7040

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 02/06/2025 glf4tdy f{la '7q , xtgrfla fxj k c]t dko75h ,7v'la fxj k * ອີງຕາມກົດໝາຍວ່າດ້ວຍ ສັດປ່າ (ສະບັບປັບປຸງ) ເລກທີ 42/ສພຊ ນະຄອນຫລວງວຽງ ຈັນ, ວັນທີ 17 ກໍລະກົດ 2023 ເຊິ່ງ ກົດໝາຍສະບັບນີ້ໄດ້ກຳນົດຫລັກ ການ, ລະບຽບການ ແລະ ມາດຕະ ການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສັດປ່າ ເພືື່ອເຮັດໃຫ້ວຽກງານດັ່ງກ່າວມີ ປະສິດທິພາບ ແລະ ປະສິດທິຜົນ ແນໃສ່ບໍ່ໃຫ້ມີຜົນກະທົບຕໍ່ທຳມະ ຊາດ, ຖິ່ນທີ່ຢູ່ອາໄສ, ຈຳກັດການ ຫລຸດລົງ ແລະ ການສູນພັນຂອງສັດ ປ່າ ພ້ອມທັງປຸກລະດົມໃຫ້ປວງ ຊົນ ໃຫ້ເຫັນໄດ້ຄວາມສຳຄັນ, ເຊີດ ຊູສະຕິຮັກຊາດ, ຫວງແຫນ, ຖະ ໜອມ ແລະ ເປັນເຈົ້າການເຂົ້າຮ່ວມ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດປ່າແບບ ຍືນຍົງ, ປົກປັກຮັກສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ຮັບ ປະກັນສິດ ແລະ ຜົນປະໂຫຍດຂອງ ຊາດ ແລະ ຂອງປະຊາຊົນ, ປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນ ສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງ ຄົມຂອງຊາດ. ຢູ່ໃນພາກ I I , ມາດຕາ 10 (ປັບປຸງ) ປະເພດສັດປ່າ ສັດປ່າຢູ່ໃນ ສປປ ລາວ ແບ່ງ ເປັນສາມປະເພດ ດັ່ງນີ້: ສັດປ່າ ປະເພດຫວງຫ້າມ ແມ່ນ ສັດປ່າບັນຊີ I: ສັດປ່າທີ່ຫາຍາກ, ຖືກໄພຂົ່ມຂູ່ ແລະ ມີຄວາມສ່ຽງ ຕໍ່ການສູນພັນ, ມີຄວາມສຳຄັນຕໍ່ ລະບົບນິເວດ, ການທ່ອງທ່ຽວແບບ ອະນຸລັກ ແລະ ການສຶກສາຄົ້ນຄວ້າ ດ້ານວິທະຍາສາດ. ສັດປ່າບັນຊີ I ຕ້ອງໄດ້ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ. ສັດປ່າປະເພດຄຸ້ມຄອງ ແມ່ນ ສັດປ່າບັນຊີ II: ສັດປ່າທີ່ຍັງບໍ່ຖືກ ໄພຂົ່ມຂູ່ຕໍ່ການສູນພັນ, ມີຄຸນປະ ໂຫຍດທາງດ້ານລະບົບນິເວດ, ເສດຖະກິດ-ສັງຄົມ ແລະ ການສຶກ ສາຄົ້ນຄວ້າດ້ານວິທະຍາສາດ. ສັດ ປ່າບັນຊີ ຕ້ອງໄດ້ຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ຄວບຄຸມ ການນຳໃຊ້. ສັດປ່າປະເພດທົ່ວໄປ ແມ່ນ ສັດປ່າບັນຊີ III: ສັດປ່າທີ່ສາມາດ ຂະຫຍາຍພັນໄດ້ຕາມທຳມະຊາດ ຢ່າງກວ້າງຂວາງ ຊຶ່ງມີຄວາມສຳ ຄັນຕໍ່ການພັດທະນາເສດຖະກິດສັງຄົມ, ລະບົບນິເວດ, ຊີວິດການ ເປັນຢູ່ຂອງປະຊາຊົນ ແລະ ການ ໃຫ້ລ່າສັດບາງຊະນິດ, ບາງເຂດ ແລະ ບາງລະດູການ ເພ່ືອນຳໃຊ້ ເຂົ້າໃນສາທາລະປະໂຫຍດ, ຄອບ ຄົວ ແລະ ຕາມປະເພນີ ໂດຍນຳໃຊ້ ເຄື່ອງມືທີ່ບໍ່ມີລັກສະນະດັບສູນຕາມ ການກຳນົດຂອງອົງການຄຸ້ມຄອງ ວຽກງານສັດປ່າ. ສັດປ່າບັນຊ III ອະນຸຍາດໃຫ້ ລ່າໄດ້ ຕາມລະດູການທີ່ໄດ້ກຳນົດ ໂດຍນຳໃຊ້ເຄື່ອງມືທີ່ບໍ່ມີລັກສະນະ ດັບສູນ. ມາດຕາ 17 (ປັບປຸງ) ການ ຄຸ້ມຄອງເຄື່ອງມືສັດປ່າ ບຸກຄົນ, ນິຕິບຸກຄົນຫລືການຈັດ ຕັ້ງທີ່ມີຈຸດປະສົງຜະລິດ, ນຳເຂົ້າສົ່ງອອກ, ຄອບຄອງ ແລະ ນຳໃຊ ເຄື່ອງມືລ່າສັດປ່າ ຕ້ອງຂໍອະນຸຍາດ ນຳຂະແໜງການກະສິກຳ ແລະ ປ່າ ໄມ້ແລະ ປະຕິບັດຕາມລະບຽບການ ຂອງຂະແໜງການທີ່ກ່ຽວຂ້ອງ. ກະຊວງກະສິກຳ ແລະ ປ່າໄມ້ ເປັນ ຜູ້ກຳນົດລະບຽບການກ່ຽວກັບ ການຄຸ້ມຄອງເຄື່ອງມືສັດປ່າ. ໃນກົດໝາຍບົດນີ້ຍັງມີຫລາຍ ໝວດ ຫລາຍມາດຕາ ແຕ່ຂໍຍົກມາ ແຕ່ບາງໝວດບາງມາດຕາ ດັ່ງທີ່ ກ່າວມາເທິງນີ້. ສຶກສາຄົ້ນຄວ້າດ້ານວິທະຍາສາດ. ສັດປ່າປະເພດ III ນີ້ ສາມາດຊົມໃຊ້ ໄດ້ຕາມກົດໝາຍ ແລະ ຮັບປະກັນ ໃຫ້ມີການນຳໃຊ້ແບບຍືນຍົງ. ໃນພາກ III ກິດຈະການກ່ຽວກັບ ສັດປ່າ, ໝວດ 1 ການຄຸ້ມຄອງສັດ ປ່າ, ມາດຕາ 14 (ປັບປຸງ)ລະບຸ ໄວ້ວ່າ: ການຄຸ້ມຄອງສັດປ່າປະກອບ ດ້ວຍກິດຈະການດັ່ງນີ້: 1. ການຂຶ້ນ ທະບຽນ ແລະ ແຈ້ງບັນຊີສັດປ່າ; 2. ການລ່າສັດປ່າ; 3. ການຄຸ້ມ ຄອງເຄື່ອງມືລ່າສັດປ່າ; 4. ການ ຄ້າຂາຍສັດປ່າ; 5. ການເຄື່ອນຍ້າຍ ສັດປ່າ; 6. ການນຳເຂົ້າ, ການສົ່ງ ອອກ, ການສົ່ງອອກຄືນ ແລະ ການ ສົ່ງຜ່ານສັດປ່າ; 7. ການສ້າງສວນ ສັດປ່າ; 8. ການສ້າງຟາມສັດປ່າ; 9. ການສະແດງລະຄອນສັດປ່າ; 10. ການສ້າງສາລະຄະດີສັດປ່າ; 11. ການທ່ອງທ່ຽວແບບອະນຸລັກ ສັດປ່າ; 12. ພິພິທະພັນສັດປ່າ; 13. ການເກັບຮັກສາຊາກ, ຊີ້ນສ່ວນ ແລະ ຜະລິດຕະພັນສັດປ່າ; 14. ລະ ບົບຂໍ້ມູນຂ່າວສານ ກ່ຽວກັບສັດ ປ່າ; 15. ການແກ້ໄຂຂໍ້ຂັດແຍ່ງລະ ຫວ່າງຄົນ ແລະ ສັດປ່າ; 16. ການ ຫລຸດຜ່ອນຜົນກະທົບຕໍ່ສັດປ່າຈາກ ການພັດທະນາໂຄງການ; 17. ກິດ ຈະການອື່ນ. ມາດຕາ 16 (ປັບປຸງ) ການ ລ່າສັດປ່າ ການລ່າສັດປ່າ ແມ່ນການເອົາ ສັດປ່າດ້ວຍການຈັບ, ຍິງ, ໂຫ່, ດັກ, ໄລ່ຕ້ອນ ຫລື ວິທີການອື່ນ ຕ້ອງປະ ຕິບັດດັ່ງນີ້: ສັດປ່າບັນຊີ I ແມ່ນບໍ່ອະນຸຍາດ ໃຫ້ລ່າຢ່າງເດັດຂາດ ເວັ້ນເສຍແຕ່ ກໍລະນີເຈັບເປັນ ເພື່ອການສຶກສາ ຄົ້ນຄວ້າ ແລະ ການຂະຫຍາຍພັນ ທີ່ບໍ່ແມ່ນຈຸດປະສົງທາງການຄ້າ ແຕ່ຕ້ອງຂໍອະນຸຍາດນຳ ກະຊວງ ກະສິກຳ ແລະ ປ່າໄມ້. ສັດປ່າ ບັນຊີ II ແມ່ນອະນຸຍາດ ພາບປະກອບ ຮອງນາຍົກລັດຖະມົນຕີ ຮ່ວມ...ົັົີ່ ສະຖານທູດຈີນ...ູີ ຂປລ. ໃນວັນທີ 30 ພຶດສະພາ 2025 ທີ່ເຂດປົກຄອງພິເສດຮົງ ກົງ, ສປ ຈີນ, ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ເດີນທາງໄປເຂົ້າຮ່ວມພິທີລົງນາມ ສົນທິສັນຍາວ່າດ້ວຍການສ້າງ ຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ່ງ ສາກົນ (Convent i on on the Establishment of the International Organization for Mediation ຫລື IOMed) ຕາມການເຊື້ອເຊີນຂອງທ່ານ ຫວັງ ອີ້ (Wang Yi) ກໍາມະການກົມ ການເມືອງສູນກາງພັກຄອມມູນິດ ຈີນ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ໄດ້ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ລົງນາມໃນສົນທິສັນຍາດັ່ງ ກ່າວຮ່ວມກັບ 32 ປະເທດ ທີ່ໃຫ້ ການສະໜັບສະໜຸນ ແລະ ເຂົ້າຮ່ວມ ໃນຂະບວນການເຈລະຈາຮ່າງສົນ ທິສັນຍາດັ່ງກ່າວ. ນອກນີ້, ຍັງມີ ຫລາຍກວ່າ 80 ປະເທດ ແລະ 20 ອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ ໄດ້ເຂົ້າມາຮ່ວມສັງເກດການ ພິທີລົງນາມສົນທິສັນຍາດັ່ງກ່າວ. ພາຍຫລັງພິທີລົງນາມປະເທດເຈົ້າ ພາບຈະສືບຕໍ່ເປີດຮັບການລົງນາມ ຂອງປະເທດ ແລະ ອົງການຈັດຕັ້ງ ສາກົນທີ່ມີຄວາມສົນໃຈເຂົ້າຮ່ວມ ແລະ ຊຸກຍູ້ໃຫ້ບັນດາປະເທດທີ່ຮ່ວມ ລົງນາມແລ້ວພິຈາລະນາໃຫ້ສັດຕະ ຍາບັນໂດຍໄວ ເພື່ອໃຫ້ສາມາດນຳ ໄປຈັດຕັ້ງປະຕິບັດໄດ້ຕາມຈຸດປະສົງ ຂອງສົນທິສັນຍາດັ່ງກ່າວ. ການສ້າງຕັ້ງອົງການ IOMed ເປັນຂໍ້ລິເລີ່ມຂອງ ສປ ຈີນ ທີ່ເປັນ ປະເທດເພື່ອນມິດ-ຍຸດທະສາດ ແລະ ຄູ່ຮ່ວມຊາຕາກຳຂອງ ສປປ ລາວ. ການປະສານງານສະຫະປະຊາຊາດ ແລະ ຜູ້ຕາງໜ້າອົງການຈັດຕັ້ງ ສາກົນ ໄດ້ລົງຢ້ຽມຢາມທັດສະນະ ການລົງນາມໃນສົນທິສັນຍາດັ່ງ ກ່າວ ແມ່ນສອດຄ່ອງກັບນະໂຍບາຍ ຂອງພັກ-ລັດ ແລະ ຫລັກການ ພື້ນຖານຂອງກົດໝາຍຂອງ ສປປ ລາວ ໂດຍສະເພາະການແກ້ໄຂຂໍ້ ຂັດແຍ່ງສາກົນ ຫລື ຂໍ້ຂັດແຍ່ງພາກ ທຸລະກິດ-ການຄ້າແມ່ນຈະຕ້ອງ ໃຫ້ຄວາມສຳຄັນແກ່ການໄກ່ເກ່ຍ ກ່ອນນຳຂຶ້ນອານຸຍາໂຕຕຸລາການ (ການຕັດສິນດ້ວຍກຳມະການ “ arbitration”) ຫລື ສານສາກົນ. ຈຸດປະສົງຂອງ IOMed ແມ່ນ ເພື່ອສົ່ງເສີມ ແລະ ອໍານວຍຄວາມ ສະດວກໃນການແກ້ໄຂຂໍ້ຂັດແຍ່ງ ສາກົນ ໂດຍສັນຕິວິທີ ໂດຍຜ່ານການ ໄກ່ເກ່ຍ ເພື່ອສົ່ງເສີມການພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ ດີລະຫວ່າງລັດ ເຊິ່ງຈະເປັນທາງ ເລືອກທີ່ສຳຄັນສຳລັບການແກ້ໄຂຂໍ້ ຂັດແຍ່ງສາກົນ ໂດຍສະເພາະຂໍ້ຂັດ ແຍ່ງທາງດ້ານທຸລະກິດ-ການຄ້າ ລະຫວ່າງລັດດ້ວຍກັນຫລືລະຫວ່າງ ບຸກຄົນ, ນິຕິບຸກຄົນຂອງປະເທດໜຶ່ງ ກັບລັດຖະບານຕ່າງປະເທດ ຫລື ລະຫວ່າງບຸກຄົນ, ນິຕິບຸກຄົນຂອງ ສອງປະເທດ. ພາຍຫລັງລົງນາມ ແລ້ວ, ພາກສ່ວນກ່ຽວຂ້ອງຈະໄດ້ ສືບຕໍ່ສົມທົບກັນປຶກສາຫາລື ແລະ ດຳເນີນການຕາມຂັ້ນຕອນທີ່ກຳນົດ ໄວ້ໃນກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນປີ 2017 ເພື່ອ ສະເໜີການໃຫ້ສັດຕະຍາບັນ ໂດຍ ສະພາແຫ່ງຊາດ ແລະ ການກະກຽມ ຄວາມພ້ອມທາງດ້ານນິຕິກຳ, ບຸກ ຄະລາກອນ ແລະ ອື່ນໆ ໃນການ ຈັດຕັ້ງປະຕິບັດພາຍຫລັງການໃຫ້ ສັດຕະຍາບັນໃນອະນາຄົດ. ໃນໂອກາດເຂົ້າຮ່ວມພິທີລົງນາມ ສົນທິສັນຍາດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ພົບປະສອງຝ່າຍກັບ ທ່ານ ຫວັງ ອີ້, ກໍາມະການກົມ ການເມືອງສູນກາງພັກກອມມູນິດ ຈີນ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ເຊິ່ງຝ່າຍຈີນ ໄດ້ຕີລາຄາສູງ ແລະ ຂອບໃຈມາຍັງ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ ໃຫ້ການສະໜັບສະໜູນ ແລະ ເປັນ 1 ໃນ 32 ປະເທດ ທີ່ໄດ້ຮ່ວມພິທີ ລົງນາມສົນທິສັນຍາວ່າດ້ວຍການ ສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ່ງ ສາກົນ ເຊິ່ງໄດ້ສະແດງຈຸດຢືນອັນ ສຳຄັນຂອງ ສປປ ລາວ ໃນການ ຊູກຍູ້ສະໜັບສະໜູນການໄກ່ເກ່ຍ ໃຫ້ກາຍເປັນການແກ້ໄຂຂໍ້ຂັດແຍ່ງ ດ້ານທຸລະກິດ-ການຄ້າ ລວມເຖິງ ການແກ້ໄຂຂໍ້ຂັດແຍ່ງລະຫວ່າງລັດ ຢ່າງສັນຕິ. ສອງຝ່າຍໄດ້ຕີລາຄາຄືນຕໍ່ສາຍ ພົວພັນຮ່ວມມືລະຫວ່າງສອງພັກສອງລັດໃນໄລຍະຜ່ານມາ ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດ ບັນດາຄວາມເຫັນທີ່ເປັນເອກະພາບ ກັນຂອງການນໍາຂັ້ນສູງ ກໍຄື ແຜນ ປະຕິບັດງານວ່າດ້ວຍການກໍ່ສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ ເຊິ່ງໄດ້ ນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນຂອງສອງຊາດ. ສອງ ຝ່າຍໄດ້ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ໝາກຜົນການຮ່ວມມື ດ້ານເສດຖະກິດ, ການຄ້າ, ການ ລົງທຶນ ແລະ ດ້ານອື່ນໆ ທີ່ສືບຕໍ່ໄດ້ ຮັບການພັດທະນາ ແລະ ຂະຫຍາຍ ຕົວເປັນກ້າວໆ. ພ້ອມທັງໄດ້ເຫັນດີ ເປັນເອກະພາບໃນການສືບຕໍ່ເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອ ກະກຽມໃຫ້ແກ່ການແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງໃນ ທ້າຍປີ 2025 ນີ້ ແລະ ຈະສືບຕໍ່ ເພິ່ມທະວີການຮ່ວມມືທາງດ້ານເສດ ຖະກິດ-ການຄ້າ ໂດຍຍຶດຖືເອົາທ່າ ແຮງການພັດທະນາ ແລະ ການ ເຊື່ອມໂຍງເຊື່ອມຈອດຂອງເສັ້ນທາງ ລົດໄຟລາວ-ຈີນ, ສືບຕໍ່ສ້າງເງື່ອນໄຂ ອຳນວຍຄວາມສະດວກໃນການໄປ ມາຫາສູ່, ການແລກປ່ຽນສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ, ຮັດ ແໜ້ນຮ່ວມມືໃນວຽກງານປ້ອງກັນ ຄວາມສະຫງົບ ແລະ ຕ້ານສະກັດ ກັ້ນອາຊະຍະກຳຂ້າມຊາດ ແລະ ສອງຝ່າຍຍິນດີຈະສືບຕໍ່ເພິ່ມທະວີ ການປຶກສາຫາລືທັງໃນເວທີພາກພື້ນ ແລະ ສາກົນ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານງານເຂດ ປົກຄອງພິເສດຮົງກົງ ເຊີ່ງສອງ ຝ່າຍໄດ້ພ້ອມກັນຕິລາຄາຄືນການ ພົວພັນຮ່ວມມືຂອງສອງຝ່າຍໃນ ໄລຍະຜ່ານມາ ໂດຍສະເພາະການ ຈັດຕັ້ງປະຕິບັດບັນດາທິດທາງ ແລະ ເອກະສານທີ່ລົງນາມຮ່ວມກັນໃນ ເດືອນກໍລະກົດ 2024 ທີ່ຜ່ານມາ, ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ ປຶກສາຫາລື ແລະ ເປັນເອກະພາບ ກັນໃນການສືບຕໍ່ຊຸກຍູ້ການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະ ດ້ານ ອື່ນໆ ໂດຍສະເພາະແມ່ນການນໍາໃຊ້ ບັນດາເງື່ອນໄຂ ແລະ ທ່າແຮງຂອງ ສອງຝ່າຍທີ່ມີເຊັ່ນ: ສັນຍາວ່າດ້ວຍ ການຮ່ວມມືດ້ານເສດຖະກິດແບບ ໃກ້ຊິດລະຫວ່າງ ສປ ຈີນ ກັບຮົງກົງ (CloseEconomicPartnership Aggrement ຫລື CEPA) ເພື່ອ ສົ່ງອອກສິນຄ້າຕ່າງໆຈາກ ສປປ ລາວ ໄປຍັງຮົງກົງ ແລະ ສາມາດ ສົ່ງຕໍ່ໄປຍັງ ສປ ຈີນ ແນໃສ່ເພີ່ມມູນ ຄ່າທາງດ້ານການຄ້າລະຫວ່າງສປປ ລາວ ແລະ ຮົງກົງ ໃຫ້ຫລາຍຂື້ນໃນຕໍ່ ໜ້າ. ນອກຈາກນັ້ນ, ສອງຝ່າຍເຫັນດີ ທີ່ຈະຊຸກຍູ້ໃຫ້ມີການພົບປະລະຫວ່າງ ຫົວໜ່ວຍທຸລະກິດຂອງສອງຝ່າຍໃນ ອະນາຄົດ. ກ່ອນການເດີນທາງກັບຄືນປະ ເທດ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມ ສະຖານີລົດໄຟເກົາຫລົງຕາເວັນຕົກ ລະຫວ່າງຮົງກົງ ແລະ ສປ ຈີນ ພ້ອມ ທັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານກວດ ກາປະຕູດຽວປ່ອງດຽວ. ຂ່າວ- ພາບ: ກົມປະຊາສຳພັນ, ຫສນຍ. ສຶກສາຂີ່ລົດໄຟ ລາວ-ຈີນ ໄປກັບ ນະຄອນຫລວງວຽງຈັນ-ວັງ ວຽງ-ຫລວງພະບາງ ນຳໂດຍທ່ານ ນາງ ຟາງຫົງ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ລາວ, ທ່ານ ບັກ ໂຄດາຍ ເບີຄານົບ (Bakhodir Burkhanov) ຜູ້ປະສານງານ ສະຫະປະຊາຊາດ ປະຈໍາລາວ, ມີ ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງ ສາກົນ ຫລາຍກວ່າ 10 ອົງການ ເຂົ້າຮ່ວມໂດຍໄດ້ຮັບການຕ້ອນຮັບ ແລະ ນຳພາທັດສະນະສຶກສາໂດຍ ທ່ານ ດາວຈິນດາ ສີຫາລາດ ແລະ ທ່ານ ອານົງເດດ ເພັດໄກສອນ ຮອງ ອຳນວຍການ ທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ. ການຂີ່ລົດໄຟ ລາວ-ຈີນ ໄປ ກັບນະຄອນຫລວງວຽງຈັນ-ວັງ ວຽງ-ຫລວງພະບາງ ໃນຄັ້ງນີ້, ຄະ ນະຜູ້ແທນຈາກສະຖານທູດຈີນ ປະ ຈຳລາວ, ອົງການປະສານງານ ສະຫະປະຊາຊາດ ແລະ ຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ໄດ້ສຳຜັດ ກັບປະສົບການໃນການຂີ່ລົດໄຟ 3 ປະເພດ ຄື: ຂະບວນລ້ານຊ້າງ (EMU) ຊັ້ນ 2, ຊັ້ນທຸລະກິດ (VIP ຈອດສະເພາະສະຖານີໃຫຍ່) ແລະ ຂະບວນລົດໄຟທຳມະດາ (ຄວາມ ໄວຕໍ່າຈອດທຸກສະຖານີ), ພ້ອມທັງ ໄດ້ສຳພັດກັບທຳມະຊາດພູຜາປ່າໄມ້ ທີ່ອຸດົມສົມບູນ, ສວຍງາມທັງສອງ ຝາກທາງລຽບທາງລົດໄຟ ລາວຈີນ ຕື່ມອີກ. ຕະຫລອດການເດີນທາງຜູ້ຕາງ ໜ້າບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍຫົວໜ້າຈຸງານປະຈຳຢູ່ ແຕ່ລະຂະບວນໄດ້ລາຍງານໃຫ້ຮູ້ ກ່ຽວສະພາບການຈັດຕັັ້ງປະຕິບັດ ວຽກງານ ກໍຄື ການໃຫ້ບໍລິການ ຕ່າງໆແກ່ຜູ້ໂດຍສານທີ່ເຂົ້າມາໃຊ້ ບໍລິການລົດໄຟ ລາວ-ຈີນ. ລວມ ເຖິິງການອອກແບບເຄື່ອງນຸ່ງຖືຂອງ ພະນັກງານ, ການຕົບແຕ່ງຂະບວນ ລົດໄຟ ແລະ ການອອກແບບອາຄານ ແຕ່ລະສະຖານີທີ່ເປັນເອກະລັກທີ່ ສ່ອງແສງໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ລາວ-ຈີນ-ຈີນ-ລາວ. ພ້ອມທັງຍົກໃຫ້ເຫັນຄວາມສະດວກ ສະບາຍ, ຄວາມປອດໄພໃນການ ເດີນທາງດ້ວຍລົດໄຟ ລາວ-ຈີນ. ພ້ອມນີ້, ຄະນະຜູ້ແທນຈາກ ສະຖານທູດຈີນ, ອົງການປະສານ ງານສະຫະປະຊາຊາດ ແລະ ຜູ້ ຕາງໜ້າອົງການຈັດຕັ້ງສາກົນ ຍັງ ໄດ້ໄປຢ້ຽມຢາມສະຖານີວັງວຽງ, ຫ້ອງບໍລິການຂົນສົ່ງສິນຄ້າສະ ຖານີວັງວຽງ ເພື່ອຮັບຟັງການລາຍ ງານສະພາບການໃຫ້ບໍລິການ ກໍຄື ການຂົນສົ່ງຜູ້ໂດຍສານ ແລະ ການ ຂົນສົ່ງສິນຄ້າ. ພ້ອມນັ້ນ, ຍັງໄປ ຢ້ຽມຢາມສະຖານີຫລວງພະບາງ ແລະ ໄປຢ້ຽມຢາມສູນບຳລຸງຮັກ ສາທາງລົດໄຟ ໂດຍໄດ້ຮັບຊົມການ ສາທິດການປະຕິບັດວຽກງານຂອງ ພະນັກງານຢູ່ສູນດັ່ງກ່າວ ເປັນຕົ້ນ ສາທິດການສ້ອມແປງສາຍສົ່ງ ໄຟຟ້າ, ການກວດກາລາງລົດໄຟ ແລະ ອື່ນໆ. ໂອກາດນີ້, ທ່ານ ບັກໂຄດາຍ ເບີ ຄານົບ (Bakhodir Burkhanov) ໄດ້ຕາງໜ້າໃຫ້ຄະນະສະແດງຄວາມ ຮູ້ສຶກດີໃຈ ທີ່ໄດ້ມາສຳຜັດກັບການຂີ່ ລົດໄຟ ລາວ-ຈີນ ໃນຄັ້ງນີ້ແລະ ຮູ້ສຶກ ປະທັບໃຈຕໍ່ກັບການໃຫ້ບໍລິການຂອງ ພະນັກງານ ກໍຄື ບໍລິສັດທາງລົດໄຟ ລາວ-ຈີນ ທີ່ມີຄວາມປອດໄພສູງ, ໃຫ້ບໍລິການເປັນກັນຂອງ, ວ່ອງໄວ ແລະ ອື່ນໆ. ເສັ້ນທາງລົດໄຟ ລາວຈີນ ແມ່ນສອດຄ່ອງກັບເປົ້າໝາຍ ການພັດທະນາຍືນຍົງຂອງສະຫະ ປະຊາຊາດ ແລະ ຍຸດທະສາດຂອງ ລາວ ເຊິ່ງມັນໄດ້ສ້າງເງື່ອນໄຂອໍາ ນວຍຄວາມສະດວກຫລາຍດ້ານໃຫ້ ກັບປະຊາຊົນລາວ ໃຫ້ນັບມື້ມີຄວາມ ຈະເລີນກ້າວໜ້າ. ນັບແຕ່ຕົ້ນປີ 2025 ຮອດວັນທີ 30 ພຶດສາພາ ລົດໄຟລາວ-ຈີນ ສາ ມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 1.660.000 ເທື່ອຄົນ, ຂົນສົ່ງສິນຄ້າ ປະເພດມັນຕົ້ນອອກໄປຕ່າງປະເທດ ໄດ້ 3.000 ກວ່າຕູ້ຄອນເທັນເນີ ຫລື ປະມານ 158.000 ກວ່າໂຕນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 57%. ຂ່າວ-ພາບ: ທະນູທອງ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ

RkJQdWJsaXNoZXIy MTc3MTYxMQ==