7040

xtgmf]k; 3 02/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me wfh Ia [g'y o8N ph vosa f4tdew\,h vo-eg|n v ໄຊຊະນະນັ້ນພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ ແມ່ນໄຊຊະນະຂອງປະຊາຊົນສອງ ປະເທດທີ່ມີອຸດົມການຮ່ວມກັນ, ເປົ້າໝາຍຮ່ວມກັນ, ສາມັກຄີຮັກ ແພງກັນ, ຮ່ວມກັນຕໍ່ສູ້ເພື່ອໄຊຊະ ນະ. ນັ້ນແມ່ນບົດຮຽນປະຫວັດ ສາດອັນລໍ້າຄ່າທີ່ສຸດໃນປະຫວັດ ສາດການປະຕິວັດປົດປ່ອຍຂອງ ສອງຊາດອ້າຍນ້ອງ. ການຕໍ່ສູ້ຕ້ານພວກລ່າເມືອງ ຂຶ້ນແບບເກົ່າສິ້ນສຸດລົງ, ປະຊາຊົນ ສອງປະເທດຕ້ອງສືບຕໍ່ຜະເຊີນ ໜ້າກັບທະຫານຜູ້ຮຸກຮານຂອງ ຈັກກະພັດລ່າເມືອງຂຶ້ນແບບໃໝ່. ພາລະກິດການປະຕິວັດຂອງສອງ ປະເທດ ລາວ-ຫວຽດນາມ ມີສາຍ ພົວພັນ ແລະ ມີຜົນກະທົບເຊິ່ງກັນ ແລະ ກັນ, ທ່ານມັກກ່າວເຕືອນວ່າ: “ການປະຕິວັດລາວ ບໍ່ສາມາດຂາດ ການຊ່ວຍເຫລືອຂອງການປະຕິວັດ ຫວຽດນາມ ແລະ ການປະຕິວັດ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ xtmko 3Ij 9uj ,y ' c]t lkprq ;ra olk,a d7u c[[ry glf s;Pfok,{]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນເກີດຂອງປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/2025)ື່ີັີ່ີ່ິົີ ບົດໂດຍ: ທ່ານເອກອັກຄະລັດຖະທູດ ົ່ັັູ ຫງວຽນ ມິນເຕີມິີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຫວຽດນາມ ກໍ່ບໍ່ສາມາດຂາດການ ຊ່ວຍເຫລືອຂອງການປະຕິວັດ ລາວ”. ຍ້ອນແນວນັ້ນ, ໃນການຕໍ່ສູ້ ເພື່ອເອກະລາດ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ສົ່ງ ລູກຫລານທີ່ຮັກແພງຫລາຍສິບໝື່ນ ຄົນໄປປະຕິບັດໜ້າທີ່ ແລະ ປະສານ ງານກັບທະຫານ ແລະ ປະຊາຊົນ ລາວຕໍ່ສູ້ຢູ່ບັນດາສະໜາມຮົບຂອງ ລາວ, ເລືອດຂອງບັນດາວິລະຊົນ, ນັກຮົບທີ່ບໍ່ຮູ້ຈັກຄົນຫວຽດນາມ ໄດ້ ປົນເປື້ອນກັບເລືອດຂອງທະຫານ ແລະ ປະຊາຊົນລາວ ເພື່ອນໍາເອົາ ໄຊຊະນະອັນສະຫງ່າງາມມາໃຫ້ ສອງຊາດ. ໃຫ້ຄວາມເອົາໃຈໃສ່, ແບ່ງປັນ ຄວາມສຸກຄວາມທຸກຮ່ວມກັນໃນ ສອງສົງຄາມຕໍ່ຕ້ານ, ພັກ, ລັດຖະ ບານ ແລະ ປະຊາຊົນລາວ ໄດ້ສະ ຫລະພື້ນທີ່ຂອງຕົນເພື່ອຊ່ວຍຫວຽດ ນາມ ສ້າງ “ເສັ້ນທາງໂຮ່ຈີ່ມິງ”, “ຜ່າກາງສາຍພູຫລວງໄປກູ້ຊາດ”. ລັດຖະບານສອງປະເທດໄດ້ ລົງນາມໃນສົນທິສັນຍາຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລາວ-ຫວຽດ ແລະ ສັນຍາວ່າດ້ວຍການຈັດຕັ້ງ ກໍາລັງຮ່ວມ ລາວ - ຫວຽດ, ວາງ ພື້ນຖານທາງດ້ານກົດໝາຍຄັ້ງທໍາ ອິດໃຫ້ແກ່ການຮ່ວມມືຊ່ວຍເຫລືອ ແລະ ພັນທະມິດຕໍ່ສູ້ຕ້ານສັດຕູ ຮ່ວມກັນຂອງສອງຊາດ ຫວຽດລາວ. ລັກສະນະຂອງສາຍພົວພັນ ພິເສດ ຫວຽດນາມ-ລາວ, ລາວຫວຽດນາມ, ໄດ້ຮັບການບົ່ມສອນ, ພັດທະນາດ້ວຍພະລັງແຮງຈູງໃຈ ອັນເລິກເຊິ່ງຂອງທັດສະນະ “ຊ່ວຍ ເພື່ອນແມ່ນຊ່ວຍຕົນເອງ” ທີ່ປະ ທານ ໂຮ່ຈີ່ມິງ ຊີ້ນໍາ. ນີ້ແມ່ນຄໍາ ເວົ້າທີ່ກະທັດຮັດ, ເຕັມໄປດ້ວຍ ຄວາມໝາຍທາງດ້ານການເມືອງ, ມະນຸດສະທໍາ, ເປີດກວ້າງທິດທາງ ໃນການແກ້ໄຂຜົນປະໂຫຍດຂອງ ສອງຊາດຢ່າງກົມກຽວ; ເປັນ ອາວຸດອັນແຫລມຄົມຕໍ່ຕ້ານແນວ ຄິດຊາດນິຍົມທີ່ເຫັນແກ່ຕົວ ແລະ ການໃຫ້ຄວາມຊ່ວຍເຫລືອແບບມີ ເງື່ອນໄຂ. ສາຍພົວພັນພິເສດຫວຽດນາມ- ລາວ ໄດ້ກາຍເປັນມໍລະດົກວັດທະ ນະທໍາອັນສັກສິດຂອງສອງຊາດ, ເປັນບ່ອນລວມຄຸນຄ່າອັນສູງສົ່ງ ແລະ ເລິກເຊິ່ງທີ່ສະຕິປັນຍາ ແລະ ຄວາມຮູ້ສຶກຂອງມະນຸດຊາດເຄີຍ ຊົມເຊີຍ, ຍົກຍ້ອງ, ເໝາະສົມຢ່າງ ຍິ່ງກັບຄໍາເວົ້າຂອງປະທານສຸພານຸ ວົງ ທີ່ວ່າ: “ມິດຕະພາບອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະ ຊາຊົນ ຫວຽດນາມ ແມ່ນຍິ່ງໃຫຍ່ ແທ້ໆ ທີ່ບໍ່ມີເພງໃດ, ບົດເພງໃດ, ບົດ ກະວີໃດທີ່ດີທີ່ສຸດກໍ່ບໍ່ສາມາດພັນລະ ນາໄດ້ຢ່າງຄົບຖ້ວນ. ມິດຕະພາບນັ້ນ ສູງກວ່າພູ, ຍາວກວ່າແມ່ນໍ້າ, ກວ້າງ ກວ່າທະເລ, ງາມກວ່າເດືອນເພັງ, ຫອມຫວານກວ່າດອກໄມ້ໃດໆທີ່ ຫອມທີ່ສຸດ. ມິດຕະພາບອັນສູງສົ່ງ ນັ້ນໄດ້ຮັບການເສີມສ້າງ, ປັບປຸງ ດ້ວຍຄວາມຈິງໃຈຂອງພວກເຮົາ ທຸກຄົນ. ດັ່ງນັ້ນ, ບໍ່ມີຜີຮ້າຍໃດ, ບໍ່ມີ ສັດຕູໃດທີ່ຈະທໍາລາຍໄດ້”. ພາຍໃຕ້ການນໍາພາຂອງສູນ ກາງພັກ ແລະ ປະທານ ໂຮ່ຈີ່ມິງ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ຮັບໄຊຊະນະອັນ ສະຫງ່າງາມໃນສົງຄາມຕໍ່ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກ ຮານ, ດ້ວຍໄຊຊະນະທາງປະຫວັດ ສາດ ດຽນບຽນຟູ “ດັງກ້ອງທົ່ວ ຫ້າທະວີບ, ສັ່ນສະເທືອນທົ່ວໂລກ” ໃນປີ 1954. ພາກເໜືອໄດ້ຮັບການ ປົດປ່ອຍຢ່າງສົມບູນ, ປະຊາຊົນ ຫວຽດນາມ ໄດ້ປະຕິບັດພ້ອມກັນ ສອງໜ້າທີ່ຍຸດທະສາດຂອງການ ປະຕິວັດ ຫວຽດນາມ: ສ້າງສາສັງ ຄົມນິຍົມຢູ່ພາກເໜືອ, ຕໍ່ສູ້ປົດປ່ອຍ ພາກໃຕ້, ທ້ອນໂຮມປະເທດຊາດ. ວັນທີ 5/9/1962, ຫລັງຈາກ ສັນຍາເຊີແນວກ່ຽວກັບລາວ ໄດ້ ລົງນາມ, ຫວຽດນາມ ແລະ ລາວ ໄດ້ຕົກລົງສ້າງຕັ້ງສາຍພົວພັນ ການທູດ, ເປີດບົດບາດໃໝ່ໃນພາ ລະກິດເສີມສ້າງ ແລະ ພັດທະນາ ສາຍພົວພັນລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຫລັງຈາກ ສັນຍາເຊີແນວ, ອາເມລິກາ ຍັງບໍ່ໄດ້ ປະລະແຜນການຮຸກຮານ ຫວຽດ ນາມ ແລະ ລາວ. ສອງປະເທດໄດ້ ກໍານົດຢ່າງຈະແຈ້ງວ່າຕ້ອງສາມັກ ຄີກັນລຸກຂຶ້ນຕໍ່ສູ້ຢ່າງເດັດດ່ຽວ ຂັບໄລ່ຜູ້ຮຸກຮານ. ຕັ້ງແຕ່ທ້າຍປີ 1965, ຫວຽດນາມ ໄດ້ສົ່ງໜ່ວຍ ກຳລັງອາສາສະໝັກ ແລະ ຄະນະ ຜູ້ຊ່ຽວຊານດ້ານການທະຫານ, ການເມືອງ, ເສດຖະກິດ ແລະ ວັດ ທະນະທໍາ ຈໍານວນໜຶ່ງ ໄປປະຕິບັດ ໜ້າທີ່ສາກົນຕາມຄວາມຮຽກຮ້ອງ ຕ້ອງການຂອງການປະຕິວັດລາວ. ໃນຂະນະດຽວກັນ, ຕອບສະໜອງ ຄວາມຕ້ອງການການຊ່ວຍເຫລືອ ໃຫ້ແກ່ສະໜາມຮົບພາກໃຕ້ ຫວຽດ ນາມ, ລາວ ແລະ ກຳປູເຈຍ, ລາວ ໄດ້ສະໜັບສະໜູນ ຫວຽດນາມ ເປີດເສັ້ນທາງຕາເວັນຕົກສາຍພູ ຫລວງ-ໂຄງການອັນຍິ່ງໃຫຍ່, ສັນ ຍະລັກອັນສູງສົ່ງຂອງສາຍພົວພັນ ພິເສດ ຫວຽດ-ລາວ. ວັນທີ 30/4/1975, ພາກໃຕ້ ຫວຽດນາມ ໄດ້ປົດປ່ອຍຢ່າງສົມ ບູນ ແມ່ນເງື່ອນໄຂອັນສະດວກໃຫ້ ແກ່ການປະຕິວັດລາວ ຍາດເອົາໄຊ ຊະນະຢ່າງສົມບູນ, ສ້າງຕັ້ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2/12/1975. ໄຊ ຊະນະອັນຍິ່ງໃຫຍ່ ແລະ ມີຄວາມ ໝາຍປະຫວັດສາດອັນສໍາຄັນນັ້ນ, ແມ່ນເປັນສິ່ງພິສູດອັນແຂງແຮງ ເຖິງມິດຕະພາບສາມັກຄີພິເສດ, ຈົງຮັກພັກດີ, ບໍລິສຸດ ແລະ ຢືນຢັນ ຄໍາເວົ້າຂອງປະທານ ໂຮ່ຈີ່ມິງ ທີ່ ວ່າ: “ການຕໍ່ສູ້ຕ້ານ ຫວຽດນາມ ຈະປະສົບຜົນສໍາເລັດ, ຫລັງຈາກ ນັ້ນການຕໍ່ສູ້ຕ້ານ ຂອງປະຊາຊົນ ຂະເມ ແລະ ລາວ ຈຶ່ງຈະໄດ້ຮັບໄຊ ຊະນະ ແລະ ການຕໍ່ສູ້ຕ້ານ ຄຳແມນ, ລາວ ໄດ້ຮັບໄຊຊະນະ, ຫລັງຈາກ ນັ້ນການຕໍ່ສູ້ຕ້ານ ຫວຽດນາມ ຈຶ່ງ ຈະໄດ້ຮັບໄຊຊະນະຢ່າງສົມບູນ”. ວັນທີ 02/09/1969, ປະທານ ໂຮ່ຈີ່ມິງ ໄດ້ຈາກໄປ, ນີ້ແມ່ນການ ສູນເສຍອັນໃຫຍ່ຫລວງທີ່ສຸດ, ທ່ານ ໄດ້ປະໄວ້ໃຫ້ປະຊາຊົນ ຫວຽດນາມ ພິໄນກຳອັນສັກສິດ. ພິໄນກຳແມ່ນ ຄໍາສັ່ງສອນສຸດທ້າຍທີ່ເຕັມໄປດ້ວຍ ຄວາມມຸ່ງໝັ້ນ, ສະແດງອອກເຖິງ ຄວາມຮັກອັນເລິກເຊິ່ງຂອງທ່ານຕໍ່ ປະເທດຊາດ, ຕໍ່ປະຊາຊົນ; ສະແດງ ອອກເຖິງຄວາມເຊື່ອໝັ້ນໃນໄຊ ຊະນະອັນແນ່ນອນໃນພາລະກິດ ຕໍ່ຕ້ານອາເມລິກາ. ພິໃນກຳແມ່ນເອ ກະສານປະຫວັດສາດອັນລໍ້າຄ່າ, ເຊິ່ງລວມເອົາຄວາມດີເດັ່ນຂອງ ແນວຄິດ, ຄຸນສົມບັດ ແລະ ຈິດວິນ ຍານອັນສູງສົ່ງຂອງທ່ານທີ່ໄດ້ຕໍ່ສູ້ ເສຍສະລະຕະຫລອດຊີວິດເພື່ອ ປະເທດຊາດ ແລະ ມວນມະນຸດ. ປະຊາຊົນ ແລະ ນັກຮົບທົ່ວປະເທດ ຫວຽດນາມ ຄິດຮອດທ່ານຢ່າງ ສຸດຊຶ້ງ. ການຈາກໄປຂອງທ່ານ ໄດ້ປະໄວ້ຄວາມຮັກອັນນັບບໍ່ຖ້ວນ ໃຫ້ແກ່ທົ່ວພັກ, ທົ່ວປວງຊົນ ຫວຽດ ນາມ ແລະ ຄວາມສາມັກຄີຮັກແພງ ກັບປະຊາຊົນກ້າວໜ້າໃນໂລກ. * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ຫັດຖະກໍາຕໍ່າແຜ່ນຊໍາເໜືອ ແມ່ນ ໜຶ່ງຕະພັນລາວ ທີ່ໄດ້ຮັບຄວາມ ນິຍົມສູງ ດ້ວຍສິລະປະລວດລາຍ ທີ່ໂດດເດັ່ນ, ຄວາມພາກພຽນ, ອົດ ທົນ, ຄວາມປານີດໃນການທັກທໍ ເຮັດໃຫ້ຜະລິດຕະພັນດັ່ງກ່າວຍິ່ງ ມີຄຸນຄ່າ ແລະ ລາຄາສູງຫລາຍໃນ ປັດຈຸບັນ ຈົນກາຍເປັນທ່າແຮງ ເຮັດ ໃຫ້ອາຊີບຂາຍເຄື່ອງໄໝຊໍາເໜືອ ຂະຫຍາຍຕົວຢ່າງກວ້າງຂວາງ ບໍ່ ວ່າພາຍໃນ ແລະ ຕ່າງແຂວງປະ ຊາຊົນກໍຫັນມາເຮັດອາຊີບນີ້ຫລາຍ ຂຶ້ນ ເນື່ອງຈາກວ່າຄວາມຕ້ອງການ ຂອງສັງຄົມທີ່ນັບມື້ນັບເພີ່ມຂຶ້ນ ຈົນ ເຮັດໃຫ້ອາຊີບນີ້ ສ້າງລາຍຮັບ ໃຫ້ປະຊາຊົນໄດ້ຫລາຍລ້ານກີບຕໍ່ ເດືອນ ເໝືອນ ທ່ານ ນາງ ລິນແສງ ກົງປາລີ ປະຊາຊົນ ບ້ານນາທົ່ງ ຈອງ ເມືອງຊໍາເໜືອ ແຂວງຫົວພັນ. ທ່ານ ນາງ ລິນແສງ ກົງປາລີ ປະຊາຊົນ ບ້ານນາທົ່ງຈອງ ເມືອງ ຊໍາເໜືອ ແຂວງຫົວພັນ ເປັນຄອບ ຄົວໜຶ່ງທີ່ເປັນແບບຢ່າງ ຂອງຄວາມ ສໍາເລັດໃນການພັດທະນາຫັດຖະ ກໍາຕໍ່າຫູກທໍ່ໄໝໃຫ້ສໍາພາດວ່າ: ພາຍໃນຄອບຄົວ ມີສະມາຊິກທັງ ໝົດ 4 ຄົນ, ພາຍຫລັງສ້າງຄອບຄົວ ແລ້ວກໍ່ໄດ້ເລີ່ມຕົ້ນຈາກການເປັນ ແມ່ຄ້າຂາຍເຄື່ອງເລັກໆນ້ອຍໆຢູ່ ທີ່ຕະຫລາດເທສະບານເມືອງຊໍາ ເໜືອ, ສ່ວນຄອບຄົວແມ່ນເປັນພະ ນັກງານສັງກັດລັດ ອາໄສແຕ່ເງິນ ເດືອນ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ, ມາ ຮອດປີ 2002-2012 ຈຶ່ງໄດ້ເປີດ ຮ້ານບໍລິການເສີມຄວາມງາມ ແລະ ຂາຍເຄື່ອງນຸ່ງຫົ່ມ, ຂາຍເກີບ, ກະ ເປົາ ຢູ່ຕະຫລາດເມືອງຊໍາເໜືອ ແຕ່ ກໍ່ຍັງບໍ່ທັນມີລາຍຮັບທີ່ໝັ້ນຄົງ. ມາຮອດປີ 2019-2020 ດ້ວຍ ຄວາມຮັກມັກອາຊີບນີີ້ທີ່ເຄີຍເຮັດ ມາແຕ່ນ້ອຍ ຈຶ່ງໄດ້ມີແນວຄວາມ ຄິດລິເລີ່ມໃນການລົງທຶນໃສ່ຫັດຖະ ກໍາຕໍ່າຫູກທໍ່ໄໝ ໂດຍນໍາເອົາເງິນ ທີ່ໄດ້ເກັບອອມການບໍລິການ ແລະ ຂາຍເຄື່ອງໃນໄລຍະທີ່ຜ່ານມາ ຈໍາ ນວນ 60.000.000 ກີບ ເພື່ອຊື້ ພື່ມ,ໄໝມ້ອນ ແລະ ອຸປະກອນການ ຕໍ່າຫູກທໍ່ໄໝ, ເບື້ອງຕົ້ນໄດ້ລົງທຶນ ທົດລອງຈໍານວນ 15 ກີ້ ເພື່ອຕໍ່າສິ້ນ ແລະ ຕໍ່າຜ້າບ່ຽງ, ໂດຍປ່ອຍໃຫ້ ເອື້ອຍນ້ອງແມ່ຍິງ ບ້ານງີ້ວ ເມືອງ ຊໍາເໜືອ ເປັນຜູ້ຕໍ່າໃຫ້ ແລະ ເຫັນວ່າ ສິ້ນ, ຜ້າບ່ຽງທີ່ຕໍ່າມາຂາຍມີການ ຕອບຮັບຈາກຕະຫລາດດີສົມຄວນ ເນື່ອງຈາກຄຸນນະພາບຂອງຜະລິດ ຕະພັນມີຄວາມໂດດເດັ່ນ, ມີລວດ ລາຍທີ່ເປັນເອກະລັກ, ສີສັນສວຍ ງາມ ແລະ ການຕໍ່າທີ່ແໜ້ນໜາດີ ເຊິ່ງໄດ້ສ້າງຄວາມໝັ້ນໃຈ ໃນການ ຂະຫຍາຍກິດຈະການອອກຕື່ມ ໂດຍ ໄດ້ລົງທຶນຂະຫຍາຍກີ່ອອກໃຫ້ ເອື້ອຍນ້ອງແມ່ຍິງບ້ານອ້ອມຂ້າງ ເທສະບານເມືອງຊໍາເໜືອ ແລະ ໄດ້ ຂະຫຍາຍອອກໄປບັນດາເມືອງ ຄື: ເມືອງຫົວເມືອງ, ຮ້ຽມ, ສົບເບົາ, ວຽງໄຊ ແລະ ເມືອງກວັນ ເຊິ່ງໃນ ປັດຈຸບັນນີ້ມີກີ່ທັງໝົດ284ກີ່, ໃນນີ້ ກີ່ຕໍ່າຜ້າບ່ຽງ 38 ກີ່, ໃນແຕ່ລະ ເດືອນສາມາດຕໍ່າສິ້ນໄດ້ 200-250 ຜືນ ຂາຍໃນລາຄາ 3.000.00015.000.000 ກີບຕໍ່ຜືນ (ຕໍ່ຊຸດ) ແລະຜ້າບ່ຽງ60ຜືນຕໍ່ເດືອນຂາຍໃນ ລາຄາ 2.800.000- 6.500.000 ກີບ ຕໍ່ຜືນ ໂດຍຂຶ້ນກັບລວດລາຍ ແລະ ແບບຕ່າງໆ, ສ່ວນການຂາຍ ແລະຈໍາໜ່າຍແມ່ນຂາຍຢູ່ກັບເຮືອນ, ພ້ອມທັງນໍາໃຊ້ເຕັກໂນໂລຊີການ ສື່ສານເພື່ອເຂົ້າເຖິງຕະຫລາດໃຫ້ ກວ້າງຂວາງ ໂດຍຜ່ານເຟສບຸກ ແລະ ວອັດແອັບ ສາມາດສັ່ງຊື້ໄດ້ ສະດວກສະບາຍ ຈົນມີລູກຄ້າທັງ ພາຍໃນ ແລະ ຕ່າງປະເທດ, ຜ່ານ ການລົງທຶນໃສ່ຫັດຖະກໍາຕໍ່າຫູກ ທໍ່ໄໝແຕ່ປີ 2020 ຈົນມາເຖິງ ປັດຈຸບັນ, ສາມາດສ້າງລາຍຮັບ ທັງໝົດ 10 ຕື້ 800 ລ້ານກວ່າກີບ. ຜົນສໍາເລັດດັ່ງກ່າວໄດ້ປ່ຽນແປງ ຊີວິດການເປັນຢູ່ຂອງຄອບຄົວ ຢ່າງຫລວງຫລາຍ ເປັນຕົ້ນ ແມ່ນ ສາມາດຕັ້ງເຮືອນຖາວອນ 1 ຫລັງ, ຊື້ດິນໄດ້ 4 ຕອນ, ມີລົດໃຫຍ່, ລົດ ຈັກ , ເຄື່ອງໃຊ້ຊອຍພາຍໃນຄອບ ຄົວ ແລະ ມີເງິນສ່ວນແຮໄວ້. ທ່ານຍັງໄດ້ເວົ້າຕື່ມວ່າ: ເຖິງ ແມ່ນວ່າຈະປະສົບຄວາມສໍາເລັດ ໃນລະດັບໜຶ່ງແລ້ວ, ແຕ່ກໍ່ຍັງຜະ ເຊີນກັບສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະການນໍາເຂົ້າວັດຖຸດິບ ປະເພດໄໝມ້ອນສ່ວນຫລາຍແມ່ນ ນໍາເຂົ້າຈາກປະເທດເພື່ອນບ້ານ, ການຊອກຫາຕະຫລາດສົ່ງອອກ ກໍ່ຍັງມີຄວາມຫຍຸ້ງຍາກຫລາຍ. ສະນັ້ນ, ໃນຕໍ່ໜ້າໄດ້ມີແຜນການ ປູກມອນລ້ຽງມ້ອນເພີ່ມເຕີມ,ເພື່ອ ຜະລິດໄໝມ້ອນໃຫ້ພຽງພໍ ຕອບສະ ໜອງຕາມຄວາມຕ້ອງການ ແລະ ຈະໄດ້ຂະຫຍາຍກີ່ຕໍ່າຫູກອອກຕື່ມ, ພ້ອມທັງປະດິດຄິດຄົ້ນລວດລາຍ ໃໝ່ໆອອກເລື້ອຍໆ ເພື່ອຕອບສະ ໜອງຄວາມຕ້ອງການຂອງລູກຄ້າ, ອີກຢ່າງໜຶ່ງກໍ່ເປັນການອະນຸລັກ ແລະ ສົ່ງເສີມສີໄມ້ລາຍມືອັນປານີດ ຂອງເອື້ອຍນ້ອງແມ່ຍິງລາວ ໂດຍ ສະເພາະແມ່ຍິງແຂວງຫົວພັນ. ພ້ອມນີ້ຍັງໄດ້ຮຽກຮ້ອງໃຫ້ເອື້ອຍ ນ້ອງແມ່ຍິງທີ່ຍັງບໍ່ທັນມີລາຍ ຮັບທີ່ໝັ້ນຄົງ ແລະ ສົນໃຈຢາກ ຮຽນຮູ້ການຕໍ່າຫູກທໍ່ໄໝ ສາມາດ ໄປປຶກສາຫາລື ແລະ ແລກປ່ຽນ ປະສົບການນໍາໄດ້. ເພາະຫັດຖະກໍາ ຕໍ່າຫູກທໍ່ໄໝໄດ້ເປັນທາງເລືອກ ໜຶ່ງທີ່ສາມາດນໍາໄປສູ່ການສ້າງ ລາຍຮັບທີ່ໝັ້ນຄົງ ແລະ ຫັດຖະກໍາ ຕໍ່າຫູກທໍ່ໄໝບໍ່ພຽງແຕ່ເປັນແຫລ່ງ ສ້າງລາຍຮັບເທົ່ານັ້ນ, ແຕ່ຍັງເປັນ ການຮັກສາເອກະລັກວັດທະນະ ທໍາ, ສ້າງໂອກາດການເຮັດວຽກ ໃຫ້ແກ່ແມ່ຍິງໃນຊົນນະບົດ, ແລະ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດທ້ອງຖິ່ນຢ່າງຍືນ ຍົງ, ຊ່ວຍສ້າງເສດຖະກິດຄອບຄົວ ໃຫ້ມີຄວາມເຂັ້ມແຂງອີກດ້ວຍ. ຍ້ອນເອື້ອຍນ້ອງແມ່ຍິງທີ່ມີ ສີໄມ້ລາຍມືອັນປານີດໃນການ ປະດິດ,ຈົກລວດລາຍດອກດວງອັນ ງົດງາມລົງໃນຜືນຜ້າໄໝມ້ອນ,ໃນ ປັດຈຸບັນນີ້ຫັດຖະກໍາຕໍ່າຫູກທໍ່ໄໝ ສາມາດຜະລິດເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນີ້ແຂວງຫົວພັນ ຍັງໄດ້ ນໍາເອົາຜະລິດຕະພັນຜ້າໄໝມ້ອນ ສົ່ງເຂົ້າປະກວດໃນງານຕ່າງໆທັງ ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ ໄດ້ຮັບຫລາກຫລາຍລາງວັນ ຊຶ່ງ ໄດ້ກາຍເປັນສິ່ງທີ່ເອກອ້າງທົງນົງ ໃຈ ແລະ ຄວາມພາກພູມໃຈໃຫ້ກັບ ປະຊາຊົນແຂວງຫົວພັນ ຊຶ່ງສາ ມາດເວົ້າໄດ້ວ່າແຂວງຫົວພັນ ເປັນ ຖິ່ນກໍາເນີດຫັດຖະກໍາໄໝມ້ອນ ໄດ້ ກາຍເປັນອາຊີບຫລັກຂອງເອື້ອຍ ນ້ອງແມ່ຍິງໃນຫລາຍໆຄອບຄົວ ດັ່ງຄໍາເວົ້າທີ່ວ່າ: ຊາວຫົວພັນ ມີມູນ ເຊື້ອຮັກຫໍ່ສາມັກຄີ ທັງສີມືລືນາມ ຫັດຖະກໍາໄໝມ້ອນ ທັງອາພອນ 9 ເຜົ່າເຊື່ອ ເຈົ້າຊ່າງປານີດຖັກ ມັດໝີ່ ສາວໄໝມ້ອນ ມາເກາະຊ້ອນເປັນ ຮູບລິງລາຍງາມເດ.

RkJQdWJsaXNoZXIy MTc3MTYxMQ==