7032

21/05/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ລູກສາວຫລ້າູ້ ໂດຍ: ເຂົ້າຈານນ້ຳົ້້ l;ogln vxj kcs]j 'mj v'mj P;me,t-kf de]a 'wfh Ia [7;k,oy pq , ພາບປະກອບ *ປັດຈຸບັນນີ້, ເຫັນວ່າການ ເກັບກ່ຽວເຂົ້ານາແຊງໃນຂອບເຂດ ທົ່ວປະເທດແມ່ນໄດ້ສຳເລັດແລ້ວ, ຂະນະທີ່ກະສິກອນກໍ່ໄດ້ລົງມືທຳ *ເປັນອີກໜຶ່ງສະຖານທີ່ທ່ອງ ທ່ຽວທຳມະຊາດ ທີ່ມີອາກາດບໍ ລິສຸດຕິດພັນກັບທິວທັດພູຜາປ່າດົງ ແບບໃກ້ຊິດທີ່ພວກເຮົາບໍ່ຄວນພາດ ນັ້ນກໍຄື: ສວນເສືອປ່າຣີສອດສວນ ອາຫານ ແລະ ທ່ອງທ່ຽວ ເຊິ່ງ ນອກຈາກກິດຈະກຳທ່ອງທ່ຽວ ທາງທຳມະຊາດແລ້ວ ຍັງສາມາດ ພັກແຮມກັບສະຖານທີ່ພັກຜ່ອນດັ່ງ ກ່າວໄດ້. ໃນນັ້ນ, ມີເຕັ້ມຕັ້ງແຄ້ມ ແລະ ຫ້ອງນອນຫລາຍແບບໃຫ້ ນັກທ່ອງທ່ຽວໄດ້ເລືອກໃຊ້ບໍລິການ ຕາມຄວາມມັກ. ສວນເສືອປ່າ ຕັ້ງຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງຫ່າງຈາກນະ ຄອນຫລວງວຽງຈັນ ປະມານ 70 ກິໂລແມັດ, ການເດີນທາງແມ່ນ ສະດວກສະບາຍ ໂດຍລົດສາມາດ ເຂົ້າໄປຮອດໄປເຖິງ, ມີອາຫານ ການກິນໄວ້ບໍລິການຫລາກຫລາຍ ລາຍການ. ທ່ານ ບຸນລະພະໄຊ ລາຊາສົມບັດ ເຈົ້າຂອງສວນເສືອປ່າ ຣີສອດ ສວນ ອາຫານແຫລ່ງທ່ອງທ່ຽວ ໄດ້ໃຫ້ ສຳພາດຕໍ່ທີມນັກຂ່າວສຳນັກຂ່າວ ປະເທດລາວວ່າ: ກິດຈະກຳພາຍໃນ ສວນເສືອປ່າ ແມ່ນຫລາກຫລາຍ ກິດຈະກຳ ໂດຍສະເພາະແມ່ນລ່ອງ ເຮືອຊົມທິວທັດທຳມະຊາດ ພ້ອມທັງ ຮັບປະທານອາຫານລາວແຊບໆ, ທ່ຽວຊົມທຳມະຊາດຂອງພູ 9 ນາງ ແລະ ພູພະດ່າງ ໄປທ່ຽວຊົມຜາ ອວນ, ຜາຕາວ ເຊິ່ງເປັນຫີນປູນທີ່ຢູ່ ໃຈກາງອ່າງນ້ຳງື່ມ. ນອກຈາກນີ້, ຍັງສາມາດໄປທ່ຽວຊົມຮ້ານຂາຍ ເຄື່ອງຫັດຖະກຳລາວ ແລະ ທ່ຽວ ຊົມທ່າລາດເຂື່ອນໄຟຟ້າອ່າງນ້ຳງື່ມ 1. ຂະນະທີ່ຍັງມີທີ່ພັກຕາກອາກາດ ແຄມນ້ຳງື່ມ ນອນຕື່ມມາສຳພັດກັບ ທິວທັດທຳມະຊາດພູຜາ ແລະ ນ້ຳ ງື່ມອັນແສນກວ້າງໄກພ້ອມກັບບັນ ຍາກາດທີ່ຫາຢູ່ໃສປຽບປານໄດ້. ທ່ານກ່າວຕື່ມວ່າ: ແຮງຈູງໃຈ ທີ່ພາໃຫ້ມາດຳເນີນທຸລະກິດນີ້ ກໍ່ ຍ້ອນວ່າຕົນເອງໄດ້ຊື້ດິນຈາກພີ່ນ້ອງ ເພື່ອເຮັດສວນ, ເປັນບ່ອນຜັກຜ່ອນ ຍ່ອນອາລົມຈາກການເຮັດວຽກ ເມື່ອຍໆຢູ່ໃນເມືອງ ແລະ ເວລາ ຫວ່າງວຽກກໍ່ມາສໍາຜັດກັບອາກາດ ບໍລິສຸດ, ມາກິນອາຫານທຳມະຊາດ ແຊບໆ. ຫລັງຈາກນັ້ນກໍ່ຄ່ອຍໆ ສ້າງ ແລະ ພັດທະນາເລື້ອຍໆມາ ເຊິ່ງກໍ່ໄດ້ ຮັບຄວາມນິຍົມຈາກນັກທ່ອງທ່ຽວ, ໝູ່ຄູ່ ເພາະມັນໄດ້ໃກ້ຊິດທໍາມະຊາດ. ເພື່ອຮອງຮັບນັກທ່ອງທ່ຽວທີ່ມັກ ທໍາມະຊາດ ຢາກມາຜັກຜ່ອນກິນ ອາຫານແຊບໆກາງປ່າ ກໍ່ມາໄດ້ ເລີຍ ໂດຍສວນອາຫານເຮົາແມ່ນ ເນັ້ນອາຫານແບບລາວເປັນຫລັກ ເປັນຕົ້ນແກງໜໍ່ໄມ້, ຕໍາໝາກຫຸງ, ປີ້ງປາ, ກ້ອຍປານໍ້າງື່ມ ແລະ ຕົ້ມ ໄກ່ລາດທີ່ປະຊາຊົນອ້ອມຂ້າງລ້ຽງ. ນອກນີ້, ສວນອາຫານເຮົາຍັງມີ ເຮືອນພັກ, ເດີ່ນເຕະບານ ແລະ ມີກິດ ຈະກໍາຕຶກປາ, ມີສະລອຍນໍ້າ, ຫ້ອງ ປະຊຸມໄວ້ບໍລິການສັງຄົມ ແລະ ອີກ ກິດຈະກຳໜຶ່ງກໍ່ຈະແມ່ນເສືອປ່າລີເວີ ໄຊ ຈະມີບໍລິການລ່ອງເຮືອ, ພານັກ ທ່ອງທ່ຽວໄປນອນດອນຫາດຊາຍ ທາວ, ທ່ອງທ່ຽວອ່າງນໍ້າງື່ມອື່ນໆ. ຕໍ່ໄປກໍາລັງສ້າງຫ້ອງປະຊຸມໃຫຍ່ ຮັບໄດ້ 200 ກວ່າຄົນ. ສ່ວນຫລາຍ ບັນດາຫ້ອງການ ຫລື ໂຮງຮຽນ ຈະມາເຮັດສໍາມະນາ ແລະ ເຮັດກິດ ຈະກໍານ້ອງນັກໂຮງຮຽນໃນແຕ່ລະ ປີ ເນື່ອງຈາກວ່າບັນດາໂຮງຮຽນ ຢາກໃຫ້ນັກຮຽນໄດ້ສໍາຜັດກັບທໍາ ມະຊາດຢ່າງແທ້ຈິງ. ປັດຈຸບັນກໍ່ມີນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດເຂົ້າໄປທ່ຽວ ຊົມຫລາຍຮ້ອຍຄົນຕໍ່ເດືອນ. ແນວ ໃດກໍ່ດີຖ້າທ່ານໃດທີ່ມັກທໍາມະຊາດ ກໍ່ຫາໂອກາດໄປພັກຜ່ອນທີ່ສວນ ເສືອປ່າ ຮັບຮອງວ່າທ່ານຈະບໍ່ ຜິດຫວັງແນ່ນອນ ດ້ວຍອາຫານທີ່ ແຊບຊ້ອຍ ແລະ ສົດໃໝ່ໃນແຕ່ລະມື້ ຕິດພັນກັບຫລາກຫລາຍກິດຈະກຳ ໂດຍສະເພາະບ່ອນຫລີ້ນ, ບ່ອນ ຖ່າຍຮູບ ແລະ ອື່ນໆ. ຢ່າງໃດກໍ່ດີ ໄລຍະນີ້ ຖະໜົນຫົນທາງມີການ ເປ່ເພຫລາຍ (ທາງເລກ 10) ນະ ຄອນຫລວງວຽງຈັນ ຫາ ແຂວງ ວຽງຈັນ ເຮັດໃຫ້ນັກທ່ອງທ່ຽວ ຫລຸດລົງ. ຖ້າຫາກມີການປັບປຸງ ເສັ້ນທາງໃຫ້ດີຂຶ້ນອາດຈະສາມາດ ດຶງດູດນັກທ່ອງທ່ຽວໄປມາທ່ຽວ ຫລາຍຂຶ້ນ. ສໍາລັບທ່ານໃດຢາກ ມາພັກຜ່ອນໄລຍະນີ້ ກໍ່ສາມາດໃຊ້ ເສັ້ນທາງຫລັກ 52 ເສັ້ນທາງ 13 ເໜືອ ຕັດເຂົ້າໂພນໂຮງ ແລ້ວຂ້າມ ຂົວປາກກະຍຸງ ແລ້ວມາທາງສວນ ສັດບ້ານເກິນໂດຍສະຖານທີ່ແມ່ນ ຕັ້ງຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ຫລື ຕິດຕໍ່ໄດ້ທີ່ເບີ 020 58775606. xt3spf9kddko]h P'xk.owIj ok ການຜະລິດເຂົ້ານາປີຢ່າງຟົດຟື້ນ ເພື່ອໃຫ້ໄດ້ຕາມແຜນການວາງໄວ້ ແລະ ທັນຕາມລະດູການ. ດັ່ງນັ້ນ, ມື້ນີ້ ຄໍລຳ “ສຶກສາຫາຄວາມຮູ້” ຂໍນຳສະເໜີບາງບົດຮຽນກ່ຽວກັບ ການລ້ຽງປາໃນນາເຂົ້າ ເພື່ອເປັນ ບົດຮຽນໃຫ້ແກ່ກະສິກອນຜູ້ມັກ ຮັກໃນອາຊີບການປູກ-ການລ້ຽງ ແບບປະສົມປະສານ ໂດຍຂໍເນັ້ນໃສ່ ບົດຮຽນການລ້ຽງປາໃນນາເຂົ້າ ທີ່ສ້າງປະໂຫຍດຫລາຍຢ່າງ ໂດຍ ສະເພາະນອກຈາກລ້ຽງປາເປັນ ອາຫານໃຫ້ແກ່ຄອບຄົວທັງເປັນ ສິນຄ້າແລ້ວ, ປາຍັງສາມາດຈຳກັດ ສັດຕູພືດ, ຊ່ວຍພວນດິນໃນນາ, ຊ່ວຍເພີ່ມຝຸ່ນ ແລະ ອື່ນໆຕື່ມອີກ. ປະໂຫຍດຈາກການລ້ຽງປາໃນນາ ເຂົ້າໂດຍປົກກະຕິແລ້ວໃນພື້ນທີ່ນາ ມີອາຫານທຳມະຊາດຫລາຍຢ່າງ ໄດ້ແກ່ພືດ ແລະ ແມງໄມ້ທີ່ເຫັນ ໄດ້ທົ່ວໄປ ຊຶ່ງອາຫານທຳມະຊາດ ດັ່ງກ່າວ ແຕ່ຖ້າເອົາປາມາປ່ອຍ ລ້ຽງໃສ່ນາເຂົ້າປາກໍສາມາດນຳ ໃຊ້ແຫລ່ງອາຫານເຫລົ່ານັ້ນເປັນ ອາຫານຂອງມັນໄດ້ ແລະ ປາທີ່ ລ້ຽງຍັງນຳມາເປັນອາຫານ ແລະ ສ້າງລາຍຮັບເພີ່ມໃຫ້ຄອບຄົວຕື່ມ. ນອກຈາກນີ້, ຫຍ້າທີ່ມັກຍາດອາ ຫານຈາກຕົ້ນເຂົ້າເຮັດໃຫ້ຕົ້ນເຂົ້າ ຈະເລີນເຕີບໂຕບໍ່ໄດ້ເຕັມທີ່ເຮັດໃຫ້ ໄດ້ຮັບຜົນຜະລິດຕໍ່າ, ແຕ່ຖ້າເອົາ ປາລ້ຽງໃສ່ກໍຊ່ວຍກຳຈັດຫຍ້າໄປ ໃນໂຕ ແລະ ຊາວນາຈະບໍ່ກັງວົນ ເລື່ອງຫຍ້າອີກ. ພ້ອມນີ້, ປາຍັງຊ່ວຍ ກຳຈັດສັດຕູຂອງຕົ້ນເຂົ້າຄື: ໜອນ ແລະ ແມງໄມ້ຊະນິດທີ່ຢູ່ໃນນ້ຳ ແລະ ແມງໄມ້ທີ່ຕົກລົງຈາກຕົ້ນເຂົ້າກໍຈະ ໄປເປັນອາຫານທີ່ດີຂອງປານຳອີກ. ຂະນະດຽວກັນປາຍັງຊ່ວຍພວນ ດິນໃນນາ ໂດຍເວລາປາຂຸດຄຸ້ຍຫາ ກິນ ແລະ ລອຍວົນວຽນຮອບໆຕົ້ນ ເຂົ້າດ້ວຍການເຄື່ອນໄຫວຂອງຄີງ ແລະ ຫາງຂອງປາ ຈະຊ່ວຍເຮັດໃຫ້ ດິນນາບໍ່ແໜ້ນເປັນການພວນດິນໃຫ້ ແກ່ຕົ້ນເຂົ້າເຮັດໃຫ້ຮາກຂະຫຍາຍ ກວ້າງ, ຕົ້ນເຂົ້າຈະເລີນເຕີບໂຕກວ່າ ປົກກະຕິທັງຊ່ວຍເພີ່ມຝຸ່ນ ຊຶ່ງສິ່ງ ເສດເຫລືອຈາກການຂັດຖ່າຍຂອງ ປາ ໂດຍປະກອບມີທາດໄນໂຕເຈນ ແລະ ອື່ນໆສາມາດເປັນຝຸ່ນໃຫ້ແກ່ ຕົ້ນເຂົ້າໄດ້ດີ; ຊ່ວຍເພີ່ມຜົນຜະລິດ ເຂົ້າຫລາຍຂຶ້ນກວ່າການປູກເຂົ້າ ພຽງຢ່າງດຽວ. ການລ້ຽງປາໃນນາເຂົ້າໂດຍ ສ່ວນຫລາຍແມ່ນລ້ຽງໃນໄລຍະຜະ ລິດເຂົ້ານາປີ ແລະ ເນື້ອທີ່ນາຕ້ອງ ຢູ່ໃກ້ກັບແຫລ່ງນ້ຳຊົນລະປະທານ ຖ້າເປັນນາທີ່ອາໄສນ້ຳຝົນພຽງຢ່າງ ດຽວຄວນເກັບນ້ຳໄດ້ຢ່າງໜ້ອຍ 90-120 ວັນ, ໄຮ່ນາບໍ່ຄວນຕ່ຳ ຫລື ສູງເກີນ, ສະດວກຕໍ່ການດູແລ ຮັກສາ, ຖ້າເປັນພື້ນທີ່ທີ່ໄດ້ຮັບຜົນ ຜະລິດເຂົ້າດີຄວນລ້ຽງປາຕື່ມໃສ່ ເພື່ອເພີ່ມມູນຄ່າໃຫ້ກັບເຮົາຕື່ມອີກ. ການລ້ຽງປາໃນນາຄວນເລືອກພັນ ປາທີ່ລ້ຽງງ່າຍ, ໃຫຍ່ໄວ, ທົນທານ, ບໍ່ທຳລາຍຕົ້ນເຂົ້າ, ເປັນທີ່ນິຍົມຂອງ ຕະຫລາດເຊັ່ນ: ປານິນ, ປາໄນ, ປາ ປາກ, ປາຫົວໃຫຍ່ ແລະ ປາດຸກ ຊຶ່ງ ປາເຫລົ່ານີ້ ສາມາດກິນອາຫານ ທຳມະຊາດເຊັ່ນ: ແມງໄມ້ຕ່າງໆທີ່ ຕົກລົ່ນຈາກຕົ້ນເຂົ້າ; ຄວນໃຊ້ປາ ທີ່ມີຄວາມຍາວ 5-10 ຊັງຕີແມັດ ເປັນໄລຍະທີ່ກຳລັງຈະເລີນເຕີບໂຕ ດີ ແລະ ສາມາດຫລີກສັດຕູໄດ້; ປາ ທີ່ປ່ອຍຕ້ອງມີອັດຕາເໝາະສົມບໍ່ ຫລາຍ ຫລື ໜ້ອຍເກີນໄປເນື້ອທີ່ 1 ໄລ່ປ່ອຍປາ 400-800 ໂຕ, ຖ້າ ລ້ຽງລວມກັນຫລາຍຊະນິດຕ້ອງ ໃສ່ອັດຕາສ່ວນຄື: ປາໄນ, ປາປາກ, ປານິນ 4:2:2 ຖ້າເປັນປາໄນ, ປາ ປາກ ແລະ ປານິນ ຂະໜາດ 3-5 ຊັງຕີແມັດ ປະມານ 500 ໂຕ/ໄລ່ ໂດຍການລ້ຽງດັ່ງກ່າວ ໃຊ້ເວລາ 6 ເດືອນກໍໄດ້ຂະໜາດທີ່ຕ້ອງການ; ການລ້ຽງປາໃນນາເຂົ້ານອກຈາກ ອາຫານທຳມະຊາດທີ່ມີໃນທົ່ງນາ ແລ້ວ ຕ້ອງໄດ້ສ້າງອາຫານເພີ່ມ ໃຫ້ປາໂດຍການໃສ່ຝຸ່ນຄອກ ເພື່ອ ໃຫ້ເກີດມີອາຫານທຳມະຊາດ ເພີ່ມຂຶ້ນໃນອັດຕາ 50-80 ກິໂລ/ ໄລ່ ໂດຍການຫວ່ານ ຫລື ກອງ ໄວ້ແຈໃດແຈໜຶ່ງໃນໄຮ່ນາ ເພື່ອ ໃຫ້ອາຫານທຳມະຊາດເກີດຂຶ້ນ; ໄລຍະການປ່ອຍປາຫລັງຈາກໄຖ ຄາດ ແລະ ປັກດຳຮຽບຮ້ອຍແລ້ວ ປະມານ 15-20 ວັນ ເຫັນວ່າຕົ້ນ ກ້າແຂງແຮງ ແລະ ຮາກຢັ່ງລົງ ດິນແລ້ວຈຶ່ງນຳປາໄປປ່ອຍລົງ; ສັດຕູຂອງປາ ປະກອບມີ ງູ, ປາ ຄໍ່, ນົກ, ໜູ, ກົບ ແລະ ຂຽດ ກ່ອນ ປ່ອຍປາຄວນກຳຈັດສັດຕູຈຳພວກນີ້ ກ່ອນເອົາປາລົງລ້ຽງ ເພື່ອປ້ອງກັນ ສັດຕູມາພາຍຫລັງ. ສຳລັບລະດັບ ນ້ຳຄວນຮັກສາໃຫ້ຖ້ວມທົ່ງນາ ຫລັງຈາກປ່ອຍປາຢ່າງໜ້ອຍ 30 ຊັງຕີແມັດ; ກວດເບິ່ງຄັນນາສະໝ່ຳ ສະເໝີ ເພື່ອປ້ອງການການໄຫລຊຶມ ຂອງນ້ຳຈາກການທຳລາຍຂອງກະປູ ແລະ ການເຊາະເຈື່ອນຈາກນ້ຳຝົນ. ສຳລັບຂໍ້ຫ້າມໃນການລ້ຽງປາ ໃນນາເຂົ້າບໍ່ຄວນໃຊ້ຢາຂ້າຫຍ້າ ແລະ ຢາຂ້າແມງໄມ້ໃນນາທີ່ມີການ ລ້ຽງປາ ເພາະຢາຂ້າຫຍ້າ ແລະ ແມງໄມ້ເປັນອັນຕະລາຍຕໍ່ປາ ໃນ ກໍລະນີຕົ້ນເຂົ້າເກີດພະຍາດລະບາດ ຈຳເປັນຕ້ອງສິດຢາ ຄວນຈັບປາ ອອກໃຫ້ໝົດກ່ອນ; ການໃສ່ປຸ໋ຍ ຫວ່ານຊະນິດເມັດທີ່ນານເປື່ອຍ ຕ້ອງຄຳນຶງເຖິງປາອາດຈະກິດປຸ໋ຍ ເປັນອາຫານຄວນລະລາຍໃນນ້ຳ ກ່ອນແລ້ວຈຶ່ງສາດໃຫ້ທົ່ວ. ດັ່ງນັ້ນ, ຈຶ່ງຂໍສະເໜີເພື່ອເປັນບົດຮຽນ ຫລື ຄວາມຮູ້ໃຫ້ບັນດາທ່ານຜູ້ອ່ານນີ້ລະ.

RkJQdWJsaXNoZXIy MTc3MTYxMQ==