7036

27/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 9a flqj 'va f4y mtskovklklt\a d c]t -j P;-kos;Pfok, da [7n oxtgmf ລາວ-ໄທ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະໄດ້ເດີນທາງຢ້ຽມຢາມຣາຊະ ອານາຈັກໄທຢ່າງເປັນທາງການໃນ ລະຫວ່າງວັນທີ 21-23 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານ ໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນ ນານ ກໍຄື ການເປັນຄູ່ຮ່ວມຍຸດທະ ສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະ ຫວ່າງສອງປະເທດລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ໃນວັນທີ 23 ພຶດສະພາ 2025, ທີ່ກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະ ຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ. ໃນໂອ ກາດນີ້, ທ່ານ ທອງສະຫວັນ ພົມວິ ຫານ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ການ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ຄະນະ ໃນການເດີນທາງ ຢ້ຽມຢາມຣາຊະອານາຈັກໄທຢ່າງ ເປັນທາງການໃນຄັ້ງນີ້, ພ້ອມທັງໄດ້ ເຊື້ອເຊີນ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການ ຕ່າງປະເທດໄທ ເດີນທາງຢ້ຽມ ຢາມ ສປປ ລາວ ເພື່ອເປັນປະທານ ຮ່ວມກອງປະຊຸມຄະນະກໍາມາ ທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 (JC) ແລະ ກອງປະຊຸມຄະນະກໍາມາທິການ ຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 12 (JBC) ທີ່ ສປປ ລາວ ຈະ ເປັນເຈົ້າພາບ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມ ມື ລະຫວ່າງ ສປປ ລາວ ແລະ ຣາ ຊະອານາຈັກໄທ ທີ່ໄດ້ຮັບການຮັດ ແໜ້ນ ແລະ ພັດທະນາໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຕະ ຫລອດໄລຍະ 75 ປີ ຜ່ານມາ ເຊິ່ງ ປີ 2025 ນີ້ ສອງຝ່າຍຈະໄດ້ພ້ອມ ກັນຈັດບັນດາກິດຈະກໍາຕ່າງໆ ເພື່ອ ສະເຫລີມສະຫລອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ປະກອບມີ: ການ ເປີດກາສັນຍາລັກ 75 ປີ, ການ ແລກປ່ຽນສານຊົມເຊີຍ 3 ລະດັບ ການນໍາ, ການສ້ອມແປງຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 1, ການເປີດ ນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ແລະ ອື່ນໆ. ສອງຝ່າຍເຫັນພ້ອມ ຮ່ວມກັນວ່າການພົວພັນຮ່ວມມື ລາວ-ໄທ ແມ່ນກວມເອົາທຸກຂົງ ເຂດວຽກງານ ໂດຍຜ່ານກົນໄກ ການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນ ກາງຮອດທ້ອງຖິ່ນທີ່ມີລັກສະນະ ກ່ຽວພັນກັນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ບັນດາໂຄງການຮ່ວມມື ຂອງສອງປະເທດໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນ ກ້າວໆມາ ໂດຍມີການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນໃນ ທຸກລະດັບ, ມີການພົບປະຫາລືຢ່າງ ເປັນປົກກະຕິແລະຕໍ່ເນື່ອງລະຫວ່າງ ສອງປະເທດ ແນໃສ່ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືຖານບ້ານໃກ້ເຮືອນຄຽງລະຫວ່າງ ສອງປະເທດໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ ປຶກສາຫາລືກັນໃນການຮ່ວມມືດ້ານ ການເມືອງ ແລະ ຄວາມໝັ້ນຄົງ, ການຄ້າ-ການລົງທຶນ, ການຮ່ວມມື ດ້ານການພັດທະນາຊັບພະຍາກອນ ມະນຸດ, ການຮ່ວມມືເພື່ອການເຊື່ອມ ໂຍງເຊື່ອມຈອດທາງດ້ານພື້ນຖານ ໂຄງລ່າງດ້ານຄົມມະນາຄົມ, ຂົນ ສົ່ງ ແລະ ພະລັງງານຕາມວິໄສທັດ ຂອງອາຊຽນ, ການຮ່ວມມືດ້ານ ແຮງງານ ເພື່ອປົກປ້ອງສິດຜົນປະ ໂຫຍດຂອງແຮງງານລາວໃຫ້ມີ ບາດກ້າວໃໝ່, ການຮ່ວມມືດ້ານ ການທ່ອງທ່ຽວ ແລະ ການຮ່ວມມື ເພື່ອການພັດທະນາ ລວມທັງການ ກະກຽມຄວາມພ້ອມໃຫ້ແກ່ພິທີ ເປີດນໍາໃຊ້ຂົວມິດຕະພາບ ລາວໄທ ແຫ່ງທີ 5 ໃນທ້າຍປີ 2025 ນີ້. ໃນຂະນະດຽວກັນ, ທ່ານມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງ ເປັນຂີດໝາຍສໍາຄັນໃນໂອກາດສະ ເຫລີມສະຫລອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດລະຫວ່າງ ສອງປະເທດ ໄທລາວ ໃນປີ 2025 ນີ້ ແລະ ເຫັນດີ ຈະຢ້ຽມຢາມ ສປປ ລາວ ເພື່ອເປັນ ປະທານຮ່ວມກອງປະຊຸມຄະນະ ກໍາມາທິການຮ່ວມວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 23 (JC) ແລະ ກອງປະຊຸມຄະນະກໍາມາທິ ການຊາຍແດນຮ່ວມລາວ-ໄທ ຄັ້ງ ທີ 12 (JBC) ທີ່ຈະຈັດຂຶ້ນໃນ ທ້າຍປີ 2025 ນີ້ ທີ່ ສປປ ລາວ. ການເດີນທາງຢ້ຽມຢາມ ຣາຊະ ອານາຈັກໄທຄັ້ງນີ້, ທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ທອງສະຫວັນ ພົມວິຫານ ພ້ອມ ດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ ຢ້ຽມຊົມ ແລະ ນະມັດສະການພະ ທາດ ສີສອງຮັກ ທີ່ ເມືອງດ່ານຊ້າຍ ແຂວງເລີຍ ແລະ ທັດສະນະສຶກສາ ທີ່ສູນສຶກສາພັດທະນາຫ້ວຍຮ່ອງ ໄຄ້ ທີ່ເມືອງດອຍສະເກັດ, ແຂວງ ຊຽງໃໝ່ ຊຶ່ງເປັນສູນຕົ້ນແບບດ້ານ ການພັດທະນາແຫລ່ງນໍ້າ ເພື່ອສະ ໜັບສະໜູນການພັດທະນາດ້ານ ຕ່າງໆ ທັງເປັນສູນຕົ້ນແບບດ້ານ ການຮ່ວມມື ເພື່ອການພັດທະນາລະ ຫວ່າງສປປລາວແລະຣາຊະອານາ ຈັກໄທ ແລະ ຢ້ຽມຢາມສວນພຶກສາ ສາດ, ພ້ອມທັງໄດ້ປູກຕົ້ນໄມ້ ເພື່ອ ເປັນສັນຍະລັກຂອງການຢ້ຽມຢາມ ແລະ ສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດລາວ-ໄທ. ນອກຈາກ ນີ້, ຍັງໄດ້ຖືໂອກາດເຂົ້າຢ້ຽມຂໍ່ານັບ ທ່ານ ພີຣະພັນ ສາລີຣັດຖະວິພາກ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງພະລັັງງານແຫ່ງ ຣາຊະອານາຈັກໄທ ເຊິ່ງໄດ້ຮັບ ມອບໝາຍຈາກ ທ່ານນາຍົກລັດຖະ ມົນຕີແຫ່ງຣາຊະອານາຈັກໄທ ທີ່ ພວມເຄື່ອນໄຫວເຮັດວຽກຢູ່ຕ່າງ ປະເທດ ເພື່ອຕ້ອນຮັບຄະນະຝ່າຍ ລາວໃນໂອກາດດັ່ງກ່າວ. ແນວລາວສ້າງຊາດເມືອງ ແຕ່ປີ 2021-2025 ເຊັ່ນ: ວຽກງານ ເຕົ້າໂຮມຄວາມສາມັກຄີປອງດອງ, ວຽກງານການປຸກລະດົມປະຊາຊົນ ເຂົ້າຮ່ວມຂະບວນການຕ່າງໆຂອງ ພັກ-ລັດ, ເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນ, ເກັບກຳຫາງ ສຽງຂອງສັງຄົມ, ວຽກງານການ ທູດປະຊາຊົນ ເຊິ່ງໄດ້ສະແດງໃຫ້ ເຫັນວ່າໃນໄລຍະຜ່ານມາ ຄະນະ ກຳມະການແນວລາວສ້າງຊາດ ເມືອງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ VII ຂອງແນວລາວສ້າງຊາດ ເມືອງ ເປັນຕົ້ນແມ່ນ 4 ແຜນງານ 6 ໂຄງການ 10 ກິດຈະກໍາ ເຊິ່ງໄດ້ ຈັດຕັ້ງປະຕິບັດສໍາເລັດ 6 ໂຄງການ ແລະ ກອງປະຊຸມຍັງໄດ້ຍົກໃຫ້ເຫັນ ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ ຖອດຖອນໄດ້ ແລະ ຮັບຮອງເອົາ ແຜນພັດທະນາຂອງແນວລາວສ້າງ ຊາດເມືອງ ປີ 2025-2029 ມີ 3 ແຜນງານແລະ14ໂຄງການ. ກອງ ປະຊຸມໃຫຍ່, ໄດ້ແຕ່ງຕັ້ງຄະນະກໍາ ມະການແນວລາວສ້າງຊາດ ເມືອງ ຊຸດໃໝ່ ເຊິ່ງປະກອບມີ 45 ທ່ານ, ແຕ່ງຕັ້ງ ທ່ານ ສາຄອນ ໃສສະ ອາດ ເປັນປະທານ, ແຕ່ງຕັ້ງຮອງ ປະທານ 2 ທ່ານ, ຄະນະປະຈຳ 3 ທ່ານ ແລະ ຮອງປະທານທີ່ບໍ່ປະຈຳ ການ 2 ທ່ານ. ພ້ອມນັ້ນ, ຜູ້ແທນ ກອງປະຊຸມ ກໍໄດ້ພ້ອມກັນປະກອບ ຄຳຄິດຄຳເຫັນຕໍ່ບັນດາຜົນງານ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ ຕື່ມອີກ. ໂອກາດທີ່ມີຄວາມໝາຍຄວາມ ສຳຄັນນີ້, ທ່ານປະທານແນວລາວ ສ້າງຊາດ ນະຄອນຫລວງວຽງຈັນ ແລະ ທ່ານເຈົ້າເມືອງນາຊາຍທອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະກຳມະການ ແນວລາວສ້າງຊາດເມືອງ ຊຸດເກົ່າ ແລະ ໄດ້ເນັ້ນຕໍ່ກອງປະຊຸມ ໃຫ້ ຄະນະກຳມະການແນວລາວສ້າງ ຊາດເມືອງຊຸດໃໝ່ ຈົ່ງສືບຕໍ່ເອົາໃຈ ໃສ່ສຶກສາຄົ້ນຄວ້າບັນດານິຕິກຳ ທີ່ ກ່ຽວຂ້ອງກັບວຽກງານແນວໂຮມ ເປັນຕົ້ນແມ່ນມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນ ໄລຍະໃໝ່, ດຳລັດ 315/ລບ ວ່າ ດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເພື່ອສາມາດກຳແໜ້ນ ແລະ ເປັນບ່ອນອີງໃນການເຄື່ອນໄຫວ ວຽກງານ; ເພີ່ມທະວີວຽກງານສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ ປະຊາຊົນໃນທົ່ວເມືອງ ມີຄວາມ ຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍ ບາຍຂອງພັກ-ລະບຽບກົດໝາຍ ຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດຂະ ບວນການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ, ຍົກສູງວຽກ ງານຕິດຕາມກວດກາ, ເກັບກຳຫາງ ສຽງສັງຄົມ ແລະ ເສິມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ; ປັບປຸງ ກົນໄກປະສານງານ ແລະ ແບບ ແຜນວິທີເຮັດວຽກໃຫ້ມີລັກສະນະ ວິທະຍາສາດ ເພື່ອຮ່ວມກັນຈັດຕັ້ງ ປະຕິບັດວຽກງານຂອງແນວລາວ ສ້າງຊາດ ໃຫ້ມີຄວາມເຂັ້ມແຂງ, ມີຜົນສຳເລັດ ແລະ ຊ່ວຍກັນແກ້ໄຂ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງ ຄົມ ໃຫ້ຫລຸດໜ້ອຍຖອຍລົງເປັນ ກ້າວໆ. ຂ່າວ-ພາບ: ເຢ ເປີດກອງປະຊຸມໃຫຍ່...ີຸ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ພິທີຈັດສົ່ງອັດຖິທະຫານ ອາສາສະໝັກແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະລະຊີວິດໃນສະໄໝ ສົງຄາມ ຢູ່ດິນແດນນະຄອນຫລວງ ວຽງຈັນ ກັບຄືນສູ່ບ້ານເກີດເມືອງ ນອນ ກໍຄື ສສຫວຽດນາມ ຈຳນວນ 1 ອັດຖິ ຈັກຂຶ້ນໃນວັນທີ 24 ພຶດສະ ພາ 2025 ຜ່ານມາ, ຢູ່ທີ່ກອງບັນ ຊາການທະຫານ ນະຄອນຫລວງ ວຽງຈັນ. ໃນພິທີຄັ້ງນີ້, ຫລາຍພາກສ່ວນ ໄດ້ຮ່ວມເຂົ້າວາງພວງມາລາ ເພື່ອ ເປັນການສະແດງເຖິງຄວາມກະ ຕັນຍູຮູ້ບຸນຄຸນ ຕໍ່ຜົນງານຄຸນງາມ ຄວາມດີ ຂອງບັນດາສະຫາຍນັກ ຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍ ສະລະຊີວິດ ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຮຸກຮານ, ຕີສັດຕູໂຕ ດຽວກັນ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມ ເປັນເອກະລາດ, ຄວາມຢູ່ເຢັນເປັນ ສຸກຂອງປະຊາຊົນລາວ ກໍຄື ການ ປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນ ກຳມະຊີບອັນສູງສົ່ງ ຂອງບັນດາ ສະຫາຍນັກຮົບວິລະຊົນ, ທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ປະຕິບັດໜ້າທີ່ຢູ່ລາວ ໃນປາງສົງຄາມ. ການຈັດສົ່ງອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ເປັນການປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກ ຊ່ວຍຈໍາ ຄັ້ງທີ XXV ລະຫວ່າງ 2 ຄະນະປະຕິບັດງານພິເສດ ລາວຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວ ໂດຍສະເພາະຢູ່ນະຄອນຫລວງວຽງ ຈັນ ໂດຍການປະສານງານລະ ຫວ່າງ ຄະນະປະຕິບັດງານພິເສດ ຂອງກອງບັນຊາການທະຫານນະ ຄອນຫລວງວຽງຈັນ ກັບຄະນະປະ ຕິບັດງານພິເສດແຂວງຮ່າຕິງ ສສ ຫວຽດນາມ ເຊິ່ງເລີ່ມຈັດຕັ້ງປະຕິ ບັດແຕ່ປີ 2000-2024 ສາມາດ ຂຸດຄົ້ນ ແລະ ຈັດສົ່ງກັບຄືນປະເທດ 131 ຮ່າງອັດຖິ. ສະເພາະປີ 2025 ນີ້, ໜ່ວຍງານຊອກຄົ້ນ ແລະ ຂຸດ ຄົ້ນໄດ້ລົງມືປະຕິບັດສາມາດຂຸດຄົ້ນ ໄດ້ຕົວຈິງ 1 ອັດຖິ ຢູ່ໃນຂອບເຂດ ບ້ານນາໂງມ ເມືອງໄຊທານີ ນະ ຄອນຫລວງວຽງຈັນ. ຂ່າວ: ສຸລິຍາ ນາຍົກລັດຖະມົນຕີ...ົັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂວັນ “ການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ຍືນຍົງ”, ບັນດາກອງປະ ຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ກອງ ປະຊຸມພົບປະລະຫວ່າງຜູ້ນໍາອາ ຊຽນ ກັບ ບັນດາຜູ້ຕາງໜ້າຈາກສະ ມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ, ກອງປະຊຸມພົບປະລະ ຫວ່າງຜູ້ນໍາອາຊຽນ ກັບ ບັນດາ ຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາ ອາຊຽນ ກັບ ສະພາທີ່ປຶກສາທຸລະ ກິດອາຊຽນ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບຄົບຄະນະ ໄດ້ແລກ ປ່ຽນຄໍາຄິດຄໍາເຫັນເພື່ອເສີມສ້າງ ປະຊາຄົມອາຊຽນໃຫ້ມີຄວາມເຂັ້ມ ແຂງ, ໄດ້ຮັບຊາບຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາບຸລິມະ ສິດ ການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ແລະ ໄດ້ ປຶກສາຫາລືທິດທາງການຮ່ວມມື ຂອງອາຊຽນໃນອະນາຄົດ. ກອງ ປະຊຸມສຸດຍອດອາຊຽນຄັ້ງນີ້ ໄດ້ ຈັດຂຶ້້ນໃນທ່າມກາງບັນຍາກາດ ທີ່ ອາຊຽນພວມສະເຫລີມສະຫລອງ ການສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 10 ປີ ແລະ ເປັນປີສຸດທ້າຍ ຂອງການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2025. ກອງ ປະຊຸມໄດ້ຕີລາຄາສູງຕໍ່ຜົນສໍາເລັດ ທີ່ອາຊຽນຍາດມາໄດ້ໃນໄລຍະ ຜ່ານມາ ໂດຍສະເພາະການຈັດຕັ້ງ ປະຕິບັດວິໄສທັດປະຊາຄົມອາຊຽນ 2015. ຜູ້ນຳອາຊຽນ ໄດ້ຮັບຮອງ ເອົາວິໄສທັດປະຊາຄົມອາຊຽນ 2045 ແລະ 4 ແຜນຍຸດທະສາດ ຄື: ແຜນຍຸດທະສາດປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະ ກິດອາຊຽນ, ແຜນຍຸດທະສາດປະ ຊາຄົມວັດທະນະທໍາ-ສັງຄົມອາ ຊຽນ ແລະ ແຜນຍຸດທະສາດການ ເຊື່ອມຈອດອາຊຽນ. ບັນດາເອກະ ສານດັ່ງກ່າວ ເປັນທິດທາງໃນ ການຮ່ວມມື ຂອງອາຊຽນສໍາລັບ 20 ປີຂ້າງໜ້າ ເພື່ອສ້າງປະຊາຄົມ ອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ. ນອກນີ້, ກອງປະຊຸມໄດ້ປຶກສາຫາລືການ ພົວພັນຮ່ວມມືກັບພາຍນອກ ໂດຍ ໄດ້ເນັ້ນຢໍ້າຄວາມສຳຄັນໃນການ ຮັດແໜ້ນ ຄວາມເປັນແກນກາງ ຂອງອາຊຽນ ໃນການພົວພັນຮ່ວມ ມືກັບພາຍນອກ ໂດຍຜ່ານບັນດາ ກົນໄກທີ່ອາຊຽນເປັນຜູ້ນໍາພາ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ໄດ້ ເຫັນດີ ຮັບຕີມໍແລັດສະເຕ ເຂົ້າເປັນ ສະມາຊິກສົມບູນຂອງອາຊຽນພາຍ ໃນ ປີ 2025 ນີ້. ໃນກອງປະຊຸມສຸດຍອດອາ ຊຽນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຂອບໃຈ ບັນດາປະເທດສະ ມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍ ນອກຂອງອາຊຽນ ຕໍ່ການສະໜັບ ສະໜູນ ແລະ ຮ່ວມມື ສຳລັບການ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຮ່ວມມື ຢ່າງໃກ້ຊິດ ກັບບັນດາປະເທດສະ ມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍ ນອກ ເພື່ອຜົນສໍາເລັດຂອງອາຊຽນ ໃນປີ 2025 ພາຍໃຕ້ການເປັນ ປະທານຂອງ ມາເລເຊຍ ກໍຄື ການ ຈັດຕັ້ງຜັນຂະຫຍາຍ ວິໄສທັດປະ ຊາຄົມອາຊຽນ 2045. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບວົງແຄບ ໄດ້ປຶກສາ ຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວ ກັບ ມຽນມາ ແລະ ໄດ້ແລກປ່ຽນ ຄໍາຄິດເຫັນ ກ່ຽວກັບສະພາບການ ພາກພື້ນ ແລະ ສາກົນທີ່ມີຄວາມສົນ ໃຈຮ່ວມກັນ. ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນກັບ ບັນດາຜູ້ຕາງໜ້າ ຈາກສະມັດຊາລັດຖະສະພາລະ ຫ ວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍ ສະມັດ ຊາລັດຖະສະພາລະຫວ່າງຊາດອາ ຊຽນ ທີ່ໄດ້ປະກອບສ່ວນເຂົ້າໃນ ຂະບວນການຮັດແໜ້ນປະຊາຄົມ ອາຊຽນໃຫ້ມີຄວາມເຂັ້ມແຂງ ໃນ ໄລຍະຜ່ານມາ ກໍຄື ການເຮັດໜ້າທີ່ ການທູດດ້ານລັດຖະສະພາຢ່າງຕັ້ງ ໜ້າ ແລະ ໄດ້ສະເໜີໃຫ້ສະມັດຊາ ລັດຖະສະພາລະຫວ່າງຊາດອາ ຊຽນ ກໍຄືສືບຕໍ່ສະໜັບສະໜູນຂະ ບວນການຮັດແໜ້ນປະຊາຄົມອາ ຊຽນໃຫ້ມີຄວາມເຂັ້ມແຂງ ໃນການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ໃນກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າ ຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ ຮັບຊາບການປະກອບສ່ວນຂອງ ຊາວໜຸ່ມໃນຂະບວນການສ້າງປະ ຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດກິດຈະກຳຂອງ ຊາວໜຸ່ມອາຊຽນ ພາຍໃຕ້ຄຳຂວັນ “ຊາວໜຸ່ມເພື່ອອະນາຄົດທີ່ຍືນຍົງ: ສົ່ງເສີມການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ຂັບເຄື່ອນການປ່ຽນແປງ ໃນອາຊຽນ”. ບັນດາຜູ້ນໍາອາຊຽນ ເຫັນວ່າ ເພື່ອເຮັດໃຫ້ຊາວໜຸ່ມກາຍ ເປັນຜູ້ສືບທອດທີ່ເຂັ້ມແຂງໃນ ອະນາຄົດ ແລະ ເປັນກໍາລັງແຮງທີ່ ສໍາຄັນໃນການພັດທະນາເສດຖະ ກິດ-ສັງຄົມ, ອາຊຽນ ຕ້ອງເພີ່ມທະ ວີການຮ່ວມມື ເພື່ອສ້າງກາລະໂອ ກາດໃຫ້ຊາວໜຸ່ມສາມາດເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ, ພ້ອມ ທັງ ໄດ້ຊຸກຍູ້ໃຫ້ຊາວໜຸ່ມອາຊຽນ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ແລະນໍາໃຊ້ເຕັກໂນໂລຊີດັ່ງກ່າວໃຫ້ ເກີດປະໂຫຍດສູງສຸດ ແລະ ອື່ນໆ. ສ່ວນໃນກອງປະຊຸມພົບປະລະ ຫວ່າງ ຜູ້ນຳອາຊຽນ ກັບສະພາທີ່ ປຶກສາທຸລະກິດອາຊຽນ, ຜູ້ນໍາອາ ຊຽນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງສະພາທີ່ປຶກສາ ທຸລະກິດອາຊຽນໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນເຂົ້້າໃນການ ຮັດແໜ້ນປະຊາຄົມເສດຖະກິດອາ ຊຽນ ແລະ ໄດ້ຊົມເຊີຍສະພາທີ່ປຶກ ສາທຸລະກິດອາຊຽນ ທີ່ໄດ້ກຳນົດ ບັນດາບຸລິມະສິດ ແລະ ກິດຈະກຳ ຕ່າງໆ ສຳລັບປີ 2025 ພາຍໃຕ້ຄຳ ຂວັນ “ການຮວມຕະຫລາດເພື່ອ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ” ແລະ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດ ບຸລິມະສິດເຫລົ່ານັ້ນໃຫ້ມີປະສິດ ທິພາບ.

RkJQdWJsaXNoZXIy MTc3MTYxMQ==