19/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາວ-ສ ເກົາຫລີ...ົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ dt-;' xdl ,v[.[1A '1n o |j ;pra d xvf.l g0A ,c0' |a dc|h o xu 2024 ອັດຕາເງິນເຟີ້...ັິີ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໃຫ້ແກ່ກະຊວງສາທາລະນະສຸກ ຈັດ ຂຶ້ນໃນວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມເປັນ ສັກຂີພິຍານຂອງ ທ່ານ ສອນໄຊ ສີ ພັນດອນ ນາຍົກລັດຖະມົນຕີ ພ້ອມ ດ້ວຍທ່ານລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ຕີລາຄາສູງຕໍ່ການຊ່ວຍ ເຫລືອລ້າອຸປະກອນການແພດແລະ ວັກຊິນ ຈາກສະມາຄົມພັດທະນາ ອາຊີຈີນ ແລະ ບໍລິສັດ ລາວອາຊິພັດ ທະນາເສດຖະກິດ ແລະ ການລົງທຶນ ຈຳກັດ ໃນຄັ້ງນີ້ ເຊິ່ງຈະປະກອບ ສ່ວນອັນສຳຄັນ ເຂົ້າໃນວຽກງານ ການບໍລິການປິ່ນປົວ ແລະ ປ້ອງກັນ ພະຍາດ ຕາມຄາດໝາຍທີ່ວາງໄວ້, ລັດຖະບານ ແລະ ພາກສ່ວນກ່ຽວ ຂ້ອງຈະນໍາເອົາອຸປະກອນແລະວັກ ຊິນດັ່ງກ່າວ ໄປນໍາໃຊ້ໃຫ້ເກີດປະ ໂຫຍດສູງສຸດ ໂດຍສະເພາະໃຫ້ ເຖິງກຸ່ມເປົ້າໝາຍໃນການຮັບວັກ ຊິນຢ່າງທົ່ວເຖິງ. ພ້ອມນີ້, ທ່ານໄດ້ ຕາງໜ້າໃຫ້ລັດຖະບານ, ກະຊວງ ສາທາລະນະສຸກ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈມາ ຍັງສະມາຄົມພັດທະນາອາຊີຈີນ ແລະ ບໍລິສັດ ລາວອາຊີພັດທະນາ ເສດຖະກິດ ແລະ ການລົງທຶນຈຳ ກັດ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນວຽກງານສາທາລະ ນະສຸກ ໃນຄັ້ງນີ້ ໂດຍຫວັງຢ່າງຍິ່ງ ວ່າ ໃນຕໍ່ໜ້າຈະສືບຕ່ໍໄດ້ຮັບການ ຊ່ວຍເຫລືອຕື່ມອີກ.ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງ ໃຫ້ຊາບ ກ່ຽວກັບສະພາບການພັດ ທະນາເສດຖະກິດ-ສັງຄົມ ທີ່ພົ້ນ ເດັ່ນ, ລວມທັງນະໂຍບາຍສົ່ງເສີມ ການລົງທຶນ, ວຽກງານຈຸດສຸມແລະ ເຫດການສຳຄັນ ທາງດ້ານປະຫວັດ ສາດ ຂອງ ສປປ ລາວ ໃນປີ 2025; ໄດ້ສະເໜີສະມາຄົມເສດຖະກິດ ອາຊີຈີນ ລະດົມນັກລົງທຶນ ສປ ຈີນ ມາລົງທຶນ ຢູ່ ສປປ ລາວ ເພີ່ມຂຶ້ນ ໂດຍສະເພາະ ຂົງເຂດທີ່ມີທ່າແຮງ ເປັນຕົ້ນ ອຸດສາຫະກຳປຸງແຕ່ງແຮ່ ທາດ, ປຸງແຕ່ງກະສິກຳ, ການບໍລິ ການ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານຊວນ ຊຸນຈີ້ (Quan Shunji) ປະທານ ສະມາຄົມພັດທະນາເສດຖະກິດ ອາຊີ-ຈີນ ກໍມີຄຳເຫັນຕີລາຄາຄືນ ການພົວພັນຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃນໄລຍະຜ່ານມາ; ໄດ້ ແຈ້ງໃຫ້ຊາບກ່ຽວກັບບົດບາດ ຄວາມສຳຄັນ ແລະ ຜົນງານການ ເຄື່ອນໄຫວວຽກງານ ຂອງສະມາ ຄົມພັດທະນາເສດຖະກິດອາຊີ-ຈີນ ເຊິ່ງໄດ້ປະກອບສ່ວນເຂົ້າໃນການ ເສີມສ້າງສາຍພົວພັນ ແລະ ການ ຮ່ວມມື ຈີນ-ລາວ ນັບມື້ຈະເລີນ ງອກງາມຂຶ້ນເລື້ອຍໆ, ທັງປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງສອງປະເທດ ຈີນ ແລະ ລາວ ໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ໃນຕອນທ້າຍ, ກໍໄດ້ມອບ-ຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວຢ່າງເປັນ ທາງການ ເຊິ່ງກ່າວມອບໂດຍ ທ່ານ ຊວນຊຸນຈີ້ (Quan Shunji) ປະທານສະມາຄົມພັດທະນາເສດ ຖະກິດອາຊີ-ຈີນ ແລະ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດ ຖະມົນຕີກະຊວງສາທາລະນະສຸກ. ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ. ສົ່ງເສີມການລົງທຶນສີຂຽວ. ນອກນີ້, ຍັງແນໃສ່ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ສ ເກົາຫລີ ຄົບຮອບ 30 ປີ. ໃນກອງປະຊຸມ ທ່ານ ກູ ບອນ ຢອງ (Koo Bon Kyung) ປະ ທານອົງການ KOTRA ປະຈຳ ອາຊີ ຕາເວັນອອກສຽງໃຕ້ ແລະ ໂອເຊອານີ ເນັ້ນເຖິງເປົ້າໝາຍຂອງ ສ ເກົາຫລີ ທີ່ຈະບັນລຸການປ່ອຍ ອາຍກາກບອນ ເປັນສູນ (carbon neutrality) ໃນປີ 2050 ແລະ ເນັ້ນໜັກເຖິງຄວາມສຳຄັນຂອງ ສປປ ລາວ ໃນຖານະຄູ່ຮ່ວມມື ຍຸດ ທະສາດໃນການພັດທະນາພະລັງ ງານສີຂຽວ ເຊິ່ງກອງປະຊຸມຄັ້ງນີ້, ໄດ້ເປີດໂອກາດໃຫ້ພາກລັດ, ພາກ ທຸລະກິດ, ແລະ ຄູ່ຮ່ວມພັດທະນາ ຂອງພວກເຮົາທີ່ຈະແບ່ງປັນຍຸດທະ ສາດ, ວາງນະໂຍບາຍ ແລະ ກໍານົດ ໂຄງການທີ່ຊັດເຈນທີ່ ສາມາດກ້າວ ໄປສູ່ການລົງມືປະຕິບັດຕົວຈິງ. ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ກໍໄດ້ມີຄໍາເຫັນວ່າ: ພວກເຮົາ ກຳລັງຈັດຕັ້ງປະຕິບັດ ດຳລັດວ່າ ດ້ວຍ ກາກບອນເຄດິດ (Carbon Credit), ກະກຽມບົດລາຍງານ Nat i ona l l y Determi ned Contributions (NDC) 3.0 ແລະ ກໍາລັງປັບປຸງຍຸດທະສາດດ້ານ ການເງິນສີຂຽວ ໂດຍມີການສະໜັບ ສະໜັບສະໜູນຈາກບັນດາຄູ່ຮ່ວມມື ສາກົນ ເປັນຕົ້ນແມ່ນ ສ ເກົາຫລີ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຈາກບັນດາກະຊວງ ເຊັ່ນ: ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາ ແລະ ຂົນສົ່ງ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ນຳສະເໜີຫລາຍບັນ ຫາສຳຄັນ ໂດຍໄດ້ເນັ້ນໜັກເຖິງຍຸດ ທະສາດແຫ່ງຊາດກ່ຽວກັບການ ສິນເຊື່ອກາກບອນ, ການຫລຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ (GHG) ແລະ ການຫັນປ່ຽນພະ ລັງງານ. ພ້ອມນີ້, ຄູ່ຮ່ວມງານສາ ກົນເຊັ່ນ: ສະຖາບັນການຂະຫຍາຍ ຕົວສີຂຽວໂລກ (GGGI), ກອຍ ກາ (KOICA) ແລະ KOTRA ຍັງໄດ້ແບ່ງປັນຄວາມເຂົ້າໃຈກ່ຽວ ກັບການຊ່ວຍເຫລືອດ້ານວິຊາ ການ, ມາດຕາ 6 ສັນຍາປາຣີ ກ່ຽວ ກັບກົນໄກການຊື້-ຂາຍສິນ ເຊື່ອ ກາກບອນ ແລະ ກອບການລົງທຶນ ສີຂຽວ. ໂອກາດນີ້, ບັນດາບໍລິສັດ ພະ ລັງງານສີຂຽວຊັ້ນນຳຂອງ ສ ເກົາຫລີ ເຊັ່ນ: ກຸ່ມບໍລິສັດ CS Tech Consortium (ປະກອບ ດ້ວຍ NS Telecom, KCP, ແລະ Dasco), ບໍລິສັດ Enerwin Korea, MOA E&C, Thanks Carbon ແລະ EWC ຍັງໄດ້ນໍາ ສະເໜີກ່ຽວກັບການສາທິດການ ນໍາໃຊ້ເຕັກໂນໂລຊີ. ພ້ອມນີ້ຍັງໄດ້ ມີການເຊັນບົດບັນທຶກການຮ່ວມມື 2 ສະບັບ ຄື: ສັນຍາລະຫວ່າງ ບໍລິສັດ CS Tech Consortium ຈາກ ເກົາຫລີ ແລະ ບໍລິສັດ ວິສາ ຫະກິດລັດກໍ່ສ້າງ ແລະ ຕິດຕັ້ງເຄືອ ຂ່າຍໄຟຟ້າ (ECI) ເພື່ອພັດທະນາ ໂຄງລ່າງພື້ນຖານລົດຖີບໄຟຟ້າ ແລະ ລະບົບແລກປ່ຽນແບັດເຕີຣີ ແລະ ສັນຍາທີ 2 ແມ່ນເຊັນກັບ ບໍລິ ສັດ ASA Power Engineering ເພື່ອຮ່ວມພັດທະນາພະລັງງານ ແສງຕາເວັນ. ເຊິ່ງທັງສອງໂຄງ ການນີ້ , ມີຄວາມພ້ອມທີ່ຈະ ກາຍເປັນໂຄງການລິເລີ່ມ ສຳລັບ ການຂາຍສິນ ເ ຊື່ອກາກບອນ (Internationally Transferred Mi t i ga t i on Ou t comesITMO) ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ ພາຍໃຕ້ສັນຍາປາຣີ. ຕອນບ່າຍວັນດຽວກັນ, ກໍໄດ້ ມີກອງປະຊຸມ ລະຫວ່າງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ ແລະ KOTRAສໍານັກງານໃຫຍ່, ຜູ້ຕາງ ໜ້າຈາກກະຊວງການຄ້າ, ອຸດສາ ຫະກຳ ແລະ ພະລັງງານ ຂອງ ສ ເກົາຫລີ ໂດຍສຸມໃສ່ສົນທະນາ ກ່ຽວກັບການສ້າງຂອບແບບຮ່ວມ ມືສະເພາະ ເພື່ອບັນລຸເປົ້າໝາຍການ ຫລຸດຜ່ອນອາຍພິດເຮືອນແກ້ວ ພາຍໃນປີ 2030. ພ້ອມນີ້, ຍັງມີ ກອງປະຊຸມການຈັບຄູ່ທຸລະກິດ ໂດຍມີ 19 ບໍລິສັດ ໃຫຍ່ຂອງລາວ ເຂົ້າຮ່ວມການປຶກສາຫາລືແບບໜຶ່ງ ຕໍ່ໜຶ່ງກັບຜູ້ໃຫ້ບໍລິການດ້ານເຕັກ ໂນໂລຊີສີຂຽວ ແລະ ຜູ້ພັດທະນາ ໂຄງການຂອງ ສ ເກົາຫລີ ຕື່ມອີກ. ໃນເດືອນພຶດສະພາ 2022. ຜູ້ຍິງ ໄດ້ເຂົ້າສູ່ຕະຫລາດແຮງງານ ຫລາຍຂຶ້ນ ເຮັດໃຫ້ຄວາມແຕກ ໂຕນຂອງການຈ້າງງານລະຫວ່າງ ຍິງ-ຊາຍ ຫລຸດລົງຈາກ 8% ໃນ ເດືອນທັນວາ 2022 ເຫລືອພຽງ 1,9% ໃນເດືອນມັງກອນ 2025. ໃນຂະນະດຽວກັນ, ອັດຕາເງິນເຟີ້ທີ່ ສູງ, ການອ່ອນຄ່າຂອງເງິນ ແລະ ຄ່າຈ້າງຕົວຈິງທີ່່ຫລຸດລົງໄດ້ ເປັນ ປັດໄຈຫລັກໃຫ້ແຮງງານຫລາຍ ຄົນຫັນປ່ຽນ ຈາກການເຮັດວຽກ ໃນຂະແໜງການບໍລິການ ມາສູ່ ການເຮັດວຽກກະສິກຳ, ຈາກແຮງ ງານທີ່ມີຄ່າຈ້າງ ມາສູ່ການເຮັດ ວຽກໃຫ້ກັບຕົວເອງ ຫລື ອອກໄປ ເຮັດວຽກຢູ່ຕ່າງປະເທດ. ເນື່ຶອງ ຈາກນະໂຍບາຍການເງິນທີ່ຮັດກຸມ ແລະ ການຄວບຄຸມອັດຕາແລກ ປ່ຽນເງິນຕາຕ່າງປະເທດ, ອັດຕາ ເງິນເຟີ້ໄດ້ຄ່ອຍຫລຸດລົງ ຈາກ 26.2% ໃນກາງປີ 2024 ມາເປັນ 11,2% ໃນເດືອນມີນາ 2025. ແຕ່ເຖິງແນວໃດກໍຕາມ ອັດຕາເງິນ ເຟີ້ຍັງຄົງສູງ ແລະ ຫລາຍຄົວເຮືອນ ແມ່ນຢູ່ໃນສະຖານະທາງການເງິນ ທີ່ອ່ອນແອ ເນື່ອງຈາກການເພີ່ມຂຶ້ນ ຂອງລາຄາທີ່ສູງ ຢ່າງຕໍ່ເນື່ອງມາ ເປັນເວລາຫລາຍປີ. ທ່ານ Alex Kremer ຫົວໜ້າ ຫ້ອງການທະນາຄານໂລກ ປະຈຳ ລາວ ໄດ້ກ່າວວ່າ: ການຫັນປ່ຽນ ຂອງຕະຫລາດແຮງງານໃນລາວ ແມ່ນໄວຢ່າງໜ້າປະຫລາດໃຈ. ອັດຕາເງິນເຟີ້ທີ່ສູງ ແລະ ການ ອ່ອນຄ່າຂອງເງິນ ໃນໄລຍະເວລາ 3 ປີ ເຮັດໃຫ້ທາງເລືອກໃນການ ເຮັດວຽກມີການປັບປ່ຽນ, ມາດຕະ ຖານການດໍາລົງຊີວິດ ຂອງຄົວ ເຮືອນໄດ້ຮັບຜົນກະທົບ, ມີການ ເຄື່ອນຍ້າຍແຮງງານຫລາຍຂຶ້ນ ແລະ ເຮັດໃຫ້ການພັດທະນາທຶນ ມະນຸດເສຍຫາຍ. ຜົນການສຳຫລວດຄັ້ງນີ້, ຊີ້ໃຫ້ ເຫັນວ່າ: ຄອບຄົວໄດ້ໃຊ້ຊັບສິນ ຂອງເຂົາເຈົ້າໄປຈົນເກືອບໝົດ ແລະ ໃນທີ່ສຸດອາດຈະບໍ່ສາມາດ ຮັບມືກັບສະພາບດັ່ງກ່າວນີ້ໄດ້. ການເຕີບໂຕຂອງຄ່າຈ້າງຍັງຄົງ ທີ່, ຢູ່ທີ່ 13% ໃນເດືອນທັນວາ 2024, ໃນຂະນະທີ່ ການຫລຸດລົງ ຂອງອັດຕາຄ່າຈ້າງໄດ້ຊະລໍໂຕ ຄື 11,2% ໃນປີ 2023 ມາເປັນ 3,9% ໃນປີ 2024. ການເພີ່ມຂຶ້ນ ຂອງກຳໄລ ຈາກທຸລະກິດຄອບຄົວ ທີ່ບໍ່ແມ່ນທຸລະກິດກະສິກໍາ ຊະລໍ ໂຕລົງເຊັ່ນກັນ ເຊິ່ງອັດຕາການ ເພີ່ມຂຶ້ນຂອງກຳໄລນີ້ ແມ່ນຕໍ່າກວ່າ ການເຕີບໂຕຂອງຄ່າຈ້າງ. ກຳໄລ ສະ ເລ່ຍຈາກທຸລະກິດເພີ່ມຂຶ້ນ 7,4% ຕໍ່ປີ ໃນທ້າຍເດືອນທັນວາ 2024 ເຊິ່ງການເພີ່ມຂຶ້ນນີ້ແມ່ນຕໍ່າ ກວ່າອັດຕາການເຕີບໂຕຂອງຄ່າ ຈ້າງປະຈໍາປີ ເຊິ່ງມີອັດຕາຢູ່ 13% ແລະ ອັດຕາເງິນເຟີ້ 16,9%. ໃນ ເຂດຊົນນະບົດ, ຄົວເຮືອນຍັງສືບ ຕໍ່ຂະຫຍາຍເຮັດການຜະລິດກະສິ ກໍາ ແລະ ຂາຍຜົນຜະລິດຫລາຍຂຶ້ນ ເນື່ອງຈາກກຳໄລທີ່ໄດ້ຈາກການ ເຮັດການຜະລິດກະສິກໍາ ຍັງສູງ ກວ່າທຸລະກິດປະເພດອື່ນ ທີ່ບໍ່ແມ່ນ ທຸລະກິດກະສິກໍາ. ການເຄື່ອນຍ້າຍຂອງແຮງງານ ໄປເຮັດວຽກຢູ່ຕ່າງປະເທດ ຍັງມີຢູ່ ເນື່ອງມາຈາກການດີ້ນຮົນຊອກຫາ ໂອກາດ ຂອງການຈ້າງງານທີ່ດີ ກວ່າ ແລະ ເງິນເດືອນທີ່ສູງກວ່າໃນ ຕ່າງປະເທດ, ຕາມການລາຍງານ ໃນເດືອນມັງກອນ 2025 ເຫັນ ວ່າ ໜຶ່ງສ່ວນສາມຂອງຈຳນວນ ແຮງງານ ທີ່ໄປເຮັດວຽກຢູ່ຕ່າງປະ ເທດ ໄດ້ເດີນທາງອອກຈາກລາວ ໃນປີ 2024 ເງິນທີ່ໄດ້ຈາກການ ໄປເຮັດວຽກຢູ່ຕ່າງປະເທດ ຖືກ ສົ່ງກັບມາເພື່ອການສະໜັບສະໜູນ ລາຍໄດ້ຂອງຄອບຄົວ ເຊິ່ງ 8,6% ຂອງຄອບຄົວທີ່ຖືກສຳຫລວດ ໄດ້ ຮັບເງິນໂອນໃນປີ 2024 ໂດຍ ສະເລ່ຍແມ່ນ 22,9 ລ້ານກີບຕໍ່ປີ ຫລື ເທົ່າກັບ 76% ຂອງ ຄ່າຈ້າງ ຂັ້ນຕໍ່າຕໍ່ປີ. ເພື່ອຮັບມືກັບລາຄາອາຫານທີ່ ສູງ, ຫລາຍຄອບຄົວ ໄດ້ນໍາເງິນ ເກັບ-ເງິນທ້ອນມາໃຊ້, ຂາຍສັດ ລ້ຽງ ຫລື ຊັບສິນອື່ນໆ ຫລື ກູ້ໜີ້ຢືມ ສິນ ເຊິ່ງຮູບແບບການຮັບມືເຫລົ່າ ນີ້, ກຳລັງເຮັດໃຫ້ສະຖານະພາບ ດ້ານຊັບສິນຂອງຄອບຄົວຫລຸດລົງ, ຄວາມສາມາດໃນການຟື້ນໂຕ ແລະ ການສ້າງລາຍໄດ້ ໃນການອະນາຄົດ ມີຄວາມອ່ອນແອ, ໜຶ່ງສ່ວນສາມ ຂອງຄົວເຮືອນ ໄດ້ຫລຸດຄ່າໃຊ້ຈ່າຍ ໃນດ້ານສຸຂະພາບ ແລະ ການສຶກ ສາ, ເດັກນ້ອຍຈາກຄອບຄົວທີ່ຍາກ ຈົນ ມີໂອກາດທີ່ຈະບໍ່ໄດ້ເຂົ້າໂຮງ ຮຽນຫລາຍ ສະແດງອອກຄື ໃນ ເດືອນມັງກອນ 2025 ເດັກນ້ອຍໃນ ເກນອາຍຸເຂົ້າຮຽນ ຈາກຄອບຄົວທີ່ ມີລາຍໄດ້ຕໍ່າກວ່າ ບໍ່ໄດ້ລົງທະບຽນ ເຂົ້າຮຽນ 11,4% ເຊິ່ງສູງກວ່າ ເດັກນ້ອຍຈາກຄອບຄົວທີ່ມີສະຖາ ນະດີກວ່າ ສະເລ່ຍ 4,5%. ການສ້າງ ແລະ ປັບປຸງ ມາທັງ ໝົດ ຈໍານວນ 4 ສະບັບ ເຫັນວ່າ ກົດໝາຍດັ່ງກ່າວ ຍັງບໍ່ທັນໄດ້ຮັບ ການຜັນຂະຫຍາຍອອກເປັນນິຕິ ກໍາໃຕ້ກົດໝາຍ ທີ່ເປັນຄູ່ມື ໂດຍສະ ເພາະແມ່ນວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນ ທໍາ. ດັ່ງນັ້ນ, ກໍາມາທິການຍຸຕິທໍາ ຈຶ່ງຈັດກອງປະຊຸມເພື່ອກວດກາຄືນ ແລະ ປັບປຸງເນື້ອໃນໃຫ້ມີຄວາມ ສົມບູນ ແລະ ສອດຄ່ອງກັບນິຕິກໍາ ຕ່າງໆ ທີ່ໄດ້ມີການປັບປຸງໃນປັດ ຈຸບັນ. ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ພ້ອມກັນກວດກາ ແລະ ປັບປຸງຄືນ ເນື້ອໃນປຶ້ມຄູ່ມືການຮັບ ແລະ ພິ ຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈໍາສະພາປະຊາຊົນ ຂັ້ນແຂວງ ແລະ ຄະນະປະຈໍາສະພາ ແຫ່ງຊາດ; ປັບປຸງຂໍ້ຕົກລົງວ່າ ດ້ວຍການຮັບ, ຄົ້ນຄວ້າ ແລະ ພິຈາ ລະນາຄໍາຮ້ອງຂໍຄວາມເປັນທໍາ; ຄົ້ນຄວ້າປັບປຸງເນື້ອໃນຂໍ້ຕົກລົງ ຮ່ວມວ່າດ້ວຍການປະສານງານ ລະຫວ່າງ ກໍາມາທິການຍຸຕິທໍາ ກັບ ສານປະຊາຊົນສູງສຸດ. ຂ່າວ: ອາລິນ ສຸພິມມະປະດິດ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດກອງປະຊຸມສະຫລຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ພ້ອມທັງ ມອບໃບຢັ້ງຢືນ ໃຫ້ບັນດາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ອ້ອມຂ້າງກະຊວງປ້ອງກັນ ຄວາມສະຫງົບ ປະຈຳປີ 2024 ໃນ ວັນທີ 15 ພຶດສະພາ 2025 ໂດຍ ການເປັນປະທານຂອງສະຫາຍພົທ ກົງທອງ ພົງວິຈິດ ກຳມະການສູນ ກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ມີບັນດາຄະນະ ພັກກະຊວງ, ຄະນະພັກກົມໃຫຍ່, ກອງບັນຊາການແລະວິທະຍາຄານ ອ້ອມຂ້າງອົງຄະນະພັກກະຊວງ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ. ສະຫາຍ ພັອ ພຽນສີ ແສງ ຄໍາຢອງ ຄະນະພັກກົມໃຫຍ່ການ ເມືອງ, ຫົວໜ້າກົມພັກ ໄດ້ກ່າວວ່າ: ຄະນະພັກ-ຄະນະນໍາກະຊວງ, ຄະ ນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ ຖືສໍາຄັນ ແລະ ເປັນຄວາມຮັບຜິດ ຊອບໂດຍກົງ ຕໍ່ການດໍາເນີນການ ຄັດເລືອກ ໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະໜັກແໜ້ນ ໂດຍໄດ້ນໍາພາ ສ້າງແຜນການ, ຄາດໝາຍສູ້ຊົນ ແລະ ກຳນົດຂໍ້ແຂ່ງຂັນກັນໃນແຕ່ ລະປີ; ໄດ້ນໍາພາສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ແກ່ສະ ມາຊິກພັກ,ນາຍແລະພົນຕຳຫລວດ ຢ່າງເປັນປົກກະຕິຕໍ່ເນື່ອງ; ການດໍາ ເນີນຊີວິດການເມືອງ ຄັດເລືອກ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນປະຈຳປີແມ່ນໄດ້ດໍາເນີນຕາມ ບາດກ້າວ, ຂັ້ນຕອນ ກໍຄື ນິຕິກຳທີ່ ຂັ້ນເທິງວາງອອກ ໂດຍມີການຕິດ ຕາມຊຸກຍູ້, ກວດກາປະເມີນຜົນ, ໃນປີນີ້ ແມ່ນໄດ້ດໍາເນີນໄປຄຽງຄູ່ ກັບການຈັດຕັ້ງດໍາເນີນກອງປະຊຸມ ໃຫຍ່ຂັ້ນຮາກຖານພັກ, ຄະນະພັກ ແຕ່ລະຂັ້ນ ໄດ້ສະຫລຸບຕີລາຄາການ ນໍາພາລວມ, ມີດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ສໍາຫລວດກວດກາ ບຸກຄົນໃນຄະນະພັກ, ສະມາຊິກພັກ ຕະຫລອດໄລຍະໜຶ່ງສະໄໝຜ່ານ ມາ, ຜ່ານການຈັດຕັ້ງດໍາເນີນຕົວ ຈິງ ເຫັນວ່າມີການຫັນປ່ຽນຢ່າງຕັ້ງ ໜ້າ ແລະ ແຂງແຮງ. ຜ່ານການຕີລາຄາແບ່ງປະເພດ ສະມາຊິກພັກ ແລະ ຕີລາຄາການ ຄັດເລືອກ ໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ປະຈໍາປີ 2024, ຕີລາຄາແບ່ງປະເພດຂອງ ສະມາຊິກພັກ ແລະ ຮາກຖານພັກ, ຕີລາຄາແບ່ງປະເພດ ສະມາຊິກພັກ ທັງໝົດ 9.918 ສະຫາຍ, ຍິງ 2.340 ສະຫາຍ. ໃນນັ້ນ, ໄດ້ສະມາ ຊິກພັກແຂງ 7.818 ສະຫາຍ, ຍິງ 1.850 ສະຫາຍ ກວມ 97,14%, ສະມາຊິກພັກກາງ 188 ສະຫາຍ, ຍິງ 39 ສະຫາຍ ກວມ 2,33%, ສະມາຊິກພັກອ່ອນ 39 ສະຫາຍ, ຍິງ 5 ສະຫາຍ ກວມ 0,48%. ນອກນີ້, ຍັງມີສະມາຊິກພັກບໍ່ໄດ້ ແບ່ງປະເພດ 1.870 ສະຫາຍ, ຍິງ 409 ສະຫາຍ ເຫດຜົນຍົກຍ້າຍມາ ໃໝ່, ພັກປິ່ນປົວຍາວນານ ແລະ ສະ ມາຊິກພັກສຳຮອງ. ສຳລັບການຕີລາຄາປະເພດ ຮາກຖານພັກ ປີ 2024 ທົ່ວອົງ ຄະນະພັກກະຊວງປ້ອງກັນຄວາມ ສະຫງົບ ມີ 14 ອົງຄະນະພັກ, 3 ຄະນະພັກຮາກຖານຂຶ້ນກັບ, ມີຮາກ ຖານພັກລວມທັງໝົດ 373 ຮາກ ຖານ. ໃນນັ້ນ, ມີຄະນະພັກຮາກ ຖານ 27 ຮາກຖານ, ໜ່ວຍພັກຮາກ ຖານ 187 ຮາກຖານ, ໜ່ວຍພັກຂຶ້ນ ກັບຄະນະພັກຮາກຖານ159ໜ່ວຍ, ໄດ້ແບ່ງປະເພດ 287 ໜ່ວຍ, ບໍ່ ໄດ້ແບ່ງປະເພດ 59 ໜ່ວຍ(ສ້າງ ໃໝ່). ຜົນການຕີລາຄາແບ່ງປະ ເພດໜ່ວຍພັກ ຄື: ໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ມີ 217 ໜ່ວຍ, ທຽບໃສ່ປີ 2023 ເພີ່ມຂຶ້ນ 5 ໜ່ວຍ; ໜ່ວຍພັກ ກາງ 70 ໜ່ວຍ; ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 17 ກົມ ກອງ. ໃນນັ້ນ, ໜ່ວຍພັກ ທີ່ໄດ້ຮັບ ນາມມະຍົດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສູງສຸດ 6 ປີ ຕິດຕໍ່ກັນ ມີ 69 ໜ່ວຍ, 5 ປີຕິດຕໍ່ ກັນ 14 ໜ່ວຍ, 4 ປີຕິດຕໍ່ກັນມີ 18 ໜ່ວຍ, 3 ປີຕິດຕໍ່ກັນ 34 ໜ່ວຍ, 2 ປີຕິດຕໍ່ກັນ 27 ໜ່ວຍ ແລະ ສະເໜີ ຮັບຮອງໃໝ່ມີ 55 ໜ່ວຍ. ໃນພິທີ ຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2024 ໃຫ້ຕາງໜ້າ 217 ໜ່ວຍພັກອ້ອມຂ້າງກະຊວງ, ໃຫ້ກຽດມອບໂດຍ ສະຫາຍ ພົທ ກົງທອງ ພົງວິຈິດ ພ້ອມດຽວກັນ, ຄະນະພັກ 17 ກົມກອງທີ່ຂຶ້ນກັບ ກະຊວງ ໄດ້ຂຶ້ນຈັບມືແຂ່ງຂັນ ການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີຕໍ່ໄປ ເພື່ອພ້ອມ ກັນສືບຕໍ່ກໍ່ສ້າງໜ່ວຍພັກ, ສະມາ ຊິກພັກ ທົ່ວກຳລັງປ້ອງກັນຄວາມ ສະຫງົບ ໃຫ້ເຕີບໃຫຍ່ແຂງແຮງ ຮອບດ້ານ. ຂ່າວ: ແຕັນ; ພາບ: ແບັງ ແກ້ວລະຄອນ ກວດກາ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ ສະ ພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ນັບຕັ້ງ ແຕ່ກົດໝາຍ ວ່າດ້ວຍການແກ້ໄຂ ຄໍາຮ້ອງຂໍຄວາມເປັນທໍາ ໄດ້ຮັບ
RkJQdWJsaXNoZXIy MTc3MTYxMQ==