14/05/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ພັກ ປປ ລາວ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ xa [x5 'I6 [c[[gd,dkos]Y o c]t 37'xtdv[]k';a o0v' s;p]k]u c[[.\j ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ລັດ ວິສະຫະກິດ ຫວຍພັດທະນາ ຈັດງານຖະແຫລງຂ່າວ ກ່ຽວກັບ ການປັບປຸງຮູບແບບເກມການ ຫລິ້ນ ແລະ ໂຄງປະກອບລາງວັນ “ຫວຍລາສີ” ແບບໃໝ່ ໂດຍການ ເປັນປະທານຂອງ ທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອຳນວຍການ ບໍລິສັດ ລັດ ວິສາຫະກິດ ຫວຍພັດທະນາ ແລະ ທ່ານ ມະໂນທຳ ເພັດສີລີແສງ ຜູ້ອຳນວຍການ ບໍລິສັດ ອິນຊີ ເທຣດ ດິ້ງ ຈຳກັດຜູ້ດຽວ ພ້ອມດ້ວຍແຂກ ຜູ້ມີກຽດທີ່ເຂົ້າຮ່ວມ. ການປ່ຽນແປງຮູບແບບເກມ ການຫລິ້ນໃໝ່ ຂອງ ຫວຍລາສີ ໃນ ຄັ້ງນີ້ ເປັນການຄົ້ນຄວ້າຮ່ວມກັນ ລະຫວ່າງ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ແລະ ບໍລິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ ໂດຍໄດ້ ຕົກລົງເຫັນດີຮ່ວມກັນ ປັບປຸງເກມ ການຫລິ້ນຫວຍລາສີ ໃຫ້ມີຄວາມ ທັນສະໄໝ ແລະ ຊື້ງ່າຍຂຶ້ນ ສຳລັບ ຜູ້ທີ່ມັກສ່ຽງໂຊກ-ຊີງລາງວັນ ເຊິ່ງ ການປ່ຽນແປງຮູບແບບ ການອອກ ລາງວັນຫວຍສາລີ ແລະ ເກມຫລິ້ນ ແມ່ນການສ່ຽງຊື້ຫວຍລາສີ ບວກ ເລກ 6 ໂຕເພີ່ມໂຊກແຕ່ໝາຍເລກ 0-9 ເທົ່ານັ້ນ. ໂຄງປະກອບລາງວັນຂອງຫວຍ ລາສີ ແບບໃໝ່ ສາມາດລຸ້ນເງິນ ລາງວັນສູງສຸດເຖິງ 3 ຕື້ກີບ. ມູນຄ່າ ຊື້ຫວຍລາສີ+ເລກເພີ່ມໂຊກ 6 ໂຕ ລຽງ ຊື້ຂັ້ນຕ່ຳ 5.000 ກີບ/ຮູສຽງ, ສາມາດລຸ້ນໄດ້ເຖິງ 8 ລາງວັນ ປະກອບມີ: ລາງວັນທີ 1 ຕ້ອງຊື້ ຖືກຫວຍລາສີ+ເລກເພີ່ມໂຊກ 6 ໂຕ ລຽງ ຈະໄດ້ເງິນລາງວັນ 3 ຕື້ກີບ; ລາງວັນທີ 2 (ບໍ່ຖືກ) ຫວຍລາສີ ແຕ່ຖືກເລກເພີ່ມໂຊກ 6 ໂຕລຽງຈະ ໄດ້ເງິນລາງວັນ 2 ຕື້ກີບ; ລາງວັນ ທີ 3 (ບໍ່ຖືກ) ຫວຍລາສີ, ແຕ່ຖືກ ເລກເພີ່ມໂຊກ 6 ໂຕຂ້າງຄຽງ ຈະ ໄດ້ເງິນລາງວັນ 10 ລ້ານກີບ; ລາງ ວັນທີ 4 (ບໍ່ຖືກ) ຫວຍລາສີ, ແຕ່ ຖືກເລກເພີ່ມໂຊກ 5 ໂຕທ້າຍ ຈະໄດ້ ເງິນລາງວັນ 4 ລ້ານກີບ; ລາງວັນ ທີ 5 (ບໍ່ຖືກ) ຫວຍລາສີ, ແຕ່ຖືກ ເລກເພີ່ມໂຊກ 5 ໂຕໜ້າ ຈະໄດ້ເງິນ ລາງວັນ 4 ລ້ານກີບ; ລາງວັນທີ 6 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກ ເພີ່ມໂຊກ 4 ໂຕທ້າຍ ຈະໄດ້ເງິນ ລາງວັນ 1 ລ້ານກີບ; ລາງວັນທີ7 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເລກ ເພີ່ມໂຊກ 4 ໂຕ ໜ້າຈະໄດ້ເງິນ ລາງວັນ 1 ລ້ານກີບ; ລາງວັນທີ 8 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເພີ່ມ ໂຊກ ສະຫລັບ 6 ໂຕ ຈະໄດ້ເງິນ ລາງວັນ 1 ແສນກີບ. ສຳລັບເລກ ເພີ່ມໂຊກ 3 ໂຕ ແລະ ເລກເພີ່ມໂຊກ 2 ໂຕ ແມ່ນຕ້ອງໄດ້ຊື້ສະເພາະ ຈະ ບໍ່ມີສິດລຸ້ນເລກຂ້າງຄຽງ ແລະ ເລກ ສະຫລັບ; ຊື້ຖືກເລກເພີ່ມໂຊກ 3 ໂຕ ລຽງ ມູນຄ່າ 1.000 ກີບ ໄດ້ຮັບ ເງິນລາງວັນ 500.000 ກີບ; ຊື້ຖືກ ເລກເພີ່ມໂຊກ 2 ໂຕລຽງ ມູນຄ່າ 1.000 ກີບ ໄດ້ຮັບເງິນລາງ ວັນ 60.000 ກີບ. ໂອກາດນີ້, ທ່ານ ຄຳເຜັ່ນ ບຸບ ຜາວົງ ໄດ້ໃຫ້ຮູ້ວວ່າ: ໃນປັດຈຸບັນ, ຫວຍຕ່າງປະເທດ ແມ່ນມີການ ອອກທຸກມື້ ພາໃຫ້ເກີດມີການລັກ ຂາຍຫວຍເຖື່ອນພາຍໃນ ສປປ ລາວ ໂດຍອາໄສຜົນຫວຍຂອງຕ່າງ ປະເທດ ເປັນຫວຍບໍ່ໄດ້ຮັບອະນຸ ຍາດຈາກລັດຖະບານ ໂດຍທາງ ພາກລັດຖະບານ ບໍ່ໄດ້ຮັບຜົນປະ ໂຫຍດຫຍັງ. ສະນັ້ນ, ການອອກ ຫວຍເພີ່ມອີກ 2 ມື້ ຄື: ວັນອັງຄານ ແລະ ວັນພະຫັດ ຂອງຫວຍລາສີ ກໍ ຈະເປັນການສະກັດກັ້ນຫວຍເຖື່ອນ ໄປໃນຕົວ ໂດຍສະເພາະຖ້າເປັນ ຜະລິດຕະພັນໃໝ່ ຫວຍເຖື່ອນຈະບໍ່ ສາມາດລັກລອບຂາຍນໍາ ເພາະ ເປັນຈໍານວນເກມທີ່ຫລາຍ. ພ້ອມ ກັນນັ້ນ, ກໍຍັງເປັນການຮວບຮວມ ເງິນເຂົ້າສູ່ລະບົບ ແລະ ສ້າງລາຍ ໄດ້ໃຫ້ລັດຖະບານ ຢ່າງເຕັມເມັດ ເຕັມໜ່ວຍ ແລະ ຍັງເປັນການກະ ຈາຍລາຍໄດ້ສູ່ຊຸມຊົນ ກໍຄື ການ ສ້າງວຽກເຮັດງານທໍາ ແລະ ເຮັດ ໃຫ້ການຂາຍຫວຍເປັນອາຊີບເສີມ ຫລື ສາມາດເປັນອາຊີບຫລັກ ໃຫ້ ແກ່ປະຊາຊົນໄດ້. ທ່ານ ຄຳເຜັ່ນ ບຸບຜາວົງ ຍັງໃຫ້ ຮູ້ອີກວ່າ: ຕະຫລອດໄລຍະຜ່ານ ມາ, ບໍລິສັດລັດ ວິສາຫະກິດ ຫວຍ ພັດທະນາ ທີ່ຂຶ້ນກັບກະຊວງການ ເງິນ, ພວກເຮົາແມ່ນໄດ້ອຸທິດຄວາມ ພະຍາຍາມທັງໝົດຂອງຕົນເຂົ້າໃນ ການພັດທະນາກົນໄກ ແລະ ມາດ ຕະການຕ່າງໆ. ເພື່ອຮັບປະກັນໃຫ້ ການເຄື່ອນໄຫວຫວຍພັດທະນາ ຢູ່ ສປປ ລາວ ເປັນໄປດ້ວຍຄວາມ ໂປ່ງໃສ, ຍຸຕິທຳ ແລະ ສາມາດ ກວດສອບໄດ້, ພວກເຮົາຮູ້ວ່າການ ຈຳໜ່າຍຫວຍ ເປັນເລື່ອງທີ່ໄດ້ຮັບ ຄວາມສົນໃຈຢ່າງເປັນວົງກວ້າງ ຂອງຄົນໃນສັງຄົມ. ດັ່ງນັ້ນ, ພວກ ເຮົາຈຶ່ງໄດ້ປັບຮູບແບບການຫລິ້ນທີ່ ທັນສະໄໝ, ຫລາກຫລາຍລາງວັນ ທີ່ໜ້າສົນໃຈ ເຊິ່ງຮັບປະກັນເຖິງ ການຕອບສະໜອງກັບຄວາມຕ້ອງ ການທີ່ມີການປ່ຽນແປງຂອງສັງ ຄົມ ໃນປັດຈຸບັນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຕາງໜ້າໃຫ້ແກ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ລົງນາມຮ່ວມກັນກັບ ຄູ່ຮ່ວມຕໍາ ແໜ່ງຂອງພັກຣັດເຊຍເອກະພາບ ໃນອະນຸສັນຍາ ວ່າດ້ວຍການເປີດ ກວ້າງ ແລະ ລົງເລິກການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ໃນສົກປີ 2025-2027 ເພື່ອເປັນບ່ອນອີງ ທີ່ສໍາຄັນໃຫ້ການເຄື່ອນໄຫວຮ່ວມມື ລະຫວ່າງ ສອງພັກ ໃນລະຍະ 3 ປີ ໃນຕໍ່ໜ້າ. ຫົວໜ້າສະຖາບັນພັດທະນາກຳມະ ບານລາວ, ມີຄະນະກົມ, ຄະນະກຳ ມະບານຈາກ 25 ພາກສ່ວນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຈັດຝຶກອົບຮົມວຽກງານ ກຳມະບານໄລຍະສັ້ນ ຄັ້ງນີ້, ກໍ ເພື່ອເປັນການກໍ່ສ້າງ, ບຳລຸງພະນັກ ງານກຳມະບານອາຊີບເຄິ່ງອາຊີບ ໃຫ້ແກ່ຄະນະນຳກຳມະບານ ຂອງ ລັດວິສາຫະກິດ ແລະ ຫົວໜ່ວຍ ແຮງງານ ພາຍໃນນະຄອນຫລວງ ວຽງຈັນ ໂດຍຜູ້ເຂົ້າຮ່ວມຈະໄດ້ ຮັບຮູ້ບັນດາບົດຮຽນສຳຄັນ ເປັນ ຕົ້ນ ທັດສະນະຂອງພັກ-ລັດ ຕໍ່ອົງ ການຈັດຕັ້ງກຳມະບານ, ຄວາມຮູ້ ພື້ນຖານກ່ຽວກັບວຽກງານກຳ ມະບານ, ວຽກງານຂະບວນການ, ການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານ, ວຽກງານ ປົກປ້ອງແຮງງານ ແລະ ວຽກງານ ກວດກາກຳມະບານ. ນອກນັ້ນ, ຜູ້ ເຂົ້າຮ່ວມຍັງຈະໄດ້ພ້ອມກັນແລກ ປ່ຽນບົດຮຽນຈາກທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອເຫັນໄດ້ບົດ ຮຽນຕົວຈິງ, ສິ່ງທ້າທາຍຕໍ່ກັບການ ເຄື່ອນໄຫວວຽກງານກຳມະບານ ໃນໄລຍະຜ່ານມາ ເພື່ອພ້ອມກັນ ຍົກສູງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນກຳມະບານ ເຮັດໃຫ້ການເຄື່ອນໄຫວວຽກງານ ກຳມະບານ ມີຄວາມໜັກແໜ້ນເຂັ້ມ ແຂງຂຶ້ນໄປເລື້ອຍໆ. ໂອກາດນີ້, ທ່ານ ວິໄລ ວົງຂະ ເສີມ ໄດ້ມີຄໍາເຫັນໂອ້ລົມ ໂດຍ ໄດ້ຮຽກຮ້ອງໃຫ້ສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມ ກັນເອົາໃຈໃສ່ຍົກສູງຄວາມຮັບ ຜິດຊອບ ໃນການຮ່ຳຮຽນເອົາ ຄວາມຮູ້ຈາກວິທະຍາກອນ, ພ້ອມ ທັງແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນດ້ານທິດສະດີ ກໍຄື ພຶດຕິກຳຕົວຈິງໃນການເຄື່ອນໄຫວ ວຽກງານແຕ່ລະຂົງເຂດ ເພື່ອ ເຮັດໃຫ້ການເຄື່ອນໄຫວວຽກງານ ກຳມະບານ ມີຄວາມສະດວກ, ໜັກ ແໜ້ນ ແລະ ເປັນຕົວແທນແຫ່ງ ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງສະມາຊິກກຳມະ ບານ,ກຳມະກອນແລະຜູ້ອອກແຮງ ງານ ໃຫ້ນັບມື້ດີຂຶ້ນໄປເລື້ອຍໆ. ຂໍ້ມູນ-ພາບ: ສື່ກໍາມະບານລາວ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ ໄດ້ໃຫ້ ສຳພາດວ່າ: ການຈັດຝຶກອົບຮົມ ທິດສະດີການເມືອງ ໄລຍະສັ້ນ ໃຫ້ ພະນັກງານ-ນັກຮົບ ຢູ່ບັນດາກອງ ສື່ມວນຊົນກອງທັບ ປະຈໍາປີ 2025 ເປັນຄັ້ງທຳອິດ ຈຸດປະສົງ ເພື່ອຍົກ ສູງຄວາມຮັບຮູ້ ດ້ານທິດສະດີການ ເມືອງ, ຫລັກການ, ແບບແຜນວິທີ ເຮັດວຽກ ໃຫ້ພະນັກງານ-ນັກຮົບ, ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນ ຊົນກອງທັບໃຫ້ມີປະສິດທິພາບ ສູງຂຶ້ນ, ສຶກສາອົບຮົມ ໃຫ້ພະນັກ ງານ-ນັກຮົບ ສື່ມວນຊົນໃນກອງ ທັບ ໃຫ້ມີຄຸນສົມບັດສິນທຳປະຕິ ວັດ, ມີຄຸນທາດການເມືອງ ໜັກ ແໜ້ນ, ມີຄວາມຈົງຮັກພັກດີຕໍ່ ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ. ພາຍຫລັງໄດ້ ຮຽນຮູ້ທາງດ້ານທິດສະດີ, ຫລັກ ການ ແລ້ວນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງກົມກອງ ຢ່າງຖືກຕ້ອງ ກຳໃຫ້ໄດ້ແນວທາງ ຂອງພັກ, ລະບົບການຊີ້ນໍາ-ບັນຊາ ໃນກອງທັບ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກ ຂ່າວ, ຖືເອົາໂອກາດນີ້ ເປັນການກະ ຕຸກຊຸກຍູ້ຂະບວນການດ້ານຕ່າງໆ ປະກອບສ່ວນເຂົ້າໃນການກະກຽມ ສະເຫລີມສະຫລອງ ວັນປະຫວັດ ສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ ໂດຍ ສະເພາະ ການກະກຽມກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງ ທັບ, 3 ວັນປະຫວັດສາດ (ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນ ຂະບວນການຟົດຟື້ນຢ່າງຕໍ່ເນື່ອງ. ສະຫາຍ ພັນເອກ ເເກ້ວສຸວັນ ຜາງພິລາວົງ ໄດ້ໃຫ້ຮູ້ວ່າ: ແຜນ ການໃນຕໍ່ໜ້າ ຈະສືບຕໍ່ຊີ້ນໍາ ແລະ ເປີດຊຸດຝຶກອົບຮົມ ເພື່ອຍົກລະດັບ ທິດສະດີການເມືອງ, ຫລັກການແບບແຜນວິທີເຮັດວຽກ ໃຫ້ພະນັກ ງານນັກຮົບທີ່ເຮັດວຽກງານສື່ມວນ ຊົນແລະ ນັກຂ່າວໃໝ່ຢູ່ບັນດາກອງ ສື່ມວນຊົນກອງທັບ, ຕະຫລອດ ຮອດບັນດາກົມກອງກຳລັງຫລວງກຳລັງທ້ອງຖິ່ນ ໃຫ້ມີປະສິດທິພາບ ສູງຂຶ້ນອີກບາດກ້າວໜຶ່ງ ໃຫ້ສົມວ່າ ເປັນກະບອກສຽງອັນແຫລມຄົມ ຂອງພັກ-ລັດ ໂດຍສະເພາະແມ່ນ ຂອງກະຊວງປ້ອງກັນປະເທດ. ຂ່າວ: ສຸກສາຄອນ ຂປລ. ສານປະຊາຊົນສູງສຸດ (ສປສສ) ຮ່ວມກັບ ກຳມາທິການ ຍຸຕິທຳ ສະພາແຫ່ງຊາດ(ສພຊ) ຈັດກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາ ແຫ່ງຊາດ ໃນວັນທີ 12 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການຍຸຕິທຳ ສະ ພາແຫ່ງຊາດ, ທ່ານ ບຸນຂວາງ ທະ ວີສັກ ຮອງເລຂາຄະນະບໍລິຫານ ງານພັກ, ຮອງປະທານສານປະຊາ ຊົນສູງສຸດ, ມີຫົວໜ້າຄະນະສານ, ຫົວໜ້າກົມ ແລະ ຜູ້ພິພາກສາ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການລາຍງານການຈັດຕັ້ງປະຕິບັດ ກ່ຽວກັບການຕິດຕາມກວດກາ ການເຄົາລົບແລະປະຕິບັດກົດໝາຍ ເປັນຕົ້ນ ການປະຕິບັດຫລັກການ ໂຕ້ແຍ່ງ-ໂຕ້ຖຽງ, ການປະຕິບັດ ມະຕິກອງປະຊຸມແຫ່ງຊາດ ກ່ຽວ ກັບການເຄື່ອນໄຫວວຽກງານ ປະ ຈຳປີ 2024 ແລະ ທິດທາງແຜນ ການ ປະຈຳປີ 2025 ສະບັບເລກ ທີ 141/ສພຊ, ລົງວັນທີ 11 ທັນວາ 2024. ເພື່ອຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໃຫ້ມີຜົນສຳເລັດ, ປະທານ ສານປະຊາຊົນສູງສຸດ ໄດ້ອອກ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ ລົງຕິດຕາມ ຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງ ໃນ ທີ່ປະຊຸມສານ. ຜ່ານການຈັດຕັ້ງ ປະຕິບັດຕົວຈິງ ຄະນະຮັບຜິດຊອບ ໄດ້ລົງຕິດຕາມ ຊຸກຍູ້ການໂຕ້ແຍ່ງໂຕ້ຖຽງ ໃນທີ່ປະຊຸມສານ ໄດ້ 7 ແຂວງ ແລະ 19 ເຂດ ໂດຍ ໄດ້ເຊີນເອົາສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງແຂວງ, ນະ ຄອນຫລວງວຽງຈັນ ແລະ ປະຈຳ ເມືອງ ເຂົ້າຮ່ວມຕິດຕາມນຳ ເພື່ອ ລົງຕິດຕາມຊຸກຍູ້ໃຫ້ເຫັນຂັ້ນຕອນ, ວິທີການດຳເນີນຄະດີ ຢູ່ສານ ປະຊາຊົນແຂວງ, ສານປະຊາຊົນ ເຂດ ໃນການຈັດຕັ້ງປະຕິບັດຕາມ ກົດໝາຍກຳນົດ ໂດຍສະເພາະ ການໃຫ້ສິດ ແກ່ໂຈດ, ຈຳເລີຍ, ບຸກ ຄົນທີສາມ ໄດ້ມີການປະກອບຂໍ້ມູນ ຫລັກຖານ ນຳມາໂຕ້ແຍ່ງ-ໂຕ້ຖຽງ ຕໍ່ເຫດການ, ຂໍ້ສະເໜີ ຫລື ຂໍ້ມູນ ຫລັກຖານ ທີ່ຖືເປັນປະເດັນຂອງ ແຕ່ລະຝ່າຍທີ່ສະເໜີມານັ້ນ ຢ່າງ ເລິກເຊິ່ງ, ຄົບຖ້ວນ ແລະ ໝົດຈິດ ໝົດໃຈຂອງທັງສອງຝ່າຍ, ຖືເອົາ ຜົນຂອງການໂຕ້ແຍ່ງ-ໂຕ້ຖຽງ ເປັນບ່ອນອີງໃນການພິຈາລະນາ ຕັດສິນ ແລະ ພິພາກສາ ໃຫ້ລະ ອຽດ, ຈະແຈ້ງ ແລະ ຖືກຕ້ອງ ໂດຍ ສະເພາະຢູ່ຂັ້ນຕົ້ນ ແລະ ຂັ້ນອຸທອນ, ຮັບປະກັນໃຫ້ຜູ້ພິພາກສາ ໄດ້ນຳໃຊ້ ທຸກຂັ້ນຕອນ, ວິທີການພິຈາລະນາ ແກ້ໄຂຄະດີ ໃຫ້ມີຄວາມແຈ້ງຂາວ, ຕັດສິນ ແລະ ພິພາກສາ ຢ່າງຖືກ ຕ້ອງ, ເປັນທຳ ແລະ ນຳໄປຈັດຕັ້ງ ປະຕິບັດໄດ້. ຂໍ້ມູນ-ພາບ: ໜັງສືິພິມປະຊາຊົນ mq [m;o7n o dko8y f8k,d;fdk dkog7q k]q [ c]t xt8y [a fdq f\kp0v' lrຍົກສູງຄວາມຮັບຮູ້...ົູັູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປີດຝຶກອົບຮົມ...ີຶົົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==