20/05/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລິດາ [a opkdkffu vkskoc-[ gIa f.sh lk,cpdxkdxj kla d7v'.9]6 d7h kpk;oko ຖ້າເອີຍເຖິງຮ້ານສາມແຍກປາກ ປ່າສັກ ຫລາຍຄົນອາດຈະຮູ້ ແລະ ເປັນຂາປະຈໍາ ກໍວ່າໄດ້ດ້ວຍທີ່ຕັ້ງ ຂອງຮ້ານຢູ່ໃກ້ແຄມຂອງ, ເຮັດໃຫ້ ແນມເຫັນທິວທັດທໍາມະຊາດ, ການ ດໍາລົງຊີວີດຂອງຊາວນະຄອນຫລວງ ວຽງຈັນ ໂດຍສະເພາະແມ່ນຄ່ອຍ ຄໍ່າຍາມແລງທີ່ແສງຕາເວັນສອດ ສ່ອງຕ້ອງກັບສາຍນໍ້າຂອງຢ່າງ ງົດງາມແລະຍັງເປັນຈຸດນັດພົບຂອງ ຫລາຍໆຄົນມານັ່ງກິນລົມຊົມທິວ ທັດ, ມາອອກກຳລັງກາຍເຫລົ່ານີ້ ເປັນຕົ້ນ. ສຳລັບຮ້ານສາມແຍກປາກ ປ່າສັກ ກໍເຊັ່ນກັນອາດເປັນຈຸດນັດພົບ ໃນການມານັ່ງກິນລົມຊົມທິວທັດ ຟັງເພັງມ່ວນຈາກທີມງາມຟົກຊອງ ແລະ ອາຫານແຊບໆ ເຊິ່ງພາຍໃນ ຮ້ານກໍມີຫລາຍບໍລິການໃຫ້ເລືອກ ບໍ່ວ່າຈະເປັນການນັ່ງຮັບປະທານ ອາຫານ, ຊົມທິວທັດອັດສະດົງຍາມ ແລງທັງສອງຊັ້ນ, ຊັ້ນທີໜຶ່ງຈະເປັນ ຫ້ອງແອມີຄວາມເປັນສ່ວນໂຕ, ຊັ້ນ ທີສອງຈະເປັນຊັ້ນຊົມທິວທັດພ້ອມກັບ ບັນຍາກາດນັ່ງຮັບປະທານອາຫານ ທີ່ແຊບຊ້ອຍ ມີລົມເຢັນພັດຜ່ານບວກ ກັບສຽງເພັງມ່ວນໆ, ພ້ອມດຽວກັນ ກໍມີອາຫານຫວານປະເພດກະແລັມທີ່ ເປັນສູດສະເພາະເປັນເອກະລັກຂອງ ທາງຮ້ານໄວ້ບໍລິການໃຫ້ລູກຄ້າທັງ ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ພັນມາໄລ ພິລາວົງ ຜູ້ບໍລິຫານຮ້ານສາມແຍກປາກປ່າ ສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ເມື່ອບໍ່ດົນມາ ນີ້ວ່າ: ຕົນເອງແມ່ນລູກສາວຂອງ ເຈົ້າຂອງຮ້ານເປັນຜູ້ສືບທອດມາ ບໍລິຫານຊ່ວຍພໍ່ແມ່ໂດຍຮ້ານນີ້ ພໍ່ແມ່ ເພິ່ນເລີ່ມຕົ້ນຈາກຮ້ານນ້ອຍໆເມື່ອ ກ່ອນຂາຍລາບ, ຂາຍເຝີມີພຽງສອງ ສາມໂຕະເທົ່ານັ້ນ, ຕໍ່ມາເພິ່ນກໍໄດ້ນຳ ເຄື່ອງດື່ມເຂົ້າມາຈຳໜ່າຍ ແລະ ກໍໄດ້ ເລີ່ມຂະຫຍາຍປັບປຸງມາເລື້ອຍໆ ເພື່ອ ສາມາດຮອງຮັບແຂກທີ່ເຂົ້າມາທ່ຽວ ນັບມື້ນັບເພີ່ມຂຶ້ນ, ເປັນຮ້ານອາຫານ ທີ່ມີຫລາກຫລາຍໂຊນບໍ່ວ່າຈະເປັນ ຮ້ານອາຫານຊັ້ນໜຶ່ງທີ່ສາມາດຮ້ອງ ອາລາໂອເກະໄດ້, ສ່ວນຊັ້ນສອງທີ່ ມີບັນຍາດດີສາມາດນັ່ງຊົມທິວທັດ ແຄມຂອງຍາມແລງ, ຊົມຕາເວັນ ຕົກດິນພ້ອມກັບສາຍລົມເຢັນໆ ແລະ ມີວົງດົນຕີເສບສົດທຸກມື້ ໂດຍທາງ ຮ້ານອາຫານແມ່ນຈະເນັ້ນອາຫານ ລາວ ເປັນຕົ້ນ ລາບ, ກ້ອຍປາ, ແກງ ໜໍ່ໄມ້, ປາໜຶ້ງໝາກນາວ..., ອາຫານ ຕາມສັ່ງເຊັ່ນ: ເຂົ້າຜັດ, ກະເພົາ, ຂົ້ວ ຜັກ, ລວກປາມຶກ, ລວກທະເລ, ຕົ້ນ ເລືອດ, ຕົ້ມແຊບຕີນໄກ່, ຕົ້ມແຊບດູກ ຂ້າງ, ຕົ້ນຍຳທະເລ...ປະເພດຕຳ ຈະ ມີ ຕຳທະເລລວມ, ຕຳປູ, ຕຳກຸ້ງ, ຕຳປ່າ, ຕຳໝາກຫຸ່ງ, ຕຳເຂົ້າປຸ້ນ ແລະ ອື່ນໆ, ສ່ວນປະເພດຈືນກໍຈະ ມີ ຈືນລູກຊີ້ນ, ຈືນເອັນໄກ່, ປີກໄກ່, ຈືນເຫືອກ, ຄາງເປັດ, ມັນຝຣັ່ງ, ດູກ ຂ້າງ... , ມີອາຫານປະເພດ ສະເຕັກ ແລະ ອາຫານອື່ນໆອີກຫລາກຫລາຍ ລາຍການ ເຊິ່ງປີນີ້ກໍຄົບຮອບ 36 ປີ ແລ້ວ ທາງຮ້ານກໍ່ມີການປັບປຸງເພື່ອ ໃຫ້ໄດ້ຊົມທິວທັດແຄມຂອງຕອນ ຕາເວັນຕົກດິນໃຫ້ງາມຂຶ້ນກວ່າເກົ່າ; ນອກຈາກມີຮ້ານອາຫານແລ້ວເພິ່ນ ກໍໄດ້ຂະຫຍາຍທຸລະກິດຄອບຄົວຕື່ມ ອີກດ້ວຍການເປີດໂຮງແຮມຢູ່ດ້ານ ຂ້າງຮ້ານອາຫານໃນ 2008 ທີ່ມີ ຊື່ວ່າ: ໂຮງແຮມແມ່ຂອງຊັນຊາຍ (Mekong sunshine Hotel) ສາມາດຮອງຮັບນັກທ່ອງທ່ຽວ ໄດ້ 21 ຫ້ອງ. ນີ້ກໍຖືວ່າເປັນອີກຜົນງານ ໜຶ່ງຂອງຄອບຄົວເພື່ອອໍາ ນວຍ ຄວາມສະດວກສະບາຍໃຫ້ກັບແຂກ ທີ່ມາໃຊ້ບໍລິການຮ້ານເຮົາເປັນຕົ້ນ ແຂກທີ່ມາພັກໂຮງແຮມກໍ່ສາມາດ ມານັ່ງກິນອາຫານແຊບໆຢູ່ໃນຮ້ານ ກໍໄດ້, ຍັງບໍ່ພໍເທົ່ານີ້ ເພື່ອສ້າງຄວາມ ໂດດເດັ່ນຂຶ້ນຕື່ມຈຶ່ງເຮັດຮ້ານສະເພາະ ຂອງຫວານເຊິ່ງເປັນຜະລິດຕະພັນ ຂອງຮ້ານເຮົາເອງຊື່ວ່າ: ສະຫວີດ ສາມແຍກໂດຍຂາຍປະເພດກະແລັມ, ນໍ້າຊາ, ໝາກໄມ້, ຊານົມໄຂ່ມຸກ ແລະ ລາຍການອື່ນໆອີກຫລາຍຢ່າງທີ່ເປັນ ເອກະລັກສະເພາະຂອງທາງຮ້ານ. ສໍາລັບຈຸດເດັ່ນຂອງຮ້ານສາມແຍກ ປາກປ່າສັກ ທີ່ສາມາດດຶງດູດລູກ ຄ້າໄດ້ຢ່າງຍາວນານນັ້ນ ກໍຍ້ອນ ບັນຍາກາດພາຍໃນຮ້ານມີຄວາມ ສະດວກສະບາຍ, ສາມາດນັ່ງຊົມ ທິວທັດທຳມະຊາດແຄມຂອງຍາມ ແລງຕິດພັນກັບວິທີຊີວິດຂອງຊາວ ນະຄອນຫລວງວຽງຈັນ, ພ້ອມນັ້ນ ກໍມີອາຫານຫລາກຫລາຍລາຍການ ໄວ້ຄອຍບໍລິການລູກຄ້າສາມາດ ເລືອກຮັບປະທານໄດ້ຕາມໃຈລູກຄ້າ ຈາກແມ່ຄົວສີມືດີທີ່ມີປະສົບການມາ ຍາວນານ ແລະ ເພື່ອສ້າງຄວາມ ແປກໃໝ່ໃຫ້ລູກຄ້າທາງຮ້ານໄດ້ເພ່ີມ ລາຍການອາຫານໃໝ່ຕື່ມ ເມື່ອບໍ່ດົນ ມານີ້ ເປັນຕົ້ນ ປີ້ງເປັດ, ລາບເປັດ, ຕົ້ມສົ້ມເປັດ, ເລືອດແປງ, ປີ້ງກົ້ນເປັດ, ປີ້ງຊີ້ນເອືອບໝາກແຄນຮັບຮອງວ່າ ແຊບຖືກໃຈແນ່ນອນ ຍັງບໍ່ພໍເທົ່ານັ້ນ ສິ່ງສໍາຄັນນອກຈາກບັນຍາກາດດີ ອາຫານແຊບແລ້ວການເຮັດທຸລະກິດ ຮ້ານອາຫານຕ້ອງເວົ້າເລື່ອງການ ບໍລິການຕ້ອງມາເປັນອັນດັບໜຶ່ງ ການບໍລິການຕ້ອງດີ, ພະນັກງານ ມີຄວາມຍີ້ມແຍ້ມແຈ່ມໃສບໍລິການ ວ່ອງໄວທັນໃຈລູກຄ້າຈຶ່ງຈະສ້າງ ຄວາມປະທັບໃຈໄດ້ຢ່າງຍາວນານ. ທ່ານນາງ ພັນມາໄລ ໃຫ້ຮູ້ຕື່ມ ວ່າ: ປັດຈຸບັນບັນດາຮ້ານອາຫານ ມີການແຂ່ງຂັນກໍສູງ ສະນັ້ນ, ພວກ ເຮົາຈະຄົງຮັກສາມາດຕະຖານ ຕ່າງໆໄວ້ເພື່ອສ້າງຄວາມປະທັບໃຈ ລູກຄ້າທີ່ມາໃຊ້ບໍລິການ.ໂດຍຮ້ານ ຕັ້ງຢູ່ບ້ານສີຖານເໜືອ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງຈັນ ເປີດເວລາ 9:30 ເປັນຕົ້ນໄປຈົນ ຮອດ 24:00 ໂມງ ແລະ ລູກຄ້າ ສາມາດເຂົ້າມາຮັບປະທານອາຫານ ແຊບໆ ຟັງເພັງມ່ວນໆໄດ້ທີ່ຮ້ານ ອາຫານຂອງພວກເຮົາ.
RkJQdWJsaXNoZXIy MTc3MTYxMQ==