l;ogln vxj k goA odko[= ]y dkomuj 8y fra oda [me,t-kf 13/05/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ຣີສອດສວນເສືອປ່າ ແມ່ນໜຶ່ງ ໃນສະຖານທີ່ພັກຜ່ອນທີ່ຢູ່ບໍ່ໄກຈາກ ນະຄອນຫລວງວຽງຈັນ ເນື່ອງຈາກ ວ່າສະຖານທີ່ແຫ່ງນີ້ ຕັ້ງຢູ່ບ້ານນາ ເພີຍ ເມືອງທຸລະຄົມ ແຂວງວຽງຈັນ ຈຶ່ງເໝາະສໍາລັບທ່ານໃດທີ່ຢາກພາ ຄອບຄົວ, ລູກຫລານ, ພີ່ນ້ອງ, ໝູ່ ເພື່ອນ ມາສຳພັດອາກາດອັນບໍລິສຸດ ສົດຊື່ນ, ເຢັນສະບາຍບວກກັບອາ ຫານແຊບໆໄວ້ຄອຍບໍລິການແຂກ ຈາກແມ່ຄົວສີມືດີທີ່ມີປະສົບການມາ ຍາວນານເປັນຕົ້ນອາຫານຕາມສັ່ງ, ອາຫານແບບລາວໆ ບໍ່ວ່າເປັນ ແກງ ໜໍ່ໄມ້, ປີ້ງໄກ່, ປີ້ງປາ, ກ້ອຍປານໍ້າ ງື່ມ ແລະ ອື່ນໆອີກຫລາຍລາຍການ ອາຫານໃຫ້ເລືອກກິນບໍ່ວ່າຈະເປັນ ອາຫານຂອງຜູ້ໃຫຍ່, ອາຫານຂອງ ເດັກນ້ອຍໄວ້ໃຫ້ເລືອກກິນຕາມໃຈ, ນອກຈາກອາຫານແລ້ວກໍຍັງມີ ຫລາຍກິດຈະກໍາທີ່ໜ້າສົນໃຈ ໂດຍ ໂດຍ: ມາລິດາ ສະເພາະແມ່ນການຕຶກປາ, ລອຍ ນ້ຳ, ຂີ່ລົດຖີບ ແລະ ກິດຈະກຳອື່ນໆ ອີກຢ່າງຫລວງຫລາຍຄອຍຖ້າທ່ານ ມາສໍາຜັດດ້ວຍໂຕທ່ານເອງ. ທ່ານ ບຸນລະພະໄຊ ລາຊາສົມບັດ ເຈົ້າຂອງສວນເສືອປ່າຣີສອດ ສວນ ອາຫານແຫລ່ງທ່ອງທ່ຽວ ໄດ້ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວປະ ເທດລາວໃນທ້າຍອາທິດນີ້ວ່າ: ຈຸດ ເລີ່ມຕົ້ນທີ່ໄດ້ມາເຮັດສວນເສືອປ່າ ນີ້ ກໍຍ້ອນວ່າຕົນເອງໄດ້ຊື້ດິນຈາກ ພີ່ນ້ອງແຕ່ບໍ່ໄດ້ເຮັດຫຍັງນອກຈາກ ເຮັດສວນ ເພື່ອເປັນບ່ອນພັກຜ່ອນ ເນື່ອງຈາກວ່າ ຢູ່ໃນເມືອງມັນ ແອອັດ ກໍຢາກເຮັດເປັນສວນໄວ້ ເພື່ອເວລາຫວ່າງຈາກວຽກກໍ່ພາ ຄອບຄົວ, ໝູ່ເພື່ອອອກມາຫລີ້ນ ມາສໍາຜັດກັບອາກາດອັນບໍລິສຸດ ສົດຊື່ນຈາກທຳມະຊາດບວກກັບກິນ ອາຫານແຊບໆເຮັດໃຫ້ລືມຄວາມ ອິດເມື່ອຍຈາກວຽກງານເລີຍກໍວ່າ ໄດ້. ສະນັ້ນ, ຈຶ່ງມາເຮັດສວນ ແລະ ເຮັດຟາມງົວ, ອີກຢ່າງໜຶ່ງຕົນເອງ ກໍມັກປູກຝັງແດ່ ຈຶ່ງຂະຫຍາຍເນື້ອ ທີ່ການເຮັດສວນອອກເລື້ອຍໆຈົນ ກາຍເປັນສວນເສືອປ່າ ໃນປັດຈຸບັນ ໃນເນື້ອທີ່ທັງໝົດເກືອບ 50 ເຮັກຕາ, ສ່ວນເນື້ອທີ່ບໍລິການເຮັດກຳຈະກຳ ຕ່າງໆແມ່ນປະມານ 10 ເຮັກຕາ ເພື່ອຮອງຮັບນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ທີ່ມັກ ທໍາມະຊາດຢາກມາພັກຜ່ອນກິນ ອາຫານແຊບໆກໍມາໄດ້ເລີຍ ໂດຍ ສວນເສືອປ່າຂອງພວກເຮົາຈະເນັ້ນ ອາຫານແບບລາວໆເປັນຫລັກເປັນ ຕົ້ນແກງໜໍ່ໄມ້, ຕໍາໝາກຫຸ່ງ, ປີ້ງ ປາ, ກ້ອຍປານໍ້າງື່ມ ແລະ ປີ້ງໄກ່ຕົ້ມ ໄກ່ທີ່ປະຊາຊົນເຂດອ້ອມຂ້າງລ້ຽງ ມາຂາຍໃຫ້ເຊິ່ງເປັນໄກ່ລາດແທ້ໆ ຮັບຮອງວ່າສົດໃໝ່ແນ່ນອນ, ພ້ອມ ທັງເປັນການຊຸກຍູ້ສົ່ງເສີມປະຊາຊົນ ເຂດດັ່ງກ່າວ ໃຫ້ມີລາຍຮັບຕື່ມອີກ. ພ້ອມນັ້ນ ຍັງມີອາຫານເຊ້ົາໄວ້ຄອຍ ບໍລິການແຂກທີ່ມານອນພັກໃນສ່ວນ ເສືອປ່າ ເຊັ່ນ ເຂົ້າປາກ, ເຝີ, ໄຂ່ ດາວ ແລະ ຮÐ ອດດÐ ອກ, ເຂົ້າຜັດ, ເຂົ້າກະເພົາ ແລະ ອື່ນໆ. ນອກຈາກ ການບໍລິການອາຫານແລ້ວຍັງ ມີການບໍລິການຕູບ, ເຮືອນພັກ, ເດີ່ນ ເຕະບານ, ຕຶກປາ, ສະລອຍນໍ້າ, ມີ ຫ້ອງປະຊຸມໄວ້ບໍລິການສັງຄົມ ແລະ ອີກກິດຈະກຳໜຶ່ງກໍຈະແມ່ນເສືອປ່າ ລີເວີໄຊ ຈະມີບໍລິການລ່ອງເຮືອ,ພາ ນັກທ່ອງທ່ຽວໄປນອນດອນຫາດ ຊາຍຂາວ, ທ່ອງທ່ຽວອ່າງນໍ້າງື່ມ. ສວນເສືອປ່າ ກໍາລັງສ້າງຫ້ອງປະ ຊຸມໃຫຍ່ທີ່ສາມາດຮອງຮັບໄດ້ 200 ກວ່າຄົນ ເຊິ່ງໄລຍະຜ່ານມາກໍໄດ້ມີ ບັນດາຫ້ອງການມາຈັດສຳມະນາ, ມີບັນດາໂຮງຮຽນທີ່ໄດ້ພານ້ອງໆ ນັກຮຽນມາຈັດກິດຈະກຳໃນແຕ່ລະ ປີເນື່ອງຈາກວ່າ ໂຮງຮຽນຢາກໃຫ້ ນັກຮຽນເຫລົ່່ານັ້ນໄດ້ສໍາຜັດກັບບັນ ຍາກາດທໍາມະຊາດຢ່າງແທ້ຈິງ. ທ່ານ ບຸນລະພະໄຊ ເວົ້າຕື່ມ ວ່າ: ສໍາລັບທ່ານໃດທີ່ມັກທໍາມະ ຊາດກໍຢາກແນະນໍາໃຫ້ມາພັກຜ່ອນ ທີ່ສວນເສືອປ່າໄດ້ ຮັບຮອງວ່າ ທ່ານຈະບໍ່ຜິດຫວັງແນ່ນອນດ້ວຍ ອາຫານທີ່ແຊບຊ້ອຍ ແລະ ສົດໃໝ່ ໃນແຕ່ລະມື້, ພ້ອມດຽວກັນນີ້ສວນ ເຮົາກໍມີສະຖານທີ່ກວ້າງຂວາງມີ ບ່ອນຫລີ້ນ,ບ່ອນຖ່າຍຮູບຫລາຍ ຈຸດທີ່ສ້າງຄວາມປະທັບໃຈໃຫ້ ລູກຄ້າ, ແຕ່ແນວໃດກໍດີໄລຍະນີ້ ທາງບໍ່ສະດວກປານໃດເຮັດໃຫ້ ນັກທ່ອງທ່ຽວຫລຸດລົງ. ຖ້າຫາກ ວ່າທາງສະດວກສະບາຍອາດຈະ ດຶງດູດນັກທ່ອງທ່ຽວໄດ້ຫລາຍຂຶ້ນ. ແຕ່ສໍາລັບທ່ານໃດຢາກມາພັກຜ່ອນ ໄລຍະນີ້ ກໍສາມາດມາທາງຫລັກ 52 ເສັ້ນທາງ 13 ເໜືອ ຕັດເຂົ້າໂພນ ໂຮງແລ້ວຂ້າມຂົວປາກຂະຍຸງແລ້ວ ມາທາງສວນສັດບ້ານເກິນ ໂດຍ ສະຖານທີ່ແມ່ນຕັ້ງຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ຖ້າ ມາແລ້ວບໍ່ຮູ້ທາງກໍສາມາດຕິດຕໍ່ໄດ້ ທີ່ເບີ 020 5 5 0 .
RkJQdWJsaXNoZXIy MTc3MTYxMQ==