂະແໜງການຕ່າງໆ ໂດຍສະ ເພາະໃນຂະແໜງຍຸຕິທໍາ ແລະ ການ ຊ່ວຍເຫລືອດ້ານກົດໝາຍ, ການ ສະໜອງອຸປະກອນຕ່າງໆ ເພື່ອ ຊ່ວຍເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດຈາກທໍາມະຊາດ, ການສ້າງຄວາມສະຖຽນລະພາບ ທາງດ້ານການເງິນ, ການປັບປຸງ ພື້ນຖານໂຄງລ່າງ, ການປັບປຸງ ສະພາບແວດລ້ອມການລົງທຶນ; ການຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ ແລະ ການຫລຸດ ຜ່ອນອາຍກາກບອນ; ການປັບປຸງ ເສັ້ນທາງຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ. ພິເສດ ແມ່ນການສະໜັບສະໜູນວຽກງານ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ, ການ ສະໜັບສະໜູນ ແລະ ຮ່ວມມືຊ່ວຍ ເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າ ຮ່ວມຜ່ານລະບົບກອງປະຊຸມທາງ ໄກເພື່ອຮັບຟັງ ແລະ ປະກອບຄຳ ເຫັນຕໍ່ການລາຍງານສະພາບພົ້ນ ເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະຈຳ ເດືອນມິຖຸນາ 2025. ທ່ານ ສອນໄຊ ສິດພະໄຊ ລັດຖະ ມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ໂຄສົກລັດຖະບານໄດ້ ຖະແຫລງຂ່າວຜົນສຳເລັດກອງປະ ຊຸມໂດຍໄດ້ພ້ອມກັນຄົ້ນຄວ້າ, ປຶກ ສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື: ວາລະທີ 1 ສະຫລຸບວຽກງານພົ້ນ ເດັ່ນ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການປະຈໍາເດືອນ ມິຖຸນາ 2025 ຂອງລັດຖະບານ; ຫົວຂໍ້ ແລະ ເນື້ອໃນທີ່ລັດຖະບານຈະ ລາຍງານຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານ ກ່ຽວກັບການທາບທາມຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (20262030); ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດບັນດານະໂຍບາຍ, ນິຕິ ກໍາ, ກົນໄກຕ່າງໆ ໃນການພັດທະນາ ພະລັງງານໄຟຟ້າ; ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ລາຍງານກ່ຽວກັບການຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ຈຸດປະສົງໃນການເຊັນສັນຍາຄັ້ງ ນີ້, ກໍເພື່ອພັດທະນາ ເເລະ ສົ່ງເສີມ ການທ່ອງທ່ຽວລາວ, ນຳສະເໜີທ່າ ເເຮງຜະລິດຕະພັນການທ່ອງທ່ຽວ, ການບໍລິການ ເພື່ອດຶງດູດນັກທ່ອງ ທ່ຽວຈີນມາທ່ຽວລາວນັບມື້ນັບເພີ່ມ ຂຶ້ນ. ສຳລັບນັກທ່ອງທ່ຽວຈີນ ໄດ້ ເຫລືອທຸກດ້ານສໍາລັບການເປັນປະ ທານອາຊຽນຂອງ ສປປ ລາວ ໃນ ປີ 2024 ທີ່ຜ່ານມາ. ພ້ອມນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ ທ່ານນາຍົກລັດຖະມົນຕີ ອິຊິບະ ຊິ ເງະຣຸ ຊາບວ່າ ສປປ ລາວ ຈະເພີ່ມ ໄລຍະເວລາພັກເຊົາ (ໄລຍະການ ຍົກເວັ້ນວີຊາ) ໃຫ້ແກ່ພົນລະເມືອງ ຍີ່ປຸ່ນ ທີ່ຖືໜັງສືຜ່ານແດນທົ່ວໄປ ຈາກ 15 ວັນ ມາເປັນ 30 ວັນ ນັບ ແຕ່ວັນທີ 1 ມິຖຸນາ 2025 ເປັນຕົ້ນ ໄປ ເຊິ່ງສອງຝ່າຍໄດ້ສະແດງຄວາມ ຫວັງວ່ານະໂຍບາຍດັ່ງກ່າວ ຈະເປັນ ການເພີ່ມທະວີຊຸກຍູ້ການໄປມາຫາສູ່ ຂອງປະຊາຊົນສອງຊາດລາວ ແລະ ຍີ່ປຸ່ນ, ໂດຍສະເພາະການດຶງດູດ ນັກທ່ອງທ່ຽວຍີ່ປຸ່ນ ມາທ່ອງທ່ຽວຢູ່ ສປປ ລາວ ຫລາຍຂຶ້ນໃນຊຸມປີຕໍ່ໜ້າ. ທ່ານນາຍົກລັດຖະມົນຕີ ອິຊິ ບະ ຊິເງະຣຸ ໄດ້ຢືນຢັນຄວາມໝາຍ ໝັ້ນຂອງລັດຖະບານຍີ່ປຸ່ນ ໃນການ ສືບຕໍ່ສະໜັບສະໜູນ ແລະ ຮ່ວມມື ຊ່ວຍເຫລືອດ້ານຕ່າງໆແກ່ ສປປ ລາວ ໃນຊຸມປີຕໍ່ໜ້າເປັນຕົ້ນການ ຊ່ວຍສ້າງຄວາມເຂັ້ມແຂງດ້ານ ເສດຖະກິດ, ການປັບປຸງສະພາບ ແວດລ້ອມການລົງທຶນ, ການສ້າງ ຄວາມເຂັ້ມແຂງໃນຂະແໜງຍຸຕິ ທໍາ, ການສະໜອງອຸປະກອນເພື່ອ ກຽມພ້ອມຮັບມືກັບໄພພິບັດທາງ ທໍາມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ ໜ້າ, ການສ້າງປະຊາຄົມໃນການ ຫລຸດຜ່ອນອາຍກາກບອນຢູ່ອາຊີ (AZEC) ແລະ ຂົງເຂດອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈໍາ ນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ຂ່າວ: ແພງຂັນຕິ; ພາບ: ສໍານັກງານ ນາຍົກລັດຖະມົນຕີຍີ່ປຸ່ນ ທົ່ວປະເທດ; ລາຍງານກ່ຽວກັບ ນະໂຍບາຍການການກໍ່ສ້າງ-ສ້ອມ ແປງເສັ້ນທາງໃນໄລຍະໃໝ່ ຊຶ່ງ ເປັນການຜັນຂະຫຍາຍຜົນຂອງ ກອງປະຊຸມຮ່ວມລະຫວ່າງຄະນະ ລັດຖະບານກັບຄະນະປະຈໍາສະພາ ແຫ່ງຊາດ ຄັ້ງທີ 2 ປີ 2024 ແລະ ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆທີ່ຍັງຫຍຸ້ງ ຍາກ ແລະ ເປ່ເພ. ໃນນັ້ນ, ຕໍ່ການ ສະຫລຸບວຽກງານພົ້ນເດັ່ນປະຈໍາ ເດືອນພຶດສະພາ 2025 ກອງປະຊຸມ ເຫັນວ່າເຖິງແມ່ນວ່າສະພາບການ ສາກົນ ແລະ ພາກພື້ນຍັງສືບຕໍ່ຜັນ ແປໄປຢ່າງສັບສົນ ແລະ ຄາດເດົາໄດ້ ຍາກ, ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງ ປະຕິບັດບັນດາວຽກຈຸດສຸມທີ່ກຳນົດ ໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ2025 ແລະ ຕາມມະຕິກອງ ປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ 2025 ສໍາເລັດ ຫລາຍດ້ານເປັນຕົ້ນທົ່ວປະເທດສືບ ຕໍ່ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 31.773 ຕື້ກີບ ເທົ່າກັບ 93% ຂອງແຜນ 6 ເດືອນ ຕົ້ນປີ; ແຜນລາຍຈ່າຍ ປະຕິບັດໄດ້ 21.682 ຕື້ກີບ ເທົ່າກັບ 56,26% ຂອງແຜນ 6 ເດືອນຕົ້ນປີ; ສາມາດ ຄວບຄຸມອັດຕາເງິນເຟີ້ຫລຸດລົງຈາກ 11,1% ໃນເດືອນຜ່ານມາຢູ່ໃນ ລະດັບ 8,3%; ສາມາດເພີ່ມຄັງ ສໍາຮອງເງິນຕາຕ່າງປະເທດກຸ້ມ ການນໍາເຂົ້າບໍ່ຫລຸດ 5 ເດືອນ; ສາ ມາດຊໍາລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດທີ່ຄົບກຳນົດຊຳລະຕາມ ແຜນ; ສາມາດເກັບຄືນໜີ້ສິນຈາກ ບັນດາບໍລິສັດໄດ້ຈໍານວນໜຶ່ງ; ມູນ ຄ່າການນໍາເຂົ້າ-ສົ່ງອອກສິນຄ້າ (ບໍ່ ລວມນໍາເຂົ້າ-ສົ່ງອອກໄຟຟ້າ) ບັນລຸ 1.310 ລ້ານໂດລາ; ໃນນັ້ນ, ມູນ ຄ່າການສົ່ງອອກສິນຄ້າບັນລຸ 662 ລ້ານກວ່າໂດລາສະຫະລັດ, ທຽບ ເດືອນຜ່ານມາເພີ່ມຂຶ້ນ16,2%, ເກີນ ດຸນການຄ້າ 14 ລ້ານກວ່າໂດລາ ສະຫະລັດ; ໄດ້ສຸມໃສ່ການຜະລິດ ເພື່ອຄ້ໍາປະກັນສະບຽງອາຫານ ໂດຍ ສະເພາະຜະລິດເຂົ້ານາແຊງສາມາດ ເກັບກ່ຽວໃນເນື້ອທີ່ທັງໝົດ 49.468 ເຮັກຕາ. ນອກນັ້ນ, ໄດ້ສຸມໃສ່ການຜະລິດ ພືດສະບຽງອາຫານລະດູແລ້ງ, ການ ຜະລິດຊີ້ນ, ໄຂ່ ແລະ ປາ ຊຶ່ງສາມາດ ສະໜອງ ໄດ້ຕາມຄວາມຕ້ອງການ ຂອງການບໍລິໂພກພາຍໃນໂດຍພື້ນ ຖານ; ໄດ້ເອົາໃຈໃສ່ຄຸ້ມຄອງ, ສົ່ງ ເສີມ, ສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍ ເພື່ອດຶງດູດການລົງທຶນທັງ ພາຍໃນ ແລະ ຕ່າງປະເທດ ເຊິ່ງໃນ ເດືອນພຶດສະພານີ້ ໄດ້ອະນຸມັດການ ລົງທຶນ ໃນກິດຈະການສໍາປະທານ 7 ໂຄງການປະມານມູນຄ່າ 9.244 ຕື້ກີບ ກັບ 3 ລ້ານໂດລາສະຫະລັດ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນ ຂອບເຂດທົ່ວປະເທດ ໃຫ້ມີຄວາມ ຄືບໜ້າໄວຂຶ້ນ. ໃນນີ້, ໂຄງການ ກໍ່ສ້າງຂົວຂ້າມນ້ຳຂອງ ລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ປະຕິບັດໄດ້ 97,3%, ໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງກ້ອນຕື້ນຫ້ວຍແກ້ວ ປະຕິບັດໄດ້ 98,85%, ດໍາເນີນການກໍ່ສ້າງຟື້ນຟູທາງເລກທີ 13 ເໜືອ, ພ້ອມທັງ ສຸມໃສ່ບູລະນະ ແລະ ສ້ອມແປງບັນດາເສັ້ນທາງທີ່ ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວ; ສຸມໃສ່ປັບປຸງການບໍລິການຂົນສົ່ງ ໂດຍສານ ແລະ ສິນຄ້າຜ່ານທາງ ລົດໄຟ ໂດຍສະເພາະການຂົນສົ່ງ ລາງສູ່ລາງລະຫວ່າງລົດໄຟລາວໄທ ແລະ ລົດໄຟລາວ-ຈີນ ຕິດພັນ ກັບການບໍລິການທ່າບົກ-ທ່ານາ ແລ້ງ, ບໍລິສັດລົດໄຟລາວ-ຈີນ ແລະ ລົດໄຟແຫ່ງຊາດ; ໄດ້ສືບຕໍ່ເອົາໃຈໃສ່ ປະຕິບັດບັນດາມາດຕະການໃນການ ແກ້ໄຂບັນຫາການຂາດແຄນຄູ ໂດຍ ໄດ້ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູ ແລະ ເສີມຂະຫຍາຍການຫັນເອົາຄູ ສັນຍາຈ້າງເຂົ້າເປັນທະຫານຕາມໂກ ຕ້າທະຫານພັນທະ; ໄດ້ສຸມໃສ່ປັບປຸງ ກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03 ຂອງຄະນະບໍລິຫານ ງານສູນກາງພັກ ແລະ ມະຕິ 05 ຂອງສະພາແຫ່ງຊາດ; ໄດ້ເອົາໃຈ ໃສ່ການເຄື່ອນໄຫວວຽກງານຕ່າງ ປະເທດຢ່າງມີພິບໄຫວເປັນຕົ້ນ ການ ນໍາພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມ ບັນດາປະເທດເພື່ອນມິດ ແລະ ເຂົົ້າ ຮ່ວມກອງປະຊຸມສາກົນຕ່າງໆ. ໃນ ນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ ສຳເລັດການເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ) ຄັ້ງທີ 2 ແລະ ກອງປະຊຸມ ສຸດຍອດອາຊຽນ-ຈີຊີຊີ-ຈີນ, ໄດ້ ຕ້ອນຮັບການມາຢ້ຽມຢາມລັດຖະ ກິດ, ຢ້ຽມຢາມທາງການຂອງຜູ້ນໍາ ປະເທດເພື່ອນມິດ. ສຳລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2025, ກອງ ປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາໃຈ ໃສ່ບັນດາວຽກງານສຳຄັນຄືສືບຕໍ່ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານຕິດພັນວຽກ ກໍ່ສ້າງຮາກຖານການເມືອງ-ພັດ ທະນາຊົນນະບົດຮອບດ້ານແກ້ໄຂ ຄວາມທຸກຍາກ ແລະ ວຽກ 3 ສ້າງ; ສຸມໃສ່ຮັກສາຄວາມສະຫງົບຕາມ ຊາຍແດນ, ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າ-ຂາຍ ເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍ ລົງ, ທັງເອົາໃຈໃສ່ຕິດຕາມສະພາບ ການເຂົ້າ-ອອກເມືອງ ຜ່ານບັນດາ ດ່ານ; ສືບຕໍ່ກະກຽມເນື້ອໃນທີ່ຈະ ນຳເຂົ້າລາຍງານຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX. ສໍາລັບບົດລາຍ ງານລວມຂອງລັດຖະບານໃຫ້ຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີສົມທົບກັບກະຊວງທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງເນື້ອໃນໃຫ້ຄົບຖ້ວນ ສົມບູນ ແລະ ໃຫ້ກະຊວງກ່ຽວຂ້ອງ ກະກຽມບົດລາຍງານຂອງຂະແໜງ ການຕົນໃຫ້ສຳເລັດ; ສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນຂອງຄະນະ ສະເພາະກິດ19/ກມສພ ເປັນຕົ້ນ ສືບຕໍ່ສ້າງຄັງສໍາຮອງເງິນຕາຕ່າງ ປະເທດໃຫ້ເຂັ້ມແຂງ, ພັດທະນາ ເຄື່ອງມືປະເມີນອັດຕາແລກປ່ຽນ ແລະ ລວມສູນການແລກປ່ຽນເງິນ ຕາຕ່າງປະເທດ, ຄົ້ນຄວ້າການດັດ ສົມເງິນຕາຕ່າງປະເທດໃຫ້ແກ່ຫົວ ໜ່ວຍນຳເຂົ້າສິນຄ້າບຸລິມະສິດຢູ່ ສປປ ລາວ, ກວດກາທຸລະກໍາການ ຂໍອະນຸຍາດໂອນເງິນອອກ ສປປ ລາວ ຂອງທະນາຄານທຸລະກິດ, ປັບປຸງກົນໄກ ແລະ ເຄື່ອງມືຄຸ້ມຄອງ ເງິນຕາຕ່າງປະເທດ, ຊຸກຍູ້ການ ຜະລິດສິນຄ້າກະສິກໍາໃນລະດູຝົນ, ຕິດຕາມ ເເລະ ລາຍງານສະພາບ ລາຄາສິນຄ້າໃນທ້ອງຕະຫລາດຢູ່ ບັນດາເເຂວງ ແລະ ນະຄອນຫລວງ, ຄົ້ນຄວ້າຮ່າງນິຕິກໍາຄຸ້ມຄອງການ ນໍາເຂົ້າ ແລະ ສົ່ງອອກ, ຮີບຮ້ອນ ປັບປຸງຮ່າງດໍາລັດວ່າດ້ວຍກອງທຶນ ສົ່ງເສີມການຜະລິດສິນຄ້າຢູ່ ສປປ ລາວ ໃຫ້ສຳເລັດໄວ ແລະ ສາມາດ ປະກາດໃຊ້ໄດ້; ສືບຕໍ່ເລັ່ງພັດທະນາ ກາຍເປັນຕະຫລາດທ່ອງທ່ຽວຂະ ໜາດໃຫຍ່ຂອງລາວ ເເລະ ປີ 2024 ນັກທ່ອງທ່ຽວຈີນ ມາທ່ຽວລາວ 1.048.034 ເທື່ອຄົນ. ທ່ານ ນາງ ຈາງ ຊຽວຢຽນ ປະ ທານບໍລິສັດເຟິ່ງຫວງເຫີ ວັດທະນະ ທຳ ເເລະ ສື່ມວນຊົນສາກົນປັກກິ່ງ ເເຫ່ງ ສປ ຈີນ ໄດ້ມີຄຳເຫັນວ່າ: ທາງ ບໍລິສັດຈະກຽມພ້ອມໃຫ້ການຮ່ວມມື ເພື່ອຕອບສະໜອງການບໍລິການທີ່ມີ ຄຸນນະພາບດີ ເເລະ ປະທັບໃຈ, ເຮັດ ໃຫ້ນັກທ່ອງທ່ຽວຈີນຮັບຮູ້ເຂົ້າໃຈ ເເລະ ເຂົ້າເຖິງຂໍ້ມູນການທ່ອງທ່ຽວ ລາວນັບມື້ນັບດີຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍຈະພ້ອມກັນສ້າງເເຜນ ກິດຈະກຳໂຄສະນາການທ່ອງທ່ຽວ ລາວ ເເນໃສ່ຍົກລະດັບການບໍລິການ, ສ້າງລາຍການທ່ອງທ່ຽວທີ່ຫລາກ ຫລາຍເພື່ອດຶງດູດນັກທ່ອງທ່ຽວຈີນ ມາທ່ອງທ່ຽວລາວ. ລະບົບຄຸ້ມຄອງເກັບລາຍຮັບສໍາຄັນ ຕ່າງໆ, ລະບົບຄຸ້ມຄອງການເຄື່ອນ ຍ້າຍ ແລະ ຢັ້ງຢືນຄຸນນະພາບແຮ່ ທາດ ແລະ ອື່ນໆ; ສຸມໃສ່ຈັດເກັບ ລາຍຮັບໃຫ້ໄດ້ຕາມແຜນ ຫລື ເກີນ ແຜນ, ທັງປະຕິບັດລາຍຈ່າຍຢ່າງ ຮັດກຸມປະຢັດມັດທະຍັດ, ໃນນັ້ນ ສຸມ ໃສ່ປະຕິບັດລາຍຈ່າຍທີ່ຈໍາເປັນ, ນໍາ ໃຊ້ເງິນເກີນແຜນປີ 2024 ຖືກຕ້ອງ ຕາມທີ່ລັດຖະບານໄດ້ຕົກລົງ; ສືບ ຕໍ່ປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ, ການສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມຄາດໝາຍທີ່ສູນ ກາງກຳນົດ; ສຸມໃສ່ປັບປຸງແກ້ໄຂ ເສັ້ນທາງທີ່ເປ່ເພໃຫ້ສາມາດນຳໃຊ້ ໄດ້ຢ່າງເປັນປົກກະຕິໃນໄລຍະລະດູ ຝົນ; ໃນໄລຍະລະດູຝົນນີ້, ໃຫ້ເອົາໃຈ ໃສ່ຕິດຕາມການບໍລິຫານນ້ຳຢູ່ອ່າງ ເກັບນ້ຳຂອງບັນດາເຂື່ອນ, ການ ປ່ອຍນໍ້າອອກຈາກເຂື່ອນ ເພື່ອເຝົ້າ ລະວັງ, ກະກຽມປ້ອງກັນຮັບມືແກ້ໄຂ ສະພາບນໍ້າຖ້ວມທີ່ອາດເກີດຂຶ້ນ; ເອົາໃຈໃສ່ຕິດຕາມແກ້ໄຂບັນຫາຜົນ ກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນທີ່ ເກີດຈາກໂຄງການລົງທຶນຕ່າງໆ; ສ້າງຂະບວນການປູກຕົ້ນໄມ້ໃນ ໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແນໃສ່ເພີ່ມຄວາມເປັນສີຂຽວ ແລະ ອັດຕາການປົກຫຸ້ມຂອງປ່າໃຫ້ ຫລາຍຂຶ້ນໄປພ້ອມໆກັບການສະ ຫລອງວັນເດັກນ້ອຍສາກົນ, ວັນ ສິ່ງແວດລ້ອມແຫ່ງຊາດ ແລະ ວັນ ສິ່ງແວດລ້ອມສາກົນ ໃຫ້ເໝາະສົມ ຕາມເງື່ອນໄຂ ແລະ ສະພາບຕົວ ຈິງຂອງປະເທດເຮົາ; ສືບຕໍ່ສຸມໃສ່ ແກ້ໄຂບັນຫາຂາດແຄນຄູສອນ ແລະ ການປະລະການຮຽນໃຫ້ແຂງແຮງ ຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍໃຫ້ ເອົາໃຈໃສ່ດຳເນີນການສອບເສັງ ໃນຊັ້ນຮຽນຕ່າງໆໃຫ້ດີ, ບໍ່ໃຫ້ມີຫາງ ສຽງ; ສືບຕໍ່ພັດທະນາສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫລາຍຂຶ້ນ; ເອົາໃຈໃສ່ເກັບກໍາ ແລະ ຄຸ້ມຄອງ ຈໍານວນແຮງງານທີ່ປະເທດໃກ້ຄຽງ ສົ່ງກັບຄືນມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນ ອາຊີບ; ສືບຕໍ່ຜັນຂະຫຍາຍຜົນການ ໄປຢ້ຽມຢາມຕ່າງປະເທດຂອງການ ນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ 46 ແລະ ກອງປະຊຸມສຸດຍອດ ປິ່ນອ້ອມ; ກະກຽມໃຫ້ແກ່ການນຳ ຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະ ເທດໃນເດືອນມິຖຸນາ 2025. ສ່ວນບັນດາບົດລາຍງານເປັນ ຕົ້ນລາຍງານໂດຍຫຍໍ້ກ່ຽວກັບຫົວຂໍ້ ແລະ ເນື້ອໃນທີ່ລັດຖະບານຈະລາຍ ງານຕໍ່ກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງທ່ານນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງ ລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນ ທ້າຍປີ 2025; ລາຍງານກ່ຽວກັບ ການທາບທາມຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງ ທີ X (2026-2030); ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາ ນະໂຍບາຍ, ນິຕິກໍາ, ກົນໄກຕ່າງໆໃນ ການພັດທະນາພະລັງງານໄຟຟ້າ; ລາຍງານ ກ່ຽວກັບການຈັດຕັ້ງປະຕິ ບັດປີທ່ອງທ່ຽວລາວ ແລະ ທິດທາງ ແຜນການໃນຕໍ່ໜ້າ; ລາຍງານກ່ຽວ ກັບການຕີລາຄາການໂຄສະນາ ເ ຜີຍແຜ່ກົດໝາຍທົ່ວປະ ເທດ ; ລາຍງານກ່ຽວກັບນະໂຍບາຍການ ການກໍ່ສ້າງ-ສ້ອມແປງເສັ້ນທາງໃນ ໄລຍະໃໝ່ ແລະ ລາຍງານກ່ຽວກັບ ການກໍ່ສ້າງ ແລະ ສ້ອມແປງເສັ້ນ ທາງຕ່າງໆທີ່ຍັງຫຍຸ້ງຍາກ ແລະ ເປ່ເພ. ກອງປະຊຸມໄດ້ເຫັນດີດ້ານ ຫລັກການຮັບຮອງເອົາບັນດາບົດ ລາຍງານດັ່ງກ່າວ, ພ້ອມທັງຊີ້ນຳ ພາກສ່ວນກ່ຽວຂ້ອງນຳໄປປັບປຸງ ຕາມຄຳເຫັນຂອງສະມາຊິກລັດ ຖະບານໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນສົມບູນ, ເປັນເອກະພາບ ທາງດ້ານໂຄງຮ່າງບົດລາຍງານ, ຕົວເລກຕ່າງໆ ແລະ ໃຫ້ສຳເລັດທັນ ຕາມກຳນົດເວລາ. ສຳລັບວາລະທີ 2 ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງນິຕິກໍາ 7 ສະບັບຄື: ຮ່າງຍຸດ ທະສາດພັດທະນາການເງິນແຫ່ງ ລັດ ຮອດປີ 2035 ແລະ ວິໄສທັດ ຮອດປີ2040; ຮ່າງດໍາລັດວ່າດ້ວຍ ການຄຸ້ມຄອງ ແລະ ການກູ້ຢືມໂດຍ ກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າ ປະກັນການໃຫ້ກູ້ຢືມ; ຮ່າງດໍາລັດ ວ່າດ້ວຍໜຶ່ງເມືອງໜຶ່ງຜະລິດຕະພັນ; ຮ່າງດໍາລັດວ່າດ້ວຍການສົ່ງເສີມ ທຸລະກິດແບບສະຕາດອັບ; ຮ່າງດໍາ ລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິ ລາທີມຊາດ; ຮ່າງດໍາລັດວ່າດ້ວຍ ສະຖານທີ່ທ່ອງທ່ຽວ; ການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍ ປະກັນສັງຄົມ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນ ກ່ຽວຂ້ອງນໍາເອົາບັນດາຮ່າງນິຕິ ກຳດັ່ງກ່າວ ໄປປັບປຸງຕາມການ ປະກອບຄຳເຫັນຂອງສະມາຊິກ ລັດຖະບານເປັນຕົ້ນການກຳນົດ ຈຸດປະສົງ, ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບໃຫ້ຄົບຖ້ວນ, ລະ ອຽດຈະແຈ້ງ; ຊື່ຂອງບາງນິຕິກໍາ ໃຫ້ສັ້ນກະທັດຮັດ; ການກໍານົດໄລຍະ ເວລາແຜນຍຸດທະສາດໃຫ້ສອດຄ່ອງ ກັບແຜນພັດທະນາ ໃນແຕ່ລະໄລຍະ; ການແບ່ງຂັ້ນຄຸ້ມຄອງຂອງຄະນະ ກໍາມະການຮັບຜິດຊອບວຽກງານ ແຕ່ລະຂັ້ນໃຫ້ຊັດເຈນ, ທັງສອດຄ່ອງ ກັບການປັບປຸງກົງຈັກການຈັດຕັ້ງ ໄລຍະໃໝ່; ການກໍານົດນະໂຍບາຍ ສົ່ງເສີມ ໃຫ້ຊັດເຈນ, ເໝາະສົມ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ; ເພີ່ມບາງເນື້ອໃນ, ບາງມາດຕາໃຫ້ ຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ສອດຄ່ອງກັບສະພາບການ ຂະຫຍາຍຕົວທາງດ້າເສດຖະກິດສັງຄົມ ກໍຄື ກົດໝາຍ ແລະ ນິຕິິກໍາ ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ ເພື່ອຮັບປະກັນເມື່ອປະກາດນໍາໃຊ້ ແລ້ວສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນ. ນອກນັ້ນ, ຕໍ່ຮ່າງດໍາລັດວ່າ ດ້ວຍນະໂຍບາຍຕໍ່ຄະນະກິລາທີມ ຊາດ ໂດຍສະເພາະການກໍານົດ ນະໂຍບາຍຕໍ່ນັກກິລາຄົນພິການ ແມ່ນມອບໃຫ້ຄະນະຮັບຜິດຊອບ ນໍາໄປຈັດສໍາມະນາລະດົມຄວາມ ຄິດເຫັນຈາກພາກສ່ວນຕ່າງໆ ເພີ່ມ ຕື່ມ. ສະເພາະຮ່າງດຳລັດວ່າດ້ວຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແມ່ນ ໃຫ້ສົ່ງເສີມການນຳໃຊ້ທ່າແຮງອັນ ບົ່ມຊ້ອນຂອງທ້ອງຖິ່ນຕ່າງໆ ເພື່ອ ສ້າງຍີ່ຫໍ້ ແລະ ຊື່ສຽງຂອງສິນຄ້າ, ພ້ອມທັງສົ່ງເສີມວຽກງານການ ໂຄສະນາເຜີຍແຜ່ສິນຄ້າດັ່ງກ່າວ ຢ່າງກວ້າງຂວາງ ເພື່ອເຮັດໃຫ້ການ ຜະລິດ ແລະ ຈຳໜ່າຍສິນຄ້າມີຄວາມ ຍືນຍົງ. ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນ ມິຖຸນາ ທີ່ກອງປະຊຸມໄດ້ເອກະພາບ ກັນໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ ການຈັດຕັ້ງ, ບຸກຄະລາກອນແຕ່ລະ ຂັ້ນ ແລະ ມີຄາດໝາຍເວລາສຳເລັດ ຊັດເຈນ, ສອດຄ່ອງກັບສະພາບ ຄວາມເປັນຈິງຂອງແຕ່ລະຂະແໜງ ການໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ. ຂ່າວ: ກິດຕາ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==