07 xtgmf]k; 37ltok c]t [= ]y = dy ko 15/05/2025 { dP,9a fdkoc0j '0a o-j ;'gIn v 12 lu rkp -y '0a omj kog9Q kc0;'M;P'9a o ສີສັນ ແລະ ເຮັດໃຫ້ງານບຸນມີເນື້ອ ໃນຄວາມໝາຍຄວາມສໍາຄັນ ຈະ ໄດ້ຈັດພິທີປ່ອຍປາ ຄືນຄວາມອຸດົມ ສົມບູນສູ່ທໍາມະຊາດ ແມ່ນໍ້າວັງປາ ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ການແຂ່ງຂັນຄັ້ງນີ້, ບໍລິສັດ ນໍ້າ ເພັດ ຈະເລີນຊັບ ຈໍາກັດ ກໍໄດ້ສະໜັບ ສະໜູນ ຕໍ່ຄະນະເຮືອຊ່ວງແຕ່ລະ ຄະນະທີ່ໄດ້ລົງທະບຽນເຂົ້າຮ່ວມ ແຂ່ງຂັນຈະໄດ້ຮັບເງິນສົດຈໍານວນ 1.000.000 ກີບ ເຊິ່ງປັດຈຸບັນມີ ເຮືອທີ່ມາລົງທະບຽນທັງໝົດ48ລໍາ ມາຈາກ 16 ແຂວງ. ສຳລັບລາງ ວັນຊະນະເລີດອັນດັບທີ 1 ຈະໄດ້ ຮັບເງິນສົດ 40.000.000 ກີບ , ລາງວັນທີ 2 : 30.000.000 ກີບ, ລາງວັນທີ 3 :20.000.000 ກີບ, ລາງວັນທີ 4: 15.000.000 ກີບ, ລາງວັນທີ 5: 10.000.000 ກີບ, ລາງວັນທີ 6:8.000.000 ກີບ, ລາງວັນທີ 7: 6.000.000 ກີບ, ລາງວັນທີ 8: 5.000.000 ກີບ ທຸກ ລາງວັນຈະໄດ້ຮັບຂັນ 1 ໜ່ວຍ *ກອງປະຊຸມປຶກສາຫາລືກະກຽມ ການແຂ່ງຂັນຊ່ວງເຮືອ 12 ສີພາຍ ຊີງຂັນທ່ານເຈົ້າແຂວງໆວຽງຈັນ ຈັດຂຶ້ນເມື່ອມໍ່ໆມານີ້ ໂດຍການເປັນ ປະທານຂອງທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການແຂ່ງຂັນຊ່ວງເຮືອກິລາປະ ເພດ 12 ສີພາຍຊີງຂັນທ່ານເຈົ້າ ແຂວງໆວຽງຈັນ ປີນີ້ເປັນປີທີ່ສອງ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາ 2025 ຢູ່ທີ່ຫາດນໍ້າງື່ມບ້ານຕານ ປ່ຽວ ເມືອງທຸລະຄົມ ແຂວງວຽງ ຈັນ ເຊິ່ງແມ່ນອົງການປົກຄອງເມືອງ ແລະ ບໍລິສັດ ນໍ້າເພັດ ຈະເລີນຊັບ ຈໍາກັດ ເປັນເຈົ້າພາບຈັດຂຶ້ນເພື່ອສະ ເຫລີມສະຫລອງວັນເດັກນ້ອຍສາ ກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ທ່ານນາງ ວົງເດືອນ ວັດ ຕະໂສ ເຈົ້າເມືອງທຸລະຄົມ ກ່າວວ່າ: ການແຂ່ງຂັນຊ່ວງເຮືອຄັ້ງນີ້ແມ່ນ ຮຽກຮ້ອງມາຍັງຄະນະຮັບຜິດຊອບ ວຽກງານແຕ່ລະດ້ານຈົ່ງພ້ອມກັນ ເປັນເຈົ້າພາບຫ້າງຫາກະກຽມງານ ບຸນທີ່ຈະຈັດຂຶ້ນ, ປະສານສົມທົບ ກັບບໍລິສັດ, ບ້ານ ແລະ ພາກສ່ວນ ກ່ຽວຂ້ອງ ເພື່ອຮັບປະກັນຄວາມ ພ້ອມໃຫ້ແກ່ງານດັ່ງກ່າວ, ທັງໄດ້ ມີຄໍາເຫັນຊີ້ນໍາເນັ້ນໜັກໃຫ້ລົງເລິກ ວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານ, ການກະ ກຽມສະຖານທີ່, ປະດັບປະດາ, ຄວາມສະອາດຈົບງາມ, ບ່ອນຈອດ ລົດໃຫ້ມີຄວາມສະດວກກວ່າປີຜ່ານ ມາ, ຄວາມປອດໄພທາງບົກ-ທາງ ນໍ້າ, ພາກສ່ວນແພດໝໍ-ໜ່ວຍກູ້ໄພ ຕ້ອງມີຄວາມພ້ອມໃນກໍລະນີມີເຫດ ການສຸກເສີນເກີດຂຶ້ນ, ເນັ້ນໜັກຕໍ່ ອະນຸກໍາມະການຄວບຄຸມການແຂ່ງ ຂັນຕ້ອງຮັກສາໂມງເວລາ, ວາງກົດ ລະບຽບການແຂ່ງຂັນໃຫ້ຮັດກຸມ, ລວມທັງພິທີການ-ການຕ້ອນຮັບ ແຂກບ້ານແຂກເມືອງດ້ວຍໃບໜ້າ ຍິ້ມແຍ້ມແຈ່ມໃສ ເພື່ອໃຫ້ບຸນຊ່ວງ ເຮືອຢູ່ຫາດຕານປ່ຽວ ເປັນຈຸດນັດ ພົບ ແລະ ເປັນຈຸດໝາຍປາຍທາງ ການທ່ອງທ່ຽວຂອງເມືອງທຸລະ ຄົມ ໄປອີກຍາວນານ, ເພື່ອສ້າງ ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນອັງຄານ ແລະ ວັນພະຫັດ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;p]klu ';fmu 36 vvd7A ';a omu 13 rb fltrk 2025 ຫວຍລາສີ + ເລກ 6 ໂຕລຽງ ສະຫລູູ 5 4 0 0 2 0 ເລກ 6 ໂຕລຽງ - 5 4 0 0 2 0 ເລກ 5 ໂຕທ້າຍ - - 4 0 0 2 0 ເລກ 5 ໂຕໜ້າ - 5 4 0 0 2 - ເລກ 4 ໂຕທ້າຍ - - - 0 0 2 0 ເລກ 4 ໂຕໜ້າ - 5 4 0 0 - - - 5 4 0 0 2 9 ເລກ 6 ໂຕ ຂ້າງຄຽງ - 5 4 0 0 2 1 ເລກ 6 ໂຕ ສະຫລັບ - ອີງໃສ່ຜົນອອກເລກລາງວັນ ເລກ 6 ໂຕລຽງ - - - ເລກ 3 ໂຕທ້າຍ - - - - 0 2 0 ເລກ 2 ໂຕທ້າຍ - - - - - 2 0 g9Q kc0;'lts;a ootg0f -5 dp6h dkora fmtokIv[fh ko 16j 95 fl5 ,9P'86 [ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ ພ້ອມ ດ້ວຍຄະນະເຄື່ອນໄຫວຕິດຕາມການ ກໍ່ສ້າງພື້ນຖານໂຄງລ່າງຮອບດ້ານ ພາຍໃນຈຸດສຸມຈຽງຕູບ ເມືອງເຊ ໂປນ ແຂວງສະຫວັນນະເຂດ, ພ້ອມ ທັງລົງຢ້ຽມພື້ນທີ່ຕົວຈິງ ທີ່ທາງ ແຂວງໄດ້ບຸກເບີກໃຫ້ປະຊາຊົນໄດ້ ທຳການຜະລິດ ໃນເຂດບ້ານສົບ ສຸລູ ແລະ ບ້ານນາ ໃນເນື້ອທີ່ປະ ມານ 100 ເຮັກຕາ ໂດຍມີລະບົບຊົນ ລະປະທານ ເພື່ອສະໜອງນໍ້າໃຫ້ປະ ຊາຊົນ ໄດ້ທຳການຜະລິດຢ່າງ ພຽງພໍ. ພ້ອມນີ້ຄະນະດັ່ງກ່າວ ໄດ້ລົງ ຢ້ຽມຢາມຄວາມຄືບໜ້າໂຄງການກໍ່ ສ້າງໂຮງຮຽນປະຖົມ-ມັດທະຍົມ ຂອງຈຸດສຸມຈຽງຕູບ, ໂຄງການກໍ່ ສ້າງຫ້ອງການຕາແສງຈຽງຕູບ ທີ່ຫາກໍ່ສ້າງສໍາເລັດ, ຢ້ຽມຢາມ ການຮຽນ-ການສອນຂອງໂຮງ ຮຽນປະຖົມຈຽງຕູບພ້ອມທັງມອບ ເຄື່ອງນຸ່ງ, ເຂົ້າສານ ແລະ ເງິນ 5 ລ້ານກີບ ໂຮງຮຽນດັ່ງກ່າວ. ພ້ອມນີ້, ຍັງໄດ້ລົງຢ້ຽມຢາມ ສວນປູກມັນຕົ້ນຂອງປະຊາຊົນ, ເຂົ້າຮ່ວມການມອບ-ຮັບສຸກສາລາ ຈຽງຕູບ ແລະ ໂຄງການກໍ່ສ້າງຊົນ ລະປະທານນໍ້າລິນ ບ້ານຕະຫລົວະ ຈຸດສຸມຈຽງຕູບຕື່ມອີກ. ປັດຈຸບັນ ການພັດທະນາບັນດາ ພື້ນຖານໂຄງລ່າງຮອບດ້ານ ພາຍ ໃນຂອບເຂດຈຸດສຸມຈຽງຕູບ ເມືອງ ເຊໂປນ ມີຄວາມຄືບໜ້າຫລາຍໃນ ນີ້, ມີຫລາຍໂຄງການໄດ້ກໍ່ສ້າງ ສຳເລັດແລ້ວ, ເຊິ່ງບາງໂຄງການ ພວມດຳເນີນການຢູ່. ພ້ອມນີ້, ທຸກ ຂະແໜງການໃນເຂດຈຸດສຸມຈຽງ ຕູບ ແມ່ນໄດ້ກ້າວໄປໄວສົມຄວນ ທັງນີ້, ກໍເພື່ອກະກຽມຄວາມພ້ອມ ໃນດ້ານພື້ນຖານໂຄງລ່າງທີ່ຈໍາເປັນ ແລະ ມີຄວາມສຳຄັນຕໍ່ການສ້າງ ໃຫ້ຈຸດສຸມຈຽງຕູບກາຍເປັນຕາ ແສງຈຽງຕູບ ຕາມການຕົກລົງເຫັນ ດີຂອງສູນກາງພັກ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ເນັ້ນໃຫ້ປະຊາຊົນ ພາຍ ໃນຂອບເຂດຈຸດສຸມຈຽງຕູບ ຈົ່ງ ມີການເລືອກເຟັ້ນ ຊະນິດຂອງພືດ ເສດຖະກິດ ທີ່ນໍາມາປູກໃນພື້ນທີ່ ດັ່ງກ່າວ, ພ້ອມທັງໄດ້ແນະນໍາໃຫ້ ປູກພືດ ທີ່ໃຫ້ຜົນຕອບແທນສູງ ແລະ ເປັນພືດທີ່ເໝາະສົມກັບສະພາບ ດິນໃນເຂດນີ້ ເພື່ອສ້າງລາຍຮັບໃຫ້ ປະຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກ. ພ້ອມນີ້, ຍັງເນັ້ນໃຫ້ພະນັກ ງານວິຊາການຂະແໜງກະສິກຳ ແລະ ປ່າໄມ້ ຈົ່ງເອົາໃຈໃສ່ລົງຕິດ ຕາມຊຸກຍູ້ການຜະລິດກະສິກຳ ຂອງປະຊາຊົນໃນເຂດດັ່ງກ່າວ ຢ່າງໃກ້ຊິດຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==