7028

,6 og-N vry ]tvkfsko c]t [+ pv,9eoq o0v'dv'ra omu 2 ;y ]t-q o 15/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 66 ປີ ວັນທີ 18/5/1959-18/5/2025) xtmko 3Ij 9u j ,y ' fe]q '16 j .ork]tdy fxt8y ;a f0v'r;dgIq k8ts]vfdk]toko * ໃນບົດກ່ອນໄດ້ສະເໜີກ່ຽວ ວິລະກຳອັນມະຫັນສະຈັນຂອງ ກອງທັບປະຊາຊົນລາວ ສ້າງໄວ້ ໃນໜ້າປະຫວັດສາດແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດຂອງລາວນັ້ນ ແມ່ນມີຄວາມໝາຍ ແລະ ສຳຄັນ ທີ່ຄົນຮຸ່ນສືບທອດຕ້ອງໄດ້ຮໍ່າຮຽນ ເອົາໂດຍສະເພາະແມ່ນມູນເຊື້ອຕໍ່ສູ້ ບໍ່ຍອມຈໍານົນຈົນສາມາດທັບມ້າງ ກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫລ່ງຕີນມືຂອງພວກເຂົາ ທີ່ຫວັງດັບມອດກໍາລັງປະຕິວັດ. ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວ ສະແດງໃຫ້ ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບ ຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈ ຊີວິດ ແລະ ພາລະກິດປະຕິວັດີິິິັ ຂອງປະທານ ໂຮ່ຈີ່ມິງ່ີ່ິ *ປະທານ ໂຮ່ຈີ່ມິງ ເກີດເມື່ອວັນ ທີ 19 ພຶດສະພາ 1890 ທີ່ບ້ານແຊັນ (ດອກບົວ), ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ໃນຄອບຄົວປັນຍາຊົນຜູ້ຮັກຊາດ, ເຕີບໃຫຍ່ຂຶ້ນທ່າມກາງສະພາບ ບ້ານເມືອງມີຄວາມຫຍຸ້ງຍາກລຳ ບາກໂດຍໄດ້ເຫັນຂະບວນການ ເຄື່ອນໄຫວເພື່ອເອກະລາດຂອງປະ ຊາຊົນຫວຽດນາມໃນການຕໍ່ສູ້ຕ້ານ ຈັກກະພັດລ່າເມືອງຂຶ້ນເກ່ົ່າໃນຮູບ ແບບຕ່າງໆ ເຊັ່ນ: ຂະບວນການດົງ ຊູຂອງທ່ານ ຟານໂບ່ຍເຈົາ, ຂະບວນ ການຢຸຍເຕີນ (ປະຕິຮູບ) ຂອງທ່ານ ຟານຈູຈິ໋ນ ຫລື ການລຸກຮືຂຶ້ນຂອງ ຮ່ວາງຮວາຖ່າມ... ເຖິງຂະບວນ ການຕໍ່ຕ້ານຈະເກີດຂຶ້ນຕິດຕໍ່ກັນລ້ວນ ແຕ່ລົ້ມເຫລວເນື່ອງຈາກຍັງຂາດ ແນວທາງທີ່ຖືກຕ້ອງ, ໄດ້ເຫັນຄວາມ ໂຫດຮ້າຍປ່າເຖື່ອນ, ການກົດຂີ່ຂູດ ຮີດຂອງຈັກກະພັດລ່າເມືອງຂຶ້ນ ແບບເກົ່າທີ່ມີຕໍ່ປະຊາຊົນ, ເຫັນ ແລະ ໄດ້ຍິນເຖິງການເສຍສະລະເລືອດ ເນື້ອຂອງພໍ່ແມ່ປະຊາຊົນ. ດ້ວຍ ເຫດນີ້, ທ່ານ ຫງວຽນຕ໊າດຖັ່ນ– ຫງວຽນອາຍກວັກ–ໂຮ່ຈີ່ມິງ ຈຶ່ງ ໄດ້ຫລໍ່ຫລອມເຈດຕະນາລົມແນ່ວ ແນ່ທີ່ຈະອອກໄປຕ່າງປະເທດເພື່ອ ຊອກຫາເສັ້ນທາງໃນການປົດປ່ອຍ ປະເທດຊາດ. ວັນທີ5ມິຖຸນາ1911, ທ່ານໄດ້ສະໝັກເປັນຜູ້ຊ່ວຍພໍ່ຄົວເທິງ ເຮືອອາມີລານ ລາຕູຣ໌ ແຕຣແວຽງ (Amiral Latouche Treville) ທີ່ອອກຈາກທ່າເຮືອໄຊງ່ອນໄປຍັງ ເມືອງມາກເຊຍ (Marseille), ເລີ່ມຕົ້ນການເດີນທາງຕາມຫາເສັ້ນ ທາງປົດປ່ອຍຊາດ. ຕະຫລອດໄລຍະເວລາກວ່າ 30 ປີທີ່ອາໄສ ແລະ ເຮັດວຽກຢູ່ຕ່າງ ປະເທດ, ຫງວຽນຕ໊າດຖັ່ນ ເຮັດວຽກ ຫລາກຫລາຍອາຊີບ, ມີສ່ວນຮ່ວມ ໃນຂະບວນການເຄື່ອນໄຫວປະຕິວັດ ຂອງປະຊາຊົນໃນຫລາຍປະເທດ. ຂະນະດຽວກັນກໍບໍ່ຢຸດຕໍ່ສູ້ເພື່ອ ສູ້ຮົບພິລະອາດຫານ ແລະ ມີໄຫວ ພິບຂອງກອງພັນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະດົມອັນແຮງ ກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີຊະນະກັບຈັກກະພັດຕ່າງດ້າວ ແລະລູກແຫລ່ງຕີນມື. ພ້ອມດຽວກັນ ນັ້ນກໍເຮັດໃຫ້ກໍາລັງປະຕິວັດ, ໂດຍ ສະເພາະແມ່ນກໍາລັງປະກອບອາວຸດ ປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ເຂັ້ມແຂງ. ການຜ່າວົງ ປິດລ້ອມຂອງກອງພັນທີ 2 ແມ່ນ ໄຊຊະນະອັນໃຫຍ່ຫລວງຂອງກໍາ ລັງປະກອບອາວຸດທີ່ຢູ່ພາຍໃຕ້ການ ນໍາພາອັນປີຊາສາມາດສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິບັດ ລາວ ແລະ ກອງທັບປະຊາຊົນລາວ. ເຫດການດັ່ງກ່າວ, ສະແດງໃຫ້ເຫັນ ເຖິງຄວາມສະຫລຽວສະຫລາດ, ການມີໄຫວພິບ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນບັນດາເຜົ່າ, ຄວາມ ປີຊາສາມາດຂອງຄະນະພັກ-ຄະນະ ບັນຊາ ຈຶ່ງສາມາດເຮັດໃຫ້ກອງພັນທີ 2ສາມາດຜ່າວົງປິດລ້ອມໄດ້ສຳເລັດ. ປັດຈຸບັນແມ່ນໄລຍະແຫ່ງການ ສ້າງສາ ແລະ ພັດທະນາປະເທດ ຊາດ, ກໍມີສິ່ງທ້າທາຍຫລາຍດ້ານ ທີ່ພວກເຮົາຄົນຮຸ່ນໜຸ່ມຕ້ອງໄດ້ ຜ່ານຜ່າ ເພື່ອພ້ອມກັນພັດທະນາ ປະເທດຊາດໃຫ້ກ້າວໄປສູ່ຄວາມ ຮຸ່ງເຮືອງສີວິໄລ. ດັ່ງນັ້ນ, ຈຶ່ງມີ ຄວາມຈຳເປັນຍິ່ງທີ່ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ກໍຄື ປວງ ຊົນລາວທັງຊາດ ຕ້ອງຝຶກຝົນຕົນ ເອງທາງດ້ານການເມືອງແນວຄິດ, ຕ້ອງມີຄວາມອຸ່ນອ່ຽງທຸນທ່ຽງບໍ່ ຫວັ່ນໄຫວຄອນແຄນຕໍ່ອຸປະສັກ ຫຍຸ້ງຍາກ, ສິ່ງທົດສອບທ້າທາຍ ຫລາຍປະການ, ຕ້ອງມີຄວາມສາ ມັກຄີເປັນເອກະພາບ, ມີນໍ້າໃຈເດັດ ດ່ຽວອາດຫານ, ມີນໍ້າໃຈເສຍສະລະ ຜົນປະໂຫຍດສ່ວນຕົວເພື່ອຜົນປະ ໂຫຍດລວມຂອງຊາດ, ປະຕິບັດ ລະບຽບວິໄນ, ຄໍາສັ່ງ ແລະ ກົດ ໝາຍຕ່າງໆຢ່າງເຂັ້ມງວດ ເພື່ອສ້າງ ໃຫ້ສັງຄົມມີຄວາມສະຫງົບ, ເປັນ ລະບຽບຮຽບຮ້ອຍ ແລະ ກ້າວໄປ ສູ່ຄວາມຈະເລີນວັດທະນາຖາວອນ ໃນອະນາຄົດ. (ເນ່ືອງໃນໂອກາດວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ 19/5/1890-19/5/2025)່ື ອັ ນີ ດ່ ຈີ່ມິງົ ບີ ເອກະລາດ ແລະ ເສລີພາບຂອງ ຊາດ. ວັນທີ 18 ມິຖຸນາ 1919, ພາຍໃຕ້ຊື່ “ຫງວຽນອາຍກວັກ”, ທ່ານໄດ້ຕາງໜ້າສະມາຄົມຊາວ ຫວຽດນາມຮັກຊາດໃນຝຣັ່ງ ສົ່ງ “ຂໍ້ຮຽກຮ້ອງຂອງປະຊາຊົນອັນ ນາມ” ໄປຍັງກອງປະຊຸມແວຣ໌ຊາຍ (Versailles), ຮຽກຮ້ອງໃຫ້ທຸກ ປະເທດຜູ້ເຂົ້າຮ່ວມປະຊຸມຍອມຮັບ ສິດໃນເສລີພາບ, ປະຊາທິປະໄຕແລະ ຄວາມສະເໝີພາບຂອງປະເທດຊາດ ຫວຽດນາມ. ໃນປີ 1920 ທີ່ກອງ ປະຊຸມໃຫຍ່ຕູຣ໌ (Tours), ທ່ານ ໄດ້ເຂົ້າຮ່ວມສ້າງຕັ້ງພັກກອມມູ ນິດຝຣັ່ງ. ປີ 1921, ເຂົ້າຮ່ວມສ້າງຕັ້ງ ສັນນິບາດຊົນຊາດຫົວເມືອງຂຶ້ນ; ປີ 1922, ອອກໜັງສືພິມ “Le Paria” (ຄົນທຸກຍາກ) ທີ່ຝຣັ່ງ. ປີ 1923, ໄດ້ຮັບເລືອກເປັນຄະນະ ກໍາມະການບໍລິຫານສາກົນຂອງ ຊາວນາ. ປີ 1924, ເຂົ້າຮ່ວມກອງ ປະຊຸມໃຫຍ່ຄັ້ງທີ 5 ຂອງອົງການ ກອມມູນິດສາກົນ ແລະ ໄດ້ຮັບ ແຕ່ງຕັ້ງເປັນກໍາມະການປະຈໍາກົມ ຕາເວັນອອກ, ຮັບຜິດຊອບໂດຍກົງ ຕໍ່ກົມອາຊີຕາເວັນອອກສຽງໃຕ້. ປີ 1925 ທ່ານຮ່ວມສ້າງຕັ້ງສະມາຄົມ ຊົນຊາດໃນອາຊີຜູ້ຖືກກົດຂີ່ ແລະ ຕີພິມໜັງສື “ຄໍາພິພາກສາລະບົບ ອານານິຄົມຝຣັ່ງ” ເພື່ອກະກຽມ ໃຫ້ການຈັດຕັ້ງພັກກອມມູນິດໃນ ຫວຽດນາມ, ໃນປີດຽວກັນ, ປະທານ ໂຮ່ຈີ່ມິງ ໄດ້ສ້າງຕັ້ງ “ສະມາຄົມ ຊາວໜຸ່ມປະຕິວັດຫວຽດນາມ” ທີ່ ເມືອງກວາງເຈົາ (ປະເທດຈີນ) ແລະ ຈັດຕັ້ງກຸ່ມກອມມູນິດ ເພື່ອຝຶກ ອົບຮົມພະນັກງານເພື່ອເປັນຜູ້ນໍາ ຂະບວນການ ແລະ ເຜີຍແຜ່ລັດທິ ມາກ – ເລນິນເຂົ້າສູ່ຫວຽດນາມ. ໃນໄລຍະປີ 1928 ທ່ານໄດ້ ກັບມາເຮັດວຽກຢູ່ປະເທດໄທ ແລະ ລາວ. ປີ 1929 ພັກກອມມູນິດ ອິນດູຈີນ, ພັກກອມມູນິດອັນນາມ ແລະ ສະຫະພັນລັດກອມມູນິດ ອິນດູຈີນ ໄດ້ກຳເນີດຂຶ້ນທີ່ຫວຽດ ນາມ. ຕາມຄໍາມອບໝາຍຂອງ ກອມມູນິດສາກົນ. ວັນທີ 3 ກຸມພາ 1930 ຫງວຽນອາຍກວັກ ເປັນປະ ທານກອງປະຊຸມລວມ 3 ອົງການ ດັ່ງກ່າວ ແລະ ສ້າງຕັ້ງພັກກອມມູນິດ ຫວຽດນາມ. ຕັ້ງແຕ່ປີ 19301940 ທ່ານຍັງຕໍ່ສູ້ເພື່ອປົດປ່ອຍ ປະເທດຊາດຫວຽດນາມ ແລະ ຊົນ ຊາດຜູ້ຖືກກົດຂີ່ຂູດຮີດອື່ນໆ ພາຍໃຕ້ ເງື່ອນໄຂທີ່ຫຍຸ້ງຍາກ, ຖືກຄຸມຂັງ, ກັກຂັງ ແລະ ຕົກຢູ່ໃນທ່າໂດດດ່ຽວ ໃນການເຄື່ອນໄຫວຂອງຕົນ. ໃນປີ 1941 ປະທານ ໂຮ່ຈີ່ມິງ ໄດ້ກັບຄືນຫວຽດນາມ ແລະ ຈັດ ກອງປະຊຸມຄັ້ງທີ 8 ຂອງສູນກາງ ພັກກອມມູນິດອິນດູຈີນ ເພື່ອກໍາ ນົດແນວທາງການຕໍ່ສູ້ປົດປ່ອຍ ປະເທດຊາດ, ຊີ້ນໍາການຈັດຕັ້ງ ແນວໂຮມເອກະລາດຫວຽດນາມ (ຫວຽດມິງ), ຈັດຕັ້ງກອງກໍາລັງ ປະກອບອາວຸດ, ສ້າງຖານທີ່ໝັ້ນ ຂອງການປະຕິວັດ ແລະ ນໍາພາ ປະຊາຊົນລຸກຮືຂຶ້ນທັງຂະໜາດນ້ອຍ ແລະ ໃຫຍ່ ເພື່ອຢຶດອໍານາດທົ່ວ ປະເທດ. ການປະຕິວັດເດືອນສິງຫາ ປີ 1945 ປະສົບຄວາມສໍາເລັດ. ວັນທີ 2 ກັນຍາ ປີ 1945 ທີ່ຈະຕຸລັດ ບາດິງ, ທ່ານໄດ້ກ່າວປະກາດ ເອກະລາດ, ປະກາດສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ຈັດການເລືອກຕັ້ງທົ່ວ ປະເທດ, ເລືອກສະພາແຫ່ງຊາດແລະ ຜ່ານລັດຖະທໍາມະນູນປະຊາທິປະໄຕ ສະບັບທໍາອິດຂອງຫວຽດນາມ. ໃນສະພາແຫ່ງຊາດຊຸດທໍາອິດ (ປີ 1946), ເພິ່ນໄດ້ຖືກເລືອກຕັ້ງເປັນ ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ພາຍໃຕ້ການນໍາພາຂອງສູນກາງ ພັກ ແລະ ປະທານ ໂຮ່ຈີ່ມິງ, ພັກ, ປະຊາຊົນ ແລະ ກອງທັບຫວຽດນາມ ທົ່ວປະເທດໄດ້ທໍາລາຍແຜນການ ຮຸກຮານຂອງກອງກໍາລັງພວກສັດຕູ ແລະ ພວກປະຕິການ ເພື່ອປົກປ້ອງ ແລະ ຮັກສາອໍານາດປະຕິວັດໄວ້ໄດ້ ຢ່າງໝັ້ນຄົງ. ທີ່ກອງປະຊຸມໃຫຍ່ ພັກຄັ້ງທີ 2 (ປີ 1951), ທ່ານໄດ້ ຮັບເລືອກຕັ້ງເປັນປະທານສູນກາງ ພັກ. ພາຍໃຕ້ການນໍາຂອງພັກ ແລະ ປະທານ ໂຮ່ຈີ່ມິງ, ການຕໍ່ສູ້ຕ້ານ ການຮຸກຮານຂອງຈັກກະພັດລ່າ ເມືອງຂຶ້ນແບບເກົ່າຂອງປະຊາຊົນ ຫວຽດນາມ ໄດ້ຮັບໄຊຊະນະອັນ ສະຫງ່າຜ່າເຜີຍໂດຍຈຸດສູງສຸດກໍ່ຄື ໄຊຊະນະປະຫວັດສາດທີ່ດຽນບຽນ ຟູ ເຊິ່ງ “ດັງກ້ອງໄປທົ່ວຫ້າທະວີບ, ສະເທືອນໄປທົ່ວໂລກ” (ປີ1954). ພາກເໜືອໄດ້ຮັບການປົດປ່ອຍຢ່າງ ສົມບູນ, ສູນກາງພັກ ແລະ ປະທານ ໂຮ່ຈີ່ມິງ ຍັງສືບຕໍ່ນໍາພາປະຊາຊົນ ຫວຽດນາມດໍາເນີນສອງພາລະກິດ ຍຸດທະສາດຂອງການປະຕິວັດຄື: ການສ້າງສັງຄົມນິຍົມໃນພາກເໜືອ ແລະ ຕໍ່ສູ້ເພື່ອປົດປ່ອຍພາກໃຕ້, ທ້ອນ ໂຮມປະເທດຊາດເປັນເອກະພາບ, ເຮັດໃຫ້ການປະຕິວັດປະຊາທິປະໄຕ ຂອງປະເທດຊາດຫວຽດນາມສໍາ ເລັດໃນທົ່ວປະເທດ. ກອງປະຊຸມໃຫຍ່ພັກຄັ້ງທີ 3 (ປີ 1960) ໄດ້ຕົກລົງເລືອກເອົາ ປະທານ ໂຮ່ຈີ່ມິງ ເປັນປະທານສູນ ກາງພັກແຮງງານຫວຽດນາມອີກ ວາລະໜຶ່ງ. ສະພາແຫ່ງຊາດຊຸດທີ 2 ແລະ 3 ກໍ່ໄດ້ເລືອກຕັ້ງທ່ານເປັນ ປະທານປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຮ່ວມ ກັບສູນກາງພັກ, ປະທານ ໂຮ່ຈີ່ມິງ ໄດ້ເປັນຜູ້ນໍາໃນພາລະກິດສ້າງສັງ ຄົມນິຍົມໃນພາກເໜືອ ແລະ ກໍາ ນົດແນວທາງທີ່ຖືກຕ້ອງສໍາລັບ ການຕໍ່ຕ້ານສົງຄາມຮຸກຮານຂອງ ຈັກກະພັດຕ່າງດ້າວໄປຈົນເຖິງໄຊຊະ ນະສຸດທ້າຍ; ວາງຮາກຖານ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ ລະຫວ່າງຫວຽດນາມ ກັບບັນດາ ປະເທດໃນທົ່ວໂລກ, ລະຫວ່າງ ພັກກອມມູນິດຫວຽດນາມ ກັບພັກ ກອມມູນິດອື່ນໆ ແລະ ຂະບວນການ ກໍາມະກອນສາກົນຕ່າງໆ. ວັນທີ 2 ກັນຍາ ປີ 1969, ປະທານ ໂຮ່ຈີ່ມິງ ໄດ້ເຖິງແກ່ມໍລະ ນະກໍາ ເຊິ່ງເປັນການສູນເສຍຢ່າງ ໃຫຍ່ຫລວງຂອງປະເທດຊາດ. ພິໄນ ກໍາຂອງປະທານ ໂຮ່ຈີ່ມິງ ໄດ້ມີໄວ້ໄດ້ ກາຍເປັນສິ່ງລໍ້າຄ່າໃນປະຫວັດສາດ, ສະທ້ອນສັດຈະທໍາແຫ່ງແນວຄິດ, ຈັນຍາບັນ ແລະ ຈິດວິນຍານອັນສູງ ສົ່ງຂອງຜູ້ນໍາຜູ້ຍິ່ງໃຫຍ່ທີ່ອຸທິດທັງ ຊີວິດໃຫ້ແກ່ປິຕຸພູມແລະ ມະນຸດຊາດ, ປະຊາຊົນ ແລະ ນັກຮົບທົ່ວປະເທດ ຫວຽດນາມລ້ວນແຕ່ໂສກເສົ້າອາໄລ ເຖິງຜູ້ເປັນພໍ່ໃຫຍ່ຂອງປະຊາຊົນ ທົ່ວປະເທດ. ການຈາກໄປຂອງ ເພິ່ນຍັງຄົງເຫລືອໄວ້ຄວາມຮັກອັນ ລົ້ນເຫລືອແກ່ພັກ ແລະ ປະຊາຊົນ ຫວຽດນາມທົ່ວຊາດ ແລະ ສາຍ ພົວພັນອັນແໜ້ນແຟ້ນກັບປະຊາຊົນ ຜູ້ຮັກຄວາມກ້າວໜ້າທົ່ວໂລກ. ປະທານ ໂຮ່ຈີ່ມິງ ໄດ້ອຸທິດທັງ ຊີວິດຂອງຕົນໃຫ້ແກ່ພາລະກິດ ປະຕິວັດຂອງພັກ, ຂອງຊາດ ແລະ ປະຊາຊົນ, ເພື່ອສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມຂອງ ໂລກ. ທ່ານໄດ້ຜ່ານຊີວິດທີ່ຍິ່ງໃຫຍ່ ດ້ວຍຄວາມເສຍສະລະ ແລະ ເຕັມ ໄປດ້ວຍຄວາມລະຫຍຸ້ງຍາກບາກ ແຕ່ສູງສົ່ງ, ມີຄວາມບໍລິສຸດຜຸດຜ່ອງ ແລະ ສະຫງ່າງາມທີ່ສຸດ. ຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ຈະເປັນແບບຢ່າງ ອັນເຫລື່ອມໃສໃຫ້ແກ່ປະຊາຊົນ ຫວຽດນາມຮຸ່ນຫລັງໄດ້ສຶກສາ ແລະ ຢຶດຖືປະຕິບັດຕາມ. ຊື່ສຽງ ແລະ ພາລະກິດປະຕິວັດ ຂອງປະທານ ໂຮ່ຈີ່ມິງ ຈະຄົງຢູ່ ຕະຫລອດໄປກັບຜືນແຜ່ນດິນ ຫວຽດນາມ ແລະ ຈະຍັງຢູ່ໃນຫົວໃຈ ຂອງພວກເຮົາທຸກຄົນຕະຫລອດໄປ.

RkJQdWJsaXNoZXIy MTc3MTYxMQ==