21/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xa f95 [a ooU ,u oa dlb dlk]k; 10 ra od;j k7q o IPo16j 9u o 37'dkog-nj v,lko;Pdl5 0trk[ c]t 3r-tokdko -j ;pxa [x5 'l5 0trk[0v'xt-k-q o.sh fu 0B o ເຂົ້າຮ່ວມການເປັນຢ່າງດີ. ແນວໃດກໍດີ ດັ່ງທີ່ຮູ້ນໍາກັນ ຕາມ ຂໍ້ມູນຈາກກະຊວງສຶກສາທິການ ແລະ ກິລາໄດ້ລາຍງານວ່າ: ຫລາຍ ທົດສະຕະວັດຜ່ານນີ້ມີນັກສຶກສາ ລາວໄດ້ຮັບທຶນການສຶກສາຈາກ ລັດຖະບານຈີນເປັນຈໍານວນຫລາຍ ໝື່ນຄົນ ໃນນັ້ນມີຜູ້ສໍາເລັດການສຶກ ສາເປັນຈໍານວນຫລາຍພັນຄົນ ເຊິ່ງ ໄດ້ກາຍເປັນກໍາລັງແຮງ ສໍາຄັນ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມແລະເປັນຫົວ ຈັກຫລັກແຫລ່ງຂອງຊາດ ປັດຈຸບັນ ຍັງພວມສຶກສາຮໍ່າຮຽນຢູ່ທົ່ວປະ ເທດຈີນປະມານ 10.000 ກວ່າ ຄົນຄາດວ່ານັກສຶກສາເຫລົ່ານັ້ນຈະ ກາຍເປັນຮຸ່ນສືບທອດ ແລະ ເປັນ ກະດູກສັນຫລັງຂອງປະເທດໃນ ອະນາຄົດອັນໃກ້ນີ້. ນັກສຶກສາລາວຈໍານວນບໍ່ໜ້ອຍ ໃຫ້ທັດສະນະວ່າ: ການເລືອກມາ ຮຽນຢູ່ປະເທດຈີນ ນັ້ນຖືວ່າເປັນ ຄວາມຝັນອັນໜຶ່ງຂອງເຂົາເຈົ້າ ເນື່ອງຈາກ ວ່າລາວກໍເປັນປະເທດ ສັງຄົມນິຍົມຄ້າຍຄືກັບຈີນ; ຈີນເປັນ ປະເທດທີ່ໃຫຍ່, ມີຄວາມຈະເລີນ ຮຸ່ງເຮືອງກ້າວໜ້າດ້ານເຕັກໂນໂລ ຊີ, ມີມາດຕະຖານການສຶກສາສູງ ບໍ່ຫລຸດບໍ່ລື່ນກັນກັບກຸ່ມປະເທດ ຕາເວັນຕົກ ນອກຈາກນັ້ນ ການພົວ ພັນຮ່ວມມືສອງປະເທດລາວ-ຈີນ ມີຄວາມໃກ້ຊິດສະໜິດສະໜົມກັນ ຫລາຍທີ່ສຸດ ແລະ ຈີນເປັນຜູ້ລົງທຶນ ລາຍໃຫຍ່, ຕິດອັນດັບທີ 1 ຂອງ ການລົງທຶນຕ່າງປະເທດຢູ່ລາວ ສະນັ້ນເຂົາເຈົ້າເຊື່ອວ່າ: ເມື່ອຮຽນ ຈົບແລ້ວຈະມີໂອກາດກວ້າງຂຶ້ນ ແລະ ສາມາດຊອກວຽກເຮັດໄດ້ ງ່າຍຂຶ້ນກວ່າເກົ່າ. ໂດຍ: ເກີດຂັວນໃຈ ມາລີຈັນສີ ຂປລ. ໂຄງການເຊື່ອມສານ ວຽກງານຮັກສາສຸຂະພາບ, ໂພຊະ ນາການ, ນໍ້າສະອາດ ແລະ ສຸຂາ ນາໄມ ເຊິ່ງໄດ້ດຳເນີນໂຄງການ ຮ່ວມກັນລະຫວ່າງ ອົງການແພລນ ສາກົນ ປະຈຳລາວ ແລະ ກະຊວງ ສາທາລະນະສຸກ ໂດຍໄດ້ຮັບການ ຮ່ວມມືກັບພະແນກສາທາລະນະ ສຸກແຂວງ ແລະ ຫ້ອງການສາທາ ລະນະສຸກເມືອງໃນ ແຂວງສາລະ ວັນ ແລະ ແຂວງອຸດົມໄຊ ໄດ້ຈັດ ຕັ້ງປະຕິບັດແຕ່ປີ 2014 ແລະ ຈະ ສິ້ນສຸດໂຄງການໃນເດືອນມິຖຸນາ 2025. ໂຄງການດັ່ງກ່າວ, ໄດ້ປັບ ປຸງດ້ານສຸຂະພາບ, ສຸຂາພິບານ, ແລະ ໂພຊະນາການຢ່າງຫລວງ ຫລາຍໃນ 4 ເມືອງຫລັກ ຄື: ເມືອງ ສາລະວັນ, ຕະໂອຍ (ແຂວງສາລະ ວັນ) ແລະ ເມືອງຮຸນ, ປາກແບງ (ແຂວງອຸດົມໄຊ) ສາມາດຊ່ວຍ ປັບປຸງສຸຂະພາບ ຂອງປະຊາຊົນ ຫລາຍພັນຄົນໃຫ້ດີຂຶ້ນ. ທ່ານ ນາງ ແຄໂຣ ໂມແທນສັນ, ຜູ້ອຳນວຍການ ອົງການແພລນ ສາກົນປະຈຳລາວໄດ້ກ່າວໃນກອງ ປະຊຸມສະຫລຸບໂຄງການ ຢູ່ແຂວງ ສາລະວັນ ເມື່ອບໍ່ດົນນີ້ວ່າ: ໂຄງ ການດັ່ງກ່າວ, ໄດ້ສ້າງຄວາມເຂັ້ມ ແຂງໃຫ້ແກ່ບັນດາພະນັກງງານ ສາທາລະນະສຸກປະຈຳສຸກສາລາ ກ່ຽວກັບການເບິ່ງແຍງສຸຂະພາບ ແມ່ແລະເດັກໂດຍຮັບປະກັນວ່າວຽກ ງານດັ່ງກ່າວ ຈະເຂົ້າເຖິງຄວາມ ຕ້ອງການຂອງຊຸມຊົນໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້; ການຮັບປະ ກັນໃຫ້ແມ່ຍິງທີ່ເກີດລູກ ໄດ້ຮັບ ການເບິ່ງແຍງກ່ອນເກີດ ຫລື ການ ຝາກທ້ອງຢ່າງໜ້ອຍ 4 ຄັ້ງ ແມ່ນ ຄວາມສຳຄັນອັນດັບຕົ້ນໆຂອງ ການຖືພາ. ນອກຈາກນີ້, ຍັງເນັ້ນ ໃສ່ການຮັບປະກັນວ່າ ການເກີດລູກ ໄດ້ຮັບການຊ່ວຍເຫລືອຈາກແພດ ໝໍຜູ້ຊ່ຽວຊານ, ການໃຫ້ຄວາມຮູ້ ແກ່ຊຸມຊົນກ່ຽວກັບວິທີການລ້ຽງດູ ເດັກ ແລະ ການຫລຸດຜ່ອນການ ຂາດສານອາຫານ ໃນເດັກທີ່ມີອາຍຸ ຕໍ່າກວ່າ 2 ປີ ເຊິ່ງຄວາມພະຍາຍາມ ດັ່ງກ່າວ, ໄດ້ສ້າງຜົນປະໂຫຍດໃຫ້ ແກ່ປະຊາຊົນ ໃນ 272 ບ້ານ ແລະ ສຸກສາລາ 40 ແຫ່ງໃນ 4 ເມືອງ ເປົ້າໝາຍຂອງແຂວງສາລະວັນ ແລະ ອຸດົມໄຊ ແບບຍາວນານ. ການນຳໃຊ້ຮູບແບບຊຸມຊົນ ເປັນເຈົ້າການ ໃນດ້ານສຸຂານາໄມ (CLTS+), ການສື່ສານເພື່ອປ່ຽນ ແປງພຶດຕິກຳທາງສັງຄົມ ແລະ ເຄື່ອງມືຕິດຕາມຄວາມສະເໝີພາບ ດ້ານສຸຂານາໄມ ໄດ້ຊ່ວຍໃຫ້ບ້ານ ດັ່ງກ່າວ, ໄດ້ຮັບການລຶບລ້າງການ ຖ່າຍຊະຊາຍ ແລະ ສ້າງສິ່ງແວດ ລ້ອມທີ່ສະອາດ ແລະ ປອດໄພຂຶ້ນ. ນັບແຕ່ມີວິດຖ່າຍ, ການດຳລົງຊີ ວິດກໍສະດວກສະບາຍຫລາຍຂຶ້ນ, ປະຊາຊົນພາຍໃນບ້ານ ເປັນພະຍາດ ຖອກທ້ອງຫລຸດລົງ ເຊິ່ງໂດຍລວມ ແລ້ວ ປະຊາຊົນມີສຸຂະພາບດີຂຶ້ນ ແລະ ບ້ານສະອາດຂຶ້ນ. ນອກຈາກ ນີ້, ຍັງໄດ້ປັບປຸງສຸກສາລາ ໂດຍ ເນັ້ນໃສ່ຄວາມສະອາດ, ຄວາມ ປອດໄພ ແລະ ການເຂົ້າເຖິງບໍລິ ການແບບເປັນມິດ ສຳລັບແມ່ ແລະ ເດັກ, ລວມທັງກຸ່ມທີ່ມີຄວາມ ອ່ອນແອເຊັ່ນ: ຜູ້ພິການ. ໃນໄລຍະດຳເນີນໂຄງການ ແມ່ນສາມາດສໍາເລັດການກໍ່ສ້າງ ແລະ ຕິດຕັ້ງອຸປະກອນ, ເຄື່ອງມື ການແພດໃນສຸກສາລາ ແລະ ອາ ຄານ ແມ່ ແລະ ເດັກ ຈຳນວນ 40 ແຫ່ງ, ສໍາເລັດການກໍ່ສ້າງ ລະບົບ ນ້ຳສະອາດ ເພື່ອປັບປຸງການໃຊ້ ນ້ຳຂອງຊຸມຊົນ 50 ແຫ່ງ, ສຳເລັດ ການການລຶບລ້າງການຖ່າຍຊະ ຊາຍ ແລະ ປະກາດເປັນບ້ານປອດ ຖ່າຍຊະຊາຍໄດ້ 272 ບ້ານ, ສຳ ເລັດການກໍ່ຕັ້ງ ແລະ ຝຶກອົບຮົມ ຄະນະກຳມະການຊຸມຊົນເປັນເຈົ້າ ການໃນດ້ານສຸຂານາໄມ ແລະ ຄຸ້ມ ຄອງນ້ຳສະອາດ ເພື່ອຮັບປະກັນ ຄວາມຍືນຍົງ. ຂໍ້ມູນ-ພາບ: ອົງການ ແພລນສາກົນ ປະຈໍາລາວ ສະພາປະຊາຊົນ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນກ່ຽວກັບການດໍາເນີນ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຊຸດທີ II ໃນວັນທີ 19 ພຶດສະພາ 2025 ນີ້ວ່າ: ກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຊຸດທີ II ຈະໄດ້ດໍາ ເນີນໃນວັນທີ 22 ພຶດສະພາ 2025 ທີ່ຈະມາເຖິງນີ້, ເພື່ອພິຈາລະນາ ແລະ ຮັບຮອງເອົາການສະເໜີສ້າງ ຕັ້ງຕາແສງ (ທົດລອງ) ຢູ່ເມືອງ ໄຊທານີ ນະຄອນຫລວງວຽງຈັນ. ໃນໂອກາດດຳເນີນກອງປະຊຸມ ດັ່ງກ່າວ, ເຊີນຊວນບັນດາອົງການ ຈັດຕັ້ງພັກ-ລັດ ອົງການຈັດຕັ້ງ ສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕໍາຫລວດ, ຕະຫລອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ໃນນະຄອນຫລວງ ວຽງຈັນ ຈົ່ງພ້ອມກັນຕິດຕາມ ຂ່າວສານການດໍາເນີນກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຄັ້ງນີ້, ຜ່ານໂທລະພາບ, ສື່ສິ່ງພິມຕ່າງໆ. ໄລຍະດຳເນີນກອງປະຊຸມສະ ພາປະຊາຊົນນະຄອນຫລວງວຽງ ຈັນ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບ ເອົາຄຳຄິດຄຳເຫັນ ແລະ ຄຳສະເໜີ ໂດຍກົງຈາກປະຊາຊົນ ທີ່ຈະສົ່ງ ໄປຍັງກອງປະຊຸມຜ່ານທາງໂທລະ ສັບສາຍດ່ວນ ໝາຍເລກ 1156 ຫລື ໝາຍເລກໂທລະສັບ 021 260251, 021 260242 ເຊິ່ງ ເລີ່ມເປີດຮັບຄຳສະເໜີ ຄຳຄິດຄຳ ເຫັນຕໍ່ກອງປະຊຸມນັບແຕ່ມື້ນີ້ເປັນ ຕົ້ນໄປ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ອົງການອຸຍນີເຊບ (UNICEF), ລັດຖະບານອົດສະຕຣາລີ ແລະ ອົງ ການກາວີ ພັນທະມິດວັກຊິນ. ສື່ທີ່ໄດ້ຜະລິດຂຶ້ນໃໝ່ ປະກອບ ມີ: ຊຸດວິດີໂອພາບກາຕູນເຄື່ອນ ໄຫວ ເຊິ່ງມີຫລາຍພາສາ, ອອກ ແບບມາໂດຍສະເພາະສໍາລັບການ ເປີດໃນໂທລະສັບມືຖື ໂດຍພະນັກ ງານແພດ ໃນຂະນະລົງເຄື່ອນໄຫວ ໃນຊຸມຊົນ ແລະ ແຜ່ນພັບທີ່ມີຂໍ້ມູນ ກ່ຽວກັບວັກຊິນ ທັງແບບພິມ ແລະ ດີຈິຕອນ. ການເລີ່ມນຳໃຊ້ສື່ທີ່ປະ ດິດສ້າງແບບນີ້ ຈະຊ່ວຍຊຸກຍູ້ວຽກ ງານໃນການປົກປ້ອງເດັກນ້ອຍ ໃນ ສປປ ລາວ ຈາກພະຍາດທີ່ສາ ມາດປ້ອງກັນໄດ້ດ້ວຍວັກຊິນ. ການ ສະໜອງຂໍ້ມູນທີ່ຈະແຈ້ງ ແລະ ເຂົ້າ ໃຈງ່າຍ ໃຫ້ແກ່ປະຊາຊົນຫລາຍ ຊົນເຜົ່າ ຈະຊ່ວຍໃຫ້ເຮົາສາມາດ ຮັບປະກັນໃຫ້ທຸກຊຸມຊົນໃນ ສປປ ລາວ ມີຄວາມຮູ້ ແລະ ຄວາມເຂົ້າ ໃຈຕໍ່ກັບຄຸນຄ່າ ແລະ ຄວາມປອດ ໄພຂອງວັກຊິນ. ສື່ດັ່ງກ່າວ, ອອກແບບສະເພາະ ເພື່ອນໍາໃຊ້ໃນຊຸມຊົນ, ແຕ່ຈະ ມີການເຜີຍແຜ່ຢູ່ໃນໜ້າເຟສບຸກ (Facebook) ຂອງສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ຂອງກະຊວງສາທາລະນະສຸກ (https://shorturl.at/SSR9t) ແລະ ຊ່ອງຢູທູບ (YouTube) ຂອງໂຄງການໃຫ້ວັກຊິນກັນ ພະຍາດແຫ່ງຊາດ (https: / / shorturl.at/SqWea) ເພື່ອ ອຳນວຍຄວາມສະດວກແກ່ພະ ນັກງານແພດ ແລະ ຜູ້ອື່ນໃນການ ຊອກຫາ. ຂໍ້ມູນ-ພາບ: ສູນຂ່າວສານ ການແພດສຸຂະສຶກສາ ໄດ້ເລືອດທັງໝົດ 168 ຖົງ. ສູນເລືອດແຫ່ງຊາດ ແລະ ສູນ ເລືອດແຂວງ ໃນທົ່ວປະເທດ ມີ ຄວາມຫຍຸ້ງຍາກໃນການເຄື່ອນ ໄຫວອອກຮັບບໍລິຈາກເລືອດຕາມ ສະຖານທີ່ຕ່າງໆ ທີ່ມີແຜນການກໍາ ນົດໄວ້ ແລະ ບາງຄັ້ງກໍບໍ່ໄດ້ຕາມ ຈໍານວນຄາດໝາຍທີ່ວາງໄວ້, ແຕ່ ຄວາມຕ້ອງການເລືອດ-ສ່ວນປະ ກອບຂອງເລືອດ ເຂົ້າໃນການປິ່ນ ປົວຄົນເຈັບຢູ່ໂຮງໝໍຕ່າງໆ ໃນທົ່ວ ປະເທດ ແມ່ນບໍ່ໄດ້ລົດລະໃນແຕ່ລະ ວັນ ແລະ ນັບມື້ນັບສູງຂຶ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ພວກເຮົາຈະ ຕ້ອງສືບຕໍ່ໃນການປຸກລະດົມຂົນ ຂວາຍບໍລິຈາກເລືອດ ຢ່າງເປັນປະ ຈໍາ ແລະ ຕໍ່ເນື່ອງດັ່ງຄຳຂວັນທີ່ວ່າ: “ໃຫ້ເລືອດ ຄືໃຫ້ຊີວິດ”, “ບໍລິຈາກ ເລືອດແມ່ນຮັກຊາດ ແລະ ພັດທະ ນາ”, “ເລືອດໜຶ່ງຢົດ ເພືື່ອອະນາ ຄົດຂອງຊາດ”, “ສິນໄຊແຫ່ງຍຸກ ສະໄໝຮ່ວມໄຈບໍລິຈາກເລືອດ”, “ບໍລິຈາກເລືອດແມ່ນພະລັງແຫ່ງ ຄວາມສາມັກຄີ, ມາຮ່ວມກັນບໍລິ ຈາກເລືອດເພື່ອຊ່ວຍຊີວິດ”. ຂໍ້ມູນ-ພາບ: ສູນຂ່າວສານການ ແພດກະຊວງສາທາລະນະສຸກ ສາທາລະນະສຸກ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກະຊວງສາທາ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ * ມະຫາວິທະຍາໄລເສດຖະກິດ ການຄ້າສາກົນ (UIBE)ແມ່ນໜຶ່ງ ໃນ ຫລາຍມະຫາວິທະຍາໄລທີ່ມີ ຊື່ສຽງໂດ່ງດັງໃນຈີນໄດ້ຈັດງານ ແລກປ່ຽນວັດທະນະທຳສາກົນຄັ້ງ ທີ 21 ເມື່ອບໍ່ດົນມານີ້ ຢູ່ນະຄອນ ຫລວງປັກກິ່ງ ສປ ຈີນ ໂດຍມີນັກ ສຶກສາຈາກອາຊຽນ, ອາຟຣິກກາ, ເອີຣົບ ແລະ ຊາດອື່ນໆເຂົ້າຮ່ວມ ຢ່າງຫລວງຫລາຍ. ການງານແລກປ່ຽນວັດທະນະ ທຳສາກົນຄັ້ງນີ້ມີຈຸດປະສົງເພື່ອ ເປີດໂອກາດໃຫ້ນັກສຶກສາຕ່າງ ປະເທດ ໄດ້ເຜີຍແຜ່ວັດທະນະທໍາ ອັນດີງາມທີ່ເປັນເອກະລັກພາຍໃນ ປະເທດຂອງຕົນອອກສູ່ສາຍຕາ ສາກົນໄດ້ຮັບຮູ້ ແລະ ເຂົ້າໃຈໂດຍ ຜ່ານກິດຈະກໍາຕ່າງໆເຊັ່ນ: ງານ ວາງສະແດງອາຫານ-ເຄື່ອງດື່ມ, ການສະແດງສິລະປະ, ວິທີປຸງແຕ່ງ ອາຫານທີ່ເປັນເອກະລັກຂອງແຕ່ ລະຊາດ ແລະ ອື່ນໆ. ນອກນັ້ນບັນ ດານັກສຶກສາຍັງໄດ້ໃຊ້ເວລາໄກ້ຊິດ ຕິດແທດກັນຫລາຍຂຶ້ນເພື່ອສົ່ງເສີມ ຄວາມສາມັກຄີຮັກແພງເຊິ່ງກັນ ແລະກັນຕື່ມອີກ. ສໍາລັບນັກສຶກສາ ລາວ, ນອກຈາກໄດ້ເຂົ້າຮ່ວມທຸກ ກິດຈະກຳພາຍໃນມະຫາວິທະຍາ ດັ່ງກ່າວ. ປີນີ້ ນັກສຶກສາລາວຍັງ ໄດ້ຮັບການຄັດເລືອກຈາກມະຫາ ວິທະຍາໄລເສດຖະກິດການຄ້າ ສາກົນໃຫ້ຂຶ້ນສະແດງສິລະປະຢູ່ ເທິງເວທີໃຫຍ່ເພື່ອເປີດງານວັດ ທະນະທໍາສາກົນໃນຄັ້ງນີ້ ເຊິ່ງໄດ້ ຮັບຄວາມນິຍົມຊົມຊອບຈາກຜູ້
RkJQdWJsaXNoZXIy MTc3MTYxMQ==