lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 27/05/2025 xtgmf]k; ເລຂາທິການໃຫຍ່...ິ່ ສະຫລຸບຕີລາຄາ...ຸີ ໃນທ້າຍອາທິດຜ່ານມາ ໂດຍໃຫ້ລັດ ຖະບານ, ອົງການປົກຄອງແຕ່ລະ ຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຊີ້ນໍາການແກ້ໄຂບັນຫາເຄັ່ງ ຮ້ອນ ທາງດ້ານເສດຖະກິດ-ການ ເງິນ ຕິດພັນກັບບັນຫາຫຍໍ້ທໍ້ໃນສັງ ຄົມໃຫ້ໄວ, ໃຫ້ທ່ວງທັນກັບສະ ພາບການ ໂດຍສະເພາະການແກ້ໄຂ ບັນຫາປາກທ້ອງຂອງປະຊາຊົນ, ການຂະຫຍາຍການຜະລິດເປັນ ສິນຄ້າ, ທັງມອບໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການວາງມາດຕະ ການຕ້ານແລ້ງ-ຕ້ານຖ້ວມ, ການ ລະບາດຂອງພະຍາດ ກໍຄື ການ ຮັບມືກັບໄພພິບັດຕ່າງໆ, ລວມເຖິງ ບັນຫາອັກຄີໄພທີ່ເຫັນວ່າ ເກີດຂຶ້ນ ຢ່າງຕໍ່ເນື່ອງ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໃຫ້ ເອົາໃຈໃສ່ຊີ້ນໍາ ການຫັນລົງກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບ ຮັບຮອງເອົາລັດຖະທຳມະນູນ ສະ ບັບປີ 2025 ໃນກອງປະຊຸມສະໄໝ ວິສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ບັນລຸຜົນສູງເຖິງ 99,35% ຂອງຈໍານວນສະມາຊິກ ສະພາແຫ່ງຊາດທັງໝົດ. ໂອກາດ ນີ້, ທ່ານ ຈະເລີນ ເຢຍປາວເຮີ ຍັງ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄວາມເຫັນ ຢ່າງຈິງຈັງ ແລະ ແທດຕົວຈິງ ຕໍ່ ບົດສະຫລຸບຕີລາຄາກ່ຽວກັບ ການ ເຄື່ອນໄຫວວຽກງານປັບປຸງລັດ ຖະທໍາມະນູນ ຂອງຄະນະກຳມະ ການລະດັບຊາດ ໃຫ້ເຫັນໄດ້ຜົນ ສຳເລັດ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນກ່ຽວກັບການປັບປຸງລັດ ຖະທໍາມະນູນ. ໂອກາດນີ້,ທ່ານສຸບັນສະວະບຸດ ປະທານກຳມະທິການວຽກງານ ສະມາຊິກສະພາແຫ່ງຊາດ, ຄະນະ ກຳມະການລະດັບຊາດ ປັບປຸງ ລັດຖະທຳມະນູນ ໄດ້ຍົກໃຫ້ເຫັນ ສະພາບການເຄື່ອນໄຫວວຽກງານ ດ້ານຕາມແຜນພັດທະນາຂອງ ເມືອງ ແລະ ຂອງຕາແສງ ເພື່ອແກ້ ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຄະນະພັກທຸກຂັ້ນ ຕ້ອງຖືເອົາ ວຽກງານນີ້ ເປັນຄວາມຮັບຜິດ ຊອບໂດຍກົງຂອງຕົນ, ສຸມໃສ່ເຂດ ພູດອຍຫ່າງໄກສອກຫລີກ ແລະ ຈຸດ ຫລໍ່ແຫລມຕ່າງໆ ຈັດສັນງົບປະ ມານ ເພື່ອສ້າງ ແລະ ປັບປຸງໂຄງ ລ່າງພື້ນຖານ, ເສີມກໍາລັງ ແລະ ປັບປຸງສອງກໍາລັງໃຫ້ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນວຽກທີ່ຕ້ອງ ເຮັດເປັນປະຈໍາ ແລະ ຕໍ່ເນື່ອງ; ໃຫ້ ສືບຕໍ່ນໍາພາຊີ້ນໍາການປັບປຸງກົງຈັກ ການຈັດຕັ້ງຂອງກະຊວງ, ອົງການ ແລະ ຂະແໜງການສາຍຕັ້ງ ຢູ່ທ້ອງ ຖິ່ນ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ມີ ຜົນສໍາເລັດ ແລະ ທັນຕາມກໍານົດ ເວລາທີ່ວາງໄວ້. ພ້ອມກັນນັ້ນ, ກໍ ຮີບຮ້ອນສືບຕໍ່ກະກຽມຄວາມພ້ອມ ດ້ານຕ່າງໆ ໃນການຈັດຕັ້ງຕາແສງ ໃນຂອບເຂດທົ່ວປະເທດ ໂດຍໃຫ້ ມີແຜນກໍານົດສ້າງຕັ້ງຕິດພັນກັບ ແຜນຄົນ, ແຜນວຽກ (ຂະແໜງ ການ) ແລະ ແຜນງົບປະມານ. ພ້ອມກັນນີ້, ໃຫ້ສືບຕໍ່ຊີ້ນຳການ ຍູ້ຂະບວນການ ກະກຽມກອງປະ ຊຸມໃຫຍ່ຄັ້ງທີ 12 ຂອງພັກ ໃຫ້ເປັນ ຂະບວນການກວ້າງຂວາງ, ນໍາ ເອົາບັນດາເອກະສານກອງປະຊຸມ ໃຫຍ່ ໄປຈັດຕັ້ງສຳມະນາ, ຄົ້ນຄວ້າ ບັນຫາທີ່ຍັງບໍ່ທັນແຈ້ງ, ສືບຕໍ່ທາບ ທາມຄໍາເຫັນ ໃຫ້ກວ້າງຂວາງ ແລະ ເຂົ້າລວງເລິກຕື່ມ; ໃຫ້ກະກຽມ ການດໍາເນີນຊີວິດການເມືອງ ທ້າຍ ສະໄໝ ຂອງຄະນະບໍລິຫານງານ ພັກ ກະຊວງ, ອົງການ, ນະຄອນ ຫລວງ, ແຂວງ ແລະ ຄະນະບໍລິ ຫານງານສູນກາງພັກ ສະໄໝທີ 11 ຕິດພັນກັບການກະກຽມບຸກຄະ ລາກອນ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ຕາມຫລັກການ, ຂັ້ນ ຕອນ, ລະບຽບການຢ່າງຮັດກຸມ ແລະ ເຂັ້ມງວດ. ຂໍ້ມູນ-ພາບ: ຫ້ອງວ່າການສູນ ກາງພັກ; ຂ່າວ: ທະນູທອງ ແຮງຂັບເຄື່ອນໃນການເປີດກວ້າງ ເພື່ອສົ່ງເສີມການພັດທະນາ”. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມ ສໍາຄັນໃນການຈັດງານວາງສະ ແດງສາກົນດັ່ງກ່າວ ເພື່ອສົ່ງເສີມ ການເປີດກວ້າງຕະຫລາດທີ່ເປັນ ທ່າແຮງໃນພາກຕາເວັນຕົກ ຂອງ ສປ ຈີນ ສູ່ສາກົນ ຕາມແນວທາງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໂດຍແນ ໃສ່ຊຸກຍູ້ສົ່ງເສີມການແລກປ່ຽນ, ການຮ່ວມມືລະດັບສູງໃນພາກພື້ນ ແລະ ສົ່ງເສີມການພັດທະນາລະບົບ ອຸດສາຫະກໍາສະໄໝໃໝ່. ງານວາງ ສະແດງດັ່ງກ່າວ, ເປັນເວທີໜຶ່ງທີ່ ສໍາຄັນໃນການເປີດໂອກາດໃຫ້ແກ່ ພາກລັດ ແລະ ພາກເອກະຊົນ ໄດ້ ແລກປ່ຽນຂໍ້ມູນຂ່າວສານ, ບົດ ຮຽນ ແລະ ປະສົບການໃນດ້ານ ຕ່າງໆຮ່ວມກັນ ໂດຍສະເພາະຂະ ແໜງການນະວັດຕະກໍາເຕັກໂນໂລ ຊີທັນສະໄໝ ເພື່ອອໍານວຍຄວາມ ສະດວກໃຫ້ແກ່ ອຸດສາຫະກໍາການ ຜະລິດ ແລະ ການບໍລິການໃນຍຸກ ສະໄໝໃໝ່. ພ້ອມກັນນີ້, ຍັງເປັນ ການເປີດໂອກາດໃຫ້ແກ່ພາກທຸລະ ກິດ ແລະ ຜູ້ປະກອບການທີ່ມາຈາກ ປະເທດຕ່າງໆ ໄດ້ຈັບຄູ່ທາງທຸລະ ກິດ ແລະ ຮັດແໜ້ນການຮ່ວມມື ທາງດ້ານການຄ້າ ແລະ ການລົງ ທຶນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງ ແນວທາງນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີ ຊາຍແດນຕິດຈອດທະເລ ໄປສູ່ປະ ເທດເຊື່ອມຈອດກັບພາກພື້ນ ທີ່ໄດ້ ສອດຄ່ອງຕໍ່ກັບນະໂຍບາຍ ໜຶ່ງ ແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍສະເພາະ ການເປີດນໍາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ, ເສັ້ນທາງ ຂົນສົ່ງໂດຍສານລະຫວ່າງນະຄອນ ຫລວງວຽງຈັນ-ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ ເພື່ອສົ່ງ ເສີມການໄປມາຫາສູ່ກັນ, ການຂົນ ສົ່ງ, ການຄ້າຂາຍ ໃຫ້ກວ້າງຂວາງ ຂຶ້ນກວ່າເກົ່າ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊີນ ຊວນບັນດາພາກທຸລະກິດ ແລະ ນັກ ລົງທຶນຈາກປະເທດຕ່າງໆ ເຂົ້າມາ ທ່ອງທ່ຽວ ແລະ ສຶກສາໂອກາດ ໃນການຮ່ວມມື ແລະ ລົງທຶນ ໃນ ຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະຂະແໜງ ການພັດທະນາກະສິກໍາ-ປ່າໄມ້ສະ ອາດ, ພະລັງງານທົດແທນ, ສີຂຽວ ແລະ ຍືນຍົງ ອີກດ້ວຍ. ໃນໂອກາດດຽວກັນນີ້, ການ ນຳຂັ້ນສູງຂອງ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມເປັນສັກຂີພິຍານ ໃນການຕັດແຖບຜ້າຫ້ອງວາງສະ ແດງຂອງລາວ. ຫລັງຈາກນັ້ນ, ກໍໄດ້ຢ້ຽມຢາມຫ້ອງວາງສະແດງ ຕ່າງໆ ພາຍໃນງານ ຕື່ມອີກ. ຂ່າວ: ກປທ; ພາບ: ຫສນຍ ຮອງນາຍົກລັດຖະມົນຕີ...ົັົີ ການປັບປຸງລັດຖະທຳມະນູນ, ຜົນ ສຳເລັດອັນພົ້ນເດັ່ນໂດຍສະເພາະ ແມ່ນການຫັນມະຕິຂອງຄະນະ ບໍລິຫານງານສູນກາງພັກ ວ່າດ້ວຍ ການສຶບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ສູ່ ລວງເລິກ, ສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງ ພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າການໄລຍະໃໝ່ ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ສະບັບປີ 2025 ເຊິ່ງເປັນການປັບ ປຸງນິຕິກຳສູງສຸດ ຂອງລັດເຮົາ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກ ໃນໄລຍະໃໝ່ ແນໃສ່ປັບ ປຸງລະບົບອຳນາດແຫ່ງລັດໃຫ້ເຂັ້ມ ແຂງ, ມີຄຸນນະພາບ ແລະ ປະສິດທິ ພາບສູງຂຶ້ນ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມ ໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ທັງເປັນບ່ອນອີງພື້ນຖານ ໃຫ້ແກ່ການສ້າງ ແລະ ປັບປຸງກົດ ໝາຍ ກໍຄື ນິຕິກຳໃຕ້ກົດໝາຍໃນຕໍ່ ໜ້າ ໃຫ້ຮັບປະກັນແນວທາງການ ເມືອງຂອງພັກ ແລະ ການຄຸ້ມຄອງບໍລິຫານລັດໃນໄລຍະໃໝ່. ຂ່າວ: ກິດຕາ ກອງປະຊຸມສະພາປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງ ທີ 29, ກອງປະຊຸມສະພາປະສານ ງານອາຊຽນ ຄັ້ງທີ 34 ແລະ ກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະພາການຮ່ວມມືເຂດ ອ່າວ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ມາເລ ເຊຍ ໃນນາມປະທານ ອາຊຽນ ປີ 2025. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າຂອງການຮ່ວມມືດ້ານຕ່າງໆ ພາຍໃຕ້ ປະຊາຄົມອາຊຽນ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະ ສິດການເປັນປະທານອາຊຽນ ຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ຄໍາ ຂວັນ “ການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ຍືນຍົງ”, ຊຶ່ງເຫັນວ່າມີ ຄວາມຄືບໜ້າເປັນຢ່າງດີ. ກອງປະ ຊຸມ ໄດ້ປຶກສາຫາລືກ່ຽວກັບການ ສະເໜີເປັນພາຄີສົນທິສັນຍາໄມຕີ ຈິດ ແລະ ການຮ່ວມມື ໃນອາຊີຕາ ເວັນອອກສ່ຽງໃຕ້ ຂອງບັນດາປະ ເທດນອກພາກພື້ນ. ນອກຈາກນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບຄວາມ ຄືບໜ້າການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ. ພ້ອມນັ້ນ, ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າຂອງການ ກະກຽມເຂົ້າເປັນສະມາຊິກອາຊຽນ ຂອງ ຕີມໍແລັດສະເຕ. ກອງປະຊຸມຄະນະກຳມະການ ເຂດປອດອາວຸດນິວເຄລຍ ໃນອາຊີ ຕາເວັນອອກສຽງໃຕ້ ໄດ້ຮັບຮອງ ເອົາເອກະສານເພີ່ມເຕີມ ເພື່ອດັດ ແກ້ສົນທິສັນຍາເຂດປອດອາວຸດ ນິວເຄລຍ ໃນອາຊີຕາເວັນອອກ ສຽງໃຕ້ ເພື່ອໃຫ້ສາມາດດຳເນີນ ຂະບວນການໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 29 ໄດ້ຮັບຊາບຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດບັນ ດາກິດຈະກຳ ແລະ ວຽກງານຂອງ ບັນດາຂະແໜງການພາຍໃຕ້ເສົາ ຄ້ຳປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ, ລວມທັງການ ຈັດຕັ້ງປະຕິບັດແຜນແມ່ບົດປະຊາ ຄົມການເມືອງ-ຄວາມໝັ້້ນຄົງອາ ຊຽນ 2025. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 36 ໄດ້ປຶກສາຫາລື ການກະກຽມດ້ານຕ່າງໆສໍາລັບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດ ຍອດທີ່ກຽວຂ້ອງ ທີ່ຈະຈັດຂຶ້ນໃນ ວັນທີ 26-27 ພຶດສະພາ 2025, ລວມທັງບັນດາເອກະສານຜົນຂອງ ບັນດາກອງປະຊຸມສຸດຍອດເຫລົ່າ ນັ້ນ. ໃນນີ້, ກອງປະຊຸມ ໄດ້ເຫັນດີ ຮັບຮອງເອົາເອກະສານວິໄສທັດ ປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດ ຖະກິດອາຊຽນ, ແຜນຍຸດທະສາດ ປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ ເພື່ອນໍາ ສະເໜີໃຫ້ຜູ້ນໍາອາຊຽນ ຮັບຮອງ ເອົາຢ່າງເປັນທາງການໃນກອງ ປະຊຸມສຸດຍອດອາຊຽນຄັ້ງທີ 46 ເພື່ອເປັນທິດທາງການຮ່ວມມືອາ ຊຽນສໍາລັບ 20 ປີຂ້າງໜ້າ. ພ້ອມ ນີ້, ກອງປະຊຸມ ກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານຕ່າງໆທີ່ ກ່ຽວຂ້ອງ ເປັນຕົ້ນ ບົດລາຍງານ ຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 46, ບົດລາຍງານຂອງຄະນະກໍາມະ ການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ, ບົດລາຍງານຂອງຄະນະ ສະເພາະກິດວຽກງານຂໍ້ລິເລີ່ມເພື່ອ ການເຊື່ອມໂຍງອາຊຽນ ແລະ ບົດ ລາຍງານຂອງຄະນະກຳມະການ ປະສານງານການເຊື່ອມຈອດອາ ຊຽນ. ກອງປະຊຸມລັດຖະມົນຕີອາ ຊຽນ-ສະພາການຮ່ວມມືເຂດອ່າວ ໄດ້ປຶກສາຫາລື ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດຂອບວຽກການຮ່ວມມືອາ ຊຽນ-ຈີຊີຊີ (2024-2028), ຊຶ່ງເປັນເອກະສານພື້ນຖານ ສຳລັບ ການເສີມຂະຫຍາຍການພົວພັນ ຮ່ວມມືອາຊຽນ-ຈີຊີຊີ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສອງ ພາກພື້ນຮັດແໜ້ນການຮ່ວມມື ໃນ ບັນດາຂົງເຂດທີ່ສອງຝ່າຍມີທ່າ ແຮງ ເປັນຕົ້ນ ແມ່ນການສົ່ງເສີມ ການຮ່ວມມືດ້ານເສດຖະກິດ ໂດຍ ການຊອກຫາຊ່ອງທາງໃນການ ເພີ່ມທະວີດ້ານການຄ້າ ແລະ ການ ລົງທຶນ ແລະ ການຮ່ວມມືທາງດ້ານ ພະລັງງານ ແລະ ອື່ນໆ. ກອງປະ ຊຸມ ຍັງໄດ້ຢ້ຳຄືນຄວາມສໍາຄັນ ຂອງການຮ່ວມມືທາງດ້ານເສດ ຖະກິດດີຈິຕອນ, ການຫັນເປັນດີຈິ ຕອນ, ປັນຍາປະດິດ, ການເຊື່ອມ ໂຍງ-ເຊື່ອມຈອດ, ການໄປມາຫາ ສູ່ລະຫວ່າງປະຊາຊົນ ແລະ ການ ທ່ອງທ່ຽວ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດອາ ຊຽນ-ຈີຊີຊີ ຄັ້ງທີ 2 ແລະ ກອງ ປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ ທີ່ຈະຈັດຂຶ້ນໃນວັນທີ 27 ພຶດສະພາ 2025. ຜູ້ແທນລາວ...ູ້ ມອບ-ຮັບ...ັ ຊວງການຕ່າງປະເທດ ແລະ ຄະນະ ພົວພັນຕ່າງປະເທດສູນກາງພັກ. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ມີຄຳເຫັນ ໂອ້ລົມຕໍ່ ພະນັກງານສະຖານທູດ ໂດຍເນັ້ນ ໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອຂອງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນກໍຄືທິດທາງໃນ ຕໍ່ໜ້າ ເພື່ອສືບຕໍ່ສ້າງໃຫ້ໜ່ວຍພັກ ຂອງຕົນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນສະໄໝທີ 2 ໃນປີ 2025 ໄປຄຽງຄູ່ກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ພ້ອມທັງເອົາໃຈໃສ່ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະ ໂດຍຖືເອົາເນື້ອໃນຂໍ້ແຂ່ງຂັນ ເຂົ້າໃນແຜນການກໍ່ສ້າງໜ່ວຍພັກ, ຕັ້ງໜ້າຍົກລະດັບຄວາມຮູ້ ແລະ ຄວາມສາມາດໃຫ້ສູງຂຶ້ນ ເພື່ອພັດ ທະນາຕົນເອງແລະການຈັດຕັ້ງ,ຝຶກ ຝົນຫລໍ່ຫລອມຕົນເອງທາງດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ວຽກງານວິຊາສະເພາະ ແລະ ວຽກງານອື່ນໆທີ່ປິ່ນອ້ອມ. ໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ຍັງໄດ້ເນັ້ນໃຫ້ພະ ນັກງານສະຖານທູດ ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ ເພື່ອເປັນກຳລັງແຮງໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດຍິ່ງໆຂຶ້ນ ໂດຍຍຶດ ໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື” ຕາມທິດ “ເພີ່ມມິດ ຫລຸດຜ່ອນສັດຕູ” ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາຂວັນ ຂອງວຽກງານການຕ່າງປະເທດ “ການທູດປ້ອງກັນເຫດແລະບຸກທະ ລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”. ພ້ອມກັນນີ້, ສະຫາຍ ຄໍາພັນ ອັ່ນ ລາວັນ ໄດ້ຕາງໜ້າໃຫ້ຄະນະພັກຄະນະນໍາ, ສະມາຊິກພັກ ແລະ ພະ ນັກງານສະຖານທູດ ຂຶ້ນຮັບຄຳໂອ້ ລົມຂອງທ່ານລັດຖະມົນຕີ ເພື່ອນຳ ເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດ ຕັ້ງຜັນຂະຫຍາຍເຂົ້າໃນແຜນວຽກ, ແຜນງານ ແລະ ການເຄື່ອນໄຫວ ວຽກງານຂອງສະຖານທູດ ໃຫ້ມີ ປະສິດທິຜົນສູງສຸດ. ຂ່າວ-ພາບ: ກຕທ
RkJQdWJsaXNoZXIy MTc3MTYxMQ==