27/05/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລິດາິ [5 [g2h 8Q o0k, fb 'f6 f]6 d7h kfh ;p;a f45 fy [muj lq f.\j c]t ]k7k[+ cr' *ປັດຈຸບັນດັ່ງທີ່ເຮົາຮູ້ນໍາກັນ ແລ້ວວ່າ ເສດຖະກິດບ້ານເຮົາ ມີການເໜັງຕີງເຊິ່ງມັນໄດ້ສົ່ງຜົນ ກະທົບຕໍ່ການດຳລົງຊີວິດຂອງ ປະຊາຊົນລາວບັນດາເຜົ່າເພາະ ຄ່າຄອງຊີບທີ່ສູງຂຶ້ນ ບໍ່ວ່າຈະເຮັດ ຫຍັງກໍ່ຫຍຸ້ງຍາກ ໂດຍສະເພາະຜູ້ ປະກອບການໃນຫລາຍດ້ານໜຶ່ງ ໃນນັ້ນກໍ່ແມ່ນຜູ້ປະກອບການຮ້ານ ອາຫານ ເນື່ອງຈາກວ່າຕ້ອງນໍາ ໃຊ້ວັດຖຸດິບໃນແຕ່ລະມື້. ສະນັ້ນ, ຈຶ່ງເຮັດໃຫ້ຜູ້ປະກອບການມີແນວ ທາງທີ່ແຕກຕ່າງກັນບາງຮ້ານກໍ ປັບປຸງລາຄາຂຶ້ນ, ບາງຮ້ານນັ້ນກໍ ດຶງດູດລູກຄ້າໃນຄາລາທີ່ເຂົ້າເຖິງ ງ່າຍແລ້ວແຕ່ກົນລະຍຸດການຂາຍ ຂອງໃຜລາວ. ເໝືອນດັ່ງຮ້ານບຸບ ເຟ້ຕົ້ນຂາມ ກໍເປັນອີກຮ້ານໜຶ່ງ ທີ່ບັນຍາກາດດີ, ອາຫານແຊບ ມີຫລາຍລາຍການໃຫ້ເລືອກກິນ ໃນລາຄາພຽງ 69.000ກີບ/ຄົນ ເທົ່ານັ້ນລາຄານີ້ຮັບຮອງວ່າຄຸ້ມ ຄາບໍ່ແພງ ຕອນເປີດທໍາອິດລາຄາ ບຸບເຟ້ ກໍ່ພຽງ 29.000 ກີບ/ຄົນ ເທົ່ານັ້ນ, ບຸບເຟ້ແມ່ນຕັກເອງບໍ່ມີ ກຳນົດເວລາ ຈຶ່ງເຮັດລູກຄ້າເພີ່ມ ຂຶ້ນທຸກໆມື້ຈົນລົ້ນຮ້ານດ້ວຍຜົນ ຕອບຮັບດີແບບນີ້ຈຶ່ງໄດ້ຂະຫຍາຍ ຕໍ່ເຕີມຮ້ານຕື່ມອີກ. ຕົກມາປີ 2024 ໄດ້ປັບລາຄາຂຶ້ນຕື່ມ 59.000/ ຄົນ ແລະ ດ້ວຍເສດຖະກິດຄືທຸກມື້ ນີ້ ຈຶ່ງໄດ້ມີການປັບລາຄາຂຶ້ນເປັນ 69.000 ກີບໃນປັດຈຸບັນ, ເຫດຜົນ ຂອງການປັບລາຄາຍ້ອນລາຄາ ສິນຄ້າແພງຂຶ້ນ ເຮັດໃຫ້ຕົ້ນທຶນ ສູງຂຶ້ນ ໂດຍສະເພາະເປັນຮ້ານ ບຸບເຟ້ ຕ້ອງໄດ້ກະກຽມເຄື່ອງເພື່ອ ຮອງຮັບລູກຄ້າໃຫ້ພຽງພໍໃນແຕ່ລະ ມື້. ສໍາລັບຈຸດທີ່ດຶງດູດລູກຄ້າຂອງ ຮ້ານເຮົາແມ່ນລາຄາອາຫານບໍ່ ແພງຫລາຍແຕ່ມີອາຫານສີບກວ່າ ເຍື່ອງ ເປັນຕົ້ນ ສາມຊັ້ນ, ນົມ, ຕັບ, ເສືອຮ້ອງໄຮ້, ປາ, ເຕົ້າຮູ້, ລູກຊີ້ນ ແລະ ອີື່ນໆອີກຫລາຍລາຍການ (ບໍ່ມີອາຫານທະເລ) ໃຫ້ເລືອກ ກິນແບບບໍ່ອັ້ນກັບນໍ້າແຈ່ວແຊບທີ່ ເປັນສູດເອກະລັກສະເພາະຂອງ ຮ້ານເຮົາເອງຍິ່ງເພີ່ມອັດທະລົດ ໄດ້ເປັນຢ່າງດີທັງອາຫານກໍ່ແຊບ ຊ້ອຍ, ບັນຍາກາດກໍສວຍງາມຍາມ ແລງ, ບອກເລີຍວ່າບໍ່ຄວນພາດ, ຮ້ານອາຫານແຊບແທ້ເພາະຜູ້ຂຽນ ໄປສຳພັດມາແລ້ວເວົ້າມານີ້ກໍ່ຢ່າ ຟ້າວເຊື້ອເດີໄປລອງດ້ວຍຕົນເອງ ກ່ອນ ທີ່ສໍາຄັນແມ່ນການບໍລິການ ທີ່ວ່ອງໄວທັນໃຈ, ເຈົ້າຂອງຮ້ານກໍ່ ເປັນກັນເອງ, ເວົ້າມ່ວນຈຶ່ງເຮັດໃຫ້ ລູກຄ້າປະທັບໃຈໄປແລ້ວຢາກໄປ ອີກ ຈົນຫລາຍຄົນກາຍເປັນລູກຄ້າ ປະຈໍາກໍ່ມີ, ໃນນັ້ນ ທາງຮ້ານເຮົາ ຍັງຂາຍບຸບເຟ້ຊີ້ນດາດກິໂລລະ 120.000 ກີບ ຈະມີນ້ຳແກ້ງ, ນ້ຳ ແຈ່ວ ແລະ ຜັກແຖມໃຫ້ພ້ອມທັງ ນີ້ກໍເພື່ອໄວ້ຄອຍບໍລິການລູກຄ້າ ທີ່ຢາກຊື້ເມືືອດາດຢູ່ເຮືອນ, ສ່ວນ ນ້ຳແຈ່ວຊີ້ນດາດແມ່ນເຮັດເອງຈະ ເປັນສູດສະເພາະຂອງຮ້ານຂາຍ ກິໂລ 60.000 ກີບ ສຳລັບລູກຄ້າ ທ່ານໃດຢາກໄດ້ນຳ້ແຈ່ວຊີ້ນດາດ ແຊບໆ ກໍສາມາດມາແວ່ຊື້ນຳຮ້ານ ພວກເຮົາໄດ້, ນອກຈາກບຸບເຟ້ ຊີ້ນ ດາດແລ້ວ ຮ້ານເຮົາຍັງຂາຍຕຳ, ອາຫານຕາມສັ່ງ ແລະ ນໍ້າແຂງໃສ, ນໍ້າປັ່ນ ຕື່ມອີກ, ສ່ວນຕຳລາຄາເລີ່ມ ຕົ້ນ 20.000 ກີບ, ນໍ້າແຂງໃສ 15.000 ກີບ ແລະ ນໍ້າປັ່ນໝາກ ໄມ້ສົດ 20.000 ກີບ/ຈອກ. ນາງ ແອນນາ ໃຫ້ຮູ້ຕື່ມວ່າ: ພາຍຫລັງທີ່ຫັນມາເອົາດີດ້ານ ການເຮັດຮ້ານອາຫານນີ້ ເຫັນວ່າ ຄອບຄົວມີການພັດທະນາຂຶ້ນ, ມີ ລາຍຮັບເພີ່ມຂຶ້ນກວ່າເມື່ອກ່ອນ ຫລາຍເຮັດໃຫ້ເສດຖະກິດຄອບ ຄົວດີຂຶ້ນເລື້ອຍໆ, ຄຽງຄູ່ກັນນີ້ ການເຮັດອາຊີບນີ້ ຍັງເປັນການ ສ້າງວຽກເຮັດງານທໍາໃຫ້ນ້ອງໆ ນັກຮຽນທີ່ມາເປັນພະນັກງານ ພາຍໃນຮ້ານອີກດ້ວຍ. ແນວໃດກໍ ດີຕ້ອງຂອບໃຈລູກຄ້າທີ່ເຊື່ອໝັ້ນ ແລະ ເຂົ້າມາໃຊ້ບໍລິການຮ້ານເຮົາ ຕ້ອງຂໍຂອບໃຈຫລາຍໆ. ສະນັ້ນ, ຕົນເອງຈະຮັກສາມາດຕະຖານ ອາຫານ ແລະ ການບໍລິການໃຫ້ ດີ ເພື່ອມອບຄວາມສຸກໃຫ້ລູກຄ້າ ຕະຫລອດໄປ. ສໍາລັບຮ້ານບຸບເຟ້ ຕົ້ມຂາມ ແມ່ນຕັ້ງຢູ່ບ້ານວັດໄຕ ນ້ອຍທ່າ ຫລັງຕະຫລາດກົກໂພ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ເປີດທຸກມື້ແຕ່ເວລາ 16:00-22:00. ສໍາລັບທ່ານມາ ແລ້ວບໍ່ຮູ້ຮ້ານກໍສາມາດຕິດຕໍ່ໄດ້ທີ ເບີ 020 55119492. ເອົາເປັນວ່າຖ້າທ່ານໃດໄດ້ໄປ ອອກກໍາລັງກາຍ ຫລື ກາຍໄປກາຍ ມາແຖວນັ້ນ ກໍ່ຢາກແນະນໍາເລີຍຖື ເປັນອີກຮ້ານໜຶ່ງທີ່ຄວນລອງໄປ ສໍາຜັດ ໂດຍສະເພາະອາຫານທີ່ ແຊບຊ້ອຍ ດ້ວຍວັດຖຸດິບທີ່ສົດໃໝ່ ໃນແຕ່ລະມື້ບວກກັບບັນຍາກາດ ແຄມຂອງຍາມແລງທີ່ເຢັນສະບາຍ ບອກເລີຍວ່າຄຸ້ມຫລາຍໃນລາຄານີ້ ຖືວ່າຫາກິນຍາກແລ້ວ. ແນ່ນອນ. ທ່ານ ນາງ ແອນນາ ສີຫາລາດ ເຈົ້າຂອງຮ້ານບຸບເຟ້ຕົ້ນຂາມ ໄດ້ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວ ເມື່ອບໍ່ດົນມາ ນີ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດ ຮ້ານບຸບເຟ້ຕົ້ນຂາມ ກໍ່ຍ້ອນວ່າໄດ້ ສ້າງຄອບຄົວ ແລະ ໄດ້ມາຢູ່ນໍາ ຜົວ ຂະນະດຽວກັນຄອບຄົວຂອງ ຜົວກໍ່ມີເນື້ອທີ່ເໝາະສົມຄືມີດິນ ແຄມທາງແຄມຂອງຈຶ່ງມີຄວາມ ຄິດສ້າງເສດຖະກິດຄອບຄົວ ໂດຍ ເລີ່ມຕົ້ນແມ່ນເປີດຮ້ານປີ້ງເປັດ ແຕ່ ຜົນຕອບຮັບບໍ່ດີເທົ່າທີ່ຄວນຈຶ່ງຫັນ ປ່ຽນຈາກຮ້ານປີ້ງເປັດ ມາເຮັດ ເປັນຮ້ານບຸບເຟ້ ຕັ້ງແຕ່ປີ 2020 ເປັນຕົ້ນມາ ເຫັນວ່າຜົນຕອບຮັບ ດີຕັ້ງແຕ່ມື້ທໍາອິດທີ່ເປີດເລີຍ, ເຖິງ ວ່າໄລຍະນັ້ນເສັ້ນທາງແຖວນັ້ນ ຍັງເປັນທາງດິນແດງ ຮ້ານກໍ່ເປັນ ນ້ອຍໆແຕ່ລູກຄ້າກໍ່ໃຫ້ຄວາມສົນ ໃຈຫລາຍເນື່ອງຈາກຮ້ານເຮົາລາ
RkJQdWJsaXNoZXIy MTc3MTYxMQ==