lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 16/05/2025 xtgmf]k; ປີ 2024...ີ ກາງ ແລະ ທ່ານ ບຸນໂຈມ ອຸບົນ ປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະ ຫວັນນະເຂດ ເຂົ້າຮ່ວມເປັນປະ ທານ ກອງປະຊຸມສະຫລຸບວຽກ ງານກວດກາທົ່ວແຂວງ ປະຈໍາ ປີ 2024 ເຊິ່ງປີ 2024 ຜ່ານມາ ແຂວງສະຫວັນນະເຂດ ໄດ້ປະຕິບັດ ວິໄນສະມາຊິກພັກ ແລະ ອາຍັດລົດ ໃຫຍ່ຫລາຍຄັນ. ໃນກອງປະຊຸມ, ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາ ພັກແຂວງ, ປະທານຄະນະກວດ ກາພັກແຂວງ, ປະທານອົງການ ກວດກາແຂວງ ແລະ ຫົວໜ້າຕ້ານ ການສໍ້ລາດບັງຫລວງຂັ້ນແຂວງ ໄດ້ຜ່ານບົດສະຫລຸບ ຕີລາຄາການ ເຄື່ອນໄຫວວຽກງານກວດກາ ປະ ຈຳປີ 2024 ໂດຍຍົກໃຫ້ເຫັນ ດ້ານດີ ແລະ ຜົນສຳເລັດໃນການ ເຄື່ອນໄຫວວຽກງານກວດກາ; ປັດ ຈຸບັນທົ່ວແຂວງປະກອບມີ 14 ອົງ ຄະນະພັກເມືອງ-1 ນະຄອນ ແລະ 2 ຄະນະພັກກອງບັນຊາການ ປກຊປກສ ແຂວງ, ມີ 22 ຄະນະພັກ ຮາກຖານ, 22 ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ; ໄດ້ດຳເນີນຊີວິດ ການເມືອງທ້າຍສະໄໝ ແລະ ດຳ ເນີນກອງປະຊຸມໃຫຍ່ຄະນະພັກ ຮາກຖານ,ໜ່ວຍພັກຮາກຖານອ້ອມ ຂ້າງແຂວງທີ່ຄົບວາລະກອງປະຊຸມ ສຳເລັດ 6 ຄະນະພັກຮາກຖານ ແລະ 2 ໜ່ວຍພັກ; ບົ່ງຕົວແຕ່ງຕັ້ງ 1 ຄະນະພັກຮາກຖານ; 1 ໜ່ວຍພັກ ຮາກຖານ. ພ້ອມກັນນັ້ນ, ໄດ້ເຂົ້າ ຮ່ວມຕິດຕາມດຳເນີນຊີວິດການ ເມືອງທ້າຍສະໄໝຂອງໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານມີ 38 ໜ່ວຍພັກ, ໄດ້ເຂົ້າຮ່ວມປະເມີນສັງ ລວມການສ້າງແຜນກຳນົດພະນັກ ງານນຳພາຄຸ້ມຄອງຂອງຄະນະ ບໍລິຫານງານພັກແຂວງ 14 ຕົວ ເມືອງ-1 ນະຄອນ. ໃນປີ 2024 ຜ່ານມາ, ຄະນະ ພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເດັດ ດ່ຽວປະຕິບັດວິໄນຕໍ່ສະມາຊິກພັກ ລວມທັງໝົດ 69 ສະຫາຍ, ຍິງ 12 ສະຫາຍ. ໃນນີ້, ປະຕິບັດຂັ້ນກ່າວ ເຕືອນ 13 ສະຫາຍ, ຍິງ 2 ສະຫາຍ; ຂັ້ນຕິຕຽນ 15 ສະຫາຍ, ຍິງ 9 ສະຫາຍ; ໂຈະຮ່ວມຊີວິດພັກ 28 ສະຫາຍ, ຍິງ 1 ສະຫາຍ, ລຶບຊື່ອອກ ຈາກພັກ 17 ສະຫາຍ; ປົດຕໍາແໜ່ງ ພາຍໃນພັກ1ສະຫາຍ. ສຳລັບວຽກ ງານກວດກາປົກກະຕິ, ກວດກາ ຕາມຄຳສັ່ງ ແລະ ກວດກາກະທັນ ຫັນ, ສຳເລັດກວດກາລາຍຮັບລາຍຈ່າຍ, ການນຳໃຊ້ ແລະ ການ ຄຸ້ມຄອງເງິນກອງທຶນທາງ ຜົນ ການກວດກາແມ່ນລວມທັງໝົດ 70 ສັນຍາ; ຕິດຕາມກວດກາໂຄງ ການລົງທຶນຂອງລັດເລີ່ມແຕ່ຫົວ ທີປະຈຳປີ 2023 ຕາມແຜນທີ່ກະ ກຽມມີທັງໝົດ 9 ໂຄງການ; ກວດ ກາເອກະສານໂຄງການແກ້ໄຂສຸກ ເສີນຈາກໄພພິບັດທຳມະຊາດ ເລີ່ມ ແຕ່ປີ 2012-2021 ເພື່ອສະເໜີ ສະພາປະຊາຊົນແຂວງ ຮັບຮອງ ເອົາເຂົ້າແຜນການລົງທຶນຂອງ ລັດປະຈຳປີ 2025 ມີທັງໝົດ 42 ໂຄງການມູນຄ່າ 78,39 ຕື້ກີບ. ນອກນີ້, ຍັງໄດ້ຮ່ວມກັບຄະ ນະກຳມະການຈາກສູນກາງ ດຳ ເນີນການກວດກາເຂດເສດຖະກິດ ພິເສດສະຫວັນນະເຂດ ເຊິ່ງສາມາດ ກວດພົບເຫັນຫລາຍບັນຫາ ແລະ ສະເໜີໃຫ້ປັບປຸງແກ້ໄຂມີ 16 ບັນ ຫາ ແລະ ໄດ້ມອບເງິນເຂົ້າງົບປະ ມານລັດມູນຄ່າ 3 ຕື້້ກວ່າກີບ; ກວດ ກາການນຳເຂົ້າ ແລະ ເສຍພາສີລົດ ແຕ່ປີ 2019-2023 ຮ່ວມກັບກວດ ກາສູນກາງ ໄດ້ອາຍັດພາຫານະ ປະເພດລົດໃຫຍ່ຈໍານວນ 13 ຄັນ. ຜ່ານການດຳເນີນການກວດກາສືບ ສວນ-ສອບສວນ ແມ່ນສົ່ງຄືນຜູ້ ປະກອບການ 9 ຄັນ. ໃນນີ້, ລົດ 2 ຄັນມີເອກະສານຖືກຕ້ອງ, 7 ຄັນ ໄດ້ເສຍພາສີເພີ່ມມູນຄ່າ 3 ຕື້ກວ່າ ກີບ ແລະ ສ່ວນລົດ 4 ຄັນແມ່ນດຳ ເນີນການສອບສວນ ປະກອບສຳ ນວນສົ່ງໄອຍະການແຂວງສົ່ງຟ້ອງ ໃຫ້ສານຮິບເປັນຂອງລັດ ແລະ ຄະ ນະສະເພາະກິດຂັ້ນແຂວງ ໄດ້ອາ ຍັດພາຫານະທີ່ລັກລອບເຄື່ອນຍ້າຍ ຖ່ານດໍາ ແລະ ໄມ້ ໄດ້ທັງໝົດ 77 ຄັນ, ໄດ້ປັບໃໝພາຫານະ 75 ຄັນ ແລະ ຖ່ານດໍາລວມເປັນເງິນທັງ ໝົດ 2,32 ຕື້ກີບ, ສ່ວນອີກ 2 ຄັນ ແມ່ນສືບຕໍ່ດໍາເນີນການແກ້ໄຂຕາມ ລະບຽບການ. ພ້ອມກັນນັ້ນ, ໄດ້ຕິດ ຕາມກວດກາບັນດາໂຄງການລົງ ທຶນຂອງລັດເລີ່ມແຕ່ຫົວທີປະຈໍາປີ 2024 ມີທັງໝົດ 16 ໂຄງການ, ມູນ ຄ່າລວມໂຄງການສະພາຮັບຮອງ ທັງໝົດ 68 ຕື້ກວ່າກີບ. ໃນນີ້, 12 ໂຄງການພະແນກການເປັນເຈົ້າ ຂອງໂຄງການ ແລະ ມີ 4 ໂຄງການ ມູນຄ່າ 5 ຕື້ກີບລົງມາ ເມືອງເປັນ ເຈົ້າຂອງໂຄງການ, ຜ່ານການດໍາ ເນີນຕິດຕາມກວດກາເຫັນວ່າມີ 1 ໂຄງການຍັງບໍ່ທັນໄດ້ຮັບການ ຈັດຕັ້ງປະຕິບັດ; ໄດ້ຕິດຕາມກວດ ກາການຈັດຕັ້ງປະຕິບັດການແກ້ ໄຂຜົນການກວດກາຕາມຜົນການ ກວດສອບ ຕາມມະຕິສະພາປະຊາ ຊົນແຂວງ ສະບັບເລກທີ 04/ສພຂ. ສຂ, ລົງວັນທີ 10 ມັງກອນ 2024 ແລະ ບັນຫາທີ່ໄດ້ຮັບການແກ້ໄຂ ແລ້ວ 15 ບັນຫາ, ບັນຫາທີ່ໄດ້ຮັບ ການແກ້ໄຂແຕ່ບໍ່ຂາດຕົວ ມີ 13 ບັນຫາຕ້ອງສືບຕໍ່ແກ້ໄຂ. ໂອກາດນີ້, ທ່ານ ຄໍາພັນ ພົມ ມະທັດ ໄດ້ສະແດງຄວາມຊົມເຊີຍ ຄະນະພັກແຂວງສະຫວັນນະເຂດ ກໍຄື ຄະນະກວດກາພັກ-ລັດແຂວງ ທີ່ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ໜ້າວຽກສໍາຄັນຕາມພາລະບົດບາດ ໜ້າທີ່ ແລະ ເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ໃນການລະເມີດລະບຽບກົດໝາຍ ແຕ່ກໍຮ່ວມກັນແກ້ໄຂໄດ້ໄວສົມ ຄວນ ສາມາດຕີຖອຍປາກົດການ ຫຍໍ້ທໍ້ທີ່ເປັນຫາງສຽງສັງຄົມ. ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ ໃນວັນທີ 14 ພຶດສະ ພາ 2025 ໂດຍການເປັນປະທານ ຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ ຫົວໜ້າອະນຸດັ່ງກ່າວ, ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະ ທານ ສນຊ, ທ່ານ ວິໄລວົງ ບຸດດາ ຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ສວນສະຫວັນ ວິຍະ ເກດ ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຍົກໃຫ້ເຫັນ ຜົນງານ-ຜົນສໍາເລັດຂອງ ອະນຸກໍາ ມະການໂຄສະນາຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເປັນຕົ້ນ ຂະ ບວນການຍ່າງເພື່ອສຸຂະພາບ ທີ່ປະ ຕູໄຊ, ສໍາເລັດການປະດັບປະດາ ຕົວເມືອງ, ສໍາເລັດການຈັດພິທີ ການຍ້ອງຍໍໃນການປະດັບຫລຽນ ກາລະນຶກ 70 ປີ, ສໍາເລັດການ ສະ ແດງສິລະປະ ໃນພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງ ພັກ ຄົບຮອບ 70 ປີ. ພ້ອມນີ້, ກອງ ປະຊຸມ ຍັງໄດ້ລາຍງານການກະ ກຽມຄວາມພ້ອມ ໃນການສະເຫລີມ ສະຫລອງວັນສະຖາປານາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ105ປີທີ່ຈະມາເຖິງນີ້.ໃນນັ້ນ, ອະນຸກໍາມະການໂຄສະນາ ຂະບວນ ການ, ແຂ່ງຂັນ ແລະ ຍ້ອງຍໍ ມີ 7 ແຜນວຽກພື້ນຖານ ເຊິ່ງໄດ້ລະບຸຢູ່ ໃນຂໍ້ຕົກລົງຂອງກົມການເມືອງສູນ ກາງພັກ; ຕ້ອງໄດ້ປະຊາສໍາພັນຕື່ມ ບັນດາແຜນວຽກ ໂດຍສະເພາະ ໜ່ວຍງານແຂ່ງຂັນຍ້ອງຍໍການແຂ່ງ ຂັນຮັກຊາດ ແລະ ພັດທະນາ ເນື່ອງ ໃນໂອກາດ 50 ປີ ເພື່ອຍ້ອງຍໍໃຫ້ ຖືກຄົນທີ່ມີຜົນງານອັນພົ້ນເດັ່ນແທ້. ພ້ອມກັນນີ້, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບການອອກ ແບບໃນການສະແດງ ໃຫ້ເຫັນອັນ ໃໝ່ຕື່ມ ເປັນຕົ້ນ ການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະ ກໍາຕ່າງໆ ເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດທີ່ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຂ່າວ-ພາບ: ລີ ຖອດຖອນບົດຮຽນ...ົ ບຳເພັນກຸສົນ...ັຸົ ນວ-ແຂວງຮ່າຕິງ...່ິ ສສ ຫວຽດນາມ ແຕ່ວັນທີ 1416 ພຶດສະພາ 2025 ເພື່ອພົບປະ ສອງຝ່າຍ ກັບຄະນະຜູ້ແທນຂັ້ນ ສູງ ແຂວງຮ່າຕິງ ນຳໂດຍ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງ ຮາຕິງ ສສ ຫວຽດນາມ. ໂອກາດນີ້, ສອງຝ່າຍໄດ້ແລກ ປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະ ພາບເສດຖະກິດ-ສັງຄົມ ຂອງສອງ ທ້ອງຖິ່ນ ເຊິ່ງ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງຮ່າຕິງ ໄດ້ສະເໜີແຜນການຮ່ວມມື ລະ ຫວ່າງ ແຂວງຮ່າຕິງ ແລະ ນະຄອນ ຫລວງວຽງຈັນ ໃນຕໍ່ໜ້າໃຫ້ມີການ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ໃນທຸກຂົງ ເຂດຮ່ວມກັນ, ຮ່ວມມືໃນການອໍາ ນວຍຄວາມສະດວກ ໃຫ້ພາກທຸລະ ກິດ ໄດ້ມີການຮ່ວມມືກັນແລກປ່ຽນ ຂໍ້ມູນຂ່າວສານ, ການໂຄສະນາ ຜະລິດຕະພັນສິນຄ້າ, ຮ່ວມມືດ້ານ ການສຶກສາ ແລະ ສະເໜີໃຫ້ນະ ຄອນຫລວງວຽງຈັນ ຊ່ວຍເຫລືອ ຄະນະປະຕິບັດງານພິເສດ ຂອງ ແຂວງຮ່າຕິງ ໃນການຂຸດຄົ້ນຊອກ ຫາອັດຖິທະຫານ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍຊິວິດຢູ່ນະຄອນ ຫລວງວຽງຈັນ ເຊິ່ງ ສະຫາຍ ອານຸພາບ ຕຸນາລົມ ເຫັນດີເປັນເອ ກະພາບຕໍ່ການສະເໜີຂອງ ສະຫາຍ ເລຂາພັກແຂວງຮ່າຕິງ, ພ້ອມທັງ ສະເໜີເພີ່ມເຕີມໃນການຮ່ວມມື ຂອງສອງທ້ອງຖິ່ນຮ່ວມກັນ ໂດຍ ສະເພາະ ໃນຂົງເຂດການເມືອງ ໃຫ້ມີການໄປມາຫາສູ່ກັນຢ່າງເປັນ ປົກກະຕິ, ສົ່ງເສີມການທ່ອງທ່ຽວ ໂດຍອີງໃສ່ທ່າແຮງຂອງສອງທ້ອງ ຖິ່ນ ສະໜັບສະໜູນສົ່ງເສີມວຽກ ງານການຄ້າ, ແລກປ່ຽນຜະລິດຕະ ພັນອຸປະໂພກ-ບໍລິໂພກ ສະເໜີໃຫ້ ນັກລົງທຶນຂອງແຂວງຮ່າຕິງ ໄດ້ ໄປລົງທຶນໃນເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ໂດຍສະ ເພາະການສ້າງໂຮງງານຜະລິດ ຫົວອາຫານ ໂດຍອີງໃສ່ທິດທາງ ຍຸດທະສາດການຮ່ວມມື ຂອງ ສອງພັກ, ສອງລັດ ໃຫ້ປະກົດຜົນ ເປັນຈິງ. ໂອກາດດຽວກັນ, ຄະນະຜູ້ແທນ ຂັ້ນສູງ ນະຄອນຫລວງວຽງຈັນ ຍັງໄດ້ເດີນທາງໄປຢ້ຽມຢາມ ເຂດ ເສດຖະກິດພິເສດທ່າເຮືອນໍ້າເລິກ ຫວຸ່ງອ່າງ, ຢ້ຽມຊົມທ່າເຮືອຫວຸ່ງ ອ່າງ ລາວ-ຫວຽດນາມ ທີ່ເປັນໂຄງ ການຮ່ວມມື ລາວ-ຫວຽດນາມ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ພິຈາລະນາຜ້າບັ້ງສະກຸນຂອງແຕ່ ລະຄະນະສາຍທານສັດທາ. ສໍາລັບ ວັນທີ 14 ພຶດສະພາ 2025, ເຈົ້າສັດທາສູດອະພິທຳ ມາຕິກາ ແລະ ຖວາຍຜ້າບັງສະກຸນ ແມ່ນ ຄະນະຂອງ ທ່ານ ນາງ ສຸກ ສາຄອນ ຮຸ່ງບຸນຍວງ, ຄອບຄົວ ທ່ານ ອານຸສິດ ມາລາບັນດິດ ແລະ ສັດທາ ຄະນະບໍລິຫານອົງການ ຄະນະສົງລາວອາເມລິກາ ແລະ ໂອກາດນີ້, ກໍໄດ້ມອບສັນທະນຸມັດ ເປັນສາຍທານສັດທາໃຫ້ພະອາ ຈານ ດາວສະເດັດ ເລີດມະນີ ຄະນະ ບໍລິຫານງານປະຈໍາການ, ຮອງຫົວ ແລະ ຖວາຍກັນບູຊາທຳ ແດ່ອົງທີ່ ໄດ້ສະແດງ ທຳມະເທສະໜາ, ທຳ ມະຄາຖາ ຈາກຄະນະສູນກາງ ອພສ, ຄະນະທີ່ປຶກສາສູນກາງ ອພສ, ພະເຖຣານຸເຖຣະ10 ອົງ ໄດ້ ໜ້າຫ້ອງການບໍລິຫານງານ ສູນ ກາງ ອພສ ເປັນສັດທາ ສູດອະພິທັມ ມາຕິກາ. ຈາກນັ້ນ, ຄະນະສັດທາ ໄດ້ຟັງທັມມະກະຖາ ເລື່ອງ: ການ ປາກົດໄດ້ຍາກໃນໂລກ ໂດຍພະ ອາຈານ ດໍາລົງ ພິມມະຈັກ ຕື່ມອີກ. ໂອກາດນີ້, ພະອາຈານ ດາວ ສະເດັດ ເລີດມະນີ ແລະ ຍາທ່ານ ແຝງ ແສນປະເສີດ ໃນນາມຮັບ ສັນທະນຸມັດ ຈາກຄະນະບໍລິຫານ ອົງການສົງລາວອາເມລິກາ ແລະ ເມືອງຊິດນີ ປະເທດ ອົດສະຕຣາ ລີ ໄດ້ຖວາຍແທນ ໂດຍມອບເງິນ 63 ລ້ານກີບ ຈາກອາເມລິກາ ແລະ ເງິນ 43 ລ້ານກີບ ຈາກເມືອງຊິດ ນີ ໃຫ້ຄະນະຮັບຜິດຊອບງານບໍາ ເພັນບຸນກຸສົນ ສາຣິລະສັງຂານ ພະ ອາຈານໃຫຍ່ ມະຫາບຸນມາ ສິມມາ ພົມ ປະທານ ສູນກາງ ອພສ ແຫ່ງ ສປປ ລາວ ອົງທີ 6. ຂ່າວ: ກິດຕາ ວາງສີລາລືກ...ີື ສະຫະລັດອາເມລິກາ ປະຈຳລາວ, ທ່ານ ນາງ ຊາມີນາ ຄາດວານີ ຫົວໜ້າຫ້ອງການ ອົງການສະຫະ ປະຊາຊາດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ການກໍ່ສ້າງ ສໍານັກງານໃຫຍ່ ແລະ ສູນຝຶກກົມພາສີ ຄັ້ງນີ້, ເປັນການເພີ່ມທະວີການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະ ລັດອາເມລິກາ ໃນວຽກງານສ້າງ ຂີດຄວາມສາມາດໃຫ້ແກ່ການຄຸ້ມ ຄອງຊາຍແດນ, ການອໍານວຍ ຄວາມສະດວກດ້ານການຄ້າ ແລະ ອື່ນໆ ໂດຍຜ່ານການຈັດຕັ້ງປະຕິ ບັດໃນສັນຍາຮ່ວມມືສອງຝ່າຍ ທີ່ໄດ້ລົງນາມນັບແຕ່ປີ 2018 ເປັນຕົ້ນມາ, ລວມທັງກິດຈະກໍາ ຕ່າງໆ ທີ່ຈະມີຂຶ້ນໃນອະນາຄົດ ກ່ຽວກັບວຽກງານສ້າງຂີດຄວາມ ສາມາດໃຫ້ເຈົ້າໜ້າທີ່ພາສີ ມີຄວາມ ຊຳນານງານ ຢ່າງມືອາຊີບ. ອາຄານແຫ່ງນີ້, ຈະກາຍເປັນ ສູນກາງການຮຽນຮູ້, ນະວັດຕະ ກຳ ແລະ ຄວາມເປັນມືອາຊີບຂອງ ເຈົ້າໜ້າທີ່ພາສີ ຈາກຮຸ່ນສູ່ຮຸ່ນ. ໂຄງການນີ້, ຖືເປັນໝາກຜົນອັນພົ້ນ ເດັ່ນອັນໜຶ່ງ ຂອງການຮ່ວມມື ລະ ຫວ່າງ ກົມພາສີ ແລະ ຫ້ອງການ ຕ້ານຢາເສບຕິດ ແລະ ບັງຄັບໃຊ້ ກົດໝາຍ(INL), ສະຖານທູດສະ ຫະລັດອາເມລິກາປະຈຳລາວທີ່ໄດ້ ສືບຕໍ່ປະກອບສ່ວນສະໜັບສະໜູນ ການພັດທະນາຂີດຄວາມສາມາດ ຂອງຂະແໜງການພາສີ ນັບແຕ່ ອະດີດຈົນເຖິງປັດຈຸບັນ ເປັນຕົ້ນ ການສະໜອງຊ່ຽວຊານສະເພາະ ດ້ານ, ການທັດສະນະສຶກສາ, ການ ຈັດຝຶກອົບຮົມ, ອາຄານຫ້ອງການ ແລະ ສູນຝຶກ, ສາງເກັບມ້ຽນສິນ ຄ້າ, ພາຫະນະ ແລະ ວັດຖຸ-ອຸປະ ກອນ ທີ່ຈໍາເປັນໃນການປະຕິບັດ ວຽກງານຮັກສາຄວາມປອດໄພ ທາງຊາຍແດນ ແລະ ຕ້ານອາຊະ ຍາກຳຂ້າມຊາດ. ແຫລ່ງຂ່າວ: ກະຊວງການເງິນ ພ້ອມຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງ ຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ວິລະພັນ ສາລິລັດຖະ ວີພາກ ພ້ອມຄະນະໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນຮ່ວມມືອັນດີ ລະຫວ່າງສອງ ປະເທດ ລາວ-ໄທ ກໍຄື ການເປັນຄູ່ ຮ່ວມຍຸດທະສາດເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ ໃຫ້ນັບມື້ນັບຈະເລີນງອກ ງາມຍິ່ງໆຂຶຶ້ນ ໂດຍສະເພາະແມ່ນ ການພົວພັນຮ່ວມມື ໃນຂະແໜງ ພະລັງງານຂອງສອງປະເທດ ໄດ້ ຮັບການເສີມຂະຫຍາຍ ແລະ ຮັດ ແໜ້ນການພົວພັນຮ່ວມມືຢ່າງບໍ່ ຢຸດຢັ້ງ. ໃນໂອກາດດຽວກັນ, ທ່ານ ວິລະພັນ ສາລິລັດຖະວີພາກ ໄດ້ ຕາງໜ້າຄະນະສະແດງຄວາມຂອບ ໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີໃນຄັ້ງ ນີ້, ພ້ອມທັງຖືໂອກາດນີ້, ລາຍງານ ໃຫ້ຊາບເຖິງຈຸດປະສົງໂດຍຫຍໍ້ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້. ຂ່າວ: ກິດຕາ; ພາບ: ຂັນໄຊ ຮອງນາຍົກ...ົ
RkJQdWJsaXNoZXIy MTc3MTYxMQ==