lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 02/06/2025 xtgmf]k; ຮອງປະທານປະເທດ... ຄະນະຜູ້ແທນລາວ...ູ້ ຫລາຍພາກສ່ວນຈັດພິທີ...່ັິີ ຂປລ. ວັນທີ 29 ພຶດສະພາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ລົງຕິດຕາມ ເບິ່ງໂຄງການບູລະນະໂຮງແຮມຈຳ ປາສັກພາເລດ (ຄະລືຫາດເກົ່າເຈົ້າ ບຸນອູ້ມ ຫລື ສາລາພັນຫ້ອງ) ທີ່ຕັ້ງ ຢູ່ນະຄອນປາກເຊ ແຂວງຈຳປາສັກ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ບັນດາການ ນໍາຂອງແຂວງ, ພະແນກການອ້ອມ ຂ້າງແຂວງ, ເຈົ້ານະຄອນປາກ ເຊ ແລະ ພະນັກງານຂະແໜງການ ກ່ຽວຂ້ອງເຂົ້າຮ່ວມຕິດຕາມ ເຊິ່ງ ໂຮງແຮມດັ່ງກ່າວ ໄດ້ດຳເນີນການ ບູລະນະສ້ອມແປງໃໝ່ ແລະ ກຽມ ເປີດບໍລິການຄືນໃໝ່ພາຍຫລັງຢຸດ ການບໍລິການມາແຕ່ ປີ 2019. ໂອກາດນີ້, ທ່ານ ຄໍາຕັນ ເຊັນສຸດ ໃຈ ຕາງໜ້າຜູ້ລົງທຶນຂອງໂຮງແຮມ ຈຳປາພາເລດ ໄດ້ລາຍງານຄວາມ ຄືບໜ້າຂອງໂຄງການໂດຍຫຍໍ້ ວ່າ: ໂຄງການປັບປຸງໂຮງແຮມຈຳ ປາສັກພາເລດ ໄດ້ທໍາການບູລະນະ ສ້ອມແປງຄືນໃໝ່ທັງໝົດໃນວັນທີ ຮ່ວມມືຢ່າງໃກ້ຊິດກັບອົງການອະ ນາໄມໂລກ ໃນຂົງເຂດວຽກງານ ສຸຂະພາບແມ່ ແລະ ເດັກ, ການໃຫ້ ວັກຊິນກັນພະຍາດ, ການຄວບຄຸມ ພະຍາດຕິດຕໍ່, ການຍົກສູງຂີດຄວາມ ສາມາດຂອງພະນັກງານແພດໝໍ ແລະ ຄຸນນະພາບການບໍລິການສາ ທາລະນະສຸກ, ວຽກງານສົ່ງເສີມ ສຸຂະພາບ ແລະ ຂົງເຂດອື່ນໆ ເຊິ່ງໄດ້ ເຮັດໃຫ້ປະຊາຊົນລາວ ມີສຸຂະພາບດີ ຂຶ້ນ ແລະ ຍັງໄດ້ຊ່ວຍສ້າງຜົນງານ ອັນພົ້ນເດັ່ນຫລາຍຢ່າງເຊັ່ນ: ການ ປະກາດລົບລ້າງພະຍາດໂປລິໂອ ໃນປີ 2000, ລົບລ້າງພະຍາດຕາ ສານ ໃນປີ 2017 ແລະ ລົບລ້າງ ພະຍາດຂາຊ້າງຢ່າງເປັນທາງການ ໃນປີ 2023, ອັດຕາການເສຍຊີວິດ ຂອງແມ່ລະຫວ່າງການຖືພາ ແລະ ການເກີດລູກໄດ້ຫລຸດລົງຫລາຍກວ່າ 80%ແຕ່ປີ2000ຫາປີ2023 ເຊິ່ງ ເປັນໜຶ່ງໃນອັດຕາທີ່ຫລຸດລົງໄວທີ່ສຸດ ໃນໂລກ. ພ້ອມກັນນັ້ນ, ທ່ານຍັງໄດ້ ເວົ້າເຖິງເປົ້າໝາຍ ແລະ ທິດທາງ ໃນຕໍ່ໜ້າ ກໍຄື ຄວາມສຳຄັນຂອງ 1 ມິຖຸນາ 2025 ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳ ພັກ, ລັດ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ພົນຈັດ ຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມ ໃຫຍ່ພະລາທິການກອງທັບໄດ້ກ່າວ ວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄຸນປະໂຫຍດຢ່າງຫລວງຫລາຍ ຂອງປ່າໄມ້ທີ່ຕິດພັນກັບຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພັກ ແລະ ລັດຖະບານລາວ ໄດ້ ກຳນົດເອົາວັນທີ 1 ມິຖຸນາຂອງ ທຸກໆປີ ເຊິ່ງກົງກັບວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກໆປີພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວ ປະເທດ ໄດ້ພາກັນຈັດກິດຈະກຳ ຢ່າງເປັນຂະບວນຟົດຟື້ນເພື່ອປູກ ໄມ້ໃຫ້ເປັນປ່າແນໃສ່ເຮັດໃຫ້ເນື້ອທີ່ ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ໃນປີ 2025 ຕາມທິດທາງ ແລະ ຄ າ ດໝາ ຍຂອງລັດຖ ະ ບ າ ນ . ຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານເຫັນໄດ້ຄວາມສຳຄັນ ຂອງວຽກງານຄຸ້ມຄອງປົກປັກ ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ແມ່ນການປົກປັກຮັກສາປ່າໄມ້ ເຊິ່ງສະແດງອອກໃນການກໍານົດ ເອົາຫລາຍເຂດໃນທົ່ວປະເທດເປັນ ປ່າປ້ອງກັນ ແລະ ປ່າສະຫງວນ ແຫ່ງຊາດ; ອອກກົດໝາຍ, ລະບຽບ ການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ການຈັດຕັ້ງ ປະຕິບັດຕົວຈິງເຊັ່ນ: ກົດໝາຍວ່າ ດ້ວຍປ່າໄມ້, ກົດໝາຍວ່າດ້ວຍ ສິ່ງແວດລ້ອມ, ກົດໝາຍວ່າດ້ວຍ ນໍ້າ-ຊັບພະຍາກອນນໍ້າ. ພ້ອມນີ້, ຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນ ສັງຄົມ ຈົ່ງພ້ອມກັນເປັນເຈົ້າການ ໃນການໂຄສະນາປູກຈິດສຳນຶກໃຫ້ ແກ່ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ ເຂົ້າມາມີສ່ວນຮ່ວມໃນການປົກປັກ ຮັກສາຊັບພະຍາກອນທຳມະຊາດໃຫ້ ມີຄວາມອຸດົມສົມບູນ ເປັນຕົ້ນແມ່ນ ພູຜາປ່າໄມ້ໃຫ້ຄົງຢູ່ຄູ່ກັບ ສປປ ລາວ ກໍຄື ປະຊາຊົນລາວ ແລະ ລູກຫລານ ລາວຕະຫລອດໄປ. ໃນມື້ດຽວກັນ, ກະຊວງສຶກສາທິ ການ ແລະ ກິລາ (ສສກ) ໄດ້ຈັດພິທີ ປູກຕົ້ນໄມ້ຂຶ້ນທີ່ວິທະຍາໄລເຕັກນິກ ວິຊາຊີບທາງລົດໄຟ ລາວ-ຈີນ ເພື່ອ ສະເຫລີມສະຫລອງ 2 ວັນດັ່ງກ່າວ ໃຫ້ມີຄວາມໝາຍ, ມີເນື້ອໃນ ແລະ ໃຫ້ເປັນຂະບວນການຟົດຟື້ນທັງເປັນ ການໂຄສະນາປູກຈິດສຳນຶກໃຫ້ພະ ນັກງານ, ຄູ-ອາຈານ, ນັກຮຽນ-ນັກ ສຶກສາ, ທົ່ວສັງຄົມໄດ້ລະນຶກເຖິງ ຄວາມສໍາຄັນຂອງເດັກໃນການສ້າງ ພື້ນທີ່ສີຂຽວ ໃນສະຖານການສຶກສາ ໃຫ້ມີສະພາບແວດລ້ອມທີ່ດີແລະ ທັງ ເປັນການປະກອບສ່ວນຫລຸດຜ່ອນ ພາວະໂລກຮ້ອນ. ເຂົ້າຮ່ວມໃນພິທີມີ ທ່ານ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີທ່ານ ພຸດ ສິມມາລາວົງ ກໍາມະການສູນກາງ ພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ສສກ ພ້ອມດ້ວຍຜູ້ບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ, ລັດ ວິສາຫະກິດລົດໄຟແຫ່ງຊາດລາວ, ກຸ່ມບໍລິສັດກໍ່ສ້າງ ແລະ ຖືຮຸ້ນແຂວງ ຢຸນນານ, ຄະນະນໍາກະຊວງ ສສກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ພຸດ ສິມມາລາ ວົງ ໄດ້ກ່າວວ່າ: ວິທະຍາໄລແຫ່ງ ນີ້, ເປັນວິທະຍາໄລທີ່ສ້າງຕັ້ງຂຶ້ນໃໝ່ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສປ ຈີນ ທັງພື້ນຖານ ໂຄງລ່າງ, ຫລັກສູດ ແລະ ການກໍ່ ສ້າງຄູ-ອາຈານ ຊຶ່ງຢູ່ພາຍໃຕ້ການ ຄຸ້ມຄອງຂອງກະຊວງ ສສກ, ຈັດຕັ້ງ ການຮຽນ-ການສອນໃນ 6 ສາຂາ ຄື: ເຕັກນິກຫົວລົດໄຟ, ເຕັກນິກຕູ້ ລົດໄຟ, ສັນຍານທາງລົດໄຟ, ວິສະ ວະກໍາທາງລົດໄຟ, ຄຸ້ມຄອງຂົນສົ່ງ ທາງລົດໄຟ ແລະ ສະໜອງໄຟຟ້າ ທາງລົດໄຟ ຊຶ່ງໄດ້ເລີ່ມຈັດການ ຮຽນ-ການສອນ ມາແຕ່ວັນທີ 23 ຕຸລາ 2023, ສອນຫລັກສູດຊັ້ນສູງ ລະບົບ (12+3) ໂດຍຮັບເອົາ ນັກຮຽນທີ່ຈົບມັດທະຍົມສຶກສາ ຕອນປາຍ, ປັດຈຸບັນມີນັກຮຽນ-ນັກ ສຶກສາທັງໝົດ 655 ຄົນ, ຍິງ 253 ຄົນ. ການປູກຕົ້ນໄມ້ໃນມື້ນີ້, ຈະ ປະກອບສ່ວນຕໍ່ການຫັນສະຖານ ອາຊີວະສຶກສາຕາມທິດສີຂຽວ ກໍຄື ສ້າງໃຫ້ສະຖານການສຶກສາ ໃນຂອບເຂດທົ່ວປະເທດກາຍເປັນ ພື້ນທີ່ສີຂຽວມີສະພາບແວດລ້ອມທີ່ ດີຄຽງຄູ່ກັບການໃຫ້ບໍລິການບັນດາ ທັກສະສີຂຽວ ແລະ ເປັນມິດກັບ ສິ່ງແວດລ້ອມ ເພື່ອດຶງດູດນັກຮຽນນັກສຶກສາໃຫ້ເຂົ້າເຖິງສະຖານການ ສຶກສາໃຫ້ຫລາຍຂຶ້ນ. ສ່ວນຢູ່ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ຈັດພິທີປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2025 ທີ່ ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາ ສະເພາະຫ້ອງການກົມໃຫຍ່ການ ເມືອງກະຊວງ ປກສ (ສະໜາມ ມ້າ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານ ປະທດ, ມີທ່ານ ພົທ ຄຳກິ່ງ ຜຸຍຫລ້າ ມະນີວົງ ຮອງລັດຖະມົນຕີ, ຫົວໜ້າ ກົມໃຫຍ່ຕຳຫລວດ, ທ່ານ ພົຕ ສົມ ວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະປະຈຳ ພັກ-ຄະນະພັກກະຊວງ, ກົມໃຫຍ່, ຫ້ອງວ່າການ, ກອງບັນຊາການ, ວິທະຍາຄານ, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານຫລັກແຫລ່ງ ກະຊວງ ປກສ ເຂົ້າຮ່ວມ. ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີ ວົງ ໄດ້ກ່າວວ່າ: ການສ້າງຂະບວນ ການປູກຕົ້ນໄມ້ໃນມື້ນີ້, ກໍເພື່ອເປັນ ການປົກປັກຮັກສາຊັບພະຍາກອນ ປ່າໄມ້ ໃຫ້ມີຄວາມຍືນຍົງ ແລະ ອຸດົມ ສົມບູນ, ຂຽວງາມ ສາມາດນໍາໃຊ້ ໄດ້ຍາວນານ, ທັງເປັນການເພີ່ມ ເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ກວມ ຫລາຍກວ່າ 70% ຕາມຄາດໝາຍ ທີ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ກຳນົດໄວ້ໃຫ້ປະ ກົດຜົນເປັນຈິງ ໂດຍສະເພາະແມ່ນ ເພີ່ມເນື້ອທີ່ປົກຫຸ້ມສີຂຽວກວມອັດ ຕາໃຫ້ສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫລຸດຜ່ອນຜົນກະທົບຈາກໄພພິບັດ ທຳມະຊາດ. ພ້ອມດຽວກັນ, ຫ້ອງວ່າການ ສູນກາງພັກ (ຫສພ) ໄດ້ຈັດ ຂະບວນການປູກຕົ້ນໄມ້ ໂດຍມີທ່ານ ວັນໄຊ ແພງຊຸມມາ ກໍາມະການ ສູນກາງພັກ, ປະທານກວດກາພັກ, ຮອງຫົວໜ້າຫ້ອງວ່າການສູນກາງ ພັກ, ມີພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນພາຍໃນ ຫສພ ພ້ອມດ້ວຍລູກຫລານຂອງ ພະນັກງານ ຫສພ ເຂົ້າຮ່ວມ. ໃນພິທີ, ທ່ານ ວັນໄຊ ແພງຊຸມ ມາ ໄດ້ມີຄໍາເຫັນ ແລະ ຄໍາອວຍໄຊ ອັນປະເສີດມາຍັງລູກຫລານຂອງ ພະນັກງານ ຫສພ ທຸກໆຄົນຈົ່ງມີ ສຸຂະພາບແຂງແຮງ, ມີຄວາມສຸກ, ຄວາມຈະເລີນ, ເປັນຄົນຮູ້ຜູ້ດີຂອງ ສັງຄົມ, ເປັນຄົນດີຂອງພໍ່, ແມ່, ຄອບຄົວ. ພ້ອມນີ້, ຍັງໄດ້ອວຍໄຊ ໃຫ້ພອນມາຍັງ ພໍ່, ແມ່, ຜູ້ປົກຄອງ ເດັກຈົ່ງມີສຸຂະພາບແຂງແຮງ-ເຂັ້ມ ແຂງ, ຂໍໃຫ້ສືບຕໍ່, ດູແລ-ເບິ່ງແຍງ ແລະ ສົ່ງເສີມລູກຫລານຂອງຕົນ ໃຫ້ໄດ້ຮັບການສຶກສາ, ຮໍ່າຮຽນ ເລື້ອຍໆ. ສໍາລັບຕົ້ນໄມ້ທີ່ນໍາມາປູກ ຄັ້ງນີ້, ມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ ໃຫ້ໝາກຈໍານວນໜຶ່ງ. ສຳລັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບກຸ່ມບໍລິສັດດາວ ເຮືອງຈັດກິດຈະກຳປູກຕົ້ນໄມ້ໂດຍມີ ທ່ານ ວັນສີກົວມົວ, ທ່ານ ໂພສີແກ້ວ ມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະພັກ ຄະນະນຳກະຊວງ, 3ອົງການຈັດຕັ້ງ ມະຫາຊົນກະຊວງ, ຄະນະກົມ ແລະ ພະນັກງານພາຍໃນກະຊວງ ຖວທ ເຂົ້າຮ່ວມ. ເຊິ່ງຕົ້ນໄມ້ທີ່ນຳມາປູກ ມີຕົ້ນໄມ້ປະດັບ (ຕົ້ນຈຳປາ) ແລະ ຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) ເພື່ອ ເພີ່ມພື້ນທີ່ສີຂຽວ ແລະ ໃຫ້ມີຄວາມ ຮົ່ມເຢັນໃຫ້ໂລກ ກໍຄື ປະເທດລາວ ເນື່ອງຈາກຕົ້ນໄມ້ມີຄວາມສຳຄັນ ຫລາຍຕໍ່ສິ່ງທີ່ມີຊີວິດໃນໂລກ ເປັນຕົ້ນ ສັດສາວາສິ່ງລວມເຖິງມະນຸດເຮົາ, ຕົ້ນໄມ້ແມ່ນສິ່ງແວດລ້ອມໜຶ່ງ, ເປັນ ກົນໄກໜຶ່ງທີ່ເຮັດໃຫ້ໂລກມີອາກາດ ສົດຊື່ນ ແລະ ມີຄວາມສວຍງາມຮົ່ມ ເຢັນ. ສະນັ້ນ, ຮຽກຮ້ອງມາຍັງທຸກ ພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມກັນ ປູກຕົ້ນໄມ້ໃຫ້ຫລາຍ ເພື່ອເຮັດໃຫ້ ປະເທດຊາດ ມີຄວາມສວຍສົດງົດ ງາມ ແລະ ມີພື້ນທີ່ສີຂຽວເພີ່ມຂຶ້ນ, ສິ່ງສຳຄັນຫລັງຈາກປູກແລ້ວຕ້ອງ ມີການປົກປັກ ແລະ ບົວລະບັດຮັກສາ ເຮັດໃຫ້ຕົ້ນໄມ້ທີ່ປູກເຕີບໂຕຫລາຍ ທີ່ສຸດ ແລະ ໃຫ້ຕາຍໜ້ອຍທີ່ສຸດ. ອົງການປົກຄອງເມືອງນາຊາຍ ທອງ ຮ່ວມກັບວັດພະບາດດານສູງ ຈັດກິດຈະກໍາປູກຕົ້ນໄມ້ຢູ່ວັດພະບາດ ດານສູງບ້ານນາຍາງ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ ໂດຍ ມີທ່ານ ສຸລິວັນ ພົມມະຫາໄຊ ເຈົ້າ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ, ພະອາຈານ ສີທົນ ໄຊຍະ ວົງສອນ ຫົວໜ້າກຳມາທິການເຜີຍ ແຜ່ສິລະທໍາ ແລະ ປະຕິບັດກໍາມະ ຖານສູນກາງ ອພສ, ເຈົ້າອາທິການ ວັດປ່ານາຄູນນ້ອຍ, ມີພໍ່ແມ່ປະຊາຊົນ ກຸ່ມນໍ້າກ້ຽງ, ນ້ອງນ້ອຍນັກຮຽນ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ດານິນ ດາວັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ໃຫ້ຮູ້ ວ່າ: ການສ້າງເມືອງນາຊາຍທອງ ໃຫ້ເປັນເມືອງໜ້າຢູ່ຕາມນະໂຍບາຍ 6ສ ໂດຍສະເພາະສຸມໃສ່ສສະຫງົບ, ສ ສະອາດ, ສ ສີຂຽວມີສະພາບ ແວດລ້ອມທີ່ດີ, ການພັດທະນາ ເສດຖະກິດ-ສັງຄົມ ທີ່ມີຄວາມເຕີບ ໃຫຍ່ຂະຫຍາຍຕົວດ່ານພື້ນຖານ ໂຄງລ່າງ, ເຄຫາສະຖານ, ລະບົບ ສາທາລະນະປະໂຫຍດໄດ້ຮັບການ ຍົກລະດັບສູ່ຄຸນນະພາບໃໝ່ ແລະ ຂະຫຍາຍເນື້ອທີ່ປົກຫຸ້ມສີຂຽວໃຫ້ ໄດ້ 75% ຕິດພັນກັບການພັດທະນາ ແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນາທຳ. ດັ່ງນັ້ນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ອົງການປົກຄອງ ເມືອງນາຊາຍທອງ, ຫ້ອງການ ແນວລາວສ້າງຊາດ, ກຸ່ມນໍ້າກ້ຽງ, ການຈັດຕັ້ງບ້ານນາຍາງ ແລະ ເຈົ້າ ອະທິການວັດດານສູງ ໄດ້ພ້ອມກັນ ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກ ຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ ເພື່ອເປັນການປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ ແລະ ອານຸຊົນ ຮຸ່ນຫລັງໃຫ້ຮູ້ຄຸນປະໂຫຍດຂອງ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ເປັນການປຸກລະດົມທົ່ວປວງຊົນ, ຫົວໜ່ວຍທຸລະກິດ, ທຸກອົງການ ຈັດຕັ້ງເຂົ້າຮ່ວມວຽກງານປ່າໄມ້ນັບ ແຕ່ການກ້າເບ້ຍໄມ້ການກະກຽມເນື້ອ ທີ່ການປູກໄມ້ໄປຈົນເຖິງການປົກປັກ ຮັກສາ ແລະ ພັດທະນາປ່າໄມ້ແນໃສ່ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດຍຸດທະສາດປ່າໄມ້ຮອດປີ 2030 ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ ໄດ້ 75% ໃນທົ່ວນະຄອນຫລວງ ວຽງຈັນ. ການປູກຕົ້ນໄມ້ຄັ້ງນີ້, ແມ່ນ ປູກແບບປະສົມປະສານລະຫວ່າງ ໄມ້ອຸດສາຫະກຳ ແລະ ໄມ້ປະດັບ ໃນເນື້ອທີ່ 4 ເຮັກຕາ ເຊິ່ງເບ້ຍໄມ້ທີ່ ນຳມາປູກມີທັງໝົດ 1.500 ເບ້ຍ ປະກອບມີ: ໄມ້ຂະຍຸງ, ໄມ້ດູ່, ໄມ້ຄູນ, ກາງກະເລົາ ແລະ ໄມ້ສະຝາງ. 6 ທັນວາ 2023 ເພື່ອຍົກລະດັບ ໃຫ້ເປັນໂຮງແຮມ 4 ດາວ, ພ້ອມ ທັງໄດ້ປ່ຽນຜູ້ອໍານວຍການຄົນ ໃໝ່ ໂດຍແມ່ນທ່ານ ຄຳຮຸ່ງ ແສງ ອາລຸນ ເປັນຜູ້ສໍາປະທານຕໍ່ໂດຍ ໄດ້ປັບປຸງຫ້ອງໃຫ້ໄດ້ 105 ຫ້ອງ, ລວມທັງຫ້ອງອາຫານ, ຫ້ອງປະ ຊຸມຂະຫນາດນ້ອຍ, ຫ້ອງສະປາ, ສະລອຍນໍ້າ ແລະ ສ້າງຂົວເບື້ອງ ແຄມນໍ້າເຊໂດນ ເພື່ອເຮັດໃຫ້ແຂກ ລົງຍ່າງທ່ຽວຊົມທິວທັດແຄມນໍ້າ ໄດ້ສະດວກສະບາຍ ເພື່ອໄປກາບ ສັກກາລະບູຊາຮູບປັ້ນເຈົ້າແມ່ກວນ ອິມ ແລະ ອົງພະກະຈາຍ ແລະ ທາງ ໂຮງແຮມໄດ້ມີການປັບປຸງໃຫ້ມີ ຄວາມທັນສະໄໝ ເພື່ອເຮັດໃຫ້ການ ບໍລິການຮັບແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມເພິ່ງພໍໃຈ ໃນການເຂົ້າມາໃຊ້ບໍລິການ ແລະ ເພື່ອເປັນການຍົກລະດັບໃຫ້ນະຄອນ ປາກເຊ ມີໂຮງແຮມທີ່ທັນສະໄໝ ແລະ ມີຄວາມຈະເລີນກ້າວໜ້າ ຂຶ້ນຕື່ມ. ມາຮອດປັດຈຸບັນ, ການ ບູລະນະສ້ອມແປງໂຮງແຮມຈຳ ປາພາເລດ ແມ່ນບັນລຸຜົນສຳເລັດ 100%ແລະ ໄດ້ຮັບພະນັກງານເຂົ້າ ຝຶກຮົບຮົມ ເພື່ອກຽມເປີດບໍລິການ ແລະ ຄາດຄະເນໃນຕົ້ນເດືອນມິຖຸ ນາ 2025 ຈະໄດ້ຮັບພະນັກງານ ເຂົ້າມາປະຈຳການ ເພື່ອຂຽນສັນຍາ ແຮງງານໃຫ້ຄົບຖ້ວນຕາມຈໍານວນ ຄົນທີ່ໄດ້ຮັບເຂົ້າເຮັດວຽກ ແລະ ໃນ ວັນທີ 2 ກໍລະກົດ 2025 ຈະໄດ້ ທົດລອງເປີດບໍລິການຮັບແຂກ ແລະ ວັນທີ 15 ຕຸລາ 2025 ຈະໄດ້ຈັດພິທີ ເປີດໂຮງແຮມຢ່າງເປັນທາງການ. ໃນໂອກາດລົງຢ້ຽມຢາມໃນຄັ້ງ ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນ ຊົມຫ້ອງທີ່ຈະໃຊ້ເປັນຫ້ອງປະຊຸມ ໂຕະມົນເທິງຊັ້ນດາດຟ້າ, ຊົມທິວທັດ ອ້ອມຮອບນະຄອນປາກເຊ, ເບິ່ງ ຫ້ອງພັກຂອງເຈົ້າບຸນອູ້ມ ທີ່ດັດແປງ ເປັນຫ້ອງພັກKING01, ຫ້ອງVIP ແລະ ພື້ນຖານໂຄງລ່າງອ້ອມຮອບ ໂຮງແຮມ, ພ້ອມທັງໃຫ້ທິດຊີ້ນຳ ເພື່ອ ປັບປຸງ, ບູລະນະໃຫ້ມີສີສັນຈົບງາມ ຕິດພັນກັບການຮັກສາສິ່ງແວດລ້ອມ, ຮັກສາສິລະປະກຳທີ່ເປັນວັດທະນະ ທໍາລາວດັ້ງເດີມທີ່ຫາຍາກນີ້ໄວ້ເພື່ອ ເອກອ້າງແຂກທີ່ຈະມາພັກເຊົາ ແລະ ທ່ອງທ່ຽວໄດ້ຮູ້ໄດ້ເຫັນ. ຂ່າວ: ເກດສະໜາ; ພາບ: ຈັນທະວີສັກ ອົງການອະນາໄມໂລກ ທີ່ຈຳເປັນ ຕ້ອງມີຊັບພະຍາກອນທີ່ເໝາະສົມ ແລະ ຍືນຍົງ ແລະ ສັນຍາວ່າດ້ວຍ ການລະບາດຂອງພະຍາດ ທີ່ຈະ ເປັນເຄື່ອງມືອັນໜຶ່ງໃນການບັນລຸ ເປົ້າໝາຍຮ່ວມກັນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ໃຫຍ່ຄັ້ງນີ້, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ຖາວອນກໍໄດ້ປະກອບຄຳເຫັນໃນ ກອງປະຊຸມຄະນະກຳມະການ ແລະ ກອງປະຊຸມພາກຄົບຄະນະພ້ອມ ທັງເຂົ້າຮ່ວມລົງຄະແນນສຽງ ເພື່ອ ຮັບຮອງບາງຍັດຕິທີ່ສຳຫລາຍຂອງ ຄະນະກຳມະການຕ່າງໆນອກຈາກ ນັ້ນ, ຄະນະຜູ້ແທນລາວຍັງໄດ້ເຂົ້າ ຮ່ວມກອງປະຊຸມປິ່ນອ້ອມ ເພື່ອ ເປັນການຂົນຂວາຍຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາເປັນຕົ້ນປະເທດ ອົດສະຕາລີ, ອົງການ GAVI ເພື່ອ ໃຫ້ການຊ່ວຍເຫລືອທາງດ້ານເຕັກ ນິກ-ວິຊາການ ແລະ ທຶນເຂົ້າໃນການ ປັບປຸງວຽກສາທາລະນະສຸກຂອງ ສປປ ລາວ. ຜົນສຳເລັດທີ່ເປັນປະຫວັດສາດ ຂອງກອງປະຊຸມໃຫຍ່ອົງການອະນາ ໄມໂລກ ຄັ້ງນີ້ແມ່ນການພິຈາລະນາ ຮັບຮອງເອົາສັນຍາວ່າດ້ວຍການ ລະບາດຂອງພະຍາດ (Pandemic Agreement) ຢ່າງເປັນເອກະສັນ ໃນວັນທີ19ພຶດສະພາ2025ທີ່ຜ່ານ ມາ ເຊິ່ງບັນດາປະເທດສະມາຊິກໄດ້ ເລີ່ມຂະບວນການເຈລະຈາແຕ່ກາງ ປີ 2021 ເປັນຕົ້ນມາ. ຈຸດປະສົງ ຂອງສັນຍາສະບັບດັ່ງກ່າວ ເພື່ອ ປະຕິຮູບລະບົບການຕິດຕາມ, ການ ປ້ອງກັນ ແລະ ຮັບມືກັບການລະ ບາດຂອງພະຍາດຢ່າງຮອບດ້ານ, ສົ່ງເສີມການຄົ້ນຄ້ວາ ແລະ ການ ແບ່ງປັນຜະລິດຕະພັນສຸຂະພາບທີ່ ກ່ຽວຂ້ອງກັບການລະບາດຂອງ ພະຍາດ, ປັບປຸງລະບົບບໍລິຫານ ດ້ານສາທາລະນະສຸກໃນທົ່ວໂລກ ໃຫ້ສົມບູນຂຶ້ນຕື່ມ ແລະ ຮ່ວມມືກັນ ເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍ ແລະ ສົ່ງເສີມຄວາມສະເໝີພາບໃນ ການພັດທະນາວຽກງານສຸຂະພາບ ໃນທົ່ວໂລກ. ພາຍຫລັງການຮັບຮອງ ຄັ້ງນີ້, ອົງການອະນາໄມໂລກຈະເລີ່ມ ຂະບວນການສ້າງຕັ້ງຄະນະເຮັດ ວຽກແບບເປີດກວ້າງ (an openended International Working Group-IGWG) ເຊິ່ງຈະເປັນ ໜ່ວຍງານສໍາຄັນທີ່ຮັບຜິດຊອບການ ກຳນົດກົນໄກ, ແບບແຜນການເຮັດ ວຽກ, ຈັດຕັ້ງປະຕິບັດເອກະສານ ເຈລະຈາສະບັບດັ່ງກ່າວ ແລະ ຂັ້ນ ຕອນອື່ນໆ, ພ້ອມທັງຈະເປີດໃຫ້ ປະເທດສະຊິກ ແລະ ພາກສ່ວນ ກ່ຽວຕ່າງໆພິຈາລະນາເຂົ້າຮ່ວມ ຂອງຮ່າງເຈລະຈາສະບັບດັ່ງກ່າວ ແລະ ສະເໜີໃຫ້ປະເທດສະມາຊິກ ພິຈາລະນາລົງນາມໃຫ້ສັດຕະຍາບັນ ໃຫ້ໄວທີ່ສຸດ.
RkJQdWJsaXNoZXIy MTc3MTYxMQ==