7027.1

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 14/05/2025 xtgmf]k; ສະຫລອງຜົນສຳເລັດ...ົັ ທ່ານ ເລືອງ ເຈີນຢິງ ຮອງປະທານ ສະພາທີ່ປຶກສາການເມືອງແຫ່ງ ຊາດຈີນ, ປະທານມູນນິທິຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ທ່ານ ບຸນ ແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ທັງສອງ ຝ່າຍ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕີລາຄາສູງຕໍ່ການ ຊ່ວຍເຫລືອອັນລໍ້າຄ່າຂອງມູນນິທິ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນ ໄລຍະຜ່ານມາ ໃນການຊ່ວຍເຫລືອ ການຜ່າຕັດແກ່ນຕາຂຸ້ນໃຫ້ປະ ຊາຊົນລາວ ເປັນຈຳນວນທັງໝົດ 5.768 ກໍລະນີ, ໂຄງການດັ່ງ ກ່າວ ໄດ້ເລີ່ມຕົ້ນແຕ່ປີ 20192025 ໂດຍການເຊັນບົດບັນທຶກ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ມູນນິທິຊ່ວຍ ເຫລືອເຊິ່ງກັນ ແລະ ກັນ. ໂຄງການ ດັ່ງກ່າວ, ເປັນການຊ່ວຍ ເຫລືອອັນ ລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ ໂອກາດ ແລະ ອະນາຄົດອັນສົດໃສ ໃໝ່ໃນການເບິ່ງເຫັນ ຂອງຜູ້ທີ່ມີ ບັນຫາດ້ານສາຍຕາ. ການຊ່ວຍເຫລືອໃນຄັ້ງນີ້, ເປັນ ການສະແດງເຖິງນໍ້າໃຈເອື້ອເຟື້ອ ເຜື່ອແຜ່ຂອງລັດຖະບານ ແລະ ປະ ຊາຊົນຈີນ ກໍຄື ອຳນາດການປົກ ຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນມູນນິທິຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ທັງເປັນ ການສະແດງເຖິງການ ເປັນເພື່ອນ ມິດສະຫາຍອ້າຍນ້ອງທີ່ເປັນມູນ ເຊື້ອ, ສາຍພົວພັນແບບຄູ່ຮ່ວມມື ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ-ຈີນລາວ ທີ່ນັບມື້ນັບໄດ້ຮັບການເສີມ ຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຖດຍສະເພາະ ການເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງ ກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆ ດ້ານ. ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນ 1 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຜົນສໍາເລັດ, ດ້ານດີ, ດ້ານອ່ອນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງວຽກງານ ໃນ 1 ປີຕໍ່ໜ້າ ແນໃສ່ສ້າງການຫັນ ປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ຂອງວຽກງານພະນັກງານ ເພື່ອສືບ ຕໍ່ນຳພາຂະແໜງການຕ່າງປະເທດ ໃຫ້ໄປຕາມແນວທາງ ແລະ ນະໂຍ ບາຍທີ່ພັກວາງໄວ້. ຈາກນັ້ນ, ສະຫາຍ ທອງສະ ຫວັນ ພົມວິຫານ ກໍໄດ້ເຜີຍແຜ່, ເຊື່ອມຊຶມ ຜົນສຳເລັດກອງປະ ຊຸມ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວ ປະເທດ ປະຈໍາປີ 2024 ແນໃສ່ເຮັດ ໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນ ຂອງກະຊວງການຕ່າງ ປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງ ເປັນເອກະພາບຕໍ່ເນື້ອໃນຜົນສໍາ ເລັດຂອງກອງປະຊຸມດັ່ງກ່າວ ແລະ ນໍາໄປຜັນຂະຫຍາຍເຂົ້າໃນວຽກ ງານຕົວຈິງຂອງຕົນ ແນໃສ່ເສີມ ຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂຂໍ້ຄົງ ຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້. ພາຍຫລັງສໍາເລັດການເຜີຍແຜ່ ເອກະສານແລ້ວ, ກໍມີພິທີມອບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ,ໜັກແໜ້ນໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການ ຕ່າງປະເທດ ໂດຍມີບັນດາໜ່ວຍ ພັກ ສາມາດຍາດໄດ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ທັງໝົດ 38 ໜ່ວຍພັກ ຈາກ 59ໜ່ວຍພັກກວມເອົາ64%. ນອກ ນັ້ນ, ບັນດາໜ່ວຍພັກພາຍໃນກະ ຊວງການຕ່າງປະເທດ ໄດ້ຂຶ້ນຈັບມື ແຂ່ງຂັນ ເພື່ອພ້ອມກັນຕັ້ງໜ້າຈັດ ຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍ ພັກປອດໃສ ປະຈໍາປີ 2025 ໃຫ້ມີ ຜົນສໍາເລັດສູງ, ທັງຮັບປະກັນດ້ານ ປະລີມານ ແລະ ຄຸນນະພາບຕາມ ທິດນໍາຂອງຂັ້ນເທິງໄດ້ວາງໄວ້. ໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ກໍໄດ້ໂອ້ລົມ ແລະ ເຜີຍແຜ່-ຊີ້ນໍາກ່ຽວກັບການ ຈັດຕັ້ງ ປະຕິບັດຄຳແນະນຳກ່ຽວກັບການ ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບປັບປຸງໃໝ່, ເຊິ່ງ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2025 ໂດຍໄດ້ເນັ້ນໜັກໃຫ້ເພີ່ມທະວີ ຄວາມເອົາໃຈໃສ່ເສີມຂະຫຍາຍ ດ້ານດີ ແລະ ເອົາໃຈໃສ່ປັບປຸງດ້ານ ຄົງຄ້າງ ໃນວຽກງານກໍ່ສ້າງພັກພະນັກງານແລະປັບປຸງກົງຈັກການ ຈັດຕັ້ງ ແລະ ວຽກງານກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຮັບປະກັນໄດ້ດ້ານປະລິມານ ແລະ ຄຸນນະພາບຕາມທິດນໍາຂອງ ຂັ້ນເທິງ ເພື່ອຮັບປະກັນໃຫ້ການ ຈັດຕັ້ງຂະແໜງການຕ່າງປະເທດ ໂດຍສະເພາະແມ່ນບັນດາໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານ ການເມືອງ, ດ້ານແນວຄິດ, ດ້ານ ການຈັດຕັ້ງ ແລະ ດ້ານແບບແຜນ ນຳພາວິທີເຮັດວຽກ ໃຫ້ມີບາດກ້າວ ໃໝ່ຂຶ້ນໄປເລື້ອຍໆ. ພາບ: ຂັນໄຊ ຜ່ານມາ, ເຫັນໄດ້ວ່າ ຕົວເລກຂອງ ການສະເໜີຄໍາຮ້ອງຂໍປົກປ້ອງ ວຽກງານສິດທິບັດ ຢູ່ໃນປະເທດກໍາ ປູເຈຍ ເພີ່ມຂຶ້ນເປັນຈໍານວນຫລາຍ, ສະຖິຕິ ຈາກປີ 2017 ຫາ 2024 ລວມທັງໝົດ 4.919 ຄໍາຮ້ອງ ເຊິ່ງ ສາມາດສ້າງລາຍຮັບເຂົ້າສູ່ປະເທດ ກໍາປູເຈຍ ຈໍານວນ 664.065 ໂດ ລາສະຫະລັດ. ສໍາລັບ ສປປ ລາວ ໄດ້ເຊັນສັນຍາດັ່ງກ່າວ ໃນວັນທີ 13 ພຶດສະພາ 2024 ເຊິ່ງມີຜົນ ບັງຄັບໃຊ້ ເລີ່ມຕັ້ງແຕ່ວັນທີ 1 ເມສາ 2025 ນີ້ເປັນຕົ້ນໄປ. ໃນໂອກາດເຄື່ອນໄຫວ ທີ່ປະ ເທດກໍາປູເຈຍ ທ່ານ ນາງ ຈັນສຸກ ເເສງພະຈັນ ກໍໄດ້ເຂົ້າຮ່ວມເປັນສັກ ຂີພິຍານໃນພິທີ ມອບ-ຮັບ ປະທານ ໜ່ວຍງານ ຊັບສິນທາງປັນຍາອາ ຊຽນ (AWGIPC) ລະຫວ່າງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າ ກົມຊັບສິນທາງປັນຍາ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໃຫ້ແກ່ ທ່ານ ຊູນ ວີເຈຍ ຫົວໜ້າກົມຊັບສິນທາງປັນຍາ, ລາດ ຊະອານາຈັກ ກໍາປູເຈຍ ອີກດ້ວຍ. ຂໍ້ມູນ-ພາບ: ສູນສະຖິຕິແລະ ຂໍ້ມູນຂ່າວສານ ຂອງ ທ່ານ ມະໄລທອງ ກົມມະສີິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າຈາກ ພາກລັດ, ພາກທຸລະກິດ, ອົງການ ຈັດຕັ້ງສາກົນ, ອົງການຜະລິດຕະ ພາບແຫ່ງອາຊີ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂຄງການຕົວແບບການສ້າງ ຄວາມເຂັ້ມແຂງດ້ານຜະລິດຕະ ພາບ ໃນການຢັ້ງຢືນມາດຕະຖານອາ ຫານ ຮາລາ ໃນ ສປປ ລາວ ແມ່ນ ໂຄງການທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການຜະລິດຕະພາບແຫ່ງ ອາຊີເຊິ່ງມີມູນຄ່າໂຄງການ130.000 ໂດລາສະຫະລັດ, ໄລຍະເວລາຈັດ ຕັ້ງປະຕິບັດ 1 ປີ ໂດຍໄດ້ຄັດເລືອກ ບໍລິສັດ, ໂຮງງານທີ່ມີເງື່່ອນໄຂ ເໝາະສົມເຂົ້້າຮ່ວມໂຄງການ ເຊິ່ງ ໄດ້ເລືອກເຟັ້ນເອົາຫົວໜ່ວຍຜະລິດ ຕະພັນທີ່ມີທ່າແຮງໃນການສົ່ງອອກ ແລະ ມີແຜນຕ້ອງການຂະຫຍາຍ ຕະຫລາດ ໄປຍັງກຸ່ມປະເທດມຸດ ສະລິມ. ໂຄງການດັ່ງກ່າວ, ແນໃສ່ຊຸກ ຍູ້ສົ່ງເສີມຫົວໜ່ວຍທຸລະກິດຂອງ ລາວໃຫ້ສາມາດເຂົ້າເຖິງຕະຫລາດ ຕ່າງປະເທດໄດ້ຫລາຍຂຶ້ນ ໂດຍສະ ເພາະກຸ່ມປະເທດມຸດສະລິມ ເຊິ່ງ ເປັນຕະຫລາດທີ່ໃຫຍ່ ແລະ ບໍລິໂພກ ສິນຄ້າທີ່ໄດ້ຮັບຮອງມາດຕະຖານ ອາຫານຮາລາ ເຊິ່ງຜະລິດຕະພັນ ເກືອ ແລະ ກາເຟ ຢູ່ ສປປ ລາວ ແມ່ນ ເປັນສິນຄ້າທີ່ມີທ່າແຮງ ຖ້າໄດ້ຮັບ ການຍົກລະດັບການປັບປຸງດ້ານ ຜະລິດຕະພາບ ແລະ ຄຸນນະພາບ ໃຫ້ໄດ້ຮັບການຢັ້ງຢືນດ້ານມາດຕະ ຖານຮາລາ ແມ່ນຈະເຮັດໃຫ້ຜະລິດ ຕະພັນເຫລົ່ານີ້ ສາມາດສົ່ງອອກໄດ້ ຢ່າງຫລວງຫລາຍ. ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງບົດ ບາດຄວາມສຳຄັນຂອງວຽກງານ ຜະລິດຕະພາບ ໃນການປະກອບ ສ່ວນແກ່ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ເຊິ່ງການ ພັດທະນາດ້ານຜະລິດຕະພາບ ແມ່ນ ຈະເຮັດໃຫ້ການຜະລິດມີຄວາມ ເຂັ້ມແຂງ, ເພີ່ມຄວາມສາມາດໃນ ການແຂ່ງຂັນ, ເຮັດໃຫ້ທຸລະກິດ ເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງ, ເຮັດໃຫ້ມີການສ້າງວຽກເຮັດງານ ທຳ, ສ້າງດ້ານນະວະຕະກຳ ແລະ ການພັດທະນາໃນດ້ານຕ່າງໆ. ໃນ ໄລຍະຜ່ານມາ ລັດຖະບານ ໄດ້ໃຫ້ ຄວາມສຳຄັນເປັນພິເສດ ຕໍ່ວຽກ ງານຜະລິດຕະພາບ ໂດຍອອກນິຕິ ກຳ ແລະ ນະໂຍບາຍຕ່າງໆ ເປັນ ຕົ້ນ ກົດໝາຍວ່າດ້ວຍການສົ່ງເສີມ ທຸລະກິດຂະໜາດນ້ອຍ ແລະ ກາງ (MSME) ແລະ ໄດ້ສ້າງແຜນແມ່ ບົດຜະລິດຕະພາບເຖິງ ປີ 2030. ໃນການຈັດຕັ້ງປະຕິບັດຕົວຈິງ ລັດຖະບານ ກໍໄດ້ພະຍາຍາມຊ່ວຍ MSME ທີ່ມີທ່າແຮງ ໃຫ້ໄດ້ຮັບ ການຮັບຮອງດ້ານຄະນະພາບລະ ດັບມາດຕະຖານສາກົນຕ່າງໆ ເປັນ ຕົ້ນ ISO, HACCP, Halal ແລະ ອື່ນໆ ເພື່ອຊ່ວຍໃນການປັບປຸງ ຄຸນນະພາບ, ຄວາມປອດໄພ ແລະ ເພີ່ມການແຂ່ງຂັນຂອງຜະລິດຕະ ພັນລາວ, ຜະລິດຕະພັນທີ່ໄດ້ຮັບ ຮອງມາດຕະຖານລະດັບສາກົນ ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນ ການສົ່ງເສີມການສົ່ງອອກ ແລະ ການສ້າງມູນຄ່າເພີ່ມຂອງຜະລິດ ຕະພັນ. ຂໍ້ມູນ-ພາບ: ສູນສະຖິຕິ ແລະ ຂໍ້ມູນ ຂ່າວສານ ໂອກາດນີ້, ທ່ານ ນາງ ຈັນສີ ພິມພະຈັນ ປະທານສະມາຄົມສົ່ງ ເສີມສຸຂະພາບຄອບຄົວ ໄດ້ກ່າວ ວ່າ: ໂຄງການນີ້, ຈະປະຕິບັດໃນ 2 ແຂວງ, 8 ເມືອງ, 8 ໂຮງໝໍເມືອງ, 70 ສຸກສາລາ ແລະ 303 ບ້ານ, ປົກຄຸມປະຊາກອນ 512.500 ຄົນ, 85% ຂອງຊົນເຜົ່າ, ໃນພື້ນທີ່ ພູດອຍ ແລະ ຫ່າງໄກສອກຫລີກ. ໄລຍະຂອງໂຄງການ ແມ່ນນັບແຕ່ ມື້ເຊັນບົດບັນທຶກຄວາມເຂົ້າໃຈ ຈົນ ຮອດເດືອນມິຖຸນາ ປີ 2028 ແລະ ງົບປະມານ ທັງໝົດ 2.896.000 ໂດລາອົດສະຕຣາລີ. ພ້ອມນີ້, ທ່ານ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະ ສານງານທີ່ດີກັບພາກລັດທຸກໆຂັ້ນ ໃນການຈັດຕັ້ງປະຕິບັດທຸກໆກິດ ຈະກຳພາຍໃນໂຄງການດັ່ງກ່າວ ໃຫ້ສຳເລັດ ຢ່າງມີປະສິດທິຜົນ. ໂຄງການສົ່ງເສີມສຸຂະພາບຈະ ເລີນພັນ ແລະ ສິດທິທາງເພດ ດ້ວຍ ກົນໄກໃໝ່ ສອດຄ່ອງກັບນະໂຍ ບາຍແຫ່ງຊາດ ດ້ານສຸຂະພາບ ຈະເລີນພັນ, ການວາງແຜນຄອບ ຄົວ ແມ່ ແລະ ເດັກ. ນອກຈາກນີ້, ໂຄງການຍັງໄດ້ສົ່ງເສີມສິດທິທາງ ເພດ, ຄວາມເທົ່າທຽມບົດບາດຍິງຊາຍເຊັ່ນ: ສົ່ງເສີມໃຫ້ແມ່ຍິງ ແລະ ເດັກຍິງ ເຂົ້າເຖິງການບໍລິການສຸ ຂະພາບທີ່ມີຄຸນນະພາບ, ລຶບລ້າງ ອຸປະສັກທາງດ້ານວັດທະນະທຳ ຫລື ສັງຄົມທີ່ກີດຂວາງຕໍ່ການເຂົ້້າ ເຖິງການບໍລິການສຸຂະພາບ ແລະ ຮັບປະກັນວ່າກຸ່ມຊົນເຜົ່າ, ຄົນພິ ການ ແລະ ຜູ້ດ້ອຍໂອກາດໄດ້ຮັບ ຜົນປະໂຫຍດຢ່າງຍຸຕິທຳ. ລັດຖະບານລາວ ໄດ້ກໍານົດເອົາ ແຜນງານດ້ານສຸຂະພາບແມ່ ແລະ ເດັກ ເປັນແຜນງານບຸລິມະສິດ, ໃນ ບັນດາ 11 ຕົວຊີ້ບອກທີ່ໄດ້ກໍານົດ ໂດຍສະພາແຫ່ງຊາດ ເພື່ອຕິດຕາມ ຄວາມຄືບໜ້າຂອງຂະແໜງການ ສາທາລະນະສຸກ ເພື່ອກ້າວໄປສູ່ ການຫລຸດພົ້ນອອກຈາກປະເທດ ດ້ອຍພັດທະນາ ແລະ ການປົກຄຸມ ສຸຂະພາບທົ່ວປວງຊົນ. ເປົ້າໝາຍ ການພັດທະນາແບບຍືນຍົງ ມີ 7 ຕົວຊີ້ບອກທີ່ໄດ້ສຸມໃສ່ວຽກງານ ສຸຂະພາບຈະເລີນພັນ, ແມ່, ເດັກ ເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງເປັນການເນັ້ນເຖິງຄວາມສໍາ ຄັນຂອງວຽກງານສຸຂະພາບຈະ ເລີນພັນ. ນອກຈາກນີ້, ການໃຫ້ ບໍລິການການຫລຸລູກປອດໄພ ແມ່ນການຈັດການ ແລະ ປະຕິບັດ ມາດຕະການຕ່າງໆ ເພື່ອປ້ອງກັນ ອັນຕະລາຍທີ່ອາດເກີດຂຶ້ນແກ່ຄົນ ເຈັບ ໃນເວລາທີ່ມາຮັບບໍລິການ. ການດໍາເນີນງານດ້ານນີ້, ລວມ ມີການປະເມີນຄວາມສ່ຽງ, ການ ກໍ່ສ້າງລະບົບຄວາມປອດໄພ, ການ ອົບຮົມພະນັກງານໃຫ້ມີຄວາມຮູ້, ຄວາມສາມາດໃນການປ້ອງກັນ ແລະ ຕອບໂຕ້ສະຖານະການຕ່າງໆ ຢ່າງທັນການ. ຂ່າວ: ທະນູທອງ ເຜີຍແຜ່ເອກະສານສຳຄັນ...ີ່ັ ກອງທຶນ...ຶ ລາວ-ກຳປູເຈຍ...ູ ເປີດໂຄງການ...ີ ປະຕິບັດໂຄງການ...ິັ ກ່າວມອບໂດຍ ທ່ານ ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍ ເຫລືອສັງຄົມ ຂອງສະພາແຫ່ງ ຊາດ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີ ທ່ານ ອາຄົມ ປຣະເສີດ ຮອງເລຂາທິ ການສະພາແຫ່ງຊາດ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການມອບເຄື່ອງອຸປະໂພກບໍລິໂພກໃນຄັ້ງນີ້, ເປັນການຊຸກຍູ້ ປະກອບສ່ວນກໍາລັງແຮງສັງລວມ ເຂົ້າໃຫ້ພະນັກງານ-ນັກຮົບ ທີ່ກໍາ ລັງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ ເຂດທຸລະກັນດ້ານຫາງໄກສອກ ຫລີກ ດ້ວຍຄວາມຫ້າວຫານ ເຊິ່ງ ບັນດາສະຫາຍໄດ້ສຸມເຫື່ອແຮງ ສະຕິປັນຍາ ກໍາລັງແຮງກາຍ-ແຮງ ໃຈ ເຮັດໜ້າທີ່ປັກປັກຮັກສາອະທິ ປະໄຕ ເຂດນໍ້າແດນດິນດ້ວຍຄວາມ ອົງ ອາດກ້າຫານ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຂາວມະນີ ສີພອນ ໄດ້ສະ ແດງຄວາມຂອບໃຈ ມາຍັງທ່ານ ນາງ ວິພາວັນ ພົມວິຫານ ພ້ອມ ດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງ ອຸປະໂພກ-ບໍລິໂພກ ສິ່ງຂອງຈໍາ ເປັນມາປະກອບສ່ວນຊຸກຍູ້, ພ້ອມ ທັງອວຍພອນໃຫ້ບັນດາທ່ານ ຈົ່ງມີ ສຸຂະພາບເຂັ້ມແຂງ, ມີພະລານາໄມ ສົມບູນ, ມີຄວາມຈະເລີນຮຸ່ງເຮືອງ ກ້າວໜ້າ ແລະ ປະສົບຜົນສໍາເລັດ ຍິ່ງໆຂຶ້ນ. ຂ່າວ: ພຸດທະວອນ

RkJQdWJsaXNoZXIy MTc3MTYxMQ==