07 xtgmf]k; gsfdko{dkora fmtok a 23/05/2025 { xdl c0;'lts;a ootg0f gzu pczj zq oIh kp0v'1kgl[8y f ໃນໂອກາດນີ້, ທ່ານ ນາງ ຫລິງ ທອງ ແສງຕາວັນ ໄດ້ມີຄຳເຫັນວ່າ: ໂດຍສືບຕໍ່ຜັນຂະຫຍາຍບົດຂຽນທີ່ ພວກເຮົາຖອດຖອນໄດ້ໃນໄລຍະ ແກ້ໄຂບັນຫາຢາເສບຕິດຕະຫລອດ 4 ປີທີ່ຜ່ານມາ ໃນນັ້ນ ເຫັນໄດ້ ຫລາຍຜົນງານທີ່ພັກ-ລັດ, ສັງຄົມ ກໍຄືກຳລັງປ້ອງກັນຊາດ-ປ້ອງ ຄວາມສະຫງົບຍາດມາໄດ້ ໂດຍ ສະເພາະພາຍໃນແຂວງສະຫວັນນະ ເຂດ ສາມາດຂຶ້ນບັນຊີເປົ້າໝາຍຄ້າ ຂາຍຢາເສບຕິດ ແຕ່ລະລາຍ ໄດ້ ຢ່າງຈະແຈ້ງ ພ້ອມທັງໄດ້ຈັບກຸມຄຸມ ຂັງຈຳນວນຫລາຍ, ເຊິ່ງໃນ1ປີຜ່ານ ມາ ສາມາດມ້າງຄະດີຢາເສບຕິດໄດ້ 323 ລາຍ, ມີຜູ້ຕ້ອງຫາ 495 ຄົນ ຍິງ 46 ຄົນ, ຢຶດຂອງກາງຢາບ້າ ໄດ້ 801.814 ເມັດ ແລະ ຢຶດຊັບ ສິນຂອງກາງປະເພດອື່ນໆ ໄດ້ຈຳ ນວນຫລາຍລາຍການ. ເຖິງຢ່າງໃດ ກໍ່ດີ, ແຕ່ກໍຍັງເຫັນວ່າບັນຫາຢາ ເສບຕິດດັ່ງກ່າວ ຍັງບໍ່ທັນຫລຸດນ້ອຍ ຖອຍລົງເທົ່າທີ່ຄວນ, ຍັງມີຂະບວນ ການຄ້າຂາຍຢາເສບຕິດ ທີ່ມີການ ວາງແຜນເລ່ຫລ່ຽມຂົນສົ່ງ ແລະ ຄ້າຂາຍທີ່ເລິກແລບແນບນຽນ, ມີການຜະລິດຢາເສບຕິດແບບໃໝ່ ແລະ ມີລິດອັນຕະລາຍຮ້າຍແຮງ ກວ່າເກົ່າ, ມີການຫຸ້ມຫໍ່ແບບໃໝ່ ປະສົມປະສານປົນເປກັບເຄື່ອງດື່ມ, ເພື່ອຫລົບຫລີກສາຍຕາເຈົ້າໜ້າທີ່ ກໍຄືຕົວະຍົວະຫລອກລວງຊາວໜຸ່ມ ໃຫ້ຫລົງໄຫລເຂົ້າໄປມົ້ວສຸມກັບຢາ ເສບຕິດຫລາຍຂຶ້ນ. ນອກນັ້ນ, ຍັງ ໄດ້ມ້າງກຸ່ມແກ້ງມົ້ວສຸມໄດ້ 36 ຄັ້ງ, ກັກຕົວຜູ້ມົ້ວສຸມໄດ້ 185 ຄົນ ຍິງ 68 ຄົນ ແລະ ໄດ້ໂຄສະນາສຶກສາ ອົບຮົມ ແລະ ເຜີຍແຜ່ຜົນຮ້າຍຂອງ ຢາເສບຕິດ ຢູ່ຕາມສະຖາບັນການ ສຶກສາ, ໂຮງຈັກ-ໂຮງງານ ແລະ ຊຸມຊົນໄດ້ 49 ຄັ້ງ, ມີຜູ້ເຂົ້າຮ່ວມ 12.694 ຄົນ ຍິງ 6.925 ຄົນ. ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສະຫວັນນະເຂດ ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາ ເສບຕິດ ແລະ ປະມວນກົດໝາຍ ອາຍາສະບັບປັບປຸງ ປີ 2017 ວ່າ ດ້ວຍການກະທຳຜິດກ່ຽວກັບຢາ ເສບຕິດ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ໂດຍມີທ່ານ ນາງ ຫລິງ ທອງ ແສງຕາວັນ ຮອງເຈົ້າແຂວງໆ ສະຫວັນນະເຂດ, ທ່ານ ພົຈວ ສົມ ໝາຍ ພົມມະຈັນ ຫົວໜ້າກອງບັນຊາ ການ ປກສ ແຂວງ, ມີບັນດາພະ ແນກການ, ຄະນະສະຫະພັນແມ່ຍິງ ແຂວງ, ຄະນະບໍລິຫານງານຊາວ ໜຸ່ມແຂວງ, ຄູ-ອາຈານ ແລະ ນ້ອງ ນັກຮຽນຈາກໂຮງຮຽນແຫ່ງຕ່າງໆ ເຂົ້າຮ່ວມຢ່າງຫລວງຫລາຍ. ຈຸດປະສົງ ກໍເພື່ອໃຫ້ນ້ອງນັກ ຮຽນ ຜູ້ທີ່ເປັນໜໍ່ແໜງຂອງປະເທດ ຊາດ ໄດ້ຮັບຮູ້ເຊື່ອມຊຶມຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ເປັນພິດຕໍ່ຮ່າງກາຍ, ຊີວິດ, ຊັບສິນ ຂອງບຸກຄົນ, ຜົນຮ້າຍຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ ພ້ອມທັງ ໄດ້ນຳເອົາຕົວຢ່າງຢາເສບຕິດປະ ເພດຕ່າງໆມາວາງສະແດງ ໃຫ້ນ້ອງ ນັກຮຽນໄດ້ເຫັນຄຸນລັກສະນະຂອງ ແຕ່ລະປະເພດຂອງຢາເສບຕິດ ພ້ອມ ແນະນຳວິທີປ້ອງກັນຕົນເອງໃຫ້ ຫ່າງໄກຢາເສບຕິດປະເພດຕ່າງໆ. ນາງ ສຸກທິດາ ໄຊຍະແສງທອງ ຕາງໜ້າໃຫ້ນ້ອງນັກຮຽນໄດ້ໃຫ້ ທັດສະນະວ່າ: ຜ່ານການຮັບຟັງ ແລະ ຮັບຊົມຮູບພາບກ່ຽວກັບຜົນ ຮ້າຍ ຂອງຢາເສບຕິດໃນຄັ້ງນີ້ ຕົນ ເອງແມ່ນມີຄວາມເຂົ້າໃຈ ແລະ ມີ ຄວາມຢ້ານກົວຕໍ່ໄພອັນຕະລາຍ ຂອງຢາເສບຕິດ ນອກຈາກຈະເປັນ ພິດໄພຕໍ່ຮ່າງກາຍ, ສຸຂະພາບ ແລະ ຊີວິດຂອງຕົວເຮົາເອງແລ້ວ ມັນ ຍັງເປັນໄພອັນຕະລາຍຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດນຳອີກ ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງໝູ່ເພື່ອນ ນັກຮຽນ, ຊາວໜຸ່ມໄວໜຸ່ມໝົດທຸກ ຄົນ ຈົ່ງຢ່າຄິດຢາກເສບ,ຢາກລອງ, ຫ້າມຂາຍ, ຫ້າມຊື້ຢາເສບຕິດແຕ່ລະ ປະເພດເປັນອັນຂາດ. ທ່ານ ພົຈວ ສົມໝາຍ ພົມມະຈັນ ຍັງອະທິບາຍຕື່ມກ່ຽວກັບຕໍ່ຄວາມ ອັນຕະລາຍຮ້າຍແຮງຂອງຢາເສບ ຕິດ ໂດຍສະເພາະໃບກະທ່ອມ, ຢາ ສູບໄຟຟ້າ, ເຮໂລອິນ, ກາເຟຢາເສບ ຕິດ, ໝາກປຸມເປົ້າ, ຄໍລາເຈນ ແລະ ຢາເສບຕິດປະເພດອື່ນໆ, ເຊິ່ງແຕ່ ລະຢ່າງມີລິດຮ້າຍແຮງ ໃນການທຳ ລາຍສະພາບຈິດຂອງມະນຸດ, ເຮັດ ໃຫ້ເກີດພາບຫລອນ, ຫລົງລືມ, ບໍ່ມີສະຕິໃນການຄວບຄຸມຕົນເອງ, ກາຍເປັນໄບ້ບ້າເສຍຈິດ (ຂ້າ ຫລື ທຳຮ້າຍຜູ້ອື່ນ ໂດຍຂາດສະຕິ). 7e,j ;o 9a flqj 'va f4y mtskovklklt\a d c]t -j P;-kos;Pfok, da [7n oxtgmf ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະລະຊີວິດ ໃນປາງສົງຄາມ ກັບຄືນປະເທດ ໃນ ເມື່ອມໍ່ໆມານີ້ ທີ່ກອງປະຕິບັດງານ ພິເສດ 589 ບ້ານໂພນສີທ່າ ເມືອງ ທ່າແຂກ ແຂວງຄໍາມ່ວນ ໂດຍມີ ສະຫາຍ ວົງເພັດ ຈິດປັນຍາ ຮອງເລ ຂາພັກແຂວງ, ສະຫາຍ ພິດສະໄໝ ກອງຊາເດດ ປະທານແນວລາວ ສ້າງຊາດ ຫົວໜ້າຄະນະປະຕິບັດ ງານພິເສດ ແຂວງຄໍາມ່ວນ, ສະ ຫາຍ ຮ່ວງຊວັນ ເຕີນ ຮອງປະທານ ຄະນະກໍາມະການປະຊາຊົນແຂວງ ຫົວໜ້າຄະນະປະຕິບັດງານພິເສດ ແຂວງກວາງບິ່ງ, ສະຫາຍ ພັນເອກ ເຈືອງຍື ອີ້ ຮອງຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ກວາງບິ່ງ ຮອງຫົວໜ້າຄະນະປະ ຕິບັດງານພິເສດ ແຂວງກວາງບິ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ກອງປະຕິບັດງານພິເສດທັງສອງ ແຂວງ ເຂົ້າຮ່ວມ. ສະຫາຍ ພິດສະໄໝ ກອງຊາ ເດດ ໄດ້ກ່າວວ່າ: ໃນການຈັດພິທີ ມອບ-ສົ່ງອັດຖິຂອງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມ ຢູ່ດິນແດນສະໝໍລະພູມແຂວງຄຳ ມ່ວນ ທີ່ສາມາດຊອກຂຸດຄົ້ນ ແລະ ທ້ອນໂຮມໄດ້ ໃນລະດູແລ້ງປະຈໍາ ສົກປີ 2024-2025 ມີ 17 ຮ່າງ ອັດຖິ ເພື່ອກັບຄືນປະເທດ, ກັບຄືນ ບ້ານເກີດຂອງຕົນໃນຄັ້ງນີ້ ພວກ ເຮົາຂໍສະແດງຄວາມໄວ້ອາໄລ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ດວງວິນ ຍານ ຂອງບັນດາພະນັກງານ-ນັກ ຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະ ຊີວິດໃນປາງສົງຄາມ ເຊິ່ງຕະຫລອດ ໄລຍະຜ່ານມາປະຊາຊົນລາວບັນດາ ເຜົ່າ ເວົ້າລວມ, ເວົ້າສະເພາະປະຊາ ຊົນແຂວງຄຳມ່ວນ ມີຄວາມຊາບ ຊຶ້ງ ແລະ ຈົດຈຳຈາລຶກບຸນຄຸນຢ່າງ ບໍ່ມີວັນຫລົງລືມໄດ້, ມູນເຊື້ອການ ຮ່ວມມືສໍາພັນສູ້ຮົບ ລະຫວ່າງສອງ ຊາດ ລາວ-ຫວຽດນາມ ແມ່ນເປັນ ສັນຍະລັກທີ່ສະຫວ່າງສະໄຫວ ແລະຢືນຢັນໄດ້ວ່າ:ການຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງ ທັບປະຊາຊົນຫວຽດນາມ ເຊິ່ງແມ່ນ ການປະສານສົມທົບທີ່ມີປະສິດທິ ຜົນສູງ ເຊິ່ງຜົນງານ ແລະ ຄຸນງາມ ຄວາມດີຂອງບັນດາສະຫາຍພະນັກ ງານ-ນັກຮົບຈະກາຍເປັນແວ່ນແຍງ ອັນໃສແຈ້ງ ໃຫ້ແກ່ລູກຫລານຄົນ ຮຸ່ນຫລັງໄດ້ຮ່ຳຮຽນ ແລະ ສືບທອດ ເອົາຊົ່ວກາລະນານ. ໂອກາດນີ້, ສະຫາຍ ຮ່ວງຊວັນ ເຕີນ ໄດ້ສະແດງຄວາມຂອບໃຈຕໍ່ ຄວາມເອົາໃຈໃສ່ ແລະ ເອື້ອອໍານວຍ ຄວາມສະດວກໃນການຊອກຂຸດຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະ ຊິວິດໃນປາງສົງຄາມ ຢູ່ພື້ນທີ່ແຂວງ ຄໍາມ່ວນໃນຄັ້ງນີ້ ມີຜົນສໍາເລັດຕາມ ລະດັບຄາດໝາຍ. ພ້ອມນີ້, ຄະນະ ຜູ້ແທນທັງສອງຝ່າຍ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າວາງ ພວງມະລາ ແລະ ຈູດທູດ ເພື່ອລະນຶກ ເຖິງຄວາມຮູ້ບຸນຄຸນຂອງພະນັກ ງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍ ສະລະຊີວິດໃນປາງສົງຄາມໃນຄັ້ງນີ້ ພ້ອມນຳເອົາຮ່າງອັດຖິດັ່ງກ່າວຂຶ້ນ ສູ່ລົດ ແລະ ນຳສົ່ງກັບຄືນປະເທດ ຫວຽດນາມຢ່າງສົມກຽດ.
RkJQdWJsaXNoZXIy MTc3MTYxMQ==