7034

23/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປັບປຸງກົງຈັກການຈັດຕັ້ງ ໃນການ ຄຸ້ມຄອງປ່າໄມ້ ແລະ ການຊື້-ຂາຍ ສິນເຊື່ອກາກບອນປ່າໄມ້. ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ໃນວັນທີ 21 ພຶດສະພາ 2025 ໂດຍທ່ານໄດ້ຍົກໃຫ້ເຫັນ ເຖິງມາດຕະການສະກັດກັ້ນການ ບຸກລຸກ, ການທໍາລາຍປ່າໄມ້ ເຊິ່ງ ພາກສ່ວນກ່ຽວຂ້ອງ ໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອໃຫ້ເປັນເຄື່ອງມື ໃນການຄຸ້ມຄອງ ເຊັ່ນ: ດຳລັດວ່າ ດ້ວຍປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ, ບັນດາຄໍາສັ່ງ, ຄໍາ ແນະນຳຕ່າງໆ; ສ້າງຄູ່ມື ແລະ ລົງ ເຜີຍແຜ່ຢູ່ຂັ້ນທ້ອງຖິ່ນ ກ່ຽວກັບ ວິທີການຕ້ານ ແລະ ສະກັດກັ້ນໄຟ ໄໝ້ລາມປ່າ; ສືບຕໍ່ດຳເນີນການຈັດ ສັນພື້ນທີ່ 3 ປະເພດປ່າ ໃນຂອບ ເຂດທົ່ວປະເທດ, ປັກຫລັກໝາຍ ຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ; ເພີ່ມທະວີ ການກວດກາລາດຕະເວນ ໃນຂອບ ເຂດທີ່ດິນປ່າໄມ້ ສະກັດກັ້ນບໍ່ໃຫ້ ບຸກລຸກ, ບຸກເບີກ, ຈັບຈອງທີ່ດິນ ປ່າໄມ້, ຂຸດຄົ້ນໄມ້ ຫລື ກິດຈະກໍາ ອື່ນໆບໍ່ຖືກຕ້ອງ, ຫາກມີການລະ ກົມປ່າໄມ້...ົ່້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເມີດຕ້ອງໄດ້ດໍາເນີນຄະດີ; ຈັດຕັ້ງ ປະຕິບັດໂຄງການຊ່ວຍໜູນຕ່າງໆ ແນໃສ່ການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນ ການຕັດໄມ້ທໍາລາຍປ່າ. ສຳລັບ ການຟື້ນຟູແບບທໍາມະ ຊາດ ແລະ ປູກເສີມ ແມ່ນໄດ້ແບ່ງ ຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ, ປັດ ຈຸບັນສາມາດຈັດຕັ້ງປະຕິບັດໄດ້ 132.700 ເຮັກຕາ ເທົ່າກັບ 7% ຂອງແຜນການ. ສາເຫດທີ່ຍັງບໍ່ ບັນລຸໄດ້ ຍ້ອນຍັງຂາດງົບປະມານ ໃນການຈັດຕັ້ງປະຕິບັດ, ການຟື້ນ ຟູແມ່ນໃຊ້ເວລາ; ສັງຄົມຍັງບໍ່ທັນ ເຫັນຄວາມສໍາຄັນແກ່ວຽກງານດັ່ງ ກ່າວເທົ່າທີ່ຄວນ. ສໍາລັບມາດຕະ ການແກ້ໄຂໃນຕໍ່ໜ້າ: ຕ້ອງພັດທະ ນາແຜນແມ່ບົດການຟື້ນຟູປ່າໄມ້ ແຫ່ງຊາດ, ພັດທະນາຖານຂໍ້ມູນ ແລະ ສ້າງແຜນທີ່ຟື້ນຟູປ່າໄມ້ ແລະ ເຄື່ອງປ່າຂອງດົງແຫ່ງຊາດ, ພັດ ທະນາຫລັກການຟື້ນຟູປ່າໄມ້ ແບບ ທຳມະຊາດ ແລະ ປູກເສີມ, ປະຕິບັດ ແຜນແມ່ບົດການຟື້ນຟູປ່າໄມ້, ສຸມ ໃສ່ຂຶ້ນທະບຽນເຂດປ່າໄມ້ທີ່ໄດ້ຮັບ ການຟື້ນຟູ, ປະຕິບັດນະໂຍບາຍ ຕໍ່ ຜູ້ຟື້ນຟູ ຫລື ຜູ້ລົງທຶນຟື້ນຟູປ່າໄມ້. ທ່ານ ສົມຫວັງ ພິມມະວົງ ຍັງໃຫ້ຮູ້ອີກວ່າ: ການປູກໄມ້ລວມ ທັງໄມ້ອຸດສາຫະກຳ ມາຮອດປັດ ຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ 32.270 ເຮັກຕາ ເທົ່າກັບ 16% ຂອງແຜນການ. ສາເຫດທີ່ບໍ່ສາ ມາດບັນລຸໄດ້ ຍ້ອນການຈັດສັນພື້ນ ທີ່ປູກໄມ້ອຸດສາຫະກຳບໍ່ໄດ້ຕາມ ແຜນ ເນື່ອງຈາກມີການຈັບຈອງ ໄວ້ກ່ອນ, ບັນຫາຂໍ້ຂັດແຍ່ງ ແລະ ການຊົດເຊີຍ ເຊິ່ງມາດຕະການ ແກ້ໄຂໃນຕໍ່ໜ້າ ຈະຕ້ອງພັດທະນາ ແຜນແມ່ບົດການປູກໄມ້ແຫ່ງຊາດ, ສົ່ງເສີມການປູກໄມ້ ແລະ ເຄື່ອງປ່າ ຂອງດົງ ເພື່ອເປັນສິນຄ້າໃນພື້ນທີ່ ປ່າຊຸດໂຊມ, ສົ່ງເສີມການຂຶ້ນທະ ບຽນປ່າປູກ ແລະ ຢັ້ງຢືນປ່າປູກ ເພື່ອຢັ້ງຢືນກຳມະສິດ, ແລ່ງທີ່ມາ ຂອງໄມ້. ສຳລັບການສ້າງຄວາມເຂັ້ມ ແຂງ ແລະ ປັບປຸງການດຳລົງຊີວິດ ຂອງປະຊາຊົນ ຕ້ອງສົ່ງເສີມ ແລະ ຫັນເປັນອາຊີບຄົງທີ່, ຢຸດເຊົາການ ເຄື່ອນຍ້າຍແບບຊະຊາຍ, ຢຸດເຊົາ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍ, ປັບປຸງກົງຈັກການຈັດຕັ້ງ ໃນການຄຸ້ມຄອງປ່າໄມ້ ໂດຍທົບ ທວນ ແລະ ປັບປຸງ ພາລະບົດບາດ, ກຳນົດ ແລະ ບັນຈຸສັບຊ້ອນບຸກຄະ ລາກອນ, ແຕ່ງຕັ້ງພະນັກງານໄປ ປະຈຳກອງຄຸ້ມຄອງເຂດທີ່ມີຄວາມ ສ່ຽງ ແລະ ອື່ນໆ. ຂ່າວ-ພາບ: ກິດຕາ ພ້ອມນັ້ນ, ກົມລ້ຽງສັດ ແລະ ການ ປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ຫ້າມບໍ່ ໃຫ້ມີການນຳເຂົ້າສັດປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ, ແບ້ ແລະ ອື່ນໆ ຈາກປະເທດໄທ ຊົ່ວຄາວ, ພາ ຄະນະພັກນະຄອນຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 1 ນວ ແລະ ສະມາ ຊິກສະພາປະຊາຊົນ ນວ ເຂົ້າຮ່ວມ. ທ່ານນາງ ລໍາພອຍ ສີອັກຄະຈັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາ ຊົນ ນະຄອນຫລວງວຽງຈັນ ຕາມ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ ເຊິ່ງກອງປະຊຸມ ຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາ ແສງ (ທົດລອງ) ຢູ່ເມືອງໄຊທານີ ໄຂກອງປະຊຸມ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຊິ່ງເປັນວາລະທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງນະຄອນຫລວງ ວຽງຈັນ, ທັງຈະເປັນຕົວແບບໃນ ການພິຈາລະນາ ແລະ ຮັບຮອງເອົາ ການສ້າງຕັ້ງຕາແສງ ຢູ່ຂອບເຂດ ທົ່ວປະເທດ. ໃນໂອກາດນີ້, ທ່ານ ພູວົງ ວົງ ຄຳຊາວ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ລາຍງານກ່ຽວ ກັບການຂໍສ້າງຕັ້ງຕາແສງທຳອິດ ຢູ່ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໂດຍໄດ້ຍົກໃຫ້ເຫັນສະ ພາບຜ່ານມາແລະບ່ອນອີງໃນການ ຄົ້ນຄວ້າສ້າງຕັ້ງຕາແສງ; ເຫດຜົນ ແລະ ຄວາມຈຳເປັນໃນການສ້າງ ຕັ້ງຕາແສງ; ສະພາບຈຸດພິເສດ, ເຂດແດນ, ທ່າແຮງຕົ້ນຕໍ ແລະ ທີ່ ຕັ້ງສຳນັກງານຂອງຕາແສງ; ທີ່ ຕັ້ງ, ພາ ລະບົດບາດ, ສິດ ແລະ ໜ້າ ທີ່ ຂອງຄະນະກຳມະການປົກຄອງ ຕາແສງ ເຊິ່ງຄະນະກຳມະການ ປົກຄອງຕາແສງ ແມ່ນອົງການ ບໍລິຫານຂັ້ນລຸ່ມສຸດຂອງອົງການ ປົກຄອງທ້ອງຖິ່ນ, ມີພາລະບົດບາດ ຄຸ້ມຄອງບໍລິຫານລັດ ທາງດ້ານ ການເມືອງ, ການປົກຄອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນທໍາມະຊາດ, ສິ່ງ ແວດລ້ອມແລະຊັບພະຍາກອນອື່ນໆ ໃນທ້ອງຖິ່ນຂອງຕົນ ຕາມການ ແບ່ງຂັ້ນຄຸ້ມຄອງ; ຊີ້ນຳ, ກວດກາ ການຈັດຕັ້ງປະຕິບັດແຜນພັດທະ ນາບ້ານ ໃນຂອບເຂດການຄຸ້ມຄອງ ຂອງຕົນ. ຈາກນີ້, ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນ, ສະມາຊິກ ສະພາປະຊາຊົນ ນວ ກໍໄດ້ພ້ອມກັນ ສຸມທຸກສະຕິປັນຍາ, ຄົ້ນຄວ້າ, ພິຈາ ລະນາ ແລະ ປະກອບຄໍາເຫັນຢ່າງ ມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດ ສຸມ, ເຈາະຈົງ, ພາວະວິໄສ, ມີເຫດ ຜົນຕົວຈິງ ແລະ ຮັບປະກັນຄວາມ ສອດຄ່ອງກັບນະໂຍບາຍຂອງ ພັກ, ຖືກຕ້ອງຕາມລັດຖະທໍາມະ ນູນ, ກົດໝາຍ, ສະພາບຈຸດພິເສດ ຕົວຈິງຂອງ ນວ ໃນປັດຈຸບັນ. ທັງ ນີ້, ກໍເພື່ອແນໃສ່ຮັບປະກັນໃຫ້ການ ສ້າງຕັ້ງຕາແສງໃນຄັ້ງນີ້, ສາມາດ ນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເປັນ ຮູບປະທໍາທີ່ແທ້ຈິງ ແລະ ເກີດດອກ ອອກຜົນ. ຂ່າວ: ກິດຕາ ກົມລ້ຽງສັດ...ົ້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫະນະທຸກຄັນທີ່ຜ່ານດ່ານເຂົ້າມາ ສປປ ລາວ ກໍຕ້ອງໄດ້ມີການສີດ ພົ່ນຢາຂ້າເຊື້ອ ເພື່ອບໍ່ໃຫ້ນຳເຊື້ອ ເຂົ້າມາ; ແຈ້ງໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບຂະ ແໜງລ້ຽງສັດ ແລະ ການປະມົງ ເຝົ້າລະວັງສັດລ້ຽງຢູ່ໃນແຂວງ ຫລື ເມືອງຂອງຕົນເອງ ໂດຍສະເພາະ ແຈ້ງໃຫ້ປະຊາຊົນຜູ້ລ້ຽງສັດ ໃຫ້ ຕິດຕາມ ແລະ ຮັກສາສຸຂະພາບສັດ ຂອງຕົນຖ້າມີອາການປ່ວຍຫລືຜິດ ປົກກະຕິ ໃຫ້ລາຍງານຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ເພື່ອ ຕິດຕາມກວດກາ ເອົາຕົວຢ່າງມາ ກວດໃສ່ຫ້ອງວິໄຈ, ພ້ອມທັງເນັ້ນ ໃຫ້ແຂວງ, ເມືອງ ໃຊ້ມາດຕະການ ສັກຢາປ້ອງກັນພະຍາດແຕ່ຫົວທີ ໃຫ້ສັດລ້ຽງ ເພື່ອຮັບປະກັນໃນ ເບື້ອງຕົ້ນ. ຂໍ້ມູນ: ໜັງສືພິມວຽງຈັນໃໝ່ zq oleg]a fdkog0Q kIj ;,l;olt|k, ;a oxq fxj vprkd.8h s;Pfok, ຂປລ. ກ້ອນກຳລັງ ກອງທັບປະ ຊາຊົນລາວ ທີ່ເຂົ້າຮ່ວມການເດີນ ຂະບວນສວນສະໜາມ ໃນພິທີສະ ເຫລີມສະຫລອງວັນປົດປ່ອຍພາກ ໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້ ແລະ ສາມາດຖອດຖອນ ບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການເມືອງ-ນໍາ ພາແນວຄິດ ໃຫ້ພະນັກງານ-ນັກ ຮົບ ເຫັນໄດ້ຄວາມໝາຍຄວາມສຳ ຄັນທີ່ເປັນມູນເຊື້ອ ລະຫວ່າງສອງ ກອງທັບລາວ-ຫວຽດນາມ ໃນໄລ ຍະຜ່ານມາ, ເປັນການປັບປຸງແບບ ແຜນຂອງກອງທັບ ໃຫ້ເຂັ້ມແຂງ ເປັນຕົ້ນ ລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບ ໃຫ້ມີຄວາມຊໍານິ ຊໍານານ ເພື່ອກຽມພ້ອມປະຕິບັດ ໜ້າທີ່ການເມືອງຂອງກົມກອງ ໃຫ້ ມີປະສິດທິພາບສູງ, ທັງເປັນການ ສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນ ປະຫວັດສາດມູນເຊື້ອ ລະຫວ່າງ ສອງກອງທັບລາວ-ຫວຽດນາມ ກໍຄື ປະຊາຊົນສອງຊາດ ລາວຫວຽດນາມ ໃຫ້ນັບມື້ໝັ້ນຄົງຂະນົງ ແກ່ນຕະຫລອດໄປ. ທ່ານ ພັນໂທ ໂພທະເລ ທໍາມະ ວົງສາ ຮອງຫົວໜ້າພະແນກເສນາ ທິການ ກອງພັນໃຫຍ່ 11, ທັງເປັນ ຄະນະຮັບຜິດຊອບຊີ້ນຳກ້ອນກຳ ລັງ ກອງທັບປະຊາຊົນລາວ ທີ່ເຂົ້າ ຮ່ວມການເດີນຂະບວນສວນສະ ໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນ ວັນທີ 21 ພຶດສະພາ 2025 ນີ້ ວ່າ: ພາຍຫລັງທີ່ສຳເລັດໃນການ ເຂົ້າຮ່ວມ ສວນສະໜາມ ສະເຫລີມ ສະຫລອງວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ທີ່ ນະຄອນຫລວງໂຮ່ຈີ່ມິງ ສສ ຫວຽດ ນາມ ໃນລະຫວ່າງວັນທີ18 ເມສາ1 ພຶດສະພາ 2025 ຜ່ານມາ, ຝ່າຍ ກອງທັບປະຊາຊົນລາວ ມີຈຳນວນ ພົນເຂົ້າຮ່ວມ 121 ສະຫາຍ (ລວມ ທັງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການ), ກຳລັງສວນສະ ໜາມຕົວຈິງມີ 112 ສະຫາຍ. ຜ່ານ ການເຂົ້າຮ່ວມກ້ອນສວນສະໜາມ ດັ່ງກ່າວ ໄດ້ມີຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ບົດຮຽນທີ່ຖອດຖອນ ໄດ້ ເປັນຕົ້ນ ຂໍ້ຫຍຸ້ງຍາກແມ່ນ ເວລາໃນການຝຶກຊ້ອມມີຈຳກັດ, ວັດຖຸອຸປະກອນໃນການຮັບປະກັນ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງ ການຂອງການຝຶກຊ້ອມ ແລະ ການ ສື່ສານດ້ານພາສາກັບບັນດາປະ ເທດ ທີ່ເຂົ້າຮ່ວມສວນສະໜາມ ຍັງ ມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງ ໃດກໍຕາມ, ຄະນະຮັບຜິດຊອບພ້ອມ ດ້ວຍພະນັກງານ-ນັກຮົບທຸກສະ ຫາຍ ກໍໄດ້ພ້ອມກັນບຸກບືກສູ້ຊົນ ຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ ສຳເລັດຕາມແຜນການທີ່ວາງໄວ້. ສະນັ້ນ, ຜົນສຳເລັດທີ່ສາມາດຍາດ ມາໄດ້ໃນຄັ້ງນີ້ ກໍຍ້ອນຂັ້ນເທິງ ໄດ້ ລົງໃກ້ຊິດຕິດແທດ ໂດຍສະເພາະ ກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບ ໄດ້ແຕ່ງຕັ້ງວິຊາການລົງ ສົມທົບຕິດຕາມຝຶກຊ້ອມ, ພະນັກ ງານ-ນັກຮົບທຸກສະຫາຍ ແມ່ນໄດ້ ມີແນວຄິດຕື່ນຕົວປະຕິບັດຕາມຄໍາ ສັ່ງ ຂອງຜູ້ບັນຊາແຕ່ລະຂັ້ນ ແລະ ມີຄວາມເປັນເອກະພາບສູງ, ຄະນະ ຮັບຜິດຊອບໄດ້ມີແຜນການ ແລະ ມອບໝາຍໜ້າທີ່ ໃຫ້ບຸກຄົນຮັບ ຜິດຊອບເປັນຢ່າງດີ ແລະ ວຽກງານ ຮັບປະກັນແມ່ນຂັ້ນເທິງເປັນຜູ້ຕອບ ສະໜອງໃຫ້ຢ່າງພຽງພໍ ກັບຄວາມ ຮຽກຮ້ອງຕ້ອງການ ຂອງໜ້າທີ່ ການເມືອງຂອງກົມກອງ, ຂັ້ນເທິງ ອຳນວຍຄວາມສະດວກ ດ້ານການ ເດີນທາງໄປ-ກັບ ແຕ່ນະຄອນ ຫລວງວຽງຈັນ ເຖິງ ສສ ຫວຽດ ນາມແລະ ມີການປະສານງານຢ່າງ ຮອບດ້ານ. ສ່ວນຝ່າຍກອງທັບ ສສ ຫວຽດ ນາມ ໄດ້ອໍານວຍຄວາມສະດວກ ຮອບດ້ານ ນັບທັງຄວາມປອດໄພ, ການເດີນທາງ, ທີ່ພັກອາໄສ ແລະ ວັດຖຸຮັບປະກັນຈຳນວນໜຶ່ງ, ສະ ຖານທີ່ຝຶກຊ້ອມ ຈຶ່ງເຮັດໃຫ້ການ ເຂົ້າຮ່ວມເດີນສວນສະໜາມສະ ເຫລີມສະຫລອງ ວັນປົດປ່ອຍພາກ ໃຕ້ຫວຽດນາມຄົບຮອບ50ປີທີ່ນະ ຄອນຫລວງໂຮ່ຈີ່ມິງ ສສ ຫວຽດ ນາມ ໄດ້ໝາກຜົນຕາມແຜນການທີ່ ກຳນົດໄວ້. ຂ່າວ: ບິກໄຊ ສົມພູ ]q 'ok,[q f[a omb d7;k,g0Q k.9 ;j kfh ;pdkolqj 'glu ,dkolb dlklq ' ຂປລ. ພິທີລົງນາມໃນບົດບັນ ທຶກຄວາມເຂົ້າໃຈ ລະຫວ່າງ ກອງ ທຶນຊ່ວຍເຫລືອສັງຄົມຂອງສະພາ ແຫ່ງຊາດລາວ ແລະ ມະຫາວິທະ ຍາໄລ ມະຫາຈຸລາລົງກອນ ຣາຊະ ວິທະຍາໄລ ແຫ່ງ ຣາຊະອານາຈັກ ໄທ ວ່າດ້ວຍການສົ່ງເສີມການສຶກ ສາສົງ ຈັດຂຶ້ນວັນທີ 21 ພຶດສະພາ 2025 ຜ່ານມາ ຢູ່ສະພາແຫ່ງ ຊາດ (ສພຊ) ໂດຍການຮ່ວມລົງ ນາມ ລະຫວ່າງ ທ່ານ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍ ເຫລືອສັງຄົມຂອງສະພາແຫ່ງຊາດ ລາວ ແລະ ພະເທບວັດຊະຣະສານ ບັນດິດ, ຮອງອະທິການບໍດີມະຫາ ວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໂດຍມີພະອາ ຈານໃຫຍ່ ບຸນສວນ ພັນທະວົງ ຮອງ ປະທານອົງການພຸດທະສາສະໜາ ສໍາພັນລາວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີ່ພິຍານ. ທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາ ສອງຝ່າຍ, ກໍາມາທິການການຕ່າງ ປະເທດ ໄດ້ໃຫ້ຮູ້ວ່າ: ບົດບັນທຶກ ຄວາມເຂົ້າໃຈລະຫວ່າງ ກອງທຶນ ຊ່ວຍເຫລືອສັງຄົມຂອງສະພາແຫ່ງ ຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະ ຍາໄລ ຂອງປະເທດໄທ ວ່າດ້ວຍ ການສົ່ງເສີມການສຶກສາສົງ ມີຈຸດ ປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມ ການສຶກສາສົງ ໂດຍສະເພາະແມ່ນ ການສ້າງຊັບພະຍາກອນມະນຸດ, ການລະດົມຂົນຂວາຍທຶນຮອນວັດຖຸອຸປະກອນ, ບູລະນະ ແລະ ສ້າງ ພື້ນຖານໂຄງລ່າງ ໃຫ້ແກ່ການສຶກ ສາສົງ, ສ້າງຄວາມເຂັ້ມແຂງໃຫ້ພະ ສົງ ແລະ ຄະລືຫັດ ໃນຂົງເຂດວຽກ ງານສຶກສາສົງ ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນກວ່າເກົ່າ. ຈາກນັ້ນ, ພຣະເທບວັດຊະຣະ ສານບັນດິດ ກໍໄດ້ມີຄຳເຫັນໂດຍ ເນັ້ນໃຫ້ເຫັນເຖິງຄວາມໝາຍສຳ ຄັນ ແລະ ຜົນປະໂຫຍດໃນຈັດຕັ້ງ ປະຕິບັດບົດບັນທຶກວ່າດ້ວຍການ ສົ່ງເສີມການສຶກສາສົງ ເຊິ່ງຈະນຳ ເອົາຜົນປະໂຫຍດຮ່ວມກັນ ມາສູ່ ການພັດທະນາ ແລະ ປັບປຸງວຽກ ງານການຊຸກຍູ້ ແລະ ສົ່ງເສີມການ ສຶກສາສົງ ໃນສອງປະເທດ ລາວໄທ. ຂ່າວ-ພາບ: ສພຊ s;p]klu ,v[g'y o]k';a o.sh z6h 3-dfu 4n d]k';a omu 1 ,6 o7j k 2 8N du [ ຂປລ. ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈັດພິທີມອບເງິນ ລາງວັນ ໃຫ້ຜູ້ໂຊກດີ ຖືກລາງວັນ ທີ 1 ຫວຍລາສີ ເລກເພີ່ມໂຊກ 6 ໂຕລຽງ ໃນມູນຄ່າລາງວັນ 2 ຕື້ ກີບ ເຊິ່ງພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 22 ພຶດສະພາ 2025 ຕາງໜ້າມອບລາງວັນໂດຍ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍ ການບໍລິສັດ ລັດວິສາຫະກິດ ຫວຍ ພັດທະນາ, ມີທ່ານ ນາງ ຕຸລາ ວັນ ວັນນະພົມ ຮອງອໍານວຍການ ບໍລິສັດ ອິນຊີເທຣດດິ້ງ ຈໍາກັດຜູ້ ດຽວ ແລະ ທ່ານ ພູໂຂງ ຈັນທະ ພານິດ ຕາງໜ້າຮອງຜູ້ອໍາ ນວຍ ການບໍລິສັດ ຮ່ວມທຶນຫວຍລາສີ ເຂົ້າຮ່ວມເປັນສັກຂີພິຍານ. ຜູ້ໂຊກດີຖືກລາງວັນທີ 1 ຫວຍ ລາສີ ເລກເພີ່ມໂຊກ 6ໂຕລຽງ ມູນຄ່າລາງວັນ 2 ຕື້ກີບ ແມ່ນ ທ່ານ ທອງວັນ, ອາຍຸ 58, ອາຊີບ ຄ້າຂາຍ, ປັດຈຸບັັນຢູ່ເມືອງຈັນທະບູ ລີ, ນະຄອນຫລວງວຽງຈັນ ເຊິ່ງໄດ້ ຊື້ຫວຍລາສີ ໃນງວດທີ 36 ອອກ ຄັ້ງວັນທີ 20 ພຶດສະພາ 2025 ທີ່ ຜ່ານມາ. ຫວຍລາສີ ແມ່ນຜະລິດຕະພັນ ໜຶ່ງຂອງບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເຊິ່ງກຳນົດຂຶ້ນ ແລະ ຈັດລຽງຕາມຕຳລາໂຫລາ ສາດຂອງ 12 ລາສີ ທີ່ເຊື່ອຖືກັນ ມາຍາວນານ ແລະ ຄຸ້ນເຄີຍກັນດີ ໃນສັງຄົມ. ຫວຍລາສີເລີ່ມຈັດຕັ້ງ ການອອກເລກລາງວັນ ນັບແຕ່ ເດືອນມັງກອນ 2024 ເປັນຕົ້ນ ມາ ແລະ ໃນວັນທີ 13 ພືດສະພາ 2025 ຜ່ານມາ, ໄດ້ມີການປ່ຽນ ແປງຮູບແບບເກມການຫລິ້ນ ແລະ ໂຄງປະກອບລາງວັນຫວຍລາສີ ແບບໃໝ່. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==