lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 21/05/2025 xtgmf]k; ສານຊົມເຊີຍ...ົີ ຫາລື...ື ລະນຶກວັນເກີດ...ຶັີ ພ້ອມກັນນີ້, ສອງຝ່າຍໄດ້ສະ ແດງຄວາມເປັນເອກະພາບ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງບັນ ດາວຽກງານທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ໂດຍ ທ່ານ ຈ່ອງກາບຣີແຢຣ ດູສ ໄດ້ສະແດງຄຳ ໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ກະຊວງ ຖວທ ໃນສ້າງຄວາມເຂັ້ມ ແຂງໃຫ້ແກ່ບຸກຄະລາກອນ, ລົງ ເລິກການຈັດຝຶກອົບຮົມດ້ານວິຊາ ຊີບການທ່ອງທ່ຽວ, ວຽກງານສົ່ງ ເສີມການພັດທະນາທັກສະຄວາມ ຮູ້-ຄວາມສາມາດແລະວິເຄາະ-ວິໄຈ ດ້ານການທ່ອງທ່ຽວໃຫ້ຫລາຍຂຶ້ນ. ຈາກນັ້ນ, ທ່ານ ນາງ ສວນ ສະຫວັນ ວິຍະເກດ ກໍໄດ້ສະແດງ ຄວາມຂອບໃຈແລະສະແດງຄວາມ ພ້ອມທີ່ຈະສືບຕໍ່ຮ່ວມມື ແລະ ຮ່ວມ ເຮັດວຽກຢ່າງໃກ້ຊິດກັບຫ້ອງການ SDC ເພື່ອເຮັດໃຫ້ວຽກງານຮ່ວມ ມືຂອງສອງຝ່າຍບັນລຸຜົນສຳເລັດ ຕາມເປົ້າໝາຍທີ່ວາງໄວ້. ພາບ: ເກດສະໜາ ລັດຖະມົນຕີ...ັົີ ຜ່ານຮ່າງຂໍ້ຕົກລົງ...່່ໍ້ົົ ປະຊາຊົນປະຕິວັດລາວ ຮາກຖານ ກົມຊົນລະປະທານ ໃນວັນທີ 19 ພິດສະພາ 2025 ໂດຍການເປັນ ປະທານຂອງ ສະຫາຍ ຄໍາພະຈັນ ວົງຊະນະ ເລຂາຄະນະພັກຮາກ ຖານກົມຊົນລະປະທານ, ຫົວໜ້າ ກົມຊົນລະປະທານ ກະຊວງກະສິ ກຳ ແລະ ປ່າໄມ້, ມີສະຫາຍ ສັດທາ ເທບ ທໍາມະຈັກ ເລຂາຄະນະບໍລິ ຫານງານ ຊປປລ ຮາກຖານກົມ ຊົນລະປະທານ, ສະຫາຍຮອງເລ ຂາ, ຄະນະຮາກຖານ, ເລຂາ, ຮອງ ເລຂາ ແລະ ຄະນະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍ ໃນກົມຊົນລະປະທານ ເຂົ້າຮ່ວມ. ກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກ ລົງວ່າດ້ວຍລະບຽບການຄຸ້ມຄອງ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງປະເທດພວກເຮົາ ກໍຄື ເພື່ອ ສືບຕໍ່ເສີມຂະຫຍາຍການພົວພັນເປັນຄູ່ຮ່ວມມືຮອບດ້ານ ທີ່ຂ້າພະເຈົ້າ ແລະ ທ່ານ ໄດ້ລົງນາມຮ່ວມກັນໃນປີ 2024 ຜ່ານມາ ທີ່ເມືອງເມວເບິນ, ປະເທດ ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ທ່ານ ຈົ່ງມີ ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນ ມີກຽດສູງສົ່ງ ຂອງທ່ານ ແລະ ຂໍໃຫ້ປະຊາຊົນ ອົດສະຕຣາລີ ຈົ່ງມີຄວາມ ກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ. ສະແດງຄວາມຮູ້ບຸນຄຸນ ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະ ຊາຊົນຫວຽດນາມອ້າຍນ້ອງ, ທັງ ເປັນເພື່ອນສະຫາຍ ທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະ ທານ ປະເທດ ແຫ່ງ ສປປ ລາວ ໄດ້ມີຄຳ ເຫັນວ່າ: ປະທານ ໂຮ່ຈີ່ມິງ ແມ່ນຜູ້ ນໍາທີ່ຍິ່ງໃຫຍ່ຂອງ ພັກ ແລະ ປະຊາ ຊົນຫວຽດນາມ, ເປັນຜູ້ກໍ່ຕັ້ງພັກ ກອມມູນິດອິນດູຈີນ ທີ່ເປັນຕົ້ນກໍາ ເນີດຂອງ ພັກກອມມູນິດຫວຽດ ນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກໍາປູເຈຍ ໃນປັດ ຈຸບັນ. ໃນສະພາບການຂອງໂລກ ແຕ່ລະຍຸກ, ແຕ່ລະສະຕະວັດຜ່ານ ມາມີຫລາຍເຫດການປະຫວັດ ສາດ, ມີຫລາຍນັກປາດອາຈານ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກບຸກເບີກທາງດ້ານວິທະຍາສາດ ສັງຄົມວິທະຍາສາດ ທໍາມະຊາດ ເກີດຂຶ້ນ ຈົນມາຮອດປັດຈຸບັນແມ່ນ ຍຸກ 4.0 ແຕ່ບຸກຄົນທີ່ຊອກສະ ແຫວງຫາ ເພື່ອປ່ຽນແປງລະບອບ ການປົກຄອງ, ຊອກເສັ້ນທາງປະ ຕິວັດ ເພື່ອຕໍ່ສູ້ເອົາຄວາມເປັນເອກະ ລາດ ແລະ ການຫລຸດພົ້ນອອກ ຈາກການກົດຂີ່ຂູດຮີດ ໃຫ້ແກ່ມວນ ມະນຸດ, ຊອກຫາເສັ້ນທາງແຫ່ງ ການປ່ຽນແປງທາງດ້ານການ ເມືອງນັ້ນ ແລະ ອາດເວົ້າໄດ້ວ່າ ສະ ຕະວັດໜຶ່ງ ເກີດຂຶ້ນບໍ່ພຽງເທົ່າໃດ ຄົນ ເຊັ່ນ: ມາກ, ອັງແກນ, ເລນິນ ແລະ ໃນນັ້ນ ມີ ປະທານ ໂຮ່ຈີ່ມິງ. ເມື່ອຫວນຄືນເຖິງຊີວິດ ແລະ ພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ໃນໄລຍະທີ່ປະເທດຊາດ ຕົກຢູ່ໃນການປົກຄອງຂອງພວກ ລ່າເມືອງຂຶ້ນນັ້ນ, ປະທານ ໂຮ່ຈີ່ມິງ ໄດ້ຍອມເສຍສະລະທຸກສິ່ງຢ່າງ ອອກຈາກບ້ານເກີດເມືອງນອນ ເພື່ອໄປຊອກຫາເສັ້ນທາງກູ້ຊາດ ໂດຍຊອກເຫັນ ລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ຢູ່ອິນດູຈີນ ຢ່າງ ປະດິດສ້າງ, ການກໍາເນີດຂອງພັກ ກອມມູນິດອິນດູຈີນ ໃນປີ 1930 ທີ່ ຖືເປັນພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ໄດ້ສ້າງຂຶ້ນມາ ເພື່ອຢາກໃຫ້ມີຂະບວນການຕໍ່ສູ້ ປະຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ ອອກຈາກອິນດູຈີນ ແລະ ປົດປ່ອຍ ປະຊາຊົນຜູ້ອອກແຮງງານ ທີ່ຖືກ ກົດຂີ່ຂູດຮີດ ແລະ ກໍາລັງຈົມຢູ່ໃນ ຄວາມມືດມົນ ຢູ່ໃນລະບອບການ ປົກຄອງເກົ່ານັ້ນ ໃຫ້ມີອິດສະລະ ພາບ, ມີເອກະລາດ, ມີຄວາມສະ ເໝີພາບ ແລະ ເປັນພົນລະເມືອງ ທີ່ເຕັມໄປດ້ວຍສັກສີຂອງ ສາມປະ ເທດອິນດູຈີນ ເຊິ່ງຖືເປັນຄວາມ ມຸ່ງມາດປາຖະໜາອັນສູງສົ່ງຂອງ ປະທານ ໂຮ່ຈີ່ມິງ ໂດຍມີຄໍາເວົ້າ ອະມະຕະຂອງເພິ່ນ ເວົ້້າວ່າ “ບໍ່ມີ ສິ່ງໃດ ປະເສີດກວ່າ ເອກະລາດ ແລະ ເສລີພາບ” ທີ່ນັກປະຕິວັດ ຫວຽດນາມ, ນັກປະຕິວັດລາວແລະ ນັກປະຕິວັດກໍາປູເຈຍ ໄດ້ຮ່ວມມື, ຮ່ວມແຮງ ແລະ ຮ່ວມໃຈ ເປັນຈິດ ໜຶ່ງໃຈດຽວກັນ ຕໍ່ສູ້ເພື່ອໃຫ້ໄດ້ມາ ເຊິ່ງຄວາມມຸງມາດປາຖະໜາຂອງ ປະທານ ໂຮ່ຈີ່ມິງ ນັ້ນໄດ້ຮັບຜົນສໍາ ເລັດອັນໃຫຍ່ຫລວງ. ສະຫາຍ ທອງລຸນ ສີສຸລິດ ຍັງ ໃຫ້ຮູ້ອີກວ່າ: ປະທານ ໂຮ່ຈີ່ມິງ ເປັນ ບຸກຄົນພິເສດ ທີ່ມີການດໍາລົງຊີວິດ ແບບງ່າຍດາຍ, ຮ່ວມກັບປະຊາ ຊົນແລະຮ່ວມກັບກອງທັບ,ມີຄວາມ ປະຢັດ, ສັດທ່ຽງ, ຊື່ສັດບໍລິສຸດ, ເອົາຜົນປະໂຫຍດຂອງປະເທດ ຊາດ, ຂອງປະຊາຊົນ ຢູ່ເໜືອກວ່າ ສິ່ງໃດໆ, ເພິ່ນໄດ້ເສຍສະລະທຸກສິ່ງ ທຸກຢ່າງ ເພື່ອປະຕິບັດພາລະກິດ ຂອງປະເທດຊາດ ແລະ ໄດ້ເຮັດ ສໍາເລັດ, ນໍາເອົາຜົນສໍາເລັດອັນຍິ່ງ ໃຫຍ່ ມາສູ່ປະຊາຊົນຫວຽດນາມ ແລະ ປະຊາຊົນສາມຊາດອິນດູຈີນ ຂອງພວກເຮົາ. ຂ້າພະເຈົ້າຄິດ ວ່າຄວາມເວົ້າອັນອະມະຕະຂອງ ປະທານ ໂຮ່ທີ່ໄດ້ກະຕຸກຊຸກຍູ້ຈິດໃຈ ຂອງນັກຮົບປະຕິວັດ ກໍຄື ປະຊາຊົນ ຫວຽດນາມ ນັ້ນວ່າ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ອັນນີ້ໄດ້ກາຍ ເປັນຄວາມເປັນຈິງຂຶ້ນມາ, ການທີ່ ພັກກອມມູນິດຫວຽດນາມ, ປະຊາ ຊົນຫວຽດນາມ, ນັກຮົບຫວຽດ ນາມ ໄດ້ເຂົ້າມາຊ່ວຍເຫລືອການ ປະຕິວັດລາວ, ສະໜັບສະໜູນການ ປະຕິວັດລາວ, ຮ່ວມຄຽງບ່າຄຽງ ໄຫລກັບ ປະຊາຊົນລາວ ແລະ ນັກ ຮົບລາວ ຕໍ່ສູ້ເພື່ອປົດປ່ອຍຊາດເຮົາ ດ້ວຍຄວາມເສຍສະລະ ແລະ ບໍ່ຄໍາ ນຶງເຖິງຄວາມຫຍຸ້ງຍາກກັນດານ ໃດໆ ແລະ ການຊ່ວຍເຫລືອທີ່ທັນ ການ ແລະ ບໍ່ມີເງື່ອນໄຂໃດໆ ແມ່ນ ເປັນການຊ່ວຍເຫລືອອັນຍິ່ງໃຫຍ່, ຄວາມເສຍສະລະຂອງນັກຮົບ ຫວຽດນາມ ທີ່ເອົາເລືອດທາແຜນ ດິນລາວເຮົາບໍ່ຈັກວ່າເທົ່າໃດຄົນ ນັ້ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນ ການປະຕິວັດ ປົດປ່ອຍຊາດຂອງ ລາວເຮົາຕະຫລອດມາ ແລະ ໃນ ໄລຍະທີ່ພວກເຮົາດໍາເນີນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາ ປະເທດຊາດນີ້ ພັກ, ລັດ, ກອງ ທັບ ແລະ ປະຊາຊົນຫວຽດນາມ ກໍ ບໍ່ໄດ້ລົດລະໃນການສືບຕໍ່ສະໜັບ ສະໜູນຊ່ວຍເຫລືອ ສປປ ລາວ ພວກເຮົາ ບັນລຸບັນດາເປົ້າໝາຍທີ່ ພວກເຮົາວາງໄວ້. ຂ້າພະເຈົ້າ ໄດ້ພົບກັບ ສະຫາຍ ໂຕ ເລິມ ໃນເວລາສະຫລອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ການທ້ອນໂຮມປະເທດຊາດ ຫວຽດນາມ ເຂົ້າເປັນອັນດຽວນັ້ນ, ສະຫາຍ ໂຕ ເລິມ ໄດ້ເນັ້ນແລ້ວເນັ້ນ ອີກ ວ່າ: ລາວໄດ້ຊ່ວຍເຫລືອ ພັກ, ລັດ ແລະ ກອງທັບຫວຽດນາມ ຢ່າງ ຫລວງຫລາຍ ໃນການສ້າງໂອ ກາດ ເປີດເສັ້ນທາງ ໂຮ່ຈີ່ມິງ ໃຫ້ ກອງທັບຫວຽດນາມ ສາມາດລົງ ໄປປົດປ່ອຍພາກໃຕ້ຫວຽດນາມ ນັ້ນ ຈົນໄດ້ຮັບຜົນສໍາເລັດ, ອັນນີ້ ເປັນການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພວກເຮົາກໍຄຶດເຫັນຄໍາຕັກ ເຕືອນຂອງປະທານໂຮ່ຈີ່ມິງ“ຊ່ວຍ ເພື່ອນ ຄືກັບຊ່ວຍຕົວເອງ”, ພວກ ເຮົາກໍມີການຊ່ວຍ ເຫລືອຢ່າງຈິງ ໃຈຕໍ່ສະຫາຍຫວຽດນາມ ເພື່ອປົດ ປ່ອຍພາກໃຕ້ຫວຽດນາມ ກ້າວໄປ ເຖິງການທ້ອນໂຮມປະເທດຊາດ ຫວຽດນາມ ເປັນການສ້າງເງື່ອນ ໄຂສໍາຄັນໃຫ້ແກ່ການສະຖາປະນາ ສປປ ລາວ ຂອງພວກເຮົາ ໃນວັນທີ 02 ທັນວາ 1975. ເມື່ອເປັນແນວ ນັ້ນ, ຄໍາເວົ້າອັນເປັນອະມະຕະຂອງ ເພິ່ນ “ຊ່ວຍເພື່ອນ ຄືກັບຊ່ວຍຕົວ ເອງ” ມັນຈະຝັງເລິກຢູ່ໃນຈິດໃຈ ຂອງປະຊາຊົນສອງຊາດຂອງພວກ ເຮົາຕະຫລອດໄປ, ພວກເຮົາຈະ ເຮັດທຸກສິ່ງທຸກຢ່າງ ເຮັດໃຫ້ຄວາມ ສໍາພັນອັນມີມູນເຊື້ອມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ, ຫວຽດນາມ-ລາວ ຈະ ສືບຕໍ່ຍືນຍົງຕະຫລອດໄປ. ນີ້ເປັນ ມໍລະດົກຕົກທອດ ທີ່ປະທານ ໂຮ່ຈີ່ ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ ນໍາຮຸ່ນສືບທອດຕ່າງໆຂອງພວກ ເຮົາ ຍັງສືບຕໍ່ປົກປັກຮັກສາ, ຍຶດ ໝັ້ນຢູ່ປັດຈຸບັນນີ້ ບໍ່ໃຫ້ເສື່ອມຄາຍ, ບໍ່ໃຫ້ກາຍເປັນແນວອື່ນໄປໄດ້ ເດັດ ຂາດ... ເວົ້າງ່າຍໆ ບໍ່ໃຫ້ສັດຕູໂຕ ໃດ ເຂົ້າມາມ້າງເພທໍາລາຍໄດ້, ພວກເຮົາເຄີຍເວົ້ານໍາກັນວ່າ ຄວາມ ສາມັກຄີລາວ-ຫວຽດນາມ, ຫວຽດ ນາມ-ລາວ ເຮົາຕ້ອງປົກປັກຮັກສາ ຄືກັນກັບປົກປັກຮັກສາໜ່ວຍຕາ ຂອງຕົນເອງ ຂອງພວກເຮົາແຕ່ລະ ຄົນນັ້ນ. ໃນໂອກາດ ຄົບຮອບ 135 ປີ ວັນເກີດຂອງ ປະທານ ໂຮ່ຈີ່ມິງ ຜູ້ ຍິ່ງໃຫຍ່, ພວກເຮົາໄດ້ມີການຈັດ ຕັ້ງຊົມວີດີໂອ ທີ່ໄດ້ວາດພາບໃຫ້ ເຫັນໝົດ ຄຸນສົມບັດສິນທໍາປະຕິ ວັດ,ຄວາມອົງອາດກ້າຫານ,ຄວາມ ເປັນແບບຢ່າງອັນໃຫຍ່ຫລວງ ໃຫ້ ຄົນຮຸ່ນພວກເຮົາໄດ້ຮໍ່າຮຽນເອົາ ຊີວິດ, ການນໍາພາປະຕິວັດ ຂອງ ປະທານ ໂຮ່ຈີ່ມິງ ໄວ້ໃນຈິດໃຈຂອງ ພວກເຮົາເປັນຢ່າງດີ. ຂ້າພະເຈົ້າ ຄິດວ່າ ພວກເຮົາຕ້ອງເຮັດແນວໃດ ພັກຂອງພວກເຮົາຈະສືບຕໍ່ ໃຫ້ເປັນ ພັກທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ໄດ້ຮັບຄວາມສັດທາຂອງປະຊາຊົນ ຂອງພວກເຮົາ, ພວກເຮົາຮໍ່າຮຽນ ເອົາສິ່ງທີ່ດີເລີດຂອງບັນດາຜູ້ນໍາ ຂອງພວກເຮົາ, ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະ ທານ ສຸພານຸວົງ ໄວ້ເປັນອາວຸດ ເພື່ອປົກປັກຮັກສາ ຄວາມສາມັກຄີ, ສ້າງຂະບວນການ ເພື່ອເຮັດໃຫ້ພັກ ຂອງພວກເຮົາ ສືບຕໍ່ເປັນພັກນໍາ ໜ້າ, ເປັນພັກປະຕິວັດ, ສືບຕໍ່ເປັນ ພັກກໍາອໍານາດຕໍ່ໄປ ຢ່າງບໍ່ໃຫ້ສັດຕູ ໂຕໃດມາມ້າງເພໄດ້, ອັນນີ້ພວກ ເຮົາໄດ້ເຫັນຊີວິດຂອງປະທານ ໂຮ່ ຈີ່ມິງ ນັ້ນກໍຄໍານຶງເຖິງແລ້ວ ເຮັດໃຫ້ ເຮົາມີກໍາລັງແຮງ, ກໍາລັງໃຈ ເພື່ອ ສູ້ຊົນບຸກບືນ, ເພື່ອຜ່ານຜ່າຄວາມ ຫຍຸ້ງຍາກຕ່າງໆທີ່ເຮົາອາດຈະ ຜະເຊີນໃນຕໍ່ໜ້ານີ້. ບໍ່ສະເພາະແຕ່ ປະຊາຊົນຫວຽດນາມ, ປະຊາຊົນ ລາວ, ປະຊາຊົນກໍາປູເຈຍ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນ ໂລກ ຍົກຍ້ອງສັນລະເສີນ ປະທານ ໂຮ່ຈີ່ມິງ ເທົ່ານັ້ນ, ແຕ່ວ່າປີ 1987 ອົງການ UNESCO ໄດ້ມີ ມະຕິ ສັນລະເສີນ ປະທານ ໂຮ່ຈີ່ມິງ ວ່າ ເປັນວິລະຊົນປົດປ່ອຍຊາດ, ເປັນ ນັກວັດທະນະທໍາທີ່ດີເດັ່ນຂອງຍຸກ ສະໄໝ. ເນື່ອງໃນໂອກາດ ວັນເກີດຂອງ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ ຂໍອວຍພອນອັນປະເສີດໃຫ້ ພັກ ກອມມູນິດຫວຽດນາມ ຈົ່ງສືບຕໍ່ພາ ລະກິດອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ເພື່ອເຮັດພາລະກິດ ພັດທະ ນາປະເທດຊາດຫວຽດນາມ ໃຫ້ ຮັ່ງມີຈະເລີນຕໍ່ໄປ. ຂໍໃຫ້ຄວາມສາ ມັກຄີພິເສດ, ນໍ້າໃຈມິດຕະພາບ ອັນຍິ່ງໃຫຍ່ທີ່ມີມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ຂອງພວກເຮົາ ສືບຕໍ່ໝັ້ນຄົງຕະຫລອດໄປ, ຂໍໃຫ້ ພາລະກໍາຂອງ ປະທານ ໂຮ່ຈີ່ມິງ ຈົ່ງຍືນຍົງຢູ່ນໍາພາລະກິດຂອງພວກ ເຮົາຕະຫລອດໄປ. ພາບ: ຂັນໄຊ ພາຍໃຕ້ການນໍາພາຂອງພັກ ເຊິ່ງ ເປັນເຫດການປະຫວັດສາດອັນ ສໍາຄັນຂອງຊາດ, ຂອງພັກ, ຂອງ ກອງທັບປະຊາຊົນລາວ ແລະ ເປັນ ບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະ ບວນການຕໍ່ສູ້ຂອງກອງທັບ; ຍົກ ໃຫ້ເຫັນສະພາບການເຄື່ອນໄຫວ ປະຕິວັດ ຂອງບັນດາຜູ້ນໍາແນວ ລາວຮັກຊາດໃນໄລຍະປີ 19571959, ເຫດການໂຕນອອກຈາກ ຄຸກໂພນເຄັງ ຂອງບັນດາຜູ້ນຳຢ່າງ ມະຫັດສະຈັນ ໄປສູ່ເຂດທີ່ໝັ້ນໄດ້ ຢ່າງປອດໄພ; ວັນປົດປ່ອຍພາກ ໃຕ້ຫວຽດນາມ ຄົບຮອບ 50 ປີ ປະເທດຫວຽດນາມ ໄດ້ຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທົດສອບນາ ນາປະການ, ສ້າງບັນດາຜົນງານ ທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດ ສາດ, ສ້າງພາລະກິດອັນໃຫຍ່ ຫລວງ, ກໍາລັງບົ່ງຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືທຸກ ວັນນີ້ ໂດຍມີຄວາມເອກອ້າງທະນົງ ໃຈ ຕໍ່ປະຫວັດສາດທີ່ສະຫງ່າລາສີ ຂອງຊາດ ແລະ ວັນໄຊຊະນະ ຂອງ ສະຫະພາບໂຊວຽດເໜືອຟາດຊິດ ເຢຍລະມັນກໍຄື ການບຸກໂຈມຕີລ້າງ ຜານ ຂອງພວກຟາດຊິດ, ມະຫາ ສົງຄາມປ້ອງກັນປິຕຸພູມຂອງກອງ ທັບ ແລະ ປະຊາຊົນໂຊວຽດ, ຜົນ ເສຍຫາຍຈາກສົງຄາມ, ຄວາມ ໝາຍປະຫວັດສາດ ແລະ ຜົນສະ ທ້ອນ ຂອງໄຊຊະນະຟາດຊິດ ຕໍ່ ຊາວໂລກ ແລະ ການສະໜັບສະໜູນ ຊ່ວຍເຫລືອ ຂອງອະດີດສະຫະພາບ ໂຊວຽດ ຕໍ່ ສປປ ລາວ. ຂ່າວ: ເຂັມພອນ ທາງດ້ານຊັບພະຍາກອນປ່າໄມ້ ແຕ່ ໃນໄລຍະຜ່ານມາ, ປ່າໄມ້ໄດ້ຖືກ ນໍາໃຊ້, ການຂຸດຄົ້ນຫລາຍ, ຂຸດຄົ້ນ ແບບຊະຊາຍ ເຮັດໃຫ້ປ່າໄມ້ຖືກ ທໍາລາຍຢ່າງໜັກໜ່ວງ, ສາເຫດ ກໍຍ້ອນຂາດສະຕິ ແລະ ຂາດວິທະ ຍາສາດ ໃນການຂຸດຄົ້ນນຳໃຊ້ ຊັບພະຍາກອນທຳມະຊາດ ຕົ້ນຕໍ ແມ່ນຂາດການໝູນໃຊ້ຜົນການ ຄົ້ນຄວ້າວິທະຍາສາດ ເຮັດໃຫ້ຊັບ ພະຍາກອນປ່າໄມ້ ແລະ ເນື້ອທີ່ ປ່າໄມ້ຫລຸດນ້ອຍຖອຍລົງຢ່າງຕໍ່ ເນື່ອງ. ສປປ ລາວ ໄດ້ສູນເສຍ ຊັບພະຍາກອນປ່າໄມ້ ເປັນຈຳນວນ ຫລວງຫລາຍ, ໃນປີ 1940 ເນື້ອ ທີ່ປົກຫຸ້ມປ່າໄມ້ທົ່ວປະເທດ ກວມ ປະມານ 70% ຂອງເນື້ອທີ່ທັງໝົດ, ຕໍ່ມາ ເນື້ອທີ່ປົກຫຸ້ມປ່າໄມ້ທົ່ວປະ ເທດ ຫລຸດລົງຈາກ 60% ໃນປີ 1970 ແລະ ຍັງເຫລືອປະມານ 49% ໃນປີ 1982, ມາຮອດປີ 2002 ເນື້ອທີ່ປົກຫຸ້ມປ່າໄມ້ທົ່ວປະ ເທດ ຍັງສືບຕໍ່ຫລຸດລົງ 41,5% ຂອງເນື້ອທີ່ທັງໝົດ. ຕໍ່ບັນຫາດັ່ງ ກ່າວ, ພັກ ແລະ ລັດ ຍາມໃດກໍມີ ຄວາມເປັນຫວ່ງເປັນໃຍ ຕໍ່ວຽກ ງານການຄຸ້ມຄອງ ແລະ ນຳໃຊ້ຊັບ ພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ. ລັດຖະບານລາວ ໄດ້ມີນະໂຍ ບາຍຮັກສາເນື້ອທີ່ດິນປ່າໄມ້ກວມ 70% ຂອງເນື້ອທີ່ທົ່ວປະເທດ (ມະ ຕິຂອງຄະນະບໍລິຫານງານສູນກາງ ພັກ ສະບັບເລກທີ 026/ຄບສພ, 03 ສິງຫາ 2017; ມະຕິກອງປະ ຊຸມສະພາແຫ່ງຊາດ ສະບັບເລກທີ 098/ສພຊ, 28 ມິຖຸນາ 2018, ວິໄສທັດ ຮອດປີ 2030 ແລະ ຍຸດ ທະສາດການພັດທະນາເສດຖະ ກິດສັງຄົມ ໄລຍະ 10 ປີ 20162025); ພັກ-ລັດ ກໍານົດນະໂຍ ບາຍ ໂດຍຍຶດໝັ້ນ ໃຫ້ຄົນກັບປ່າ ຢູ່ ຮ່ວມກັນຢ່າງສັນຕິ; ການອະນຸລັກ ແລະ ປົກປັກຮັກສາ ໄປຄຽງຄູ່ກັບ ການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ. ຂ່າວ-ພາບ: ສົມພາວັນ ມະວົງໄຊ ກົມໃຫຍ່ເສນາທິການ...ົ່ິ ແລະ ນໍາໃຊ້ກອງທຶນສະຫວັດດີ ການ, ຜ່ານແຜນເຄື່ອນໄຫວຂະ ບວນການຂອງຄະນະບໍລິຫານງານ ຊປປລ ກົມຊົນລະປະທານ. ພ້ອມນີ້, ຜູ້ແທນກອງປະຊຸມ ຍັງໄດ້ປະກອບ ຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍລະບຽບ ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນ ສະຫວັດດີການ ເພື່ອເຮັດໃຫ້ຮ່າງຂໍ້ ຕົກລົງດັ່ງກ່າວ, ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ໂອກາດນີ້, ສະຫາຍ ຄໍາພະຈັນ ວົງຊະນະສະຫາຍ ຄໍາພະຈັນ ວົງ ຊະນະ ໄດ້ມີຄຳເຫັນວ່າ: ສຳລັບ ຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ຄຸ້ມຄອງ ແລະ ນໍາໃຊ້ກອງທຶນສະ ຫວັດດີການ ຂອງຄະນະບໍລິຫານ ງານ ຊປປລ ຮາກຖານກົມຊົນລະ ປະທານ ໃຫ້ບັນດາສະຫາຍທີ່ກ່ຽວ ຂ້ອງກໍຄືຄະນະຮັບຜິດຊອບເບິ່ງຄືນ ຕື່ມກ່ຽວກັບບັນດາແຫລ່ງລາຍຮັບ ຕ່າງໆ ເພາະມັນຈະພົວພັນເຖິງພາກ ລາຍຈ່າຍ ໃນເວລາປະຕິບັດນະໂຍ ບາຍ; ຊອກແຫລ່ງລາຍຮັບເພີ່ມ ເຕີມນອກຈາກໄດ້ຮັບຈາກເງິນສະຕິ ໃນແຕ່ລະເດືອນ ເປັນຕົ້ນແມ່ນຕິດ ພັນກັບວຽກງານວິຊາສະເພາະ ທີ່ ເຫັນວ່າມີຄວາມເໝາະສົມ ໃຫ້ແກ່ ການສ້າງຄັງ ແລະ ໃຫ້ຄົ້ນຄວ້າຄືນ ກ່ຽວກັບ ກໍລະນີທີ່ເຫັນວ່າມີຄວາມ ຈຳເປັນ ທີ່ສະມາຊິກຊາວໜຸ່ມສົມ ຄວາມທີ່ຈະໄດ້ຮັບອຸດໜູນ. ສຳລັບ ແຜນເຄື່ອນໄຫວຂະບວນການ ຂອງ ຄະນະບໍລິຫານງານ ຊປປລ ຮາກ ຖານກົມຊົນລະປະທານ ໃຫ້ເບິ່ງ ຄືນກ່ຽວກັບຂະບວນການທີ່ຕິດພັນ ກັບວຽກງານວິຊາສະເພາະຂະແໜງ ການຊົນລະປະທານເປັນຫລັກ. ນອກຈາກນັ້ນ, ກໍໃຫ້ຕິດພັນກັບ ວຽກງານການປູກ, ການລ້ຽງຕື່ມ ເພື່ອຮຽນຮູ້ແລະນໍາໃຊ້ເຂົ້າໃນການ ສ້າງອາຊີບສຳຮອງໃນຊີວິດປະຈຳ ວັນ ຂອງບັນດາສະມາຊິກຊາວໜຸ່ມ ຕື່ມອີກ, ພ້ອມທັງໃຫ້ມີຄວາມບຸກ ບືນຊອກຮູ້ຮໍ່າຮຽນທາງດ້ານວິຊາ ສະເພາະທີ່ຕົນເອງຮັບຜິດຊອບ ເພື່ອ ພັດທະນາຕົນເອງ, ຄອບຄົວ ແລະ ໃຫ້ສາມາດນໍາໄປພັດທະນາການ ຈັດຕັ້ງໄດ້ຢ່າງມີປະສິດທິພາບ. ຂໍ້ມູນ-ພາບ: ຂ່າວສານກະສິກຳປ່າໄມ້
RkJQdWJsaXNoZXIy MTc3MTYxMQ==