7033.1

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/05/2025 xtgmf]k; ລັດຖະມົນຕີ... ເຜີຍແຜ່ວຽກງານ... ຂປລ. ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະ ສິດ ລັດຖະມົນຕີ ກະຊວງອຸດສາ ຫະກຳ ແລະ ການຄ້າ ທັງເປັນລັດ ຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝ ພິເສດ (ແບບທາງໄກ) ຢູ່ກະຊວງ ອຸດສາຫະກຳ ແລະ ການຄ້າ, ນະ ຄອນຫລວງວຽງຈັນ. ກອງປະຊຸມໃນຄັ້ງນີ້, ບັນດາ ລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການພົບປະກັບ 3 ກອງປະຊຸມ ຄູ່ຮ່ວມເຈລະຈາ ຄື: ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບກະຊວງການຄ້າ ສປ ຈີນ; ກອງ ປະຊຸມລັດຖະມົນຕີເສດຖະກິດອາ ຊຽນກັບ ກະຊວງເສດຖະກິດ, ການ ຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ; ກອງ ປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ກັບ ອົດສະຕຣາລີ ແລະ ນິວ ຊີແລນ. ພາຍໃຕ້ການເປັນປະທານ ກອງປະຊຸມ ຂອງ ທ່ານ ເຊນາເຕີ ເຕັງກູ ດາຕຸກ ສິຣິ ອຸຕາມາ ຊາ ຟູນ ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ແຫ່ງ ມາເລເຊຍ ໃນຖານະເປັນປະເທດ ເຈົ້າພາບ ແລະ ປະທານອາຊຽນ ປີ 2025 ແລະ ປະທານຮ່ວມກັບ 3 ຄູ່ຮ່ວມເຈລະຈາ. ກອງປະຊຸມໃນ ຄັ້ງນີ້, ມີບັນດາລັດຖະມົນຕີເສດຖະ ກິດອາຊຽນ, ລັດຖະມົນຕີກະຊວງ ການຄ້າ ຕີມໍແລັດສະເຕ ໃນນາມ ເປັນປະເທດສັງເກດການ ແລະ ເລ ຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມໃນ ຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບສະພາບຜັນແປ ຂອງເສດ ຖະກິດ ໃນພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາການຂຶ້ນອັດ ຕາພາສີ ຂອງລັດຖະບານ ສ ອາເມ ລິກາ ທີ່ປະກາດ ໃນວັນທີ 2 ເມສາ 2025 ທີ່ຜ່ານມາ. ຜົນຂອງກອງ ປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີ ເສດຖະກິດອາຊຽນ ແລະ ບັນດາລັດ ຖະມົນຕີປະເທດຄູ່ຮ່ວມເຈລະຈາ ໄດ້ສະແດງເຖິງຄວາມເປັນຫ່ວງ ຕໍ່ກັບສະພາບຜັນແປ ທາງດ້ານ ເສດຖະກິດໃນພາກພື້ນ ແລະ ສາກົນ ໂດຍສະເພາະການຂຶ້ນອັດຕາພາສີ ນໍາເຂົ້າຂອງ ສ ອາເມລິກາ. ພ້ອມ ນັ້ນ, ກອງປະຊຸມຍັງໄດ້ສະແດງ ເຖິງຈຸດຢືນທີ່ສະໜັບສະໜູນລະບົບ ການຄ້າຫລາຍຝ່າຍ ພາຍໃຕ້ອົງ ການການຄ້າໂລກ ແລະ ກອງປະ ຊຸມຍັງໄດ້ເນັ້ນເຖິງ ການເພີ່ມທະ ວີການຮ່ວມມືກັບບັນດາປະເທດຄູ່ ຮ່ວມພັດທະນາ ເພື່ອສ້າງຄວາມ ເຂັ້ມແຂງ ແລະ ຍືດຍຸນໃຫ້ ແກ່ເສດ ຖະກິດພາຍໃນອາຊຽນ. ພາຍຫລັງການປຶກສາຫາລື, ກອງປະຊຸມໄດ້ເຫັນດີຮັບຮອງເອົາ ຮ່າງຖະແຫລງການຮ່ວມທັງສາມ ກອງປະຊຸມ ໂດຍເນື້ອໃນຂອງ ຖະແຫລງການ ແມ່ນຮຽກຮ້ອງໃຫ້ ທຸກປະເທດສະມາຊິກ ເຄົາລົບ ແລະ ຮັກສາລະບຽບຫລັກການພື້ນຖານ ຂອງອົງການການຄ້າໂລກ ແລະ ເພີ່ມທະວີການຮ່ວມມືໃນຂອບການ ຄ້າເສລີທີ່ມີຢູ່ແລ້ວ ແລະ ໃໝ່ ເຊັ່ນ: ສັນຍາການເປັນຄູ່ຮ່ວມມືທາງດ້ານ ເສດຖະກິດຮອບດ້ານລະດັບພາກ ພື້ນ ຫລື ອາເຊັບ ແລະ ສັນຍາການ ຄ້າເສລີອາຊຽນບວກ. ຂ່າວ: ໄພວັນ; ພາບ: ສູນທອງ ກະຊວງອຸດສາຫະກຳ ແລະ ການ ຄ້າ, ບັນດາຫົວໜ້າກົມ, ຄະນະ ກົມ, ກອງ, ສູນຈາກກະຊວງສາທາ ລະນະສຸກ,ກະສິກຳແລະປ່າໄມ້,ອຸດ ສາຫະກຳ ແລະ ການຄ້າ, ກະຊວງ ການຕ່າງປະເທດ ແລະ ສະພາແຫ່ງ ຊາດ ເຂົ້າຮ່ວມ. ທ່ານ ໄພວັນ ແກ້ວປະເສີດ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນ ກອງປະຊຸມລະດັບຊາດ ຄັ້ງທີ 2 ກ່ຽວກັບວຽກງານ Codex ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍອົງ ການ FAO ເຊິ່ງສະແດງໃຫ້ເຫັນ ເຖິງຄວາມມຸ່ງໝັ້ນ ພະຍາຍາມຂອງ ພວກເຮົາ ຕໍ່ກັບການສ້າງມາດຕະ ຖານຄວາມປອດໄພ ທາງດ້ານອາ ຫານ ໃຫ້ແທດເໝາະກັບມາດຕະ ຖານສາກົນ ເຊິ່ງເນື້ອສຳຄັນຂອງ ກອງປະຊຸມ ແມ່ນຈະສຸມໃສ່ການ ສ້າງຈິດສຳນຶກ ໃຫ້ແກ່ເຈົ້າໜ້າທີ່ລະ ດັບສູງຈາກບັນດາພາກສ່ວນທີ່ກ່ຽວ ຂ້ອງ ແລະ ມີບົດບາດສຳຄັນທາງ ດ້ານການເມືອງ ທີ່ຈະຊີ້ນຳ ແລະ ຍົກລະດັບວຽກງານ Codex ໃຫ້ ເປັນວຽກບຸລິມະສິດແຫ່ງຊາດ, ສະ ໜັບສະໜູນການເຂົ້າມີສ່ວນຮ່ວມ ໃນວຽກງານ Codex ຢ່າງມີປະ ສິດທິຜົນ, ພ້ອມທັງສ້າງ ແລະ ພັດ ທະນາມາດຕະຖານຄວາມປອດໄພ ອາຫານແຫ່ງຊາດ ໃຫ້ສອດຄ່ອງ ກັບບັນດາຂໍ້ແນະນຳ ແລະ ຄຳແນະ ນຳຂອງມາດຕະຖານສາກົນ. ທ່ານ ໄພວັນ ແກ້ວປະເສີດ ຍັງໃຫ້ຮູ້ອີກວ່າ: ໃນຖານະເປັນ ສະມາຊິກ ອົງການການຄ້າໂລກ (WTO), ການເຊື່ອມສານ ແລະ ສອດຄ່ອງກັບມາດຕະຖານສາກົນ ແຕ່ງຕັ້ງກອງເລຂາ... ມີຜູ້ຕາງໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ເພັດນໍ້າ ຄໍາ ສິງຫາພົນ ໄດ້ລາຍງານການ ສົ່ງເອກະສານ ສະເໜີຂໍໃຫ້ອະໄພ ຍະໂທດ ປະຈໍາປິ 2025 ຂອງ ກະຊວງ, ແຂວງ, ນະຄອນຫລວງ ເພື່ອຄົ້ນຄວ້າພິຈາລະນາຄັດເລືອກ ເອົານັກໂທດຜູ້ທີ່ມີເງື່ອນໄຂ ສະເໜີ ໃຫ້ອະໄພຍະໂທດ ເພື່ອນຳສະເໜີ ຕໍ່ຄະນະກຳມະການອະໄພຍະໂທດ ລະດັບຊາດ ພິຈາລະນາຕາມຂັ້ນ ຕອນທີ່ໄດ້ກໍານົດໄວ້ໃນລັດຖະ ບັນຍັດວ່າດ້ວຍການໃຫ້ອະໄພຍະ ໂທດ ສະບັບເລກທີ 001/ປປທ, ລົງ ວັນທີ 20 ມີນາ2018 ແລະ ກອງ ປະຊຸມຍັງໄດ້ຜ່ານສອງຂໍ້ຕົກລົງ ຄື: ຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ຂອງ ກອງເລຂາຄະນະກໍາມະການ ອະໄພຍະໂທດ ລະດັບຊາດ ສະບັບ ເລກທີ 11/ຄອຊ, ລົງວັນທີ 20 ມີນາ 2025 ແລະ ຕົກລົງແບ່ງ ຄວາມຮັບຜິດຊອບຄົ້ນຄວ້າຂອງ ກອງເລຂາຄະນະກໍາມະການອະໄພ ແມ່ນມີຄວາມສຳຄັນ ແລະ ຈຳເປັນ ຫລາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ອຸດສາຫະກຳພາຍໃນໃຫ້ເປັນ ສ່ວນໜຶ່ງ ຂອງຕ່ອງໂສ້ການສະ ໜອງອາຫານໃນທົ່ວໂລກ. ພ້ອມ ກັນນັ້ນ, ຍັງຊ່ວຍເພີ່ມຄວາມສາ ມາດໃນການແຂ່ງຂັນທາງການ ຄ້າໃນລະດັບພາກພື້ນ ແລະ ສາກົນ ໃຫ້ແກ່ ສປປ ລາວ ຕື່ມອີກ. ນອກ ຈາກນີ້, ຍັງເປັນການສ້າງຄວາມ ເຊື່ອໝັ້ນຂອງຜູ້ບໍລິໂພກ ໃນຜະລິດ ຕະພັນອາຫານຂອງລາວນຳອີກ. ມາດຕະຖານ Codex ແລະ ບົດຄວາມທີ່ກ່ຽວຂ້ອງກັບມາດຕະ ຖານດັ່ງກ່າວ, ໄດ້ກາຍເປັນຈຸດອ້າງ ອີງທົ່ວໂລກ ສໍາລັບຜູ້ບໍລິໂພກທີ່ ກຳລັງຊອກຫາອາຫານທີ່ປອດໄພ ແລະ ມີຄຸນນະພາບ, ອຸດສາຫະກໍາ ອາຫານ, ອົງການຂອງລັດຖະບານ ແລະ ການຄ້າອາຫານສາກົນ ໂດຍ ສະເພາະໃນນາມລັດຖະບານ, ພວກ ເຮົາຕ້ອງຮັບປະກັນໃຫ້ບັນດາຜະ ລິດຕະພັນສະບຽງອາຫານ ຢູ່ທ້ອງ ຕະຫລາດມີຄວາມປອດໄພ, ມີຄຸນ ຄ່າທາງໂພຊະນາການທີ່ດີ ສຳລັບ ທຸກຄົນ ແລະ ມີຄວາມສ່ຽງຕໍ່ສຸຂະ ພາບຂອງປະຊາຊົນໜ້ອຍທີ່ສຸດ. ຍະໂທດລະດັບຊາດ ສະບັບເລກທີ 31/ກລຂ, ລົງວັນທີ 5 ພຶດສະພາ 2025. ໂອກາດນີ້, ທ່ານ ບົວລີ ເພັດ ມີໄຊ ຍັງໄດ້ຮຽກຮ້ອງໃຫ້ກອງ ເລຂາຄະນະກໍາມະການອະໄພຍະ ໂທດລະດັບຊາດ ສືບຕໍ່ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອກວດກາການສະເໜີຂໍອະໄພ ຍະໂທດ ປະຈໍາປີ 2025, ຮັບປະ ກັນຄວາມຍຸຕິທໍາ, ຖືກຕ້ອງ ແລະ ທັນກໍານົດເວລາ. ນອກຈາກນີ້, ຍັງ ຮຽກຮ້ອງໃຫ້ກອງເລຂາ ຄະນະ ກໍາມະການອະໄພຍະໂທດລະດັບ ຊາດ ເປັນເຈົ້າການໂຄສະນາສຶກສາ ອົບຮົມໃນທົ່ວສັງຄົມ ໃຫ້ເຫັນໄດ້ ແນວທາງມະນຸດສະທໍາຂອງພັກລັດຖະບານ ສປປ ລາວ ແນໃສ່ເຮັດ ໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຂ່າວ: ແສງພະຈັນ ວັນປູກຕົ້ນໄມ້ແຫ່ງຊາດ... ກໍ່ສ້າງຕາຝັ່ງເຈື່ອນແຄມຂອງ ໄລຍະທີ 2, ໂຄງການບໍາບັດນໍ້າ ເປື້ອນຈາກຕົວເມືອງ ທີ່ກຳລັງ ຈັດຕັ້ງປະຕິບັດສ້າງຕັ້ງໂຮງງານ. ພ້ອມນີ້, ຍັງສະເໜີຂໍການຊ່ວຍ ເຫລືອຈາກອົງການສະຫະປະຊາ ຊາດ ເພື່ອການພັດທະນາ ເປັນ ຕົ້ນອຸປະກອນຮັບໃຊ້ວຽກງານດັ່ງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນ ວັນທີ 20 ພຶດສະພາ 2025 ນີ້ວ່າ: ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ທີ່ຈະມາເຖິງນີ້, ທົ່ວປະເທດມີແຜນຈະປູກຕົ້ນໄມ້ ໃຫ້ໄດ້ 997.000 ພັນກວ່າເບ້ຍ, ໃນເນື້ອທີ່ທັງໝົດ 1.600 ກວ່າ ເຮັກຕາ. ສະເພາະ ກະຊວງກະສິ ກໍາ ແລະ ປ່າໄມ້ ໄດ້ປະສານສົມທົບ ກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ພາກ ສ່ວນກ່ຽວຂ້ອງ ຮ່ວມກັນສ້າງຂະ ບວນການປູກຕົ້ນໄມ້ ເພື່ອສະເຫລີມ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອ ທີ່ ປະມານ 3 ເຮັກຕາ. ໃນນັ້ນ, ຊະ ນິດພັນໄມ້ ທີ່ຈະນຳໄປປູກ ປະກອບ ມີ: ໄມ້ດູ່, ໄມ້ຍາງ, ໄມ້ແຄນຈຳນວນ 3 ພັນກວ່າເບ້ຍ. ນອກຈາກນີ້, ກະ ຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ ສົມທົບກັບ ຄະນະພັກ-ຄະນະນຳ ອົງການປົກຄອງທ້ອງຖິ່ນທົ່ວປະ ເທດ ກະກຽມແຜນການ ແລະ ຂະ ບວນການປູກໄມ້ ຢູ່ທ້ອງຖິ່ນ ໃຫ້ ເປັນຂະບວນຟົດຟື້ນ ໂດຍມີແຜນ ການເກັບແກ່ນພັນໄມ້ ໃຫ້ໄດ້ 45 ພັນກວ່າກິໂລກຣາມ, ກ້າເບ້ຍໄມ້ 24,3 ລ້ານກວ່າເບ້ຍ ແລະ ປູກ ໄມ້ 37.200 ກວ່າເຮັກຕາ ໃນປີ 2025 ນີ້. ທ່ານ ລິນຄຳ ດວງສະຫວັນ ຍັງ ໃຫ້ຮູ້ອີກວ່າ: ພັກ ແລະ ລັດຖະບານ ໄດ້ກໍານົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ ແຫ່ງ ຊາດ ເຊິ່ງກົງກັບວັນເດັກນ້ອຍ ສາກົນ ເພື່ອປູກຈິດສໍານຶກໃຫ້ແກ່ ເຍົາວະຊົນ ແລະ ອະນຸຊົນ ກໍຄື ທົ່ວ ສັງຄົມ ໃຫ້ເຫັນໄດ້ເຖິງຄວາມສໍາ ຄັນຂອງປ່າໄມ້, ການປົກປັກຮັກ ສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ຕາມທິດ ສີຂຽວ ແລະ ຍືນຍົງ. ປ່າ ໄມ້ ມີຄວາມສໍາຄັນທີ່ສຸດ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ທັງທາງກົງ ແລະ ທາງອ້ອມ, ມີຄວາມສຳຄັນຕໍ່ການປົກປັກຮັກ ສາດິນ, ແຫລ່ງນໍ້າ ແລະ ຊີວະ ນາໆພັນ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຫລຸດຜ່ອນຜົນກະທົບຂອງ ການປ່ຽນແປງດິນຟ້າອາກາດ ເຊິ່ງ ບົດບາດນີ້, ມະນຸດເຮົາບໍ່ສາມາດ ຈະເຮັດແທນໄດ້. ປ່າໄມ້ ຍັງປະ ກອບສ່ວນ ຢ່າງຫລວງຫລາຍ ຕໍ່ ການພັດທະນາຂະແໜງການກະສິ ກຳ ແລະ ປ່າໄມ້ ຕິດພັນກັບອຸດສາ ຫະກຳ ແລະ ການບໍລິການ ແລະ ການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ອ່າງ ເກັບນ້ຳ ເພື່ອການຜະລິດກະສິກຳ, ການຜະລິດເປັນສິນຄ້າ, ການຄົມ ມະນາຄົມ, ການຂຸດຄົ້ນ ຊັບພະຍາ ກອນປ່າໄມ້ ແລະ ເຄື່ອງປ່າຂອງດົງ ແບບຍືນຍົງ ເຊິ່ງໄດ້ປະກອບສ່ວນ ສຳຄັນ ຕໍ່ການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ ຕິດພັນກັບ ການພັດທະນາຊົນນະບົດ ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າ, ດັ່ງທີ່ ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກ ໄດ້ເວົ້າໄວ້ວ່າ “ປ່າໄມ້ ຄືຄໍາຂຽວຂອງຊາດ”. ຕະຫລອດໄລຍະເວລາ ກວ່າ 45 ປີ ຜ່ານມາ, ພັກ ແລະ ລັດຖະ ບານ ຍາມໃດກໍມີຄວາມເປັນຫ່ວງ ເປັນໃຍ ຕໍ່ວຽກງານຄຸ້ມຄອງປ່າໄມ້ ໂດຍໄດ້ກຳນົດນະໂຍບາຍ, ກົດ ໝາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳ ຕ່າງໆທີ່ກ່ຽວຂ້ອງ ໃນການຄຸ້ມ ຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າ ໄມ້ ໃຫ້ແທດເໝາະກັບແຜນພັດທະ ນາເສດຖະກິດ-ສັງຄົມ ໃນແຕ່ລະ ໄລຍະ. ເຖິງຢ່າງໃດກໍຕາມ, ການ ປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າ ທາຍ ແລະ ຜົນກະທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ປ່າໄມ້ ແລະ ທີ່ດິນ ປ່າໄມ້ ໂດຍສະເພາະການຖາງປ່າ ແລະ ຈຸດປ່າ ທີ່ມີທ່າອ່ຽງເພີ່ມຂຶ້ນ ໃນແຕ່ລະປີ ລວມທັງການບຸກລຸກ, ຈັບຈອງ, ຊື້-ຂາຍ ພື້ນທີ່ດິນ 3 ປະ ເພດປ່າ. ຜ່ານມາ ກະຊວງກະສິ ກໍາ ແລະ ປ່າໄມ້ ໄດ້ປະສານສົມ ທົບກັບກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອ ຄົ້ນຄວ້າ ກໍານົດນະໂຍບາຍຊອກ ຫາວິທີໃນການແກ້ໄຂບັນຫາດັ່ງ ກ່າວ ໄປຄຽງຄູ່ກັບການປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ອາໄສຢູ່ໃນເຂດປ່າໄມ້ ດ້ວຍການ ຮັບຮູ້ສິດນໍາໃຊ້ທີ່ດິນ, ຂຶ້ນທະບຽນ ອອກໃບຕາດິນ, ຂຶ້ນທະບຽນອອກ ໃບຢັ້ງຢືນການນໍາໃຊ້ທີ່ດິນປ່າໄມ້, ເຮັດສັນຍາການຄຸ້ມຄອງ ແລະ ປົກ ປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມຄຳສັ່ງ ສະບັບເລກທີ 20/ນຍ ເພື່ອສົ່ງເສີມການຜະລິດ ແລະ ສ້າງ ເສດຖະກິດຄອບຄົວຮູບແບບຕ່າງໆ ທີ່ເໝາະສົມ ຕາມທ່າແຮງຂອງ ແຕ່ລະທ້ອງຖິ່ນໃຫ້ປະຊາຊົນ ທີ່ຕັ້ງ ພູມລໍາເນົາ, ອາໄສ ແລະ ທໍາການ ຜະລິດຖາວອນ ຢູ່ໃນ ແລະ ຕິດກັບ ທີ່ດິນ 3 ປະເພດປ່າ. ໂອກາດນີ້, ທ່ານ ລິນຄຳ ດວງ ສະຫວັນ ຍັງໄດ້ຮຽກຮ້ອງມາຍັງ ປວງຊົນລາວທັງຊາດ ຈົ່ງເຊີດຊູ ສະຕິຮັກ ແລະ ຫວງແຫນ ຊັບພະ ຍາກອນປ່າໄມ້, ປະກອບສ່ວນໃນ ການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ ກັບການ ຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ອັນເປັນມໍລະດົກ ແລະ ຊັບ ສົມບັດຂອງວົງຄະນະຍາດແຫ່ງ ຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ປະ ກອບສ່ວນອັນສຳຄັນ ຂອງການ ພັດທະນາ ເສດຖະກິດ-ສັງຄົມ ຂອງ ຊາດ, ພ້ອມທັງເຊີນຊວນທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນຈັດພິທີ ໂດຍໃຫ້ອີງໃສ່ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງ ຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມ ເປັນຕົ້ນຕໍ. ການປູກຕົ້ນໄມ້ ແມ່ນສາມາດ ປູກໄດ້ແຕ່ດຽວນີ້ ເປັນຕົ້ນໄປ ຈົນ ຮອດທ້າຍລະດູຝົນ ໃນບ່ອນທີ່ມີ ເງື່ອນໄຂ ໃນເນື້ອທີ່ດິນເປົ່າຫວ່າງ ຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກ ສ້າງ, ເດີ່ນໂຮງຮຽນ, ສໍານັກງານ ອົງການ ແລະ ຕາມແຄມທາງຕາມ ເງື່ອນໄຂຕົວຈິງ. ຖ້າຫາກວ່າໃນປີ ນີ້, ພວກເຮົາ ພ້ອມກັນປູກຕົ້ນໄມ້ ຜູ້ ລະ 1-2 ຕົ້ນ ກໍຈະເຮັດໃຫ້ພວກເຮົາ ມີຕົ້ນໄມ້ເພີ່ມຂຶ້ນ ປະມານ 7-14 ລ້ານກວ່າຕົ້ນ. ຂ່າວ-ພາບ: ທະນູທອງ ກ່າວ ແລະ ເຄື່ອງຕິດຕັ້ງເຕືອນ ໄພພິບັດທີ່ ນວ ຍັງບໍ່ທັນມີ ເພື່ອ ມາຕິດຕັ້ງປ້ອງກັນເກີດໄພພິບັດ ລ່ວງໜ້າ ຮັບປະກັນໃຫ້ແກ່ການ ສູນເສຍຊີວິດ ແລະ ຊັບສິນຂອງ ປະຊາຊົນໃນເວລາເກີດໄພພິບັດ ຕ່າງໆ ໂດຍສະເພາະໄພພິບັດນໍ້າ ຖ້ວມ ແລະ ອື່ນໆ. ໂອກາດດຽວກັນ, ທ່ານ ນາງ ມາຕິນ ເທີເລີ ໄດ້ສະແດງຄວາມ ຂອບໃຈມາຍັງ ທ່ານຮອງເຈົ້າຄອງ ນະຄອນຫລວງວຽງຈັນ ພ້ອມ ຄະນະທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຮັບຟັງການລາຍງານ ສະພາບວຽກງານດັ່ງກ່າວ ເຊິ່ງຈະ ໄດ້ນໍາເອົາການປຶກສາຫາລື ແລະ ຄຳສະເໜີຈາກ ນະຄອນຫລວງ ວຽງຈັນ ຄັ້ງນີ້ ໄປປຶກສາຫາລືກັບ ໝູ່ຄະນະ ຕື່ມອີກ. ຂ່າວ-ພາບ: ໜັງສືພິມວຽງຈັນໃໝ່ ປຶກສາຫາລື...

RkJQdWJsaXNoZXIy MTc3MTYxMQ==