15/05/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ມາລິດາິ 1krN og,n v']k; dkoq dla o8y rk[76j zt]y f8tra o75 ootrk[0v']k; ໂດຍ: ລູກສາວຫລ້າູ້ xts;a f7;k,gxa o,k0v'lk,\n j o g,n v'g2n v' *ປັດຈຸບັນຢາພື້ນເມືອງລາວ ເປັນອີກຜະລິດຕະພັນໜຶ່ງຂອງ ຄົນລາວທີ່ຄົນລາວນິຍົມໃຊ້ຢ່າງ *ຄໍລໍາ “ຊີວິດວັດທະນະທໍາ” ມື້ ນີ້ ຈະມານໍາສະເໜີປະຫວັດຄວາມ ເປັນມາຂອງສາມໝື່ນຕູບເຟືອງ ມາໃຫ້ບັນດາທ່ານໄດ້ຮັບຮູ້ຫລາຍ ຂຶ້ນ ເພາະວ່າຫລາຍທ່ານອາດເຄີຍ ໄປທ່ອງທ່ຽວສະຖານທີ່ແຫ່ງນີ້ມາ ແລ້ວເພາະປັດຈຸບັນສາມໝື່ນຕູບ ເຟືອງເປັນແຫລ່ງທ່ອງທ່ຽວທາງ ວັດທະນະທໍາຂອງບ້ານນາທົວ ເມືອງເຟືອງ ແຂວງວຽງຈັນ ທີ່ ລວມເອົາການຂາຍເຄື່ອງປູກຂອງ ຝັງ, ການຈໍາລອງປະເພນີການ ດໍາລົງຊີວິດຂອງແຕ່ລະຊົນເຜົ່າ ໃນລາວໃຫ້ນັກທ່ອງທ່ຽວໄດ້ຮູ້, ໄດ້ເຫັນເຖິງວັດທະນະທໍາລາວ ຍິ່ງໆຂຶ້ນ.ໂດຍປະຫວັດຂອງສາມ ໝື່ນຕູບເຟືອງ ນັ້ນຕ້ອງເລົ່າຄືນ ໃນສະໄໝກ່ອນຢູ່ໃນສະຕະວັດໃດ ກໍ່ບໍ່ຮູ້ໄດ້ມີສຽງຊ່າລືຂອງຄົນແຕ່ ເໜືອຮອດໃຕ້ກ່າວຂານກັນມາ ວ່າ: ຜາທໍ່ໜໍ່ຄຳໃນຄາວນັ້ນບໍ່ມີໃຜ ຮູ້ວ່າຕັ້ງຢູ່ໃສ່ ? ບັງເອີນມີກຸ່ມຄົນ ຈຳນວນຫລວງຫລາຍເດີນທາງ ມາແຕ່ພາກໃຕ້ຫວັງຊອກຄົ້ນຫາ ຜາທໍ່ໜໍ່ຄຳ ວ່າຕັ້ງຢູ່ແຫ່ງຫົນໃດ ແທ້ການເດີນທາງແມ່ນກຳນົດເອົາ ສາຍນ້ຳເປັນຫລັກ, ເປັນເຂັມຊີ້ທິດ ບອກ. ເລີ່ມຕົ້ນເລາະລ່ອງຂຶ້ນມາ ຕາມສາຍແມ່ນ້ຳຂອງຕໍ່ໃສ່ສາຍ ນ້ຳງື່ມ-ນ້ຳລີກ, ຂະບວນດັ່ງກ່າວ ຫລວງຫລາຍ ເນື່ອງຈາກວ່າເປັນ ສິນຄ້າທີ່ດີ , ມີຄຸນນະພາບທີ່ນໍາເອົາ ຢາພື້ນເມືອງລາວ ມາປຸງແຕ່ງເປັນ ຜະລິດຕະພັນສໍາເລັດຮູບເພື່ອປິ່ນປົວ ພະຍາດແບບທໍາມະຊາດ ເຊິ່ງເຮັດ ໃຫ້ດີຕໍ່ສຸຂະພາບ ແລະ ບໍ່ມີຜົນຂ້າງ ຄຽງຕໍ່ຮ່າງກາຍຂອງຄົນເຮົາ ເນື່ອງ ຈາກວ່າສິນຄ້າເປັນຜະລິດຕະພັນ ທໍາມະຊາດປອດສານເຄມີຮ້ອຍ ເປີເຊັນ. ທ່ານ ດ້າຍໄໝ ໃສຕາວັນ ເຈົ້າ ຂອງຜະລິດຜະພັນຢາພື້ນເມືອງກາ ນົກສັນຕິພາບຄູ່ ຊຶ່ງແມ່ນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ໂອດັອບຂອງເມືອງໄຊບູລີ ແຂວງ ສະຫວັນນະເຂດ ໃຫ້ຮູ້ໃນໂອກາດ ເຂົ້າຮ່ວມງານສະແດງສິນຄ້າ ໜຶ່ງ ຜະລິດຕະພັນ ແລະ ສິນຄ້າຄອບຄົວ ຕົວແບບຂອງນະຄອນຫລວງວຽງ ຈັນ ຄັ້ງທີ IX ປະຈໍາປີ 2025 ວ່າ: ຕົນເອງເຂົ້າຮ່ວມງານສະແດງໃນ ຄັ້ງນີ້ເປັນເທື່ອທໍາອິດກໍ່ຮູ້ສຶກດີໃຈ ຫລາຍທີ່ໄດ້ນໍາເອົາສິນຄ້າມາວາງ ສະແດງໃຫ້ຄົນໄດ້ຮູ້ຈັກຫລາຍຂຶ້ນ ໂດຍສິນຄ້າທີ່ນໍາມາກໍໄດ້ຮັບຄວາມ ສົນໃຈຫລາຍສົມຄວນທັງລູກຄ້າ ໃໝ່ ແລະ ລູກຄ້າທີ່ເຄີຍໃຊ້ກໍແວ່ ວຽນມາຢ່າງບໍ່ຂາດສາຍ, ແຕ່ແນວ ໃດກໍດີການເຂົ້າຮ່ວມງານນີ້ເຖິງຈະ ເປັນເທື່ອທໍາອິດແຕ່ກໍ່ມີຄໍາສະເໜີ ຫາພາກສ່ວນທີ່ກ່ຽວຂ້ອງທີ່ຈັດງານ ໂດຍລວມແລ້ວກໍດີໝົດ, ແຕ່ກໍຈະ ມີບາງຈຸດທີ່ຢາກໃຫ້ປັບປຸງນັ້ນ ຄື ການຈັດສັນບັນດາຮ້ານຢາກໃຫ້ ເປັນລະບົບລະບຽບ ຄືໂຊນອາຫານ ກໍຢູ່ແຖວໜຶ່ງ, ເຄື່ອງນຸ່ງກໍຄວນຢູ່ ແຖວໜຶ່ງ ແລະ ຢາພື້ນເມືອງກໍຄວນ ຢູ່ແຖວໜຶ່ງເພື່ອຄວາມຈົບງາມ ແລະ ໃຫ້ຜູ້ປະກອບການໄດ້ແລກປ່ຽນບົດ ຮຽນນໍາກັນ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນດ້ານການຂາຍຕື່ມອີກ. ທ່ານ ດ້າຍໄໝ ໃສຕາວັນ ຍັງ ຍົກໃຫ້ເຫັນຕື່ມວ່າ: ກ່ອນຈະໄດ້ມາ ເປັນໝໍຢາພື້ນເມືອງຍ້ອນຕອນຍັງ ນ້ອຍຕົນເອງໄດ້ກິ້ງເກືອກລີເລືອຢູ່ ກັບຢາພື້ນເມືອງມາໂດຍຕະຫລອດ ເນື່ອງຈາກວ່າ ປູ່ເປັນໝໍຢາພື້ນເມືອງ ທີ່ມີຊື່ສຽງໂດ່ງດັ່ງຢູ່ເຂດບ້ານນາ ແດງ ເມືອງໄຊບູລີ ແຂວງສະຫວັນ ນະເຂດ ຈົນຕົນເອງເປັນຜູ້ໜຶ່ງທີ່ມີ ຄວາມຊໍານິຊໍານານຈຶ່ງຢາກສານ ຕໍ່ອາຊີບນີ້ຕໍ່ຈາກເພີ່ນທີ່ນັບມື້ແກ່ ໂຕລົງຈຶ່ງຕັດສິນໃຈເລີ່ມຜະລິດຢາ ພື້ນເມືອງມາແຕ່ປີ 2019 ໂດຍໃສ່ ຊື່ວ່າການົກສັນຕິພາບຄູ່ ເຊິ່ງໄລຍະ ນັ້ນແມ່ນເຮັດແບບປະຖົມປະຖານ ຈົນໄລຍະຕໍ່ມາຕົນເອງໄດ້ໄປຮຽນ ຮູ້ເຕັກນິກວິຊາການ ແລະ ດ້ານອື່ນ ໆຈາກປະເທດເພື່ອນບ້ານແລ້ວນໍາ ມາປັບໃຊ້ຈົນເຮັດໃຫ້ຢາພື້ນເມືອງ ເປັນທີ່ຮູ້ຈັກດັ່ງປັດຈຸບັນນີ້ ຊຶ່ງມີ ຜະລິດຕະພັນທັງໝົດຫລາຍຊະນິດ, ອັນໄດ້ກາຍເປັນທີ່ຮູ້ຈັກ ແລະ ຊົມ ໃຊ້ຢ່າງຫລວງຫລາຍຂອງສັງຄົມ, ໃນນ້ັນສິນຄ້າທີ່ສັງຄົມນໍາໃຊ້ຫລາຍ ທີ່ສຸດແມ່ນຢານວດເສັ້ນ-ເອັນ, ນໍ້າ ມັນຄາຍເສັ້ນ, ຢາດົມອາລົມດີ, ຢາ ສໍາລັບດອງ, ຢາປົວກະເພາະ, ພະ ຍາດຍິງ, ຢາຕົ້ມສໍາລັບຜູ້ທີ່ປວດ ເສັ້ນ-ເອັນ ແລະ ຜະລິດຕະພັນອື່ນໆ. ມາຮອດປັດຈຸບັນສາມາດນຳໃຊ້ ພືດເປັນຢາໄດ້ແລ້ວຈຳນວນ 614 ຊະນິດ. ພືດດັ່ງກ່າວ ແມ່ນມີຢູ່ໃນ ປ່າແຖວບ້ານເຮົາ, ແຕ່ໜ້າເປັນຫ່ວງ ປັດຈຸບັນນີ້ ການພັດທະນາມີການ ຂະຫຍາຍຕົວໂດຍສະເພາະການບຸກ ເບີກປ່າເພື່ອມາປູກອ້ອຍ, ປູກມັນຕົ້ນ ແລະ ອື່ນໆ ເຮັດໃຫ້ພືດທີ່ເປັນຢາກໍ ຖືກທຳລາຍໄປພ້ອມ. ໃນໂອກາດນີ້, ທ່ານ ດ້າຍໄໝ ໃສຕາວັນ ໄດ້ຮຽກຮ້ອງມາຍັງຜູ້ທີ່ ມີຈຸດປະສົງຢາກປິ່ນປົວສຸຂະພາບ ສາມາດຕິດຕໍ່ປຶກສາໄດ້ເບີໂທ ຫລື WhatsApp 020 58474089 ຫລື ໄປຫາດ້ວຍໂຕເອງໄດ້ທີ່ບ້ານ ນາແດງ ເມືອງໄຊບູລີ ແຂວງສະ ຫວັນນະເຂດ. ຄຳຂວັນເມືອງເຟືອງ: ຜາທໍ່ໜໍ່ຄຳລືຊາ ທົ່ງນາແສນກວ້າງໃຫຍ່ ປ່າໄມ້ດົກໜາ ພູຜາອ້ອມບັງ ສຽງດັງທົ່ວແຄວ້ນ ແດນເຊື້ອວິລະຊົນ. ເດີນທາງຮອດປາກນ້ຳບ່ອນໃດ ກໍ່ມີການພັກຜ່ອນດູມໍ ເພື່ອຊອກ ທິດທາງຂອງຜາທໍ່ໜໍ່ຄຳຂະບວນ ກໍ່ສືບຕໍ່ເຄື່ອນຍ້າຍບໍ່ພໍເທົ່າໃດກໍ່ ພົບຜາທໍ່ໜໍ່ຄຳແທ້ຈິງ. ເມື່ອພົບ ແລ້ວກໍ່ພາກັນພັກຜ່ອນຢູ່ຕີນຜາ ຢູ່ ເປັນກຸ່ມເປັນກອງຫລາຍໆກຸ່ມ ຊຶ່ງ ບ່ອນນັ້ນໄດ້ເອີ້ນວ່າ: ຫາດຫີນ ກ້ອນຍ້ອນຄົນມາພັກເຊົາຢູ່ເປັນ ຫລາຍກຸ່ມຫລາຍກອງ. ຈາກນັ້ນ, ຫົວໜ້າຂະບວນການໄດ້ຊີ້ນຳວາງ ແຜນປຸກຕູບ ເພື່ອເປັນບ່ອນພັກພາ ອາໄສຢູ່ບໍລິເວນນັ້ນເປັນຈຳນວນ ສາມໝື່ນຕູບເຟືອງ ເພາະເອົາເຟືອງ ມາມຸງແຕ່ຈຳນວນຄົນແມ່ນບໍ່ຮູ້ ເພາະວ່າບໍ່ກ່າວໄວ້ໃນຕຳນານ, ແຕ່ ບໍລິເວນແຫ່ງນີ້ພັດມີ 3 ຜາຄ້າຍຄື ກັນບໍ່ຮູ້ສີເອີ້ນຜາແຕ່ລະໜ່ວຍແນວ ໃດ, ບັງເອີນເວລານັ້ນ ມີນົກອິນຊີ ໃຫຍ່ໂຕໜຶ່ງບິນມາຈັບຜາໜ່ວຍ ທຳອິດເຮັດໃຫ້ໜ່ວຍຜາເດື່ອງໄປ ເດື່ອງມາຄືຊິລົ້ມເລີຍໃສ່ຊື່ຜາໜ່ວຍ ທຳອິດວ່າ: ຜາເດື່ອງ, ແຕ່ດຽວນີ້ ເອີ້ນວ່າ: ຜາເລືອງ, ນົກອິນຊີບິນໄປ ຈັບຜາໜ່ວຍທີສອງແຕ່ບໍ່ສະເທືອນ ຫຍັງເລີຍ ຈຶ່ງເອີ້ນວ່າ: ຜາຕຶ້ງ ເວລານົກອິນຊີຕົວນັ້ນບິນຈັບຜາ ຕຶ້ງຫາງກ່າຍຜາເລືອງ, ຈາກນັ້ນ ກໍ່ບິນມາຈັບຜາໜ່ວຍທີສາມຄືວ່າ ທໍ່ໆກັນກັບຜາຕຶ້ງຈຶ່ງເອີ້ນວ່າ: ຜາ ທໍ່ໜໍ່ຄຳ ເພາະວ່າມີສິ່ງປະຫລາດ ຄ້າຍຄືກັບຄຳເປັນ 2 ໜໍ່ໃຫ້ທຸກຄົນ ໄດ້ເບິ່ງໄດ້ແຍງຈົນເຖິງທຸກມື້ນີ້. ໃນໄລຍະທີ່ນົກອິນຊີບິນມາຈັບຜາ ແຕ່ລະໜ່ວຍນັ້ນ ໄດ້ສົ່ງສຽງຮ້ອງ ເປັນຕາອອນຊອນຟັງແລ້ວມ່ວນ, ຜູ້ເປັນຫົວໜ້າຂະບວນໃນຄາວນັ້ນ ຈຶ່ງມີຄຳເຫັນວ່າ ພວກເຮົາທຸກຄົນ ຄວນສ້າງສິ່ງໃດສິ່ງໜຶ່ງໄວ້ເພື່ອ ເປົ່າທົດແທນໃຫ້ຄ້າຍຄືກັບສຽງ ນົກອິນຊີຕົວນັ້ນໄວ້ໃຫ້ລຸ້ນລູກລຸ້ນ ຫລານໄດ້ອະນຸລັກຕໍ່ໄປພາຍໜ້າ, ຜູ້ທີ່ມີຫົວຄິດປັນຍາກໍ່ໄດ້ເຮັດເປັນ ປີ່, ເປັນຂຸ່ຍ, ກະຈັບປີ່ ແລະ ອື່ນໆ ນຳມາເປົ່າ, ມາຕ່ວຍໃສ່ກັນກໍ່ບໍ່ມີ ສຽງຫຍັງຄ້າຍຄື, ອີກຜູ້ໜຶ່ງຈຶ່ງມີ ຫົວຄິດເຮັດແຄນຂຶ້ນມາເປົ່າທຽບ ກັບສຽງນົກອິນຊີຮ້ອງ ເມື່ອຫລາຍ ຄົນໄດ້ຟັງກໍ່ເວົ້າເປັນສຽງດຽວກັນ ວ່າ ອັນນີ້ແຄນ ຄ້າຍຄືສຽງນົກອິນຊີ ຮ້ອງຈຶ່ງໃສ່ຊື່ວ່າ ແຄນຈົນມາເຖິງ ປັດຈຸບັນນີ້. ເມື່ອໄດ້ຊື່ຜາແຕ່ລະໜ່ວຍຄົບ ຖ້ວນແລ້ວປວງຊົນທີ່ມາປອງເອົາ ໜໍ່ຄຳກໍ່ນັບມື້ນັບຫລາຍຂຶ້ນມາແຕ່ ເໜືອ ແລະ ໃຕ້ກໍ່ມີ. ຕອນທຳອິດ ໜໍ່ຄຳແມ່ນຢູ່ລຸ່ມ, ມີພໍ່ເຖົ້າຜູ້ໜຶ່ງ ໄປອະທິຖານສັນຍາວ່າຈະເປັນຜູ້ ບົວລະບັດຜັດສີປົກປັກຮັກສາໜໍ່ ຄຳໃຫ້ເຫລືອງງາມຢູ່ຕະຫລອດ ເວລາ, ແຕ່ລະເຊົ້າ ແລະ ແລງໄດ້ ເອົາຫີນຊາມາຜັດຖູໜໍ່ຄຳ ເຮັດໃຫ້ ຄຳນັ້ນຂຸລົ່ນອອກເທື່ອລະນ້ອຍ, ຍ້ອນຄວາມສັກສິດຂອງເຈົ້າພໍ່ຜາ ທໍ່ໜໍ່ຄຳ ໃນປາງນັ້ນໜໍ່ຄຳໄດ້ຫາຍ ຕົວ, ຢູ່ຕໍ່ມາຈຶ່ງໄດ້ເຫັນໜໍ່ຄຳພົ້ນ ຂຶ້ນຈອມຜາ ເຮັດໃຫ້ຄົນຂຶ້ນໄປ ບົວລະບັດຜັດສີ ຄືຜ່ານມາບໍ່ໄດ້. ຫົວໜ້າຂະບວນການຜູ້ມີຄວາມ ຄິດໄວ້ແລ້ວຫວັງມາເອົາໜໍ່ຄຳໃຫ້ ມັນໄດ້ກໍ່ມີແຜນການໃຫ້ສະມາຊິກ ທັງໝົດອອກແຮງຕັດໄມ້ໄຜ່ ເພື່ອ ສ້າງເປັນຂັ້ນໄດໄປຫາໜໍ່ຄຳ. ຈຸດ ທີ່ຕັ້ງຂັ້ນໄດໄປຫາໜໍ່ຄຳແມ່ນທົ່ງ ນາດົ່ງ ໃກ້ກັບບ້ານດອນ. ທຸກ ຄົນໄດ້ມີຄວາມສາມັກຄີກັນອອກ ແຮງຕັດໄມ້ໄຜ່ໃຫ້ໄດ້ຫລາຍເຮັດ ຂັ້ນໄດໃຫ້ສຳເລັດປອງເອົາໜໍ່ຄຳ ໃຫ້ໄດ້ເພາະໜໍ່ຄຳເປັນຊັບສົມບັດ ອັນລ້ຳຄ່າ. ຫລາຍມື້ຫລາຍເດືອນ ຕໍ່ມາຂັ້ນໄດທີ່ສ້າງຂຶ້ນໄປຫາໜໍ່ຄຳ ກໍ່ສ້າງສຳເລັດແຕ່ເວລານັ້ນຄ່ຳ ກ່ອນ, ຫົວໜ້າຂະບວນເວົ້າຂຶ້ນວ່າ: ມື້ນີ້ພວກເຮົາພັກຜ່ອນກ່ອນ, ມື້ອື່ນ ເຊົ້າຈຶ່ງພ້ອມກັນຂຶ້ນມາປັນເອົາໜໍ່ ຄຳ. ຍ້ອນຄົນເຮົາມີແນວຄິດບໍ່ຄືກັນ ມີແນວຄິດໂລບມາກໂລພາຢາກໄດ້ ແຕ່ໂຕ, ຟ້າບໍ່ທັນແຈ້ງຄັກຕ່າງຄົນ ຕ່າງຍາດຊີງກັນຂຶ້ນຢ້ານບໍ່ໄດ້ໜໍ່ ຄຳນຳໝູ່ເຮັດໃຫ້ຂັ້ນໄດຮັບນ້ຳໜັກ ບໍ່ລ້ອນໄມ້ໄຜ່ທີ່ນຳມາເຮັດຂັ້ນໄດ ນັ້ນຫລາຍເດືອນມັນກໍ່ໂດກ, ເຄືອ ຫວາຍ ແລະ ເສັ້ນຕອກທີ່ເອົາມາມັດ ຂັ້ນໄດກໍ່ຂຸລົ່ນເກີດມີສິ່ງອັດສະຈັນ ຄື: ຂອດຕອກທີ່ມັດຂັ້ນໃດເກີດເປັນ ຂີ້ເຂັບ, ແມງງອດ, ເປັນງູໄລ່ຕອດ ຄົນ, ຂັ້ນໄດໄດ້ຫັກລົງມາຍ້ອນຝູງ ຄົນຈັບພ້າໄລ່ຟັນສັດຮ້າຍ ຈຶ່ງເຮັດ ໃຫ້ຄົນທີ່ຂຶ້ນຂັ້ນໄດໄດ້ຕົກລົງມາ, ພ້ອມດຽວກັນກໍ່ເກີດມີນ້ຳຖ້ວມ ບໍລິເວນນັ້ນພັດເອົາຄົນຈຳນວນ ຫລວງຫລາຍໄຫລໜີຍັງເຫລືອ ແຕ່ສອງຄົນແມ່ໝາຍທີ່ເຂົາບໍ່ບອກ ໃຫ້ຮູ້ຈຶ່ງບໍ່ໄດ້ຂຶ້ນຂັ້ນໄດຈຶ່ງບໍ່ຕາຍ ແລະ ໄດ້ເປັນຜູ້ທຳບຳເພັນກຸສົນກໍ່ ທາດກວມດູກຈຳນວນໜຶ່ງໄວ້ແຄມ ນ້ຳຕົງ ໃນປັດຈຸບັນຍັງມີຮອງຮອຍ ປະກົດການໃຫ້ເຫັນຢູ່. ມາເຖິງ ດຽວນີ້ໄດ້ຢັ້ງຢືນໄວ້ວ່າ: ທີ່ມາຂອງ ບ້ານນາທົວແມ່ນຈຳນວນຄົນຕົກຢູ່ ບໍລິເວນນັ້ນຈົນທົ່ວ, ບ້ານນາແຍງ ແມ່ນບ່ອນນັ່ງຊົມນັ່ງແຍງໜໍ່ຄຳ ທັງເຊົ້າ ແລະ ແລງ, ບ້ານທ່າແມ່ນ ມີທ່ານ້ຳ ແລະ ເປັນບ່ອນນັດໝາຍ ເຕົ້າໂຮມລໍຖ້າກັນ, ບ້ານດອນແມ່ນ ເປັນດອນໜຶ່ງຂອງຈຸດເລີ່ມຕົ້ນຂອງ ການສ້າງຂັ້ນໄດ. ແຕ່ມື້ນັ້ນມາເຖິງມື້ນີ້ກໍ່ບໍ່ທັນ ຮັບ ຄຳວ່າ: ສາມໝື່ນ-ຕູບເຟືອງ ໃນເມື່ອກ່ອນ, ປ່ຽນມາເປັນ ສາມ ໝື່ນ-ເມືອງເຟືອງ ໃນປັດຈຸບັນເຖິງ ທຸກວັນນີ້. ຂ່າວອັນແນ່ນອນວ່າແມ່ນໜໍ່ ຄຳແທ້ ຫລື ບໍ່ ເພາະຢູ່ສູງຫລາຍ ທາງຈະຂຶ້ນໄປຫາໜໍ່ຄຳ ກໍ່ບໍ່ມີ, ບໍ່ມີຜູ້ໃດຈະປີນຂຶ້ນໜ້າຜາໄປຫາ ໜໍ່ຄຳໄດ້ ມີແຕ່ຄຳຊ່າລືກັນມາແຕ່ ບູຮານນະການວ່າ: ຜາທໍ່ໜໍ່ຄຳ.
RkJQdWJsaXNoZXIy MTc3MTYxMQ==