lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/05/2025 xtgmf]k; ລະດົມຄວາມຄິດ... ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍ ຄະນະ ຢ້ຽມຢາມ ເມືອງຫລິງຢຸນ ແລະ ເມືອງເລີ້ເຢ້ ເຂດປົກຄອງຕົນ ເອງເຜົ່າຈ້ວງກວາງຊີ ສປ ຈີນ ເພື່ອ ສຶກສາປະສົບການ-ການຟື້ນຟູຊົນ ນະບົດຂອງບໍລິສັດ CGN ພາວ ເວີ້ກຣຸບ ໂດຍມີທ່ານ ຫວງຫລູເຊິ່ງ ເລຂາພັກນະຄອນປາຍເຊີ້, ທ່ານ ຫລີຈ້ຽນຮວາ ສະມາຊິກຄະນະປະ ຈໍາເທສະບານ, ຫົວໜ້າຮັບຜິດຊອບ ວຽກງານແນວໂຮມນະຄອນປາຍ ເຊີ້, ທ່ານ ຫວງຮຸ້ຍ ຮອງເຈົ້າຄອງ ນະຄອນ ແລະ ທ່ານ ຫລີອີ້ຫລຸນ ຮອງອໍານວຍການບໍລິສັດ CGN ພາວເວີ້ກຣຸບ ເຂົ້າຮ່ວມ. ໃນການເຄື່ອນໄຫວຢ້ຽມຢາມ ສປ ຈີນ ໃນຄັ້ງນີ້, ຄະນະດັ່ງກ່າວ ໄດ້ໄປຢ້ຽມຢາມໂຄງການ ຟື້ນຟູ ຊົນນະບົດທີ່ສໍາຄັນຂອງ CGN ເຊັ່ນ: ຢ້ຽມຢາມທົ່ງດອກໄມ້ກັງ ຫັນລົມ, ຊົມເຮືອນລ້ຽງມ້ອນທີ່ທັນ ສະໄໝ, ໂຮງຮຽນນົກຍາງຂາວ ເພື່ອແລກປ່ຽນຄວາມເຫັນ ກ່ຽວ ກັບການເພີ່ມທະວີການຮ່ວມມື ຂັ້ນ ທ້ອງຖິ່ນ ລາວ-ຈີນ. ພ້ອມນີ້, ຄະນະ ຜູ້ແທນລາວ ຍັງໄດ້ເດີນທາງໄປ ສະຖານີໄຟຟ້າຢິງຮຸ່ຍ ຢູ່ເມືອງຫລິງ ຢຸນ ເພື່ອສຶກສາເຕັກໂນໂລຊີ ນະວັດ ຕະກໍາພະລັງງານໃໝ່ ຂອງ CGN ຕື່ມອີກ. ນອກນີ້, ຄະນະຍັງໄດ້ ໄປຢ້ຽມຢາມບ້ານຜິງຫວຍ ແລະ ເຈ່ຍຊີ ໃນກຸ່ມບ້ານເຊ້ຍເຈຍ ລວມ ຮ່າງກົດໝາຍວ່າດ້ວຍຄວາມປອດ ໄພໄຊເບີ ກ່ອນນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອ ທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX. ໂອກາດນີ້, ທ່ານ ສຸວອນ ເລືອງ ບຸນມີ ໄດ້ມີຄໍາເຫັນວ່າ: ກອງປະ ຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປະ ກອບຄຳເຫັນ ແນໃສ່ເຮັດໃຫ້ເນື້ອ ໃນຂອງຮ່າງກົດໝາຍມີຄວາມຄົບ ຖ້ວນ, ຮັດກຸມ, ຈະແຈ້ງ, ສອດຄ່ອງ ກັບແນວທາງນະໂຍບາຍ, ລັດຖະ ທໍາມະນູນ ແລະ ກົດໝາຍອື່ນທີ່ ກ່ຽວຂ້ອງ, ຮັບປະກັນຄວາມປອດ ໄພໄຊເບີ, ແທດເໝາະກັບສະພາບ ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ແລະ ສາມາດຈັດ ຕັ້ງປະຕິບັດໄດ້. ໂອກາດດຽວກັນ, ທ່ານ ແກ້ວ ວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ (ກຕສ) ໄດ້ສະເໜີໂດຍຫຍໍ້ ກ່ຽວກັບເຫດຜົນ ແລະ ຄວາມຈຳ ເປັນຂອງການສ້າງກົດໝາຍວ່າ ດ້ວຍຄວາມປອດໄພໄຊເບີ ແມ່ນ ເພື່ອໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງ ຂອງການພັດທະນາ ດ້ານເສດຖະກິດ-ສັງຄົມຂອງປະ ເທດ ເຮັດໃຫ້ການຄຸ້ມຄອງເຕັກໂນ ໂລຊີ, ຂໍ້ມູນຂ່າວສານ ແລະ ການສື່ ສານ ທັນກັບສະພາບການປ່ຽນ ແປງໃນແຕ່ລະໄລຍະ ແລະ ເພື່ອໃຫ້ ສອດຄ່ອງກັບສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ກົດໝາຍ ສະບັບນີ້, ຍັງມີຄວາມສຳຄັນໃນ ການສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບ ປະກັນສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງຜູ້ໃຊ້ບໍລິການ ໃຫ້ ໄດ້ຮັບຄວາມເປັນທຳ ແລະ ປອດ ໄພ ພ້ອມທັງສ້າງພື້ນຖານທາງກົດ ໝາຍໃນການແຕ່ງຕັ້ງ ແລະ ເຄື່ອນ ໄຫວຂອງລະບົບປະຕິບັດການ ຄວາມປອດໄພໄຊເບີແຫ່ງຊາດ ແລະ ຍົກປະສິດທິພາບກົນໄກປະ ສານງານໃນການຕອບໂຕ້ເຫດສຸກ ເສີນໄຊເບີທີ່ຮ້າຍແຮງ. ນອກຈາກ ນີ້, ຍັງມີຄວາມຈຳເປັນໃນການກຳ ນົດມາດຕະການປ້ອງກັນ, ຕອບ ໂຕ້ເຫດການສຸກເສີນ ແລະ ກູ້ຄືນ ລະບົບ ໃນກໍລະນີເກີດໄພຄຸກຄາມ ໄຊເບີ; ສ້າງຂອບເຂດທາງກົດ ໝາຍສຳລັບການຂຶ້ນທະບຽນ ຄວາມປອດໄພໄຊເບີ ແລະ ການ ດຳເນີນທຸລະກິດຄວາມປອດໄພໄຊ ເບີ; ກຳນົດສິດ ແລະ ພັນທະຂອງຜູ້ ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ດ້ານຄວາມປອດໄພໄຊເບີ, ພ້ອມ ທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານຄວາມ ປອດໄພໄຊເບີ; ຈະຊ່ວຍໃຫ້ການ ຈັດຕັ້ງປະຕິບັດວຽກງານຄວາມ ປອດໄພໄຊເບີ ມີປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ທ່ານຮອງລັດຖະມົນຕີກະຊວງ ກຕສ ໃຫ້ຮູ້ອີກວ່າ: ຫາກກົດໝາຍ ສະບັບນີ້ຖືກຮັບຮອງ ແລະ ປະກາດ ໃຊ້ ຈະເປັນເຄື່ອງມືອັນສຳຄັນ ໃນການຮັບປະກັນຄວາມໝັ້ນຄົງ ຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມໃນຍຸກດີຈິຕອນ; ເປັນກົນໄກ ສຳຄັນໃນການສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍການສ້າງສະພາບ ແວດລ້ອມທາງດີຈິຕອນ ທີ່ປອດ ໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ ການຫັນເປັນເສດຖະກິດດີຈິຕອນ; ຊ່ວຍໃຫ້ ສປປ ລາວ ກ້າວໄປສູ່ ການເປັນປະເທດທີ່ມີຄວາມພ້ອມ ໃນການຮັບມືກັບຄວາມສ່ຽງ ແລະ ໂອກາດໃນໂລກດີຈິຕອນ ທີ່ກຳ ລັງເຕີບໃຫຍ່ຂະຫຍາຍຕົວຢ່າງ ວ່ອງໄວ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ເປັນເຈົ້າການຄົ້ນຄວ້າ ແລະ ປະ ກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອ ໃນຮ່າງກົດໝາຍສະບັບນີ້ຢ່າງມີ ຈຸດສຸມ, ມີລັກສະນະຫລັກການ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ. ໃນນັ້ນ, ມີຫລາຍ ເນື້ອໃນຂອງຫລາຍມາດຕາ ໄດ້ຮັບ ການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ. ຂ່າວ: ສພຊ ທັງບ້ານຫລົງຫວຍ ໃນກຸ່ມບ້ານ ເຈ່ຍໂຢ່ ເພື່ອເບິ່ງການພັດທະນາ ຊົນນະບົດທີ່ສວຍງາມ ແລະ ນິຄົມ ຜ້າຫົ່ມໄໝຂະໜາດໃຫຍ່ ແລະ ໂຮງ ງານປຸງແຕ່ງຊາ ທີ່ໄດ້ຮັບການສະ ໜັບສະໜູນຈາກ CGN. ຄະນະຜູ້ແທນລາວ ຍັງໄດ້ໄປ ຢ້ຽມຢາມ ໂຮງຮຽນມັດທະຍົມຕົ້ນ ຖົງເລີ້, ຟາມພະລັງງານລົມບ້ານ ສວນຕາ, ສວນໝາກກີວີ ບ້ານປານ ຫົງ ແລະ ບ້ານປານໜີ ກຸ່ມບ້ານ ຊິນຮວ້າ ເມືອງເລີ້ເຢ້ ເພື່ອສຶກສາ ການຊ່ວຍເຫລືອດ້ານການສຶກສາ “ຫ້ອງຮຽນນົກຍາງຂາວ” ຂອງ CGN, ໂຮງໄຟຟ້າພະລັງງານລົມ ແບບນິເວດ ແລະ ການທ່ອງທ່ຽວ, ສູນວາງສະແດງພະລັງງານລົມ “ທົ່ງດອກໄມ້ກັງຫັນລົມ” ແລະ ໂຄງການຊ່ວຍເຫລືອອຸດສາຫະ ກຳກີວີ. ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງ ການພັດທະນາຢູ່ເມືອງຫລິງຢຸນ ແລະ ເມືອງເລີ້ເຢ້ ລວມເຖິງຜົນ ຂອງການຊ່ວຍເຫລືອຈາກ CGN ແລະ ເຫັນວ່າ ຮູບແບບດັ່ງກ່າວ ເປັນ ບົດຮຽນທີ່ ສປປ ລາວ ຄວນສຶກ ສາ ແລະ ນຳໄປປັບໃຊ້ ພ້ອມທັງສະ ແດງຄວາມຫວັງວ່າ ການສຶກສາ ໃນຄັ້ງນີ້, ຈະເປັນຈຸດເລີ່ມຕົ້ນໃຫ້ ທັງສອງຝ່າຍ ໃນການພັດທະນາ ໂຄງການຮ່ວມມືດ້ານການກໍ່ສ້າງ ຊົນນະບົດ ແລະ ຄຸ້ມຄອງຊົນນະ ບົດ, ການພັດທະນາໂຄງການພະ ລັງງານໃໝ່ ແລະ ການປຸງແຕ່ງຜະ ລິດຕະພັນກະສິກໍາ ເພື່ອເພີ່ມທະ ວີການຮ່ວມມື ແລະ ບັນລຸຜົນປະ ໂຫຍດຮ່ວມກັນ ແລະ ໄດ້ເຊື້ອເຊີນ ບໍລິສັດຈີນ ມາລົງທຶນຢູ່ແຂວງອຸດົມ ໄຊ ເພື່ອແບ່ງປັນໂອກາດພັດທະນາ. ທ່ານ ຫລີອີ້ຫລຸນ ກ່າວວ່າ: CGN ຈະໃຊ້ປະໂຫຍດຈາກເຕັກ ໂນໂລຊີ, ຊັບພະຍາກອນ ແລະ ປະ ສົບການຂອງຕົນເອງ ເພື່ອສະແຫວງ ຫາກາລະໂອກາດ ຮ່ວມມືກັບ ແຂວງອຸດົມໄຊ ໃນການພັດທະນາ ໂຄງການພະລັງງານສີຂຽວ ແລະ ໂຄງການຫລຸດຜ່ອນຄວາມທຸກ ຍາກດໍາເນີນການຢ່າງເປັນຮູບປະ ທໍາ ເພື່ອສະໜັບສະໜູນການພັດ ທະນາ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ເຮັດໃຫ້ມິດ ຕະພາບ ລາວ-ຈີນ ເປັ່ງປະກາຍໃໝ່ ໂດຍຜ່ານການຮ່ວມມືຕ່າງຝ່າຍຕ່າງ ມີຜົນປະໂຫຍດ ແລະ ສົ່ງເສີມການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເລິກເຊິ່ງ ແລະ ເປັນຮູບປະທໍາ. ໂອກາດດັ່ງກ່າວ, ທ່ານ ບຸນຄົງ ຫລ້າຈຽມພອນ ແລະ ທ່ານ ຫລີ ອີ້ຫລຸນ ໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລືສາມຝ່າຍ ລະຫວ່າງ ແຂວງອຸດົມໄຊ ກັບ ບໍລິສັດ CGN ແລະ ກຸ່ມບໍລິສັດກວາງຊີການລົງ ທຶນ ພ້ອມທັງ ເຂົ້າຮ່ວມເປັນສັກຂີ ພະຍານ ໃນພິທີລົງນາມ ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍຂອບການ ຮ່ວມມືລະຫວ່າງ CGN ລາວ ແລະ ບໍລິສັດກວາງໂຖຮົງກົງ ເຊິ່ງ ທັງສອງຝ່າຍຈະຮ່ວມມືພັດທະນາ ອຸດສາຫະກຳ ອາລູມິນຽມໄຟຟ້າ ແລະ ພັດທະນາໂຄງການ ພະລັງ ງານປະສົມປະສານ ທີ່ໝັ້ນຄົງ ໃນ ສປປ ລາວຕື່ມອີກ. ປະກາດແຕ່ງຕັ້ງ... ໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເດຊານຸລາດ ແສນດວງເດດ ທີ່ໄດ້ ຖືກແຕ່ງຕັ້ງ ໃຫ້ເປັນອະທິການບໍດີ ມຊ, ພ້ອມທັງຮຽກຮ້ອງໃຫ້ເອົາ ໃຈ ໃສ່ພັດທະນາລະບົບການບໍລິຫານ, ວຽກງານດ້ານວິຊາການ ມຊ ໃຫ້ມີ ຄວາມເຂັ້ມແຂງ ແລະ ເອົາໃຈ ໃສ່ຕີ ຖອຍບັນຫາປາກົດການຫຍໍ້ທໍ້ຂອງ ສັງຄົມ ທີ່ອາດຈະເກີດຂຶ້ນ, ສືບຕໍ່ ເຮັດວຽກງານແນວຄິດການເມືອງ ໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ໃຫ້ກວ້າງຂວາງຂຶ້ນຕື່ມ ອີກ, ພ້ອມທັງໃຫ້ກຽມພ້ອມຮັບມື ກັບສະພາບການປ່ຽນແປງຂອງ ໂລກ, ສະພາບດ້ານເສດຖະກິດ ພາຍໃນປະເທດ. ທ່ານ ພຸດ ສິມມາລາວົງ ຍັງ ໃຫ້ຮູ້ອີກວ່າ: ບັນດາທ່ານ ທີ່ໄດ້ຮັບ ການແຕ່ງຕັ້ງເປັນອະທິການບໍດີ ແລະ ເປັນຄະນະບໍດີ ມຊ ທັງໃນ ອະດີດ ແລະ ປັດຈຸບັນ ລ້ວນແຕ່ໄດ້ ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານ ຮອບດ້ານໃນມະຫາວິທະຍາໄລ ເຈົ້າແຂວງອຸດົມໄຊ... ເຫັນໄດ້ວ່າ: ຜູ້ເຂົ້າຮ່ວມມີຄວາມກ້າວ ໜ້າຢ່າງຊັດເຈນໃນດ້ານຕ່າງໆ ເຊັ່ນ: ການກະກຽມເຄື່ອງອະເຊື້ອ ແລະ ການຮ່ວມມືກັນເປັນທີມ. ພ້ອມ ນີ້, ໃນລະຫວ່າງການຝຶກອົບຮົມ, ທັງຝ່າຍຈີນ ແລະ ຝ່າຍລາວ ບໍ່ພຽງ ແຕ່ແລກປ່ຽນເຕັກນິກທາງການ ແພດ ແລະ ການດູແລຄົນເຈັບ, ແຕ່ ຍັງແບ່ງປັນຄວາມຄິດເຫັນດ້ານ ຫລັກການພະຍາບານ ແລະ ປະສົບ ການດ້ານການເຮັດວຽກ. ຊຸດຝຶກ ອົບຮົມໃນຄັ້ງນີ້, ບໍ່ແມ່ນຈຸດສິ້ນສຸດ, ແຕ່ແມ່ນຈຸດເລີ່ມຕົ້ນໃໝ່ ພວກເຮົາ ຫວັງວ່າຜູ້ເຂົ້າຮ່ວມຝຶກອົບຮົມທຸກ ທ່ານ ຈະນໍາໃຊ້ຄວາມຮູ້ທີ່ໄດ້ນັ້ນ ປະກອບເຂົ້າໃນການປັບປຸງມາດ ຕະຖານ ການດູແລຄົນເຈັບໃນພະ ແນກຂອງຕົນ ແລະ ທີມງານການ ແພດຈາກ ສປ ຈີນ ຈະສືບຕໍ່ຮ່ວມມື ຢ່າງໃກ້ຊິດກັບໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເພື່ອ ຮ່ວມກັນສົ່ງເສີມການດູແລຄົນເຈັບ ໃນຊ່ວງກ່ອນຜ່າຕັດ, ລະຫວ່າງ ການຜ່າຕັດ ແລະ ຫລັງຜ່າຕັດໃນ ສປປ ລາວ. ສະຫາຍ ພັນເອກ ດຣ ຄໍາໄມ ບົວໃບອ່ອນ ໄດ້ກ່າວວ່າ: ວຽກງານ ພະຍາບານ ກໍແມ່ນວຽກງານໜຶ່ງ ທີ່ ມີຄວາມສໍາຄັນແກ່ໂຮງໝໍ, ໄລຍະ ຜ່ານມາໂດຍໄດ້ຮັບການເອົາໃຈ ໃສ່ໂດຍກົງ ຂອງຄະນະຊ່ຽວ ຊານ ສປ ຈີນ ທັງໝົດ 12 ຄັ້ງ ເຫັນວ່າ ວຽກພະຍາບານໃນໂຮງໝໍ ແມ່ນມີ ຄວາມກ້າວໜ້າ ແລະ ເປັນສາກົນ ທຽບເທົ່າກັບ 5 ໂຮງໝໍສູນກາງໃນ ສປປ ລາວ, ພ້ອມທັງໄດ້ສະແດງ ຄວາມຂອບໃຈມາຍັງຄະນະຊ່ຽວ ຊານ ສປ ຈີນ, ພະນັກງານ-ນັກຮົບ ພະຍາບານ ແລະ ການຈັດຕັ້ງ ທີ່ໄດ້ ເອົາໃຈໃສ່ວຽກງານດັ່ງກ່າວຈົນ ໄດ້ຮັບຜົນສຳເລັດ ເປັນຢ່າງດີ. ໃນພິທີ, ໄດ້ມອບໃບຢັ້ງຢືນການ ຝຶກອົບຮົມໃຫ້ພະຍາບານ ແລະ ມີ ກິດຈະກໍາການສາທິດການກະກຽມ ຄົນເຈັບກ່ອນຂຶ້ນຫ້ອງຜ່າຕັດ, ການ ກຽມເຄື່ອງອະເຊື້ອ, ສະແດງເຕັກ ນິກວິິທີການແຍ່ຍ່ຽວໃສ່ຫຸ່ນຈໍາ ລອງ, ສະແດງເຕັກນິກວິທີ່ການ ລ້າງບາດ ຈາກພະຍາບານທີ່ໄດ້ຮັບ ການຝຶກອົບຮົມ ຕື່ມອີກ. ຂ່າວ-ພາບ: ໂຊກທະວີ ໂຮງໝໍສູນກາງ 103... lxx ]k; dh k;wx0h k'|h kl6j czo9a f8A ' xt8y [a f;Pd'kol5 0trk[|bj 'fP; ຂປລ. ແຜນຈັດຕັ້ງປະຕິບັດ ວຽກງານສຸຂະພາບໜຶ່ງດຽວ ແບບ ຄົບວົງຈອນ ໂດຍນຳໃຊ້ເຄື່ອງມື ປະເມີນສຸຂະພາບໜຶ່ງດຽວຂອງ ອົງການອາຫານ ແລະ ການກະ ເສດ ຫລື FAO (OHAT) ກຳລັງ ຈະຖືກຈັດຕັ້ງປະຕິບັດ ແລະ ກວດ ສອບຢັ້ງຢືນໃນ ສປປ ລາວ ໃນ ອະນາຄົດອັນໃກ້ນີ້ ເຊິ່ງເປັນບາດ ກ້າວສຳຄັນໃນການເສີມສ້າງການ ຮ່ວມມື ລະຫວ່າງ ທຸກຂະແໜງ ການທີ່ສຳຄັນຄື: ສຸຂະພາບຄົນ, ສຸຂະພາບສັດ, ສັດປ່າ ແລະ ສິ່ງ ແວດລ້ອມ. ໄລຍະຜ່ານມາ, ການປະເມີນ ສຸຂະພາບໜຶ່ງດຽວລະດັບປະເທດ ແລະ ການວິເຄາະສະພາບການ ປະສານງານ ແລະ ການຮ່ວມມື ຂ້າມຂະແໜງການ ສ່ວນໃຫຍ່ໄດ້ ສຸມໃສ່ການພົວພັນລະຫວ່າງສຸຂະ ພາບຄົນ ແລະ ສຸຂະພາບສັດ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ການ ຈັດຕັ້ງປະຕິບັດສຸຂະພາບໜຶ່ງດຽວ ໃນລະດັບຊາດປະສົບຜົນສຳເລັດ, ຈຳເປັນຢ່າງຍິ່ງທີ່ທັງ 4 ຂະແໜງ ການຄື: ສຸຂະພາບຄົນ, ສຸຂະພາບ ສັດ, ສັດປ່າ, ແລະ ສິ່ງແວດລ້ອມ ຕ້ອງເຂົ້າຮ່ວມໃນການປະເມີນ, ການພັດທະນານະໂຍບາຍ, ກົນໄກ ການປະສານງານ ແລະ ການຈັດ ຕັ້ງປະຕິບັດໂຄງການ ລວມທັງ ການພັດທະນາແຜນຈັດຕັ້ງປະຕິ ບັດວຽກງານສຸຂະພາບໜຶ່ງດຽວ ແຫ່ງຊາດ. ເ ມື່ອບໍ່ດົນມານີ້ , ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງ ສາທາລະນະສຸກ ແລະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດສຳມະນາວິເຄາະ ວຽກງານສຸຂະພາບໜຶ່ງດຽວ ໂດຍ ໄດ້ຮັບການສະໜັບສະໜູນດ້ານ ວິຊາການຈາກອົງການອາຫານ ແລະ ການກະເສດ ແຫ່ງສະຫະ ປະຊາຊາດ, ອົງການອະນາໄມ ໂລກ (WHO), ສູນຄົ້ນຄວ້າ ປ່າໄມ້ສາກົນ ແລະ ກະສິກຳປ່າໄມ້ ໂລກ (CIFOR-ICRAF), ສູນ ຄົ້ນຄວ້າກະສິກຳຝຣັ່ງເພື່ອການ ພັດທະນາສາກົນ(CIRAD) ແລະ ສະມາຄົມອະນຸລັກສັດປ່າ (WCS) ໂດຍໄດ້ຮັບທຶນສະໜັບ ສະໜູນຈາກສະຫະພາບເອີຣົບ, ພ້ອມດ້ວຍທຶນຮ່ວມຈາກກອງ ທຶນສິ່ງແວດລ້ອມໂລກຂອງຝຣັ່ງ (FFEM) ແລະ ອົງການພັດທະນາ ຝຣັ່ງ (AFD). ການຮ່ວມມືກັນ ຄັ້ງນີ້, ສະແດງເຖິງຄວາມມຸ່ງໝັ້ນ ອັນແຂງແຮງ ຂອງ ສປປ ລາວ ຕໍ່ວິທີການຈັດຕັ້ງປະຕິບັດວຽກ ສຸຂະພາບໜຶ່ງດຽວແບບເຊື່ອມ ໂຍງຢ່າງຈິງຈັງ ແລະ ຫວັງເປັນ ຢ່າງຍິ່ງວ່າ ແຜນຈັດຕັ້ງປະຕິບັດ ວຽກງານນີ້ ຈະສ້າງຜົນກະທົບໃນ ທາງບວກຕໍ່ສຸຂະພາບ ແລະ ຄວາມ ເປັນຢູ່ທີ່ດີຂອງປະຊາຊົນ, ສັດ ແລະ ສິ່ງແວດລ້ອມທີ່ພວກເຮົາຮ່ວມກັນ. ແຫ່ງຊາດ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ, ເປັນ ຜູ້ທີ່ກໍາແໜ້ນແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ, ຍຶດ ໝັ້ນແນວທາງປ່ຽນແປງໃໝ່ຂອງ ພັກ ແລະ ປະຕິບັດຕາມຫລັກການ ວິທີເຮັດວຽກແບບລວມສູນ ປະຊາ ທິປະໄຕ, ນຳພາເປັນໝູ່ຄະນະ, ມີ ວິໄສທັດອັນກວ້າງໄກ, ມີຄວາມ ສາມາດໃນການນຳໃຊ້ ແລະ ຂຸດ ຄົ້ນຄວາມສາມາດບົ່ມຊ້ອນ, ກໍາລັງ ແຮງສັງລວມ ເຂົ້າໃນການພັດທະ ນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໃຫ້ໄດ້ຮັບການພັດທະນາຢ່າງ ຕໍ່ເນື່ອງ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==