19/05/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ພາບປະກອບ ໂດຍ: ລູກສາວຫລ້າູ້ dq f\kp;j kfh ;pdko9t]k9vomk'[q d ( lt[a [xa [x5 ' ) mj P;-P'0;k' 1j k]n ,c;j ;a fgrp;a f vtfu fg,n v'gvd0v'c0;' lyj 'muj [+ 7;ogIa f.og;]kovo *ການນອນ ເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນຕໍ່ການດໍາລົງຊີວິດ ຂອງຄົນເຮົາ ເນື່ອງຈາກວ່າການ ໄດ້ນອນພັກຜ່ອນເຕັມອື່ມຈະເຮັດ ໃຫ້ສຸຂະພາບແຂງແຮງ ພ້ອມກັບ ຕື່ນຂຶ້ນມາໃນມື້ໃໝ່ຢ່າງສົດຊື່ນ ແຈ່ມໃສ, ອາລົມດີ ແລະ ສະໝອງ ປອດໂປ່ງ. ດັ່ງນັ້ນ, ເພື່ອໃຫ້ນອນ ຫລັບດີບໍ່ຄວນປະຕິບັດ 4 ຂໍ້ຫ້າມ ດັ່ງລຸ່ມນີ້: 1. ຫ້າມໃສ່ໂມງໃນຕອນນອນ: ເພາະວ່າຕອນທີ່ໂມງເຮັດວຽກໄປ ເລື້ອຍໆ ນັ້ນມັນຈະປ່ອຍພະລັງງານ ຖ້າໃສ່ໂມງຕອນນອນຈະມີຜົນຕໍ່ສຸ ຂະພາບໃນໄລຍະຍາວໄດ້. 2.ບໍ່ຄວນນອນຫລັບໄປພ້ອມ ກັບໂທລະສັບ ຫລື ວາງໂທລະສັບ ໄວ້ໃກ້ໆ: ໃຜທີ່ມັກໃຊ້ມືຖືເປັນໂມງ ປຸກຕອນເຊົ້າຄວນເກັບມືຖືໄວ້ໄກໆ *ໃນອາທິດຜ່ານມານີ້ “ຄໍລຳ ຊີວິດ-ກົດໝາຍ” ໜັງສືພິມປະເທດ ລາວ ກໍ່ໄດ້ສະເໜີກົດໝາຍວ່າດ້ວຍ ການຈະລາຈອນທາງບົກ (ສະປັບ ປຸງ) ພາກທີ II, ໝວດທີ 1 ໃນ ມາດຕາ 9 ຫາ ມາດຕາ 12 ໃຫ້ ທ່ານຜູ້ອ່ານມາແລ້ວ ເຊິ່ງມາສະບັບ ນີ້ ຂໍສະເໜີຕໍ່ໝວດທີ 2 “ການຂັບຂີ່ ຍານພາຫະນະ” ແຕ່ມາດຕາ 13 ຫາ ມາດຕາ 20 ຕື່ມ. ຢູ່ໃນມາດຕາ 13 (ໃໝ່) ເງື່ອນໄຂຂອງການສອບເສັງ ເອົາໃບຂັບຂີ່. ການສອບເສັງເອົາໃບ ຂັບຂີ່ ຕ້ອງມີເງື່ອນໄຂດັ່ງນີ້: - ມີໃບຢັ້ງຢືນຈົບຫລັກສູດການ ຮຽນຂັບລົດ; ມີໃບຢັ້ງຢືນສຸຂະພາບ; ມີອາຍຸ ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 14 ຂອງກົດໝາຍສະບັບນີ້. ການສອບເສັງ ແລະ ການອອກ ໃບຂັບຂີ່ ຕ້ອງປະຕິບັດຕາມລະ ບຽບການຂອງກະຊວງໂຍທາທິ ການ ແລະ ຂົນສົ່ງ ຢ່າງເຂັ້ມງວດ. ເງື່ອນໄຂຂອງການສອບເສັງເອົາໃບ ຂັບຂີ່ສຳລັບຄົນພິການ ແລະ ເສຍ ອົງຄະໄດ້ກໍານົດໄວ້ໃນລະບຽບການ ສະເພາະ. ມາດຕາ 14 (ປັບປຸງ) ອາຍຸ ຂອງຜູ້ສອບເສັງເອົາໃບຂັບຂີ່ຜູ້ ສອບເສັງເອົາໃບຂັບຂີ່ລົດແຕ່ລະ ປະເພດຕ້ອງມີປະສົບການ ແລະ ມີ ອາຍຸດັ່ງນີ້: - ແຕ່ສິບຫ້າປີຂຶ້ນໄປສໍາລັບ ລົດຈັກ ຄວາມແຮງບໍ່ເກີນ 125 cc; ແຕ່ສິບແປດປີຂຶ້ນໄປສໍາລັບ ລົດຈັກ ຄວາມແຮງແຕ່ 125 cc ຂຶ້ນໄປ, ລົດສາມລໍ້, ລົດໄຖນາທີ່ແກ່ ລໍ້, ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວ ແລະ ລົດຂົນສົ່ງສະເພາະບໍ່ເກີນເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່ຫລືນ້ຳໜັກ ລວມບໍ່ເກີນ 3.500 ກິໂລກຣາມ, ລົດ ຂົນສົ່ງໂດຍສານບໍ່ເກີນເກົ້າບ່ອນນັ່ງ ລວມທັງຜູ້ຂັບຂີ່; ແຕ່ຊາວເອັດປີຂຶ້ນ ໄປສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງ ຂອງທີ່ມີນ້ຳໜັກ ລວມແຕ່ 3.500 ກິ ໂລກຣາມເຖິງ 7.000 ກິໂລກຣາມ, ລົດໄຖນາໃຫຍ່, ລົດຂົນສົ່ງໂດຍສານ ບໍ່ເກີນສິບຫ້າບ່ອນນັ່ງ ລວມທັງຜູ້ຂັບ ຂີ່, ລົດຫົວລາກທີ່ແກ່ເຄິ່ງຫາງລາກ; ແຕ່ຊາວຫ້າປີຂຶ້ນໄປສໍາລັບລົດຂົນສົ່ງ ສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກລວມ ບໍ່ເກີນ 15.000 ກິໂລກຣາມ, ລົດ ຫົວລາກທີ່ແກ່ເຄິ່ງຫາງລາກ, ລົດ ຂົນສົ່ງທົ່ວໄປທີ່ແກ່ຫາງລາກນໍ້າໜັກ ລວມບໍ່ເກີນ 750 ກິໂລກຣາມ, ລົດ ຂົນສົ່ງໂດຍສານບໍ່ເກີນສາມສິບຫ້າ ບ່ອນນັ່ງ; ແຕ່ຊາວແປດປີຂຶ້ນໄປສໍາ ລັບລົດຂົນສົ່ງສິນຄ້ານໍ້າໜັກບັນທຸກ ເກີນ 15.000 ກິໂລກຣາມ, ລົດຫົວ ລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງ ທົ່ວໄປທີ່ແກ່ຫາງລາກນໍ້າໜັກລວມ ເກີນ 750 ກິໂລກຣາມຂຶ້ນໄປ ແລະ ລົດຂົນສົ່ງໂດຍສານແຕ່ສາມສິບຫົກ ບ່ອນນັ່ງຂຶ້ນໄປ. ມາດຕາ 15 (ໃໝ່) ໃບຂັບຂີ່ ຍານພາຫະນະທີ່ ສປປ ລາວ ອອກ ໃຫ້ມີໃບຂັບຂີ່ພາຍໃນ ແລະ ໃບຂັບ ຂີ່ສາກົນ. ໃບຂັບຂີ່ພາຍໃນ ແມ່ນອອກໃຫ້ ແກ່ພົນລະເມືອງລາວ, ຊາວຕ່າງ ດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະ ເທດທີ່ໄດ້ຜ່ານການສອບເສັງຢູ່ສປປ ລາວ ເພື່ອນຳໃຊ້ຢູ່ພາຍໃນປະເທດ ແລະ ຢູ່ບັນດາປະເທດທີ່ມີການຮັບຮູ້ ໃບຂັບຂີ່ ຊຶ່ງກັນ ແລະ ກັນ, ມີອາຍຸ ການນຳໃຊ້ຫ້າປີ ແລະ ສາມາດຕໍ່ໄດ້ ຄັ້ງລະຫ້າປີ. ໃບຂັບຂີ່ສາກົນ ແມ່ນອອກໃຫ້ ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດທີ່ມີ ໃບຂັບຂີ່ພາຍໃນມາແລ້ວ ເພື່ອນຳໃຊ້ ຢູ່ຕ່າງປະເທດ. ຂະໜາດ, ລັກສະນະ ແລະ ມາດຕະຖານຂອງໃບຂັບຂີ່ໄດ້ ກໍານົດໄວ້ໃນລະບຽບການສະເພາະ. ມາດຕາ 16 (ປັບປຸງ) ປະເພດ ໃບຂັບຂີ່ຕາມຊະນິດຍານພາຫະນະ ໃບຂັບຂີ່ພາຍໃນ ຈັດຕາມຊະນິດ ຍານພາຫະນະດ້ວຍຕົວອັກສອນ ລາເເຕງດັ່ງນີ້: - A : ລົດຈັກສອງລໍ້ຄວາມແຮງ ບໍ່ເກີນ 125 cc; A1: ລົດຈັກສອງ ລໍ້ ຄວາມແຮງແຕ່ 125 cc ຂຶ້ນໄປ; A2: ລົດຈັກສາມລໍ້ສ່ວນຕົວ ແລະ ລົດສອງລໍ້, ສາມລໍ້ ໂດຍສານ; A3: ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ; B: ລົດເບົາ ນ້ຳໜັກລວມຕໍ່າກວ່າ 3.500 ກິໂລກຣາມ, ບໍ່ເກີນເກົ້າບ່ອນນັ່ງ ລວມທັງຜູ້ຂັບຂີ່; C: ລົດຂົນສົ່ງສິນຄ້າ ນ້ຳໜັກລວມແຕ່3.500 ກິໂລກຣາມ ຫາ 7.500 ກິໂລກຣາມ; C1: ລົດ ຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ; C2: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ; D: ລົດຂົນສົ່ງໂດຍສານ ປະເພດ 4 ລໍ້ ຂຶ້ນໄປ, ບໍ່ເກີນສິບຫ້າ ບ່ອນນັ່ງ; D1: ລົດຂົນສົ່ງໂດຍສານ ແຕ່ສິບຫົກ ຫາ ສາມສິບຫ້າບ່ອນນັ່ງ; D2: ລົດຂົນສົ່ງໂດຍສານແຕ່ສາມ ສິບຫົກບ່ອນນັ່ງຂຶ້ນໄປ; E: ລົດເບົາ (B), ລົດຂົນສົ່ງສິນຄ້າ (C) ແລະ ລົດຂົນສົ່ງໂດຍສານ (D) ທີ່ແກ່ ຫາງລາກນ້ຳໜັກລວມບໍ່ເກີນ 750 ກິໂລກຣາມ; E1: ລົດຂົນສົ່ງສິນ ຄ້າ (C2) ແກ່ຫາງລາກນ້ຳໜັກ ລວມເກີນກວ່າ 750 ກິໂລກຣາມ. ຂ້າງເທິງ ມາດຕາ 17 (ປັບປຸງ) ໃບຂັບ ຂີ່ຕ່າງປະເທດແມ່ນໃບອະນຸຍາດໃຫ້ ຂັບຂີ່ຍານພາຫະນະ ຊຶ່ງອອກຢູ່ຕ່າງ ປະເທດ. ສປປ ລາວ ຮັບຮູ້ໃບຂັບຂີ່ຕ່າງ ປະເທດຂອງບຸກຄົນທີ່ມີໃບຂັບຂີ່ ສາກົນ ຫລື ມີໃບຂັບຂີ່ຂອງປະເທດ ທີ່ມີການຮັບຮູ້ ຊຶ່ງກັນ ແລະ ກັນ. ມາດຕາ 18 (ປັບປຸງ) ການຂັບ ຂີ່ ແລະ ການບັນທຸກການຂັບຂີ່ ແລະ ການບັນທຸກຂອງລົດຂົນສົ່ງຄົນ ແລະ ຜູ້ໂດຍສານໃຫ້ປະຕິບັດດັ່ງນີ້: - ລົດຖີບ ໃຫ້ຊ້ອນໄດ້ໜຶ່ງຄົນ; ລົດຈັກ ອະນຸຍາດໃຫ້ຜູ້ໃຫຍ່ຊ້ອນໄດ້ ໜຶ່ງຄົນ ແລະ ເດັກນ້ອຍອາຍຸບໍ່ເກີນ ສິບເອັດປີ ອີກໜຶ່ງຄົນ; ຜູ້ຂັບຂີ່ ແລະ ຜູ້ຊ້ອນຕ້ອງໃສ່ໝວກກັນກະທົບທີ່ໄດ້ ມາດຕະຖານ; ລົດຖີບສາມລໍ້, ລົດຈັກ ສາມລໍ້ຕິດຂ້າງໃຫ້ຂີ່ໄດ້ສາມຄົນລວມ ທັງຜູ້ຂັບຂີ່; ລົດສາມລໍ້ຊະນິດຈຳໂບ້ ໃຫ້ຂີ່ໄດ້ບໍ່ເກີນຫ້າຄົນ ຫລື ບັນທຸກ ສິນຄ້າ, ເຄື່ອງຂອງບໍ່ເກີນ 300 ກິ ໂລກຣາມ; ລົດສາມລໍ້ຊະນິດຕຸກໆ, ສະກາຍແລັບ ອະນຸຍາດໃຫ້ຂີ່ໄດ້ ບໍ່ເກີນເກົ້າຄົນ ຫລື ບັນທຸກສິນຄ້າ, ເຄື່ອງຂອງບໍ່ເກີນ 550 ກິໂລກຣາມ; ລົດເກງ, ລົດຈິບ, ລົດຕູ້, ລົດກະບະ ໃຫ້ບັນທຸກຕາມມາດຕະຖານຂອງ ໂຮງງານຜະລິດ. ຜູ້ຂັບຂີ່ລົດສີ່ລໍ້ ຂຶ້ນໄປລວມທັງຜູ້ນັ່ງທາງໜ້າຕ້ອງ ໃສ່ສາຍຮັດນິລະໄພ, ເດັກນ້ອຍທີ່ບໍ່ ສາມາດໃສ່ສາຍຮັດນິລະໄພປົກກະຕິ ໄດ້ໃຫ້ນຳໃຊ້ເບາະນັ່ງສະເພາະ. ມາດຕາ 19 (ໃໝ່) ຂໍ້ຈໍາກັດ ຄວາມໄວແລະ ໄລຍະຫ່າງລະຫວ່າງ ລົດຄວາມໄວສູງສຸດທີ່ອະນຸຍາດໃຫ້ ລົດແຕ່ລະປະເພດແລ່ນຕາມເສັ້ນທາງ ໃນ ສປປ ລາວ ໄດ້ກຳນົດໄວ້ດັ່ງນີ້: - ບໍ່ໃຫ້ເກີນສີ່ສິບ ກິໂລແມັດຕໍ່ ຊົ່ວໂມງ ສໍາລັບການສັນຈອນໜາ ແໜ້ນຕາມເສັ້ນທາງໃນຕົວເມືອງ, ເທສະບານ, ເຂດຊຸມຊົນ; ບໍ່ໃຫ້ເກີນ ເກົ້າສິບກິໂລແມັດຕໍ່ຊົ່ວໂມງ ສໍາ ລັບການສັນຈອນຂອງລົດເບົາທຸກ ປະເພດ ແລະ ລົດຈັກ ແຕ່ 125 cc ຂຶ້ນໄປ ຕາມເສັ້ນທາງຫລວງ ນອກເຂດຕົວເມືອງ; ບໍ່ໃຫ້ເກີນ ເຈັດ ສິບກິໂລແມັດຕໍ່ຊົ່ວໂມງ ສຳລັບ ລົດບັນທຸກສິນຄ້າ, ລົດໂດຍສານ ແລະ ລົດຈັກ ບໍ່ເກີນ 125 cc ຕາມ ເສັ້ນທາງຫລວງນອກເຂດຕົວເມືອງ. ນອກຈາກນີ້, ຄວາມໄວສູງສຸດທີ່ ອະນຸຍາດໃຫ້ແລ່ນໃນແຕ່ລະຕອນ ທາງແມ່ນໃຫ້ປະຕິບັດຕາມປ້າຍກໍາ ນົດຄວາມໄວ. ເມື່ອລົດສອງຄັນ ແລ່ນໃນຊ່ອງຈະລາຈອນດຽວກັນ, ລົດຄັນແລ່ນຕາມຫລັງຕ້ອງຮັກສາ ໄລຍະຫ່າງທີ່ເໝາະສົມກັບສະພາບ ເສັ້ນທາງ, ດິນຟ້າອາກາດ, ຂະໜາດ ແລະ ນໍ້າໜັກບັນທຸກຂອງລົດ ເພື່ອ ຮັບປະກັນຄວາມປອດໄພໃນກໍລະນີ ເພາະຫລັກຖານທາງວິທະຍາສາດ ລະບຸວ່າ ໂທລະສັບມັນຈະປ່ອຍຄື່ນ ແມ່ເຫລັກໄຟຟ້າອອກມາຂະໜາດ ທີ່ເປີດເຄື່ອງ ແລະ ຄື່ນແມ່ເຫລັກ ໄຟຟ້າເຫລົ່ານີ້ ມີຜົນກັບລະບົບປະ ສາດເຮົາໄດ້. 3. ຢ່າຫລັບໄປພ້ອມກັບເຄື່ອງ ສຳອາງ: ບໍ່ວ່າຈະເມື່ອຍພຽງໃດ ກໍຕາມຕ້ອງລ້າງເຄື່ອງສຳອາງ ອອກໃຫ້ໝົດເພາະການຫລັບທັ້ງໆ ທີ່ເຄື່ອງສຳອາງຍັງຕິດຢູ່ທີ່ໃບໜ້າ ຂອງທ່ານ ຈະເຮັດໃຫ້ເກີດບັນຫາ ດ້ານຜິວພັນໄລຍະຍາວໄດ້. 4. ບໍ່ຄວນໃສ່ເສື້ອຊ້ອນນອນ: ເພາະນັກວິທະຍາສາດອາເມລິກາ ພົບວ່າການໃສ່ເສື້ອຊ້ອນດົນເກີນ 12 ຊົ່ວໂມງ ສ່ຽງເປັນມະເຮັງເຕົ້າ ນົມໄດ້. ການນອນເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນແຕ່ຫລາຍຄົນກັບ ເບິ່ງຂ້າມ ແລະ ບໍ່ສົນໃຈເລື່ອງການ ນອນຄິດວ່າບໍ່ມີຜົນຕໍ່ສຸຂະພາບແຕ່ ສໍາລັບຜູ້ຂຽນແລ້ວຄິດວ່າການ ນອນໃຫ້ພຽງພໍ ເປັນສິ່ງທີ່ບໍ່ຄວນ ເບິ່ງຂ້າມເພາະອາດຈະມີຜົນກະທົບ ຕໍ່ສຸຂະພາບໃນໄລຍະຍາວໄດ້. ລົດຄັນແລ່ນທາງໜ້າຢຸດກະທັນຫັນ. ລົດທີ່ແລ່ນເປັນຂະບວນແຕ່ສອງ ຂະບວນຂຶ້ນໄປຕ້ອງຮັກສາໄລຍະ ຫ່າງລະຫວ່າງຂະບວນຢ່າງໜ້ອຍ 150 ແມັດ ແລະ ໄລຍະຫ່າງລະ ຫວ່າງລົດໃນຂະບວນຢ່າງໜ້ອຍ 25 ແມັດ. ຄວາມໄວສູງສຸດທີ່ໄດ້ກຳນົດ ໄວ້ໃນມາດຕານີ້ ບໍ່ກວມເອົາຄວາມ ໄວຂອງລົດສັນຈອນພິເສດ ແລະ ລົດ ທີ່ປະຕິບັດວຽກງານໃນກໍລະນີເກີດ ເຫດສຸກເສີນເຊັ່ນ: ອຸບັດເຫດ, ຄົນ ເຈັບ, ໄຟໄໝ້, ນ້ຳຖ້ວມ ແລະ ເຫດ ສຸກເສີນອື່ນ. ມາດຕາ 20 (ໃໝ່) ທາດເຫລົ້າ ໃນຮ່າງກາຍຂອງຜູ້ຂັບຂີ່ຄວາມເຂັ້ມ ຂຸ້ນຂອງທາດເຫລົ້າໃນຮ່າງກາຍ ຂອງຜູ້ຂັບຂີ່ຍານພາຫະນະທຸກຊະນິດ ທີ່ອະນຸຍາດສູງສຸດບໍ່ໃຫ້ເກີນດັ່ງນີ້: 1. ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລໍ້ ທຸກຊະນິດ. - ໃນລົມຫາຍໃຈ: 0,24 ມີລີ ກຣາມຕໍ່ລິດ (BrAC); ໃນເລືອດ: 50 ມີລີກຣາມຕໍ່ 100 ມີລີລິດ (BAC); ໃນປັດສະວະ: 66,5 ມີ ລີກຣາມຕໍ່ 100 ມີລີລິດ (Urine). 2. ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບ ຈ້າງທຸກຊະນິດ. - ໃນລົມຫາຍໃຈ: 0 ມີລີກຣາມ ຕໍ່ລິດ (BrAC); ໃນເລືອດ: 0 ມີລີ ກຣາມຕໍ່ 100 ມີລີລິດ (BAC); ໃນປັດສະວະ: 0 ມີລີກຣາມຕໍ່ 100 ມີລີລິດ(Urine). 3. ສໍາລັບຜູ້ຂັບຂີ່ລົດຈັກສອງລໍ້ ແລະ ສາມລໍ້. - ໃນລົມຫາຍໃຈ: 0,14 ມີລີ ກຣາມຕໍ່ລິດ (BrAC); ໃນເລືອດ: 30 ມີລີກຣາມຕໍ່ 100 ມີລີລິດ (BAC); ໃນປັດສະວະ: 39,9 ມີລີ ກຣາມຕໍ່ 100 ມີລີລິດ (Urine). ເຈົ້າໜ້າທີ່ຄວບຄຸມການຈະລາ ຈອນທາງບົກ ມີສິດກວດກາຄວາມ ເຂັ້ມຂຸ້ນຂອງທາດເຫລົ້າໃນລົມຫາຍ ໃຈຂອງຜູ້ຂັບຂີ່. ໃນກໍລະນີເກີດ ອຸບັດເຫດທີ່ເຮັດໃຫ້ຄົນບາດເຈັບ, ເສຍຊີວິດ, ຊັບສິນເສຍຫາຍນັ້ນ ແພດ ມີໜ້າທີ່ກວດຫາຄວາມເຂັ້ມຂຸ້ນຂອງ ທາດເຫລົ້າໃນເລືອດ ແລະ ປັດສະວະ ຂອງຜູ້ຂັບຂີ່ ແລະ ຂອງຄູ່ກໍລະນີທີ່ ເກີດອຸບັດເຫດ ເພື່ອໃຊ້ເປັນຂໍ້ມູນໃຫ້ ແກ່ການດໍາເນີນຄະດີ. ເອກຂອງແຂວງໃຫ້ທ່ານທີ່ຍັງບໍ່ທັນ ໄດ້ຢ້ຽມຢາມແຂວງຊຽງຂວາງ ຫລື ຜູ້ທີ່ໄປແລ້ວແຕ່ບໍ່ທັນໄດ້ໄປເຫັນວັດ ເພຍວັດ ໄດ້ຮູ້ເປັນຂໍ້ມູນພື້ນຖານ, ບາງທີມີໂອກາດໄປໃນອະນາຄົດ. ວັດເພຍວັດ ຕັ້ງຢູ່ກາງເມືອງ ເມືອງຄູນ ອ້ອມຮອບດ້ວຍພູ-ຜາ ປ່າໄມ້ທີ່ຂຽວສະອຸ່ມ, ເຖິງຈະເປັນ ຍາມຮ້ອນແຕ່ພໍຕົກເວລາຄໍ່າຍາມ ແລງ ຢູ່ເຂດນີ້ຈະເຢັນສະບາຍ ຍ້ອນ ມີພູສູງເນັ່ງຍາວຢຽດທັງສອງດ້ານ, ໂດຍສະເພາະທິດຕາເວັນຕົກ. ວັດ ເພຍວັດ ຫ່າງຈາກຕົວເມືອງ ໂພນ ສະຫວັນ ເມືອງເອກຂອງແຂວງ ຊຽງຂວາງ ປະມານ 30 ກິໂລແມັດ. ຕາມປະຫວັດ, ວັດນີ້ສ້າງຂຶ້ນໃນ ປີ ຈຸນລະສັກກະຫລາດ (ຈສ) 744 ເຊິ່ງຖ້ານັບມາຮອດດຽວ ນີ້ກໍ່ມີອາຍຸ 700 ກວ່າປີແລ້ວ, ຖື ເປັນວັດທີ່ເກົ່າແກ່ອີກວັດໜຶ່ງຂອງ ລາວທີ່ຊີ້ໃຫ້ເຫັນວ່າກ່ອນນີ້ ເກືອບ ສະຕະວັດດິນແດນດັ່ງກ່າວ ເຊິ່ງ ເປັນເຂດເມືອງຄູນ ກໍ່ຄື ແຂວງຊຽງ ຂວາງ ມີຄວາມຮຸ່ງເຮືອງທາງ ດ້ານອະລິຍະທຳ, ຍ້ອນວ່າວັດເປັນ ສະຖານທີ່ເຕົ້າໂຮມຈິດໃຈ, ຄວາມ ເຫລື້ອມໃສສັດທາຂອງມວນຊົນ ທີ່ນັບຖືສາສະໜາພຸດ. ບ່ອນໃດມີ ຄວາມຮຸ່ງເຮືອງ, ສະແດງອອກ ໃຫ້ເຫັນວັດວາອາຮາມທີ່ກວ້າງ ໃຫຍ່ສວຍງາມ, ຍ້ອນວ່າປະຊາຊົນ ສາມັກຄີຮ່ວມໃຈກັນສ້າງນັ້ນເອງ. ຕາມປະຫວັດ, ເຈົ້າລ້ານຄຳກອງ ເຊິ່ງເປັນພະຍາປົກຄອງເມືອງພວນ ໃນສະໄໝນັ້ນໄດ້ນຳເອົາອາຈານ ທຳມະກາຖາທີ່ມີສີມືໃນການສ້າງ ວັດຢູ່ເມືອງຫລວງພະບາງ ມາສ້າງ ວັດເພຍວັດນີ້ຂຶ້ນ ແລະ ເມື່ອສ້າງ ສຳເລັດ, ເຈົ້າລ້ານຄໍາກອງ ໄດ້ອັງ ເຊີນພະພຸດທະຮູບປາງທີ່ສັກສິດ ມາຈາກຫົງສາວະດີ (ໃນປະເທດ ມຽນມາ) ມາປະທັບໄວ້ໃນວັດເພຍ ວັດແຫ່ງນີ້ ເຊິ່ງໄດ້ເຮັດໃຫ້ເມືອງ ພວນເວລານັ້ນມີຄວາມຮຸ່ງເຮືອງຍິ່ງ ຂຶ້ນ, ວັດເພຍວັດ ໄດ້ກາຍເປັນບ່ອນ ຮໍ່າຮຽນຂອງພະສົງສຳມະເນນ ໃນ ເວລານັ້ນສືບມາ. ສະພາບວັດເພຍ ວັດ ໃນປັດຈຸບັນທີ່ຫລົງເຫລືອຈາກ ສົງຄາມເຜົາຜານທີ່ພວກຈັກກະພັດ ຕ່າງດ້າວເອົາລູກແຕກໝາກໂບມ ມາຖິ້ມໃສ່ນັ້ນຍັງຄົງໄດ້ຮັບຄວາມ ນິຍົມໄປຊົມຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຢ່າງບໍ່ຂາດສາຍ. ວັດເພຍວັດ, ເຖິງ ວ່າຍັງເຫລືອແຕ່ພຽງຊາກຈາກ ສົງຄາມທຳລາຍ, ແຕ່ກໍ່ຍັງຄົງມີ ມົນຂັງສັກສິດທີ່ສະຖິດຢູ່ໃນດວງໃຈ ຂອງປວງຊົນລາວ ກໍ່ຄື ຊາວຊຽງ ຂວາງ ຕະຫລອດມາ, ອຳນາດການ ປົກຄອງ ແລະ ຊາວເມືອງຄູນ ໄດ້ ພ້ອມກັນເອົາໃຈໃສ່ປົກປັກຮັກສາ ສະຖານທີ່ດັ່ງກ່າວໃຫ້ຢູ່ຄູ່ກັບເມືອງ ຄູນ ກໍ່ຄື ແຂວງຊຽງຂວາງ ໄປຊົ່ວ ກາລະນານ. * ແຂວງຊຽງຂວາງມີສະຖານທີ່ ທ່ອງທ່ຽວ ທີ່ຂຶ້ນຊື່ລືນາມລະດັບ ຊາດ ແລະ ໂດ່ງດັງໄປໄກໃນສາກົນ ໂລກ, ໂດຍສະເພາະສະຖານທີ່ ທ່ອງທ່ຽວທົ່ງໄຫຫີນ ມີສອງແຫ່ງ, ຖໍ້າປິວສະຖານທີ່ທ່ອງທ່ຽວທີ່ຕິດ ພັນກັບປະຫວັດສາດການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ແລະ ອື່ນໆ. ຢ່າງໃດກໍ່ຕາມສຳລັບບົດນີ້ຂໍສະເໜີ ສະຖານທີ່ທ່ອງທ່ຽວວັດເພຍວັດ ທີ່ ຂຶ້ນຊື່ລືນາມຂອງແຂວງຊຽງຂວາງ ກໍ່ຄື ເມືອງຄູນ ເຊິ່ງເປັນອະດີດເມືອງ
RkJQdWJsaXNoZXIy MTc3MTYxMQ==