7036

27/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 8 lkgsfdko38o75 d1j k',tsa flt9a o 0v'[a ofkz6h oewxl6j g0fmuj \A o1j k'xvfwr dkooec0;'s];'rt[k' -5 dp6 h dkox6 ddkg2.8h Iq j ,w,h ບົດສະເໜີົີ lh k'0t[;odkox6 d8Q ow,h grnj v7n o7;k,lq ,[6 omk'me,t-kf * ໃນປະຫວັດສາດການຕໍ່ສູ້ ປົດປ່ອຍຊາດ, ພາຍໃຕ້ການນໍາພາ ຂອງພັກປະຊາຊົນລາວ ໃນເມື່ອ ກ່ອນກໍຄືພັກປະຊາຊົນ ປະຕິວັດ ລາວໃນປັດຈຸບັນນັ້ນ ໄດ້ມີຫລາຍ ເຫດການທີ່ສະທ້ອນໃຫ້ເຫັນເຖິງ ວິລະກຳ, ຄວາມສະຫລາດສ່ອງໃສ, ມີໄຫວພິບ, ພິລະອາດຫານເຕັມໄປ ດ້ວຍຄວາມເສຍສະລະອັນສູງສົ່ງ ຂອງຜູ້ນຳພັກ, ນັກຮົບປະຕິວັດ, ກໍ ຄືປວງຊົນລາວບັນດາເຜົ່າ ຊຶ່ງໜຶ່ງ ໃນເຫດການອັນສຳຄັນທີ່ທົ່ວປວງ ຊົນລາວທັງຊາດຍັງຈົດຈຳ ແລະ ສັນລະເສີນທີ່ສຸດອີກເຫດການ ໜຶ່ງ ນັ້ນແມ່ນເຫດການໂຕນຄຸກຢ່າງມະ ຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ໃນວັນທີ 24 ພຶດສະພາ 1960. ເຫດການວິລະກຳດັ່ງກ່າວ ນີ້ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນ ລຳບາກນາໆປະການເຖິງວ່າຈະ ຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມ ຈຳນົນ ໂດຍເດັດຂາດອັນນີ້ກໍຍ້ອນ ບັນດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດ ມາປຽບປານກໍບໍ່ໄດ້. ໄຊຊະນະອັນ ພິລະອາດຫານໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມ *ເມື່ອບໍ່ດົນມານີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງ ຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟ ໃຕ້ຮົ່ມໄມ້ຂອງປະຊາຊົນຢູ່ບ້ານມົກ ວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫລວງພະບາງ. ທ່ານ ສົມດີ ໄຊຍະວົງ ນາຍ ບ້ານມົກວັດ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານມົກວັດ ມີ 86 ຄອບຄົວ, ພົນ ລະເມືອງ 519 ຄົນ ຍິງ 252 ຄົນ. ເລີ່ມປູກກາເຟໃນປີ 2020 ເປັນຕົ້ນ ມາ ມີ 10 ຄອບຄົວ, ມາຮອດປີ 2024 ເພີ່ມຂຶ້ນ ເປັນ 18 ຄອບຄົວ ແລະ ປີ 2025 ມີ 71 ຄອບຄົວ, ມີເນຶ້ອທີ່ປູກກາເຟຫລາຍກວ່າ 15 ເຮັກຕາ, ປູກແລ້ວ 62.600 ຕົ້ນ; ປີ 2025 ເປັນປີທໍາອິດທີ່ເກັບກ່ຽວຜົນ ຜະລິດສາມາດເກັບໝາກກາເຟແດງ ໄດ້ 1.500 ກິໂລ, ໝາກຂາວໄດ້ 300 ກວ່າກິໂລ. ສ້າງລາຍຮັບໃຫ້ ກຸ່ມປູກກາເຟໄດ້ 25 ລ້ານກວ່າກີບ. ໂຄງການປູກກາເຟນີ້, ແມ່ນອົງ ການວອນເດີສ ປະເທດເກົາຫລີ ເປັນ ຜູ້ໃຫ້ທຶນ ແລະ ການສົ່ງເສີມທາງ (ລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ຶິຸ່ັັູ້ັ ວັນທີ 24/5/1960-24/5/2025)ັ ນີ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງທີ່ໄດ້ ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນທ່ານຜູ້ນຳໂຕອອກຈາກຄຸກໄດ້ ສຳເລັດ. ຊຶ່ງ 8 ສາເຫດການໂຕນ ຄຸກຢ່າງມະຫັດສະຈັນຂອງບັນດາ ຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດຢ່າງ ປອດໄພມີດັ່ງນີ້: 1. ຍ້ອນການນຳອັນສະຫລາດ ສ່ອງໃສ ແລະ ປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ. ການຊີ້ນຳລະອຽດຕົວ ຈິງຂອງທ່ານ ສາລີ ວົງຄຳຊາວ, ຄະນະພັກແຂວງໆວຽງຈັນ ທີ່ໄດ້ ກະກຽມຢູ່ທາງນອກ ແລະ ທາງໃນ ເປັນການຕີຈັງຫວະເຂົ້າແກັບເຂົ້າ ເກຍ ຊັດເຈນທີ່ສຸດ. 2. ຍ້ອນນ້ຳໃຈຮັກຊາດ ອັນ ແຮງກ້າຂອງບັນດາຜູ້ນຳເຮົາທີ່ມີ ຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມ ເສຍສະລະ, ມີຄວມປີຊາສາມາດ ຂົນຂວາຍ, ສຶກສາອົບຮົມສາລະວັດ ທະຫານ, ເຮັດໃຫ້ສັດຕູກາຍເປັນ ມິດສະຫາຍຮ່ວມຕາຍນຳກັນ. 3. ຍ້ອນສາລະວັດທະຫານມີ ນຳໃຊ້ຮັກຊາດອັນດູດດື່ມ, ເບື່ອໜ່າຍ ຕໍ່ອຳນາດປົກຄອງຫຸ້ນປະຕິການ. ເຂົາເຈົາມີຄວາມຈົງຮັກພັກດີ, ຊື່ສັດຕໍ່ ຜູ້ນຳສຸດຂີດ ກາຍເປັນຜູ້ໄຂປະຕູຫ້ອງ ຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກ ແລ້ວປ້ອງກັນ ແລະ ພາທາງຜູ້ນຳ ພັກ ແລະ ແນວລາວຮັກຊາດຍ່າງ ອອກຈາກຄຸກໂພນເຄັງ ອອກໄປ ຢ່າງປອດໄພ. 4. ຍ້ອນຄວາມຕື່ນຕົວຮັກຊາດ ຂອງປະຊາຊົນ, ທຸກຊັ້ນຄົນ, ນັບ ທັງພະສົງອົງເຈົ້ານະຄອນຫລວງ ວຽງຈັນ, ແຂວງວຽງຈັນ ແລະ ທົ່ວປະເທດ ໂດຍການປຸກລະດົມ ຂົນຂວາຍຈາກກອງໜູນ (ກຳລັງ ປະຕິວັດທີ່ຫວ່ານລົງຢູ່ທ້ອງຖິ່ນ ຕ່າງໆ), ມີຄວາມຕື່ນຕົວ, ດຳເນີນ ການຕໍ່ສູ້ເລັ່ງທວງໃຫ້ພວກປະຕິ ການປ່ອຍຜູ້ນຳ, ເມື່ອຜູ້ນຳໂຕນ ຄຸກເຂົາເຈົ້າກໍ່ຮັກສາຄວາມລັບ, ປ້ອງກັນ ແລະ ລ້ຽງດູຜູ້ນຳ. 5. ຄອບຄົວພີ່ນ້ອງລູກຫລານ ຂອງຜູ້ນຳໂດຍສະເພາະ ປ້າຄຳ ແພງ ບຸຜາ ໄດ້ເຄື່ອນໄຫວປຸກລະດົມ ປະຊາຊົນດຳເນີນການຕໍ່ສູ້ຢ່າງ ແຂງແຮງ. 6. ການເຄື່ອນໄຫວຂອງຜູ້ ຊົງຄຸນວຸດທິ, ຜູ້ຮັກຫອມສັນຕິພາບ ເປັນກາງທີ່ໄດ້ສະໜັບສະໜູນຕໍ່ຝ່າຍ ແນວລາວຮັກຊາດ, ຕໍ່ສູ້ປ້ອງກັນຜູ້ ນຳ, ຫາວິທີບໍ່ໃຫ້ນຳເອົາຜູ້ນຳອອກ ຕັດສິນ. 7. ຍ້ອນກຳລັງຝ່າຍປະເທດ ລາວ, ກອງພັນທີ 2 ແລະ ທະຫານ ທ້ອງຖິ່ນທີ່ປ້ອງກັນຜູ້ນຳ ແລະ ກຽມພ້ອມທັບມ້າງທຸກການໄລ່ລ່າ ຂອງສັດຕູ, ເປັນຜູ້ພາທາງທີ່ກຳນົດ ໄວ້ກ່ອນ ເພື່ອໃຫ້ຜູ້ນຳອອກໄປສູ່ທ້ອງ ຖິ່ນຕ່າງໆ. 8. ຍ້ອນການສະໜັບສະໜູນ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ປະເທດສັງຄົມ ນິຍົມອ້າຍນ້ອງ, ນັບທັງອົງການ ສະຫະປະຊາຊາດ ທີ່ໄດ້ແຕ່ງ ຜູ້ແທນມາພົບກັບລັດຖະບານຫຸ່ນ ແລະ ກົດດັນໃຫ້ພວກປະຕິການ ຕ້ອງຮັບປະກັນຊີວິດໃຫ້ແກ່ຜູ້ນຳ ທັງໝົດ. ດ້ານເຕັກຂອງຫ້ອງການກະສິກຳ ເມືອງ. ສຳລັບທິດທາງແຜນການ ໃນຕໍ່ໜ້າຈະຂະຫຍາຍພື້ນທີ່ປູກ ກາເຟໃຫ້ໄດ້ຄອບຄົວລະ 1 ເຮັກຕາ ຕິດພັນກັບການປົກປັກຮັກປ່າໄມ້, ສ້າງລາຍຮັບເຂົ້າກຸ່ມໃຫ້ໄດ້ 10 ລ້ານກີບຂຶ້ນໄປ, ກ້າເບ້ຍກາເຟ ເພື່ອ ສະໜອງໃຫ້ກຸ່ມປູກກາເຟພາຍໃນ ບ້ານ ແລະ ບ້ານອ້ອມຂ້າງໃຫ້ໄດ້ 50 ພັນເບ້ຍຕໍ່ປີ. ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງ ບ້ານ ແລະ ປະຊາຊົນທີ່ພ້ອມໃຈກັນ ຕັດສິນໃຈສູງຕໍ່ການສ້າງອາຊີບ, ສ້າງເງື່ອນໄຂໃຫ້ແກ່ການສ້າງ ເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອ ລະກ້າວ, ພ້ອມທັງມີຄໍາເຫັນຊີ້ນໍາ ຕໍ່ອົງການປົກຄອງບ້ານຕ້ອງເປັນ ເຈົ້າການສຶກສາອົບຮົມການເມືອງ ແນວຄິດໃຫ້ປະຊາຊົນພາຍໃນບ້ານ ຢ່າງເລິກເຊິ່ງ, ຮັບປະກັນຄວາມ ສະຫງົບ, ຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້, ສືບຕໍ່ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນພາຍໃນ ບ້ານໃຫ້ນັບມື້ດີຂຶ້ນເປັນກ້າວໆ. *ເພື່ອໃຫ້ບັນລຸຄາດໝາຍຍຸດທະ ສາດ, ກໍ່ຄື ແຜນພັດທະນາວຽກງານ ກະສິກໍາ ແລະ ປ່າໄມ້ ໃນໄລຍະ 5 ປີ ທີ່ລັດຖະບານວາງອອກ ແລະ ເພີ່ມ ຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 72 ສ່ວນຮ້ອຍຂຶ້ນໄປຂອງເນື້ອທີ່ໃນທົ່ວ ແຂວງ, ເມື່ອບໍ່ດົນມານີ້ ຄະນະນໍາ ພະແນກກະສີກຳ ແລະ ປ່າໄມ້ແຂວງ ສາລະວັນ ພ້ອມດ້ວຍພະນັກງານ ລັດຖະກອນຈາກຂະແໜງການອ້ອມ ຂ້າງພະແນກ, ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເພື່ອຕ້ອນຮັບວັນສໍາຄັນ ຕ່າງໆຂອງຊາດ ເປັນຕົ້ນວັນເດັກ ນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ຄົບຮອບ 45 ປີ ແລະ ຕ້ອນ ຮັບກອງປະຊຸມໃຫຍ່ຂອງອົງຄະນະ ພັກແຂວງສາລະວັນ ຄັ້ງທີ X ໃຫ້ ໂດຍ: ທິດລານີ ໂຄດໂຍທາິ ດີ ເປັນຂະບວນການຟົດຟື້ນ. ໃນນັ້ນ ທາງພະແນກກະສິກຳ ແລະ ປ່າໄມ້ ແຂວງໄດ້ສ້າງຂະບວນການ ເຊິ່ງ ໄດ້ກຳນົດສະຖານທີ່ປູກແມ່ນໄດ້ຈັດ ຂຶ້ນຢູ່ທີ່ຂະແໜງປ່າໄມ້ຂອງແຂວງ, ບ້ານນາໂດນ ເມືອງສາລະວັນ ໂດຍ ການເຂົ້າຮ່ວມປູກຂອງທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຂັນທະໄລ ທອງພັນເຮືອງສີ ຫົວໜ້າ ຂະແໜງປ່າໄມ້ແຂວງສາລະວັນ ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນພະແນກເຂົ້າຮ່ວມຢ່າງເປັນ ຂະບວນ. ສໍາລັບເບ້ຍໄມ້ທີ່ນໍາມາປູກ ໃນຄັ້ງນີ້ ມີຈໍານວນ 100 ກວ່າເບ້ຍ, ໃນນັ້ນ ມີປະເພດໄມ້ແຄນຂະຍອມ, ໄມ້ຫໍາງົວ ແລະ ເບ້ຍໄມ້ຊົມພູພັນທິບ. ທ່ານຂັນທະໄລທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ ຍັງໃຫ້ຮູ້ຕື່ມ ອີກວ່າ: ການສ້າງຂະບວນການປູກ ຄັ້ງນີ້ ແມ່ນມີຄວາມສໍາຄັນທີ່ສຸດຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂອງແຂວງ, ການ ປົກປັກຮັກສາທີ່ດິນ, ແຫລ່ງນໍ້າ, ຊີວະນາໆພັນໃຫ້ມີຄວາມອຸດົມ ສົມບູນ ແລະ ຍືນຍົງ, ປ່າໄມ້ຍັງ ປະກອບສ່ວນຢ່າງຫລວງຫລາຍຕໍ່ ການພັດທະນາດ້ານກະສິກໍາ, ອຸດ ສາຫະກໍາ, ຟື້ນຖານໂຄງລ່າງ, ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ, ຕິດພັນກັບການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ, ສະນັ້ນ ທຸກຄົນໃນສັງຄົມ ຈົ່ງໄດ້ພ້ອມກັນຫວງແຫນປ່າໄມ້, ປະກອບສ່ວນປູກໄມ້ຕາມເງື່ອນໄຂ ຂອງຕົນຄຸ້ມຄອງ ແລະ ປົກປັກ ຮັກສາປ່າໄມ້ໃຫ້ອຸດົມສົມບູນ, ສີ ຂຽວ, ຮັກສາໄດ້ດ້ານສິ່ງແວດລ້ອມ ແລະ ຫລຸດຜ່ອນການປ່ຽນແປງ ຂອງດິນຟ້າອາກາດ, ສໍາລັບປີນີ້ ທາງຂະແໜງປ່າໄມ້ແຂວງສາລະ ວັນ ໄດ້ກະກຽມເບ້ຍໄມ້ທີ່ຈະປູກ ທັງໝົດໃນທົ່ວແຂວງຈໍານວນ 1.200.000 ກວ່າເບ້ຍ, ປູກໃນ ເນື້ອທີ່ 1 ພັນກວ່າເຮັກຕາ.

RkJQdWJsaXNoZXIy MTc3MTYxMQ==