lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 23/05/2025 xtgmf]k; ໂທລະເລກ... ສະພາປະຊາຊົນ...ົ ສະຫາຍ ເຈີນ ດຶກ ເລືອງ ແມ່ນການນຳທີ່ດີເດັ່ນ, ເປັນການນຳຫລັກ ແຫລ່ງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເຊິ່ງຍາມໃດສະຫາຍ ກໍຍົກສູງນໍ້າໃຈເສຍສະລະ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກ ພັກ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ, ໄດ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນ ພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຫວຽດນາມ ໃຫ້ຈະເລີນ ວັດທະນາ. ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ບໍ່ພຽງແຕ່ເປັນການສູນ ເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍ ທີ່ໃກ້ຊິດສະໜິດ ສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ. ສະຫາຍ ເຈີນ ດຶກ ເລື່ອງ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ການສະໜັບ ສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງ ສປປ ລາວ ໄດ້ປະກອບສ່ວນສຳຄັນໃຫຍ່ຫລວງເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້້ນັບ ແໜ້ນແຟ້ນ ແລະ ແຕກດອກ ອອກຜົນ ຕະຫລອດມາ. ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດ ນາມ ແລະ ປະຊາຊົນຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ເຈີນ ດຶກ ເລືອງ ມານະໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງ ແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງ ໜັກແໜ້ນ, ສ້າງປະເທດຫວຽດນາມເປັນປະເທດອຸດສາຫະກໍາຕາມທິດ ທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຕາເວັນອອກສ່ຽງເໜືອ ຂອງນະ ຄອນຫລວງວຽງຈັນ, ຫ່າງຈາກ ໃຈກາງນະຄອນຫລວງວຽງຈັນ 70 ກິໂລແມັດ, ຫ່າງຈາກຫ້ອງ ວ່າການ ເມືອງໄຊທານີ 55 ກິໂລ ແມັດ, ຫ່າງຈາກເມືອງປາກງື່ມ 31 ກິໂລແມັດ ແລະ ຫ່າງຈາກ ເມືອງທຸລະຄົມ ແຂວງວຽງຈັນ 35 ກິໂລແມັດ, ທາງທິດເໜືອຕິດກັບ ແຂວງວຽງຈັນ ໂດຍກຳນົດເອົາ ສາຍພູເຂົາຄວາຍ ເປັນເຂດແດນ, ທາງທິດໃຕ້ຕິດກັບນໍ້າງື່ມ, ທາງທິດ ຕາເວັນອອກ ຕິດກັບເມືອງປາກ ງື່ມ, ທິດຕາເວັນຕົກ ຕິດກັບ ແຂວງ ວຽງຈັນ ໂດຍກຳນົດເອົານໍ້າຫຍາມ ເປັນເຂດແດນ. ຂໍ້ມູນ: ເສດຖະກິດການຄ້າ ພາບ: ໜັງສືພິມວຽງຈັນໃໝ່ ກົມໃຫຍ່ການເມືອງ...ົ່ື ສະຫາຍ ພັນເອກອໍາພອນສຸກວິ ໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ ການເມືອງກອງທັບ ໄດ້ຜ່ານບົດ ສະຫລຸບລາຍງານ ແລະ ຕີລາຄາ ຄືນການນໍາພາປັບປຸງກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ແລະ ວາງທິດທາງ ແຜນການ ປະຈໍາປີ 2025. ໃນ ໄລຍະຜ່ານມາ, ຄະນະພັກກົມໃຫຍ່ ການເມືອງກອງທັບ ໄດ້ຖືເອົາວຽກ ງານສຶກສາອົບຮົມການເມືອງ-ນໍາ ພາແນວຄິດ ເປັນບັນຫາສໍາຄັນ ນໍາພາ-ຊີ້ນໍາຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫລອດຮອດ ພະນັກງານ-ສະມາຊິກພັກ ທົ່ວອົງ ການກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ໂດຍຖືເອົາຄຸນນະ ພາບເປັນກົກ, ເອົາປະລິມານເປັນ ສໍາຄັນ. ນອກນັ້ນ, ຍັງໄດ້ປັບປຸງ ແບບແຜນການນໍາພາ ຂອງຄະນະ ພັກຮາກຖານ, ຄະນະໜ່ວຍພັກ ໃຫ້ມີຄວາມເປັນເອກະພາບ ແລະ ປະຕິບັດຕາມລະບຽບຫລັກການນໍາ ພາຂອງພັກ ຢ່າງຖືກຕ້ອງ, ເອົາໃຈ ໃສ່ເພີ່ມທະວີຍົກສູງວຽກງານກວດ ກາພັກ ແລະ ປ້ອງກັນພັກ ສະຫລຸບ ຕີລາຄາລາຍງານສ່ອງແສງຢ່າງ ເປັນປົກກະຕິ, ປັບປຸງໂຄງປະກອບ ດ້ານການຈັດຕັ້ງຂັ້ນກົມ, ຫ້ອງການ ແລະ ກອງ ໂດຍຍຶດໝັ້ນ 5 ຫລັກ ການ 3 ທິດນໍາຂອງພັກ ມີຄວາມ ໜັກແໜ້ນ ເຂັ້ມແຂງ, ມີຄວາມໂປ່ງ ໃສ ແລະ ມີຄຸນນະພາບ, ຮັບປະກັນ ໄດ້ໃນການສ້າງພະນັກງານ 3 ຮຸ່ນ ສືບທອດປ່ຽນແທນ, ຮັກສາໄດ້ ລະບອບດໍາເນີນຊີວິດການເມືອງ ພາຍໃນພັກ ແລະ ເສຍເງິນສະຕິ ພັກຢ່າງເປັນປົກກະຕິ, ຈັດຕັ້ງເປີດ ຮຽນສະໜັບສະໜູນ ແລະ ກົດລະ ບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອກະ ກຽມຂະຫຍາຍເຂົ້າເປັນສະມາຊິກ ພັກ ຖືກຕາມຂັ້ນຕອນລະບຽບການ ຂອງພັກຢ່າງເຂັ້ມງວດ. ປັດຈຸບັນ, ທົ່ວອົງຄະນະພັກກົມໃຫຍ່ການ ເມືອງກອງທັບ ມີ 10 ຄະນະພັກ ຮາກຖານ, ມີ 61 ໜ່ວຍພັກ, ສາ ມາດຕີລາຄາແບ່ງປະເພດຄຸນນະ ພາບ ຂອງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ແລະ ສະມາຊິກ ພັກແຂງ ປະຈຳປີ 2024 ໄດ້ດັ່ງ ນີ້: ປະເພດແຂງໄດ້ 82,96%, ກາງ 2,73%, ບໍ່ໄດ້ແບ່ງປະເພດ 14,07% ແລະ ຮັບຮອງເປັນໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 32 ໜ່ວຍພັກ. ໃນນັ້ນ, ຮັບຮອງ 6 ຄັ້ງຕິດຕໍ່ກັນມີ 17 ກົມກອງ, 5 ຄັ້ງ ຕິດຕໍ່ກັນມີ 3 ກົມກອງ, 4 ຄັ້ງຕິດຕໍ່ ກັນມີ 3 ກົມກອງ, 3 ຄັ້ງຕິດຕໍ່ກັນ ມີ 1 ກົມກອງ, 2 ຄັ້ງຄິດຕໍ່ກັນມີ 4 ກົມກອງ ແລະ ສະເໜີຮັບຮອງໃໝ່ ມີ 4 ກົມກອງ. ຈາກນັ້ນ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາງວົງ ກໍາມະ ການຄະນະພັກກົມໃຫຍ່, ຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ວ່າດ້ວຍການປະດັບຫລຽນກາ ລະນຶກ 70 ປີ ວັນສ້າງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກປະ ຈໍາການຢູ່ກະຊວງປ້ອງກັນປະເທດ ຈໍານວນ 1.019 ສະຫາຍ, ຍິງ 56 ສະຫາຍ ຕໍ່ຜູ້ທີ່ມີຜົນງານດີເດັ່ນ, ມີ ເງື່ອນໄຂມາດຖານຄົບຖ້ວນ ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ໂອກາດນີ້, ສະຫາຍ ພົນຕີ ວົງ ສອນ ອິນປານພິມ ໄດ້ມີຄຳເຫັນ ໂອ້ລົມ ແລະ ເນັ້ນໃຫ້ຄະນະພັກ -ຄະ ນະບັນຊາແຕ່ລະຂັ້ນ ເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ-ນໍາ ພາແນວຄິດໃຫ້ຖັນແຖວພະນັກງານ ສະມາຊິກພັກ ຕິດພັນກັບການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນພື້ນຖານຍຶດໝັ້ນ 5 ຫລັກການ 3 ທິດນໍາຂອງພັກ ໃຫ້ ເປັນໜ້າທີ່ຄວາມຮັບຜິດຊອບຂອງ ໝົດທຸກຄົນ ແລະ ສາມາດເປັນແກນ ນໍາໃນລະບົບການເມືອງ ຢູ່ໃນກົມ ໃຫຍ່ການເມືອງກອງທັບຢ່າງແທ້ ຈິງ ໂດຍການຫັນເອົາມະຕິ, ຄໍາສັ່ງ ຂອງຂັ້ນເທິງ ກໍຄື ມະຕິຂອງກົມ ກອງມາຈັດຕັ້ງປະຕິບັດໃຫ້ສອດ ຄ່ອງແທດເໝາະກັບຈຸດພິເສດໜ້າທີ່ ການເມືອງແລະ ວິຊາສະເພາະຂອງ ຕົນ.ພ້ອມນັ້ນ,ກໍເອົາໃຈໃສ່ວຽກງານ ກວດກາພັກໃນຖານະທີ່ເປັນເສນາ ທິການຊ່ວຍຄະນະພັກຂັ້ນເທິງ ໄປ ພ້ອມກັບການສ້າງແຜນການ, ຄາດ ໝາຍສູ້ຊົນແຕ່ລະໄລຍະໃຫ້ລະອຽດ ຈະແຈ້ງ ແລະ ນໍາເອົາເນື້ອໃນກອງ ປະຊຸມສະຫລຸບການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນຄະນະພັກຂອງຕົນໃຫ້ປະສົບ ຜົນສໍາເລັດໃຫຍ່ຫລວງຂຶ້ນກວ່າ ເກົ່າ. ຂ່າວ-ພາບ: ນົກ ບຸນມາເລີດ ຜັນຂະຫຍາຍ...ັ ການຜັນຂະຫຍາຍນໍາໃຊ້ລະບົບ ຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ ໃນຄັ້ງນີ້ ກໍເພື່ອຫັນ ວຽກງານການເງິນ ຂອງລະບົບອົງ ການໄອຍະການປະຊາຊົນ ສູ່ຄວາມ ເປັນທັນສະໄໝ ດ້ວຍການສັງລວມ ເອົາທຸກຂະບວນການ ຂອງຮອບ ວຽນງົບປະມານ ເຂົ້າຢູ່ໃນລະບົບ ຂໍ້ມູນຂ່າວສານການເງິນພາກລັດ ສປປ ລາວ (LIFMIS) ເພື່ອເປັນ ເຄື່ອງມືໃນການຄຸ້ມຄອງງົບປະ ມານ ຂອງພາກລັດ ໂດຍສະເພາະ ຂົງເຂດການເງິນ ຂອງ ອອປສ ເປັນຕົ້ນ ການສ້າງແຜນ, ການ ຮັບຮອງແຜນ, ການປະກອບໃບ ຖອນ, ຂອດການສະຫລຸບລາຍງານ ໃນຮອບວຽນງົບປະມານງານ ເຊິ່ງ ຈະສ້າງຄວາມສະດວກໃນການ ສະຫລຸບງົບປະມານໃນທ້າຍປີ ໃນ ການສົມທຽບ, ການຢັ້ງຢືນຕາມ ຂັ້ນຕອນຕ່າງໆ ທັງເປັນການຫລຸດ ຂັ້ນຕອນລົງ ໂດຍສະເພາະການ ຮັບຮອງແຜນ, ການອະນຸມັດແຜນ ລາຍຈ່າຍ ຈະເປັນການອະນຸມັດ ໃນລະບົບ ເຮັດໃຫ້ຫົວໜ່ວຍງົບປະ ມານ ສາມາດປະກອບໃບຖອນສົ່ງ ຫາຄັງເງິນແຫ່ງຊາດໄວຂຶ້ນ ເຊິ່ງ ເປັນຜົນດີ ເຮັດໃຫ້ການຈັດຕັ້ງປະ ຕິບັດລາຍຈ່າຍວອງໄວຂຶ້ນກວ່າ ເກົ່າ, ທັງຫລຸດຜ່ອນການສຳເນົາ ເອກະສານຊ້ອນທ້າຍເປັນຈໍານວນ ຫລາຍ ສົ່ງໃຫ້ຄັງເງິນແຫ່ງຊາດຄື ໄລຍະຜ່ານມາ ດ້ວຍການຫັນເອົາ ລະບົບທັນສະໄໝເຂົ້າມາຊ່ວຍ. ກວດກາ... ພາລາທິການ ປກສ, ມີບັນດາຄະ ນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພັທ ຫງວຽນ ເຖ ເຟື່ອງ ຮອງພະແນກຄຸ້ມຄອງການກໍ່ສ້າງ ໄດ້ລາຍງານຄວາມຄືບໜ້າການ ຈັດຕັ້ງປະຕິບັດບັນດາໜ້າວຽກໃນ ການກໍ່ສ້າງວ່າ: ໂຄງການກໍ່ສ້າງ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ ມີເນື້ອທ່ີ 23,3 ເຮັກຕາ ຕັ້ງຢູ່ຫລັກ 62 ບ້ານ ຫ້ວຍທົນ ເມືອງໂພນໂຮງ ແຂວງ ວຽງຈັນ ມູນຄ່າກໍ່ສ້າງ 247 ຕື້ດົງ ເຊິ່ງແມ່ນທຶນຊ່ວຍເຫລືອຂອງ ລັດ ຖະບານ ສສ ຫວຽດນາມ ໂດຍ ແມ່ນ ບໍລິສັດ ຊົງດາ 7 ເປັນຜູ້ຮັບ ເໝົາກໍ່ສ້າງໂຄງການດັ່ງກ່າວ. ໄລ ຍະຈັດຕັ້ງປະຕິບັດ 12 ເດືອນ ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ມາຕັ້ງແຕ່ ວັນທີ 12 ກໍລະກົດ ປີ 2024, ແບ່ງອອກເປັນ 7 ເຂດຄື: ເຂດຫ້ອງການຄຸ້ມຄອງ-ບໍລິຫານ, ເຂດປິ່ນປົວ ແລະ ພື້ນຟູສຸຂະພາບ, ເຂດຢ້ຽມຍາດ ແລະ ຮັບຕ້ອນ, ເຂດ ອາຄານສະໂມສອນປະຊຸມ-ສຶກສາ ອົບຮົມ, ເຂດຄຸ້ມຄອງຜູ້ຕິດຢາເສບ ຕິດ, ເຂດຝຶກສອນວິຊາຊີບ ແລະ ເຂດເກັບມ້ຽນຂີ້ເຫຍື້ອ, ມາຮອດ ວັນທີ 5 ພຶດສະພາ 2025 ທາງ ບໍລິສັດຮັບເໝົາກໍ່ສ້າງ ໄດ້ລົງມື ຈັດຕັ້ງປະຕິບັດກິດຈະກຳກໍ່ສ້າງ 17 ອາຄານ ແລະ ກິດຈະກຳອື່ນໆ ເປັນຕົ້ນອາຄານຢ້ຽມຍາດ ແລະ ຮັບຕ້ອນ, ອາຄານປິ່ນປົວ ແລະ ຟື້ນ ຟູສຸຂະພາບ 2 ຊັ້ນ, ອາຄານບ່ອນ ປະຈຳການພະນັກງານ2ຊັ້ນ,ເຮືອນ ຄົວກິນ ແລະ ບ່ອນກິນເຂົ້າພະນັກ ງານ ແລະ ອາຄານເຮືອນນອນ ຜູ້ຕິດຢາເສບຕິດ 3 ຊັ້ນ 6 ຫລັງ, ອາຄານສະໂມສອນປະຊຸມ, ອາ ຄານດໍາລົງຊີວິດລວມໝູ່, ອາຄານ ເຮືອນຄົວ ແລະ ບ່ອນກິນເຂົ້າຜູ້ຕິດ ຢາເສບຕິດ, ອາຄານສອນວິຊາຊີບ 2 ຫລັງ, ອາຄານຫ້ອງການເຮັດ ວຽກ 2 ຊັ້ນ, ອາຄານສຶກສາອົບ ຮົມ, ກໍ່ສ້າງລະບົບອ່າງກັ່ນຕອງນໍ້າ ສະອາດ, ກໍ່ສ້າງກັນເຈື່ອນ, ກໍ່ສ້າງ ກໍາແພງອ້ອມຮອບເຂດໃນ ແລະ ບັນດາກິດຈະກຳກໍ່ສ້າງພາຍນອກ ອື່ນໆ. ມາຮອດປັດຈຸບັນ, ໂຄງການ ດັ່ງກ່າວ ມີຄວາມຄືບໜ້າປະມານ 72,65%. ໂອກາດນີ້, ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ບໍລິສັດ ຊົງດາ 7 ທີ່ໄດ້ເອົາໃຈ ໃສ່ໃນການກໍ່ສ້າງ ເຖິງວ່າບາງໄລ ຍະຈະພົບກັບຄວາມຫຍຸ້ງຍາກ, ສະພາບດິນຟ້າອາກາດບໍ່ເອື້ອອຳ ນວຍກໍຕາມ ແຕ່ຄະນະຮັບຜິດຊອບ ໂຄງການທັງສອງຝ່າຍກໍໄດ້ມີການ ປະສານສົມທົບ ສຸມທຸກກຳລັງ ເປັນ ຕົ້ນກໍແມ່ນເພີ່ມກຳລັງແຮງງານ, ວັດສະດຸໃນການກໍ່ສ້າງລົງໃສ່ໜ້າ ວຽກ ເຮັດໃຫ້ການກໍ່ສ້າງດັ່ງກ່າວ ສຳເລັດຕາມຄາດໜາຍ. ຂ່າວ-ພາບ: ສິລິພອນ
RkJQdWJsaXNoZXIy MTc3MTYxMQ==