7028

15/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lt4k[a odkolb dlk ]k;{9u o Ij ;,ra fmtoklu ,n cI''kodtly dema oltw\ ຂປລ. ພິທີເປີດປ້າຍໂຄງການ ພັດທະນາສີມືແຮງງານກະສິກໍາ ທັນສະໄໝ ລາວ-ຈີນ ຈັດຂຶ້ນໃນ ວັນທີ 13 ພຶດສະພາ 2025 ຢູ່ ວິທະຍາໄລເຕັກນິກກະສິກໍາດົງ ຄໍາຊ້າງ ໂດຍມີ ທ່ານ ນາງ ສິລິນ ທອນ ສັກລໍຄໍາ ຫົວໜ້າກົມຮ່ວມ ມືກັບຕ່າງປະເທດ ກະຊວງສຶກສາ ທິການ ແລະ ກິລາ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຈິດ ຕະກອນ ສີຊານົນ ຜູ້ອໍານວຍການ ວິທະຍາໄລເຕັກນິກກະສິກໍາດົງຄໍາ ຊ້າງ ໄດ້ສະແດງຄວາມຂອບໃຈຕໍ່ ໝາກຜົນການຮ່ວມມືໃນຄັ້ງນີ້ ເຊິ່ງ ປະກອບສ່ວນເຮັດໃຫ້ບັນຍາກາດ ການຮຽນ-ການສອນ ພາຍໃນ ວິທະຍາໄລເຕັກນິກກະສິກໍາດົງຄໍາ ຊ້າງ ມີຊີວິດຊີວາຫລາຍຂຶ້ນ ໂດຍ ສະເພາະແມ່ນຄວາມກະຕືລືລົ້ນ ຫລື ຄວາມສົນໃຈຂອງນັກສຶກສາ ຕໍ່ການຮຽນພາສາຈີນ ໄປຄຽງຄູ່ ກັບວິຊາສະເພາະຫລາຍຂຶ້ນ. ທ່ານ ຊິນກັ່ງ ຮອງອະທິການບໍ ດີມະຫາວິທະຍາໄລເຕັກນິກ-ວິຊາ ຊີບກະສິກຳກວາງຊີ ສປ ຈີນ ໄດ້ ກ່າວວ່າ: ໂຄງການດັ່ງກ່າວສະ ແດງໃຫ້ເຫັນວ່າ ໝາກຜົນຂອງ ການຮ່ວມມືນັບມື້ນັບເຂົ້າສູ່ລວງ ເລິກ, ທ່າອ່ຽງການພັດທະນາຂອງ ກະສິກຳຍຸກສະໄໝດຳເນີນໄປດ້ວຍ ດີ. ໂຄງການພັດທະນາສີມືແຮງ ງານກະສິກໍາທັນສະໄໝ ລາວ-ຈີນ ຂປລ. ພິທີເປີດໂຄງການເພີ່ມ ລາຍຮັບສ່ວຍສາອາກອນ ພາຍໃນ ປະເທດແບບທັນສະໄໝ(DRMM) ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ໂດຍມີ ທ່ານ ສຸລິວັດ ສຸວັນ ນະຈຸມຄໍາ ຮອງລັດຖະມົນຕີກະ ຊວງການເງິນ, ຫົວໜ້າຄະນະຊີ້ນໍາ ໂຄງການ DRMM, ທ່ານ Amr Qari ຮອງຫົວໜ້າຫ້ອງການ ທະ ນາຄານ ພັດທະນາອາຊີ (ADB), ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສຸລິວັດ ສຸວັນນະຈຸມຄຳ ໄດ້ໃຫ້ຮູ້ວ່າ: ໂຄງການເພີ່ມລາຍຮັບ ສ່ວຍສາອາກອນພາຍໃນປະເທດ ແບບທັນສະໄໝຫລືເອີ້ນວ່າDRMM ເປັນໂຄງການຍຸດທະສາດໜຶ່ງຂອງ ລັດຖະບານ ເຊິ່ງມີເປົ້າໝາຍສຸມ ໃສ່ການສ້າງຄວາມເຂັ້ມແຂງທາງ ດ້ານການເງິນ ດ້ວຍການຍົກລະດັບ ວຽກງານສ່ວຍສາອາກອນ ໃນ ກົນໄກການຈັດເກັບລາຍຮັບໃຫ້ ເປັນທັນສະໄໝ ແລະ ຮັບປະກັນປະ ສິດທິຜົນໄດ້ດີຂຶ້ນ. ພ້ອມນີ້, ຍັງໄດ້ຖື ໂອກາດນີ້, ສະແດງຄວາມຂອບໃຈ ຕໍ່ທະນາຄານພັດທະນາອາຊີ ທີ່ ປະກອບສ່ວນຊ່ວຍສະໜັບສະໜູນ ເຂົ້າໃນວຽກງານການສ້າງຄວາມ ເຂັ້ມແຂງທາງດ້ານເສດຖະກິດ ຂອງລັດຖະບານລາວ ໂດຍສະ ເພາະ ແມ່ນການສະໜັບສະໜູນ ດ້ານທຶນກູ້ຢືມ ໃນມູນຄ່າທັງໝົດ25 ລ້ານໂດລາສະຫະລັດ ແລະ ຊ່ວຍ ເຫລືອ 2 ລ້ານໂດລາສະຫະລັດ ເຂົ້າ ໃສ່ການພັດທະນາດ້ານຂໍ້ມູນຂ່າວ ສານເຕັກໂນໂລຊີ ຂອງຂະແໜງ ການຈັດເກັບລາຍຮັບຂອງລາວ ເຮົາ ໃຫ້ມີຄວາມເຂັ້ມແຂງ ແລະ ທັນ ສະໄໝ ເຊິ່ງສອດຄ່ອງກັບແຜນຍຸດ ທະສາດແຫ່ງຊາດຂອງລັດຖະບານ ໃນການເພີ່ມລາຍຮັບພາຍໃນປະ ເທດ, ຫລຸດຜ່ອນໜີ້ສິນສາທາລະ ນະ, ຮັບປະກັນການສະໜອງງົບ ປະມານໃນການບໍລິການສາທາລະ ນະຢ່າງຍືນຍົງ ແລະ ກຸ້ມຕົນເອງ. ທ່ານ ສຸລິວັດ ສຸວັນນະຈຸມຄຳ ຍັງໃຫ້ຮູ້ອີກວ່າ: ໃນຊ່ວງທົດສະວັດ ທີ່ຜ່ານມາ, ສປປ ລາວ ໄດ້ມີການ ຂະຫຍາຍຕົວທາງດ້ານເສດຖະກິດ ຢ່າງຕໍ່ເນື່ອງ ເຊິ່ງສົ່ງຜົນເຖິງການ ປ່ຽນແປງໂຄງສ້າງທີ່ສໍາຄັນຂອງ ເສດຖະກິດແຫ່ງຊາດ. ໃນໄລຍະ 4 ປີທີ່ຜ່ານມາ, ລັດຖະບານ ສາມາດ ຈັດເກັບລາຍຮັບໄດ້ຕາມແຜນ ແລະ ລື່ນແຜນການ, ແຕ່ເຖິງວ່າຈະບັນລຸ ໄດ້ດ້ານຕັ້ງໜ້າຄືດັ່ງກ່າວ, ກໍຍັງຜະ ເຊີນກັບສິ່ງທ້າທາຍຫລາຍດ້ານ ໂດຍສະເພາະບັນດາເງື່ອນໄຂທີ່ຈະ ປະກອບສ່ວນ ໃຫ້ການສ້າງຄວາມ ໝັ້ນຄົງດ້ານເສດຖະກິດ, ການສ້າງ ຄວາມເຂັ້ມແຂງທາງດ້ານລາຍຮັບ ແລະ ການຄຸ້ມຄອງ ໜີ້ສິນສາທາ ລະນະ ຢ່າງມີປະສິດທິຜົນ. ເພື່ອ ກ້າວຂ້າມບັນດາສິ່ງທ້າທາຍຕ່າງໆ ແລະ ສ້າງຄວາມເຂັ້ມແຂງທີ່ຍືນຍົງ ຈະຕ້ອງໄດ້ມີກົນໄກ ການຄຸ້ມຄອງ ຊັບພະຍາກອນພາຍໃນປະເທດ ທີ່ ມີປະສິດທິຜົນ ເພື່ອຫລຸດຜ່ອນການ ເພິ່ງພາອາໄສແຫລ່ງ ທຶນຈາກພາຍ ນອກ. ໂຄງການ DRMM ແມ່ນນອນ ຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ສໍາລັບປີ 2024-2028, ແຜນ ພັດທະນາເສດຖະກິດ-ສັງຄົມ ຄັ້ງ ທີ 9 ປີ 2021-2025 ແລະ ແຜນ ພັດທະນາຍຸດທະສາດສ່ວຍສາອາ ກອນ 2021-2025, ຈະເປັນ ໂຄງການທີ່ຊ່ວຍໃຫ້ລັດຖະບານ ພັດທະນາກົນໄກການການຄຸ້ມຄອງ ການຈັດເກັບລາຍຮັບ ທີ່ມີປະ ສິດທິຜົນ ເພື່ອເປັນເຄື່ອງມືທີ່ມີ ປະສິດທິພາບໃນການຂຸດຄົ້ນ ແລະ ຄຸ້ມຄອງຊັບພະຍາກອນພາຍໃນ ປະເທດ ທີ່ເປັນທ່າແຮງ ໄດ້ຢ່າງຄົບ ຖ້ວນ ແລະ ສອດຄ່ອງກັບລະບຽບ ກົດໝາຍ ເຮັດໃຫ້ລາຍຮັບຂອງ ລັດ ຖະບານເພີ່ມຂຶ້ນ ສາມາດແກ້ໄຂ ບັນຫາຄວາມບອບບາງທາງເສດ ຖະກິດມະຫາພາກ ໂດຍຜ່ານບັນ ດາໜ້າວຽກຄື: ການຫັນເປັນທັນ ສະໄໝ (ເປັນລະບົບດີຈິຕອນ) ໃນ ຂອດການບໍລິການຜູ້ເສຍອາກອນ, ການພັດທະນາລະບົບໃບເກັບເງິນ ແບບທັນສະໄໝ (E-invoicing), ການປັບປຸງລະບົບການວິເຄາະ ຂໍ້ມູນ ແລະ ການພັດທະນາສູນ ຝຶກອົບຮົມດ້ານວຽກງານສ່ວຍສາ ອາກອນ. ໄດ້ລິເລີ່ມໃນທ້າຍປີ 2023 ໂດຍ ການຮ່ວມມືຂອງ 3 ຝ່າຍ, ຝ່າຍ ສປປ ລາວ ປະກອບມີ: ວິທະຍາ ໄລເຕັກນິກກະສິກໍາດົງຄໍາຊ້າງ ພາຍໃຕ້ການຊີ້ນໍາໂດຍກົງຂອງກົມ ອາຊີວະສຶກສາ ແລະ ກົມຮ່ວມມືກັບ ຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໂດຍມີຄູ່ຮ່ວມພັດທະນາ ແມ່ນຄະນະກະເສດສາດ ມະຫາ ວິທະຍາໄລແຫ່ງຊາດລາວ. ສ່ວນ ຝ່າຍ ສປ ຈີນ ແມ່ນມະຫາວິທະຍາ ໄລເຕັກນິກ-ວິຊາຊີບກະສິກໍາກວາງ ຊີ ພາຍໃຕ້ການຊີ້ນໍາຂອງພະແນກ ສຶກສາທິການ ແຂວງກວາງຊີ. ໂຄງການນີ້, ມີໄລຍະການຮ່ວມ ມື 3 ປີ (31 ທັນວາ 2023-31 ທັນວາ 2026) ເພື່ອສ້າງ ແລະ ຝຶກ ທັກສະສີມືແຮງງານກະສິກໍາທີ່ທັນ ສະໄໝ ໃຫ້ແກ່ ສປປ ລາວ ໂດຍ ການຊ່ວຍເຫລືອຈາກຜູ້ຊ່ຽວຊານ ແລະ ນັກວິຊາການຂອງ ສປ ຈີນ, ປັດຈຸບັນ ມີນັກສຶກສາຂອງ ສປປ ລາວ (ຈາກວິທະຍາໄລເຕັກນິກກະ ສິກໍາດົງຄໍາຊ້າງ) ຈໍານວນ 100 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງ ການດັ່ງກ່າວແລ້ວ ໂດຍຜ່ານລະ ບົບການຮຽນແບບ 2+1 (ຮຽນ 2 ປີ ຢູ່ ລາວ ແລະ ອີກ 1 ປີ ຮຽນ ຢູ່ ສປ ຈີນ). ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ຂປລ. ປັດຈຸບັນ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການໃຫ້ ມີການເພີ່ມທະວີການເຝົ້າລະວັງ ແລະ ປະຕິບັດ ມາດຕະການປ້ອງ ກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ເລືອດດໍາ ທີ່ມີການ ລະບາດແລ້ວຢູ່ປະເທດເພື່ອນບ້ານ ເພື່ອເປັນການປ້ອງກັນ ແລະ ສະກັດ ກັ້ນພະຍາດດັ່ງກ່າວ, ທີ່ອາດຈະເກີດ ຫລື ແຜ່ລາມເຂົ້າມາຮອດ ນະຄອນ ຫລວງວຽງຈັນ ກໍຄື ສປປ ລາວ. ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າ ຈັດສັນຕະຫລາດສົດໂນນຄໍ້ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນ ວັນທີ 14 ພຶດສະພາ 2025 ນີ້ວ່າ: ພາຍຫລັງໄດ້ຮັບຂ່າວວ່າມີການ ລະບາດຂອງພະຍາດໄຂ້ເລືອດດໍາ ຢູ່ປະເທດເພື່ອນບ້ານ, ຕະຫລາດ ສົດໂນນຄໍ້ ໄດ້ວາງມາດຕະການ ຢ່າງເຄັ່ງຄັດ ເພື່ອເຝົ້າລະວັງ ແລະ ສະກັດກັ້ນພະຍາດໄຂ້ເລືອດດໍາທີ່ ອາດຈະເກີດ ໂດຍໄດ້ປະຕິບັດ ຕາມ ແຈ້ງການຂອງກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ວາງອອກຢ່າງເຂັ້ມງວດ ໂດຍໄດ້ກວດກາການນຳເຂົ້າຊີ້ນ ສັດແຕ່ລະປະເພດ ເປັນຕົ້ນ ຊີ້ນງົວ, ຄວາຍ, ໝູ, ໄກ່ ແລະ ອື່ນໆ ຢ່າງ ເຄັ່ງຄັດ, ຊີ້ນທຸກປະເທດທີ່ນຳເຂົ້າ ມາຂາຍ ຢູ່ຕະຫລາດສົດໂນນຄໍ້ ຕ້ອງໄດ້ຜ່ານການກວດກາຈາກພະ ນັກງານສັດຕະວະແພດ ຢູ່ໂຮງ ງານຂ້າສັດຕ່າງໆ, ແມ່ຄ້າທຸກຄົນ ທີ່ນຳເອົາຊີ້ນມາຂາຍ ຕ້ອງມີໃບຢັ້ງ ຢືນກວດກາອະນາໄມ ຊີ້ນ ແລະ ຜະ ລິດຕະພັນຊີ້ນ ຈາກຂະແໜງລ້ຽງ ສັດ ແລະ ການປະມົງ, ພະແນກກະ ສິກຳ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ຈຶ່ງຈະສາມາດນຳເອົາຊີ້ນ ເຂົ້າມາຂາຍໄດ້. ໂອກາດນີ້, ທ່ານ ວຽງຄໍາ ລໍວັນ ໄຊ ໄດ້ຢັ້ງຢືນວ່າ: ຊີ້ນ ແລະ ຜະລິດ ຕະພັນຊີ້ນ ທີ່ນຳມາວາງຈຳໜ່າຍ ຢູ່ ຕະຫລາດສົດໂນນຄໍ້ ເປັນຊີ້ນ ທີ່ໄດ້ ຜ່ານການກວດກາຈາກ ພະນັກງານ ສັດຕະວະແພດ, ເປັນຊີ້ນທີ່ມີຄຸນນະ ພາບ, ໄດ້ມາດຕະຖານ ບໍ່ມີເຊື້ອພະ ຍາດເຈືອປົນ ຂໍໃຫ້ກຸ່ມຜູ້ບໍລິໂພກ ກໍຄື ມວນຊົນ ໃນນະຄອນຫລວງ ວຽງຈັນ ບໍ່ໃຫ້ແຕກຕື່ນຕາມຂ່າວລື ຕ່າງໆໃນສື່ສັງຄົມອອນລາຍ. ປັດຈຸ ບັນ, ຢູ່ນະຄອນຫລວງວຽງຈັນ ກໍຄື ໃນຂອບເຂດທົ່ວປະເທດ ຍັງບໍ່ ພົບການລະບາດຂອງພະຍາດໄຂ້ ເລືອດດຳ. ເຖິງແນວໃດກໍຕາມ ທຸກ ພາກສ່ວນໃນສັງຄົມ ຕ້ອງມີສະຕິ, ເປັນເຈົ້າການເຝົ້າລະວັງພະຍາດ ດັ່ງກ່າວ ທີ່ອາດຈະເກີດຂຶ້ນ ເພື່ອບໍ່ ໃຫ້ເກີດການລະບາດ ຢູ່ ສປປ ລາວ. ຕະຫລາດສົດໂນນຄໍ້ ມີສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກ ປະເພດ ຕ່າງໆ ໄວ້ໃຫ້ບໍລິການແກ່ຜູ້ບໍລິໂພກ ໄດ້ຈັບຈ່າຍຊື້-ຂາຍ ໄດ້ຢ່າງພຽງພໍ ກັບຄວາມຕ້ອງການ. ພ້ອມທັງ, ວາງມາດຕະການຕ່າງໆ ຢ່າງເຂັ້ມ ງວດ ເພື່ອຄຸ້ມຄອງລາຄາສິນຄ້າ ບໍ່ ໃຫ້ມີການສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ ຕາມອຳເພີໃຈ ໂດຍໃຫ້ຊາວຄ້າ-ຂາຍ ຕິດປ້າຍ ລາຄາສິນຄ້າຢ່າງຊັດເຈນ ເພື່ອບໍ່ ໃຫ້ເອົາລັດເອົາປຽບຜູ້ບໍລິໂພກ. ສໍາ ລັບ ຊາວຄ້າຂາຍຜູ້ໃດຫາກລະເມີດ ຕໍ່ລະບຽບການ ຂອງຕະຫລາດວາງ ອອກ ເປັນຕົ້ນ ສວຍໂອກາດຂຶ້ນລາ ຄາສິນຄ້າ, ປັບຕາຊັ່ງຊິງ ແລະ ອື່ນໆ ຈະຖືກປະຕິບັດຕາມລະບຽບທີ່ວາງ ໄວ້ ຢ່າງເຄັ່ງຄັດ. ພະຍາດໄຂ້ເລືອດດໍາ ເປັນພະ ຍາດຕິດແປດຮ້າຍແຮງຊະນິດໜຶ່ງ ສໍາລັບສັດ ແລະ ທີ່ຜ່ານມາໄດ້ຮັບ ລາຍງານເກີດກັບສັດປະເພດຄວາຍ, ງົວ, ແບ້, ໝູ ແລະ ມ້າ ເຊິ່ງເຮັດໃຫ້ ສັດຕາຍເປັນຈຳນວນຫລວງຫລາຍ ແລະ ພະຍາດໄຂ້ເລືອດດໍາສາມາດ ຕິດຕໍ່ ຈາກສັດສູ່ຄົນໄດ້ ໂດຍການ ສໍາຜັດ ແລະ ການບໍລິໂພກຊີ້ນສັດ ທີ່ປົນເປື້ອນເຊື້ອພະຍາດ ຖ້າໄດ້ຮັບ ເຊື້ອອາດຈະເຮັດ ໃຫ້ເສຍຊີວິດໄດ້. ຂ່າວ-ພາບ: ທະນູທອງ gxu f37'dkogruj ,]kpIa [ lj ;plkvkdvo rkp.oxtgmf c[[ma oltw\ 8ts]kflq f3oo7= h ;k',kf8tdkog7aj '7a f g/Q k]t;a 'dko]t[kfrtpkfw0h g]n vffe

RkJQdWJsaXNoZXIy MTc3MTYxMQ==