7029

16/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮສສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 4 gfn vo8Q oxu 2025 dko0q olqj ',a o8Q o zj komk']q fw2]k;{9u o gruj ,0B o 43% ຮວຜທ... ຄະນະພະແນກທີ່ຂຶ້ນກັບຫ້ອງສຶກ ສາ ແລະ ຄູ-ອາຈານ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກ ສາ ໄດ້ຜ່ານແຜນການສອບເສັງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳ, ອະນຸກຳມະການ ສອບ ເສັງພາກຮຽນທີ II ປະຈຳສົກຮຽນ 2024-2025, ພ້ອມນີ້ ກອງປະ ຊຸມຍັງໄດ້ຜ່ານກົດລະບຽບການ ສອບເສັງ, ສິດ ແລະ ໜ້າທີ່ຂອງ ກຳມະການຍາມຫ້ອງສອບເສັງ ແລະ ຜ່ານຕາຕະລາງສອບເສັງ. ທັງນີ້, ກໍເພື່ອເປັນການກວດກາຄືນ ໃນການຈັດຕັ້ງການຮຽນ-ການ ສອນ ໃນໄລຍະໜຶ່ງສົກຮຽນທີ່ຜ່ານ ມາຂອງ ຄູ-ອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນຕອນບາດ ກ້າວຂອງການຮຽນ-ການສອນ ຂອງລະບົບສາມັນສຶກສາ ຕາມທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ເປັນການວັດແທກ, ປະເມີນຜົນການຮຽນ-ການສອນ, ທັງເປັນການຮັບປະກັນໃຫ້ບັ້ນ ດຳເນີນການສອບເສັງ ໃຫ້ນັກຮຽນ ຊັ້ນ ມ2, ມ6 ແລະ ມ7 ເຂົ້າຮ່ວມ ສອບເສັງຢ່າງເປັນຂະບວນການ ຟົດຟື້ນ, ມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ບັນລຸຕາມແຜນການ ວາງອອກໃຫ້ໄດ້ຮັບຜົນສູງ. ໂອກາດນີ້ສະຫາຍ ພັນເອກ ເພັດ ສະໝອນ ວິລະວອນ ກໍໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ, ພ້ອມທັງຮຽກ ຮ້ອງໃຫ້ບັນດາສະຫາຍທີ່ຖືກການ ແຕ່ງຕັ້ງຮັບຜິດຊອບຄັ້ງນີ້, ພ້ອມກັນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ປະສົບ ຜົນສຳເລັດ, ຮັກສາຈັນຍາບັນ-ຈັນ ຍາທຳ, ຮັກສາຄວາມສະຫງົບໃຫ້ ໄດ້100%,ປະຕິບັດຕາມກົດລະບຽບ ເພື່ອເຮັດໃຫ້ການສອບເສັງພາກ ຮຽນທີ II ສົກຮຽນ 2024-2025 ນີ້ ໄດ້ຮັບໝາກຜົນຕາມຄາດໝາຍ ທີ່ວາງໄວ້. ຂ່າວ: ໂອລິນ ມິ່ງມີໄຊ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທັງນີ້, ກໍເພື່ອເປັນທາງເລືອກ ໃຫ້ແກ່ປະຊາຊົນລາວກໍຄືຊາວຕ່າງ ປະເທດທີ່ພວມອອກແຮງງານຢູ່ ແຂວງຄຳມ່ວນ ເຂົ້າມາໃຊ້ການບໍລິ ການປິ່ນປົວສຸຂະພາບ, ເຂົ້າເຖິງ ການບໍລິການ ທີ່ມີຄຸນນະພາບສູງ ເພື່ອຫລຸດຜ່ອນການໄປປິ່ນປົວຢູ່ຂັ້ນ ສູນກາງ ຫລື ຕ່າງປະເທດ. ໃນພິທີ ທ່ານ ຖາງຈິ່ນ ປິງ ໄດ້ ໃຫ້ຮູ້ວ່າ: ໂຮງໝໍແຫ່ງນີ້ ຕັ້ງຢູ່ ເມືອງທ່າແຂກ ແຂວງຄໍາມ່ວນ ໃນເນື້ອທີ່ 20.000 ຕາແມັດ, ມູນ ຄ່າການລົງທຶນ 9 ລ້ານໂດລາສະ ຫະລັດ, ຂະໜາດ 100 ຕຽງ, ມີ ພະນັກງານທັງໝົດ 102 ຄົນ. ໃນ ນັ້ນ, ພະນັກງານຈາກ ສປ ຈີນ 16 ຄົນ ແລະ ພະນັກງານຝ່າຍລາວ 86 ຄົນ, ປະກອບມີພະແນກພາຍໃນ, ພະແນກພາຍນອກ, ພະແນກກະ ດູກ, ພະແນກຫູ-ຕາ-ດັງ-ຄໍ, ພະ ແນກປິ່ນປົວພະຍາດຜິວໜັງ, ພະ ແນກປະສູດ ແລະ ເພດຍິງ, ພະແນກ ວິເຄາະ, ພະແນກລັງສີວິທະຍາ, ພະແນກການແພດເລືອດວິທະຍາ, ພະແນກພື້ນເມືອງຈີນແລະ ພະແນກ ອື່ນໆ. ພ້ອມນີ້, ຍັງມີສິ່ງອໍານວຍ ຄວາມສະດວກໃນການຮັກສາສຸ ຂະພາບຄົບວົງຈອນ, ມີເຄື່ອງມື- ອຸປະກອນການແພດທີ່ທັນສະໄໝ, ມີແພດໝໍ, ພະຍາບານ ທີ່ມີຄວາມ ຊຳນານໃນການປິ່ນປົວ. ທ່ານ ບຸນແຝງ ພູມມະໄລສິດ ໄດ້ມີຄໍາເຫັນວ່າ: ການບໍລິການ ທາງການແພດທີ່ດີມີຄຸນນະພາບ ແມ່ນຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ແລະ ປະຊາຊົນບັນດາ ເຜົ່າ, ກະຊວງສາທາລະນະສຸກ ຍາມໃດກໍພັດທະນາ ແລະ ປັບປຸງ ຄຸນນະພາບ ແລະ ການບໍລິການ, ເປັນໃຈການຂອງລະບົບສາທາ ລະນະສຸກໂດຍນໍາໃຊ້ຊັບພະຍາ ກອນທີ່ມີຈໍາກັດ. ໂຮງໝໍແຫ່ງນີ້, ມີການອອກແບບ-ກໍ່ສ້າງທີ່ໄດ້ມາດ ຕະຖານດີສົມຄວນ ດ້ານອາຄານ ສະຖານທີ່, ສິ່ງອໍານວຍຄວາມສະ ດວກ ອຸປະກອນການແພດ ແລະ ລະບົບການບໍລິຫານ ແລະ ວິຊາ ການມີປະສົບການຫລາຍປີ, ພາຍ ຫລັງທີ່ເປີດນໍາໃຊ້ແລ້ວ ຈະຊ່ວຍ ຍົກສູງຄຸນນະພາບຊີວິດການເປັນ ຢູ່ຂອງປະຊາຊົນແຂວງຄໍາມ່ວນ ກໍຄື ແຂວງອ້ອມຂ້າງ ແລະ ຊາວ ຕ່າງປະເທດທີ່ມາລົງທຶນພາຍໃນ ພາກກາງ ແລະ ພາກໃຕ້ຂອງລາວ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມ ຫວັງວ່າ ພາຍຫລັງເປີດນໍາໃຊ້ແລ້ວ ໂຮງໝໍແຫ່ງນີ້ ຈະສືບຕໍ່ພັດທະນາ ດ້ານວິຊາການ ແລະ ການບໍລິການ ຈັດການໃຫ້ຄົນເຈັບປອດໄພຫາຍ ດີຈາກການເຈັບເປັນ ແລະ ມີການ ຮ່ວມມືກັບພາກລັດ ກໍຄື ໂຮງໝໍ ແຂວງຄຳມ່ວນ, ໂຮງໝໍເມືອງ ເພື່ອ ໂດຍສະເພາະ ນໍາໃຊ້ເຂົ້າໃນວຽກ ງານການຫັນຫ້ອງການເປັນທັນ ສະໄໝ ຮູບແບບການສ້າງຖານຂໍ້ ມູນການສື່ສານແບບອອນລາຍ, ການສົ່ງຂໍ້ມູນຂ່າວສານ ແລະ ເອ ກະສານຜ່ານລະບົບ G-Share, G-Drive ໃຫ້ນັບມື້ພັດທະນາຂຶ້ນ ເປັນກ້າວໆ. ທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ ໄດ້ມີຄໍາເຫັນວ່າ: ພວກເຮົາທັງໝົດ ໃນນາມເປັນເສນາທິການໃຫ້ຄະ ນະພັກ-ຄະນະນຳ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຈາກພື້ນຖານເນື້ອ ໃນ, ທາດແທ້ຂອງການຫັນເປັນດີຈິ ຕອນໃຫ້ໄດ້ຢ່າງຄົບຖ້ວນ ແລະ ເລິກ ເຊິ່ງ ເພື່ອຫັນປ່ຽນດ້ານແນວຄິດ ແລະ ຈິນຕະນາການໃໝ່, ປັບປຸງ ແບບແຜນວິທີເຮັດວຽກ ແລະ ການ ຜະລິດໃຫ້ມີລັກສະນະທີ່ກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ ເພື່ອ ສ້າງໂອກາດ ໃຫ້ ສປປ ລາວ ມີບາດ ກ້າວບຸກທະລຸໃໝ່ໃນການພັດທະນາ ເສດຖະກິດ-ສັງຄົມຂອງຂະແໜງ ການ ຈຳເປັນທີ່ສຸດຕ້ອງຫັນເປັນດີຈິ ຕອນ ເພື່ອພັດທະນາຂະແໜງ ຮສສ ໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. G-Share, G-Drive ແມ່ນ ລະບົບຈັດເກັບເອກະສານໃນຮູບ ແບບ (Cloud_storage) ຄ້າຍ ຄືກັບລະບົບ Google Drive, OneDrive, Dropbox ເຮັດ ໜ້າທີ່ເປັນບ່ອນຈັດເກັບເອກະສານ ແບບລວມສູນ, ສາມາດເປີດໃຊ້ໄດ້ ທຸກທີ່ທຸກເວລາ ຜ່ານລະບົບເຄືອ ຂ່າຍອິນເຕີເນັດ, ສາມາດແບ່ງປັນ ແລະ ແກ້ໄຂເອກະສານຮ່ວມກັນ ໃນເວລາດຽວກັນໄດ້ ເຊິ່ງການນໍາ ໃຊ້ລະບົບ G-Share, G-Drive ສາມາດນໍາໃຊ້ຜ່ານຄອມພິວເຕີ ແລະ ໂທລະສັບມືຖື. ຂໍ້ມູນ-ພາບ: ຂ່າວສານ ຮສສ ຂປລ. ນັບແຕ່ເປີດໃຫ້ບໍລິການ ທາງລົດໄຟລາວ-ຈີນ ໄດ້ກາຍເປັນ ຊ່ອງທາງຫລັກໃນການສົ່ງອອກ ສິນຄ້າກະສິກໍາຂອງລາວ ໂດຍ ສະເພາະ ແມ່ນສິນຄ້າກະສິກຳປະ ເພດມັນຕົ້ນ ເຊິ່ງໃນ 4 ເດືອນຕົ້ນ ປີ 2025 ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5.750 ຕູ້ຄອນເທັນເນີ ຫລື ປະມານ 156.000 ໂຕນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາ. ເພື່ອເປັນການກະຕຸ້ນການສົ່ງ ອອກ ສິນຄ້າກະສິກໍາ ແລະ ປະກອບ ສ່ວນເຂົ້າໃນການສ້າງສາພັດທະ ນາເສດຖະກິດຂອງລາວ ໃນໄລຍະ ຜ່ານມາ, ທາງລົດໄຟ ລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດ ໃນການ ຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫລັກການ “ໃຫ້ບຸລິມະສິດ ໃນການອະນຸມັດ ແລະ ໃຫ້ບຸລິມະ ສິດໃນການຂົນສົ່ງກ່ອນ”, ບໍ່ວ່າ ປະລິມານຈະໜ້ອຍ ຫລື ຫລາຍ ພຽງແຕ່ຜູ້ປະກອບການຮຽກຮ້ອງ ຕ້ອງການ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນຢ່າງເຕັມທີ່. ພ້ອມກັນນີ້, ຍັງໄດ້ປັບປຸງການຈັດ ຕັ້ງ ແລະ ເພີ່ມຈຳນວນຖ້ຽວລົດໄຟ ສຳລັບຂົນສົ່ງສິນຄ້າກະສິກຳ, ສົມທົບເຈົ້າໜ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫລຸດ ຂັ້ນຕອນ ແລະ ໄລຍະເວລາໃນການ ແຈ້ງພາສີ, ຮັບປະກັນໃຫ້ສິນຄ້າ ກະສິກຳຂອງລາວສາມາດສົ່ງ ອອກໄດ້ວ່ອງໄວ ແລະ ທັນເວລາ. ທາງລົດໄຟລາວ-ຈີນ ໄດ້ກາຍ ເປັນເສັ້ນທາງຫລັກທີ່ມີປະສິດທິ ພາບສູງ ໃນການສົ່ງອອກສິນຄ້າ ກະສິກໍາໄປຍັງ ສປ ຈີນ ຂອງ ສປປ ລາວ ແລະ ພາກພື້ນ ດ້ວຍທ່າແຮງ ທີ່ເປັນຊ່ອງທາງທີ່ປອດໄພ, ຄ່າ ຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະ ສະດວກສະບາຍ, ສາມາດ ຕອບສະໜອງຄວາມຕ້ອງການ ສົ່ງອອກຂອງຜູ້ປະກອບການ, ຊ່ວຍຊຸກຍູ້ການສົ່ງອອກສິນຄ້າປະ ສິກຳຂອງ ສປປ ລາວ. ສະເພາະ ປີ 2025 ມາຮອດວັນທີ 14 ພຶດ ສະພາ, ທາງລົດໄຟລາວ-ຈີນ ສາ ມາດຂົນສົ່ງສິນຄ້າກະສິກຳໄດ້ ທັງໝົດ 172.410 ໂຕນ, ເພີ່ມຂຶ້ນ 40,18% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ, ປີ 2024 ທີ່ຜ່ານມາປະລິມານສິນຄ້າກະ ສີກໍາປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ສິນຄ້າ ກະສິກຳອື່ນໆຂອງລາວ ທີ່ຂົນສົ່ງ ຜ່ານທາງລົດໄຟລາວ-ຈີນ ເຂົ້າສູ່ ຕະຫລາດໃນເມືອງໃຫຍ່ຂອງຈີນ ເຊັ່ນ: ເມືອງຄຸນໝິງ, ເມືອງສົງ ຊິ້ງ, ເມືອງກວາງໂຈ ແລະ ເມືອງ ອື່ນໆ ເພີ່ມຂຶ້ນ 79% ເມື່ອທຽບ ໃສ່ປີ 2023, ເປັນການຊ່ວຍເບີກ ທາງ ແລະ ເປີດຕະຫລາດສາກົນ ໃຫ້ຜະລິດຕະພັນກະສິກໍາຂອງລາວ ໄດ້ອີກບາດກ້າວໝຶ່ງ. ຂໍ້ມູນ: ບໍລິສັດທາງລົດໄຟ ລາວ-ຈີນ ເປີດນຳໃຊ້ໂຮງໝໍ...ີ້ໍ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ, ເມື່ອບໍ່ດົນມານີ້, ຫ້ອງ ການ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ) ຈັດ ສໍາມະນາ ສ້າງຄວາມເຂັ້ມແຂງ ໃນການຈັດເກັບ ແລະ ການນຳໃຊ້ ເອກະສານຮ່ວມກັນ ຜ່ານລະບົບ G-Share, G-Drive ໃຫ້ຄະນະ ກົມ ແລະ ຄະນະວິຊາການ ພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ. ທັງນີ້ ກໍເພື່ອໃຫ້ຮູ້ປະຕິບັດວຽກ ຕົວຈິງຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ ເຖິງການນໍາໃຊ້ລະບົບເຕັກໂນໂລ ຊີ ເຂົ້າໃນຂົງເຂດວຽກງານ, ການ ພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງພັກລັດ ແລະ ກິດຈະກຳຕ່າງໆທາງສັງ ຄົມ, ລວມທັງການນໍາໃຊ້ເຂົ້າໃນ ຊີວິດປະຈຳວັນຂອງທົ່ວສັງຄົມ ສົມທົບກັນແລກປ່ຽນບົດຮຽນ, ປະສົບການ, ການບໍລິການວິຊາ, ການບໍລິຫານໂຮງໝໍຢ່າງຮອບ ດ້ານ, ສ້າງຄວາມເຂັ້ມແຂງ ທາງ ດ້ານວິຊາການຮ່ວມກັນ. ນອກນັ້ນ, ທາງດ້ານລາຄາການບໍລິການ ກໍ ໃຫ້ສົມເຫດສົມຜົນ ແລະ ເປັນທຳ. ໂຮງໝໍສາກົນຄຳມ່ວນແຫ່ງ ນີ້, ຍັງມີຂະແໜງຢາພື້ນເມືອງ ຈີນ ທີ່ກວດສຸຂະພາບດ້ວຍຈັບຊີບ ພະຈອນ, ປັກເຂັມ, ດູດເລືອດລົມ ດ້ວຍຫລອດແກ້ວ ແລະ ອື່ນໆ ເຊິ່ງ ເປັນອີກທາງເລືອກໜຶ່ງໃນການໃຫ້ ບໍລິການ ແກ່ຜູ້ມາໃຊ້ບໍລິການ. ຂ່າວ: ວີລະວັນ; ພາບ: ກອງຄໍາ

RkJQdWJsaXNoZXIy MTc3MTYxMQ==