7025

12/05/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K —Ê “¤§ໜÇ ;a ocsj 'w--tot ,tsklq '7k,xh v'da oxy 85 r6 , 7q [Iv[ 80 xu dv'[a o-kdkomtskoc0;'zQ 'lk]u 4n le7a o;Pd'koxh v'da o-kfmq j ;x;'-q oIv[fh ko0v'ra d ສະຫາຍ ພົນຈັດຕະວາ ຊຽງ ເພັງ ບົວລະວົງ ເລຂາຄະນະພັກ ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງຜົ້ງສາລີ ຮອງປະ ທານຄະນະກໍາມະການ ປກຊປກສ ແຂວງ ໄດ້ໃຫ້ຮູ້ວ່າ: ເນື່ອງ ໃນໂອກາດກະກຽມດຳເນີນກອງ ປະຊຸມໃຫຍ່ ຂັ້ນຂອງພັກ, ເວົ້າ ລວມ, ເວົ້າສະເພາະແມ່ນກອງປະ ຊຸມໃຫຍ່ຜູ້ແທນ ຄັ້ງທີ 7I ຂອງ ອົງຄະນະພັກກອງບັນຊາການ ທະຫານແຂວງຜົ້ງສາລີ ທີ່ຈະມາ ເຖິງໃນມໍ່ໆນີ້, ກອງບັນຊາການ ທະຫານແຂວງຜົ້ງສາລີ ແມ່ນກົມ ມະຫາສົງຄາມປ້ອງກັນປິຕຸພູມ ໄດ້ຝາກບາດແຜອັນເຈັບປວດຢູ່ໃນ ດວງໃຈຂອງຄົນຫລາຍລ້ານຄົນ. ສົງຄາມໄດ້ເລີ່ມຕົ້ນຂຶ້ນໃນຕອນເຊົ້າ ມືດຂອງວັນທີ 22 ມິຖຸນາ 1941 ພາຍຫລັງນາຊີເຢຍລະມັນ ຂອງຮິດ ເລີ ໄດ້ທໍລະຍົດໂຈມຕີສະຫະພາບ ໂຊວຽດ. ເຖິງແມ່ນວ່າ ເຢຍລະມັນ ໄດ້ລົງນາມໃນສັນຍາວ່າດ້ວຍການ ບໍ່ຮຸກຮານກັນ ໃນເດືອນສິງຫາ 19 9 ກໍ່ຕາມ, ແຕ່ພາຍຫລັງຮິດ ເລີ ຂຶ້ນກໍາອໍານາດກໍ່ໄດ້ສັ່ງໃຫ້ກອງ ກໍາລັງຂອງນາຊີເຢຍລະມັນ ເຄື່ອນ ທັບໄປທາງທິດຕາເວັນອອກ ເພື່ອ ກວາດລ້າງປະເທດຂອງພວກເຮົາ ອອກຈາກແຜນທີ່ໂລກ. ຫລັງຈາກ ນັ້ນ, ການຕໍ່ສູ້ທີ່ຫຍຸ້ງຍາກທີ່ສຸດໄດ້ ແກ່ຍາວເປັນເວລາ 1.418 ວັນ, ເຊິ່ງແມ່ນການຕໍ່ສູ້ດ້ວຍຄວາມພິລະ ອາດຫານເສຍສະລະເລືອດເນື້ອ ຂອງບັນພະບູລຸດທີ່ເປັນປູ່ຍ່າຕາຍາຍ ແລະ ລູກຫລານຂອງພວກເຮົາ ຈົນນໍາໄປສູ່ໄຊຊະນະອັນຍິ່ງໃຫຍ່. ໃນໄລຍະທໍາອິດຂອງສົງຄາມ, ກອງ ທັບໂຊວຽດ ໄດ້ຮັບຄວາມສູນເສຍ ຢ່າງໜັກໜ່ວງ ແລະ ໄດ້ເສຍດິນແດນ ຂະໜາດໃຫຍ່. ແຕ່ສັດຕູກໍ່ໄດ້ຮັບການ ສູນເສຍຢ່າງໃຫຍ່ຫລວງທີ່ບໍ່ເຄີຍ ພົບພໍ້ມາກ່ອນເຊັ່ນກັນທີ່ຕ່າງຈາກຜົນ ສໍາເລັດໃນສົງຄາມໄລຍະສັ້ນຢູ່ແນວ ໜ້າຕາເວັນຕົກ ໃນກ່ອນໜ້ານັ້ນ. ໜຶ່ງໃນຈຸດປ່ຽນແປງໃນໄລຍະຕົ້ນ ຂອງສົງຄາມ ແມ່ນການປົກປ້ອງ ນະຄອນຫລວງມົດສະກູ ໃນລະດູ ໃບໄມ້ຫລົ່ນ ປີ 1941. ການຕໍ່ສູ້ ເພື່ອປົກປ້ອງມົດສະກູ ໄດ້ກາຍເປັນ ໄຊຊະນະທາງຍຸດທະສາດຄັ້ງ ທໍາອິດຂອງກອງທັບແດງ ທີ່ສາ ມາດຂັດຂວາງແຜນການຂອງ ຮິດເລີ ໃນການດໍາເນີນສົງຄາມ ແບບສາຍຟ້າແລບ ແລະ ທັງໄດ້ ປຸກລະດົມປະຊາຊົນໂຊວຽດທຸກ ຄົນໃນການສືບຕໍ່ຕໍ່ສູ້ຕ້ານສັດຕູ. ຂີດໝາຍທີ່ສໍາຄັນອັນໜຶ່ງໃນປະຫວັດ ສາດຂອງມະຫາສົງຄາມປ້ອງກັນ ປິຕຸພູມ ແມ່ນບັ້ນຮົບເພື່ອປົກປ້ອງ ເມືອງຊະຕາລິນກຣາດ ທີ່ເລີ່ມຂຶ້ນ ໃນວັນທີ 17 ກໍລະກົດ 1942, ເຊິ່ງໄດ້ກາຍເປັນຈຸດປ່ຽນພື້ນຖານ ແລະ ເປັນຈຸດຊີ້ຊະຕາຂອງສົງຄາມ. ໃນເດືອນມັງກອນ 194 ແມ່ນອີກ ເຫດການໜຶ່ງທີ່ສໍາຄັນໄດ້ເກີດຂຶ້ນຄື ການສາມາດທໍາລາຍວົງປິດລ້ອມ ເມືອງເລນິນກຣາດ; ໃນເດືອນ ກຸມພາ ກອງທັບແດງສາມາດປົດ ປ່ອຍເມືອງກູຣສກÑ (,VSTL); ແລະ ໃນເດືອນກໍລະກົດ 194 ບັ້ນຮົບຢູ່ເມືອງກູຣສກÑ ໄດ້ກາຍເປັນ ໜຶ່ງໃນບັ້ນຮົບທີ່ມີການຕໍ່ສູ້ດ້ວຍລົດ ຖັງ ທີ່ໃຫຍ່ທີ່ສຸດໃນປະຫວັດສາດ, ເຊິ່ງໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ ກອງທັບແດງ ສາມາດເລີ່ມດໍາເນີນ ການທາງຍຸດທະສາດໄດ້ໃນທີ່ສຸດ. ໃນຂະນະທີ່ກອງທັບໂຊວຽດໄດ້ ເຄື່ອນທັບໄປທາງຕາເວັນຕົກ, ເຂົາ ເຈົ້າສາມາດປົດປ່ອຍດິນແດນທີ່ຖືກ ຍຶດຄອງ, ເຊິ່ງໄດ້ນໍາເອົາຄວາມຫວັງ ແລະ ຄວາມສຸກໃຫ້ແກ່ປະຊາຊົນ ທ້ອງຖິ່ນ. ໃນລະດູໃບໄມ້ຫລົ່ນ, ບັ້ນ ຮົບຕາມແມ່ນໍ້າເດີນິບໂປຣ ໄດ້ສິ້ນສຸດ ລົງ, ເຮັດໃຫ້ເມືອງໂດເນັດສກÑ ແລະ ເມືອງໂນໂວໂຣຊີອີສກÑ ໄດ້ຮັບການ ປົດປ່ອຍ ໃນທ້າຍປີ 194 . ໃນລະດູ ໃບໄມ້ປົ່ງ, ກອງກໍາລັງຂອງກອງທັບ ແດງ ໄດ້ຂັບໄລ່ພວກຟາດຊິດອອກ ຈາກເມືອງໂອເດັດຊາ, ເມືອງໄຄຣ ເມຍ ແລະ ເມືອງເຊວາສະໂຕໂປນ. ໃນທ້າຍເດືອນມິຖຸນາ 1944, ບັ້ນຮົບ hບັກຣາຕິໂອນi ເຊິ່ງແມ່ນ ບັ້ນຮົບຍຸດທະສາດ ເພື່ອບຸກໂຈມຕີ ບັນດາປະເທດທີ່ມີຊື່ສຽງ ໄດ້ເລີ່ມ ຂຶ້ນ ແລະ ໄດ້ນໍາໄປສູ່ການປົດປ່ອຍ ເບລາຣຸດ, ມົນໂດວາ, ບັນດາປະເທດ ຢູ່ແຫລມບານຕິກ ແລະ ຕໍ່ມາບັນດາ ປະເທດເອີຣົບ ຄື: ການປົດປ່ອຍ ປະເທດຢູໂກສະລາວີ ຈາກການຍຶດ ຄອງຂອງຟາດຊິດເຢຍລະມັນ ແລະ ປົດປ່ອຍປະເທດຣູມານີ ແລະ ບູນ ກາຣີ ຈາກພວກກໍາອໍານາດທີ່ເປັນຜູ້ ສົມຮູ້ຄວາມຄິດກັບຮິດເລີ. ໃນປີນັ້ນ, ກອງທັບແດງໂຊວຽດ ຍັງສາມາດ ບຸກຕີເຂົ້າໄປເຖິງເຊັກໂກສະໂລວາກີ ແລະ ຮົງກາຣີ, ແລະ ສືບຕໍ່ບັ້ນຮົບ ບຸກໂຈມຕີ ຈົນສາມາດປົດປ່ອຍ ເມືອງວາກໂຊວີ ໃນເດືອນມັງກອນ 1945, ເມືອງບູດາແປດ ໃນເດືອນ ກຸມພາ, ແລະ ເມືອງບຣາຕິດສະລາວາ ແລະ ເມືອງວຽນນາ ໃນເດືອນເມສາ 1945. ໃນໄລຍະດັ່ງກ່າວ, ກອງທັບ ໂຊວຽດ ຍັງໄດ້ເອົາຊະນະພວກຟາ ຊິດ ຢູ່ເມືອງໂຄນິກສະແບກ. ຈາກ ຜົນຂອງການສູ້ຮົບຢ່າງນອງເລືອດ, ມາຮອດທ້າຍເດືອນເມສາ ທຸງແຫ່ງ ໄຊຊະນະໄດ້ຖືກໂບກສະບັດຢູ່ເທິງ ຫລັງອາຄານສະພາຂອງຟາດຊິດ ເຢຍລະມັນ, ແລະ ໃນຕົ້ນເດືອນ ພຶດສະພາ ກອງທະຫານສັດຕູຢູ່ ແບກແລງ ໄດ້ຖືກດັບສູນ ແລະ ໃນ ວັນທີ8ພຶດສະພາ(ວັນທີ9ພຶດສະພາ ຕາມເວລາມົດສະກູ) ເຢຍລະມັນໄດ້ ລົງນາມໃນສັນຍາຍອມຈໍານົນຢ່າງ ບໍ່ມີເງື່ອນໄຂຕໍ່ສະຫະພາບໂຊວຽດ ແລະ ກຸ່ມປະເທດພັນທະມິດຕໍ່ຕ້ານ ຮິດເລີ. ນັບແຕ່ເວລານັ້ນເປັນຕົ້ນມາ, ພວກເຮົາໄດ້ສະເຫລີມສະຫລອງ ວັນທີ 9 ພຶດສະພາ ເປັນວັນແຫ່ງ ການສິ້ນສຸດຂອງມະຫາສົງຄາມ ປ້ອງກັນປິຕຸພູມ ແລະ ວັນແຫ່ງ ມະຫາໄຊຊະນະຂອງພວກເຮົາ. ປະຊາຊົນລາວ ກໍ່ໄດ້ຮັບຜົນສະທ້ອນ ຈາກສົງຄາມໂລກຄັ້ງທີ 2 ເຊັ່ນ ດຽວກັນ, ເນື່ອງຈາກຢູ່ພາຍໃຕ້ ການຍຶດຄອງຂອງຜູ້ຮຸກຮານພາຍ ນອກ ຄື: ລັດທິລ່າເມືອງຂຶ້ນຝຣັ່ງ ແລະ ລັດທິຂຸນເສິກຍີ່ປຸ່ນ, ເຊິ່ງການ ປະລາໄຊຂອງພວກຟາດຊິດ ໄດ້ ເປັນແຮງກະຕຸ້ນຂະບວນການຕໍ່ສູ້ ປົດປ່ອຍຊາດຢູ່ລາວ. ໄຊຊະນະຂອງສົງຄາມອັນໂຫດ ຮ້າຍດັ່ງກ່າວ ໄດ້ເຮັດໃຫ້ທົ່ວໂລກ ຮັບຮູ້ເຖິງຄວາມເດັດດ່ຽວກ້າຫານ ອົດທົນ ແລະ ຈິດໃຈອັນແຮງກ້າ ຂອງປະຊາຊົນໂຊວຽດ. ວັນແຫ່ງໄຊ ຊະນະດັ່ງກ່າວ ຈະເປັນວັນແຫ່ງການ ລະນຶກ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ທຸກຄົນທີ່ເສຍສະລະຊີວິດ ເພື່ອ ອະນາຄົດແຫ່ງສັນຕິພາບຂອງພວກ ເຮົາ, ຕໍ່ທຸກຄົນທີ່ກັບຄືນມາຕຸພູມດ້ວຍ ໄຊຊະນະ ແລະ ຕໍ່ທຸກຄົນທີ່ຢູ່ແນວ ຫລັງທີ່ປະຕິບັດໜ້າທີ່ທັງເວັນ ແລະ ຄືນ ເພື່ອຍາດມາໄດ້ແຫ່ງໄຊຊະນະ. ໃນປັດຈຸບັນ, ເມື່ອລັດທິຟາດຊິດ ແລະ ນາຊີແບບໃໝ່ ທີ່ຟື້ນຄືນໃນ ບາງພາກພື້ນຂອງໂລກ, ພວກເຮົາ ຕ້ອງລະນຶກເຖິງນັກຮົບໂຊວຽດ ຜູ້ ທີ່ບໍ່ພຽງແຕ່ປົດປ່ອຍປະເທດຊາດ ຂອງຕົນຈາກພວກຟາດຊິດ, ແຕ່ຍັງ ຊ່ວຍປະຊາຊົນເອີຣົບ ທີ່ຖືກລະບອບ ຜະເດັດການຂອງຮິດເລີຍຶດຄອງ ຫລື ຄອບງໍາ ສາມາດຢູ່ລອດແລະ ຮັກສາ ອໍານາດອະທິປະໄຕ ແລະ ເອກະລາດ ແຫ່ງຊາດໄດ້. ນັກຮົບໂຊວຽດ ໄດ້ ປົກປ້ອງໂລກໄວ້, ແລະ ມັນບໍ່ແມ່ນ ຄວາມບັງເອີນທີ່ວ່າໃນກອງປະຊຸມ ຄົບຄະນະສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ຄັ້ງທີ 79 ທີ່ຈັດ ຂຶ້ນໃນວັນທີ 7 ມີນາ 2025 ໄດ້ຮັບ ຮອງເອົາຍັດຕິວ່າດ້ວຍການສິ້ນສຸດ ຂອງສົງຄາມໂລກ ຄັ້ງທີ 2 ຄົບຮອບ 80 ປີ ດ້ວຍຄວາມເປັນເອກະສັນ, ເຊິ່ງຍັດຕິດັ່ງກ່າວ ມີ 54 ປະເທດ ໃນທົ່ວໂລກ ເຂົ້າເປັນເຈົ້າພາບ ຮ່ວມ, ໃນນັ້ນ ລວມທັງ ສປປ ລາວ. ເນື້ອໃນຂອງຍັດຕິດັ່ງກ່າວ ໄດ້ເຕືອນ ໃຫ້ຮູ້ວ່າການສິ້ນສຸດຂອງສົງຄາມ ໂລກ ຄັ້ງທີ 2 ໄດ້ເປັນເງື່ອນໄຂ ໃຫ້ແກ່ການສ້າງຕັ້ງອົງການສະ ຫະປະຊາຊາດ. ຍັດຕິດັ່ງກ່າວຍັງ ຮຽກຮ້ອງໃຫ້ບັນດາປະເທດສະມາ ຊິກຮ່ວມມືກັນເພື່ອຕໍ່ສູ້ກັບສິ່ງທ້າທາຍ ແລະ ໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ບົດ ບາດຂອງອົງການ ສປຊ ເປັນໃຈ ກາງ. ການຮັບຮອງເອົາຍັດຕິດັ່ງ ກ່າວ ຍັງເປັນການລະນຶກເຖິງນັກຮົບ ວິລະຊົນທີ່ໄດ້ຕໍ່ສູ້ຕ້ານລັດທິນາຊີ, ລັດທິຟາຊິດ ແລະ ລັດທິຂຸນເສິກ, ຕະຫລອດເຖິງພົນລະເຮືອນຫລາຍ ລ້ານຄົນທີ່ໄດ້ເສຍຊີວິດຈາກສົງຄາມ. ໃນວັນທີ9 ພຶດສະພາ ທີ່ຈະມາເຖິງນີ້, ກ້ອນກໍາລັງຂອງກອງທັບ ລວມທັງ ກ້ອນກໍາລັງຂອງກອງທັບປະຊາຊົນ ລາວ ຈະເດີນຂະບວນສວນສະໜາມ ຢູ່ສະໜາມແດງຢູ່ມົດສະກູ ຕໍ່ໜ້າຜູ້ ນໍາຂອງຫລາຍປະເທດທີ່ເຂົ້າຮ່ວມ ງານລວມທັງຄະນະຜູ້ແທນຂັ້ນສູງ ຈາກ ສປປ ລາວ, ພວກເຮົາຈະຈົດ ຈໍາບຸນຄຸນຂອງຜູ້ທີ່ເສຍສະລະຊີວິດ ເພື່ອອະນາຄົດແຫ່ງສັນຕິພາບ, ຜູ້ທີ່ ກັບຄືນມາຕຸພູມດ້ວຍໄຊຊະນະ ແລະ ຜູ້ທີ່ໄດ້ກອບກູ້ມວນມະນຸດຈາກກໍາ ລັງຊົ່ວຮ້າຍ. ຊົມເ ຊີຍວັນແຫ່ງມະຫາໄຊ ຊະນະĴ ກອງໜຶ່ງທີ່ເຮັດໜ້າທີ່ເປັນກຳລັງ ຫລັກແຫລ່ງຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບເປັນ ລະບຽບຮຽບຮ້ອຍດີ, ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາອົງການ, ກົມກອງ ໄດ້ເປັນ ເສນາທິການໃຫ້ແກ່ອົງຄະນະພັກ ກອງບັນຊາການທະຫານແຂວງ, ກໍ່ຄື ປະຊາຊົນບັນດາເຜົ່າໃນທົ່ວ ແຂວງໃນການເຄື່ອນໄຫວເຮັດໜ້າ ທີ່ປົກປັກຮັກສາເຂດນ້ຳແດນດິນ ແລະ ຮັກສາທິດໜຶ່ງຂອງປະເທດ ໄວ້ໄດ້ຢ່າງໝັ້ນຄົງ, ຕັ້ງໜ້າປັບປຸງ ກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໂດຍພາຍໃຕ້ການຊີ້ນຳ ໂດຍກົງຮອບດ້ານຈາກຄະນະ ນຳກະຊວງປ້ອງກັນປະເທດ ກໍ່ ຄື ຄະນະກຳມະການ ປກຊ-ປກສ ແຂວງ, ໃນແຕ່ລະໄລຍະໄດ້ຈັດມີ ກອງປະຊຸມສະຫລຸບຖອດຖອນ ບົດຮຽນແລກປ່ຽນລາຍງານສະ ພາບພາຍໃນແຂວງ, ປະຈໍາເດືອນ, ປະຈຳໄຕມາດ 4 ແຂວງພາກ ເໜືອ, 1 ກອງພົນເປັນປົກກະຕິ ເພື່ອສະຫລຸບລາຍງານສະພາບ ໃຫ້ກັນ ແລະ ກັນໄດ້ຮັບຮູ້ພ້ອມທັງ ລາຍງານສະພາບປະກົດການຫຍໍ້ທໍ້ ໃນຂອບເຂດກົມກອງຮັບຜິດຊອບ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ ຖືກຕ້ອງສອດຄ່ອງ, ທັນເວລາ, ເພື່ອຮັບປະກັນໃຫ້ສະພາບມີຄວາມ ສະຫງົບ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍຢ່າງໜັກແໜ້ນ. ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກ່າວຕື່ມວ່າ: ປັດຈຸບັນ, ບັນດາອິດທິກຳລັງປໍລະປັກຍັງສືບ ຕໍ່ປະຕິບັດກົນອຸບາຍຍຸດທະສາດ ຫັນປ່ຽນໂດຍສັນຕິດ້ວຍຫລາຍ ຮູບການ, ຕໍ່ກັບບັນຫາດັ່ງກ່າວ ພາຍໃຕ້ການນຳພາຂອງພັກ ເຊິ່ງ ເວລາໃດກໍ່ຖືເອົາວຽກງານ ປກຊປກສ ທົ່ວປວງຊົນຮອບດ້ານຂອງ ພັກ ເປັນບູລິມະສິດແຖວໜ້າຕິດ ພັນກັບວຽກງານ ສ້າງຂອງພັກ ໃນການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ວຽກງານເຮັດໃຫ້ມີຄວາມ ສະຫງົບ ໄດ້ຫັນເອົາພະນັກງານລົງ ກໍ່ສ້າງຮາກຖານເມືອງພັດທະນາ ຊົນນະບົດຮອບດ້ານ ແລະ ສ້າງທ່າ ສະໜາມສົງຄາມປະຊາຊົນຕາມ ທິດ ສ້າງ ໂດຍສຸມໃສ່ສ້າງບ້ານ ພັດທະນາ, ບ້ານປ້ອງກັນຊາດເຂັ້ມ ແຂງຕິດພັນກັບການສ້າງບ້ານປ້ອມ ໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ກຸ່ມ ບ້ານພັດທະນາຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍຖືເອົາ ການສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ການພັດ ທະນາເສດຖະກິດ, ວັດທະນະທຳ ສັງຄົມເປັນໃຈກາງ. ຂະນະທີ່ຜ່ານ ມາໄດ້ເປີດຊຸດອົບຮົມຫັດແອບການ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບ ຕິດລຽນໄດ້ ກຸ່ມບ້ານຄື: ກຸ່ມ ບ້ານປ່າລັນ ເມືອງໃໝ່, ກຸ່ມບ້ານ ນ້ຳລີ ເມືອງສຳພັນ ແລະ ກຸ່ມບ້ານ ລອງນາຍເກົ່າ ເມືອງບຸນໃຕ້, ເພື່ອ ສ້າງໃຫ້ອົງການຈັດຕັ້ງຂັ້ນບ້ານ, ກຳລັງກອງຫລອນ, ປກສ ບ້ານ ແລະ ປະຊາຊົນບັນດາເຜົ່າມີຄວາມ ຮັບຮູ້ເຂົ້າໃຈຕໍ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ກາຍເປັນໜ້າທີ່ທົ່ວປວງຊົນ, ໃນນີ້ ມີບ້ານທີ່ໄດ້ຮັບໃບຢັ້ງຢືນເປັນບ້ານ ປ້ອງກັນຊາດເຂັ້ມແຂງ 188 ບ້ານ, ຄອບຄົວປ້ອງກັນຊາດ 20.465 ຄອບຄົວໃນທົ່ວແຂວງ, ຄຽງຄູ່ກັນ ນັ້ນໄດ້ເອົາໃຈໃສ່ປະສານສົມທົບ ແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກຳລັງ ປກສ ແຂວງ ແລະ ອຳນາດການປົກຄອງ ທ້ອງຖິ່ນແຕ່ລະຂັ້ນເປັນເຈົ້າການໃນ ການເຮັດໜ້າທີ່ຮັກສາຄວາມປອດ ໄພໃຫ້ແກ່ການນຳພັກ-ລັດແຂວງ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມຂັ້ນຕ່າງໆ, ວັນບຸນ ສຳຄັນຂອງພັກຂອງຊາດ, ຂອງ ກອງທັບ ແລະ ງານບຸນປະເພນີ ຂອງທ້ອງຖິ່ນຮັບປະກັນໄດ້ຄວາມ ສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍ ແລະ ປອດໄພ 100 . ຂະນະທີ່ວຽກງານພົວພັນຮ່ວມ ມືໄດ້ປະສານສົມທົບແໜ້ນກັບ ບັນດາກົມກອງ, ກອງບັນຊາການ ທະຫານແຂວງພາກເໜືອ ແລະ ກອງພົນທະຫານຮາບທີ ໃນ ການແລກປ່ຽນສະພາບການຕ່າງໆ ທີ່ເກີດຂຶ້ນເປັນປົກກະຕິຕາມການ ຊີ້ນຳຂອງກະຊວງປ້ອງກັນປະເທດ ແລະ ພົວພັນຮ່ວມມືກັບສາກົນ, ເພື່ອນມິດຍຸດທະສາດເປັນຕົ້ນແມ່ນ ການພົວພັນຮ່ວມມືແບບພິເສດຂອງ ສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ ພິເສດແມ່ນ ກອງບັນຊາການທະຫານແຂວງ ຜົ້ງສາລີ ໃນການເຄື່ອໄຫວແຮກ ສ່ຽວກັບກອງບັນຊາການທະຫານ ແຂວງດຽນບຽນ, ແຂວງຕວຽນ ກວາງ ກອງບັນຊາການທະຫານ ເຂດ 2 ແຫ່ງ ສສ ຫວຽດນາມ, ເພື່ອປະກອບສ່ວນເພີ່ມທະວີມູນ ເຊື້ອສາມັກຄີພິເສດໃຫ້ໝັ້ນຄົງ ຂະນົງແກ່ນຊົ່ວກາລະນານ ແລະ ສປ ຈີນ ກໍ່ແມ່ນຄູ່ຮ່ວມຊາຕາກຳ ໃນການພົວພັນຮ່ວມມືສອງຝ່າຍ ໃນການແລກປ່ຽນສະພາບການ ຕ່າງໆ, ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຫລາຍດ້ານ, ມີການພົບປະ ແລກປ່ຽນຖອດຖອນບົດຮຽນວຽກ ງານປ້ອງກັນຊາດ ເຮັດໃຫ້ສະພາບ ຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກ ແໜ້ນ. ສະຫາຍ ພົນຈັດຕະວາ ຊຽງ ເພັງ ກ່າວ. ໂດຍ: ຮ້ອຍຕີ ທອງສຸກ ຈັນຖະໜອມ

RkJQdWJsaXNoZXIy MTc3MTYxMQ==