7032

le,tok]tfq ,co;7;k,7y f.lj Ij k']kp'kodkog,n v' c]t czora fmtokglf4tdy f{la '7q , Iv[mu I co;7y f0v'xtmko 3Ij 9uj ,y ' .ola 'dkf.\j 0v'xtgmf-kfs;Pfok, 21/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *ອະນຸກໍາມະການເນື້ອໃນ, ກອງເລຂາກອງປະຊຸມໃຫຍ່ ຄັ້ງ ທີ X ຂອງອົງຄະນະພັກແຂວງ ສາລະວັນ ຈັດສໍາມະນາລະດົມ ຄວາມຄິດເຫັນໃສ່ຮ່າງລາຍງານ ການເມືອງ, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ຮອບທີ I, ຈັດ ຂຶ້ນທີ່ສະໂມສອນແຂວງໃນທ້າຍ ອາທິດຜ່ານມານີ້, ພາຍໃຕ້ການ ເປັນປະທານຂອງສະຫາຍ ສົມໃຈ ອຸ່ນຈິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສາລະວັນ, ຫົວ ໜ້າອະນຸກຳມະການເນື້ອໃນຂັ້ນ ແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການ ນຳພັກແຂວງ, ສະຫາຍຫົວໜ້າ ພະແນກ, ຄະນະພະແນກ, ຫົວໜ້າ ຂະແໜງ-ຮອງຫົວໜ້າຂະແໜງ, ປະທານ, ຮອງປະທານອົງການ ອ້ອມຂ້າງແຂວງ, ອຳນວຍການ ໂດຍ: ທິດລານີ ໂຄດໂຍທາິີ ສະຖາບັນ ແລະ ວິທະຍາໄລ, ນັກ ປັນຍາຊົນປະລິນຍາເອກ, ປະລິນຍາ ໂທເຂົ້າຮ່ວມ. ສະຫາຍ ສົມໃຈ ອຸ່ນຈິດ ຄະນະ ປະຈຳພັກແຂວງ ຮອງເຈົ້າແຂວງ ສາລະວັນ, ຫົວໜ້າອະນຸກຳມະການ ເນື້ອໃນຂັ້ນແຂວງ ໄດ້ມີຄຳເຫັນ ກ່າວເປີດກອງປະຊຸມສຳມະນາ ຄັ້ງນີ້ ແມ່ນມີຄວາມໝາຍຄວາມ ສຳຄັນທີ່ສຸດແນໃສ່ໃນການຄົ້ນ ຄວ້າໃນດ້ານເນື້ອໃນ ເພື່ອລະດົມ ແນວຄວາມຄິດເຂົ້າໃສ່ໃຫ້ມີເນື້ອ ໃນທີ່ເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງ ສອດຄ່ອງຢ່າງພາວະວິໃສ ແລະ ເພື່ອເຮັດໃຫ້ກຳນົດທິດທາງໄປໃນ ລວງດຽວກັນ, ນັບແຕ່ຂັ້ນຮາກຖານ ບ້ານ, ເມືອງໃຫ້ຖືກທິດ, ຮັບປະກັນ ໃຫ້ມີການປ່ຽນແປງ, ມີລັກສະນະ ວິທະຍາສາດ ໂດຍສະເພາະການ ກໍານົດແນວທາງການເມືອງ, ການ ພັດທະນາເສດຖະກິດ-ສັງຄົມແຂວງ ໃນໄລຍະ 5 ປີຕໍ່ໜ້າ, ຖືເປັນເນື້ອໃນ ນາເສດຖະກິດ-ສັງຄົມຂອງແຂວງ ສາລະວັນ ໄດ້ຕີລາຄາການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ, ຄັ້ງທີ IX. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຍົກ ສູງຄວາມຮັບຜິດຊອບປະກອບຄຳ ຄິດເຫັນໃສ່ຮ່າງເນື້ອໃນທັງສອງ ບົດຢ່າງກົງໄປກົງມາມີເນື້ອໃນທີ່ ສອດຄ່ອງກັບການຊີ້ນຳໆພາ, ການ ກໍານົດແນວທາງ, ການພັດທະນາ ເສດຖະກິດ-ສັງຄົມຂອງທັງສອງ ເມືອງຕິດພັນກັບການກໍານົດທິດ ທາງແຜນການ, ຈຸດສຸມຂອງແຂວງ, ຍົກໃຫ້ເຫັນເຖິງບັນຫາ, ຕີລາຄາ ຢ່າງຈະແຈ້ງ, ຊັດເຈນ ແລະ ສະເໜີ ບັນຫາໃນຫລາຍແງ່ມູມ ເພື່ອສະເໜີ ໃຫ້ຄະນະຮັບຜິດຊອບນຳໄປຄົ້ນ ຄວ້າ, ປັບປຸງໃສ່ໃນເນື້ອໃນຮ່າງ ລາຍງານການເມືອງ ແລະ ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ຈະນຳສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາລະວັນ. *ຕະຫລອດໄລຍະເວລາອັນ ຍາວນານຂອງປະຫວັດສາດການ ປະຕິວັດຂອງຫວຽດນາມ, ລັດທິ ມາກ-ເລນິນ ແລະ ແນວຄິດຂອງ ປະທານ ໂຮ່ຈີ່ມິງ ໄດ້ເປັນຮາກຖານ ທາງຄວາມຄິດຂອງພັກ ແລະ ເປັນ ພະລັງຂັບເຄື່ອນການພັດທະນາທີ່ ຍືນຍົງຂອງທັງຊາດຢ່າງຕໍ່ເນື່ອງ. ໃນຂະບວນການຕໍ່ສູ້ເພື່ອເອກະລາດ ຂອງຊາດ, ພັກໄດ້ກຳນົດແນວ ທາງອັນຖືກຕ້ອງໃນການນຳພາ ທົ່ວປວງຊົນທັງຊາດທີ່ສາມັກຄີ ເປັນປຶກແຜ່ນປະສົມກັບພະລັງຂອງ ຊາດ ແລະ ພະລັງຂອງສັງກາດ ໃນການຍາດເອົາໂອກາດປະຕິວັດ ເພື່ອໂຄ່ນລົ້ມອຳນາດຂອງພວກລ່າ ເມືອງຂຶ້ນ-ສັກດີນາ, ສ້າງໄຊຊະນະ ຂອງການປະຕິວັດເດືອນສິງຫາປີ 1945, ນຳພາປະເທດເຂົ້າສູ່ ສັງັ ກາດໃໝ່ແຫ່ງຄວາມເອກະລາດ, ່່ ອິດສະຫລະພາບ ແລະ ການສ້າງິ້ ສັງຄົມນິຍົມ.ັົິົ ຜ່ານພົ້ນສົງຄາມຕໍ່ຕ້ານຈັກກະ ພັດນິຍົມເກົ່າ ແລະ ໃໝ່, ພັກຂອງ ພວກເຮົາ ໂດຍມີປະທານ ໂຮ່ຈີ່ມິງ ເປັນຜູ້ນຳໄດ້ຊີ້ນຳປະຊາຊົນທົ່ວ ປະເທດລຸກຂຶ້ນຕໍ່ສູ້ຢ່າງກ້າຫານ ເອົາຊະນະສົງຄາມຮຸກຮານທຸກຮູບ ແບບ, ຮັກສາຜົນສຳເລັດຂອງການ ປະຕິວັດ, ປົດປ່ອຍພາກໃຕ້, ທ້ອນ ໂຮມຊາດເປັນເອກະພາບ, ນຳພາ ປະເທດເຂົ້າສູ່ສັງກາດຂອງຄວາມ ເປັນເອກະພາບ, ປ່ຽນແປງໃໝ່ ແລະ ພັດທະນາ ແລະ ຕະຫລອດ ໄລຍະເວລາ 40 ປີຂອງການປັບປຸງ ພາຍໃຕ້ການນຳຂອງພັກ, ປະເທດ ຫວຽດນາມບໍ່ເຄີຍມີສັກກະຍະພາບ, ຕຳແໜ່ງ ແລະ ຊື່ສຽງໃນເວທີສາກົນ ຫລາຍເທົ່າປັດຈຸບັນນີ້. ໂລກກຳລັງປ່ຽນແປງໄປຢ່າງ ເລິກເຊິ່ງຕາມຍຸກສະໄໝ ເຊິ່ງ ນອກຈາກຈະມີໂອກາດແລ້ວຍັງມີ ຄວາມທ້າທາຍ ແລະ ອຸປະສັກອີກ ຫລວງຫລາຍ. ສຳລັບຫວຽດນາມ ກຳລັງເປັນໄລຍະເວລາທີ່ພັກສ້າງ ຄວາມເຊື່ອໝັ້ນໃຫ້ກັບຈິດໃຈຂອງ ປະຊາຊົນໃນຄວາມມຸ່ງໝັ້ນສ້າງ ປະເທດໃຫ້ຮັ່ງມີ ແລະ ມີຄວາມ ສຸກ, ສ້າງສັງຄົມນິຍົມໃຫ້ປະສົບ ຄວາມສຳເລັດໂດຍໄວ, ຢືນຄຽງບ່າ ຄຽງໄຫລ່ກັບບັນດາປະເທດມະຫາ ອຳນາດທົ່ວໂລກ, ເປັນໄລຍະເວລາ ທີ່ແຫລ່ງພະລັງ ແລະ ທ່າແຮງບົ່ມ ຊ້ອນທຸກດ້ານໄດ້ທ້ອນໂຮມເປັນ ໜຶ່ງດຽວນຳພາປະເທດເຂົ້າສູ່ສັງ ກາດໃໝ່, ສັງກາດແຫ່ງການກ້າວ ກະໂດດຂອງຊາດ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງ ການຂອງການປະຕິວັດຕົວຈິງ, ພັກ, ປະຊາຊົນ ແລະ ກອງທັບທົ່ວຊາດ ຍັງຄົງຍຶດໝັ້ນລັດທິມາກ-ເລນິນ, ແນວຄິດຂອງປະທານ ໂຮ່ຈີ່ມິງ, ຍຶດໝັ້ນ ເ ປົ້າໝາ ຍຄວ າ ມ ເ ປັນ ເອກະລາດຂອງຊາດ, ສັງຄົມນິຍົມ ແລະ ແນວທາງການປ່ຽນແປງ ໃໝ່ຂອງປະເທດ, ຍຶດໝັ້ນໃນການ ພັດທະນາສັງຄົມ-ເສດຖະກິດເປັນ ໃຈກາງ, ການສ້າງພັກເປັນກຸນແຈ ຫລັກ, ການພັດທະນາວັດທະນະທຳ ເປັນຮາກຖານທາງຈິດໃຈ, ການ ຮັບປະກັນການປ້ອງກັນຄວາມສະ ຫງົບ-ປ້ອງກັນຊາດ ແລະ ການຕ່າງ ປະເທດເປັນພາລະກິດຫລັກທີ່ຕ້ອງ ດຳເນີນການຢ່າງສະໝ່ຳສະເໝີ, ດຶງສັກກະຍະພາບພາຍໃນປະເທດ ໃຫ້ເຖິງຂີດສຸດ ແລະ ໃຊ້ປະໂຫຍດ ຈາກພາຍນອກຢ່າງເໝາະສົມ, ໂດຍ ຖືເອົາແຫລ່ງກຳລັງພາຍໃນ ແລະ ຊັບພະຍາກອນມະນຸດເປັນປັດໄຈ ສຳຄັນທີ່ສຸດ. ປະທານ ໂຮ່ຈີ່ມິງ ຄືຜູ້ກໍ່ຕັ້ງ ແລະ ຫລໍ່ຫລອມພັກກອມມູນິດຫວຽດ ນາມ ເພື່ອເປັນຜູ້ນຳພາລະກິດປະຕິ ວັດຂອງຊົນຊັ້ນກໍາມະກອນ, ປະຊາ ຊົນຜູ້ອອກແຮງງານ ແລະ ປະເທດ ຊາດຫວຽດນາມ. ແນວຄິດຂອງ ໂຮ່ຈີ່ມິງ ກ່ຽວກັບພັກທີ່ມີອໍານາດ ນໍາເປັນລະບົບຄວາມຄິດທີ່ຄວບຄຸມ ເລິກເຊິ່ງກ່ຽວກັບຕໍາແໜ່ງ, ບົດບາດ; ເປົ້າໝາຍ, ອຸດົມການ; ພາລະກິດ ແລະ ວິທີການດໍາເນີນງານ; ຄວາມ ທ້າທາຍ ແລະ ຄວາມສ່ຽງຂອງພັກ ທີ່ມີອໍານາດນໍາລວມເຖິງຄວາມ ສໍາພັນລະຫວ່າງພັກທີ່ມີອໍານາດ ນໍາກັບປະຊາຊົນ. ມໍລະດົກທາງ ຄວາມຄິດອັນລໍ້າຄ່າພ້ອມກັບການ ປະຕິບັດຕົວຈິງໃນການສ້າງພັກ ແລະ ຄຸນສົມບັດເປັນແບບຢ່າງຂອງ ທ່ານລ້ວນແຕ່ມີຄຸນຄ່າທາງທິດສະດີ ແລະ ທາງປະຕິບັດຢ່າງໃຫຍ່ຫລວງ ທີ່ຕ້ອງໄດ້ຮັບການສຶກສາ ແລະ ທຳ ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ນໍາໄປປະຍຸກໃຊ້ຢ່າງສ້າງສັນໃນການ ປັບປຸງຮູບແບບການເປັນຜູ້ນໍາຂອງ ພັກ ເພື່ອຍົກລະດັບຄຸນທາດ ແລະ ສະຕິປັນຍາຂອງພັກໃຫ້ສູງຍິ່ງຂຶ້ນ ຕາມທີ່ທ່ານເຄີຍຄາດຫວັງໄວ້ສະເໝີ. ໂດຍ: ຢ່າຕົ່ງ່ າົ່ ງ ພາບປະກອບ ພາບປະກອບ gxQ k\kpl6h -q olh k'glf4tdy fgvdt]kf gxa og9Q k8q ogv'.ow]pt.\j *ກັບມາພໍ້ກັນອີກເທື່ອໜຶ່ງກັບ ຄໍ ລຳ “ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງໜັງສືພິມປະເທດລາວ ສະບັບ ນີ້, ຂໍຍົກເອົາເປົ້າໝາຍສູ້ຊົນສ້າງ ເສດຖະກິດດັ່ງກ່າວ ມາສະເໜີໃຫ້ ພວກເຮົາຮັບຮູ້ນຳກັນ ໂດຍແຕ່ນີ້ ຮອດປີ 2026 ມັນຮຽກຮ້ອງເຖິງ ທຸກພາກສ່ວນຕ້ອງສຸມທຸກກໍາລັງ ແຮງສັງລວມ ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝໃຫ້ປະ ກົດຜົນເປັນຈິງດ້ວຍຄຸນນະພາບ ແລະ ປະສິດທິຜົນຕົວຈິງຕາມຈິດໃຈ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ພ້ອມທັງ ສ້າງທວງທ່າໃໝ່ໃຫ້ແກ່ການຈັດຕັ້ງ ປະຕິບັດທິດທາງ, ຄາດໝາຍໃຫຍ່ ຮອດປີ 2030 ທີ່ຈະຖືກກໍານົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍ່ຄື ການບັນລຸຄາດໝາຍ ໃຫຍ່ໃນວິໄສທັດຮອດປີ 2030. ແນວໃດກໍ່ດີບັນດາເປົ້າໝາຍສູ້ ຊົນນັ້ນ, ເປົ້າໝາຍອັນໜຶ່ງ ແມ່ນສືບ ຕໍ່ຮັບປະກັນໃຫ້ປະເທດຊາດ ມີສະ ຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພ ທາງສັງຄົມຢ່າງໜັກແໜ້ນ; ການ ຂະຫຍາຍຕົວຂອງເສດຖະກິດມີ ຄວາມໝັ້ນທ່ຽງ, ໜັກແໜ້ນ ແລະ ມີ ຄວາມຍືນຍົງ, ເປັນປະເທດລາຍຮັບ ປານກາງສູງ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງໂດຍ ພື້ນຖານ; ເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ໄດ້ຮັບການ ພັດທະນາຢ່າງເປັນລະບົບ; ບັນດາ ພາກສ່ວນເສດຖະກິດທີ່ເປັນກໍາລັງ ແຮງໃຫ້ແກ່ພື້ນຖານເສດຖະກິດ ແຫ່ງຊາດ ມີຄວາມໜັກແໜ້ນ, ມີ ລະບົບໂຄງລ່າງພື້ນຖານເສດຖະກິດ ທີ່ເຂັ້ມແຂງ, ສ້າງໂຄງປະກອບ ເສດຖະກິດທີ່ຖືເອົາກະສິກຳຕິດ ແໜ້ນກັບອຸດສາຫະກຳ ແລະ ການ ບໍລິການ ແລະ ພັດທະນາໄປຕາມ ທິດເສດຖະກິດພູມປັນຍາ, ຫັນ ເປັນອຸດສາຫະກຳ ແລະ ຫັນເປັນ ດີຈິຕອນ, ເຮັດໃຫ້ສັດສ່ວນໂຄງ ປະກອບດ້ານອຸດສາຫະກຳຂອງ GDP ເພີ່ມຂຶ້ນໃນແຕ່ລະປີດ້ວຍຕົວ ເລກທີ່ແນ່ນອນ. ອັນສອງ ສູ້ຊົນຂະຫຍາຍການ ຈັດເກັບລາຍຮັບງົບປະມານແຫ່ງ ລັດ ໃຫ້ໄດ້ 20% ຂອງ GDP, ແຜນລາຍຈ່າຍບໍ່ເກີນການເພີ່ມຂຶ້ນ ຂອງລາຍຮັບ ຫລື ບໍ່ເກີນ 20% ຂອງ GDP ເພື່ອເຮັດໃຫ້ລາຍຮັບ ພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນສະສົມພຽງພໍ ເພື່ອຊຳລະໜີ້ ສິນສາທາລະນະ, ເປັນເຈົ້າຕົນເອງ ທາງດ້ານການເງິນ, ລະບົບການ ເງິນ-ເງິນຕາ ມີຄວາມທັນສະໄໝ, ມີປະສິດທິພາບ, ສະດວກຄ່ອງ ຕົວ ແລະ ເອື້ອອໍານວຍໃຫ້ແກ່ການ ບໍລິການດ້ານການເງິນ, ການລົງ ທຶນ ແລະ ການຜະລິດທຸລະກິດ. ຕ້ອງສູ້ຊົນເຮັດໃຫ້ງົບປະມານສົມ ດຸນ, ຫລຸດຜ່ອນການກູ້ຢືມເງິນ ຈາກຕ່າງປະເທດ, ຫັນໂຄງສ້າງ ໜີ້ສາທາລະນະທີ່ມີດອກເບ້ຍສູງ ໄປສູ່ເງິນກູ້ຕົ້ນທຶນທີ່ມີດອກເບ້ຍຕໍ່າ ແລະ ຕ້ອງຮັບປະກັນຄວາມເຊື່ອໝັ້ນ ໃນການຊໍາລະສະສາງໜີ້ສິນຕ່າງ ປະເທດ, ເຮັດໃຫ້ດັດຊະນີ ມີຄວາມ ໜ້າເຊື່ອຖືດ້ານການເງິນດີຂຶ້ນ. ອັນທີສາມ ສູ້ຊົນແກ້ໄຂບັນຫາ ທາງດ້ານເງິນຕາ ແລະ ການຄຸ້ມ ຄອງເງິນຕາໃຫ້ເຂົ້າສູ່ລະບົບມີການ ຫັນປ່ຽນຈະແຈ້ງ, ຮັບປະກັນສະ ຖຽນລະພາບດ້ານເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ແລະ ການ ຖືຄອງ, ນໍາໃຊ້ເງິນກີບໃຫ້ເພີ່ມຂຶ້ນ ຫລາຍເທົ່າ. ສູ້ຊົນໃຫ້ອັດຕາເງິນເຟີ້ ຫລຸດລົງຢ່າງຕໍ່ເນື່ອງໃນລະດັບໜຶ່ງ ຕົວເລກ; ຄັງສຳຮອງເງິນຕາຕ່າງ ປະເທດເພີ່ມຫລາຍຂຶ້ນ; ຄຸ້ມຄອງ ການສົ່ງອອກຜ່ານລະບົບທະນາ ຄານໃຫ້ບັນລຸ 85%, ຮັບປະກັນ ດຸນຊໍາລະເງິນຕາຕ່າງປະເທດ ແລະ ການເຂົ້າເຖິງບໍລິການທາງດ້ານ ການເງິນ ຕໍ່ປະຊາກອນທັງໝົດບັນລຸ 80%. ພໍ້ກັນໃໝ່ສະບັບໜ້າ. ພື້ນຖານ ເພື່ອໃຫ້ອະນຸກຳມະການ ເນື້ອໃນນໍາໄປຄົ້ນຄວ້າ, ປັບປຸງໃຫ້ ແທດເໝາະກັບສະພາບຄວາມເປັນ ຈິງຂອງແຂວງສາລະວັນ. ພ້ອມທັງ ໄດ້ຜ່ານຮ່າງລາຍງານການເມືອງ ໂດຍສັງເຂບ ໂດຍຍົກໃຫ້ເຫັນເຖິງ ການຈັດຕັ້ງປະຕິບັດມະຕິ IX ຂອງ ອົງຄະນະພັກແຂວງ, ຜົນສຳເລັດ ຫລາຍດ້ານໃນການຊີ້ນຳໆພາໃນ ໄລຍະ 5 ປີຜ່ານມາ, ຕີລາຄາດ້ານ ຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ແລະ ການກຳນົດ ຈຸດສຸມ, ທິດທາງໃນຕໍ່ໜ້າ, ທັງໄດ້ ສະເໝີດ້ານເນື້ອໃນຄຳຂວັນຂອງ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ໂຄງ ສ້າງຂອງຮ່າງບົດລາຍງານການ ເມືອງ, ດ້ານເນື້ອໃນລາຍລະອຽດ ໃນແຕ່ລະຂົງເຂດວຽກງານ, ທັງ ໄດ້ຊີ້ໃຫ້ເຫັນເຖິງການນຳພາ-ຊີ້ ນຳຂອງຄະນະພັກ ໃນສະໄໝທີ IX ໂດຍສະເພາະວຽກງານທີ່ມີ ຄວາມພົ້ນເດັ່ນເປັນຕົ້ນ: ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດ້ານເສດຖະກິດ, ບ້ານ ວັດທະນະທຳ-ສັງຄົມ, ວຽກບູ ລະນະກົງຈັກລັດ ແລະ ອົງການ ປົກຄອງ, ວຽກງານແນວລາວສ້າງ ຊາດ-ອົງການຈັດຕັ້ງມະຫາຊົນ, ການຕ່າງປະເທດ ແລະ ວຽກງານ ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ. ທັງໄດ້ມີການຜ່ານຮ່າງແຜນພັດທະ

RkJQdWJsaXNoZXIy MTc3MTYxMQ==