7033.1

22/05/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ›າ—˜¤‹ອ— ›າ—˜¤‹ອ— ›າ—˜¤‹ອ— ໂດຍ: ມາລີດາ 7;k,\kp0v'Iu f 1 2 7v' 1 4 .oxtgrou ]k; ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມ ດຸໝັ່ນຂະຫຍັນພຽນໃນການອອກ ແຮງງານ ໂດຍສະເພາະວຽກງານ ຫັດຖະກໍາ, ຕໍ່າຫູກ-ທໍໄໝ (ສິ້ນ ຝ້າຍ) ໄດ້ຕິດພັນກັບແມ່ຍິງລາວ ມາແຕ່ດົນນານຈົນເຖິງປັດຈຸບັນ. lh k'glf4tdy f9kd;Pd'kosa f4tdecr/h kp]k; ຄຳວ່າຮີດ 12 ຄອງ 14 ທີ່ ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງ ຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາ ແຕ່ບູຮານນະການຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມ ແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດ ສືບທອດກັນມານັ້ນເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາ ປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງ ປະເພນີພິທີກຳ (ຫລື ການເຮັດບຸນ ປະຈຳເດືອນ) ຂອງປະຊາຊົນລາວ ບັນດາເຜົ່າພາຍໃນ 12 ເດືອນ ເພິ່ນ ຈະນັບເອົາຕາມເດືອນລາວ ບໍ່ແມ່ນ ເດືອນສາກົນ ເປັນຕົ້ນແມ່ນ: 1. ເດືອນຈຽງ: ຈະມີພິທີລ້ຽງ ຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າ ເຂົ້າປະລິວາດຊະກຳ. 2. ເດືອນຍີ່: ຈະມີພິທີເຮັດບຸນ ເຂົ້າຄູນລານ (ບຸນກິນຈຽງ) ເຜົ່າ ມົ້ງ, ບຸນງະ, ບຸນລະປືມ(ລາວເທິງ ພາກໃຕ້), ບຸນກະເລີ (ລາວເທິງ ພາກເໜືອ). 3. ເດືອນສາມເພັງ: ເຮັດບຸນ ເຂົ້າຈີ່ ບຸນມາຂະບູຊາ, ບຸນວັດພູຈຳ ປາສັກ. 4. ເດືອນສີ່: ເຮັດບຸນພະເວດ ຫລື ບຸນມະຫາຊາດ. 5. ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫລື ບຸນກຸດສົງການ. 6. ເດືອນຫົກ: ເຮັດບຸນວິສາຂະ ບູຊາ ແລະ ບຸນບັ້ງໄຟ. 7. ເດືອນເຈັດ: ເຮັດບຸນເບີກ ຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມ ເຮັດໄຮ່ເຮັດນາ). 8. ເດືອນແປດ: ເຮັດບຸນເຂົ້າ ພັນສາ. 9. ເດືອນເກົ້າ: ເຮັດບຸນເຂົ້າ ປະດັບດິນ. 10. ເດືອນສິບ: ເຮັດບຸນເຂົ້າ ສະຫລາກ. 11. ເດືອນສິບເອັດ: ເຮັດບຸນ ອອກພັນສາ. 12. ເດືອນສິບສອງ: ເຮັດບຸນກະ ຖິນ ແລະ ບຸນພະທາດຫລວງ. ວ່າດ້ວຍຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງຂອງພະ ລາຊາ, ສຳລັບຄົນທົ່ວໄປແມ່ນໜ້າທີ່ ຂອງໝົດທຸກຄົນຈະຕ້ອງປະພຶດ ປະຕິບັດຕໍ່ກັນເຊັ່ນ: ຄູ່ຜົວ ເມຍ ຊາວ ບ້ານ ຄອບຄົວເຮືອນຊານ ແລະ ວັດວາອາຮາມສາສະໜາ ລາຍ ລະອຽດຄືລຸ່ມນີ້: 1. ເມື່ອພືດໂພດເຂົ້າກ້າໝາກ ໄມ້ເປັນຮວງເປັນໝາກມາແລ້ວຕົນ ຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ ທານແກ່ທ່ານຜູ້ມີສິນກິນກ່ອນແລ້ວ ຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ ຄ່ອຍປະຕິບັດຕາມແລ້ວ. 2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນ ຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າ ກ້າແຂງໃສ່ກັນ. 3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາ ຮາມ ແລະ ເຮືອນແຫ່ງຕົນດ້ວຍການ ປຸກຫໍບູຊາເທວະດາໃນສີ່ແຈເຮືອນ 4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍ ລ້າງຕີນເສຍກ່ອນແລ້ວຈິ່ງຂຶ້ນ. 5. ເມື່ອເຖິງວັນສິນ 7-8-1415 ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສ ຢູ່ທຸກເຊົ້າຄໍ່າວັນຄືນ. 6. ເມື່ອຈະເຂົ້ານອນນັ້ນໃຫ້ ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນ ເສຍກ່ອນແລ້ວຈິ່ງເຂົ້ານອນ ເຊິ່ງ ປັດຈຸບັນບໍ່ນິຍົມໃຊ້ແລ້ວ. 7. ເຖິງວັນສິນໃຫ້ເອົາດອກໄມ້ ທູບທຽນສົມມາຜົວແຫ່ງຕົນພໍ່ແມ່ ເຖົ້າແກ່ລຸງຕາຂອງຕົນເຖິງວັນອຸ ໂປສົດພະສົງຂອງອົງຄະເຈົ້າໃຫ້ ແຕ່ງຂັນດອກໄມ້ທູບທຽນໄປເຄນ ສັງຄະເຈົ້າ. 8. ເຖິງວັນສິນດັບສີນເພັງມາ ໃຫ້ນິມົນພະສັງຄະເຈົ້າມາສູນມຸງ ຄຸນເຮືອນ ແລ້ວທຳບຸນໃສ່ບາດ ຖວາຍທານ. 9. ເມື່ອພະສົງມາບິນທະບາດ ນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ ບາດກໍຢ່າໃຫ້ຊູນບາດ ຊູນພິກຂຸສາ ມະເນນ ແລະ ຍາມໃສ່ບາດນັ້ນຢ່າ ໄດ້ໃສ່ເກີບ ກັ້ງຄັນຮົ່ມບໍ່ເອົາຜ້າປົກ ຫົວບໍ່ອູ້ມລູກຫລານ ແລະ ຖືສາດ ຕາວຸດຕ່າງໆ. 10. ເມື່ອພິກຂຸເຂົ້າປະລິດວາສະ ກຳຊຳລະເນື້ອຕົວແລ້ວເວລາອອກ ປະລິວາສະກຳໃຫ້ມີຂັນດອກໄມ້ທູບ ທຽນ ແລະ ເຄື່ອງອັດທະປະລິຂານ ໄປຖວາຍ. 11. ເມື່ອພິກຂຸສັງຄະເຈົ້າກາຍ ມາໃຫ້ນັ່ງລົງຍໍມືໄຫວ້ກ່ອນແລ້ວຈິ່ງ ຄ່ອຍເຈລະຈາ. 12. ຢ່າຢຽບເງົາເຈົ້າພິກຂຸສຳ ມະເນນ. 13. ຢ່າເອົາອາຫານເງື່ອນຂອງ ຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະ ຢ່າເອົາໄວ້ຄອຍໃຫ້ຜົວກິນ. 14. ຢ່າເສບກາມມະຄຸນໃນວັນ ສິນ ວັນເຂົ້າພັນສາ ວັນອອກພັນສາ ແລະ ວັນມະຫາສົງການຂຶ້ນປີໃໝ່. ທັງໝົດເຫລົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາ ແຕ່ດຶກດຳບັນຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ ຖືກກັບຮີດຄອງປະເພນີອັນດີງາມ ຂອງຊາດຕະຫລອດມາ. ວຽກງານນີ້ ໄດ້ເປັນແນວທາງໃນ ການສ້າງສາພັດທະນາເສດຖະກິດ ຄອບຄົວເໝືອນດັ່ງຄອບຄົວຂອງ ນາງ ຈັນສະໝຸດ ມິ່ງບຸບຜາ ທີ່ເຮັດ ອາຊີບຂາຍເຄື່ອງຫັດຖະກໍາແພ ຝ້າຍລາວ ບ້ານນາໂຄ້ງ, ເມືອງຮຸນ, ແຂວງອຸດົມໄຊ ສາມາດສ້າງລາຍ ຮັບໄດ້ 5 ລ້ານກີບຕໍ່ເດືອນ. ນາງ ຈັນສະໝຸດ ມິ່ງບຸບຜາ ເຈົ້າຂອງຮ້ານຂາຍເຄື່ອງຫັດຖະ ກໍາແພຝ້າຍລາວ ໄດ້ໃຫ້ສຳພາດຕໍ່ ນັກຂ່າວສຳນັກຂ່າວສານປະເທດ ລາວ ເມື່ອບໍ່ດົນມານີ້ ໃນໂອກາດ ງານວາງສະແດງ ແລະ ຈໍາໜ່າຍ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງ ນະຄອນຫລວງວຽງຈັນ ຄັ້ງທີ 7* ປະຈໍາປີ 2025, ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ວ່າ: ປີ ນີ້ ເປັນປີທຳອິດທີ່ໄດ້ມີໂອກາດນຳ ເອົາຜະລິດຕະພັນພາຍໃນຮ້ານມາ ວາງຈຳໜ່າຍໃນງານວາງສະແດງ ເຊິ່ງກ່ອນຈະມາດໍາເນີນທຸລະກິດ ນີ້ໄດ້ກໍຍ້ອນຕົນເອງມີຄວາມມັກ, ຮັກ ແລະ ຊົມໃຊ້ໃນຊີວິດປະຈໍາວັນ, ຈາກນັ້ນ ມີຄວາມສົນໃຈຈຶ່ງທົດລອງ ເຮັດທຸລະກິດຜ້າຝ້າຍ, ສິ້ນຝ້າຍເປັນ ອາຊີບ ແລະ ເຫັນວ່າມີຄວາມເປັນ ໄປໄດ້ຈຶ່ງໄດ້ຕັດສິນໃຈລົງທຶນຊື້ຝ້າຍ ແລ້ວສົ່ງໃຫ້ນາຍຊ່າງຫັດຖະກໍາທີ່ມີ ສີມືຕໍ່າ. ຕໍ່ມາເມືອງຮຸນ ກໍໄດ້ເຊີນ ໃຫ້ເຂົ້າຮ່ວມງານຜ້າຝ້າຍຊົນເຜົ່າ, ເພ່ືອເຮັດໃຫ້ຜະລິດຕະພັນມີຈຸດ ເດັ່ນກໍໄດ້ອອກແບບຫລາກຫລາຍ ຜະລິດຕະພັນ ເພື່ອວາງຂາຍ ເຊິ່ງ ເຫັນວ່າສິນຄ້າທີ່ນໍາໄປວາງຂາຍ ແຕ່ລະຄັ້ງແມ່ນໄດ້ຮັບການຕອບຮັບ ຈາກລູກຄ້າເຮັດໃຫ້ຕົນເອງມີຄວາມ ພໍໃຈຫລາຍ. ນາງ ຈັນສະໝຸດ ມິ່ງບຸບຜາ ກ່າວຕື່ມວ່າ: ຕົນເອງເລີ່ມດຳເນີນ ທຸລະກິດນີ້ມາຕັ້ງແຕ່ການລະບາດ ຂອງເຊື້ອພະຍາດໂຄວິດ-19 ກໍຄື ປີ 2020 ເປັນຕົ້ນມາຈົນຮອດປັດຈຸບັນ ນີ້. ນັບວ່າປີນີ້ເປັນປີທີ 5 ແລ້ວ ຕົນເອງກໍມີຄວາມພາກພູມໃຈ ແລະ ດີໃຈຫລາຍທີ່ພາກລັດ ໄດ້ເອົາໃຈ ໃສ່ຊຸກຍູ້, ແນະນໍາ ແລະ ຊອກ ຊ່ອງທາງການຈໍາໜ່າຍອັນໄດ້ເຮັດ ໃຫ້ຊີວິດການເປັນຢູ່ຂອງຄອບຄົວ ມີການປ່ຽນແປງໄປໃນທາງທີ່ດີ ຂຶ້ນ, ສາມາດສ້າງລາຍຮັບເຂົ້າຄອບ ຄົວໄດ້ຢ່າງໝັ້ນຄົງ. ສຳລັບຈຸດຂາຍ ແມ່ນຂາຍຕາມງານຕ່າງໆໃນແຕ່ລະ ເມືອງ, ແຕ່ລະແຂວງ ແລະ ຂາຍ ຢູ່ກັບເຮືອນ, ເຊິ່ງຜະລິດຕະພັນທີ່ ຈຳໜ່າຍໄດ້ແກ່ສິ້ນລາຍນາກ 8 ຫົວ ທີ່ເປັນເອກະລັກຂອງເມືອງຮຸນ, ແພ ປູໂຕະ, ແພປົກໂຊຟາ-ຊາລົ່ງ (ລາຍ ຂອງແພປູໂຕະໃຊ້ເວລາຜະລິດ 1 ເດືອນ). ພ້ອມນັ້ນກໍຍັງຂາຍສົ່ງ ພາຍໃນເມືອງ, ຂາຍສົ່ງນະຄອນ ຫລວງວຽງຈັນ ແລະ ຂາຍສົ່ງໄປທີ່ ປະເທດໄທ ເຊິ່ງລາຍທີ່ນິຍົມຫລາຍ ແມ່ນ (ລາຍນົມສາວ). ແພຕັດເສື້ອ, ກະເປົາ, ຖົງ ແລະ ຜະລິດຕະພັນ ຕ່າງໆ ແມ່ນຍ້ອມສີທໍາມະຊາດ ແລະ ວັດຖຸດິບທີ່ນໍາມາຜະລິດ ແມ່ນ ຊື້ນໍາປະຊາຊົນ (ປະຊາຊົນປູກ ຝ້າຍ), ສ່ວນຄ່າແຮງງານສີມື ນາຍຊ່າງຫັດຖະກໍາເລີ່ມຕົ້ນແຕ່ 200.000 ກີບ ຫາ 700.000 ກີບ, ສະເລ່ຍລາຍຮັບຕໍ່ຄອບຄົວປະມານ 1.000.000-2.000.000 ລ້ານ ກີບ/ເດືອນ, ສ່ວນກໍາໄລສຸດທິແມ່ນ 4.000.000-5.000.000 ລ້ານ ກີບ, ເຖິງວ່າຜົນກໍາໄລບໍ່ຫລາຍ ແຕ່ກໍມີຄວາມພູມໃຈເພາະເປັນ ທຸລະກິດທີ່ຕົນເອງມັກ-ຮັກ. ສຳລັບ ຜະລິດຕະພັນທີ່ຈໍາໜ່າຍລາຄາຕໍ່າ ສຸດ ແມ່ນ 200.000 ກີບ ຫາ 1.900.000 ກີບ, (ສິ້ນລາຄາ 200.000 ກີບ-800.000 ກີບ). ນາງ ຈັນສະໝຸດ ມິ່ງບຸບຜາ ໃຫ້ຮູ້ອີກວ່າ: ເມື່ອກ່ອນຄອບຄົວ ຂອງຕົນແມ່ນເກັບຊື້ສາລີ ແລະ ຂາຍສົ່ງໃຫ້ກັບລູກຄ້າແຕ່ພໍເຮັດໄປ ເລື້ອຍໆຕົນເອງກໍອາຍຸເພີ່ມຂຶ້ນບວກ ໃສ່ຄວາມອິດເມື່ອຍຫລາຍຈຶ່ງໄດ້ເຊົາ ເຮັດ ແລະ ຫັນມາເອົາວຽກງານຫັດ ຖະກໍາຕໍ່າສິ້ນຝ້າຍເປັນອາຊີບຈົນມາ ເຖິງປັດຈຸບັນ. ໃນແຜນຕໍ່ໜ້າແມ່ນ ຈະພັດທະນາສິນຄ້າທີ່ຜະລິດອອກ ມາໃຫ້ຫລາຍ ແລະ ດີຂຶ້ນກວ່າເກົ່າ ພ້ອມທັງຮັບປະກັນຄຸນນະພາບ ແລະ ປະລິມານ ເພື່ອໃຫ້ເປັນທີ່ເພິ່ງພໍໃຈກັບ ລູກຄ້າ ແລະ ຈະຜະລິດຕາມຄວາມ ຕ້ອງການສັ່ງຈ່ອງຂອງລູກຄ້າ.

RkJQdWJsaXNoZXIy MTc3MTYxMQ==