7036

07 xtgmf]k; 37ltok c]t [= ]y = dy ko 27/05/2025 g,n v'w-glf4k 9tx6 dw,h 2N o26 xj k .sh wfh 21.699 gIa d8k ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ 2025 ທີ່ຈະມາເຖິງນີ້, ເມືອງໄຊເສດຖາ ແຂວງອັດຕະປືມີແຜນຈະປູກໄມ້ຟື້ນ ຟູປ່າໃນ 3 ປະເພດປ່າ ແລະ ນອກ 3 ປະເພດປ່າ ຈຳນວນ 24.108 ຕົ້ນ, ໃນເນື້ອທີ່ 21.699 ເຮັກຕາ. ທ່ານ ຂັນທອງ ພິຈິດ ຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາໃຫ້ຮູ້ວ່າ:ພາຍຫລັງ ໄດ້ຮັບແຈ້ງການຂອງເຈົ້າແຂວງ ອັດຕະປື ກ່ຽວກັບການເພີ່ມທະ ວີຄວາມເອົາໃຈໃສ່ຕໍ່ການຈັດຕັ້ງ ສ້າງຂະບວນການປູກຕົ້ນໄມ້ ເນື່ອງ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025, ຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ ກໍໄດ້ຜັນຂະ ຫຍາຍອອກເປັນແຈ້ງການຂອງ ເມືອງ ເຖິງບັນດາຫ້ອງການອ້ອມ ຂ້າງ, 22ບ້ານແລະອົງການຈັດຕັ້ງ ຕ່າງໆ ລວມທັງພາກລັດ ແລະ ເອກະ ຊົນ ກະກຽມສະຖານທີ່, ເນື້ອທີ່, ເບ້ຍ ໄມ້ ແລະ ຊະນິດພັນໄມ້ ເພື່ອສ້າງ ຂະບວນການປູກໄມ້ໃຫ້ຟົດຟື້ນ ໂດຍ ເພື່ອສະແດງຄວາມເສົ້າສະຫລົດ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ ວັນທີ 25 ພຶດສະພາ 2025 ທີ່ກົງ ສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ສະ ຫາຍ ບຸນໂຈມ ອຸບົນປະເສີດ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ພ້ອມ ດ້ວຍບັນດາສະຫາຍໃນຄະນະກຳ ມະການປະຈຳພັກແຂວງ, ກຳມະ ການພັກແຂວງ ໄດ້ເຂົ້າວາງພວງ ມາລາໄວ້ອາໄລເຖິງດວງວິນຍານ ຂອງ ສະຫາຍ ເຈີນ ດຶກ ເລືອງ ອະ ດີດກຳມະການກົມການເມືອງສູນ ກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະ ກຳໃນວັນທີ 20 ພຶດສະພາ 2025. { 7totoec0;'lts;a ootg0f ;k'r;',k]k w;h vkw] vtfu fxtmkoxtgmf ll s;Pfok, ພ້ອມນີ້, ຍັງໄດ້ຂຽນປື້ມໄວ້ອາໄລ ໃຈຢ່າງສຸດຊຶ້ງຕໍ່ການຈາກໄປທີ່ບໍ່ ມີວັນຫວນກັບຄືນມາຂອງ ສະຫາຍ ເຈີນ ດຶກ ເລືອງ ແລະ ຂໍໃຫ້ດວງ ວິນຍານຂອງສະຫາຍຈົ່ງໄປສູ່ສຸ ຂະຕິ, ຕະຫລອດໄລຍະທີ່ສະຫາຍມີ ຊີວິດ ສະຫາຍ ເປັນຜູ້ໜຶ່ງທີ່ມີການ ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າ ໃນພາລະກິດສ້າງສາພັດທະນາແລະ ປົກປັກຮັກສາປະເທດຫວຽດນາມ, ປະກອບສ່ວນສໍາຄັນເຂົ້າໃນການ ເສີມຂະຫຍາຍ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວໃຫ້ມີການເພີ່ມພູນ ຄູນສ້າງ ແລະ ນັບມື້ມີການຂະຫຍາຍ ຕົວຕະຫລອດມາ. ການໂຄສະນາເຜີຍແຜ່ທາງວິທະຍຸ ແລະ ສື່ຕ່າງໆ, ການຕິດຕັ້ງປ້າຍຄໍາ ຂວັນ, ການປູກຈິດສໍານຶກຕາມບ້ານ ຫລື ຊຸມຊົນ, ສຳນັກງານຫ້ອງການ, ໂຮງຮຽນ ແລະ ຕາມເສັ້ນທາງພາຍ ໃນເມືອງຕ່າງໆ. ສຳລັບໃນວັນປູກ ຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ເມືອງແບ່ງອອກເປັນ 4 ຈຸດ ໂດຍ ໄດ້ກະກຽມເບ້ຍໄມ້ 4.755 ເບັ້ຍ ໃນເນື້ອທີ່ 5,6 ເຮັກຕາ ໃນນີ້, ປູກ ຢູ່ສອງຟາກທາງເຂົ້າບ້ານຊະແຄະ ແຕ່ປະຕູໂຂງຫາບ້ານ 125 ເບ້ຍ (ໄມ້ດູ່ໃຫຍ່ຊຳ) ເນື້ອທີ່ 0,64 ເຮັກຕາ; ປູກຢູ່ໂຮງຮຽນປະຖົມວັດ ຫລວງ 125 ເບັ້ຍ (ໄມ້ດູ່ໃຫຍ່ຊຳ) ເນື້ອທີ່ 0,46 ເຮັກຕາ; ປູກຢູ່ເຂດພູ ສາມເສົ້າ 555 ເບ້ຍ (ປະເພດໄມ້ ກະຖິນນາລົງ) ເນື້ອທີ່ 0,5 ເຮັກ ຕາ; ປູກຢູ່ສະຖານີບໍລິການເຕັກນິກ ກະສິກຳ ບ້ານວັດຫລວງ 750 ເບ້ຍ (ປະເພດໄມ້ກະຖິນນາລົງ) ເນື້ອທີ່ 01 ເຮັກຕາ. ນອກຈາກຂະ ບວນການປູກຕົ້ນໄມ້ ໃນວັນປູກຕົ້ນ ໄມ້ແຫ່ງຊາດແລ້ວ ກໍຍັງສືບຕໍ່ຈັດຕັ້ງ ປະຕິບັດ ການປູກໄມ້ໃນວັນອື່ນໆ ທີ່ເຫັນວ່າມີຄວາມພ້ອມຂອງແຕ່ ລະພາກສ່ວນ ໃຫ້ທ່ວງທັນກັບລະດູ ການຈົນກວ່າສຳເລັດ. ນອກຈາກນັ້ນ, ຈະສືບຕໍ່ປູກຕື່ມອີກ ຈົນຮອດທ້າຍເດືອນສິງຫາ, ເຊິ່ງ ຫ້ອງການກະສິກໍາແລະປ່າໄມ້ເມືອງ ຈະໄດ້ນໍາພາ ແລະ ສ້າງຂະບວນ ການຕ່າງໆຢ່າງຕໍ່ເນື່ອງ. ໃນການ ປູກເສີມ ຫລື ເຮັດການຟື້ນຟູແບບ ທຳມະຊາດໃນ 3 ປະເພດປ່າ ແລະ ນອກ 3 ປະເພດປ່າ ທີ່ເຫັນວ່າ ມີຄວາມເໝາະສົມໃນຂອບເຂດ ເມືອງ ໃຫ້ໄດ້ໃນເນື້ອທີ່ 21.699 ເຮັກຕາ ທັງນີ້ກໍເພື່ອແນໃສ່ເພີ່ມ ອັດຕາການປົກຫຸ້ມປ່າໄມ້ໃຫ້ໄດ້ ຕາມລະດັບຄາດໝາຍ. ພ້ອມນີ້, ກໍໃຫ້ສຳນັກງານຫ້ອງການອ້ອມ ຂ້າງ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນທົ່ວເມືອງ ນຳໄປປູກຕື່ມ 1.363 ເບ້ຍ ໃນເນື້ອທີ່ 10.099 ເຮັກຕາ ແລະ ສືບຕໍ່ເອົາໃຈໃສ່ການ ບົວລະບັດຮັກສາ ຕົ້ນໄມ້ໃຫ້ມີການ ເຕີບໂຕ ເຮັດໃຫ້ອັດຕາການຕາຍມີ ໜ້ອຍທີ່ສຸດ ແລະ ເພື່ອເຮັດໃຫ້ຂະ ບວນການປູກຕົ້ນໄມ້ແຫ່ງຊາດປີນີ້ ໃຫ້ເປັນຂະບວນການຢ່າງຟົດຟຶ້ນ. ໂອກາດນີ້, ທ່ານ ຂັນທອງ ພິຈິດ ໄດ້ຮຽກຮ້ອງ ແລະ ຊຸກຍູ້ລະດົມ ບັນ ດາໂຮງຮຽນ ທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງ ພັກ-ລັດ, ການຈັດຕັ້ງສັງຄົມອື່ນໆ ອ້ອມຂ້າງເມືອງ ສ້າງຂະບວນການ ແລະ ຈັດກິດຈະກຳຕ່າງໆ ແລະ ຄືນ ສີຂຽວ ກ່ຽວກັບການປູກຕົ້ນໄມ້ ແນໃສ່ປູກຈິດສໍານຶກໃຫ້ເຍົາວະຊົນ, ອະນຸຊົນຮຸ່ນໃໝ່ ເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງປ່າໄມ້, ການປູກໄມ້ຟື້ນຟູປ່າເພື່ອອະນາຄົດ, ຄືນສີຂຽວ ແລະ ປົກປັກຮັກສາ ສິ່ງ ແວດລ້ອມໃນວັນນີ້ກໍເພື່ອລູກຫລານ ໃນວັນໜ້າ.

RkJQdWJsaXNoZXIy MTc3MTYxMQ==