ຕະຫລອດ 95 ປີທີ່ຜ່ານມາ ພັກກອມມູນິດຫວຽດນາມ ໄດ້ໃຫ້ ຄວາມສໍາຄັນຕໍ່ການສ້າງພັກມາ ໂດຍຕະຫລອດ. ການດໍາເນີນຕາມ ມະຕິກ່ຽວກັບການສ້າງພັກຄຽງຄູ່ ກັບການສົ່ງເສີມ “ການສຶກສາ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນຂອງປະທານ ໂຮ່ຈີ່ມິງ” ໄດ້ນໍາໄປສູ່ການປ່ຽນແປງ ໃນທາງບວກຢ່າງຊັດເຈນໃນການ ສ້າງ ແລະ ປັບປຸງພັກ ແລະ ລະບອບ ການເມືອງໃຫ້ບໍລິສຸດ, ເຂັ້ມແຂງ, ໄດ້ ຮັບຄວາມໄວ້ວາງໃຈ, ເຫັນດີ ແລະ ສະໜັບສະໜູນຈາກປະຊາຊົນ ແລະ ປະກອບສ່ວນສໍາຄັນຕໍ່ການພັດທະ ນາປະເທດ. ທ່າມກາງການເຊື່ອມໂຍງກັບ ສາກົນຢ່າງເລິກເຊິ່ງ ແລະ ຄວາມ ທ້າທາຍຈາກສະຖານະການໂລກ, ເພື່ອປະຕິບັດ ແລະ ປະຍຸກໃຊ້ຢ່າງ ສ້າງສັນແນວຄິດຂອງປະທານ ໂຮ່ຈີ່ມິງ ໃນການປັບປຸງຮູບແບບ ຄວາມເປັນຜູ້ນໍາ, ຍົກລະດັບຄວາມ ສາມາດໃນການບໍລິຫານອໍານາດ ແລະ ສ້າງຫລັກປະກັນໃຫ້ພັກເປັນ ຜູ້ຊີ້ນໍາອັນຍິ່ງໃຫຍ່ໃນການນໍາ ພາປະເທດຊາດກ້າວໄປຂ້າງໜ້າ ຢ່າງໝັ້ນຄົງໃນຍຸກໃໝ່ ຈຶ່ງຈໍາເປັນ ຕ້ອງຈັດຕັ້ງປະຕິບັດມາດຕະການ ຍຸດທະສາດດັ່ງນີ້: ປະຕິບັດການເປັນ ຜູ້ນໍາ ແລະ ການໃຊ້ອໍານາດຂອງພັກ ຢ່າງເຂັ້ມງວດ ຜ່ານລະບອບການ ເມືອງທີ່ພັກເປັນໃຈກາງ, ໂດຍໃຊ້ ອຸດົມການ, ແນວທາງ, ນະໂຍບາຍ, ແລະ ແບບຢ່າງຄວາມເປັນຜູ້ນໍາ ທີ່ນຳໜ້າ ແລະ ເປັນແບບຢ່າງ ຂອງພະນັກງານ ແລະ ສະມາຊິກ ພັກ, ມີການວິພາກວິຈານຕົນເອງ ຢ່າງເປັນປົກກະຕິ ໂດຍຜ່ານການ ຜັນຂະຫຍາຍນະໂຍບາຍຂອງພັກ ກາຍເປັນກົດໝາຍຂອງລັດ; ການ ເຄື່ອນໄຫວ ແລະ ໂນ້ມນ້າວປະຊາ ຊົນໃຫ້ປະຕິບັດຕາມແນວທາງ ແລະ ນະໂຍບາຍຂອງພັກ ແລະ ຜ່ານຂະ ບວນການຕິດຕາມ ແລະ ກວດກາ. ປັບປຸງ, ປະກາດໃຊ້ ແລະ ເຊື່ອມ ຊຶມການຈັດຕັ້ງປະຕິບັດມະຕິຂອງ ພັກ; ສ້າງຮາກຖານຂອງພັກ ແລະ ສະມາຊິກພັກໃຫ້ເປັນຈຸລັງສ່ວນປະ ກອບທີ່ແທ້ຈິງຂອງພັກ. ມະຕິຂອງ ຄະນະແຕ່ລະຂັ້ນຕ້ອງມີວິໄສທັດ, ມີ ຄວາມເປັນວິທະຍາສາດ, ມີຄວາມ ເປັນຈິງ, ມີຄວາມເປັນປະໂຫຍດ ແລະ ສາມາດປະຕິບັດໄດ້ແທ້; ສ້າງ ແຮງຈູງໃຈ, ຄວາມເຊື່ອໝັ້ນ, ຄວາມ ຫວັງ ແລະ ແຮງຜັກດັນໃນການປະຕິ ບັດຂອງພະນັກງານ, ສະມາຊິກພັກ, ບັນດາຫົວໜ່ວຍເສດຖະກິດຕ່າງໆ, ພາກທຸລະກິດ ແລະ ປະຊາຊົນ. ຄຸນຄ່າຫລັກໃນແນວຄິດຂອງ ໂຮ່ຈີ່ມິງ ກ່ຽວກັບລັດອຳນາດກົດ ໝາຍ ສັງຄົມນິຍົມ ຄື ລັດຂອງປະ ຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ, ພາຍໃຕ້ການນໍາຂອງ ພັກກອມມູນິດຫວຽດນາມ; ເຄົາລົບ ລັດຖະທໍາມະນູນ ແລະ ກົດໝາຍ; ເຄົາລົບ, ຮັບປະກັນ ແລະ ຄຸ້ມຄອງ ຢ່າງມີປະສິດທິພາບ, ສິດທິມະນຸດ ແລະ ສິດທິພົນລະເມືອງ; ມີລະບົບ ການບໍລິຫານ ແລະ ຕຸລາການທີ່ເປັນ ມືອາຊີບ, ມີອໍານາດກົດໝາຍ ແລະ ທັນສະໄໝ; ມີໂຄງສ້າງລັດທີ່ກະທັດ ຮັດ, ໂປ່ງໃສມີປະສິດທິພາບ ແລະ ປະສິດທິຜົນ; ມີຖັນແຖວພະນັກງານ ລັດຖະກອນທີ່ມີຄຸນສົມບັດ, ຄວາມ ສາມາດ, ມີຄວາມໄວ້ວາງໃຈເປັນ ມືອາຊີບ, ຊື່ສັດ ແລະ ອຸທິດຕົນເພື່ອ ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ມະຕິເລກທີ 57-/2/TWຂອງ ກົມການເມືອງວ່າດ້ວຍການປັບປຸງ ແລະ ຜັນຂະຫຍາຍການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດ ຕະກໍາ, ແລະການຫັນປ່ຽນສູ່ດີຈິຕອນ ລະດັບຊາດ ກຳລັງຄົ້ນຄືນພະລັງ ແຫ່ງຄວາມຄິດສ້າງສັນ ແລະ ຄວາມ ຮັບຜິດຊອບຂອງນັກວິທະຍາສາດ ປະກອບສ່ວນສ້າງການກ້າວກະໂດດ ແລະການບຸກທະລຸໃນການພັດທະນາ ຂອງປະເທດ; ສົ່ງເສີມການປັບປຸງ ແລະ ສ້າງລະບົບບໍລິຫານລັດທີ່ທັນ ສະໄໝ; ປ່ຽນແປງໃໝ່ຢ່າງຮອບ ດ້ານຂັ້ນຕອນເອກະສານ ແລະ ການ ໃຫ້ບໍລິການຂອງພາກສ່ວນລັດ ແນ ໃສ່ການເປີດທາງສູ່ເສດຖະກິດດີ ຈິຕອນ ແລະ ກ້າວສູ່ “ສັງຄົມດີ ຈິຕອນ”. ປະທານ ໂຮ່ຈີ່ມິງ ເຄີຍກ່າວ ໄວ້ວ່າ: “ຂ້າພະເຈົ້າມີພຽງຄວາມ ປາຖະໜາດຽວ, ຄວາມປາຖະໜາ ຢ່າງແຮງກ້າທີ່ສຸດຄືເຮັດແນວໃດ ໃຫ້ປະເທດຂອງພວກເຮົາມີເອກະ ລາດຢ່າງສົມບູນ, ປະຊາຊົນຂອງ ພວກເຮົາມີເສລີພາບຢ່າງແທ້ຈິງ, ທຸກຄົນມີເຂົ້າກິນ, ມີເສື້ອຜ້າໃສ່ ແລະ ໄດ້ຮັບການສຶກສາ. ໂດຍສືບ ທອດເຈດຕະນາລົມຂອງທ່ານ, ຜົນສຳເລັດ 80 ປີແຫ່ງການສ້າງ ຕັ້ງປະເທດ ແລະ 40 ປີແຫ່ງການ ປ່ຽນແປງໃໝ່ ໄດ້ນຳມາຊີວິດທີ່ ອີ່ມໜຳສຳລານສຳລັບປະຊາຊົນ ໃນທຸກຊັ້ນຄົນ. ຫວຽດນາມ ໄດ້ ບັນລຸເປົ້າໝາຍແຫ່ງສະຫັດສະວັດ ໃນການລົບລ້າງຄວາມທຸກຍາກ. ໃນເວລາທີ່ຜ່ານມາ, ລັດເຮົາໄດ້ມີ ນະໂຍບາຍທີ່ໃຫ້ຄວາມສຳຄັນຕໍ່ ຊີວິດຄວາມເປັນຢູ່ຂອງປະຊາຊົນ ຢ່າງຄືກຄື້ນ. ການປະຕິບັດຕາມຄຳ ສັ່ງສອນຂອງປະທານ ໂຮ່ຈີ່ມິງ ຄື “ວັດທະນະທຳເປັນແສງສະຫວ່າງ ນຳທາງປະຊາຊົນເຮັດໃຫ້ຊີວິດທາງ ວັດທະນະທຳ ແລະ ຊີວິດທາງຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບ ຢ່າງຕໍ່ເນື່ອງ. ວັດທະນະທຳຈຶ່ງໄດ້ ຮັບການຢືນຢັນວ່າເປັນຮາກຖານ ທາງຈິດໃຈຂອງສັງຄົມ, ເປັນພະລັງ ພາຍໃນ ແລະ ເປັນແຮງຂັບເຄື່ອນໃນ ການພັດທະນາປະເທດ. ໂດຍປະຕິບັດຄວາມປາຖະໜາ ຂອງທ່ານໃນການສ້າງປະເທດທີ່ຮຸ່ງ ເຮືອງ “ຢືນຄຽງບ່າຄຽງໄຫລ່ກັບ ບັນດາຊາດຕ່າງໆໃນໂລກ”, ທົ່ວ ລະບອບການເມືອງກຳລັງພະຍາ ຍາມຢ່າງເຕັມທີ່ເພື່ອບັນລຸເປົ້າໝາຍ ແຫ່ງການພັດທະນາທີ່ກ້າວກະໂດດ ໃນດ້ານເສດຖະກິດ-ສັງຄົມ, ເຊິ່ງ ເປັນເປົ້າໝາຍທີ່ລະບຸໄວ້ໃນມະຕິ ຂອງກອງປະຊຸມໃຫຍ່ພັກຄັ້ງທີ 13. ເພື່ອບັນລຸເປົ້າໝາຍເຫລົ່ານີ້, ທັງລະບອບການເມືອງກຳລັງມຸ່ງ ເນັ້ນດຳເນີນການຕາມແນວທາງທີ່ ເປັນລະບົບ ແລະ ຄົບຖ້ວນ, ໂດຍ ການປົດລັອກ ແລະ ລະດົມຊັບພະ ຍາກອນທຸກປະເພດຍາດເອົາທຸກ ໂອກາດ ແລະ ຂຸດຄົ້ນສັກກະຍະ ພາບ ແລະ ທ່າແຮງຂອງປະເທດໃຫ້ ໄດ້ຫລາຍທີ່ສຸດເພື່ອການພັດທະນາ ຢ່າງວ່ອງໄວ ແລະ ຍືນຍົງ; ພ້ອມທັງ ຊຸກຍູ້ການຈັດຕັ້ງປະຕິບັດ 3 ຍຸດທະ ສາດໂດຍສະເພາະການປັບປຸງດ້ານ ລະບົບການປົກຄອງ. ແນວຄິດຂອງ ໂຮ່ຈີ່ມິງ ກ່ຽວກັບ ການປ້ອງກັນປະເທດທົ່ວປວງຊົນ ຄື ການສ້າງກຳລັງປະກອບອາວຸດ ປະຕິວັດ “ທີ່ມາຈາກປະຊາຊົນ ແລະ ຕໍ່ສູ້ເພື່ອປະຊາຊົນ” ໂດຍ ມີການຈັດຕັ້ງເປັນສາມເສົາຫລັກ ຄື ການສ້າງຖານທີ່ໝັ້ນແຫ່ງການ ປະຕິວັດ, ການລຸກຮືຂອງປະຊາຊົນ ທົ່ວປະເທດ, ການຕໍ່ສູ້ໂດຍຮອບ ດ້ານ ແລະ ການເຮັດສົງຄາມຂອງ ປະຊາຊົນ ແນວຄິດດັ່ງກ່າວ ຖືກ ກໍ່ຕັ້ງບົນຮາກຖານຂອງການເຊື່ອມ ຊຶມຫລັກການຂອງລັດທິມາກ-ເລ ນິນ ໃນການລຸກຮືດ້ວຍອາວຸດ ແລະ ສົງຄາມປະຕິວັດ ແລະ ໃນຂະນະ ດຽວກັນກໍສືບທອດ ແລະ ຍົກລະດັບ ຂຶ້ນຈາກມູນເຊື້ອແຫ່ງການ “ຮວບ ຮວມທັງຊາດເປັນກອງທັບ” ໃນ ການຕໍ່ສູ້ເພື່ອປົກປ້ອງແຜ່ນດິນຂອງ ຊົນຊາດ. ແນວຄິດຂອງທ່ານໄດ້ຮັບ ການປະຍຸກໃຊ້ໂດຍພັກຢ່າງສ້າງສັນ ເພື່ອກຳນົດຍຸດທະວິທີທີ່ສຳຄັນ ຕ່າງໆ ເຊິ່ງສາມາດລະດົມພະລັງ ລວມ ແລະ ຈິດໃຈແຫ່ງຄວາມ ເປັນປຶກແຜ່ນຂອງທັງຊາດ, ສ້າງ ຍຸດທະສາດປ້ອງກັນປະເທດໂດຍ ປະຊາຊົນ ແລະ ແນວໂຮມປ້ອງກັນ ຄວາມສະຫງົບໂດຍປະຊາຊົນ ໃນການສ້າງ ແລະ ປົກປ້ອງຜືນ ແຜ່ນດິນຂອງປະເທດຊາດໃນທຸກ ໄລຍະຂອງການປະຕິວັດ ແລະ ຍັງ ຄົງສືບທອດ ແລະ ຕໍ່ຍອດໃນຍຸກໃໝ່ ແຫ່ງການພັດທະນາປະເທດ. ແນວຄິດດ້ານການທູດຂອງ ປະທານ ໂຮ່ຈີ່ມິງ ເປັນລະບົບຂອງ ຫລັກການ ແລະ ມຸມມອງກ່ຽວກັບ ບັນຫາຮ່ວມສະໄໝ, ແນວທາງນະ ໂຍບາຍລະຫວ່າງປະເທດ, ຍຸດທະ ສາດ, ຍຸດທະວິທີ ແລະ ນະໂຍບາຍ ການຕ່າງປະເທດຂອງຫວຽດນາມ ໃນຍຸກໃໝ່. ຫລັກການສຳຄັນໄດ້ແກ່ “ຍຶດໝັ້ນໃນສິ່ງທີ່ບໍ່ປ່ຽນແປງ, ເພື່ອ ປັບຕົວຕໍ່ສິ່ງທີ່ປ່ຽນແປງນັບພັນ”; “ຫວຽດນາມພ້ອມເປັນມິດກັບທຸກ ປະເທດປະຊາທິປະໄຕ ແລະ ບໍ່ເປັນ ສັດຕູກັບຜູ້ໃດ” ເສີມສ້າງຄວາມ ສຳພັນມິດຕະພາບກັບປະເທດ ເພື່ອນບ້ານຜ່ານຮູບແບບການທູດ ລະຫວ່າງລັດ ແລະ ສ້າງສາຍພົວພັນ ກັບທ້ອງຖິ່ນ ແລະ ປະຊາຊົນໃນ ພື້ນທີ່ຊາຍແດນຮ່ວມກັນ, ແກ້ໄຂ ຄວາມຂັດແຍ່ງຜ່ານການເຈລະຈາ ແລະ ປຶກສາຫາລືກັນ; “ປະເທດ ຂອງພວກເຮົາເປັນສ່ວນໜຶ່ງຂອງ ໂລກ, ສະຖານະການຂອງປະເທດ ພວກເຮົາສົ່ງຜົນກະທົບຕໍ່ໂລກ, ແລະ ສະຖານະການຂອງໂລກກໍມີຄວາມ ສຳພັນກັບປະເທດຂອງພວກເຮົາ”. ໃນປັດຈຸບັນ, ພາລະກິດສ້າງສາ ແລະ ພັດທະນາປະເທດກຳລັງກ້າວ ເຂົ້າສູ່ບາດລ້ຽວໃໝ່ຂອງປະຫວັດ ສາດ. ໂດຍການຍຶດໝັ້ນ ແລະ ສົ່ງ ເສີມແນວຄິດຂອງປະທານ ໂຮ່ຈີ່ມິງ, ພວກເຮົາກຳລັງນຳສິລະປະແຫ່ງ ການທູດ ແບບໃໝ່ໄປສູ່ການປະຕິບັດ ບົນພື້ນຖານຂອງຈິດໃຈຂອງຊາວ ຫວຽດນາມຜູ້ຮັກສັນຕິພາບ ແລະ ຄຸນນະທຳ “ໃຊ້ນ້ຳໃຈມະນຸດແທນ ຄວາມຮຸນແຮງ” ໂດຍຍັງຄົງຮັກ ສາຫລັກການແຫ່ງເອກະລາດ ແລະ ການເຈົ້າຕົນເອງ; ຮັບຮອງຜົນປະ ໂຫຍດສູງສຸດຂອງຊາດ ແລະ ປະ ຊາຊົນ, ບົນພື້ນຖານຫລັກການຂອງ ກົດໝາຍລະຫວ່າງປະເທດ; ປົກປ້ອງ ປະເທດຊາດແຕ່ຫົວທີ, ຈາກໄລຍະ ໄກ; ຮັກສາສະພາບແວດລ້ອມແຫ່ງ ສັນຕິພາບ ແລະ ຄວາມໝັ້ນຄົງເພື່ອ ພັດທະນາປະເທດ ແລະ ສົ່ງເສີມ ບົດບາດຂອງຫວຽດນາມ ມີສ່ວນ ຮ່ວມຢ່າງເປັນຮູບປະທຳໃນການຮັກ ສາສັນຕິພາບທັງໃນພາກພື້ນ ແລະ ໃນລະດັບໂລກ. ເນື່ອງໃນໂອກາດ ຄົບຮອບ 135 ປີວັນເກີດຂອງປະທານ ໂຮ່ຈີ່ມິງ, ພັກ, ປະຊາຊົນ, ແລະ ກອງທັບ ຫວຽດນາມທັງໝົດຂໍປະຕິຍານ ຄວາມຊື່ສັດ ແລະ ສືບທອດພາລະ ກິດອັນຍິ່ງໃຫຍ່ຂອງທ່ານ, ມຸ່ງໜ້າ ສູ່ສັງກາດໃໝ່, ສັງກາດແຫ່ງການ ກ້າວກະໂດດຂອງຊາດ, ສັງກາດ ແຫ່ງການພັດທະນາຈະເລີນຮຸ່ງ ເຮືອງ, ເພື່ອບັນລຸໃຫ້ໄດ້ໂດຍໄວເຊິ່ງ ຄວາມປາຖະໜາອັນສູງສົ່ງ ແລະ ສັກສິດຂອງປະທານ ໂຮ່ຈີ່ມິງ. ;y ]tde38o75 d1j k',tsa flt9a o0v'z6h oe c]t rtoa d'koco;]k;Ia d-kf co;7y f0v'xtmko 3Ij 9uj ,y ' .ola 'dkf.\j 0v'xtgmf-kfs;Pfok, 22/05/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່າ¤Å ່ອນ Å ນາÌ້ ນ¦¨ນÃາ¢Å າ ÁÇ່ ອອາË ©ນ§Å «§Æ §ÁÇ່ °Å້ ນ່າອ« ªນÇ 6 Ê ¤§ໜÇ ເມື່ອຫວນຄືນອະດີດ, ໄດ້ມີ ເຫດການປະຫວັດສາດທີ່ປວງຊົນ ລາວທັງຊາດບໍ່ອາດຫລົງລືມໄດ້ ນັ້ນ ກໍ່ຄື: ວິລະກຳໂຕນຄຸກຢ່າງມະ ຫັດສະຈັນຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ໃນ ຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີຂອງ ວັນທີ 24 ພຶດສະພາ 1960. ພາຍຫລັງທີ່ບັນດາຜູ້ນຳ ແລະ ພະ ນັກງານແນວລາວຮັກຊາດຖືກຈັບ ກຸມຄຸມຂັງໃນວັນທີ 28 ກໍລະກົດ 1959. ບັນດາຜູ້ນຳ (ຜູ້ແທນແນວ ລາວຮັກຊາດ) ທີ່ຖືກຈັບລວມມີ 7 ສະຫາຍຄື: ສະຫາຍ ສຸພານຸ ວົງ, ສະຫາຍ ໜູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານແນວ ລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມ ເປັນຂ້າລາຊະການໃນກົງຈັກລັດຖະ (ລະນຶກວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ວັນທີ 24/5/1960-24/5/2025) ບານປະສົມກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດ ຈຸນລະມະນີ, ສະຫາຍ ມາ ໄຂຄຳ ພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ. ໃນໄລຍະເກືອບ 10 ເດືອນ ທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳຂອງບັນ ດາຜູ້ນຳ ແລະ ພະນັກງານແນວ ລາວຮັກຊາດ ທັງ 16 ທ່ານ ສຸດທີ່ ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງ ກັບ ເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ ໃນຈຳນວນບັນດາຜູ້ນຳບຸກຄົນສຳ ຄັນໆປະມານ 8-9 ຄົນ ຈະໄດ້ຖືກ ປະຫານຊີວິດ. ນອກນັ້ນຈະໄດ້ຖືກ ຕັດສິນຂັງຄຸກຕະຫລອດຊີວິດ. ຈາກ ນັ້ນ, ພວກເຂົາໄດ້ມີແຜນຕັ້ງສານ ພິເສດສະເພາະເພື່ອເອົາບັນດາຜູ້ນຳ ແນວລາວຮັກຊາດອອກຕັດສິນບໍ່ ໃຫ້ກາຍເວລາ 1 ເດືອນນັບຕັ້ງແຕ່ ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງ ເປັນເອກະພາບກັນ. ເມື່ອຮູ້ແຈ້ງເຖິງທາດແທ້ປະຕິ ການ ແລະ ແຜນການດັ່ງກ່າວ ຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳ ອອກ ຈາກຄຸກບໍ່ໃຫ້ກາຍເດືອນ5ປີ1960 ເປັນອັນຂາດ, ຖ້າມື້ໃດມີໂອກາດ ອຳນວຍ ແລະ ຮັບປະກັນແມ່ນເປັນ ມື້ຕັດສິນການໂຕນຄຸກ”. ສຳລັບ ບັນດາຜູ້ນຳເຖິງວ່າເພິ່ນຈະຖືກກັກ ຂັັງກໍຕາມແຕ່ບໍ່ໄດ້ລົດລະຄວາມ ພະຍາຍາມໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນອອກ ຈາກການກະທຳອັນຜະເດັດການ ທີ່ສຸດນີ້ ໂດຍພວກເພີ່ນໄດ້ເອົາໃຈ ໃສ່ຢ່າງສຸດຂີດຄວາມສາມາດໃນ ການສຶກສາອົບຮົມແກ່ສາລະວັດ ຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນ ຖືກຕ້ອງເປັນທຳຂອງແນວລາວ ຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ ເຫັນເຖິງທາດແທ້ຄວາມໂຫດຮ້າຍ ສາມານຂອງລັດທິຈັກກະພັດແບບ ໃໝ່ ຈົນໃນທີ່ສຸດສາລະວັດດັ່ງກ່າວ ກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍ ກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງ ມີການວາງແຜນໃນການຕິດຕໍ່ພົວ ພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະ ໂຕນຄຸກອອກໄປສູ່ເຂດທີ່ໝັ້ນຂອງ ການປະຕິວັດ. ເມື່ອແຜນການເປັນ ໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດ ສະພາ 1960 ຜູ້ນຳພັກ-ແນວລາວ ຮັກຊາດໄດ້ໂຕນໜີອອກຈາກຄຸກ ໂພນເຄັງໄປສູ່ເຂດທີ່ໝັ້ນຂອງການ ປະຕິວັດດ້ວຍຄວາມປອດໄພທຸກ ປະການ. ເຫດການວິລະກຳດັ່ງກ່າວ ນີ້ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນ ລຳບາກນາໆປະການເຖິງວ່າຈະ ຖືກຈັບກຸມຄຸມຂັງກໍບໍ່ມີທາງຍອມ ຈຳນົນໂດຍເດັດຂາດອັນນີ້ ກໍຍ້ອນ ບັນດາຜູ້ນຳເຮົາຖືປະເທດຊາດ ສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດ ມາປຽບປານກໍບໍ່ໄດ້. ໄຊຊະນະອັນ ພິລະອາດຫານໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງທີ່ໄດ້ ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນດາທ່ານຜູ້ນຳໂຕນອອກຈາກຄຸກ ໄດ້ສຳເລັດ. ນີ້ຄືວັນແຫ່ງໄຊຊະນະ ຂອງການປະຕິວັດທີ່ບໍ່ມີການນອງ ເລືອດ ກໍຄື ກາລະໂອກາດພັນປີມີ ເທື່ອໜຶ່ງ.
RkJQdWJsaXNoZXIy MTc3MTYxMQ==