7;k,\kple7a odkozj k;q 'xy f]h v,0v'dv'ra omu 2 20/05/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ Ê ¤§ໜÇ 4qj ;]PorkIaj ' ໃນໂອກາດລະນຶກວັນປະຫວັດ ສາດກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູ ຄົບຮອບ 66 ປີ 18 5 1959-18 5 2025 ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານ ຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາຊົນລາວໃນການ ຕໍ່ສູ້ປົດປ່ອຍປະເທດຊາດ. ແມ່ນ ບໍ່ວ່າຈະເຮັດອາຊີບຫຍັງຖ້າ ບໍ່ມັກບໍ່ຮັກອາຊີບທີ່ພວມເຮັດຍ່ອມ ຫລົ້ມເຫລວ ແລະ ເມື່ອໃດຕັ້ງໃຈ ເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳແຮງ ຂອງຕົນແລ້ວຄວາມສຳເລັດກໍ່ ມາຫາເມື່ອນັ້ນ. ເໝືອນດັ່ງການ ສ້າງເສດຖະກິດຄອບຄົວ ໂດຍ ການປູກໝາກຖົ່ວລຽນຂອງຄອບ ຄົວ ນາງ ສຸພັນຕາ ລາດຊະວົງ ສາມາດສ້າງລາຍຮັບໄດ້ຫລັກຕື້ ກີບຕໍ່ປີ. ນັບວ່າເປັນໂອກາດດີທີ່ທີມງານ ນັກຂ່າວສຳນັກຂ່າວສານປະເທດ ກອງພັນທີ 2 ຜ່າວົງປິດລ້ອມຈາກທົ່ງໄຫຫີນ ໄປສູ່ເຂດທີ່ໝັ້ນ, ປະຊາຊົນໃຫ້ການຕ້ອນຮັບ ຮັກພັກດີ, ຄວາມອົດທົນ, ຄວາມມີ ໄຫວພິບຂອງນັກຮົບກອງພັນທີ 2, ຄວາມສາມັກຄີເປັນເອກະພາບ, ມີ ນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດກົດລະບຽບວິໄນ ແລະ ຄຳ ສັ່ງເຂັ້ມງວດ, ຮັກສາຄວາມລັບ ຢ່າງເດັດຂາດ. ຍາມໃດກໍໄດ້ເອົາໃຈ ໃສ່ເຮັດວຽກງານລົງກໍ່ສ້າງຮາກ ຖານເມືອງ, ປຸກລະດົມຂົນຂວາຍ ປະຊາຊົນ ກໍຄື ຂົນຂວາຍກຳລັງ ຂອງຝ່າຍກົງກັນຂ້າມ, ມີການ ຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວເດັດຂາດ, ລວມທັງໄດ້ ຮັບການສະໜັບສະໜູນຊ່ວຍເຫລືອ ຈາກກອງທັບ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ. ໄຊຊະນະ ຄັ້ງນີ້, ໄດ້ສ່ອງແສງໃຫ້ເຫັນວ່າ ການນໍາພາຂອງພັກ ຖືກຕ້ອງສະ ຫລາດສ່ອງໃສ, ຂະບວນການຕໍ່ສູ້ ຂອງພວກເຮົາແມ່ນເປັນທຳ, ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງ ວ່າສິນທໍາຍາມໃດກໍຊະນະອະທໍາ, ທັງເປັນໄຊຊະນະອັນໃຫຍ່ຫລວງ ຂອງກຳລັງປະກອບອາວຸດເຮົາຢູ່ ພາຍໃຕ້ການນຳພາຂອງພັກ, ເປັນ ເຫດການປະຫວັດສາດອັນສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ເຮົາ ແລະ ເປັນບົດຮຽນອັນລໍ້າ ຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງ ກອງທັບ ແລະ ປະຊາຊົນເຮົາຍາດ ເອົາໄຊຊະນະໃນໄລຍະຕໍ່ມາ. ລາວພວກເຮົາໄດ້ເດີນທາງໄປຫາ ຄອບຄົວ ນາງ ສຸພັນຕາ ລາດຊະວົງ ທີ່ປະສົບຜົນສຳເລັດໃນການປູກຖົ່ວ ເກັບໝາກຂາຍເປັນປີທຳອິດໄດ້ຜົນ ຜະລິດປະມານ 5 ໂຕນ. ຂະນະທີ່ ປີນີ້, ຄາດວ່າຈະໄດ້ຜົນຜະລິດປະ ມານ 6 ໂຕນ. ສຳລັບລາຄາໃນ ປີນີ້ແມ່ນຂາຍກິໂລ 150.000170.000 ກີບ. ນາງ ສຸພັນຕາ ລາດຊະວົງ ກ່າວວ່າ: ການທີ່ຂ້ອຍຫັນມາເອົາ ດີໃນການປູກໝາກຖົ່ວລຽນເປັນ ສິນຄ້າ ເພື່ອເປັນການສະໜອງ ຕອບຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ກໍ່ຄື ຄວາມເອົາໃຈໃສ່ໃກ້ ຊິດຕິດແທດຂອງຜູ້ເປັນພໍ່ ທີ່ໃຫ້ ຄວາມຮູ້ດ້ານເຕັກນິກວິຊາການ ໃນການບົວລະບັດຮັກສາຕ່າງໆ ທັງເປັນການຕອບສະໜອງໝາກ ຖົ່ວລຽນໃຫ້ແກ່ຕະຫລາດພາຍໃນ ແລະ ສົ່ງອອກໄປຕ່າງປະເທດ. ລຽນ ຢູ່ໃນບ້ານນາເພີຍ ເມືອງທຸລະ ຄົມ ແຂວງວຽງຈັນ. ພາຍຫລັງ ເວົ້າຈາພາທີກັນແລ້ວ, ນາງ ສຸ ພັນຕາ ພ້ອມດ້ວຍພໍ່ຂອງນາງ ກໍ່ ໄດ້ນຳພາທິມງານພວກເຮົາໄປ ເລາະເບິ່ງສວນຖົ່ວລຽນ ທັງຊີ້ຕົ້ນ ນີ້ໃສ່ຕົ້ນນັ້ນໃຫ້ທີມງາມພວກເຮົາ ເບິ່ງ ເຊິ່ງກໍ່ເຕັມໄປດ້ວຍໝາກຖົ່ວ ລຽນທີ່ກຳລັງເປັນໝາກມີທັງໝາກ ໃຫຍ່ ນ້ອຍເຕັມຕົ້ນຖົ່ວລຽນ ແລະ ສິ່ງທີ່ໜ້າສົນໃຈກໍ່ຄືການໄດ້ຮູ້ເຖິງ ຈິດໃຈທີ່ມຸ່ງຫວັງອັນແຮງກ້າຂອງ ຄອບຄົວນີ້ ທີ່ໄດ້ເອົາໃຈໃສ່ ແລະ ສຶກສາກ່ຽວກັບການປູກຕົ້ນໄມ້ໃຫ້ ໝາກປະເພດນີ້. ຄວາມຈິງແລ້ວ ໝາກຖົ່ວລຽນຈະມີລາຄາ ຫລື ບໍ່ມີ ລາຄາກໍ່ບໍ່ແມ່ນບັນຫາທີ່ໜັກໃຈ ຂອງຄອບຄົວນີ້, ແຕ່ເມື່ອມີໂອກາດ ດີບວກໃສ່ການປູກໝາກຖົ່ວລຽນ ຢູ່ປະເທດລາວເຮົາຍັງບໍ່ທັນມີການ ຂະຫຍາຍພໍເທົ່າໃດ ຫລື ປູກຫລາຍ ຈຶ່ງໄດ້ລົງທຶນຊື້ດິນ ເພື່ອປູກໄມ້ໃຫ້ ໝາກດັ່ງກ່າວ 50 ເຮັກຕາ. ໃນນັ້ນ, ປູກ 2.000 ຕົ້ນ ພັນໝອນທອງ ແລະ ປູກໃນປີ 2017 ເປັນຕົ້ນມາ ເຊິ່ງມາໃນປີ 2024 ຜ່ານມາ ກໍ່ໄດ້ ພາຍຫລັງທີ່ໄດ້ຫັນມາປູກຖົ່ວລຽນ ເປັນສິນຄ້າ ກໍ່ເຮັດໃຫ້ຄອບຄົວ ມີການພັດທະນາດີຂຶ້ນກ້າວໄປສູ່ ການຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ນອກຈາກ ການປູກຖົ່ວລຽນແລ້ວ, ຍັງໄດ້ປູກ ຢາງພາລາໃນເນື້ອທີ່ 4 ເຮັກຕາ, ປູກໄດ້ 2.500 ຕົ້ນ ເຊິ່ງໃນແຕ່ລະ ເດືອນສາມາດຂີດຢາງຂາຍສ້າງ ລາຍຮັບເຂົ້າຄອບຄົວຫລາຍລ້ານ ກີບອີກຕື່ມ. ໄຊຊະນະອັນຍິ່ງໃຫຍ່ແຫ່ງການ ຕໍ່ສູ້ປົດປ່ອຍປະເທດຊາດ ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຖືເປັນການເປີດສັງກາດໃໝ່ແຫ່ງ ການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກ ຈັກກະພັດ ແລະ ກ້າວສູ່ການປົດ ປ່ອຍປະເທດຊາດໄດ້ຢ່າງມີໄຊໃນ ວັນທີ 2 ທັນວາ 1975. ການຜ່າວົງປິດລ້ອມຢ່າງມີໄຊ ຂອງກອງພັນທີ 2 ມີຄວາມໝາຍ ສຳຄັນຍິ່ງເພື່ອສ່ອງແສງໃຫ້ເຫັນ ວ່າການນຳພາຂອງພັກຖືກຕ້ອງ ສະຫລາດສ່ອງໃສ, ຂະບວນການ ຕໍ່ສູ້ຂອງພວກເຮົາແມ່ນເປັນທຳ. ສະນັ້ນ ການຜ່າວົງປິດລ້ອມຂອງ ກອງພັນທີ 2 ໄດ້ຢ້ັງຢືນໃຫ້ເຫັນ ຢ່າງຈະແຈ້ງວ່າ: “ສິນທຳຍາມ ໃດກໍຊະນະອະ ທຳ”. ການຜ່າວົງ ປິດລ້ອມຂອງກອງພັນທີ 2 ແມ່ນໄຊ ຊະນະອັນໃຫຍ່ຫລວງຂອງກຳລັງ ປະກອບອາວຸດເຮົາທີ່ຢູ່ໃຕ້ການ ນຳພາຂອງພັກ, ເປັນເຫດການ ປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ. ຄະນະພັກ-ຄະນະ ບັນຊາ, ພະນັກງານ-ສະມາຊິກພັກ ຕະຫລອດນັກຮົບທຸກຄົນໃນກອງ ພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອ ຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງ ພວກຈັກກະພັດ ແລະ ລູກແຫລ້ງ ຕີນມືຂອງພວກເຂົາທີ່ຫວັງດັບມອດ ກຳລັງປະຕິວັດ, ໂດຍສະເພາະ ແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບ ກອງທັບແຫ່ງຊາດ ນັ້ນພັງທະລາຍ ລົງ. ສະແດງໃຫ້ເຫັນເຖິງຄວາມບໍ ລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວ, ຄວາມອົດທົນໝັ້ນໜຽວບໍ່ ຄອນແຄນຕໍ່ການນາບຂູ່, ຫລອກ ຫລວງຂອງສັດຕູ. ນ້ຳໃຈສູ້ຮົບ ພິລະອາດຫານ ແລະ ມີໄຫວພິບ ຂອງກອງພັນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະດົມອັນແຮງ ກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາ ເມລິກາ ແລະ ລູກແຫລ້ງຕີນມື. ພ້ອມດຽວກັນນັ້ນ ກໍເຮັດໃຫ້ກຳລັງ ປະຕິວັດ, ໂດຍສະເພາະແມ່ນກຳລັງ ປະກອບອາວຸດປະຊາຊົນນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ເຮັດໃຫ້ຊື່ສຽງອິດທິພົນຂອງກຳລັງ ຝ່າຍປະເທດລາວ ແນວລາວຮັກ ຊາດ ນັບມື້ພົ້ນເດັ່ນຂຶ້ນໃນເວທີ ສາກົນ. ສັງລວມແລ້ວການຕໍ່ສູ້ພິລະ ອາດຫານ ແລະ ບໍ່ຍອມຈຳນົນດັ່ງ ກ່າວ ໄດ້ສະແດງໃຫ້ເຫັນຄວາມຈົງ
RkJQdWJsaXNoZXIy MTc3MTYxMQ==